ວັນທີ5ມິຖຸນານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວຢືນຢັນວ່າ: ຣັດເຊຍສາມາດສະໜອງອາວຸດໄລຍະໄກໃຫ້ແກ່ເຂດແຄວ້ນອື່ນໆໃນໂລກໄດ້ເຊັ່ນກັນ, ເຂດແຄວ້ນເຫຼົ່ານີ້ສາມາດນຳໃຊ້ອາວຸດຂອງຣັດເຊຍປະຕິບັດການໂຈມຕີແບບສະດຸ້ງໄວຕໍ່ເຫຼົ່າປະເທດທີ່ສະໜອງອາວຸດໃຫ້ອູແກຣນໄດ້.
ທ່ານປູຕິນເນັ້ນໜັກວ່າ: ຖ້າປະເທດຕາເວັນຕົກເຂົ້າຮ່ວມການໂຈມຕີຣັດເຊຍທາງການທະຫານແມ່ນໝາຍເຖິງເຂົາເຈົ້າໄດ້ສູ້ຮົບກັບຣັດເຊຍໂດຍກົງ, ຣັດເຊຍຈະຕອບໂຕ້ແນ່ນອນ.
ທ່ານປູຕິນຍັງກ່າວຕື່ມວ່າ: ຣັດເຊຍໄດ້ຍື່ນຄຳສະເໜີໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລ້ວເພື່ອຈັດກອງປະຊຸມໃນວັນທີ14ມິຖຸນານີ້ກ່ຽວກັບປະເທດຕາເວັນຕົກອະນຸຍາດໃຫ້ອູແກຣນໂຈມຕີຕໍ່ຜືນແຜ່ນດິນຣັດເຊຍ.