ກະແສທີ່ແພດໝໍລາອອກຈາກຕຳແໜ່ງຍັງເຫີ່ກັນຕໍ່ໄປ ລັດຖະບານສ.ເກົາຫຼີບໍ່ປະນີປະນອມ

2024-02-26 16:35:38 cri


   ກະແສທີ່ທ່ານໝໍແລະພະຍາບານຂອງສ.ເກົາຫຼີລາອອກຈາກຕຳແໜ່ງເພື່ອປະທ້ວງການຮັບເອົານັກສຶກສາວິຊາການແພດຫຼາຍກວ່າເກົ່າຍັງສືບຕໍ່ແຜ່ລາມ, ວິກິດການໃນລະບົບປິ່ນປົວຮ້າຍແຮງຂຶ້ນຕື່ມ. ເມື່ອຜະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການຂອງກຸ່ມຄົນທີ່ເປັນທ່ານໝໍແລະພະຍາບານທີ່ສະເໜີໃຫ້ຍົກເລີກແຜນການຮັບເອົານັກສຶກສາວິຊາການແພດຫຼາຍກວ່າເກົ່າ, ລັດຖະບານສ.ເກົາຫຼີໄດ້ປະຕິເສດໃນວັນທີ25ກຸມພານີ້ ແລະຕົກລົງສົ່ງໄອຍະການໄປພາກສ່ວນສາທາລະນະສຸກ ເພື່ອກຽມດຳເນີນການດ້ານກົດໝາຍຕໍ່ທ່ານໝໍແລະພະຍາບານຜູ້ທີ່ລາອອກຈາກຕຳແໜ່ງທີ່ປະຕິເສດການເຮັດວຽກຄືນໃໝ່.

   ຫວ່າງກ່ອນນີ້ບໍ່ດົນ ລັດຖະບານສ.ເກົາຫຼີປະກາດວ່າ: ເພື່ອແກ້ໄຂບັນຫາຂາດແຄນທ່ານໝໍ, ຂະໜາດຮັບເອົານັກສຶກສາຂອງສະຖາບັນການແພດຂອງໂຮງຮຽນຊັ້ນສູງໃນປີ 2025 ຈະເພີ່ມຈາກ 3.058 ຄົນໃນປັດຈຸບັນ ຂຶ້ນເຖິງ 5.058 ຄົນ. ແຜນການດັ່ງກ່າວນີ້ໄດ້ຖືກຄັດຄ້ານຢ່າງຮຸນແຮງຈາກກຸ່ມຄົນທີ່ເປັນທ່ານໝໍ ແລະນັກສຶກສາຂອງສະຖາບັນການແພດ ໂດຍກ່າວວ່າ: ການກະທຳນີ້ຈະເປັນສາເຫດທີ່ພາໃຫ້ເກີດການປິ່ນປົວຫຼາຍເກີນໄປ ແລະເຮັດໃຫ້ງົບປະມານຂອງລະບົບປິ່ນປົວເຄັ່ງຕຶງຂຶ້ນ. ບຸກຄົນຈຳນວນໜຶ່ງຊີ້ອອກວ່າ: ທີ່ຈິງແລ້ວ ກຸ່ມຄົນເປັນທ່ານໝໍແລະພະຍາບານແມ່ນເປັນຫ່ວງຕໍ່ລາຍຮັບຂອງຕົນຈະຫຼຸດໜ້ອຍລົງຍ້ອນແຜນການດັ່ງກ່າວ.

   ຂໍ້ມູນສະຖິຕິຂອງລັດຖະບານສ.ເກົາຫຼີສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 19 ກຸມພານີ້ເປັນຕົ້ນມາ, ຢູ່ໃນທົ່ວປະເທດໄດ້ມີທ່ານໝໍເກືອບ 9.000 ຄົນລາອອກຈາກໜ້າທີ່ຕຳແໜ່ງ, ມີນັກສຶກສາຂອງສະຖາບັນການແພດຂອງໂຮງຮຽນຊັ້ນສູງທີ່ຍັງຮຽນຢູ່ຫຼາຍກວ່າ 10.000ຄົນ ຮ້ອງຂໍເຊົາຮຽນ, ເຊິ່ງເຮັດໃຫ້ໂຮງໝໍຫຼາຍແຫ່ງມີສະພາບທີ່ຂາດແຄນຜູ້ເຮັດວຽກແລະໝູນເດີນວຽກງານກໍ່ລຳບາກ.