ອາເມຣິກາຕ້ອງຢຸດແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງດ້ານມະນຸດສະທຳ

2024-02-28 16:23:03 cri


   ວັນທີ 27 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບອາເມຣິກາລົບກວນຕ່ອງໂສ້ການສະໜອງດ້ວຍຂໍ້ອ້າງກ່ຽວກັບບັນຫາບັງຄັບການອອກແຮງງານ.

    ຕໍ່ກັບເລື່ອງນີ້ ທ່ານນາງເມົານີງຕອບວ່າ: ຈີນໄດ້ຊີ້ແຈງມາຫຼາຍເທື່ອແລ້ວ, ອາເມຣິກາໄດ້ຖືເອົາບັນຫາທີ່ບໍ່ມີຄວາມຈິງເປັນຂໍ້ອ້າງ ຄື:ຢູ່ເຂດຊິ່ນຈ່ຽງມີບັນຫາທີ່ບັງຄັບການອອກແຮງງານ ແລະປະຕິບັດກົດໝາຍຊົ່ວຮ້າຍທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງ ມີເຈຕະນາຢາກບັງຄັບໃຫ້ຄົນວ່າງງານຢູ່ຊິ່ນຈ່ຽງ, ເຊິ່ງໄດ້ຝ່າຝືນກັບສິດທິມະນຸດຂັ້ນພື້ນຖານຂອງປະຊາຊົນຊິ່ນຈ່ຽງຢ່າງໜັກໜ່ວງ, ລະເມີດກົດລະບຽບການຄ້າສາກົນຢ່າງຮ້າຍແຮງ, ລົບກວນຕ່ອງໂສ້ການສະໜອງຂອງສາກົນຢ່າງໜັກໜ່ວງ. ອາເມຣິກາຄວນຢຸດໃສ່ຮ້າຍປ້າຍສີຈີນໃນທັນທີ, ຢຸດແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງດ້ານມະນຸດສະທຳ, ຢຸດຫັນບັນຫາເສດຖະກິດການຄ້າໃຫ້ເປັນບັນຫາການເມືອງແລະບັນຫາອາວຸດຍຸດໂທປະກອນ.