ຈີນນຳເຂົ້າຊີ້ນແກະຈາກອາຟຣິກາເປັນຄັ້ງທຳອິດ

2024-09-09 12:07:01 CRI

 

    ວັນທີ 8 ກັນຍານີ້, ຊີ້ນແກະທີ່ນຳເຂົ້າມາຈາກມາດາກັສກາອາຟຣິກາໄດ້ຖືກຂົນສົ່ງຮອດສະຖານີກວດກາຊີ້ນທີ່ນຳເຂົ້າຈາກຕ່າງປະເທດຂອງແຂວງຮູນານຈີນ, ສິນຄ້າງວດດັ່ງກ່າວລວມມີ 50 ອັນ ເທົ່າກັບ 900 ກວ່າກິໂລ. ນີ້ເປັນຜະລິດຕະພັນການນຳເຂົ້າງວດທຳອິດພາຍຫຼັງຊີ້ນແກະມາດາກັສກາໄດ້ຮັບອະນຸຍາດນຳເຂົ້າສູ່ຕະຫຼາດຈີນຕັ້ງແຕ່ປີກາຍນີ້,ເຊິ່ງເປັນການນຳເຂົ້າຜະລິດຕະພັນຊີ້ນແກະຈາກອາຟຣິກາເປັນຄັ້ງທຳອິດຂອງຈີນ.


 

    ພາຍໃຕ້ການຊີ້ນຳຂອງອົງການພາສີແຫ່ງຊາດຈີນ, ດ່ານພາສີນະຄອນຊາງຊ່າ ເຊິ່ງເປັນເມືອງເອກແຂວງຮູນານຍັງໄດ້ສຳເລັດວຽກງານປະເມີນການອະນຸຍາດນຳເຂົ້າສູ່ຕະຫຼາດອາຫານ 24 ຢ່າງທີ່ຈະນຳເຂົ້າຈາກອາຟຣິກາ, ໃນນັ້ນ, ສັດປ່າໃນນ້ຳຂອງເຄນຢາ ແລະ ຕັງຊານີ ພ້ອມດ້ວຍໝາກມ່ວງຫິມະພານຂອງກີເນບິດເຊົາ, ໝາກເຜັດແຫ້ງຂອງອູກັນດາກໍ່ໄດ້ຮັບການອະນຸມັດນຳເຂົ້າສູ່ຕະຫຼາດຂອງຈີນແລ້ວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ