ຈີນກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກ

2024-02-12 14:54:30 cri



ເນື່ອງຈາກຄວາມຕ້ອງການບໍລິໂພກເພີ່ມຂຶ້ນຄູ່ປີ ເຊິ່ງໄດ້ຊຸກຍູ້ໃຫ້ການຜະລິດດອກໄມ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈີນໄດ້ກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກກໍຄືເປັນປະເທດການຄ້າດອກໄມ້ແລະປະເທດບໍລິໂພກດອກໄມ້ທີ່ສຳຄັນຂອງໂລກ. ອີງຕາມຕົວເລກສະຖິຕິຂອງສະມາຄົມດອກໄມ້ຈີນສະແດງໃຫ້ເຫັນວ່າ: ເນື້ອທີ່ປູກດອກໄມ້ຂອງຈີນມີປະມານ1,5ລ້ານເຮັກຕາ, ຜູ້ປະກອບອາຊີບໃນຂະແໜງການດອກໄມ້ມີຫຼາຍກວ່າ 5 ລ້ານຄົນ.



ຊຸມປີຜ່ານມານີ້, ການຜະລິດດອກໄມ້ສົດຂອງຈີນໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ເຂດຜະລິດດອກໄມ້ສົດຕົ້ນຕໍລວມທັງ ແຂວງຢູນນານ, ແຂວງຈ່ຽງຊູ່, ແຂວງເຈີ້ຈ່ຽງ, ແຂວງກວາງຕຸ້ງແລະອື່ນໆ ໂດຍສະເພາະການຜະລິດດອກໄມ້ສົດຢູ່ແຂວງຢູນນານໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວມາໂດຍຕະຫຼອດ. ປີ2022 ຍອດມູນຄ່າການຈຳໜ່າຍດອກໄມ້ໃນຕະຫຼາດຂາຍຍ່ອຍທົ່ວປະເທດຈີນບັນລຸເຖິງ198ຕື້680ລ້ານຢວນ, ຍອດມູນຄ່າການຂາຍຍ່ອຍຜ່ານຮ້ານຂາຍດອກໄມ້ຕົວຈິງບັນລຸເຖິງ90ຕື້ຢວນ, ຍອດມູນຄ່າການຂາຍຍ່ອຍຜ່ານທາງການຄ້າເອເລັກໂຕຣນິກເພີ່ມຂຶ້ນເປັນ 108ຕື້ 680ລ້ານຢວນ ເຊິ່ງກວມ 54,6% ຂອງຍອດມູນຄ່າການຈຳໜ່າຍ.