ທ່ານສີຈິ້ນຜິງຕອບຈົດໝາຍຂອງຄະນະຜູ້ຕາງໜ້ານັກຮຽນຂອງໂຮງຮຽນມັດທະຍົມມູສກາຕີນອາເມຣິກາທີ່ຢ້ຽມຢາມຈີນ

2024-02-25 16:50:57 cri

 

    ໃນມື້ເຂົ້າໜົມບົວລອຍປີມັງກອນ ຄື: ວັນທີ 24 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຂອງຄະນະຜູ້ຕາງໜ້ານັກຮຽນຂອງໂຮງຮຽນມັດທະຍົມມູສກາຕີນອາເມຣິກາທີ່ຢ້ຽມຢາມຈີນ ທັງໄດ້ຕ້ອນບັດອວຍພອນໃຫ້, ໂດຍໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນບຸນໃຫ້ແກ່ຄະນະຜູ້ຕາງໜ້າດັ່ງກ່າວ, ຄູສອນ ແລະ ນັກຮຽນທຸກຖ້ວນໜ້າຂອງໂຮງຮຽນດັ່ງກ່າວ, ທັງຍິນດີຕ້ອນຮັບເຍົາວະຊົນອາເມຣິກາມາແລກປ່ຽນ ແລະ ຮ່ຳຮຽນຢູ່ຈີນ ຫຼາຍກວ່າເກົ່າ.

    ໃນເວລາຢ້ຽມຢາມອາເມຣິກາໃນເດືອນພະຈິກ 2023, ທ່ານສີຈິ້ນຜິງໄດ້ປະກາດວ່າ: ໃນ 5 ປີຕໍ່ໜ້າ, ຈີນຍິນດີເຊື້ອເຊີນເຍົາວະຊົນອາເມຣິກາ 5 ໝື່ນຄົນມາແລກປ່ຽນ ແລະ ຮ່ຳຮຽນຢູ່ຈີນ. ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງ, ລະຫວ່າງວັນທີ 24-30 ມັງກອນແລ້ວນີ້, ນັກຮຽນ 20 ກວ່າຄົນຂອງໂຮງຮຽນມັດທະຍົມມູສກາຕີນໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນຢູ່ນະຄອນຫຼວງປັກກິ່ງ, ແຂວງເຮີເປີຍ ແລະ ນະຄອນຊຽງໄຮ້ເປັນຕົ້ນ. ພາຍຫຼັງສຳເລັດການຢ້ຽມຢາມ, ຄະນະຜູ້ຕາງໜ້ານັກຮຽນໄດ້ສົ່ງຈົດໝາຍໃຫ້ແກ່ທ່ານສີຈິ້ນຜິງເພື່ອສະແດງຄວາມເບີກບານມ່ວນຊື່ນທີ່ໄດ້ຢ້ຽມຢາມຈີນ ແລະ ສະແດງຄວາມຂອບໃຈທີ່ເຊື້ອເຊີນເຂົາເຈົ້າມາຢ້ຽມຢາມ ແລະ ແລກປ່ຽນຢູ່ຈີນ.