ລັດຖະມົນຕີການຕ່າງປະເທດຈີນເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີ 55 ຂອງສະພາສິດທິມະນຸດອົງການສປຊ

2024-02-27 16:06:29 cri

ວັນທີ 26 ກຸມພານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີ 55 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງ ແລະໄດ້ປະກອບຄວາມເຫັນ.

 

ທ່ານກ່າວວ່າ: ປັດຈຸບັນນີ້, ສະພາບການສາກົນນັບມື້ນັບວຸ້ນວາຍ, ວິກິດການ ແລະການປະທະກັນໄດ້ເກີດຂຶ້ນເລື້ອຍໆ. ຈີນຄັດຄ້ານການຖືບັນຫາສິດທິມະນຸດເປັນຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະສະກັດກັ້ນການພັດທະນາຂອງປະເທດອື່ນ. ຕ້ອງເຄົາລົບບັນດາປະເທດເລືອກເສັ້ນທາງການພັດທະນາສິດທິມະນຸດຂອງຕົນເອງ.

 

ທ່ານກ່າວຕື່ມວ່າ: ພັກຄອມມູນິດຈີນ ແລະລັດຖະບານຈີນຖືເອົາການສ້າງຄວາມສຸກໃຫ້ປະຊາຊົນຈີນ ແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນເປັນເປົ້າໝາຍສູ້ຊົນຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ພາລະກິດສິດທິມະນຸດຂອງຈີນບັນລຸການພັດທະນາແບບກ້າວກະໂດດ, ເດີນຕາມເສັ້ນທາງການພັດທະນາສິດທິມະນຸດທີ່ສອດຄ່ອງກັບກະແສຂອງຍຸກສະໄໝ ແລະສະພາບແຫ່ງຊາດຂອງຕົນ. ຖືເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງສິດທິມະນຸດໃນທົ່ວໂລກ, ປະກອບສ່ວນໃໝ່ໃຫ້ແກ່ວຽກງານສິດທິມະນຸດຂອງໂລກພັດທະນາໄປຢ່າງປອດໃສ.