ໃນປີ 2023 ເຄື່ອງບໍລິໂພກຂອງຈີນເພີ່ມຂຶ້ນເກືອບ 20 ລ້ານຊະນິດ

2024-02-10 15:25:17 CRI

 

ຕາມຂໍ້ມູນສະຖິຕິຈາກສູນສ້າງລະຫັດສິນຄ້າຂອງຈີນທີ່ຂຶ້ນກັບກົມໃຫຍ່ການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນວ່າ: ໃນປີ 2023 ເຄື່ອງບໍລິໂພກທີ່ໄດ້ລົງທະບຽນແລະນຳໃຊ້ລະຫັດສິນຄ້າໄດ້ເພີ່ມຂຶ້ນ 19.640.000 ຊະນິດ, ຍອດປະລິມານຂອງເຄື່ອງບໍລິໂພກໄດ້ມີເຖິງ 191.737.000 ຊະນິດ.

 

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສູນສ້າງລະຫັດສິນຄ້າຂອງຈີນກ່າວວ່າ: “ໃນປີ 2023, ຄຽງຄູ່ກັບມາດຕະການການຟື້ນຟູແລະເປີດກວ້າງການບໍລິໂພກຂອງຈີນໄດ້ຮັບປະຕິບັດລົງສູ່ລວງເລິກ, ການທ່ອງທ່ຽວ, ຂະແໜງການບັນເທິງແລະການບໍລິໂພກດ້ານການບໍລິການອື່ນໆໄດ້ຊັກນຳຢ່າງແຂງແຮງ, ຄວາມຕ້ອງການດ້ານການຊື້ເຄື່ອງຂອງພົນລະເມືອງໄດ້ຮັບການປ່ອຍອອກຢ່າງວ່ອງໄວ, ຊຸກຍູ້ໃຫ້ການສະໜອງເຄື່ອງບໍລິໂພກຫັນໄປສູ່ການເຕີບໂຕທາງບວກຢ່າງສຳເລັດຜົນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ຕະຫຼາດການບໍລິໂພກຂອງຈີນໄດ້ຫັນໄປສູ່ວົງສະພາບການເຕີບໂຕຢ່າງຕໍ່ເນື່ອງ.”

ປະເພດເຄື່ອງບໍລິໂພກໄດ້ມີການເຕີບໂຕຢ່າງເດັ່ນຊັດ, ໄດ້ເພີ່ມຂຶ້ນເຖິງ 95,1%. ໃນເຄື່ອງບໍລິໂພກ 41 ປະເພດທີ່ໄດ້ລົງທະບຽນນຳໃຊ້ລະຫັດສິນຄ້າໃນປີ 2023, ມີ 39 ປະເພດບັນລຸການເຕີບໂຕ.