215 ວັນ! ທ່ານທ່າງຮົງປົ່ວກາຍເປັນນັກບິນອະວະກາດຈີນທີ່ໃຊ້ເວລາດົນທີ່ສຸດຢູ່ວົງໂຄຈອນອະວະກາດ

2024-02-27 16:07:07 cri

ມາຮອດວັນທີ 26 ກຸມພານີ້, ທ່ານທ່າງຮົງປົ່ວ ນັກບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ-17 ທີ່ພວມເຮັດວຽກຢູ່ສະຖານີອະວະກາດຈີນໄດ້ໃຊ້ເວລາ 215 ວັນຢູ່ວົງໂຄຈອນ, ກາຍເປັນນັກບິນອະວະກາດຈີນທີ່ໃຊ້ເວລາດົນທີ່ສຸດຢູ່ວົງໂຄຈອນອະວະກາດ.

 

ວັນທີ 17 ມິຖຸນາປີ 2021, ທ່ານທ່າງກົງປົ່ວໄດ້ຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຍານອະວະກາດບັນທຸກຄົນເຊີນໂຈ່ວ-12, ບັນລຸຄວາມຝັນຂອງການຂຶ້ນສູ່ອະວະກາດຄັ້ງທຳອິດ. ວັນທີ 26 ຕຸລາປີ 2023, ທ່ານໄດ້ຂຶ້ນສູ່ອະວະກາດດ້ວຍຍານອະວະກາດບັນທຸກຄົນເຊີນໂຈ່ວ-17 ອີກຄັ້ງໜຶ່ງ.

 

ນັບແຕ່ປີ 2003 ເປັນຕົ້ນມາ, ໂຄງການການບິນອະວະກາດບັນທຸກຄົນຂອງຈີນໄດ້ສ້າງຜົນງານເປັນທີ່ໜ້າສົນໃຈຂອງໂລກ, ໂດຍສະເພາະແມ່ນຄຽງຄູ່ກັບການປະຕິບັດໜ້າທີ່ການບິນອະວະກາດບັນທຸກຄົນແບບປະຈຳໃນໄລຍະສ້າງສະຖານີອະວະກາດຈີນ, ລວມມີນັກບິນອະວະກາດຈີນ 3 ຄົນໄດ້ໃຊ້ເວລາຫຼາຍກວ່າ 200 ວັນຢູ່ວົງໂຄຈອນອະວະກາດ.