ງານລາຕີສະຫຼອງບຸນເຂົ້າໜົມບົວລອຍຂອງCMGໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກພາຍໃນ ແລະຕ່າງປະເທດ

2024-02-26 15:31:01 cri

ວັນທີ 24 ກຸມພານີ້, ງານລາຕີສະຫຼອງບຸນເຂົ້າໜົມບົວລອຍຂອງວິທະຍຸໂທລະພາບສູນກາງຈີນ ຫຼືCMGໄດ້ອອກອາກາດຢ່າງຈົບງາມ, ເຮັດໃຫ້ມີການຕອບຮັບຢ່າງກະຕືລືລົ້ນທັງພາຍໃນ ແລະຕ່າງປະເທດ.

 

ຕາມຂໍ້ມູນສະຖິຕິໂດຍສະແດງໃຫ້ເຫັນວ່າ: ມາຮອດເວລາ 8 ໂມງຂອງວັນທີ 25 ກຸມພານີ້, ງານລາຕີສະຫຼອງບຸນເຂົ້າໜົມບົວລອຍຂອງCMGໄດ້ຖ່າຍທອດສົດຜ່ານທາງສື່ມວນຊົນພາຍໃນປະເທດ ເຊິ່ງມີຜູ້ຊົມບັນລຸເຖິງ 353 ລ້ານເທື່ອຄົນ. ນອກນີ້, ຍັງມີ 18 ສະຖານີໂທລະພາບ ກໍຄືເວທີສື່ມວນຊົນໃໝ່ຈາກ 13 ປະເທດ ແລະເຂດແຄວ້ນໄດ້ອອກອາກາດລາຍການດີເດັ່ນຂອງງານລາຕີສະຫຼອງບຸນເຂົ້າໜົມບົວລອຍ ແລະລາຍງານຂ່າວທີ່ກ່ຽວຂ້ອງ. ສື່ສັງຄົມອອນລາຍຕ່າງປະເທດຂອງCMGໄດ້ອອກອາກາດງານລາຕີຄັ້ງນີ້ພ້ອມໆກັນໃຫ້ກັບຜູ້ຊົມໃນທົ່ວໂລກ ເຊິ່ງມີຜູ້ຊົມ 28,85 ລ້ານເທື່ອຄົນ.