ຂໍ້ສະເໜີຂອງຜູ້ແທນ 9.235 ສະບັບໃນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ຖືກມອບໃຫ້ໜ່ວຍງານທີ່ກ່ຽວຂ້ອງຊຳລະແກ້ໄຂຢ່າງເປັນເອກະພາບກັນ

2024-04-02 15:14:40 cri

ກອງປະຊຸມມອບ-ຮັບຂໍ້ສະເໜີຂອງຜູ້ແທນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 1 ເມສານີ້ໃຫ້ຮູ້ວ່າ, ໃນໄລຍະຈັດກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ປີນີ້, ຜູ້ແທນປະຊາຊົນໄດ້ມີຂໍ້ສະເໜີ, ຄຳຕຳໜິ ແລະ ຄວາມເຫັນ 9.235 ສະບັບຕໍ່ວຽກງານດ້ານຕ່າງໆ. ຄະນະກຳມະການວຽກງານຜູ້ແທນຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ສົມທົບກັບຝ່າຍທີ່ກ່ຽວຂ້ອງຈັດແບ່ງ ແລະ ວິເຄາະຢ່າງສັງລວມຕໍ່ຂໍ້ສະເໜີຂອງຜູ້ແທນຢ່າງຈິງຈັງ ແລະ ມອບໃຫ້ໜ່ວຍງານ 213 ແຫ່ງນຳໄປຊຳລະແກ້ໄຂຕາມກົດໝາຍ.


ໜຶ່ງປີຜ່ານມາ, ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ຊຸກຍູ້ການຊຳລະແກ້ໄຂຂໍ້ສະເໜີຂອງຜູ້ແທນຢ່າງເປັນເອກະພາບກັນດ້ວຍຄຸນນະພາບສູງ ແລະ ມີປະສິດທິພາບສູງ. ໂດຍຜ່ານຄວາມພະຍາຍາມຮ່ວມກັນຂອງຝ່າຍຕ່າງໆ, ຂໍ້ສະເໜີ 8.314 ສະບັບທີ່ຜູ້ແທນສະເໜີອອກມາໃນໄລຍະຈັດກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ຮັບການຊຳລະແກ້ໄຂຮຽບຮ້ອຍແລ້ວ. ຜູ້ແທນທັງຫຼາຍໄດ້ສະແດງຄວາມພໍໃຈຕໍ່ຜົນການຊຳລະແກ້ໄຂດັ່ງກ່າວ. ໜ່ວຍງານຕ່າງໆທີ່ຮັບໜ້າທີ່ແກ້ໄຂໄດ້ຄົ້ນຄວ້າວິທີເຮັດວຽກໃໝ່, ເພີ່ມທະວີການແລກປ່ຽນກັບຜູ້ແທນ, ໄດ້ຊຸກຍູ້ການແກ້ໄຂບັນຫາຕ່າງໆທີ່ກ່ຽວພັນເຖິງການປະຕິຮູບ, ການພັດທະນາ ແລະ ປະຊາຊົນຫວັງໄດ້ຮັບການແກ້ໄຂໂດຍດ່ວນ.