ວັນທີ 6 ກໍລະກົດນີ້, ປະຊາຊົນຍີ່ປຸ່ນໄດ້ຈັດງານໂຮມຊຸມນຸມຢູ່ເຂດເຮະໂນະໂກະແຂວງໂອະກິນະວະຂອງຍີ່ປຸ່ນ, ເພື່ອຄັດຄ້ານການຍົກຍ້າຍຖານທັບອາເມຣິກາປະຈຳເຂດຟຸເທັນມະແຂວງໂອະກິນະວະໄປຮອດເຂດເຮະໂນະໂກະຂອງແຂວງດັ່ງກ່າວ.
ປະຊາຊົນປະທ້ວງໄດ້ຮ້ອງຄຳຂວັນວ່າ “ເຂດເຮະໂນະໂກະບໍ່ຕ້ອງການຖານທັບອາເມຣິກາ”ດ້ວຍສຽງດັງ ແລະ ຖືປ້າຍຄຳຂວັນ “ອົດທົນເຫດການຂອງທະຫານອາເມຣິກາບໍ່ໄດ້”, ເພື່ອສະແດງການປະທ້ວງຕໍ່ການຍົກຍ້າຍຖານທັບອາເມຣິກາ ແລະ ເຫດການຊົ່ວຮ້າຍຂອງທະຫານອາເມຣິກາທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.
ໃນໄລຍະດົນນານມານີ້, ທະຫານອາເມຣິກາປະຈຳຍີ່ປຸ່ນໄດ້ກໍ່ອາຊະຍາກຳ ເລື້ອຍໆ. ໂດຍອີງຕາມສະຖິຕິຂອງແຂວງໂອະກິນະວະສະແດງໃຫ້ເຫັນວ່າ: ລະຫວ່າງປີ 1972 ຫາປີ 2023, ທະຫານ ແລະ ຄອບຄົວຂອງທະຫານອາເມຣິກາປະຈຳຍີ່ປຸ່ນໄດ້ສ້າງຄະດີອາຍາຢູ່ແຂວງໂອະກິນະວະທັງໝົດປະມານ 6200 ຄະດີ, ໃນນັ້ນ, ລວມມີຄະດີຊົ່ວຄ້າຍ ຄື: ການສັງຫານ, ຂົ່ມຂືນ ແລະ ປຸ້ນຈີ້ເປັນຕົ້ນ.