ງານລາຕີສະຫຼອງບຸນກຸດຈີນCMG2024ສ້າງສະຖິຕິໃໝ່

2024-02-11 14:21:59 cri



ງານລາຕີສະຫຼອງບຸນກຸດຈີນ2024ຂອງວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ຈັດໃຫ້ມີບົດຟ້ອນແລະບົດເພງທີ່ປະດິດແຕ່ງດ້ວຍຫົວຄິດປະດິດສ້າງ, ການສະແດງລາຍການຕ່າງໆດ້ວຍຄວາມຈິງໃຈແລະຄວາມອຸ່ນໃຈ ກໍຄືພາບປະກອບເວທີທີ່ສ້າງຂຶ້ນດ້ວຍເຕັກໂນໂລຊີທັນສະໄໝ ຖືວ່າເປັນການມອບ “ງານມະໂຫລານວັດທະນະທຳສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່”ທີ່ເຕັມໄປດ້ວຍຄວາມເອົາໃຈໃສ່ເປັນຢ່າງສູງແລະບັນຍາກາດອົບອຸ່ນໃຫ້ຜູ້ຊົມທັງພາຍໃນແລະຕ່າງປະເທດໄດ້ຮັບຊົມ. ນັບມາຮອດເວລາ2ໂມງຂອງວັນທີ10ກຸມພານີ້, ສື່ຕ່າງໆຂອງCMGທີ່ນຳສະເໜີງານລາຕີສະຫຼອງບຸນກຸດຈີນ2024ໄດ້ເຂົ້າເຖິງຜູ້ຊົມບັນລຸ14,2ຕື້ເທື່ອຄົນ, ເພີ່ມຂຶ້ນ29%ເມື່ອທຽບໃສ່ປີ2023, ໃນນີ້, ຜູ້ຊົມໄວໜຸ່ມອາຍຸລະຫວ່າງ 15-44ປີ ກວມເຖິງ 51,59%, ຈຳນວນເທື່ອຄົນທີ່ຮັບຊົມແລະຕົວເລກອື່ນໆໄດ້ສ້າງສະຖິຕິໃໝ່.



ນັບມາຮອດເວລາ13ໂມງຂອງວັນທີ10ກຸມພານີ້, CMG ໄດ້ຮ່ວມສຳພັນກັບສື່ມວນຊົນຫຼາຍກວ່າ2.300 ແຫ່ງຂອງ 200 ປະເທດແລະເຂດແຄວ້ນໃນທົ່ວໂລກດຳເນີນການຖ່າຍທອດສົດແລະລາຍງານຕໍ່ງານລາຕີສະຫຼອງບຸນກຸດຈີນພ້ອມກັນ, ການລາຍງານດ້ວຍຫຼາຍພາສາຕໍ່ຕ່າງປະເທດໄດ້ເຂົ້າເຖິງຜູ້ຊົມແລະຜູ້ອ່ານຫຼາຍກວ່າ695ລ້ານເທື່ອຄົນ,ໃນນັ້ນ, ມີຜູ້ຊົມວິດີໂອຫຼາຍກວ່າ 250 ລ້ານເທື່ອຄົນ.