ໃນ 3 ປີທີ່ຜ່ານມາ ອົງການທະນາຄານຂອງຈີນໄດ້ປ່ອຍເງິນກູ້ຢືມເຖິງ 19.700 ຕື້ຢວນໃຫ້ແກ່ເຂດຫຼຸດພົ້ນອອກຈາກຄວາມທຸກຍາກ

2024-02-12 15:46:05 cri

ກົມໃຫຍ່ຕິດຕາມ ແລະຄຸ້ມຄອງການເງິນແຫ່ງຊາດຈີນລາຍງານໃຫ້ຮູ້ວ່າ: ກົມໃຫຍ່ຕິດຕາມ ແລະຄຸ້ມຄອງການເງິນແຫ່ງຊາດຈີນໄດ້ປັບປຸງກົນໄກການເຮັດວຽກ, ປັບປຸງນະໂຍບາຍສະໜັບສະໜູນດ້ານການເງິນ, ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການບໍລິການດ້ານການເງິນໃນເຂດຈຸດໜັກ ແລະກຸ່ມຄົນຈຸດໜັກ, ເພີ່ມທະວີແຮງຂັບເຄື່ອນການພັດທະນາທາງພາຍໃນຂອງເຂດທີ່ພົ້ນອອກຈາກຄວາມທຸກຍາກ ແລະປະຊາຊົນພົ້ນທຸກຢ່າງແທ້ຈິງ. ໃນ 3 ປີທີ່ຜ່ານມາ, ອົງການທະນາຄານຂອງຈີນໄດ້ປ່ອຍເງິນກູ້ຢືມເຖິງ 19.700 ຕື້ຢວນໃຫ້ແກ່ເຂດຫຼຸດພົ້ນອອກຈາກຄວາມທຸກຍາກ, ເງິນກູ້ທີ່ຍັງບໍ່ທັນໄດ້ຮັບການຊຳລະເພີ່ມຂຶ້ນ 14,4% ຕໍ່ປີ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກົມໃຫຍ່ຕິດຕາມ ແລະຄຸ້ມຄອງການເງິນແຫ່ງຊາດຈີນໄດ້ຊີ້ນຳນຳພາອົງການການເງິນເພີ່ມທະວີການປ່ອຍເງິນກູ້ສິນເຊື່ອ ແລະຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ຕັ້ງໜ້າພັດທະນາການປະກັນໄພສຳລັບຜະລິດຕະພັນກະສິກຳພິເສດ ແລະຊຸກຍູ້ໃຫ້ເຂດຫຼຸດພົ້ນອອກຈາກຄວາມທຸກຍາກປັບປຸງ ແລະຍົກລະດັບອຸດສາຫະກຳທີ່ມີທ່າແຮງ ແລະເປັນເອກະລັກ. ໃນ 3 ປີທີ່ຜ່ານມາ, ການປະກັນໄພກະສິກຳໄດ້ສະໜອງການປ້ອງກັນຄວາມສ່ຽງໃຫ້ແກ່ເຂດຫຼຸດພົ້ນອອກຈາກຄວາມທຸກຍາກລວມເຖິງ 4.300 ຕື້ຢວນ, ເພີ່ມຂຶ້ນ 7% ຕໍ່ປີ; ໄດ້ປ່ອຍເງິນກູ້ສິນເຊື່ອທີ່ເປັນຈຳນວນໜ້ອຍໃຫ້ແກ່ປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ 277,8 ຕື້ຢວນ, ໄດ້ສະໜັບສະໜູນຄອບຄົວທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຄອບຄົວທີ່ໄດ້ຮັບການຕິດຕາມເພື່ອບໍ່ໃຫ້ກັບຄືນສູ່ຄວາມທຸກຍາກທັງໝົດ 6,51 ລ້ານເທື່ອຄອບຄົວ.