ວຽກງານບັນທຸກຄົນສຳຫຼວດດວງຈັນຂອງຈີນກຳລັງດຳເນີນຢ່າງມີລະບຽບ

2024-02-25 12:40:21 CRI

 

      ຕາມແຜນການ, ຈີນຈະບັນລຸການບັນທຸກຄົນຂຶ້ນດວງຈັນ ແລະ ດຳເນີນການຄົ້ນຄວ້າວິທະຍາສາດກ່ອນປີ 2030. ອີງຕາມແຜນການເບື້ອງຕົ້ນທີ່ປະກາດໂດຍຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນ: ໃນໜ້າວຽກບັນທຸກຄົນຂຶ້ນດວງຈັນໃນອະນາຄົດ, ຈີນຈະນຳໃຊ້ຈະຫຼວດສົ່ງຍານCZ- 10 ສອງໜ່ວຍສົ່ງຍານລົງຈອດ ແລະ ຍານອະວະກາດເມີ້ງໂຈ່ວໄປຮອດວົງໂຄຈອນການຍົກຍ້າຍລະຫວ່າງໜ່ວຍໂລກ ກັບ ດວງຈັນຕາມລຳດັບ.


 

     ຫວ່າງມໍ່ໆມານີ້, ທ່ານຈີ້ສີມີງ ຜູ້ຊ່ວຍຫົວໜ້າຫ້ອງການ ທັງເປັນໂຄສົກໂຄງການການບິນອະວະກາດບັນທຸກຄົນຂອງຈີນແນະນຳໃຫ້ຮູ້ວ່າ: ຍານອະວະກາດສອງໜ່ວຍຈະເຊື່ອມຕໍ່ກັນຢູ່ຕາມວົງໂຄຈອນດວງຈັນ ແລ້ວນັກບິນອະວະກາດເຂົ້າຍານລົງຈອດ ແລະ ສົ່ງໄປຮອດໜ້າດິນດວງຈັນດ້ວຍຍານລົງຈອດ, ນັກບິນອະວະກາດຈະດຳເນີນການສຳຫຼວດວິທະຍາສາດ ແລະ ເກັບຕົວຢ່າງຢູ່ດວງຈັນຕາມແຜນ.ເມື່ອໄດ້ສຳເລັດໜ້າທີ່ຕາມແຜນແລ້ວ, ນັກບິນອະວະກາດຈະຂີ່ຍານລົງຈອດບິນຂຶ້ນສູ່ວົງໂຄຈອນດວງຈັນ, ຍານອະວະກາດສອງໜ່ວຍຈະເຊື່ອມຕໍ່ກັນອີກເທື່ອໜຶ່ງ, ນັກບິນອະວະກາດຈະຍ້າຍຕົວຢ່າງທີ່ເກັບໄວ້ໄປຮອດຍານອະວະກາດເມີ້ງໂຈ່ວ, ຍານອະວະກາດເມີ້ງໂຈ່ວຈະກັບຄືນສູ່ໜ່ວຍໂລກຈາກວົງໂຄຈອນຍົກຍ້າຍລະຫວ່າງດວງຈັນ ກັບ ໜ່ວຍໂລກ.


 

     ທ່ານຈີ້ສີມີງແນະນຳໃຫ້ຮູ້ຕື່ມວ່າ: ຈີນໄດ້ສຳເລັດການແກ້ໄຂບັນຫາຫຍຸ້ງຍາກດ້ານເຕັກນິກຂໍກະແຈ ແລະ ວຽກງານຈັດວາງແຜນການໃນທ້າຍປີ 2023, ປັດຈຸບັນ, ວຽກງານຄົ້ນຄວ້າຕ່າງໆກຳລັງເລັ່ງລັດດຳເນີນຢູ່.