ກອງປະຊຸມສຸດຍອດລັດຖະບານໂລກປີ 2024 ຈັດຂຶ້ນຢູ່ດູໄບ

2024-02-12 16:19:58 CRI


ວັນທີ 12 ກຸມພານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດລັດຖະບານໂລກປີ 2024 ໄດ້ຈັດຂຶ້ນຢູ່ນະຄອນດູໄບ ປະເທດສະຫະນະຄອນເອເມຣັດອາຣັບ. ກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນເປັນເວລາ 3 ມື້, ໂດຍຈະສິ້ນສຸດລົງໃນວັນທີ 14 ກຸມພານີ້.


ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ “ບຳລຸງສ້າງລັດຖະບານໃນອະນາຄົດ”, ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືສາກົນ, ທັງໃຫ້ຂໍ້ສະໜີແກ່ລັດຖະບານປະເທດຕ່າງໆໃນການຮັບມືກັບສິ່ງທ້າທາຍຂອງໂລກທີ່ມີລັກສະນະຮີບດ່ວນ, ພ້ອມທັງເອົາໃຈໃສ່ເນື້ອໃນ 6 ດ້ານເປັນພິເສດ, ຄື: ການຫັນເປັນແບບດີຈີຕອນຂອງລັດຖະບານ; ປັນຍາປະດິດ ແລະ ວິທະຍາສາດເຕັກນິກທີ່ກ້າວໜ້າ; ປັບປຸງຮູບການພັດທະນາຄືນໃໝ່ ແລະ ເສດຖະກິດໃນອະນາຄົດ; ສັງຄົມ ແລະ ການສຶກສາໃນອະນາຄົດ; ຄວາມຍືນຍົງ ແລະ ການປ່ຽນແປງໃໝ່ຂອງໂລກ; ການຫັນເປັນຕົວເມືອງ  ແລະ ສາທາລະນະສຸກທົ່ວໂລກ.