ຈີນຈະເລີ່ມການກໍ່ສ້າງຫຼາຍກວ່າ 100 ອ່າວທີ່ສວຍງາມໃນປີນີ້

2024-02-26 15:31:54 cri

ກະຊວງນິເວດ ແລະສິ່ງແວດລ້ອມຈີນຈະເລີ່ມການເຄື່ອນໄຫວກໍ່ສ້າງອ່າວທີ່ສວຍງາມໃນປີນີ້ ໂດຍຈະຈັດຕັ້ງເຂດຕ່າງໆແຄມທະເລຊຸກຍູ້ການກໍ່ສ້າງຫຼາຍກວ່າ 100 ອ່າວທີ່ສວຍງາມ, ສົ່ງເສີມການປົກປັກຮັກສາ ແລະການຟື້ນຟູລະບົບນິເວດ.

 

ຄາດວ່າຮອດປີ 2027, ໃນອ່າວ 283 ແຫ່ງຢູ່ທົ່ວປະເທດຈະມີປະມານ 40% ສຳເລັດການສ້າງເປັນອ່າວສວຍງາມທີ່ມີຄວາມກົມກຽວລະຫວ່າງມະນຸດ ແລະທະເລໂດຍພື້ນຖານ.

 

ນັບແຕ່ປີ 2021 ເປັນຕົ້ນມາ, ຈີນໄດ້ເລີ່ມດຳເນີນວຽກງານກໍ່ສ້າງອ່າວທີ່ສວຍງາມ, ຂໍ້ມູນຕິດຕາມກວດກາໃໝ່ໄດ້ສະແດງໃຫ້ເຫັນວ່າ: ຄຸນນະພາບນ້ຳຂອງ 102 ອ່າວໃນທົ່ວປະເທດແມ່ນດີຂຶ້ນຫຼາຍເມື່ອທຽບໃສ່ປີ 2022.