ເວທີເປິກສາຫາລືເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມໂຕະມົນ “ໂຄງການຈີນ” ຂອງອົງການການຄ້າໂລກຈັດຂຶ້ນຢູ່ສະຫະລັດອາຣັບເອມີເຣດ

2024-02-26 16:39:08 cri


   ວັນທີ 25 ກຸມພານີ້, ເວທີເປິກສາຫາລືເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມໂຕະມົນ “ໂຄງການຈີນ” ຄັ້ງທີ 12 ຂອງອົງການການຄ້າໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງອາບູຈາບີຂອງສະຫະລັດອາຣັບເອມີເຣດ. ທ່ານວາງເວີນທ່າວ ລັດຖະມົນຕີກະຊວງການຄ້າຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສໃນພິທີເປີດເວທີເປິກສາຫາລືໃນຄັ້ງນີ້.

   ທ່ານວາງເວີນທ່າວກ່າວວ່າ: ຈີນສະໜັບສະໜູນປະເທດພວມພັດທະນາເພື່ອໃຫ້ເຊື່ອມໂຍງເຂົ້າໃນໂຄງປະກອບການຄ້າຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ທັງຍຶດໝັ້ນສ້າງຜົນດີໃຫ້ທົ່ວໂລກໂດຍຜ່ານການພັດທະນາຂອງຕົນ. ຈີນຈະສືບຕໍ່ດຳເນີນການຮ່ວມມືໃຕ້ໃຕ້ພາຍໃນຂອບເຂດໂຄງປະກອບການຄ້າຫຼາຍຝ່າຍ, ປະຕິບັດ “ໂຄງການຈີນ” ໃຫ້ດີຢ່າງແທ້ຈິງຕື່ມອີກ, ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກດ້ວຍພຶດຕິກຳຕົວຈິງ, ຊຸກຍູ້ການສ້າງຕັ້ງປະຊາຄົມຮ່ວມຊາຕາກຳ ໃນການພັດທະນາທົ່ວໂລກ.

   “ໂຄງການຈີນ” ແມ່ນຈີນແລະກອງເລຂາອົງການການຄ້າໂລກສ້າງຂຶ້ນເມື່ອປີ2011, ມີຈຸດປະສົງຊ່ວຍເຫຼືອປະເທດພວມພັດທະນາ ໂດຍສະເພາະແມ່ນປະເທດດ້ອຍພັດທະນາ ໃຫ້ເຊື່ອມໂຍງເຂົ້າໃນໂຄງປະກອບການຄ້າຫຼາຍຝ່າຍ.