ສະຫະພາບເອີຣົບບັນລຸສັນຍາກ່ຽວກັບການປະຕິຮູບກົດລະບຽບການເງິນ

2024-02-11 14:25:32 cri

ວັນທີ10ກຸມພານີ້, ຜ່ານຈາກການເຈລະຈາເປັນເວລາ16ຊົ່ວໂມງ, ຄະນະມົນຕີສະຫະພາບເອີຣົບແລະສະພາເອີຣົບໄດ້ບັນລຸສັນຍາກ່ຽວກັບການປະຕິຮູບກົດລະບຽບການເງິນ.

ສັນຍາສະບັບນີ້ມີຈຸດປະສົງເພື່ອແນໃສ່ການຄວບຄຸມລາຍຈ່າຍ, ຫຼຸດຜ່ອນອັດຕາສ່ວນຂອງໜີ້ສິນແລະການຂາດດຸນງົບປະມານ, ຮັບປະກັນໃຫ້ການເງິນສາທາລະນະມີຄວາມຍືນຍົງ, ຂະນະດຽວກັນກໍເພື່ອສົ່ງເສີມການລົງທຶນ,ເຮັດໃຫ້ປະເທດສະມາຊິກສະຫະພາບເອີຣົບຮັກສາການເຕີບໂຕແບບຍືນຍົງແລະກວມລວມ. ສັນຍາສະບັບນີ້ຍັງໄດ້ກຳນົດໃຫ້ໜີ້ສິນພາກລັດຂອງປະເທດຕ່າງໆຕ້ອງຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ60%ຂອງລວມຍອດຜະລິດຕະພັນພາຍໃນຫຼື GDP, ການຂາດດຸນງົບປະມານສາທາລະນະໃຫ້ຄວບຄຸມຢູ່ໃນລະດັບບໍ່ເກີນ 3%, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຕ້ອງເຄົາລົບປະຕິບັດຕາມມາດຕະການຮັບປະກັນຄວາມສາມາດດ້ານການຊຳລະໜີ້ສິນກໍຄືມາດຕະການຮັບປະກັນລັກສະນະປັບຕົວໄດ້ຂອງອັດຕາການຂາດດຸນງົບປະມານ.