ເຂດກາຊາຢຸດຍິງໃນທັນທີເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຄົມໂລກ

2024-02-27 10:58:49 cri


   ວັນທີ 26 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວຈາກໜັງສືພິມວໍຊິງຕັນໂພສ: ໃນກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ20ປະເທດທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ອາເມຣິກາຄັດຄ້ານເຂດກາຊາຢຸດຍິງໃນທັນທີ ຈິ່ງຖືກເບຣຊິນ,ອົສຕຣາຣີ, ອາຟຣິກາໃຕ້ແລະຝ່າຍອື່ນໆຕຳນິ ເຊິ່ງສະແດງໃຫ້ເຫັນວ່າອາເມຣິການັບມື້ນັບໂດດດ່ຽວໃນບັນຫາດັ່ງກ່າວນີ້. ຂໍຖາມວ່າທ່ານໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານນາງເມົານີງຕອບວ່າ: ການປະທະກັນລະຫວ່າງປາແລັດສະຕີນກັບອິດສະລາແອນຮອບນີ້ແມ່ນຮຸນແຮງຂຶ້ນ,ສະຖານະການດ້ານມະນຸດສະທຳຢູ່ເຂດກາຊາຂ້ຽວຂາດຫຼາຍ, ເຮັດໃຫ້ປະຊາຊົນເສຍຊີວິດເກືອບ 30.000 ຄົນ, ມີປະມານ 1,9 ລ້ານຄົນບໍ່ມີບ່ອນເພິ່ງພາອາໄສ.

   ທ່ານນາງເມົານີງເນັ້ນໜັກວ່າ: ເຂດກາຊາຢຸດຍິງໃນທັນທີເປັນສຽງຮຽກຮ້ອງທົ່ວໄປແລະຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຄົມໂລກ. ອາເມຣິກາຄວນຕັ້ງໜ້າຮັບຟັງແລະໃຊ້ການກະທຳຕົວຈິງ, ເສີມຂະຫຍາຍບົດບາດລັກສະນະສ້າງສັນໃນການບັນລຸການຢຸດຍິງ ແລະຜ່ອນຄາຍວິກິດການມະນຸດສະທຳ.