ນຳສະເໜີຜະລິດຕະພັນປະດິດສ້າງໃໝ່ທີ່ພັດທະນາດ້ວຍຄຸນນະພາບສູງຂອງ CMG ຢູ່ນະຄອນຊຽງໄຮ້

2024-04-02 16:16:30 CRI


ວັນທີ 2 ເມສານີ້, ພິທີ ນຳສະເໜີຜະລິດຕະພັນປະດິດສ້າງໃໝ່ທີ່ພັດທະນາດ້ວຍຄຸນນະພາບສູງຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ສູນສື່ສາກົນນະຄອນຊຽງໄຮ້.

ຢູ່ໃນກິດຈະກຳດັ່ງກ່າວ, ໄດ້ນຳສະເໜີຜະລິດຕະພັນປະດິດສ້າງໃໝ່ຕ່າງໆຂອງ CMG, ເຊັ່ນ: ກິດຈະກຳສັບພະສື່ຂະໜາດໃຫຍ່, ເຕັກນິກປັບປຸງຮູບພາບດ້ວຍເຕັກນິກAI, ແລະອື່ນໆ, ເຊິ່ງສະແດງໃຫ້ເຫັນເຖິງຜະລິດຕະພັນໃໝ່ ທີ່ເປັນຫົວຄິດປະດິດສ້າງ ແລະ ຜົນງານໃໝ່ຂອງ CMG ໃນອຸດສາຫະກຳທີ່ມີຄວາມລະອຽດສູງ, ການໂຄສະນາດ້ວຍສື່ຕ່າງໆຢູ່ພາຍໃນ ແລະຕ່າງປະເທດ, ພ້ອມດ້ວຍຂົງເຂດເຕັກໂນໂລຊີສື່ມວນຊົນ ແລະ ຂົງເຂດອື່ນໆນັ້ນຢ່າງມີຊີວິດຊີວາ.