ຈີນຈະເລັ່ງລັດການພັດທະນາແບບສີຂຽວດ້ານກະສິກຳແລະການປັບປຸງຊີວະພາບໃຫ້ດີຂຶ້ນກວ່າເກົ່າ

2024-02-11 16:20:13 CRI

 

ກະຊວງກະສິກຳແລະວຽກງານຊົນນະບົດຈີນແຈ້ງໃຫ້ຮູ້ວ່າ: ໃນປີ 2023 ການພັດທະນາແບບສີຂຽວດ້ານກະສິກຳຂອງຈີນໄດ້ເລັ່ງໄວເຂົ້າ, ສິ່ງແວດລ້ອມນິເວດດ້ານກະສິກຳໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

 

ຜູ້ຮັບຜິດຊອບກົມທີ່ກ່ຽວຂ້ອງຂອງກະຊວງກະສິກຳແລະວຽກງານຊົນນະບົດຈີນກ່າວວ່າ: ໃນປີ 2023 ການຜະລິດກະສິກຳແລະການຍົກສູງຄຸນນະພາບຂອງຜະລິດຕະພັນກະສິກຳໄດ້ຮັບຜົນສຳເລັດໃໝ່, ມີຜະລິດຕະພັນກະສິກຳທີ່ໄດ້ຮັບໃບຢັ້ງຢືນແລະລົງທະບຽນເປັນຜະລິດຕະພັນສີຂຽວ, ແບບອິນຊີ, ຍີ່ຫໍ້ດັງ, ດີເດັ່ນ, ພິເສດແລະແບບໃໝ່ຫຼາຍກວ່າ 15.000 ຢ່າງ. ພ້ອມກັນນັ້ນ, ການຫ້າມການປະມົງໃນແມ່ນ້ຳຢາງຊີກຽງເປັນເວລາ 10 ປີໄດ້ຮັບປະສິດທິຜົນລັກສະນະຂັ້ນຕອນອັນສຳຄັນ, ໄດ້ຮັບປະກັນການຈັດວາງຊາວປະມົງທີ່ອອກຈາກການປະມົງທັງໝົດ 230.000 ກວ່າຄົນ, ຊັບພະຍາກອນສັດນ້ຳແລະຊີວະນານາພັນໃນແມ່ນ້ຳຢາງຊີກຽງເລີ່ມມີທ່ວງທ່າຟື້ນຟູດີຂຶ້ນກວ່າເກົ່າ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຈີນຈະເລັ່ງລັດການພັດທະນາແບບສີຂຽວດ້ານກະສິກຳແລະການປັບປຸງສິ່ງແວດລ້ອມນິເວດດ້ານກະສິກຳໃຫ້ດີຂຶ້ນກວ່າເກົ່າ, ພັດທະນາຂະແໜງການທີ່ມີເອກະລັກຊົນນະບົດໃຫ້ດີທີ່ສຸດ, ຊຸກຍູ້ການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງກະສິກຳ, ອຸດສາຫະກຳແລະການບໍລິການຢູ່ຊົນນະບົດ, ຊຸກຍູ້ການສ້າງຊົນນະບົດທີ່ໜ້າຢູ່ແລະທຳມາຫາກິນມີຄວາມສວຍງາມແລະກົມກຽວຢ່າງໜັກແໜ້ນ.