
ຕອນບ່າຍວັນທີ 7 ສິງຫານີ້ ມີເຮລີກົບແຕລຳໜຶ່ງຂອງບໍລິສັດການບິນໄດນັສຕີຂອງເນປານໄດ້ຕົກຢູ່ເມືອງນູວາຄົດທີ່ພາກເໜືອຂອງນະຄອນຫຼວງກັດມັນດູ. ສະຖານທູດຈີນປະຈຳເນປານຢືນຢັນວ່າ: ມີຜູ້ໂດຍສານສັນຊາດຈີນ 4 ຄົນໃນເຮລີກົບແຕເສຍຊີວິດ.
ໂຄສົກຂອງຝ່າຍຕຳຫຼວດເມືອງນູວາຄົດບອກນັກຂ່າວຂອງຂ່າວສານຊິ່ນຮວາວ່າ: ເຮລີກົບແຕລຳນີ້ມີແຜນການບິນຈາກນະຄອນຫຼວງກັດມັນດູໄປສູ່ເມືອງຣາຊູວາ, ແຕ່ບິນໄປໄດ້ເຄິ່ງກໍເກີດອຸບັດເຫດຕົກຢູ່ເຂດຊີປູຣີຂອງເມືອງນູວາຄົດ.
ເຈົ້າໜ້າທີ່ລັດຖະບານເນປານໄດ້ຈັດກອງປະຊຸມໃນມື້ດຽວກັນ, ຕົກລົງສ້າງຕັ້ງຄະນະກຳມະການສະເພາະເພື່ອສືບສວນຫາສາເຫດການເກີດອຸບັດເຫດໃນຄັ້ງນີ້.