ຈັງຫວະເຕີບໂຕທຽບໃສ່ປີກາຍຂອງມູນຄ່າການຄ້າຂາເຂົ້າ-ຂາອອກຕໍ່ເດືອນຂອງຈີນຮັກສາຢູ່ໃນລະດັບ 5% ຂຶ້ນໄປໃນ 4 ເດືອນລຽນຕິດ

2024-08-08 11:17:39 CRI


     ກົມໃຫຍ່ດ່ານພາສີຈີນໄດ້ເປີດເຜີຍຂໍ້ມູນໃນວັນທີ 7 ສິງຫານີ້ສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີ 2024, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານວັດຖຸຂອງຈີນບັນລຸເຖິງ 24.830 ຕື້ຢວນ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມູນຄ່າການຄ້າຂາເຂົ້າ-ຂາອອກໃນເດືອນກໍລະກົດເດືອນດຽວກໍມີເຖິງ 3.680 ຕື້ຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະເຕີບໂຕຕໍ່ເດືອນທຽບໃສ່ປີກາຍໄດ້ຮັກສາຢູ່ໃນລະດັບ 5% ຂຶ້ນໄປໃນ 4 ເດືອນລຽນຕິດ.


     ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນຕໍ່ອາຊຽນ ອາຊີກາງ ອາເມຣິກາລາຕິນ ແລະອາຣິກາມີເຖິງ 7.600 ຕື້ຢວນ, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຄ້າຂາເຂົ້າ-ຂາອອກຕໍ່ບັນດາປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ທາງ ໄດ້ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສ່ວນການຄ້າກັບປະເທດສະມາຊິກອື່ນໆຂອງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເພີ່ມຂຶ້ນ 5,7%.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ