ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າວົງການອຸດສາຫະກຳການຄ້າ ແລະ ວົງການວິຊາການຍຸດທະສາດອາເມຣິກາ

2024-03-27 19:07:27 CRI


    ວັນທີ 27 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າວົງການອຸດສາຫະກຳການຄ້າ ແລະ ວົງການວິຊາການຍຸດທະສາດອາເມຣິກາຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.



    ທ່ານ ສີຈິ້ນຜິງ ກ່າວວ່າ: ການພົວພັນຈີນ-ອາເມຣິກາ ແມ່ນໜຶ່ງໃນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດໃນໂລກ. ສອງປະເທດ ຈີນ ແລະ ອາເມຣິກາ ຈະຮ່ວມມືກັນ ຫຼື ປະທະກັນນັ້ນ ແມ່ນກ່ຽວພັນເຖິງຄວາມສຸກຂອງປະຊາຊົນສອງປະເທດ ແລະ ຊາຕາກຳຂອງມວນມະນຸດ. ຂໍພຽງແຕ່ສອງປະເທດລ້ວນແຕ່ຖືຝ່າຍກົງກັນຂ້າມເປັນໝູ່ຄູ່ ເຄົາລົບເຊິ່ງກັນແລະກັນ ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລ້ວ, ການພົວພັນສອງປະເທດກໍ່ຍ່ອມຈະດີຂຶ້ນ. ປີນີ້ແມ່ນຈີນ ກັບ ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີ. ຫວັງວ່າ ບຸກຄົນວົງການຕ່າງໆຂອງສອງປະເທດຈະໄປມາຫາສູ່ກັນເລື້ອຍໆ ແລະ ເພີ່ມທະວີການແລກປ່ຽນກັນ, ສະສົມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງບໍ່ຢຸດຢັ້ງ, ເພິ່ມຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງຄວາມສຸກອັນແທ້ຈິງ ໃຫ້ແກ່ປະຊາຊົນສອງປະເທດຫຼາຍກວ່າເກົ່າ ແລະ ສ້າງຄວາມໝັ້ນຄົງໃຫ້ທົ່ວໂລກຫຼາຍກວ່າເກົ່າ.



    ທ່ານ ອີວານ ກຣີນເບີກ ປະທານຄະນະກຳມະການທົ່ວປະເທດການພົວພັນອາເມຣິກາ-ຈີນ, ທ່ານ ສະເຕຟອນ ສະວາສແມນ ປະທານຄະນະກຳມະການ ທັງເປັນ CEO ຂອງບໍລິສັດແບຣກສະທອນ, ທ່ານ ຄຣິສເທຍໂນ ອາມອນ ຜູ້ອຳນວນການໃຫຍ່ ທັງເປັນ CEO ຂອງບໍລິສັດຄວັນຄົມ, ທ່ານ ກຣາຮຳ ອາລີຊອນ ຫົວໜ້າປະດິດສ້າງວິທະຍາໄລລັັດຖະບານເຄນນີຕີຂອງມະຫາວິທະຍາໄລຮາເວີດ, ທ່ານ ແກຣກ ເອເລນ ປະທານຄະນະກຳມະການທົ່ວປະເທດການຄ້າອາເມຣິກາ-ຈີນ ແລະ ຜູ້ຕາງໜ້າອື່ນໆອາເມຣິກາ ໄດ້ປະກອບຄຳເຫັນ ແລະ ຂອບໃຈທ່ານປະທານ ສີຈິ້ນຜິງ ທີ່ຍາດເວລາຕ້ອນຮັບ.


    ພວກເຂົາເຈົ້າກ່າວວ່າ, ການພົວພັນດ້ານເສດຖະກິດລະຫວ່າງອາເມຣິກາ ກັບ ຈີນແມ່ນອາໄສກັນຢ່າງໃກ້ຊິດ, ສອງປະເທດມີແຕ່ຢູ່່ຮ່ວມກັນໂດຍສັນຕິ ຈິ່ງຈະສາມາດບັນລຸໃຫ້ຕ່າງຝ່າຍຕ່າງພັດທະນາ ແລະ ຈະເລີນຮຸ່ງເຮືອງ. ວິສາຫະກິດອາເມຣິກາຍ້ອງຍໍຈີນທີ່ໄດ້ປະກາດໃຊ້ມາດຕະການສຳຄັນຕ່າງໆເພື່ອດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕື່ມອີກໃນຫວ່າງມໍ່ໆມານີ້, ເບິ່ງໃນແງ່ດີຕໍ່ອະນາຄົດການພັດທະນາຂອງເສດຖະກິດຈີນ, ຈະສືບຕໍ່ພັດທະນາຢູ່ຈີນຢ່າງເດັດດ່ຽວ, ຂະຫຍາຍການພົວພັນຮ່ວມມືກັບຈີນຢ່າງໃກ້ຊິດເປັນເວລາຍາວນານ.