ພາກສ່ວນທາງລົດໄຟແຫ່ງຕ່າງໆຂອງຈີນອອກແຮງສຸດຂີດເພື່ອດຳເນີນການບໍລິການດ້ານການຂົນສົ່ງໃນຍາມບຸນຂະໜົມບົວລອຍໃຫ້ດີ

2024-02-24 13:49:33 CRI

 

ວັນທີ 23 ກຸມພານີ້ເປັນມື້ທີ 29 ຂອງການຂົນສົ່ງຜູ້ໂດຍສານຍາມບຸນກຸດຈີນ. ບຸນຂະໜົມບົວລອຍໃກ້ຈະວຽນມາເຖິງ, ຜູ້ໂດຍສານທີ່ອອກເດີນທາງດ້ວຍ ລົດໄຟໄດ້ເພີ່ມຂຶ້ນອີກຢ່າງຫຼວງຫຼາຍ, ຄວາມຕ້ອງການດ້ານການອອກເດີນທາງ ຂອງຜູ້ໂດຍສານມີຄວາມຫ້າວຫັນຫຼາຍ, ພາກສ່ວນທາງລົດໄຟແຫ່ງຕ່າງໆ ອອກແຮງສຸດຂີດ ເພື່ອດຳເນີນການບໍລິການດ້ານການຂົນສົ່ງໃນຍາມບຸນຂະໜົມ ບົວລອຍໃຫ້ດີ, ຮັບປະກັນໃຫ້ຜູ້ໂດຍສານອອກເດີນທາງຢ່າງປອດໄພ ແລະເປັນລະບຽບຮຽບຮ້ອຍ.

 

ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນວ່າ:ໃນວັນທີ 23 ກຸມພານີ້,ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 12.315.000 ເທື່ອຄົນ;ວັນທີ 24 ກຸມພານີ້, ຈຳນວນຜູ້ໂດຍສານຂອງທາງລົດໄຟທົ່ວປະເທດ ສືບຕໍ່ຮັກສາໃນລະດັບສູງ, ຄາດຄະເນວ່າຈະຂົນສົ່ງຜູ້ໂດຍ ສານ 13.300.000 ເທື່ອຄົນ.