ວາລະສານ “ສິວຊື” ພິມບົດຄວາມສຳຄັນຂອງທ່ານສີຈິ້ນຜິງທີ່ພາດຫົວຂໍ້ວ່າ “ຕ້ອງຍຶດໝັ້ນປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ”

2024-04-01 10:58:57 cri

ວາລະສານ “ສິວຊື” ສະບັບທີ 7 ທີ່ພິມຈຳໜ່າຍໃນວັນທີ 1 ເມສານີ້ ໄດ້ພິມບົດຄວາມສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ທີ່ພາດຫົວຂໍ້ວ່າ “ຕ້ອງຍຶດໝັ້ນປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ”.


ບົດຄວາມກ່າວເນັ້ນໜັກວ່າ: ປະຊາຊົນເປັນຜູ້ສ້າງປະຫວັດສາດ, ປະຊາຊົນເປັນວິລະຊົນທີ່ແທ້ຈິງ, ຫຼັກໝັ້ນປະຊາຊົນແມ່ນຫຼັກໝັ້ນການເມືອງພື້ນຖານຂອງພັກກອມມູນິດຈີນ ແລະ ເປັນຂີດໝາຍອັນພົ້ນເດັ່ນຂອງພັກການເມືອງລັດທິມາກ ທີ່ຕ່າງກັບພັກການເມືອງອື່ນໆ. ນອກຈາກຜົນປະໂຫຍດຂອງປະຊາຊົນແລ້ວ, ພັກຈະບໍ່ມີຜົນປະໂຫຍດພິເສດຂອງຕົນ, ວຽກງານທຸກປະການຂອງພັກລ້ວນແຕ່ເພື່ອສ້າງ, ປົກປ້ອງ ແລະ ພັດທະນາຜົນປະໂຫຍດພື້ນຖານຂອງປະຊາຊົນອັນໄພສານທີ່ສຸດໃຫ້ດີ. ຕ້ອງຍຶດໝັ້ນຈຸດປະສົງພື້ນຖານທີ່ຮັບໃຊ້ປະຊາຊົນຢ່າງໝົດຈິດໝົດໃຈ, ຜັນຂະຫຍາຍເສັ້ນທາງມະຫາຊົນ, ເຄົາລົບຖານະຄວາມເປັນຫຼັກແລະນ້ຳໃຈປະດິດສ້າງຂອງປະຊາຊົນ, ຮັກສາສາຍພົວພັນທີ່ເປັນເລືອດເນື້ອກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ຮ່ວມທຸກຮ່ວມສຸກກັບປະຊາຊົນ, ເປັນຈິດໜຶ່ງໃຈດຽວກັນກັບປະຊາຊົນ, ຄິດສິ່ງທີ່ປະຊາຊົນຄິດ, ປະຕິບັດຕາມຄວາມມອບໝາຍຈາກປະຊາຊົນ ແລະ ເຮັດໃຫ້ຄວາມປາດຖະໜາຕໍ່ຊີວິດອັນດີງາມຂອງປະຊາຊົນໄດ້ບັນລຸຜົນເປັນຈິງຢ່າງບໍ່ຢຸດຢັ້ງ.