ຈີນມີນາຍພາສາທັງໝົດຈຳນວນ 6,42 ລ້ານຄົນ

2024-03-31 14:53:41 cri

ວັນທີ 30 ມີນານີ້, ກອງປະຊຸມປະຈຳປີ 2024 ຂອງສະມາຄົມນາຍພາສາຈີນໄດ້ຈັດຂຶ້ນຢູ່ນະຄອນຊາງຊ່າແຂວງຮູນານ ເຊິ່ງໄດ້ເປີດເຜີຍ “ບົດລາຍງານການພັດທະນາຂະແໜງການແປພາສາຂອງຈີນປີ 2024” ໂດຍລະບຸວ່າ: ມາຮອດທ້າຍປີ 2023, ຈີນມີນາຍພາສາທັງໝົດ 6,42 ລ້ານຄົນ ເຊິ່ງໄດ້ເພີ່ມຂຶ້ນ 6,8% ເມື່ອທຽບໃສ່ປີ 2022.

 

ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ມາຮອດວັນທີ 31 ທັນວາປີ 2023, ພາຍໃນປະເທດຈີນ (ບໍ່ກວມເອົາເຂດບໍລິຫານພິເສດຮົງກົງ, ມາກ໌າວ ແລະເຂດໄຕ້ຫວັນ) ລວມມີວິສາຫະກິດທີ່ດຳເນີນວຽກງານການແປພາສາ 623.260 ແຫ່ງ. ການສຳຫຼວດໄດ້ພົບເຫັນວ່າ: ນະຄອນຫຼວງປັກກິ່ງມີວິສາຫະກິດແປພາສາຫຼາຍທີ່ສຸດຂອງຈີນ. ເຕັກນິກຂໍ້ມູນຂ່າວສານ ແລະການສື່ສານ, ການສຶກສາອົບຮົມ ແລະການຕ່າງປະເທດຂອງລັດຖະບານແມ່ນ 3 ຂົງເຂດທີ່ມີປະລິມານທຸລະກິດການແປພາສາຫຼາຍທີ່ສຸດ.

 

ນອກນີ້, ສິ່ງທີ່ໜ້າສົນໃຈນັ້ນແມ່ນ: ຕາມການພັດທະນາຂອງເຕັກນິກປັນຍາປະດິດ, ວິສາຫະກິດທີ່ດຳເນີນວຽກງານ “ການແປພາສາດ້ວຍເຄື່ອງຈັກ ແລະປັນຍາປະດິດ” ນັ້ນໄດ້ເພີ່ມຂຶ້ນຢ່າງໄວວາ.