ການສ້າງກຳແພງຈະກີດກັ້ນບາດກ້າວການປະດິດສ້າງແລະການພັດທະນາຂອງຈີນບໍ່ໄດ້

2024-02-28 16:24:44 cri


   ວັນທີ 27 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວລາຍງານວ່າ: ໃນເອກະສານທີ່ບໍລິສັດ NVIDIA ສະເໜີໃຫ້ຄະນະກຳມະການຄ້າຂາຍຫຼັກຊັບອາເມຣິກາໃນຫວ່າງມໍ່ໆນີ້ ໄດ້ຈັດເອົາບໍລິສັດຮວາເວີຍເປັນຄູ່ແຂ່ງຂັນຕົ້ນຕໍໃນຫຼາຍດ້ານ ເຊັ່ນ: ຊິບAI ເປັນຕົ້ນ, ພ້ອມກັນນັ້ນຍັງກ່າວວ່າ: ຖ້າວ່າລັດຖະບານອາເມຣິກາເພີ່ມການຈຳກັດຕໍ່ການສົ່ງອອກຊິບ ຈະທຳລາຍກຳລັງແກ້ງແຍ້ງຂອງ NVIDIA ຕື່ມອີກ.  ຂໍຖາມວ່າທ່ານໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານນາງເມົານີງຕອບວ່າ:ຄວາມຈິງໄດ້ຢືນຢັນໃຫ້ເຫັນແລ້ວວ່າ: ການສ້າງກຳແພງຈະກີດກັ້ນບາດກ້າວການປະດິດສ້າງແລະການພັດທະນາຂອງຈີນບໍ່ໄດ້, ທັງບໍ່ມີຜົນດີຕໍ່ການພັດທະນາຢ່າງປອດໃສຂອງທົ່ວຂະແໜງການເຊິ່ງລວມທັງວິສາຫະກິດອາເມຣິກາ. ການເປີດປະຕູແລະຮ່ວມມືກັນເປັນແມ່ແຮງຂັບເຄື່ອນທີ່ເປັນແກນກາງຂອງອຸດສາຫະກຳ  semiconductor . ຈີນແມ່ນໜຶ່ງໃນຕະຫຼາດ semiconductor ຕົ້ນຕໍໃນທົ່ວໂລກ.ການແບ່ງແຍກຕະຫຼາດ, ທຳລາຍຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງທົ່ວໂລກ, ສະກັດກັ້ນປະສິດທິພາບແລະການປະດິດສ້າງ, ແມ່ນບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດໆ. ອາເມຣິກາຄວນເຄົາລົບຫຼັກການເສດຖະກິດຕະຫຼາດແລະການແຂ່ງຂັນທີ່ຍຸດຕິທຳ, ສະໜັບສະໜູນວິສາຫະກິດຂອງບັນດາປະເທດໃຊ້ການແກ້ງແຍ້ງລັກສະນະທີ່ດີເພື່ອຊູກຍູ້ການພັດທະນາແລະຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຊີ.