ທ່ານສີຈິ້ນຜິງ ພ້ອມດ້ວຍພັນລະຍາໄດ້ຕອບບັດອວຍພອນປີໃໝ່ໃຫ້ແກ່ຄູ ແລະນັກຮຽນຂອງໂຮງຮຽນມັດທະຍົມລີນເຄນອາເມຣິກາ

2024-02-11 14:20:15 cri

ວັນທີ 11 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍທ່ານນາງເພິງລີ້ຢວນພັນລະຍາຂອງເພິ່ນໄດ້ຕອບຄືນບັດອວຍພອນປີໃໝ່ໃຫ້ແກ່ຄູ ແລະນັກຮຽນຂອງໂຮງຮຽນມັດທະຍົມລີນເຄນອາເມຣິກາ, ສົ່ງຄວາມອວຍພອນປີໃໝ່ປີມະໂລງຕາມຈັນທະຄະຕິຈີນ ແລະຍິນດີຕ້ອນຮັບຄູ ແລະນັກຮຽນມາຢ້ຽມຢາມຈີນເລື່ອຍໆ, ລວມທັງການເຂົ້າຮ່ວມໂຄງການ “ໃຫ້ຊາວໜຸ່ມເຍົາວະຊົນອາເມຣິກາ 50.000 ຄົນມາແລກປ່ຽນ ແລະສຶກສາຢູ່ຈີນພາຍໃນ 5 ປີ”, ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາ ໂດຍສະເພາະລະຫວ່າງຊາວໜຸ່ມຂອງສອງປະເທດ.

 

ກ່ອນໜ້ານີ້, ຄູ ແລະນັກຮຽນຂອງໂຮງຮຽນມັດທະຍົມລີນເຄນທີ່ຕັ້ງຢູ່ລັດວໍຊິງຕັນອາເມຣິກາໄດ້ສົ່ງບັດອວຍພອນປີໃໝ່ໃຫ້ແກ່ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະທ່ານນາງເພິງລີ້ຢວນ ກໍຄືປະຊາຊົນທົ່ວປະເທດຈີນ, ສົ່ງຄຳອວຍພອນປີໃໝ່ໃຫ້ປະຊາຊົນຈີນ, ຂໍໃຫ້ປະຊາຊົນຈີນຈົ່ງມີຄວາມເບີກບານມ່ວນຊື່ນ ແລະມີສຸຂະພາບເຂັ້ມແຂງໃນປີໃໝ່. ມີຄູ ແລະນັກຮຽນຫຼາຍກວ່າ 100 ຄົນໄດ້ລົງນາມໃນບັດອວຍພອນ.