
ຕອນຄ່ຳວັນທີ 7 ສິງຫານີ້, ອົງການຕ້ານການໃຊ້ສານກະຕຸ້ນໂລກຫຼື WADA ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນມອນເຕໂອຂອງການາດາໄດ້ອອກຖະແຫຼງການສະບັບໜຶ່ງ ໂດຍໄດ້ຕອບໂຕ້ຕໍ່ການລາຍງານຂ່າວໜຶ່ງໃນມື້ດັ່ງກ່າວ ເຊິ່ງການລາຍງານຂ່າວນີ້ໄດ້ເຜີຍແບເລື່ອງທີ່ອົງການຕ້ານການໃຊ້ສານກະຕຸ້ນອາເມຣິກາຫຼື USADA ໄດ້ອະນຸຍາດໃຫ້ນັກກິລາທີ່ໃຊ້ສານກະຕຸ້ນເຂົ້າຮ່ວມການແຂ່ງຂັນໃນຫຼາຍປີຜ່ານມາ, ຢ່າງໜ້ອຍໄດ້ມີຄະດີລາຍໜຶ່ງບໍ່ເຄີຍໄດ້ເປີດເຜີຍຈັກເທື່ອຫຼືບໍ່ໄດ້ລົງໂທດຕໍ່ການກະທຳຜິດກະຕິຕາກ່ຽວກັບການໃຊ້ສານກະຕຸ້ນ ເຊິ່ງເລື່ອງນີ້ໄດ້ລະເມີດ “ກະຕິຕາກ່ຽວກັບການຕ້ານການໃຊ້ສານກະຕຸ້ນໂລກ” ແລະກະຕິຕາຂອງອົງການຕ້ານການໃຊ້ສານກະຕຸ້ນອາເມຣິກາໂດຍກົງ.

ນອກຈາກຄະດີທີ່ຖືກເປີດເຜີຍແລ້ວນັ້ນ, ປັດຈຸບັນ, ອົງການຕ້ານການໃຊ້ສານກະຕຸ້ນໂລກໄດ້ຮູ້ວ່າ: ໃນຫຼາຍປີຜ່ານມາມີຢ່າງໜ້ອຍ 3 ຄະດີທີ່ນັກກິລາໄດ້ທຳຜິດກະຕິກາກ່ຽວກັບການໃຊ້ສານກະຕຸ້ນຢ່າງໜັກໜ່ວງແຕ່ໄດ້ຮັບອະນຸຍາດໃຫ້ສືບຕໍ່ເຂົ້າຮ່ວມແຂ່ງຂັນ. ຄະດີເຫຼົ່ານີ້ບໍ່ເຄີຍໄດ້ຮັບການເປີດເຜີຍຈັກເທື່ອ, ຜົນການແຂ່ງຂັນຂອງນັກກິລາທີ່ກ່ຽວຂ້ອງກໍບໍ່ໄດ້ຮັບການຍົກເລີກຈັກເທື່ອ,ເງິນລາງວັນກໍບໍ່ໄດ້ສົ່ງຄືນແລະບໍ່ໄດ້ຖືກເກືອດຫ້າມໃຫ້ເຂົ້າຮ່ວມການແຂ່ງຂັນ. ນັກກິລາທີ່ໃຊ້ສານກະຕຸ້ນເຫຼົ່ານີ້ໄດ້ຮັບການອະນຸຍາດໃຫ້ເຂົ້າຮ່ວມການແຂ່ງຂັນກັບນັກກິລາຄົນອື່ນທີ່ບໍ່ຮູ້ເລື່ອງ ຄືກັບພວກເຂົາບໍ່ເຄີຍໃຊ້ສານກະຕຸ້ນຈັກເທື່ອ. ສິ່ງທີ່ໜ້າອັບອາຍນັ້ນແມ່ນອົງການຕ້ານການໃຊ້ສານກະຕຸ້ນອາເມຣິກາຍັງມີຄວາມສົງໄສແບບຈອມປອມຕໍ່ອົງການຕ້ານການໃຊ້ສານກະຕຸ້ນແຫ່ງອື່ນວ່າບໍ່ໄດ້ເຄົາລົບແລະປະຕິບັດຕາມກະຕິກາຢ່າງເຄັ່ງຄັດ,ສ່ວນອົງການຕົນຊ້ຳພັດບໍ່ເຄີຍເປີດເຜີຍຄະດີກ່ຽວກັບການໃຊ້ສານກະຕຸ້ນຈັກເທື່ອໃນຮອບຫຼາຍປີຜ່ານມາ ພ້ອມທັງໄດ້ອະນຸຍາດໃຫ້ຜູ້ໃຊ້ສານກະຕຸ້ນສືບຕໍ່ເຂົ້າຮ່ວມແຂ່ງຂັນ ເຊິ່ງການກະທຳແບບນີ້ບໍ່ພຽງແຕ່ໄດ້ທຳລາຍຄວາມຍຸຕິທຳຂອງການແຂ່ງຂັນກິລາເທົ່ານັ້ນ ຫາກຍັງໄດ້ສົ່ງຜົນຮ້າຍຕໍ່ຄວາມປອດໄພຂອງນັກກິລາທີ່ກ່ຽວຂ້ອງອີກດ້ວຍ.

