ຈີນຈະຕອບໂຕ້ອາເມຣິກາຢ່າງເດັດດ່ຽວໃນກໍລະນີທີ່ຈຳກັດການອອກວີ່ຊາແກ່ເຈົ້າໜ້າທີ່ເຂດຮົງກົງ

2024-04-02 11:20:59 CRI

ທ່ານວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 1 ເມສານີ້ວ່າ: ຮົງກົງແມ່ນເຂດບໍລິຫານພິເສດຂອງຈີນ, ຈີນມີຄວາມຕັດສິນໃຈອັນເດັດຂາດໃນການຄັດຄ້ານອິດທິກຳລັງພາຍນອກໃດໆເຂົ້າມາແຊກແຊງວຽກງານຂອງຮົງກົງ. ຖ້າວ່າອາເມຣິກາຈຳກັດການອອກວີ່ຊາແກ່ເຈົ້າໜ້າທີ່ເຂດພິເສດຮົງກົງ, ຈີນກໍຈະໃຊ້ມາດຕະການຕອບໂຕ້ຢ່າງເດັດດ່ຽວ.


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນດັ່ງກ່າວ, ມີນັກຂ່າວຖາມວ່າ: ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດອາເມຣິກາໄດ້ອອກ “ບົດລາຍງານກົດໝາຍກ່ຽວກັບນະໂຍບາຍຮົງກົງ”(Hong Kong Policy Act Report), ຈາກນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການ ໂດຍປະກາດວ່າຈະໃຫ້ຈຳກັດຕໍ່ການອອກວີ່ຊາແກ່ເຈົ້າໜ້າທີ່ເຂດພິເສດຮົງກົງ. ຝ່າຍຈີນຈະມີການຕອບໂຕ້ປະການໃດຕໍ່ກໍລະນີດັ່ງກ່າວ?


ທ່ານວ່າງເຫວິນປິ່ນກ່າວວ່າ: ອາເມຣິກາໄດ້ອອກບົດລາຍງານແບບນີ້ອີກ ກໍເພື່ອໃສ່ຮ້າຍປ້າຍສີ ແລະ ສ້າງຄວາມເສື່ອມເສຍຊື່ສຽງໃຫ້ແກ່ກົດໝາຍຮັກສາຄວາມໝັ້ນຄົງແຫ່ງຊາດເຂດບໍລິຫານພິເສດຮົງກົງ ສປ ຈີນ, ລະບຽບການເລືອກຕັ້ງເຂດພິເສດຮົງກົງ ແລະ ກົດລະບຽບວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ, ກ່າວໂຈມຕີປະຊາທິປະໄຕ, ການປົກຄອງດ້ວຍກົດໝາຍ, ສິດທິມະນຸດ ແລະ ເສລີພາບຂອງຮົງກົງ, ເປີດກ່າວວ່າຈະໃຫ້ການຈຳກັດຕໍ່ການອອກວີ່ຊາແກ່ເຈົ້າໜ້າທີ່ເຂດພິເສດຮົງກົງ ເຊິ່ງເປັນການປົນເປຄວາມຖືກແລະຄວາມຜິດ, ກັບດຳເປັນຂາວ, ເຂົ້າແຊກແຊງວຽກງານຂອງຮົງກົງກໍຄືວຽກງານພາຍໃນຂອງຈີນ, ໄດ້ລະເມີດຫຼັກການກົດໝາຍລະຫວ່າງຊາດ ແລະ ຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້ ທັງໄດ້ຕໍ່ວ່າທັກທ້ວງກັບຝ່າຍອາເມຣິກາຢ່າງເຄັ່ງຂຶມ.