ຄາດຄະເນວ່າໃນປີ 2024 ຈຳນວນນັກທ່ອງທຽວພາຍໃນປະເທດຈີນຈະຫຼາຍກວ່າ 6 ຕື້ເທື່ອຄົນ

2024-02-12 13:58:58 CRI

 

ນັກຂ່າວໄດ້ຮັບຊາບຂໍ້ມູນຈາກສະຖາບັນຄົ້ນຄວ້າການທ່ອງທ່ຽວຈີນຫຼື ສູນຂໍ້ມູນກະຊວງວັດທະນະທຳແລະການທ່ອງທ່ຽວຈີນວ່າ: ຜ່ານຈາກການຄົ້ນຄວ້າແລະການປະເມີນໂດຍສັງລວມ, ຄາດຄະເນວ່າໃນປີ 2024 ຈຳນວນນັກທ່ອງທ່ຽວພາຍໃນປະເທດຈີນຫຼາຍກວ່າ 6 ຕື້ເທື່ອຄົນ, ຈຳນວນນັກທ່ອງທ່ຽວທີ່ເຂົ້າແລະອອກເມືອງນັບລວມແລ້ວອາດຈະຫຼາຍກວ່າ 260 ລ້ານເທື່ອຄົນ. ໃນປີ 2023, ຕະຫຼາດການທ່ອງທ່ຽວແລະຕ່ອງໂສ້ການຜະລິດດ້ານການທ່ອງທ່ຽວໄດ້ຮັບການຟື້ນຟູຢ່າງເດັ່ນຊັດ, ຈຳນວນນັກທ່ອງທ່ຽວແລະລາຍຮັບຈາກການທ່ອງທ່ຽວພາຍໃນປະເທດຈີນເພີ່ມຂຶ້ນຫຼາຍກວ່າ 1 ເທົ່າເມື່ອທຽບໃສ່ປີ 2022, ໄດ້ຟື້ນຟູເຖິງຫຼາຍກວ່າ 80% ຂອງປີ 2019; ຈຳນວນນັກທ່ອງທ່ຽວທີ່ເຂົ້າແລະອອກເມືອງຫຼາຍກວ່າ 190 ລ້ານເທື່ອຄົນ, ເພີ່ມຂຶ້ນ 2,8ເທົ່າເມື່ອທຽບກັບປີ 2022.