ເລຂາທິການໃຫຍ່ອົງການສປຊກ່າວວ່າ: ການປົກປ້ອງສິດທິມະນຸດຄວນຫຼີກລ່ຽງການໃຊ້ສອງມາດຕະຖານ

2024-02-27 16:07:45 cri

ວັນທີ 26 ກຸມພານີ້, ກອງປະຊຸມຄັ້ງທີ 55 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ໄຂຂຶ້ນຢູ່ນະຄອນເຊີເນວປະເທດສະວິດ. ທ່ານອັນໂຕນິໂອ ກູເຕີເຣັດ ເລຂາທິການໃຫຍ່ອົງການສປຊໄດ້ກ່າວປາໄສໃນພິທີເປີດໂດຍເນັ້ນໜັກວ່າ: ການປົກປ້ອງ ແລະຊຸກຍູ້ສິດທິມະນຸດມີຄວາມສຳຄັນຕໍ່ການບັນລຸສັນຕິພາບ ແລະຄວາມໝັ້ນຄົງຢ່າງຖາວອນ, ຄວນຢຸດຍິງເພື່ອມະນຸດສະທຳຢູ່ເຂດກາຊາໃນທັນທີ.

 

ທ່ານກ່າວຕື່ມວ່າ: ການປົກປ້ອງສິດທິມະນຸດແມ່ນພື້ນຖານຂອງສັນຕິພາບ, ຕ້ອງເຄົາລົບສິດທິມະນຸດຕ່າງໆໃນດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ການເມືອງ ແລະອື່ນໆຢ່າງເຕັມສ່ວນ, ແລະຫຼີກລ່ຽງການໃຊ້ສອງມາດຕະຖານ. ທ່ານຄອງຄອຍບັນດາປະເທດສາມາດຖືເອົາການປົກປ້ອງສິດທິມະນຸດຂັ້ນພື້ນຖານ ເພື່ອປ້ອງກັນ ແລະແກ້ໄຂການໃຊ້ຄວາມຮຸນແຮງໃນທຸກຮູບແບບ. ທ່ານຮຽກຮ້ອງອີກເທື່ອໜຶ່ງໃຫ້ຢຸດຍິງເພື່ອມະນຸດສະທຳຢູ່ເຂດກາຊາ ແລະປ່ອຍຕົວປະກັນທັງໝົດແບບບໍ່ມີເງື່ອນໄຂ.