ຮອງລັດຖະມົນຕີການຕ່າງປະເທດອາເມຣິກາກ່າວວ່າ: ເງິນທຶນ “ການຊ່ວຍເຫຼືອອູແກຣນ” ສ່ວນຫຼາຍໄດ້ໄຫຼກັບຄືນສູ່ອຸດສາຫະກຳການທະຫານຂອງອາເມຣິກາ

2024-02-28 16:11:54 cri

ເມື່ອບໍ່ດົນມານີ້, ທ່ານນາງວິກຕໍເຣຍ ນູແລນ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ໃຫ້ສຳພາດຕໍ່ສື່ມວນຊົນອາເມຣິກາວ່າ: ເງິນທຶນ “ການຊ່ວຍເຫຼືອອູແກຣນ” ສ່ວນຫຼາຍໄດ້ໄຫຼກັບຄືນສູ່ອາເມຣິກາ, ເຂົ້າໃນອຸດສາຫະກຳການທະຫານຂອງອາເມຣິກາ.

 

ແຕ່ຄຳເວົ້າຂອງທ່ານນາງນູແລນໄດ້ຮັບການວິພາກວິຈານຈາກສື່ມວນຊົນພາຍໃນອາເມຣິກາ. ໜັງສືພິມ “The Hill” ອາເມຣິກາໄດ້ເປີດເຜີຍວ່າ: ຄຳເວົ້າຂອງທ່ານນາງນູແລນສະແດງໃຫ້ເຖິງພວກເຮົາໄດ້ເດີນໄປໃນເສັ້ນທາງຜິດພາດ. ພຽງແຕ່ໂອນເງິນຈາກຜູ້ເສຍອາກອນໄປຫາຂະແໜງການສະເພາະ, ແຕ່ບໍ່ໝາຍຄວາມວ່າມີຜົນດີຕໍ່ການພັດທະນາເສດຖະກິດໂດຍລວມ.

 

ໜັງສືພິມດັ່ງກ່າວຍັງແຈ້ງໃຫ້ຮູ້ວ່າ: ສະມາຊິກລັດຖະສະພາອາເມຣິກາບາງຄົນເຄີຍກ່າວວ່າ: ພວກເຮົາຄວນອະນຸຍາດໃຫ້ເກີດການປະທະກັນລະຫວ່າງຣັດເຊຍ ກັບອູແກຣນ, ເນື່ອງຈາກວ່າສິ່ງນີ້ແມ່ນວິທີເຮັດໃຫ້ຣັດເຊຍອ່ອນແອໂດຍອາເມຣິກາບໍ່ມີການສູນເສຍໃດໆ. ໝາຍຄວາມວ່າພວກເຂົາບໍ່ເອົາຫົວຊານຳຊີວິດຂອງປະຊາຊົນອູແກຣນ.

 

ເມື່ອບໍ່ດົນມານີ້, ສື່ມວນຊົນອາເມຣິກາໄດ້ລາຍງານວ່າ: ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ ກັບອູແກຣນເປັນເວລາ 2 ປີຜ່ານມາ, ຍອດມູນຄ່າການຜະລິດດ້ານຂະແໜງການປ້ອງກັນປະເທດ ແລະການບິນອະວະກາດຂອງອາເມຣິກາໄດ້ເພີ່ມຂຶ້ນ 17,5%.