ອາເມຣິກາບໍ່ຄິດເຫັນຜົນງານອັນໃຫຍ່ຫຼວງຂອງຈີນໃນດ້ານການປະຕິບັດຕາມຄຳໝັ້ນສັນຍາຕໍ່ WTO

2024-02-26 16:02:52 cri

 

    ຫວ່າງມໍ່ໆມານີ້, ຫ້ອງການຜູ້ຕາງໜ້າການຄ້າອາເມຣິກາໄດ້ເຜີຍແຜ່ບົດລາຍງານວ່າດ້ວຍຈີນປະຕິບັດຕາມຄຳໝັ້ນສັນຍາທີ່ເຂົ້າເປັນປະເທດສະມາຊິກອົງການການຄ້າໂລກ ຫຼື WTO ປີ 2023, ໂດຍໄດ້ປະຕິເສດບໍ່ຮັບຮອງຜົນງານຂອງຈີນໃນດ້ານການປະຕິບັດຕາມຄຳໝັ້ນສັນຍາທີ່ເຂົ້າເປັນປະເທດສະມາຊິກ WTO ແລະ ຕຳໜິຕິຕຽນວ່າໂຄງປະກອບ ແລະ ນະໂຍບາຍເສດຖະກິດການຄ້າຂອງຈີນໄດ້ນຳເອົາສິ່ງທ້າທາຍອັນໃຫຍ່ຫຼວງມາໃຫ້ແກ່ການຄ້າທົ່ວໂລກ.

    ຜູ້ຮັບຜິດຊອບຂອງກົມການຄ້າໂລກກະຊວງການຄ້າຈີນກ່າວວ່າ: ອາເມຣິກາບໍ່ຄິດເຫັນການພັດທະນາ ແລະ ສ່ວນປະກອບຂອງຈີນ, ຕຳໜິຕິຕຽນຈີນໂດຍບໍ່ມີຫຼັກຖານໃດໆ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງລັດທິຝ່າຍດຽວ ແລະ ການຖຽງໃຊ້ອຳນາດຂອງອາເມຣິກາ. ຈີນເດັດດ່ຽວຄັດຄ້ານການກະທຳດັ່ງກ່າວ.

    ນັບແຕ່ເຂົ້າເປັນປະເທດສະມາຊິກ WTO ເປັນຕົ້ນມາ, ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດ, ຈີນເດັດດ່ຽວສະໜັບສະໜູນໂຄງປະກອບການຄ້າຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ປະຕິບັດຕາມຄຳໝັ້ນສັນຍາທີ່ເຂົ້າເປັນປະເທດສະມາຊິກ WTO ຢ່າງແທ້ຈິງ, ຕັ້ງໜ້າຊ່ວຍເຫຼືອປະເທດພວມພັດທະນາອື່ນທີ່ເປັນສະມາຊິກ, ໂດຍສະເພາະແມ່ນປະເທດດ້ວຍພັດທະນາໃນດ້ານການເຂົ້າຮ່ວມໂຄງປະກອບການຄ້າຫຼາຍຝ່າຍ.

    ຊຸມປີມໍ່ໆມານີ້, ອາເມຮິກາລະເມີດກົດລະບຽບຂອງ WTO, ດໍາເນີນການຂົ່ມເຫັງດ້ານການຄ້າແຕ່ຝ່າຍດຽວ, ສ້າງຄວາມວຸ້ຍວາຍຕໍ່ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທົ່ວໂລກ, ສົ່ງຜົນກະທົບຕໍ່ລະບຽບການຄ້າສາກົນຢ່າງໜັກໜ່ວງ. ພວກເຮົາຮຽກຮ້ອງອີກຄັ້ງໜຶ່ງໃຫ້ອາເມຣິກາຈົ່ງແກ້ຄຳເວົ້າ ແລະ ການກະທຳທີ່ຜິດພາດໃຫ້ຖືກຢ່າງທັນທີ, ປະຕິບັດຕາມກົດລະບຽບຂອງ WTO ແລະ ຄຳໝັ້ນສັນຍາຂອງຕົນຢ່າງແທ້ຈິງ, ເສີມຂະຫຍາຍບົດບາດທີ່ຄວນມີເຂົ້າໃນການຮັບມືກັບບັນຫາ ແລະ ສິ່ງທ້າທາຍທົ່ວໂລກ.