ບົດ​ລາ​ຍງານ​ລັດຖະບານ

ບັນດາ​ຜູ້​ແທນທີ່​ເຄົາລົບ​ນັບຖື:

ດຽວ​ນີ້,ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ຄະນະ​ລັດຖະບານ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຕໍ່​ກອງ​ປະຊຸມ​ເພື່ອ​ໃຫ້​ບັນດາ​ຜູ່​ແທນສະພາ​ປະຊາຊົນ​ແຫ່ງ​ຊາດຄົ້ນຄວ້າ​ພິຈາລະນາ,​ແລະ​ຂໍ​​ໃຫ້ບັນດາ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​.

ພາກ​ທີ​ໜຶ່ງ: ສະຫຼຸບ​ວຽກ​ງານ​ໃນ​ປີ2011ຜ່ານ​ມາ

ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ,​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ແວດ​ລ້ອມ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ​ທີ່​ສັບສົນ​ແລະ​ປ່ຽນ​ແປງ​ເລື້ອຍໆ,​ແລະ​ພາລະ​ໜ້າ​ທີ່​ອັນ​ໜັກ​ໜາ​ໃນ​ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ພາຍ​ໃນ​ປະ​ເທດ,ປະຊາຊົນ​ຈີນບັນດາ​ເຜົ່າ​​ໃນທົ່ວ​ປະ​ເທດຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນ​ນິດ​ຈີນ​ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈ​ສາມັກຄີ​ກັນ​ບາກ​ບັ່ນສູ້​ຊົນ,​ເຮັດ​ໃຫ້ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ຢ່າງ​ໃຫຍ່​ຫຼວງ. ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ​ຫຼື GDP ບັນລຸ​ເຖິງ 4 ໝື່ນ​7200 ຕື້​ຢວນ,​ເພີ່ມ​ຂຶ້ນ ​9,2%​ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2010 ຜ່ານ​ມາ. ລາຍ​ຮັບ​ການ​ເງິນ​ສາທາລະນະ​ມີ​ເຖິງ 1 ຕື້ ​37 ລ້ານຢວນ​,ຊຶ່ງ​ເພີ່ມ​ຂຶ້ນ 24,8%, ຜົນ​ຜະລິດ​ທັນ​ຍາ​ຫານ​ມີ 570 ລ້ານ​ໂຕນ​ຊຶ່ງ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ເທື່ອ​ໃໝ່. ຜູ່​ປະກອບ​ອາຊີບ​ໃໝ່​​ໃນ​ຕົວ​ເມືອງ​ໄດ້​ເພີ່ມ​ຂຶ້ນ 12 ລ້ານ 2 ​ແສນ 1 ໝື່ນ​ຄົນ, ລາຍ​ໄດ້​ທີ່​ຈັບ​ຈ່າຍ​ໄດ້​ທີ່ສະ​​ເລ່ຍຕໍ່​ຫົວ​ຄົນ​ໃນ​ຕົວ​​ເມືອງ​ໄດ້​ເພີ່ມ​ຂຶ້ນ 8,4%, ລາຍ​ໄດ້​ສຸດທິທີ່​ສະ​ເລ່ຍຕໍ່ຫົວ​ຄົນ​ຂອງ​ປະຊາຊົນຊົນນະບົດ​ໄດ້​ເພີ່ມ​ຂຶ້ນ 11,4%. ພວກ​ມ​ຂ້າພະ​ເຈົ້າ​ໄດ້​ປັບປຸງ​ແລະ​ເປີດ​ກວ້າງ​ໝາກຜົນ​ໃນ​ການ​ຮັບມື​ກັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ,​ ໄດ້​ສ້າງ​ສະພາບ​ການ​ທີ່​ດີ​ໃນ​ໄລຍະ​ຕົ້ນ​ແຫ່ງ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາ​ດ 5 ປີ​ຄັ້ງ​ທີ12.
​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ,ພວກ​ຂ້າພະ​ເຈົ້າໄດ້​ເຮັດ​ວຽກ​ຫຼາຍ​ດ້ານ​ດັ່ງ​ລຸ່ມ​ນີ້:

ໜຶ່ງ: ​ເພີ່ມ​ທະວີ​ແລະ​ປັບປຸງ​ການ​ດັບ​ສົມ​ຄວບ​ຄຸມ​ມະຫາ​ພາກ, ສະ​ກັດ​ກັ້ນ​ບໍ່​ໃຫ້​ລາຄາ​ສິນຄ້າ​ຖີບ​ຕົວ​ສູງ​ຂຶ້ນ​ໄວ​ເກີນ​ໄປ​ແລະ​ປົກ​ປັກ​ຮັກສາໃຫ້​ເສດຖະກິ​ດ ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ໄວ​ສົມຄວນ.

 ລັດຖະບານ​ໄດ້​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ, ຍຶດໝັ້ນ​ການປະຕິບັດຢ່າງ​ຖືກຕ້ອງຕໍ່ການ​ພົວພັນ​ລະຫວ່າງ​ການ​ຮັກສາ​ໃຫ້​ເສດຖະກິດພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ປັບປຸງ​ອົງ​ປະກອບ​ເສດຖະກິດ​ແລະ​ຄຸ້ມ​ຄອງການ​ຄາດ​ຄະ​ເນ​ຕໍ່​ໄພ​ເງິນ​ເຟີ້​. ພາຍ​ໃຕ້​ສະພາບ​ອັນ​ຂ້ຽວຂາດຄື​ໄພ​ເງິນ​ເຟີ້​ໃນ​ທົ່ວ​ໂລກ​ຄາດ​ວ່າ​ຈະ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ລາຄາ​ຂອງ​ສິນຄ້າ​ລາຍ​ໃຫຍ່​ໃນ​ຕະຫຼາດ​ສາກົນ​​ເໜັງ​ຕີງ​ຢູ່​ໃນ​ລະດັບ​ສູງ, ຕົ້ນ​ທຶນ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ແລະການ​ສະໜອງ​ຜະລິດ​ຕະພັນ​ກະສິກຳ​ບໍ່ພຽງພໍໜ້ອຍ​ໜຶ່ງ, ລັດຖະບານ​ໄດ້​ຖື​ການ​ຮັກສາ​ລະດັບ​ລວມຂອງ​ລາຄາ​ສິນຄ້າ​ໃຫ້​ມີ​ຄວາ​ມໝັ້ນ​ທ່ຽງ​ນັ້ນ​ ເປັນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ, ຍຶດໝັ້ນ​ປະຕິບັດ​ນະ​ໂຍບາຍ​ໂດຍ​ລວມ,​ ໃຊ້​ນະ​ໂຍບາຍ​ເງິນຕາ​ຢ່າງ​ສົມ​ເຫດ​ສົມ​ຜົນ, ປັບປຸງ​ຈັງຫວະ​ເຕີບ​ໂຕ​ຂອງ​​ເງິນ​ກູ້​ສິນ​ເຊື່ອ, ອອກ​ແຮ​ງພັດທະນາ​ການ​ຜະລິດ, ຮັບປະກັນ​ການ​ສະໜອງ​ສິນຄ້າ, ​ເຮັດ​ໃຫ້ການ​ຈໍລະຈອນສິນຄ້າ​ດຳ​ເນີນ​ໄປ​ດ້ວຍ​ດີ, ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ, ນັບ​ແຕ່​ເດືອນ​ສິງຫາປີ 2011 ​​ເປັນ​ຕົ້ນ​ໄປ, ດັດຊະນີ​ລາຄາ​ຜູ່​ຊົມ​ໃຊ້ຫຼື CPI, ດັດຊະນີ​ລາຄາຜູ່​ຜະລິດ​ອຸດສາຫະກຳ ​ໄດ້​ຄ່ອຍໆ​ຫຼຸດລົງນຳ​ຄູ່​ເດືອນ​, ຊຶ່ງ​ໄດ້​ສະກັດ​ກັ້ນ​ທ່າ​ອ່ຽງທີ່​ຖີບ​ຕົວ​ສູງ​ຂຶ້ນ​​ໄວ​ເກີນ​ໄປ​ໃນ​ຊົ່ວ​ໄລຍະໜຶ່ງ.​ ໃນ​ຫົກ​ເດືອນ​ທ້າຍ​ປີ 2011,​ ເສດຖ​ະກິດ​ໂລກ​ມີ​ຄວາມ​ບໍ່​ແນ່ນອນ​ແລະ​ຄວາມ​ບໍ່​ໝັ້ນ​ທ່ຽງ​ເພີ່ມ​ຂຶ້ນ,​ ເສດຖະກິດ​ພາ​ຍ​ໃນ​ປະ​ເທດ​ໄດ້​ປະກົດ​ມີ​ບາງ​ບັນຫາ​ໃໝ່, ລັດຖະບານດ້ານ​ໜຶ່ງ​ໄດ້​ຍຶດໝັ້ນ​ທິດ​ທາງ​ພື້ນຖານ​ໃນ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ​ບໍ່​ປ່ຽນ​ແປງ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ​ຂອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ສືບ​ຕໍ່​ຄວບ​ຄຸມ​​ໄພ​ເງິນ​ເພີ້; ອີກ​ດ້ານ​ໜຶ່ງ, ປັບປຸງ​ນະ​ໂຍບາຍ​ເລັກ​ໜ້ອຍ​ໃນ​ເ​ວລາ​ແລະ​ລະດັບ​ອັນ​ເໝາະ​ສົມ, ​ເພີ່​ມທະວີ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ນະ​ໂຍບາຍ​ເງິນ​ກູ້ສິນ​ເຊື່ອ​ແລະ​ນະ​ໂຍບາຍອຸດສາຫະກຳ,​ ຫຼຸດ​ພາສີອາກອນ​ລັກສະນະ​ອົງ​ປະກອບ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ, ສຸມ​ໃສ່​ການ​ສະໜັບສະໜູນ​ເສດຖ​ະກິດ​ຕົວ​ຈິງ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ສະໜັບສະໜູນ​ໂຄງການ​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ​ ໂດຍສ​ະ​ເພາະ​ແມ່ນ​ໂຄງການ​ກໍ່ສ້າງ​ເຮືອນ​ນະ​ໂຍບາຍ, ຮັບປະກັນ​ເງິນ​ທຶນ​ທີ່​​ໃຊ້​ໃນ​​ໂຄງການ​ສຳຄັນ​ລະດັບ​ຊາດ​ທີ່​ກຳລັງ​ກໍ່ສ້າງ​ຢູ່ຫຼືຕ້ອງການ​ກໍ່ສ້າງ​ຕໍ່​ໄປເປັນ​ພິ​ເສດ​​,​​ແນ​ໃສ່ແກ້​ໄຂ​ຄວາ​ມຂັດ​ແຍ່ງກັນ​ອັນ​ພົ້ນ​ດັ່ນທີ່​ປະກົດ​ຂຶ້ນ​ໃນ​ການ​ພັດທະນາ​ເສດຖະກິດ​​. ລັດຖະບານ​ເພີ່ມ​ທະວີ​ການ​ດັດສົມ​ຄວບຄຸມ​ຕະຫຼາດ​​ເຮືອນຢູ່​ແລະ​ທີ່​ດິນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຮັບປະກັນ​ໃຫ້​ນະ​ໂຍບາຍ​ດັດສົມ​ຄວບ​ຄຸມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​​ແທ້​ຈິງແລະ​ໄດ້​ຮັບປະສິດທິ​ຜົນ​ຕົວ​ຈິງ. ລັດຖະບານ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ໃນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ຄວາມ​ສ່ຽງ​ທີ່​ແຝງ​ຊ້ອນ​ຢູ່​ໃນ​ຂົງ​ເຂດ​ການ​ເງິນ​​ແລະ​ການ​ທະນາຄານ, ດຳ​ເນີນ​ການ​ກວດກາ​ບັນຊີ​ຢ່າງຮອບດ້ານ​ຕໍ່​ໜີ້​ສິນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຢ່າງ​ທັນ​ການ, ຊອກ​ຮູ້​ຢ່າງ​ຈະ​ແຈ້ງເຖິງ​ຍອດ​ປະລິມານ, ສາ​ເຫດ​ຕິດ​ໜີ້​ແລະ​ເວລາ​ກຳນົດ​ໃນ​ການ​​ໄຊ້​ແທນ​ແລະ​ສະພາບ​ການ​ແຈກ​ຢາຍ​ຂອງ​ໜີ້​ສິນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ຕິດ​ມາ​ໄດ້​ຫຼາຍ​ປີ. ປະຈຸ​ບັນ, ລະດັບ​ໜີ້​ສິນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ທັງ​ໝົດ​ແມ່ນ​ຢູ່​ໃນ​ລະດັບ​ທີ່​ປອດ​ໄພ​ແລະ​ສາມາດຄວບ​ຄຸມ​ໄດ້. ​ເບິ່ງລວມ​ແລ້ວ​ເຫັນ​ວ່າ, ​ເສດຖະກິດ​ແຫ່ງ​ຊາດ​ຂອງ​ປະ​ເທດຈີນ​ແມ່ນ​ສືບຕໍ່ຂະຫຍາຍຕົວ​ໄປ​ຕາມ​ທິດ​ຄາດໝາຍ​ທາງ​ດ້ານ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ, ຄວາມ​ສາມາດ​ຕ້ານ​ຄວາມ​ສ່ຽງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຶ່ງ​ໄດ້​ປະກົດ​ມີ​ທ່າ​ອ່ຽງທີ່​ດີ​ຄື​ເຕີບ​ໂຕ​ຢ່າງ​ວ່ອງ​​ໄວສົມຄວນ, ລາຄາ​ສິນຄ້າ​ຄ່ອຍໆ​ໝັ້ນ​ທ່ຽງ​ຂຶ້ນ, ມີ​ປະສິດທິ​ຜົນ​ທີ່​ດີ​ສົມຄວນ​ແລະ​ຊີວິດ​ການ​​ເປັນ​ຢູ່ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃດ້ດີ​ຂຶ້ນ.

ສອງ: ​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ,​ ເຮັດ​ໃຫ້ການ​ພັດທະນາ​ມີ​ຄວາມ​ກົມກຽວ​ກັນ​ຫຼາຍ​ຂຶ້ນ​ ແລະຂະ​ແໜງ​ການ​ອຸດສາຫະກຳ​ມີ​ກຳລັງ​ແຂ່ງຂັນ​ສູງ​ຂຶ້ນ.

ລັດຖະບານຍຶດໝັ້ນຫຼັກການທີ່ມີທັງສະໜັບສະໜູນທັງຄວບຄຸມ, ຊຸກຍູ້ການ ປັບປຸງ​ໂຄງປະກອບໃຫ້ດີຂຶ້ນ, ກະ​ຕຸ້ນ​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ.
ປັບປຸງ​ແລະ​ເສີມສ້າງ​ພື້ນຖານ​ກະສິກຳ: ການ​ເງິນ​ສູນ​ກາງ​ໄດ້​ຈັດ​ສັນ​ງົບປະມານ​ເຂົ້າ​ໃນ​ດ້ານ​ກະສິກຳ,ຊົນນະບົດ​ແລະ​ຊາວ​ກະສິກອນ​ຫຼາຍ​ກວ່າ 1000 ຕື້​ຢວນ, ​ເພີ່ມ​ຂຶ້ນ 183 ຕື້ 900 ລ້ານ​ຢວນ​ເມື່ອ​ທຽບ​ໃສ່​ປີ 2010. ​ກະສິກຳ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ອັນ​ອຸດົມສົມບູນ​ໂດຍ​ທົ່ວ​ໄປ, ຍອດຜົນຜະລິດ​ທັນ​ຍາ​ຫານ​ໄດ້​ເພີ່ມ​ຂຶ້ນ​​​ໃນ 8 ປີ​ລຽນຕິດ​ ຊຶ່ງ​​ເປັນ​ປະກົດ​ການ​ທີ່​ເຫັນໜ້ອຍ​ທີ່​ສຸດ​ໃນ​ປະຫວັດສາດ,​ ຜົນ​ຜະລິດ​ທັນ​ຍາ​ຫານ​​ຕໍ່​ປີໄດ້​ຫຼາຍ​ກວ່າ 500 ລ້ານໂຕນ​ໃນ 5 ປີ​ລຽນຕິດ, ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ສາມາດ​ລວມ​ໃນ​ການ​ຜະລິດ​​ທັນ​ຍາ​ຫານ​ຂອງ​ປະ​ເທດພວກ​ເຮົາ​ໄດ້​ກ້າວຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ໜັກ​​ແໜ້ນ.

​ເລັ່ງລັດ​ປັບປຸງ​​ໂຄງ​ປະກອບ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ. ລັດຖະບານ​ອອກ​ແຮງ​ກໍ່ສ້າງ​ອຸດສາຫະກຳ​ໃໝ່​ທີ່​ມີລັກສະນະ​ຍຸດ​ທະ​ສາດ, ພະລັງງານ​ໃໝ່,​ ຂະ​ແໜງ​ການ​ຕ່າງໆ​ຄືອຸປະກອນ​ໃໝ່, ຢາ​ຊີວະ​ຊາດ, ການ​ຜະລິດ​​ເຄື່ອງປະກອບ​ເຕັກນິກ​ສູງ, ລົດຍົນ​ທີ່​ໃຊ້​ພະລັງງານ​ໃໝ່​ໄດ້​ພັດທະນາ​ຢ່າງ​ວ່ອງ​​ໄວ.​ ໄດ້​​ເລັ່ງລັດ​ບາດ​ກ້າວ​ໃນ​ການດຳ​ເນີນວຽກ​ງານສາທິດທົດ​ລອງ​ໃນ​ດ້ານ​​ໂທລະ​ຄົມມະນາຄົມ,ອິນ​ເຕີ​ເນັດ​ແລະ​ເຄືອ​ຂ່າຍໂທລະ​ພາບ​ເຊື່ອມ​ໂຍງ​ເຂົ້າກັນ, ການ​ຄິດ​ໄລ່​ຄຼາວດ໌, ​ເຄືອ​ຂ່າຍ​ວັດຖຸ​ສິ່ງ​ຂອງ​. ການ​ໂຮມວິ​ສາ​ຫະກິດ​ແລະ​ປະກອບ​ຄືນ​ໃໝ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ການ​ເງິນ​ສູນ​ກາງ​ຈີນ​ໄດ້​ຈັດ​ສັນ​ງົບປະມານ 15 ຕື້​ຢວນ​ເຂົ້າ​ໃນ​ການ​ສະໜັບສະໜູນການ​ສ້າງ​ອຸດສາຫະກຳ​ສຳຄັນໃຫ້​ຈະ​ເລີ​ນຄືນ​ໃໝ່​ແລະ​ການ​ດັດ​ສ້າງ​ເຕັກນິກ​, ຊຶ່ງ​ໄດ້​ສະໜັບ​ສະ​ໜູນ 4000 ກວ່າ​​ໂຄງການ​ແລະ​ພາ​ໃຫ້​ພາກ​ສ່ວນ​ອື່ນໆ​ລົງທຶນ​ໃນ​ດ້ານ​ນີ້​ລວມທັງ​ໝົດ 300 ຕື້​ຢວນ.

ຊຸກຍູ້ການ​ປະຢັດ​ພະລັງງານ,​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ແລະ​ການ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ທຳ​ມະ​ຊາດ.

ລັດຖະບານ​ໄດ້​​ເຜີຍ​ແຜ່​​ແລະ​ປະຕິບັດ​ແຜນ​ການ​ວຽກ​ງານ​ປະຢັດ​ພະລັງງານ​ແລະຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໃນ​ໄລຍະ​ປະຕິບັດ​ແຜນການ 5 ປີ​ຄັ້ງ​ທີ 12,​ແຜນການວຽກ​ງານ​ຄວບ​ຄຸມ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ ແລະ​ ຄວາມ​ເຫັນ​ກ່ຽວ​ກັບ​ເພີ່ມ​ທະວີ​ວຽກ​ງານ​ຈຸດ​ສຸມ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ.​ ເພີ່ມ​ຄວາມ​ແຮງ​ໃນ​ການ​ດັດສົມ​ຄວບ​ຄຸມຂະ​ແໜງ​ການ​ທີ່​ສິ້ນເປືອງພະລັງງານ​ຫຼາຍ, ລະບາຍ​ມົນ​ລະ​ພິດ​ຫຼາຍ​ແລະ​ຄວາມ​ສາມາດ​ການ​ຜະລິດ​ເກີ​ນຄວາມ​ຕ້ອງການ​ຕົວ​ຈິງ. ປິດ​ໂຮງງານ​ຜະລິດຊີມັງ​ທີ່​​ໃຊ້​ເຕັກນິກ​ຫຼ້າຫຼັງທີ່ມີ​ຄວາມ​ສາມາດ​​ຜະລິດ​ 150 ລ້ານ​ໂຕນ, ​​ໂຮງງານ​ຫຼໍ່ຫຼອມ​ເຫຼັກ​ກ້າ 31 ລ້ານ 2​ ແສນ 2 ໝື່ນ​ໂຕນ,​ ໂຮງງານຖ່ານ​ຫີນ 19 ລ້ານ 2​ ແສນ 5 ໝື່ນ​ໂຕນ. ປະຕິບັດ​ໂຄງການ​ໄລຍະ​ທີ​ສອງ​ຂອງ​ການ​ສະຫງວນ​ປ່າ​ທຳ​ມະ​ຊາດ​ແລະ​ຍົກ​ສູງ​ມາດ​ຕະການ​ເງິນ​ອຸດ​ໜູນ, ປະຕິບັດ​ນະ​ໂຍບາຍ​ໃຫ້​ເງິນ​ລາງວັນ​ໃນ​ການ​ອະນຸລັກທົ່ງ​ຫຍ້າ​ທຳ​ມະ​ຊາດ, ດຳ​ເນີນ​ການ​ທົດ​ລອງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງບຶງ​ໜອງ​. ປູກ​​ໄມ້​ສ້າງ​ປ່າ 6 ລ້ານ 1​ ແສນ 1 ໝື່ນ​ກວ່າ​ເຮັກຕາ.

 ຊຸກ​ຍູ້​ໃຫ້​ເສດຖະກິດ​ຂອງ​ເຂດ​​ຕ່າງໆ​ພັດທະນາ​ຢ່າງ​ກົມກຽວ​ກັນ.

ລົງ​ເລິກ​ປະຕິບັດ​ຍຸດ​ທະ​ສາດ​ລວມ​ໃນ​ການ​ພັດທະນາ​ເຂດ​ແລະ​​ແຜນການ​ພັດທະນາ​ເຂດ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ທົ່ວ​ປະ​ເທດ. ສ້າງນະ​ໂຍບາຍ​ໃຫ້​ສິດທິ​ພິ​ເສດ​ຕ່າງໆ​ເພື່ອ​ຊຸກ​ຍູ້​ເຂດ​ຕິ​ເບ​ດ,​ ເຂດ​ຊິນ​ຈ່ຽງ​ແລະ​ເຂດ​ອື່ນໆ​ພັດທະນາ​ແບບ​ກ້າວ​ກະ​​ໂດດ. ສ້າງ​ໂຄງ​ຮ່າງ​ພັດທະນາ​ແລະ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກຂອງ​ຊົນນະບົດ 10 ປີ​ຄັ້ງ​ໃໝ່​ແລະ​ແຜນການ​ດຳ​ເນີນ​ງານ​ສ້າງ​​ເຂດ​ຊາຍ​ແດນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະຊາຊົນ​ເຂດ​ຊາຍ​ແດນ10 ປີ​ຄັ້ງ​ໃໝ່. ການພັດທະນາ​ຂອງ​ເຂດ​ຕ່າງໆ​ມີ​ຄວາມ​ກົມກຽວ​ກັນ​ຫຼາຍ​ຂຶ້ນ​ຕື່ມ​ອີກ, ຄາດໝາຍ​ເສດຖະກິດ​ຕົ້ນຕໍ​ຂອງ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ມີ​ຈັງຫວະ​ເຕີບ​ໂຕ​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ປະ​ເທດ. ການ​ຫັນປ່ຽນ​ຮູບ​ແບບ​ພັດທະນາ​ແລະປັບປຸງ​ໂຄງ​ປະກອບ​ອຸດສາຫະກຳ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ ໄດ້​ເລັ່ງລັດ​ໄວ​ຂຶ້ນ. ການ​ຫັນ​ເປັນ​ຕົວ​ເມືອງ​ໄດ້​ຫຼາຍ​ກວ່າ 50%, ນີ້​ແມ່ນ​ການ​ປ່ຽນ​ແປງ​ຄັ້ງ​ປະຫວັດການ​ຂອງ​ອົງ​ປະກອບ​ສັງຄົມ​ຈີນ. ຈີນ​ໄດ້​ສຳ​ເລັດ​ໜ້າ​ທີ່​ສ້າງສາ​ຄືນ​ໃໝ່​ຫຼັງ​​ໄພ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ຢູ່​ເມືອງ​ເວິ້ນຊ່ວນ​ແຂວ​ງ​ເສສວນ​ຢ່າງ​ໄດ້​ຮົບ​ຜົນສຳ​ເລັດອັນ​ດີງາມ. ຕັ້ງໜ້າ​ຊຸກ​ຍູ້​ວຽກ​ງານ​ຕ້ານ​ໄພ​ແລະ​ກູ້​ໄພ​ພ້ອມ​ດ້ວຍ​ການ​ສ້າງສາ​ຄືນ​ໃໝ່ຫຼັງ​ປະສົບ​ໄພ​ຢູ່​ເມືອງ​ອີ້​ຊູ້​ແຂວງ​ຊິງ​ໄຫ​ແລະ​ເມືອງ​ໂຈ່​ວສູ​ແຂວງກ້ານ​ຊູ້​,​ເມືອງ​ອີງ​ຈ່ຽງ​ແຂວງ​ຢູນນານ.

ສາມ: ອອກ​ແຮງ​ພັດທະນາ​ວຽກ​ງານ​ສັງຄົມ, ຊຸກ​ຍູ້​ໃຫ້​ເສດຖະກິດ​ສັງຄົມ​ພັດທະນາ​ຢ່າງ​ກົມກຽວ​ກັນ

ອົງ​ການ​ປົກ​ຄ​ອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ເພີ່ມ​ງົບ​ປະ​ມານ​ເຂົ້າໃນວຽກງານດ້ານ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ການ​ສຶກ​ສາ,ວັດທະນະທຳ,ສາ​ທາ​ລະ​ນະ​ສຸກ​ແລະ​ກິ​ລາ.ລາຍ​ຈ່າຍ​ການ​ເງິນ​ທົ່ວ​ປະ​ເທດ 282 ຕື້​ຢວນ​.

ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ປະດິດ​ສ້າງ​ໃນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ພື້ນຖານ​ແລະ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ກ້າວ​ໜ້າ. ປະ​ຕິ​ບັດ​ໂຄງການ​ວິທະຍາສາ​ດ​ເຕັກ​ໂນ​ໂລ​ຊີ​ລະດັບ​ຊາດ​ລາຍ​ສະ​ເພາະ, ມີ​ຄວາມ​ຄືບ​ໜ້າ​ໃນ​ດ້ານ​ເຕັກນິກ​ສຳ​ຄັນ​ບາງ​ຢ່າງ, ​ຜະລິດ​ຕະ​ພັນ​ແລະ​ອຸ​ປະ​ກອນ​ສຳຄັນ​ຫຼາຍ​ຢ່າງ​ໄດ້​ມີ​ຂຶ້ນ​.​​ ໄດ້​ສົ່ງ​ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ​ໜຶ່ງ​ແລະ​ຍານ​ອະວະກາດ​ເຊີນ​ໂຈ່​ວ​ເລກ 8 ຂຶ້ນ​ຢູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ​​ແລະ​ຍານ​ອະວະກາດ​ສອງ​ເຄື່ອງ​ດັ່ງກ່າວ​​ໄດ້​ເຊື່ອມ​ຕໍ່​​ເຂົ້າກັນ​ເປັນ​ຢ່າງດີ, ຊຶ່ງ​ກາຍ​ເປັນຂີດ​ໝາຍ​ອັນ​ໃໝ່​ໃນ​ປະຫວັດ​ການ​ພັດທະນາ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ.

ຊຸກ​ຍູ້​ການ​ສຶກສາ​ໃຫ້​ມີ​ຄວາມ​ຍຸດຕິ​ທຳ​ຢ່າງ​ໜັກ​ແໜ້ນ

ລົງ​ເລິກ​ຜັນ​ຂະຫຍາຍ​​​ແຜນການປະຕິ​ຮູບ​ແລະ​ການ​ພັດທະນາ​ການ​ສຶກສາ.​ເມື່ອ​ໄດ້​ທຳ​ຄວາ​ມະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ມາ​ໄດ້ 25 ປີ,​ ໄດ້​ບັນລຸ​ເປົ້າ​ໝາຍ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງ​ຄັບ​ 9 ປີ​ແລະ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສື​ຂອງ​ໄວ​ໜຸ່ມ​ແລະ​​ໄວ​ສະກັນ.​ ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ລູກ​ເຕົ້າ​ຂອງຊາວ​ກະສິກອນທີ່​ຕິດຕາມ​ພໍ່​ແມ່​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ນັ້ນ​ໄດ້​ຮັບ​ການ​ສຶກສາ​ພາກ​ບັງ​ຄັບ​ຢູ່​ໃນ​ຕົວ​ເມືອງ, ຊຸກ​ຍູ້ການ​ປະຕິບັດ​ແຜນການ​ດຳ​ເນີນ​ງານ 3 ປີ​ສຳລັບ​ການ​ສຶກສາກ່ອນ​ໄວ​ຮຽນ, ຍົກ​ສູງ​ອັດຕາ​ຈຳນວນ​​ເດັກນ້ອຍ​ເຂົ້າ​​ໂຮງ​ອະນຸບານ,ອອກ​ແຮງ​ພັດທະນາ​ອາຊີວະ​ສຶກສາ.

ອອກ​ແຮງ​ພັດທະນາ​ການ​ກໍ່ສ້າງ​ວັດທະນະທຳ

ການ​ເງິນ​ສູນ​ກາງ​ໄດ້​ເພີ່ມ​ງົບປະມານ​ເຂົ້າ​ໃນ​ການ​ສະໜັບ​ສະ​ໜູນ​ໂຄງການ​ວັດທະນະທຳ​ທີ່​ສ້າງ​ຜົນ​ປະ​ໂຫຍ​ດໃຫ້ແກ່ປະຊາຊົນ. ແຫ່ງ​ຕ່າງໆ​ໄດ້​ເພີ່ມ​ງົບ ປະ​ມານ​ເຂົ້າ​ໃນວຽກ​ງານ​ວັດທະ​ນະ​ທຳເ​ພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ​ໃຫ້​ຫຼາຍ​ຂຶ້ນ ຢ່າງ​ເດັ່ນ​ຊັດ. ເປີດກວ້າງ​ຂອບ​ເຂດ​ສິ່ງ​ກໍ່​ສ້າງ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ​ທີ່​ເປີດ​ໃຫ້ເຂົ້າ​ຊົມ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ,ແລະ​ໃຫ້​ການ​ບໍລິ​ການ​ຫຼາຍ​ຂຶ້ນ​ເປັນ​ກ້າວໆ. ສືບຕໍ່ຊຸກຍູ້ການ​ປະຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ, ອຸດສາຫະກຳ​ວັດທະນະ​ທຳ ພັດທະນາ​ຢ່າງ​ວ່ອງ​ໄວ, ການ​ອະນຸລັກ​ວັດຖຸບູຮານ, ການ​ອະນຸລັກ​ແລະ​ສືບ​ທອດມໍລະ​ດົກ​ວັດ​ທະນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳຄັນ.

ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ພັດທະນາ​ວຽກ​ງານ​ສາທາລະນະ​ສຸກ​ຢ່າງ​ຕັ້ງໜ້າ​​ແລະ​ໜັກ​ແໜ້ນ.

ການ​ປະ​ກັນ​ໄພ​ກາ​ນປິ່ນປົວ​ຂັ້ນ​ພື້ນຖານ​ໄດ້ປົກ​ຄຸມ​ຂອບ​ເຂດ​ກວ້າງ​ອອກ​ຕໍ່​ໄປ, ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ 1 ຕື້ 300 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ, ລະບົບ​ປະກັນ​ໄພ​ການ​ປິ່ນປົວທົ່ວ​ປວງ​ຊົນ ​ໄດ້​​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​​ໃນ​ເບື້ອງ​ຕົ້ນ. ນະ​​ໂຍບາຍແຫ່ງ​ຊາດດ້ານ​ຢາປົວ​ພະຍາດ​ໄດ້​ປົກ​ຄຸມ​ໂຮງໝໍ​ພາກ​ລັດ​ຂັ້ນ​ຮາກ​ຖານ​ໃນ​ທົ່ວ​ປະ​ເທດ, ຢຸກຢາ​ພື້ນຖານມີ​ຄວາມ​ປອດ​ໄພຫຼາຍ​ຂຶ້ນ, ລາຄາ​ໄດ້​ຫຼຸດ​ຕ່ຳລົງ. ​ໂຮງໝໍ​ພາກ​ລັດ​ໄດ້​ດຳ​ເນີນ​ການທົດ​ລອງ​ປະຕິ​ຮູບຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ. ລະບົບ​ບໍລິການ​ສາທາລະ​ນະ​ສຸກ​ຂັ້ນ​ຮາກ​ຖານ​ໄດ້​ສ້າງຕັ້ງ​ຂຶ້ນ​ໂດຍ​ພື້ນຖານ. ກາ​ນບໍລິການ​ສາທາລະ​ນະ​ຂັ້ນ​ພື້ນຖານສະ​ໝ່ຳສະ​ເໝີ​ແລະ​ວຽກ​ງານ​ອື່ນໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ສີ່: ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​ແກ້​ໄຂ​ບັນຫາ​ທີ່​ພົວພັນ​ໂດຍ​ກົງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ລັດຖະບານ​ຍຶດໝັ້ນ​ຖື​ວຽກ​ງານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ວຽກ​ງານ​ກ່ອນໝູ່,ພະ​ຍາ​ຍາມ​ເຮັດໃຫ້​ຜົນສຳ​ເລັດດ້ານ​ການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ, ຊຸກ​ຍູ້ຄ​ວາມ​ທ່ຽງ​ທຳ​ແລະ​ຍຸດ​ຕິ​ທຳ​ໃນ​ສັງ​ຄົມ.

ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ທີ່​ຕັ້ງໜ້າ​ກວ່າ​ເກົ່າ

ໃຊ້​ຫຼາຍ​ຊ່ອງ​ທາງ​ໃນ​ການ​ພັດທະນາ​ຕຳ​ແໜ່​ງວຽກ​ງານ,ອອກ​ແຮງ​ຊຸກຍູ້​ການ​ສ້າງ​ບໍລິສັດ​ເພື່ອສ້າງ​ໂອກາດ​ປະກອບ​ອາຊີບ,​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ເຕັກນິກ​ວິຊາ​ຊີບ​ແລະ​ສ້າງ​ລະບົບ​ບໍລິການ​ການ​ປະກອບ​ອາຊີບ.​ ເພີ່ມ​ທະວີການ​ສະໜັບສະໜູນ​ຈາກ​ດ້ານ​ການ​ເງິນ, ສ່ວຍ​ສາ​ອາກອນ​ແລະ​ການ​ທະນາຄານ​ເຫຼົ່າ​ນີ້​ເປັນ​ຕົ້ນ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ກຸ່ມ​ຄົນ​ສຳຄັນປະກອບ​ອາຊີບ​ເຊັ່ນນັກ​ສຶກສາ​ທີ່​ຮຽນ​ຈົບ​ຈາກ​ໂຮງຮຽນ​ຊັ້ນ​ສູງ​ແລະ​ຊາວ​ກະສິກ​ກອນ​ທີ່​ໄປ​​ເຮັດ​ວຽກ​ໃນ​ຕົວ​ເມືອງ. ນັກ​ສຶກສາ​ທີ່​ປະກອບ​ອາຊີບ​ເທື່ອ​ທຳ​ອິດ ​ໄດ້​ບັນລຸ​ເຖິງ 77,8%, ​ເມື່ອ​ທຽບ​ໃສ່​​ປີ 2010​ ແລ້ວ​ໄດ້​ເພີ່ມ​ຂຶ້ນ 1,2%. ຈຳນວນ​ຊາວ​ກະສິກອນ​ທີ່​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ມີ​ທັງ​ໝົດ 253 ລ້ານ​ຄົນ,​ ເພີ່ມ​ຂຶ້ນ 4,4%​ ເມື່ອ​ທຽບ​ໃສ່​ປີ 2010. ​ໃນ​ນັ້ນ, ຊາວ​ກະສິກອນ​ທີ່​​ໄປເຮັດ​ວຽກຢູ່ຕ່າງ​ຖິ່ນ​ມີ 159 ລ້ານ​ຄົນ,​ເພີ່ມ​ຂຶ້ນ 4,3%.

ຕັ້ງໜ້າ​ສັບ​ຊ້ອນ​ການ​ພົວພັນ​​ແບ່ງປັນ​ລາຍ​ໄດ້

ສຸ​ມ​ໃສ່​ການ​ຍົກ​ສູງ​ລາຍ​ໄດ້​ຂອງ​ປະຊາຊົນ​ຜູ່​ມີ​ລາຍ​ໄດ້​ຕ່ຳ. ຈັງຫວະ​ການ​ເຕີບ​ໂຕ​ຂອງ​ລາຍ​ໄດ້​ສຸດທິ​ທີ່ສະ​ເລ່ຍຕໍ່​ຫົວ​ຄົນ​ໃນ​ຊົນນະບົດ​​ແມ່ນ​ສູງ​ສຸດ​ນັບ​ແຕ່​ປີ 1985 ມາ​ນີ້, ຊຶ່ງ​ໄດ້​ສູງ​ກວ່າ​ລາຍ​ໄດ້​ສຸດທິທີ່​ສະ​ເລ່ຍຕໍ່​ຫົວ​ຄົນ​ໃນ​ຕົວ​ເມືອງ​ເປັນ​ສອງ​ປີ​ລຽນຕິດ.​ ແຫ່ງ​ຕ່າງໆ​ໄດ້​ຍົກ​ສູງ​ມາດຕະຖານ​ເງິນ​ເດືອນ​ຕ່ຳ​ສຸດ​ຢ່າງຫຼວງ​ຫຼາຍ​ໂດຍ​ທົ່ວ​ໄປ. ສ້າງ​ກົນ​ໄກ​ທີ່ມາດຕະຖານ​ຊ່ວຍ​ເຫຼື​ອ​ແລະ​ຮັບປະກັນ​ທາງ​ສັງຄົມ​ຕິດ​ພັນ​ກັບ​ການ​​ຖີບ​ຕົວ​ຂອງ​ລາຄາ​ສິນຄ້າ.​ ຍົກ​ສູງອັດຕາ​ສ່ວນ​ຂອງ​ຜູ່​ມີລາຍ​ໄດ້​ລະດັບ​ກາງ. ມາດຕະຖານ​ເກັບ​ອາກອນ​ລາຍ​ໄດ້​ສ່ວນບຸກຄົນ ​ໄດ້​ຈາກ 2000​ ຢວນເພີ່ມ​ຂຶ້ນ​ຮອດ 3500 ຢວນ. ຫຼຸດ​ພາລະ​ດ້ານ​ສ່ວຍ​ສາກ​ອນຂອງ​ນັກທຸລະກິດ​ເອກ​ກະ​ຊົນ​ຈຳນວນ 9 ລ້ານ​ກວ່າ​ຄົນ. ລັດຖະບານ​​ໄດ້​ກຳນົດມາດ​ຕະຖານລະດັບ​ຊາດອັນ​ໃໝ່​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກຄື​ໃຫ້​ລາຍ​ໄດ້​ສຸດທິ​ທີ່ສ​ະ​ເລ່ຍຕໍ່​ຫົວ​ຄົນ​ຂອງຊາວ​ກະສິກອນ​ມີ 2300 ຢວນ,​ ໄດ້​ເພີ່ມຂຶ້ນ 92% ​ເມື່ອ​ທຽບ​ໃສ່​ປີ 2009. ຈັດ​ເອົາ​ປະຊາກອນ​ຊົນນະບົດທີ່​ມີ​ລາຍ​ໄດ້​ຕ່ຳ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ເປັນ​ເປົ້າ​ໝາຍຫຼຸດຜ່ອນ​ຄວາມທຸກ​ຍາກ, ນີ້​ແມ່ນ​ຄວາມ​ກ້າວໜ້າ​ອັນ​ໃຫຍ່​ຫຼວງ​ຂອງ​ສັງຄົມ.

ເພີ່ມ​ທະວີ​ການ​ກໍ່ສ້າງ​ລະບົບ​ປະກັນ​ສັງຄົມ.

ລະບົບ​ປະກັນ​ສັງຄົມ​ໄດ້ປົກ​ຄຸມ​​ຂອບ​ເຂດ​ທີ່​ກວ້າງ​ອອກ​ເລື້ອຍໆ, ຈຳນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ຕ່າງໆ​ເຊັ່ນການ​ປ​ະກັນ​ໄພ​ລ້ຽງ​ດູ​ຜູ່​ເຖົ້າ, ການ​ປະກັນ​​ໄພການ​ຫວ່າງ​ງານ, ການ​ປະກັນ​ໄພບາດ​ເຈັບ​​ໃນ​ການ​ເຮັດ​ວຽກ​ແລະການປະກັນ​ໄພ​​​ເກີດ​ລູກ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ. ລະບົບ​ປະກັນ​ສັງຄົມ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຶ່ງ​ເປັນ​ບາດກ້າວ​ໃຫຍ່​ທີ່​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ໃຫ້​ລະບົບ​ປະກັນ​ສັງຄົມ​ປົກ​ຄຸມ​ທົ່ວ​ປະ​ເທດ. ນີ້​ແມ່ນ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ການຊຸກ​ຍູ້​ການ​ບໍລິການ​ສາທາລະ​ນະ​ຂັ້ນ​ພື້ນຖານ​ໃຫ້​ມີ​ຄວາມ​ສະ​ໝ່ຳສະ​ເໝີ.

 ອອກ​ແຮງ​ຊຸກ​ຍູ້​ການ​ກໍ່ສ້າງ​ໂຄງການ​ເຮືອນ​ຢູ່​ນະ​ໂຍບາຍ.

ລັດຖະບານ​ໄດ້​ວາງ​ຄຳ​ເຫັນ​ຊີ້​ນຳ​ການ​ກໍ່ສ້າງ​ແລະ​ຄຸ້ມຄອງ​ໂຄງການ​ເຮືອນ​ຢູ່​ນະ​ໂຍບາຍ, ປັບປຸງ​ນະ​ໂຍບາຍ​ຕ່າງໆ​ໃຫ້​ສົມບູນ​ຂຶ້ນ​ເຊັ່ນ​ການ​ຈັດ​ສັນ​ງົບປະມານ, ການ​ສະໜອງ​ທີ່​ດິນ, ການ​ສະໜັບສະ​ໜູນ​ຈາກ​ດ້ານ​ເງິນ​ກູ້​ສິນ​ເຊື່ອ, ການ​ຫຼຸດຫຼື​ຍົກ​ເວັ້ນຄ່າທຳນຽມ​ແລະ​ສ່ວຍ​ສາ​ອາກອນ​ແລະ​ອື່ນໆ, ສຸມ​ກຳ​ລົງ​ເຂົ້າ​ໃນ​ການ​ຍົກ​ສູງຄຸນ​ນະພາ​ບ​ໃນ​ການວາງ​ແຜນ​​ແລະ​ການ​ກໍ່ສ້າງ, ສ້າງ​ລະບຽບການ​ກ່ຽວ​ກັບ​ການ​ແຈກ​ຢາຍ, ຄຸ້ມຄອງ​ແລະ​ສົ່ງ​ຄືນ​​ເຮືອນ​ຢູ່​ນະ​ໂຍບາຍ. ການ​ເງິນ​ສູນ​ກາງ​​ໄດ້​ຈັດ​ສັນ​ງົບປະມານ 171 ຕື້ 300 ລ້ານ​ຢວນ​ເຂົ້າ​ໃນ​ວຽກ​ງານ​ດ້ານ​ນີ້, ​ເປັນ 2,2 ​ເທົ່າ​ຂອງ​ປີ 2010. ໃນ​ໝົດ​ປີ 2011 ຜ່ານ​ມາ,​ໄດ້​ສ້າງ​ເຮືອນ​ຢູ່​ນະ​ໂຍບາຍ​ໃຫ້​ສຳ​ເລັດ​ແລ້ວ 4 ລ້ານ 3 ​ແສນ 2 ໝື່ນ​ຊຸດ,​​​ໄດ້​​ເລີ່​ມລົງມື​ກໍ່ສ້າງ​ອີກ 10 ລ້ານ 4​ ແສນ 3 ໝື່ນ​ຊຸດ.

ພະຍາຍາມ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ສາທາລະນະ​ທາງ​ສັງຄົມ.

ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມຄອງ​ການ​ຜະລິດ​ຢ່າງ​ປອດ​ໄພ,​ ເຮັດ​ວຽກ​ງານ​ການ​ຊຳລະ​ແກ້​ໄຂ, ສືບສວນ, ທ້ວງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ່​ກ່ຽວ​ໃນ​ອຸບັດ​ຕິ​ເຫດ​ການ​ຜະລິດອັນ​ຮ້າຍ​ແຮງ. ປັບປຸງ​ກົນ​ໄກ​ລະບຽບ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອ​ດ​ໄພ​ຂອງ​ອາຫານ​ໃຫ້​ສົມບູນ​ຂຶ້ນ,​ ໂຮມ​ສູນຕໍ່ຕ້ານ​ແລະ​ລົງ​ໂທດ​ຕໍ່​ການ​ໃຊ້​ສານ​ປະສົມ​ອາຫານ​ຢ່າງ​ຜິດ​ກົດໝາຍ​ແລະ​ການ​ຜະລິດ​ແລະ​ປັບປຸງ​ອາຫານ​ຢ່າງ​ຜິດ​ກົດໝາຍ. ຍຶດໝັ້ນ​ຖື​ຄົນ​ເປັນ​ສຳຄັນ, ຖື​ການ​ບໍລິການ​ເປັນ​ບູລິ​ມະສິດ, ​ເພີ່ມ​ທະວີ​ແລະ​​ປະດິດ​ສ້າງ​ວິທີ​ຄຸ້ມ​ຄອງ​ສັງຄົມ, ສຸມ​ໃສ່​ການ​ກວດກາ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ປະ​ເພດ​ຕ່າ​ງ​ໆໃນ​ສັງຄົມ, ຕໍ່ຕ້ານ​ການ​ກະທຳ​ຜິດ​ກົດໝາຍ​ແລະ​ອາ​ຊະ​ຍາ​ກຳ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແລະ​ຄວາ​ມປອງ​ດອງ​​ແລະ​ຄວາມກົມກຽວ​ກັນ​ຂອງ​ສັງຄົມ.

ຫ້າ: ລົງ​ເລິກຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍນອກ,​ ເພີ່ມ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​ມີ​ຊີວິດ​ຊີວາ.

ລັດຖະບານ​ໄດ້​ອີງ​ຕາມ​ໜ້າ​ທີ່​ປະຕິ​ຮູບ​ທີ່​ກຳນົດ​ໄວ້​ໃນ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ​ເທື່ອ​ທີ 12, ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊຸກ​ຍູ້​ການ​ປະຕິ​ຮູບ​​ໃນ​ຂົງ​ເຂດ​ຈຸດ​ສຸມແລະ​ຂອດສຳຄັນ.

ປັບປຸງ​ລະບົບ​ການ​ເງິນ​ສາ​ທາລະນະ​ໂດຍ​ສະ​ເພາະ​ແມ່ນ​ລະບຽບ​ຄຸ້ມ​ຄອງ​ງົບປະມານ​ໃຫ້​ສົມບູນ​ຂຶ້ນ, ຈັດ​ເອົາ​ເງິນ​ທຶນ​ນອກ​ແຜນ​ງົບປະມານ​ທັງ​ໝົດ ​ເຂົ້າ​ໃນ​ຂອບ​ເຂດ​ຄຸ້ມ​ຄອງ​ງົບປະມານ, ​ເປີດ​ກວ້າງ​ຂອບ​ເຂດ​ປະຕິບັດ​ງົບປະມານ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ທຶນ​ລັດ, ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ງົບປະມານ​ຂອງ​ພາກສ່ວນ​ຕ່າງໆ, ຊຸກ​ຍູ້​ການ​ເປີດ​ເຜີຍ​ງົບ​ປະ​ມານ​ແລະ​ງົບ​ດຸນ​ຂອງ​ລັດ​ຖະ​ບານ,ພາກສ່ວນ​ຂອງ​ສູນ​ກາງ 98​ ແຫ່ງ​ພ້ອມ​ດ້ວຍ​ເຂດ​ແຂວງ​ຕ່າງໆ​ເຊັ່ນ​ນະຄອນຫຼວງ​ປັກ​ກິ່ງ,ຊຽງ​ໄຮ,​ແຂວງ​ກວາງ​ຕຸ້ງ​ແລະ​ແຂວງ​ສ້ານຊີ່​ໄດ້​ເປີດ​ເປີ​ຍບັນຊີຄ່າ​ລວມສາມ​ດ້ານ​ຄືລົດສ່ວນລວມ, ຄ່າ​ຕ້ອນຮັບດ້ວຍເງິນສ່ວນລວມ​ແລະ​ໄປ​ເຮັດ​ວຽກ​ຫຼື​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​ດ້ວຍ​ເງິນ​ສ່ວນ​ລວມ. ປະຕິຮູບ​ການ​ເກັບ​ສ່ວຍ​ສາ​ອາກອນ​ຕາມ​ລາຄາ​ຂອງ​ນ້ຳມັນ​ດິບ, ຊັບພະຍາກອນ​ອາຍ​ແກັສທຳ​ມະ​ຊາດ​ພາຍ​ໃນ​ທົ່ວ​ປະ​ເທດ, ວາງ​ແຜນການ​ທົດ​ລອງ​ປະຕິ​ຮູບ​ໃນ​ການ​ຍົກ​ເລີກ​ອາກອນ​ທຸລະ​ກິດ​ປ່ຽນ​ເປັນ​ການ​ເກັບ​ອາກອນ​ມູນ​ຄ່າ​​ເພີ່ມ. ​ເປີດ​ກວ້າງ​ຂອບ​ເຂດ​ຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນ​ໃນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂະຫຍາຍ​ໄປ​ເຖິງ​ທົ່ວ​ປະ​ເທດ, ​ເລີ່​ມຕົ້ນ​ການທົດ​ລອງຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນສຳລັບ​ນັກທຸລະກິດ​ນອກ​ແຜ່ນດິນ​ໃຫຍ່​ທີ່​ມາ​ລົງທຶນ​ຢູ່​ຈີນ, ດຳ​ເນີນ​ທຸລ​ະກິດ​ຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນສຳລັບ​ນັກທຸລະກິດ​ຕ່າງປະ​ເທດ​ທີ່​ລົງທຶນ​ໂດຍ​ກົງ​ຢູ່​ຈີນ. ລົງ​ເລິກ​ການ​ປະຕິ​ຮູບ​ລະບົບ​ກຳມະສິດ​ປ່າ​ລວມໝູ່ ,​ເລີ່​ມຕົ້ນ​ການ​ທົດ​ລອງປະຕິ​ຮູບລັດວິ​ສາ​ຫະກິດ​ປ່າ​ໄມ້, ດຳ​ເນີນ​ການ​ຈົດ​ທະບຽນ​ຮັບ​ເໝົາ​ທຸລະ​ກິດ​ທົ່ງ​ຫຍ້າ​ຕາມ​ກົດໝາຍ.

ລັດຖະບານ​ຍຶດໝັ້ນ​ຖື​ສຳຄັນ​ທັງ​ການ​ສົ່ງ​ອອກ​ແລະ​ການ​ນຳ​ເຂົ້າ​​ໄປ​ພ້ອມ, ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ແລະການ​ລົງທຶນ​ຢູ່​ຕ່າງປະ​ເທດ​​ໄປ​ພ້ອມ​ກັນ, ຍົກ​ສູງ​ລະດັບ​ເສດຖະກິດ​ແບບ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ. ຕັ້ງໜ້າ​ຊຸກ​ຍູ້​ການ​ປະຕິບັດຍຸດ​ທະ​ສາດ​ຫັນ​ຕະຫຼາດ​ໃຫ້​ເປັນຫຼາຍ​ຮູບ​ແບບ, ພະຍາຍາມ​ປັບປຸງ​ອົງ​ປະກອບ​ການ​ຄ້າ​ໃຫ້​ດີ​ຂຶ້ນ. ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນຄ້າ​ໃນ​ໝົດ​ປີ 2011 ຜ່ານ​ມາ​ ບັນລຸ​ເຖິງ 364 ຕື້​ໂດລາ, ​ເພີ່ມ​ຂຶ້ນ 22,5%.​ ໃນ​ນັ້ນ, ການ​ສົ່ງ​ອອກ​ສິນຄ້າ​ໄດ້​ເພີ່ມ​ຂຶ້ນ 20,3%, ການນຳ​ເຂົ້າ​ສິນຄ້າ​ໄດ້​ເພີ່ມ​ຂຶ້ນ 24,9%. ດຸນ​ໄດ້​ປຽບ​ການ​ຄ້າ​ໄດ້ຫຼຸດ​ໜ້ອຍ​ລົງ​ຕື່ມ​ອີກ.​ ໄດ້​ນຳ​ໃຊ້​ທຶນ​ຈາກ​ຕ່າງປະ​ເທດ​ໃນຕົວ​ຈິງ 116 ຕື້​ໂດ​ລາ,​ ໃນນັ້ນ, ຂະ​ແໜງ​ການ​ບໍລິການ​ແລະ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ໄດ້​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​​ໄດ້​ກວມ​ອັດຕາ​ສ່ວນ​ຫຼາຍ​ຂຶ້ນ. ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ໃນ​ສາກົນ​ແລະ​ພາກ​ພື້ນ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ສອງ​ຝ່າຍ​ໄດ້​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ.

ລັດຖະບານໄດ້ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ປະສິດ​ທິຜົນ​ໃນ​ການ​ກໍ່ສ້າງ​ລະບົບ​ປະຊາທິປະ​ໄຕ​ແລະ​ກົດໝາຍ, ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ກໍ່ສ້າງ​ກອງທັບ, ວຽກ​ງານ​ກ່ຽວ​ກັບ​ຮົງ​ກົງ,ມາ​​ເກົ໋າ​ແລະ​ໄຕ້​ຫວັນ​ແລະ​ວຽກ​ງານ​ການ​ຕ່າງປະ​ເທດ​​ແລະ​ອື່ນໆ.

ຜົນສຳ​ເລັດ​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ​ແມ່ນ​ໄດ້​ມາ​ດ້ວຍ​ຄວາມ​ລຳບາກ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງທ່າ​ແຮງ​ແລະ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,​ ໄດ້​ເພີ່ມ​ຄວາ​ມພາກ​ພູມ​ໃຈ​ແລະ​ຄວາມ​ສາມັກຄີ​ຂອງປະຊາ​ຊາດ​ຈີນ. ນີ້​ແມ່ນ​ຍ້ອນ​ໄດ້​ມີ​ການ​ສ້າງ​ນະ​ໂຍບາຍ​ຢ່າງ​ມີ​ວິທະຍາສາດ​ແລະ​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ໂດຍ​ມີ​ທ່ານ​ຫູ​ຈິນທາວ​ເປັນ​ເລຂາທິການ​ໃຫຍ່​, ນີ້​ເປັນ​ໝາກຜົນ​ທີ່ທົ່ວ​ພັກ​ທົ່ວ​ກອງທັບ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວປະ​ເທດ​ຮ່ວມ​ຈິດ​ຮ່ວ​ມ​ໃຈ​ປະສານ​ງານ​ບາກ​ບັ່ນ​ສູ້​ຊົນຮ່ວມ​ກັນ. ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ຄະນະ​ລັດຖະບານ​ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ນຳປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ, ບັນ​ດາພັກ​ຝ່າຍ​ປະຊາທິປ​ະ​ໄຕ, ບັນດາຄະນະ​ຈັດ​ຕັ້ງ​ປະຊາຊົນ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ, ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ,​ ເຂດ​ບໍລິຫານ​ພິ​ເສດມາ​​ເກົ໋າ ແລະພີ່ນ້ອງ​ຮ່ວມ​ຊາດ​ໄຂ້ຫວັນ, ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ລັດຖະບານ​ປະ​ເທດ​ຕ່າງໆ, ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ເພື່ອນ​ມິດ​ປະ​ເທດ​ຕ່າງໆ​ທີ່​ໃຫ້​ຄວາ​ມ​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ຕໍ່​ວຽກ​ງານ​ສ້າງສາ​ທັນ​ສະ​ໄໝຂອງ​ຈີນ.

ແຕ່​ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ,​ ການ​ພັດທະນາ​ເສດຖະກິດ​ສັງຄົມຈີນຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ​ເວົ້າ​ໃນ​ດ້ານ​ສາກົນ​ແລ້ວ, ຂະ​ບວນການ​ຟື້ນ​ຕົວຂອງ​ເສດຖະກິດ​ໂລກ​ຫຍຸ້ງຍາກ​ລຳບາກ​ຫຼາຍ, ວິ​ກິດ​ການ​ການ​ເງິນ​ສາກົນ​ຍັງ​ພວມ​ແຜ່​ຂະຫຍາຍ​ຢູ່, ໜີ້ສິນ​ພາກ​ລັດ​ຂອງ​ບາງ​ປະ​ເທດ​ຍາກ​ທີ່​ຈະ​ໄດ້​ຜ່ອນ​ຄາຍລົງ​ໃນ​ໄລຍະ​ສັ້ນ. ອັດຕາ​ຫວ່າງງານ​ຂອງອົງ​ກອນ​ເສດຖະກິດ​ສຳຄັນທີ່​ພັດທະນາ​ແລ້ວຢູ່​ໃນ​ລະດັບ​ສູງ, ຂາດ​ກຳ​ລັງ​ແຮງ​​ໃນ​ການຊຸກ​ຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ, ອົງ​ກອນ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ປະສົບ​ຄວາມ​ກົດ​ດັນ​ທາງ​ສອງ​ດ້ານ​ ຄື​ໄພ​ເງິນ​ເຟີ້​ແລະ​ຈັງຫວະ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະ​ກິດຕົກ​ຕ່ຳລົງ. ອັດຕາ​​ແລກປ່ຽນ​ເງິນຕາ​ສຳຄັນ​​​​ເໜັງ​ຕີງ​ຢ່າງ​ຮຸນ​ແຮງ, ລາຄາ​ຂອງ​ສິນຄ້າ​ລາຍ​ໃຫຍ່​ຂຶ້ນໆ​ລົງໆ​ຢ່າງຮຸ​ນ​ແຮງ. ລັດທິ​ປົກ​ປ້ອງ​ການ​ຄ້າ​ໃນສາກົນ​ເພີ່ມ​ທະວີ​ຂຶ້ນ.​​ ເວົ້າ​ໃນ​ດ້ານ​ພາຍ​ໃນ​ປະ​ເທດ​ຈີນ​ແລ້ວ, ການ​ແກ້​ໄຂ​ຄວາມຂັດ ແຍ່ງ​ທາງ​ດ້ານ​ໂຄງ​ປະ​ກອບ​ແລະ​ອົງ​ປະ​ກອບ, ຜ່ອນ​ຄາຍ​ສະ​ພາບ​ການ​ພັດ​ທະ​ນາ ບໍ່​ສະ​ໝ່ຳສະ​ເໝີ, ບໍ່​ກົມກຽວ​ກັນ​ແລະ​ບໍ່​ຍືນ​ຍົງນັ້ນ ​ເປັນ​ບັນຫາ​ທີ່​ຮີບ​ດ່ວນ​ກວ່າ​ເກົ່າ​ແລະ​​ແກ້​ໄຂ​ຍາກ​ກວ່າ​ເກົ່າ.​ ໃນ​ການ​ພັດ​ທະ​ນາ​ເສດຖະກິດ​ໄດ້​ປະ​ກົດ​ມີ​ບັນ​ຫາ​ໃໝ່ ຈຳ​ນວນ​ບໍ່​ໜ້ອຍ, ຕົ້ນ​ຕໍ​ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ສົບ​ຄວາມ​ກົດ​ດັນ​ທີ່ ຈະ​ເຕີບ​ໂຕ​ຊ້າ​ລົງ, ລາ​ຄາ​ສິນ​ຄ້າ​ຍັງ​ຢູ່​ໃນລະ​ດັບ​ສູງ, ການ​ດັດສົມ​ຄວບ​ຄຸມ​ຕະຫຼາດ​​ເຮືອ​ນຢູ່​ແລະ​ທີ່​ດິນຢູ່​ໃນ​ໄລຍະ​ທີ່​ສຳຄັນ​ທີ່​ສຸດ, ການ​ເຮັດ​ໃຫ້​ກະສິກຳ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ,​ ແລະ​ຊາວ​ກະສິກອນ​ມີ​ລາຍ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັ້ນ ​ປະສົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຂຶ້ນ. ຈຳນວນ​ຄົນ​ປະກອບ​ອາຊີບ​ກັບ​ຄວາມ​ຂັດ​ແຍ່ງ​ດ້ານ​ອົງ​ປະກອບ​ເປັນ​ບັນຫາ​ທີ່​ມີ​ຢູ່​ພ້ອມ​ກັນ, ບາງ​ວິສາ​ຫະກິດ​ໂດຍສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ ປະສົບ​ຄວາມ​ຫຍຸ້ງຍາກ​ເພີ່ມ​ຂຶ້ນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ຄວາ​ມສາມາດ​ການ​ຜະລິດ​ຂອງ​ບາງຂະ​ແໜງ​ການ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ຕົວ​ຈິງຢ່າງ​ພົ້ນ​ເດັ່ນ,ຍອດປະລິມານ​ການ​ນຳ​ໃຊ້​ພະລັງງານ​ໄດ້​ເພີ່ມ​ຂຶ້ນ​ໄວ​ເກີນ​ໄປ.ຄວາມ​ຂັດ​ແຍ່ງ​ໄລຍະ​ຍາວ​ແລະ​ບັນຫາ​ໃນ​ໄລ​ຍະ​ສັ້ນຈຳນວນ​ໜຶ່ງ​ສະຫຼັບ​ສັບ​ຊ້ອນ​ກັນ​,ປັດ​ໄຈ​ລັກສະນະ​ອົງ​ປະກອບ​ແລະ​ປັດ​ໄຈ​ລັກສະນະ​ເປັນ​ໄລຍະໝູນວຽນ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຊິ່ງກັນ​ແລະ​ກັນ,ບັນຫາ​ພາຍ​ໃນ​ປະ​ເທດ​ແລະ​ບັນຫາ​ສາກົນ​ກ່ຽວ​ພັນ​ກັນ,ການດັດສົມ​ຄວບ​ຄຸມ​ມະຫາ​ພາກ​ປະສົບ​ສະພາບ​ການ​ທີ່​ສັບສົນ​ກວ່າ​ເກົ່າ.ວຽກ​ງານ​ຂອງ​ລັດຖະບານ​ຍັງ​ມີຂໍ້​ບົກ​ຜ່ອງ​ແລະ​ຈຸດ​ອ່ອນ​ຈຳນວນ​ໜຶ່ງ,​ຍັງ​ບໍ່​ທັນບັນລຸ​ເປົ້າ​ໝາຍ​ໃນການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ,ການ​ດັດສົມ​ຄວບ​ຄຸມ​ລາຄາ​ສິນຄ້າ.ຍັງ​ມີຫຼາຍ​ບັນຫາ​ທີ່​ປະຊາຊົນ​ສ່ອງ​ແສງ​ຫຼາຍເຊັ່ນ​ການ​ເກນ​ທີ່​ດິນ,ມ້າງ​​ເຮືອນ​ແລະ​ຍ້າຍ​​​ເຮືອນ.ການ​ຜະລິດ​ຢ່າງ​ມີ​ຄວາມ​ປອດ​ໄພ,ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ຢຸກຢາ,ການ​​​ແບ່ງ​ບັນ​ລາຍ​ໄດ້​​​ເຫຼົ່າ​ນີ້​ເປັນ​ຕົ້ນ.​ລະ​ດັບ​ການ​ບໍ​ລິ​ຫານ​ແລະ​ການ​ບໍ​ລິ​ການ​ຂອງ​ລັດ​ຖະ​ບານ​ຍັງ ຕ້ອງ​ຍົກ​ສູງ​ຂຶ້ນ​ຕື່ມ,​ການ​ກໍ່​ສ້າງ​ການ​ປົກ​ຄອງ​ຢ່າງ​ບໍ​ລິ​ສຸດ​ຜຸດ​ຜ່ອງ ຍັງ​ຕ້ອງ​ເພີ່ມ​ທະ​ວີ​ຂຶ້ນ.

ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​ລັດ​ແລະ​ປະ​ຊາ​ຊົນ,​ ໃຊ້​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນກວ່າ​ເກົ່າ,​ ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ເຮັດ​ວຽກ​ທຸກ​ດ້ານ​ໃຫ້​ດີ,​ເພື່ອ​​ບໍ່​ໃຫ້ປະຊາຊົນຜິດ​ຫວັງ.

ພາກ​ທີ​ສອງ: ການຈັດ​ວາງ​​ໂດຍ​ລວມກ່ຽວ​ກັບ​ວຽກ​ງານ​ໃນ​ປີ2012

ປີ​ນີ້​ແມ່ນ​ປີ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ສືບ​ທອດ​ວຽກ​ງານ​ເກົ່າ​ແລະ​ເລີ່​ມຕົ້ນ​ວຽກ​ງານ​ໃໝ່​ໃນ​ໄລຍະ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 12,​ ແລະ​ກໍ່​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ອາຍຸ​ຕຳ​ແໜ່​ງລັດຖະບານ​ຊຸດ​ນີ້.

ການ​ພັດທະນາ​ຂອງປະ​ເທດ​ພວກເຮົາຍັງ​ຢູ່​ໃນ​​ໄລຍະ​ທີ່​ມີ​ໂອກາດ​ທາງ​ຍຸດ​ທະ​ສາດ​ທີ່​ສຳຄັນ, ມີ​ເງື່ອນ​ໄຂ​ທີ່​ດີ​ຫຼາຍ​ຢ່າງ​​ໃນການ​ຮັກສາ​ເສດຖະກິດ​ໃຫ້​ພັດທະນາ​ຢ່າ​ງໝັ້ນ​ທ່ຽງ​ແລະ​​ໄວ​ສົມຄວນພາຍ​ໃນ​ໄລຍະ​ຍາວ​ສົມຄວນ. ການ​ຫັນ​ເປັນ​ອຸດສາຫະກຳ, ການ​ຫັນເປັນ​​ຕົວ​ເມືອງ​ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝທາງ​ດ້ານ​ກະສິກຳ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ວ່ອງ​ໄວ, ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ອັນ​ມະຫາສານ​ທາງ​ດ້ານ​ຄວາມ​ຕ້ອງການ​ໃນ​ການ​ປັບປຸງ​ອົງ​ປະກອບ​ບໍລິ​ໂພ​ກ​ແລະ​ອົງ​ປະກອບ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນ.​ ເມື່ອ​ໄດ້​ດຳ​ເນີນ​ການ​ປະ​ຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ເປັນ​ເວລາ 30 ກວ່າ​ປີ, ຈີນ​ໄດ້​ສ້າງ​ພື້ນຖານ​ວັດຖຸ​ແລະ​ເງື່ອນ​ໄຂ​ດ້ານ​ໂຄງ​ປະກອບ​ທີ່​ດີ,​ ໄດ້​ສະ​ສົມບົດຮຽນ​​ຢ່າ​ງບໍ່​ຢຸດ​ຢັ້ງ​ໃນ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ, ກຳລັງ​ແຂ່ງຂັນ​ແລະ​ຄວາມ​ສາມາດ​ຕ້ານ​ຄວາມ​ສ່ຽງ​ຂອງ​ວິ​ສາ​ຫະກິດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ລາຍ​ຮັບ​ລາຍ​ຈ່າຍ​ດ້ານ​ການ​ເງິນຢູ່​ໃນ​ສະພາບ​ທີ່​ດີ, ລະບົບ​ການ​ເງິນ​ໝູນ​ເດີນຢ່າງ​ໝັ້ນ​ທ່ຽງ,​ ມີເງິນ​ທຶນ​ໃນສັງຄົມ​ຢ່າງ​ພຽງພໍ​ສົມຄວນ, ສະພາບ​ເສດຖະກິດ​ການ​ເມືອງ​ຂອງ​ໂລກ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ສັນຕິພາບ,ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຍັງ​ແມ່ນ​​ແປວ​ກະ​ແສຕົ້ນຕໍຂອງ​ຍຸກ​ສະ​ໄໝປະຈຸ​ບັນ.​ເວົ້າ​​ໂດຍ​ລວມ​ແລ້ວ​ ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​​ໂດຍ​ສັນຕິ​ຂອງ​ປະ​ເທດ​ຈີນ.

 ພວກ​ຂ້າພ​ະ​ເຈົ້າ​ຕ້ອງ​ຊູ​ຄັນທຸງອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​,ຖື​ທິດ​ສະ​ດີ​ເຕິ້ງ​ສ້ຽວ​ພິງ​ແລະ​ແນວ​ຄິດ​ສຳຄັນ"ສາມ​ຕົວ​ແທນ"​ເປັນ​ແນວ​ຄິດ​ຊີ້​ນຳ, ລົງ​ເລິກ​ຜັນ​ຂະຫຍາຍ​ພັດ​ທະນະ​ທັດ​ວິທະຍາສາດ, ຍຶດໝັ້ນ​ສະ​ແຫວ​ງຄວາມ​ກ້າວໜ້າ​ຢ່າງ​ໜັກ​ແໜ້ນ,​ ເພີ່ມ​ທະວີ​​ແລະ​ປັບປຸງ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ, ສືບ​ຕໍ່​ມີ​ການ​ປະຕິບັດເປັນ​ຢ່າງ​ດີ​ຕໍ່​ການພົວພັນ​ລະຫວ່າງ​ການ​ຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ໄວ​ສົມຄວນ,ປັບປຸງ​ອົງ​ປະກອບ​ເສດຖະກິດ​ແລະ​ການ​ຄຸ້ມ​ຄອງການ​ຄາດ​ຄະ​ເນ​ຕໍ່​​ໄພ​ເງິນ​ເຟີ້​, ​ເລັ່ງລັດ​ຫັນ​ປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ປັບປຸງ​ອົງ​ປະກອບ​ເສດຖ​ະກິດ, ຮັກສາ​ໃຫ້​ສັງຄົມ​ມີ​ຄວາມສະຫງົບ​ແລະ​ປອງ​ດອງ​ກົມກຽວ​ກັນ​, ສ້າງ​ຜົນສຳ​ເລັດ​ທີ່​ດີ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ເພື່ອ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນທີ່​ຈະ​ໄຂ​ຂຶ້ນ​​ໃນ​ຕໍ່ໜ້າ.

  ​ເປົ້າໝາຍ​ຕົ້ນຕໍ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ​ນີ້​ແມ່ນ: ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDP​ເພີ່ມ​ຂຶ້ນ7,5%, ຜູ່​ປະກອບ​ອາຊີບ​ທີ່​ເພີ່ມ​ໃຫມ່​ໃນ​ຕົວ​ເມືອງ​​ໃຫ້​ຫຼາຍ​ກວ່າ 9 ລ້ານ​ຄົນ, ຄວບ​ຄຸມ​ອັດຕາ​ຫວ່າງ​ງານ​ທີ່​ຈົດ​ທະບຽນ​ຢູ່​ຕົວ​ເມືອງບໍ່​ໃຫ້​ກາຍ 4,6%, ຄວບ​ຄຸມຈັງຫວະ​ການ​ເຕີບ​ໂຕ​ຂອງ CPI​​ ໃຫ້​ຢູ່​ລະຫວ່າງ 4%, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ເຕີບ​ໂຕ​ປະມານ 10%, ສະພາບ​ລາຍ​ຮັບ​ລາຍ​ຈ່າຍ​ສາກົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ນະ​ທີ່​ນີ້, ສິ່ງ​ທີ່​ຕ້ອງ​ອະທິ​ບາຍ​ເປັນ​ພິ​ເສດ​ແມ່ນ ​ການ​ປັບ​ເປົ້າ​ໝາຍ​ເຕີບ​ໂຕ​ຂອງGDP​ໃຫ້​ຫຼຸດ​ລົງ​ໜ້ອຍ​ໜຶ່ງ​ ຕົ້ນຕໍ​ແມ່ນ​ເພື່ອ​​ໃຫ້​​ເຊື່ອມ​ຕໍ່ກັບ​ເປົ້າ​ໝາຍ​ໃນ​ແຜນການ 5 ປີ​ເທື່ອ​ທີ 12, ຊັກ​ນຳ​ໃຫ້​ຝ່າຍ​ຕ່າງໆ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ​ແລະ​ຍົກ​ສູງ​ຄຸນ​ນະພາ​ບ​ແລ​ະປະສິດທິ​ຜົນ​ໃນ​ດ້ານ​ການ​ພັດທະນາ​ເສດຖະກິດ​ຢ່າງ​ແທ້​ຈິງ,​ ເພື່ອ​​ມີ​ຜົນ​ດີ​ຕໍ່​ການ​ບັນລຸ​ກາ​ນພັດທະນາ​ໃນ​ລະດັບ​ສູງ​ກວ່າ, ມີ​ຄຸນ​ນະພາ​ບ ດີກ​ວ່າ​ແລະ​ພັດທະນາ​ເປັນ​ເວ​ລາ​ຍາວ​ກວ່າ​. ການສະ​ເໜີ​ເປົ້າ​ໝາຍ​ທີ່​ຄວບ​ຄຸມ​ໃຫ້ CPI​​ ຢູ່​ລະຫວ່າງ 4% ​ແມ່ນ​ຍ້ອນ​​ໄດ້​ພິຈາລະນາ​ໂດຍ​ລວມ​ເຖິງ​ປັດ​ໄຈ​ເງິນ​ເຟີ້​ທີ່​ເກີດ​ຂຶ້ນ​ຍ້ອນ​ທຶນ​ຕ່າງປະ​ເທ​ດ​​​ໄຫຼ​ເຂົ້າ​ຈີນ, ຕົ້ນ​ທຶນ​​ເພີ່ມ​ຂຶ້ນ​ແລະ​ຄວາມ​ສາມາດ​ຫາບ​ແບກ​ຂອງ​ປະຊາຊົນ, ຊຶ່ງ​ກໍ່​ໄດ້​ຈົ່ງ​ຊ່ອງ​ຫວ່າງ​ອັນ​ແນ່ນອນ​ໃຫ້​ແກ່​ການ​ປະຕິ​ຮູບ​ລາຄາ​ສິນຄ້າ.
​ໂດຍ​ພິຈາລະນາ​ສະພາບ​ດ້ານ​ຕ່າງໆ​ໂດຍ​ລວມ​ແລ້ວ, ຕ້ອງ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ,​ແລະດຳ​ເນີນ​ການ​ປັບປຸງ​ເລັກ​ໜ້ອຍ​ໃນ​ເວລາ​ອັນ​ເໝາະ​ສົມ​ແລະ​ໃນ​ລະດັບ​ອັນ​ເໝາະ​ສົມ​ຕາມ​ການ​ປ່ຽນ​ແປງ​ຂອງ​ສະພາບ​ການ,​ ສ້າງ​ນະ​ໂຍບາຍ​ທີ່​ມີ​ລັກສະນະ​​ແນໃສ່,ຄ່ອງ​ແຄ້ວ​ແລະ​ເບິ່ງ​ກວ້າງ​ມອງ​​ໄກ​ຫຼາຍ​ກວ່າ​ເກົ່າ.

 ສື​ບຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ.

​ເຮັດ​ໃຫ້​ປະລິມານ​ຂຸມ​ການ​ເງິນ​ແລະ​ໜີ້​ສິນ​ຂອງ​ລັດ​ຮັກສາ​ຢູ່​ໃນ​ລະດັບ​ອັນ​ເໝາະ​ສົມ. ຕາມ​ແຜນການ​ແ​ລ້ວ, ລັດຖະບານ​ຈະ​ຈັດ​ວາງ​ຂຸມ​ການ​ເງິນ 800 ຕື້ຢວນ, ອັດຕາຂຸມການເງິນຫຼຸດລົງເຖິງປະມານ 1,5%,​ ໃນ​ນັ້ນ​ຂຸມ​ການ​ເງິນ​ສູນ​ກາງ​ແມ່ນ 550 ຕື້​ຢວນ, ຈຳໜ່າຍ​ພັນທະບັດ​ທ້ອງ​ຖິ່ນ 250 ຕື້​ຢວນ. ປັບປຸງ​ອົງ​ປະກອບ​ຂອງ​ລາຍ​ຈ່າຍ​ການ​ເງິນ​​ໂດຍ​ເນັ້ນ​ໜັກ​ຈຸດ​ສຸມ, ຈັດ​ສັນ​ງົບປະມານ​ເຂົ້າ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ຫຼາຍ​ກວ່າ​​ເກົ່າ,​ ເພີ່ມ​ງົບປະມານ​ເຂົ້າ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ສຶກສາ,ວັດທະນະທຳ,ສາທາລະນະ​ສຸກ,ການ​ປະກອບ​ອາຊີບ, ການ​ປະກັນ​ສັງຄົມ,​ໂຄງການ​ກໍ່ສ້າງ​ເຮືອນ​ຢູ່​ນະ​ໂຍບາຍ​ແລະ​ອື່ນໆ.​ ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ເພີ່ມ​ທະວີ​​ແກ້​ໄຂຂອດທີ່​ຍັງ​ອ່ອນ​ແອ,​ ເພີ່ມ​ການ​ສະໜັບສະໜູນ​ຕໍ່​ກະສິກຳ,ຊົນ​ນະ​ບົດ​ແລະ​ຊາວ​ກະສິກອນ,​ເຂດ​ດ້ອຍ​ພັດທະນາ, ການ​ປະດິດ​ສ້າງ​ດ້ານ​ວິທະຍາ​ສາ​ດ​ເຕັກນິກ, ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຊົນລະປະທານ, ການ​ຂຸດ​ຄົ້ນບໍ່​ແຮ່​ແລະ​ອື່ນໆ; ​ເອົາ​ໃຈ​ໃສ່​ນຳ​ການ​ປະຢັດ​ໃຫ້​ຫຼາຍ​ກວ່າ​ເກົ່າ,ຄວບ​ຄຸມ​ການ​ໃຊ້​ຈ່າຍ​ເງິນ​ສ່ວນ​ລວມຢ່າງ​ເຂັ້ມ​ງວດ​. ປະຕິບັດ​ການ​ຫຼຸດ​ອາກອນ​ໃນດ້ານ​ໂຄງ​ປະກອບ. ​ເອົາໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ແລະ​ປັບປຸງ​ນະ​ໂຍບາຍ​ອາກອນ​ພິ​ເສດ​ປະ​ເພດຕ່າງໆ​ເພື່ອ​ສະໜັບສະ​ໜູນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ນັກທຸລະກິດ​ເອກະ​ຊົນ,ດຳ​ເນີນ​ການ​ທົດ​ລອງ​​ໃນ​ການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ເຂົ້າ​ແທນ​ອາກອນທຸລະ​ກິດ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ໜີ້​ສິນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ປ້ອງ​ກັນ​ຄວາມ​ສ່ຽງ. ປະຕິບັດ​ຕາມ​ຫຼັກການ​ທີ່​ຄຸ້ມ​ຄອງ​ຕາມ​ປະ​ເພດ​ຕ່າງ​ກັນ, ​ປະຕິບັດ​ຢ່າງ​ມີ​ການຈຳ​ແນ​ກ, ​ແລະ​ແກ້​ໄຂ​​ເທື່ອ​ລະ​ກ້າວ, ສືບ​ຕໍ່​ຊຳ​ລະ​ໜີ້​ສິນ​ຢ່າງ​ເໝາະ​ສົມ.

ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ. ອີງ​ຕາມ​ຄວາມ​ຮຽກຮ້ອງ​ທີ່​ມີ​ຍອດ​ມູນ​ຄ່າ​ອັນ​ເໝາະ​ສົມ, ມີ​ຄວາມ​ສຸຂຸມ​ຮອບ​ຄອບ​ແລະ​ຄ່ອງ​ແຄ້ວ, ພ້ອມ​ທັງ​ຄຳ​ນຶງ​ເຖິງ​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ພັ​ດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລາຄາ​ສິນຄ້າ, ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ການ​ເງິນ. ປັບປຸງ​ອົງ​ປະກອບ​ເງິນ​ກູ້​ສິນ​ເຊື່ອ​ໃຫ້​ດີ​ກວ່າ​ເກົ່າ, ສະໜັບສະໜູນ​ໂຄງການຈຸດ ສຸມ​ຂອງ​ລັດ​ທີ່​ພວມ​ກໍ່​ສ້າງ​ຢູ່,​ຫຼື​ຈະ​ສ້າງ​ຕໍ່​ໄປ, ​ພ້ອມ​ດ້ວຍ​ໂຄງ​ການ​ເຮືອນ​ຢູ່​ນະ​ໂຍ​ບາຍ, ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ກູ້​ສິນ​ເຊື່ອ​ໃຫ້​ແກ່​ວິ​ສາ​ຫະກິດ​ທີ່​ສອດຄ່ອງ​ກັບ​ນະ​ໂຍບາຍ​ຂະ​ແໜງ​ການ​ແລະ​ມີ​ຄວາມ​ຕ້ອງການ​ໃນ​ຕະຫຼາດ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ຫຼຸດ​ຕົ້ນ​ທຶນ​ໃນ​ການ​ລະດົມ​ທຶນ​ຂອງ​ເສດຖະກິດ​ຮູບ​ປະ​ທຳ​ໃຫ້​ຕ່ຳລົງ.  ສືບ​ຕໍ່ຈຳກັດ​ການ​ປ່ອຍ​ເງິນ​ກູ້​ໃຫ້​ແກ່​ຂະ​ແໜງ​ການ​ທີ່​ສິ້ນ​ເປືອງ​ພະລັງງານ​ຫຼາຍ, ສ້າງ​ມົນ​ລະ​ພິດ​ຫຼາຍ​ແລະ​ມີ​ກຳລັງ​ການ​ຜະລິດ​ຫຼາຍ​ເ​ກີ​ນຄວາມ​ຕ້ອງການ. ປັບປຸງ​ກົນ​ໄກ​ກຳ​ເນີ​ດອັດຕາ​​ແລກປ່ຽນ​ເງິນ​ຢວນຈີນ​, ​ເພີ່ມ​ທະວີ​ຄວາມຄ່ອງ​ແຄ້ວ​ໃນ​ການ​ລອຍ​ຕົວ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງອັດຕາ​ແລກປ່ຽນ​ເງິນ​ຢວນ​ໃນ​ລະດັບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ສະ​ໝ່ຳສະ​ເໝີ​ກັນ. ອອກ​ແຮງພັດທະນາ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ. ​ເພີ່ມ​ທະວີ​ການ​ບໍລິການ​ດ້ານ​ເງິນຕາ​ຕ່າງປະ​ເທດ, ສະໜອງ​ການ​ບໍລິການ​ຫຼີກ​ລ້ຽງຄວາມ​ສ່ຽງ​ດ້ານ​ອັດຕາ​ແລກປ່ຽນ​ເງິນຕາ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຕະຫຼາດ, ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ສ້າງ​ແລະ​ບູລະນະ​ກົນ​ໄກປ້ອງ​ກັນ​ຄວາມ​ສ່ຽງ​, ຕິດຕາມຄຸ້ມ​ຄອງ​ແລະ​ປະສານ​ງານດ້ານ​ການ​ເງິນ​ຢ່າງ​ເປັນ​ລະບົບ, ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ. ​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມ​ການ​ໄຫຼວຽນ​ຂອງ​ເງິນ​ທຶນຂ້າມ​ຊາດ. ປັບປຸງ​ການ​ກູ້​ເງິນ​ປະ​ເພດຕ່າງໆຢ່າງ​ມີ​ລະບຽບ​ຮຽບຮ້ອຍ, ຊີ້​ນຳ​ການ​ລະດົມ​ທຶນ​ໃນ​ສັງຄົມ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ.

​ເຮັດ​ວຽກ​ໃນ​ປີ​ນີ້​ໃຫ້​ດີ​ຢ່າງຮອບດ້ານ, ຕ້ອງ​ຍຶດໝັ້ນ​ຫົວ​ຂໍ້​ຕົ້ນຕໍ​ຢ່າງ​ພົ້ນ​ເດັ່ນ, ຈັດ​ຕັ້ງ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ກຳນົດ​ແຜນການ​ພັດທະນາ​ພາກສ່ວນ​ຕ່າງໆ​ຢ່າງ​ເປັນ​ເອກະ​ພາບ​ກັນ, ກ້າວ​ໄປ​ໜ້າ​ຢ່າງ​ກົມກຽວ​ກັນ, ຈັດ​ເອົາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ຄວບຄຸມ​ລາຄາ​ສິນຄ້າ, ປັບປຸງ​ໂຄງ​ປະກອບ, ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ສົ່ງ​ເສີມ​ຄວາມ​ກົມ​ກຽວກັນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ເປັນ​ຢ່າງ​ດີ. ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ກໍ່​ແມ່ນ​ຍຶດໝັ້ນ​ການ​​ເພີ່ມ​ທະວີ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ, ຮັກສາ​ຄວາມ​ຕ້ອງການ​ຈາ​ກພາຍ​ນອກ​ໃຫ້​ໝັ້ນ​ທ່ຽງ, ອອກ​ແຮງ​ພັດທະນາ​ເສດຖະກິດ​ຮູບ​ປະ​ທຳ, ພະຍາຍາມ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ​ບໍ່​ແນ່ນອນຊະນິດ​ຕ່າງໆທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ​ແກ້​ໄຂ​ບັນຫາ​ໃໝ່​ຢ່າງ​ທັນ​ການ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໃນ​ການ​ພັດທະນາ​ເສດຖະກິດ. ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ຄວາມ​ສ່ຽງ​ບົ່ມ​ຊ້ອນ​ຊະນິດ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ຢູ່​ບາງ​ພາກສ່ວນ​ກາຍ​ເປັນ​ບັນຫາ​ພາກ​ສ່ວນລວມ, ຊຸກ​ຍູ້​ຄວາມ​ກົມກຽວ​ແລະ​ຄວາມ​ສະຫງົບ​ໃນ​ສັງຄົມ.
ສາມ. ໜ້າ​ທີ່​ຕົ້ນຕໍ​ໃນ​ປີ2012.

ກ. ຊຸກ​ຍູ້​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ.

ການ​ເພີ່ມ​ທະວີ​ຄວາມ​ຕ້ອງການ​ພາຍ​ໃນ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຕ້ອງການ​ດ້ານ​ການ​ບໍລິ​ໂພ​ກ, ​ແມ່ນ​ຈຸດ​ຢືນ​ພື້ນຖານ​ທີ່​ເສດຖະກິດ​ຂອງ​ປະ​ເທດ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານ​ແລະ​ໄວ​ສົມຄວນ, ​ແມ່ນ​ຈຸດ​ສຸມ​ຂອງ​ວຽກ​ງານ​​ໃນປີ​ນີ້.

ອອກ​ແຮງ​ເພີ່ມ​ທະວີ​ຄວາມ​ຕ້ອງການ​ດ້ານ​ການ​ບໍລິ​​ໂພ​ກ. ​ເລັ່ງລັດ​ສ້າງ​ກົນ​ໄກ​​ແບບຖາວອນ​ໃນ​ການເປີດ​ກວ້າງ​ການ​ບໍລິ​ໂພ​ກ. ອອກ​ແຮງ​ປັບປຸງ​ອົງ​ປະກອບ​ແບ່ງປັນ​ລາຍ​ໄດ້, ​ເພີ່ມ​ລາຍ​ໄດ້​ຂອງ​ປະຊາຊົນ​ຜູ້​ມີ​ລາຍ​ໄດ້​ປານ​ກາງ​ແລະ​ຕ່ຳ, ​ຍົກ​ສູງ​ຄວາມ​ສາມາດ​ການ​ບໍລິ​ໂພ​ກຂອງ​ປະຊາຊົນ. ປັບປຸງ​ນະ​ໂຍບາຍທີ່​ສົ່ງ​ເສີມ​ການ​ບໍລິ​ໂພ​ກ ຂອງ​ປະຊາຊົນ. ປັບປຸງ​ສະພາບ​ແວດລ້ອມ​ແຫ່ງ​ການ​ບໍລິ​​ໂພ​ກ​ໃຫ້​ດີ​ຂຶ້ນ, ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຜູ້​ບໍລິ​ໂພ​ກ.

ປັບປຸງ​ອົງ​ປະກອບ​​ໃນການ​ລົງທຶນ​ໃຫ້​ດີ​ຂຶ້ນ. ຮັກສາ​ການ​​ເຕີບ​ໂຕ​ຂອງ​ການ​ລົງທຶນ​ຢ່າງ​ໝັ້ນ​ທ່ຽງ, ຊຸກ​ຍູ້​ໃຫ້ການ​ລົງທຶນ​ແລະ​ການ​ບໍລິ​ໂພ​ກດຳ​ເນີນ​ໄປ​ເປັນ​ຢ່າງ​ດີ. ​ເຮັດ​ວຽກ​ງານພິຈາລະນາ​ອະນຸມັດ​​ແລະ​ກວດກາການ​ນຳ​ໃຊ້ທີ່​ດິນ, ສິນ​ເຊື່ອ, ປະຢັດພະລັງງານ, ອະນຸລັກ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ, ​ແລະ​ຄຸ​ນນະພາ​ບ, ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ຕໍ່​ໂຄງການ​ສຳຄັນ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ຂອງ​ລັດຖະບານ​, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດ​ທີ​ຜົນ​ຂອງ​ການ​ລົງ​ທຶນ.

ຂ. ຮັກສາ​ລະດັບ​ລວມຂອງລາຄາ​ສິນຄ້າ​ໃຫ້​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ

ນີ້​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແລະຂອງ​ພາກ​ສ່ວນລວມ​ແຫ່ງການ​ພັດທະນາ​ເສດຖະກິດ​ສັງຄົມ.
​ເພີ່ມ​ທະວີ​ການ​ຜະລິດ, ຮັບປະກັນ​ການ​ສະໜອງ. ສືບ​ຕໍ່​ຖື​ການ​ຄວບ​ຄຸມບໍ່​ໃຫ້​ລາຄາ​ອາຫານຖີບຕົວ​ສູງ​ຂຶ້ນ​ໄວ​ເກີນ​ໄປຊຶ່ງ​ເປັນ​ຈຸດ​ໜັກ​ໃນ​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລາຄາ​ສິນຄ້າ. ຕົວ​ເມືອງ​ຂະໜາດ​​ກາງ​ແລະ​ໃຫຍ່​ຄວນ​ຮັກສາ​ດິນ​ປູກ​ຜັກ​ຢ່າງ​ເໝາະ​ສົມ, ຮັກສາ​ແລະ​ຍົກ​ສູງ​ລະດັບ​ກຸ້ມ​ຕົນ​ເອງ​ໃນ​ການສະໜອງ​ຜັກ​ຕາມ​ລະດູ​ການ, ປະສານສົມທົບກັບ​ເຂດ​ອ້ອມ​ຂ້າງ​ແລະ​ເຂດ​ທີ່​ມີ​ທ່າ​ແຮງ​​ເພື່ອ​ສ້າງ​ແຫຼ່ງຜະລິດ​ຜັກ, ​ເພີ່​ມທະວີ​ຄວາມ​ສາມາດດັດສົມ​ຕະຫຼາດ.

ປະຕິບັດ​ການ​ຈໍລະ​ຈອນ​ສິນຄ້າ​ຢ່າງ​ສະດວກ​ສະ​ບາຍ, ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳລົງ. ປະຕິບັດ​ນະ​ໂຍບາຍ​​​ເສັ້ນທາງ​ສີຂຽວ​ໃນ​ການ​ຂົນ​ສົ່ງ​ຜະລິດ​ຕະພັນ​ກະສິກຳ, ເປັນ​ຕົ້ນ​ແມ່ນ​ຜັກ​, ຫຼຸດ​ຂັ້ນ​ຕອນ​ໃນ​ການ​ຈໍລະ​ຈອນ​ໃຫ້​ໜ້ອຍ​ລົງ, ​ເພີ່ມ​ຮ້ານ​ຂາຍ​ຍ່ອຍ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຮ້ານ​ຄ້າ​ຕົ້ນ​ຕໍ​ຢ່າງ​ເຕັມ​ສ່ວນ. ໃຊ້ມາດ​ຕະ​ການ​ຫຼາ​ຍດ້ານ​ພ້ອມ​ກັນ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຈໍລະ​ຈອນ, ​ແລະ​ຫຼຸດ​ຕົ້ນ​ທຶນ​ຢູ່​ລະ​ຫວ່າງ​ກາງ​ທາງ, ​ເຮັດ​ໃຫ້​ຜູ້​ຜະລິດ​ແລະ​ຜູ້​ບໍລິ​ໂພ​ກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຢ່າງ​ແທ້​ຈິງ.

​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ, ປັບປຸງ​ໃຫ້​ມີຄວາມ​ລະບຽບ​ຮຽບຮ້ອຍ. ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ດຕໍ່​ລາຄາ​ອາຫານ, ຢາ​ປົວ​ພະຍດ, ​ຄ່າ​​ປິ່ນປົວ​ພະຍາດ, ການ​ສື່ສານ, ​ແລະ​ການ​ສຶກສາ​ດັ່ງ​ນີ້​ເປັນ​ຕົ້ນ, ປັບປຸງປະກົດ​ການ​ທີ່​ເກັບ​ຄ່າ​​ແລະປັບ​ໃໝ​​ຢ່າງ​ຊະຊາຍ​ໃນ​ຂົງ​ເຂດ​ຂົນ​ສົ່ງ​ແລະ​ຄົມມະນາຄົມ, ດັດ​ແກ້​ການ​ກະທຳ​ເກັບ​ຄ່າທີ່​ລະ​ເມີດ​ລະບຽບ​ການຂອງ​ວິສາ​ຫະກິດ​ຂາຍຍ່ອຍຂະໜາດ​ໃຫຍ່.
ຄ. ຊຸກ​ຍູ້​ໃຫ້​ກະສິກຳ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ເຮັດ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

​ໃ​ນຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ​ແລະ​ຫັນ​ເປັນຕົວ​ເມືອງ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ​ໃຫ້​ທັນ​ສະ​ໄໝ. ຕ້ອງ​ຍຶດໝັ້ນຖືເອົາ​ການ​ແກ້​ໄຂ​ບັນຫາ"ກະສິກຳ, ຊົນນະບົດ​ແລະ​ຊາວ​ກະສິກອນ"​ໃຫ້​ດີ​ນັ້ນ​ເປັນ​ວຽກ​ງານ​ສຳຄັນ​ທີ່ສຸດ, ເພີ່ມທະວີນະໂຍບາຍສ້າງຄວາມເຂັ້ມແຂງແລະຄວາມຮັ່ງມີ​ໃຫ້​ຊາວ​ກະສິກອນ​ຕື່ມ​ອີກ, ປັບປຸງ​ແລະ​ຂະຫຍາຍ​ທ່າ​ອ່ຽງທີ່​ດີ​ໃນ​ການ​ພັດທະນາ​ກະສິກຳ​ແລະ​ຊົນນະບົດ.

ຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ພັດທະນາ​ການ​ຜະລິດ​ກະສິກຳ, ​​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນຈາກ​ຫຼາຍ​ດ້ານ. ສືບ​ຕໍ່​ດຳ​ເນີນ​ການ​ເພີ່ມ​ຜົນ​ຜະລິດ​ທັນ​ຍາ​ຫານ, ຮັ​ກ​ສາ​ເນື້ອ​ທີ່​ປູກ​ຝັງ​ທັນ​ຍາຫານ, ອອກ​ແຮງ​ເພີ່ມ​ຜົນ​ຜະລິດ​ຕາມ​​ເນື້ອ​ທີ່​​ແຕ່ລະຫົວໜ່ວຍ. ຊີ້​ນຳ​ໃຫ້​ຊາວ​ກະສິກອນ​ປັບປຸງ​ອົງປະກອບ, ​ເພີ່ມ​ການ​ຜະລິດ​ຜະລິດ​ຕະພັນ​ກະສິກຳ​ທີ່​ຂາດ​ເຂີນ​ໃນ​ຕະຫຼາດ​ແລະ​ມີ​ຄຸນ​ນະພາ​ບສູງ, ສະໜັບສະໜູນ​ການ​ຜະລິດ​ຜັກ, ຊີ້ນ, ​ໄຂ່, ນົມ ​ແລະ​ຜະລິ​ດຕະພັນ​ທາງ​ນ້ຳດັ່ງ​ນີ້​ເປັນ​ຕົ້ນ. ສືບ​ຕໍ່​ຍົກ​ສູງ​ລາຄາ​ຕ່ຳ​ສຸດ​ໃນ​ການຈັດ​ຊື້​ສະບຽງ​ອາຫານ, ປີ​ນີ້​ລາຄາ​ຕ່ຳ​ສຸດ​ໃນ​ການຈັດ​ຊື້ເຂົ້າ​​ເບຼ​ໄດ້​ສູງ​ຂຶ້ນ 7,4 ຢວນຕໍ່ 50 ກິ​ໂລ, ​ແລະ​ລາຄາ​ຈັດ​ຊື້​ເຂົ້ານາ​ນ້ຳ​ໄດ້​ສູງ​ຂຶ້ນ 16 ຢວນຕໍ່ 50 ​ກິ​ໂລ. ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ແລະຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່ຊົນນະບົດ​ໃນ​ຮອບ 10 ປີ​ສະບັບໃໝ່, ປະຕິ​ບັດ​ຕາມ​ມາດຕະຖານ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ສະບັບ​ໃໝ່​ຂອງ​ລັດຖະບານ, ​ເຮັດ​ວຽກ​ໃນ​ດ້ານ​ນີ້​ໃຫ້​ດີ.

​ເລັ່ງລັດ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ. ທາງ​ອອກ​ພື້ນຖານ​ຂອງ​ກະສິກຳ​ຢູ່​ນຳ​ການພັ​ດທະນາ​ຂອງ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ. ຄວນ​ອອກ​ແຮງ​ຊຸກ​ຍູ້​ການ​ປະດິດ​ສ້າງ​ໃໝ່​ຂອງ​ວິ​ທະຍາ​ສາດ​ເຕັກນິກ​ດ້ານ​ກະສິກຳ, ​ເພີ່​ມທະວີ​ການສະໜັບສະ​ໜູນ​ໃນ​ການຄົ້ນຄວ້າ​ແລະ​ນຳ​ໃຊ້​ເຕັກນິກ​ທີ່​ສຳຄັນ, ​ເຊັ່ນ, ພັ​ດທະນາ​ແນວ​ພັນ​ຄຸນ​ນະພາ​ບດີ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ,  ຄຸນ​ນະພາ​ບ​​ ແລະຄວາມ​ປອດ​ໄພ​​ຂອງ​ຜະລິດ​ຕະພັນ​ກະສິກຳ​, ດັ່ງ​ນີ້​ເປັນຕົ້ນ.

​ເພີ່ມ​ທະວີການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ກະສິກຳ​ແລະ​ຊົນນະບົດ. ປີ​ນີ້​ງົບ​ປະມານ​ການ​ເງິນ​ສູນ​ກາງ​ຈະ​ຈັດ​ວາງ​ໄວ້ 1228 ຕື້ 700 ລ້ານ​ຢວນ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນວຽກ​ງານ​ກະສິກຳ, ຊົນນະບົດ​ແລະ​ຊາວ​ກະສິກອນ, ​ເຊິ່ງ​ເພີ່ມ​ຂຶ້ນ 186 ຕື້ 800 ລ້ວ​ນຢວນ​​ເມື່ອ​ທຽບ​ກັບ​ປີ 2011 ທີ່​ຜ່ານ​ມາ. ຊຸກຍູ້​ການ​ປັບປຸງ​ສະພາບແວດລ້ອມ​ຂອງຊົນນະບົດ​ໃຫ້​ດີ​ຂຶ້ນ, ​ເລັ່ງລັດ​ການ​​ແກ້​ໄຂ​ເຮືອນຊຸດ​ໂຊມ​ຢູ່​ຊົນນະບົດ, ສືບ​ຕໍ່​ປັບປຸງ​ເງື່ອນ​ໄຂ​ການ​ຜະລິດ​ແລະດຳລົງ​ຊີວິດ​ຢູ່​ຊົນນະບົດ​ໃຫ້​ດີ​ຂຶ້ນ.

ລົງ​ເລິກ​ການ​ປະຕິ​ຮູບ​ຢູ່​ຊົນນະບົດ. ຍຶດໝັ້ນ​ລະບຽບ​ການ​ທຸລະ​ກິດ​ພື້ນຖານ​ຂອງ​ຊົນນະບົດ​. ສິດ​ຮັບ​ເໝົາທີ່​ດິນ​ເພື່ອ​ດຳ​ເນີນ​ທຸລະ​ກິດ, ສິດ​ນຳ​ໃຊ້​ທີ່​ດິນ​​ໃນ​ການ​ສ້າງ​ເຮືອນ​ຢູ່, ສິດ​ແບ່ງປັນຜົນ​ກຳ​ໄລ​ລວມໝູ່​ເປັນ​ສິດ​ຊັບ​ສິນ​ທີ່​ກົດໝາຍ​ມອບ​​ໃຫ້​ຊາວ​ກະສິກອນ, ບໍ່​ວ່າ​ຜູ້​ໃດ​ກໍ​ຕາມ​ລ້ວນ​ແຕ່ບໍ່​ມີ​ສິດ​ທີ່​ຈະ​ລ່ວງ​ລ້ຳ​ໄດ້. ​ເພີ່​ມທະວີ​ການ​ຄຸ້ມ​ຄອງ​ແລະ​ການ​ບໍລິການ​ໃນ​ການ​ໂອນ​ສິດ​ມອບ​ເໝົາ​ທີ່​ດິນ​ເພື່ອ​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ການ​ທຸລະ​ກິດ​ທີ່ມີ​ຂະໜາດ​ອັນ​ເໝາະ​ສົມ. ປົກ​ປ້ອງ​ດິນ​ປູກຝັງ​ຢ່າງ​ເຂັ້ມ​ງວດ.

ສີ່:​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​​ຂອງ​ເສດຖະກິດ

​ແກ້​ໄຂ​ບັນຫາ​ທີ່​ພັດທະນາ​ບໍ່​ສະ​ຫມ່ຳສະ​ເຫມີ​ກັນ, ບໍ່​ກົມກຽວ​ກັນ​ແລະ​ບໍ່​ຕໍ່​ເນື່ອງ​ກັນ, ຂໍ​ກະ​ແຈ​ແມ່ນ​ຢູ່​ນຳ​ການ​ຫັນປ່ຽນຮູບ​ການ​ພັດທະນາຂອງ​ເສດຖະກິດ, ຊຸກ​ຍູ້​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ຈາກ​ດ້ານ​ຍຸດ​ທະ​ສາດ, ນີ້​ແມ່ນ​ຂະ​ບວນການ​ທີ່​ຍາວ​ນານ​ແລະ​ກໍ່​ແມ່ນ​ຫນ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ປັດຈຸບັນ.

ການ​ຊຸກ​ຍູ້​ການ​ເລື່ອນ​ຊັ້ນ​ຂອງ​ອົງ​ປະກອບ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.ຊຸກ​ຍູ້​​ໃຫ້​ຂະ​ແຫນງ​ການຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ນັ້ນ​ພັດທະນາ​ຢ່າງ​ປອດ​ໃສ.ສ້າງ​ກົນ​ໄກ​ຊຸກ​ຍູ້​ການ​ນຳ​ໃຊ້​ພະລັງງານ​ໃຫມ່​, ​ເພີ່ມ​ທະວີ​ການວາງ​ແຜນ​ຈັດ​ສັນ​ຢ່າງ​ເປັນ​ເອກະ​ພາບ​ກັນ,ສ້າງ​ໂຄງການ​ທີ່ສົມ​ຄູ່​ກັນ,​ແລະຊີ້​ນຳ​ໂດຍ​ນະ​ໂຍບາຍ, ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ, ສະກັດ​ກັ້ນ​ບໍ່​ໃຫ້​ຂະ​ແຫນງ​ການພະລັງງານ​ແສງຕາ​ເວັນ,​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ລົມ​ແລະຂະ​ແຫນງ​ການ​ອື່ນໆ​ພັດທະນາ​ເປີດ​ກວ້າງ​ອອກ​ຢ່າງ​ຫລັບ​ຫູ​ຫລັບ​ຕາ. ພັດທະນາ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ຮຸ່ນ​ໃຫມ່, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ແວັບ​ໄຊ,ຊຸກ​ຍູ້​ໃຫ້​ຕາງ​ຫນ່າງ​ໂທລະ​ຄົມມະນາຄົມ, ຕາຫນ່າງ​​ວິທະຍຸ​ໂທລະພາບແລະ​ອິນ​​​ເຕີ​ແນັດ​ເຊື່ອມ​ໂຍງ​ເຂົ້າກັນ​ເພື່ອ​ໄດ້​ຮັບຜົນງານ​ທີ່​ແທ້​ຈິງ.ອອກ​ແຮງ​ພັດທະນາະ​ແຫນງ​ການ​ຕ່າງໆ​ເຊັ່ນ:ການ​ຜະລິດ​ອຸປະ​ກອນລະດັບ​ສູງ, ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ຜະລິດ​ຢາ​ດ້ວຍ​ເຕັກນິກ​ຊີວະ​ຊາດ,​ການ​ຜະລິດ​ລົດຍົນ​ທີ່​ໃຊ້​ພະລັງງານ​ໃຫມ່, ວັດຖຸ​ໃຫມ່​ແລະ​ອື່ນໆ.​ເພີ່ມ​ງົບປະມານ​ໃຫ້​ແກ່​ໂຄງການ​ສຳຄັນ​ໃນ​ດ້ານ​ການປະຕິຮູບ​ເຕັກນິກ, ຊຸກ​ຍູ້​ການ​ປັບປຸງ​ແລະ​ຍົກ​ລະດັບ​ຂອງ​ຂະ​ແຫນງ​ການ​ດັ້ງ​ເດີມ. ປະຕິບັດ​ແລະ​ປັບປຸງ​ນະ​ໂນ​ຍບາຍ​ພັດທະນາ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ​ໃຫ້​ດີ​ຂຶ້ນ, ຫລຸດ​ຄວາມ​ແບກ​ຫາບ​ຂອງ​ວິ​ສາ​ຫະກິດ​ໃຫ້​ຫນ້ອຍ​ລົງ, ກະຕຸກຊຸກຍູ້​ໃຫ້​ວິ​ສາ​ຫະກິດ​​ທີ່​ມີເຕັກນິກ​ຂະຫນາດ​ນ້ອຍ​ດຳ​ເນີນ​ໄປ​ຢ່າງມີ​ຊີວິດ​ຊີວາ​ໃນ​ດ້ານ​ການ​ພັດທະນາ.

ຊຸກ​ຍູ້​ການ​ປະຢັດ​ພະລັງງານ​,ຫລຸດ​ການ​ລະບາຍ​ມົນ​ລະ​ພິດ​ແລະ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ.ຂໍ​ກະ​ແຈ​ຂອງ​ການ​ປະຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ມົນ​ລະ​ພິດ​ແມ່ນ​ປະຢັດ​ພະລັງງານ, ຍົກ​ສະມັດ​ຕະພາບ​ໃຫ້​ສູງ​ຂຶ້ນ, ຫລຸດການລະບາຍ​ມົນ​ລະ​ພິດ​ໃຫ້​ຫນ້ອຍ​ລົງ. ຕ້ອງ​ເລັ່ງລັດ​ວາງ​ແຜນການ​ວຽກ​ງານ​ໃນ​ການ​ຄວບ​ຄຸມ​ປະລິມານ​ນຳ​ໃຊ້​ພະລັງງານ​ຢ່າງ​ສົມ​ເຫດ​ສົມ​ຜົນ​, ​ເລັ່ງລັດ​ສ້າງ​ລະບົບ​ລາຄາ​ຂອງ​ພະລັງງານ​ໃຫ້​ສົມ​ເຫດ​ສົມ​ຜົນ.​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ພະລັງງານ,ສ້າງ​ຕາຫນ່າງ​ໄຟຟ້າ​ແບບ​ອັດຕະ​ໂນ​ມັດ​ແລະ​ພະລັງງານ​ແບບ​ແຈກ​ຢາຍ, ປະຕິບັດ​ນະ​ໂຍບາຍ​ທີ່​ບັງ​ເກີດ​ຜົນ​ຕ່າງໆ​ເຊັ່ນ: ປະຕິບັດ​ການ​ຜະລິດ​ໄຟຟ້າ​ແບບ​ປະ​ຢັດ​ພະລັງງານ, ຄຸ້ມ​ຄອງ​ພະລັງງານ​ດ້ວຍ​ການ​ເຊັນ​ສັນຍາ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ,​ ໃຫ້​ລັດຖະບານ​ສັ່ງ​ຊື້​ແບບ​ປະຢັດ​ພະລັງງານ​ແລະ​ອື່ນໆ. ການ​ສ້າງ​​​ອົງ​ປະກອບ​ພະລັງງານ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ການ​ໃຊ້​ພະລັງງານ​ດັ້ງ​ເດີມ​ທີ່ສະອາດ​ແລະ​ມີ​ສະມັດ​ຕະພາບ​ສູງ, ພັດທະນາ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍຢ່າງ​ປອດ​ໄພ​, ຕັ້ງຫນ້າ​ພັດທະ​ນາ​ການ​ຜະລິດ​ໄຟ​ຟ້າ​ດ້ວຍ​ພະລັງງານ​ນ້ຳ, ​ເລັ່ງລັດ​ການ​ສຳ​ຫລວດ​ອາຍ​ແກ​ສ, ຍົກ​ມາດຕາ​ສ່ວນ​ຂອງ​ພະລັງງານ​ໃຫມ່​ແລະ​ພະລັງງານ​ທີ່​ໃຊ້​ຄືນ​ໄດ້​ນັ້ນ​ໃຫ້​ສູງ​ຂຶ້ນ.​ ເພີ່ມ​ທະວີ​ການ​ກໍ່ສ້າງ​ຊ່ອງ​ທາງ​ຈໍລະ​ຈອນ​ຂອງ​ພະລັງງານ. ລົງ​ເລິກ​ປະຕິບັດ​ນະ​ໂບບາຍ​ແຫ່ງ​ຊາດ​ອັນ​ພື້ນຖານ​ທີ່​ປະຢັດ​ຊັບພະຍາກອນ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ. ດຳ​ເນີນ​ການ​ຕິດຕາມ​ກວດກາ​ຕໍ່​ການ​ໃຫ້​ໃບ​ຢັ້ງຢືນ​ດ້ານ​ການ​ປະ​ຢັດ​ພະລັງງານ​ແລະ​ໃບ​ຢັ້ງຢືນ​ກ່ຽວ​ກັບ​ສະມັດ​ຕະພາບ​ໃນ​ການ​ໃຊ້​ພະລັງງານ, ສົ່ງ​ເສີມການ​ປະຢັດ​ພະລັງງານ, ປະຢັດ​ນ້ຳ, ປະຢັດ​ທີ່​ດິນ, ປະຢັດ​ວັດຖຸ​ຕ່າງໆ​ແລະ​ນຳ​ໃຊ້​ຊັບພະຍາກອນ​ແບບ​ສັງ​ລວມ, ອອກ​ແຮງ​ພັດທະນາ​ເສດຖະກິດ​ຫມູນ​ຫວຽນ.​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ສິ່​ງ​ແວດ​ລ້ອມ, ສຳຄັນ​ແມ່ນ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນຢູ່​​ໃນ​ດ້ານຕ່າງ​ເຊັ່ນ: ການ​ເຊື່ອມພິດ​ຈາກ​ໂລຫະ​ໜັກ, ການ​ເຊື່ອມ​ພິດ​ແຫ​ລ່ງນ້ຳ​ດຶ່ມ, ອາກາດ, ທີ່​ດິນ​ແລະ​ທະ​ເລ. ພະຍາຍາມ​ຫລຸດ​ການ​ເຊື່ອມ​ພິດ​ຕໍ່​ແຫ​ລ່ງກະສິກຳ. ຕິດ​ມຕາມ​ກວດກາ​ຕໍ່​ສານ​ເຄມີ​ທີ່​ຈະ​ສົ່ງ​ຜົນ​ອັນຕະລາຍ​ນັ້ນ​ຢ່າງ​ເຄັ່ງ​ຂັດ. ປີ​ນີ້, ຈະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ສິ່ງ​ເຊື່ອມ​ພິດ​ທີ່​ເປັນ​ເມັດນ້ອຍ(ຫລື:PM2,5)ຢູ່ນະຄອນຫລວງປັກກິ່ງ, ນະຄອນທຽນສິນ,ແຂວງເຫີ​ເປີ​ຍ,ເຂດສາມຫລ່ຽມ​ແມ່​ນ້ຳ​ຢາງ​ຊີ​ກຽງ​,​ ເຂດ​ສາມຫລ່ຽມ​ແມ່​ນ້ຳ​​ໄຂ່​ມຸກ, ພ້ອມທັງກຳ​ແພງ​ນະຄອນ​ແລະ​ເທດສະບານ​ແຂວງ​ຕ່າງໆ​ທີ່​ເປັນ​ຈຸດ​ຫນັກ,​​ ແລ້ວ​ຈະ​ເຜີຍ​ແຜ່​ການ​ຕິດຕາມ​ກວດກາ​ນີ້​ໄປ​ເຖິງໝົດທຸກ​ຕົວ​ເມືອງ​ທົ່ວ​ປະ​ເທດ​ໃນ​ປີ 2015.​ ເພີ່ມ​ທະວີ​ການ​ສ້າງຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂດຍ​ສະ​ເພາະ​ແມ່ນ​ເກີດ​ເຫດການ​ຮຸນ​ແຮງຍ້ອນ​ການປ່ຽນ​ແປງ​ຂອງອາກາດ, ຍົກລະດັບ​ຄວາມ​ສາມາດ​​ໃນ​ການປ້ອງ​ກັນ​ແລະ​ຫລຸດ​ໄພ​ໃຫ້​ສູງ​ຂຶ້ນ. ຍຶດຫມັ້ນຫລັກການ​ຮັບຜິດຊອບ​ຮ່ວມ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ຊຸກ​ຍູ້​ຂະ​ບວນການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ສາກົນ​ຢ່າງ​ມີ​ລັກສະນະ​ສ້າງສັນ. ພວກ​ເຮົາ​ຈະ​ບອກ​ໃຫ້​​ໂລກ​ຮູ້​ດ້ວຍ​ການ​ກະທຳ​ຕົວ​ຈິງ​ວ່າ, ຈີນ​​ເດັດຂາດ​ຈະ​ບໍ່​ໃຫ້​ເສດຖະກິດ​ເຕີ​ບໂຕ​ໂດຍ​ຖື​ການ​​ເສຍສະຫລະ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ແລະ​ສຸກຂະພາບ​ຂອງ​ປະຊາຊົນ​ເປັນ​ຄ່າ​ທົດ​​ແທນ, ພວກ​ເຮົາ​ຈະ​ເດີນ​ຕາມ​ເສັ້ນທາ​ງພັດທະນາທີ່​ມີ​ຄວາມ​ສີວິ​ໄລ​ທີ່​ໃຫ້ການ​ຜະລິດ​ມີ​ການ​ພັດທະນາ, ຊີວິດ​ການ​ເປັນຢູ່​ມີ​ຄວາມ​ມັ່ງ​ເຄັ່ງ​ເຂັ້ມ​ແຂງ, ​ແລະ​ສະພາບ​ສິ່ງ​ແວດ​ລ້ອມ​ດີງາມ.

ຊຸກ​ຍູ້​​ໃຫ້ເສດຖະກິດ​ພາກ​ພື້ນ​ພັດທະນາ​ຢ່າງ​ກົມກຽວ​ກັນ. ປະຕິບັດ​ຍຸດ​ທະ​ສາດ​ລວມ​ໃນ​ການ​ພັດທະນາ​ພາ​ກື້ນ​ແລະ​ວາງ​ແຜນ​ສ້າງ​​ເຂດ​ທີ່​ມີ​ບົດບາດ​ຕ່າງ​ກັນ,​​ເສີມ​ຂະຫຍາຍ​ຈຸດ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​ແຫ່ງ​ຕ່າງໆ,​ເພື່ອ​ຍົກ​ລະດັບ​ກົມກຽວ​ກັນ​ຂອງ​ການ​ພັດທະນາ​ໃນ​ພາກ​ພື້​ນ​ແລະ​ຄວາມ​ສະ​​ເຫມີ​ພາບ​ໃນ​ດ້ານ​ການ​ບໍລິການ​ສາທາລະນະ​ພື້ນຖານ.​ເພີ່ມ​ທະວີ​ແລະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຂ້າມ​ພາກ​ພື້ນ​ນັ້ນ​ໃຫ້​ສົມ​ບຸນ, ກຳຈັດ​ກຳ​ແພງ​ດ້ານ​ຕະຫລາດ, ຊຸກ​ຍູ້​ໃຫ້​ປັດ​ໄຈຕ່າງໆ​ຈໍລະ​ຈອນ,ຊັກ​ນຳ​ໃຫ້​ຂະ​ແຫນງ​ການ​ຕ່າງໆ​ມີ​ການ​ຫັນປ່ຽນ​ຢ່າງ​ມີ​ລະບຽບ​ຮຽບຮ້ອຍ, ຊຸກ​ຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​ປະສານ​ສົມທົບ​ແລະ​ພັດທະນາ​​ເປັນ​ຢ່າງ​ດີ.
ຕັ້ງຫນ້າ​ຊຸກ​ຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ຫນັກ​ແຫນ້ນ.ຕ້ອງ​ເຄົາລົບ​ກົດ​ເກນ​ພັດທະນາ​ຂອງ​ຕົວ​ເມືອງ, ​ເລີ່​ມຈາກ​ສະພາບ​ຕົວ​ຈິງ​ຂອງ​ແຫ່ງ​ຕ່າງໆ, ຊຸກ​ຍູ້​ຕົວ​ເມືອງ​ໃຫຍ່,ຕົວ​ເມືອງ​ກາງ​ແລະ​ນ້ອຍ​ພ້ອມ​ກັບ​ເມືອງ​ນ້ອຍ​ພັດທະນາ​ຢ່າງ​ກົມກຽວ​ກັນ. ອີງ​ຕາມ​ຄວາມ​ສາມາດ​ແບກ​ຫາບ​ດ້ານ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ແລະ​ຈຳນວນ​ພົນລະ​ເມືອງ, ​ໃຫ້​ກຳລັງ​ການ​ຜະລິດ​ຂອງ​ທົ່ວ​ປະ​ເທດ​ແຈກ​ຢາຍ​ເປັນ​ຢ່າງ​ດີ,​ ເພື່ອ​ຈໍ່​ຕົວ​ເປັນ​ສະຖານະ​ພາບປະຊາກອນ​ທີ່​ມີ​ລະບົບ​ຕົວ​ເມືອງ​ຊົນ​ນະ​ບົດ​ກັບ​ຈຳນວນ​ທີ່​ດິນ​ຂອງ​ປະ​ເທດ, ການ​ແຈກ​ຢາຍ​ຂອງ​ຊັບພະຍາກອນ​​ແລະ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ​ໃຫ້ສອດຄ່ອງ​ກັນ. ​ເພີ່ມ​ທະວີ​ການ​ໃຫ້​ຄວາມ​ສົນ​ໃຈ​​ແລະ​ໃຫ້ການ​ບໍລິການ​ແກ່ຊາວ​ກະສິກອນ​ຜູ່​ທີ່​ຊອກ​ວຽກ​ເຮັດ​ງານ​ທຳ​ໃນ​ຕົວ​ເມືອງ,ອອກ​ແຮງ​ແກ້​ໄຂ້​ບັນຫາ​ຕົວ​ຈິງ​ຕ່າງໆ​ເຊັ່ນ:​ໃຫ້ການ​ບໍລິການ​ດ້ານ​ປະກອບ​ອາຊີບ, ການ​ຄ້ຳປະກັນ​ທາງ​ສັງຄົມ, ລູກ​ຫລານ​ເຂົ້າ​ສຶກສາ​ຮ່ຳຮຽນ, ການ​ເຊົ່າຫລື​ຊື້​ເຮືອນ​ຢູ່​ຂອງ​ຊາວ​ກະສິກອນ​ຜູ່​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ, ຄ່ອຍໆ​​ເຮັດ​ໃຫ້ການ​ບໍລິການ​ສາທາລະນະ​ພື້ນຖານ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ນັ້ນປົກ​ຄຸມ​ຂະຫຍາຍໄປ​ສູ່​ຊາວ​ກະສິກອນ​ຜູ່​ທີ່​ເຮັດ​ວຽກ​ຢູ່​ໃນຕົວ​ເມືອງ.​ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ລູກ​ຫລານ,​ແມ່ຍິງ​ແລະ​ຜູ່​ເຖົ້າ​ແກ່​ຊະລາຊາວ​ກະສິກອນ ຊາວຊົນນະບົດ​​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ.​ ເຮັດ​ໃຫ້​ຊາວ​ສິກະກອນ​ຊົນນະບົດ​ນັ້ນ​ບໍ່​ວ່າ​ຈະ​​ເຮັດ​ວຽກຢູ່​ໃນຕົວ​ເມື​ອງຫລື​ຢູ່​ຊົນນະບົດ​ຕໍ່​ລ້ວນ​ແຕ່​ສາມາດ​ມີ​ຊີວິດ​ທີ່​ສະຫງົບ​ສຸກ​ແລະ​ມີ​ວຽກ​ເຮັດ​ງານ​ທຳ.

ຫ້າ: ລົງ​ເລິກ​ປະຕິບັດຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ຈະ​ເລີ​ນດ້ວຍ​ວິທະຍາສາດ​ເຕັກນິກ​ແລະ​ການ​ສຶກສາ,​ແລະ​ຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຊັ​ບພະຍາກອນ​ມະນຸດ

ອອກ​ແຮງ​ພັດທະນາ​ວຽກ​ງານ​ວິທະຍາສາດ​ເຕັກນິກ​ແລະ​ການ​ສຶກສາ, ສ້າງ​ຖັນ​ແຖວ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ມີ​ຄຸນ​ທາດ​ສູງ, ​ແມ່ນ​ເສັ້ນທາງ​ທີ່​ຕ້ອງ​ເດີນ​ຕາມ​ໃນ​ການ​ສ້າງ​ປະ​ເທດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ແລະ​ໃຫ້​ປະຊາ​ຊາດ​ຟື້ນ​ຕົວ​ຄືນ.

ຍຶດຫມັ້ນການ​​ໃຫ້​ບູລິ​ມະ​ສິດ​ໃນ​ການ​ພັດທະນາ​ການ​ສຶກສາ.ສູນ​ກາງ​ການ​ເງິນ​ໄດ້​ວາງ​ງົບປະມານ​ໃຫ້​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາ​ທົ່ວ​ປະ​ເທດ​ກວມ 4%ຂອງ ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫລື GDP, ການ​ເງິນ​ທ້ອງ​ຖີ່​ນກໍ່​ຕ້ອງ​ມີ​ການຈັດ​ວາງ​ທີ່​ສົມ​ຄູ່​ກັນ, ​ເພື່ອ​ຮັບປະກັນ​ໃຫ້​ເປົ້າ​ຫມາຍ​ນີ້​ສຳ​ເລັດ​ຜົນ.ຊຸກ​ຍູ້​ການ​ສຶກສາ​ພາກ​ບັງຄັບ​ໃຫ້​ສະ​ຫມ່ຳສະ​ເຫມີ​ກັນ, ການຈັດ​ວາງບຸກຄະລາກອນ​ແລະ​ອຸປະກອນ​ການ​ສຶກສາຂັ້ນ​ຕ່າງໆ​ຄວນ​ໃຫ້​ບູລິ​ມະສິດແກ່​ພາກ​ກາງ,ພາກ​ຕາ​ເວັນ​ຕົກ, ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ໂຮງຮຽນ​ທີ່​ບອບ​ບາງ​ໃນ​ຕົວ​ເມືອງ. ສືບ​ຕໍ່​ອອກ​​ແຮງ​ແກ້​ໄຂ​ບັນຫາ​ຍາກ​ທີ່​ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ເຊັ່ນ: ການ​ເລືອກ​ເຂົ້າ​ຮຽນ​ໃນໂຮງຮຽນ​, ​ອະນຸບານ​ທີ່​ດີ, ​ເຊິ່ງ​ເປັນ​ບັນຫາ​ສຸດ​ສຸມ​ໃນ​ສັງຄົມ. ການ​ສ້າງ​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ຢູ່​ຊົນນະບົດ​ຕ້ອງ​ອີງ​ຕາມ​ສະພາບ​ຕົວ​ຈິງ. ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ຍົກ​ຄຸນນະພາ​ບການ​ສຶກສາ​ໃຫ້​ສູງ​ຂຶ້ນ​ກັບ​ການ​ໃຫ້​ເດັກ​ສາມາດ​ເຂົ້າ​ໂຮງຮຽນທີ່​ຢູ່​​ໃກ້. ສ້າງ​ໂຮງຮຽນ​ທີ່​ສາມາດ​ກິນ​ນອນໄດ້​ໃນ​ຊົນນະບົດ​ໃຫ້​ດີ, ວາງ​ແຜນ​ປັບປຸງ​ບຳລຸງຄຸນທາດ​ຂອງ​ນັກຮຽນ​ທີ່​ໄດ້ຮັບ​ການ​ສຶກສາ​ພາກ​ບັງຄັບ​ຢູ່​ໃນ​ຊົນນະບົດ​ໃຫ້​ດີ.​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ລົດ​ທີ່​ສົ່ງ​ນັກຮຽນ​ເຂົ້າ​ຮຽນ, ຮັບ​ປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ນັກຮຽນ.

ອອກ​ແຮງ​ຊຸກ​ຍູ້​ການ​ປະດິດ​ສ້າງ​ວິທະຍາສາດ​ເຕັກນິກ.​ເພີ່ມ​ທະວີ​ການ​ສ້າງສາ​ລະບົບ​ປະດິດ​ສ້າງ​ຂອງ​ຊາດ. ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ວິທະຍາສາດ​ເຕັກນິກ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ກາຍ​ເປັນ​ອັດຕະພາບ​ໃນ​ການ​ປະດິດ​ສ້າງ​ເຕັກນິກ​ໃຫມ່, ຊຸກ​ຍູ້​ໃຫ້​ວິທະຍາສາດ​ເຕັກນິກ​ຕິດພັນ​ຢ່າງ​ແຫນ້​ນ​ແຟ້ນກັບ​ເສດຖະກິດ. ສົ່ງ​ເສີມ​ຄວາມ​ຈິງ​ໃຈ​ແລະ​ສັດ​ຊື່​ຕໍ່​ວິຊາ​ການ,ສົ່ງ​ເສີມ​ແນວຄວາມ​ຄິດ​ແບບ​ອິດສະຫລະພາບ, ປ້ອງ​ກັນ​ຄວາມ​ເສລີພາບ​ໃນດ້ານ​ວິຊາ​ການ, ​ເ​ສີມຂະຫຍາ​ຍນ້ຳ​ໃຈ​ວິທະຍາສາດ.ປະຕິບັດ​ຍຸດ​ທະ​ສາດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຢ່າງ​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ.

​ເພີ່ມ​ທະວີ​ວຽກ​ງານ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຢ່າງຮອບດ້ານ. ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ທາງ​ສັງຄົມ​ທີ່​ດີງາມທີ່​ມີ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,ທຸກ​ຄົນ​ສາມາດ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ແລະ​ນຳ​ໃຊ້​ໃນ​ຕົວ​ຈິງ​ໄດ້.

ຫົກ:ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ

ການ​ທີ່​ໃຫ້​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ອັນ​ກວ້າງ​ໃຫຍ່​ໄພສານ​ທີ່​ສຸດ​ໄດ້​ບັນລຸ​ເປັນ​ຈິງ,​ ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍອອກ​ເປັນ​ຢ່າງ​ດີ​ແມ່ນທາດ​ແທ້​ຂອງ​ທັດ​ນະ​ສະ​ທີ່​ຖື​ຄົນ​ເປັນ​ກົກ. ຕ້ອງ​ເອົາ​ການ​ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ຫນ້າ​ທີ່​ສຳຄັນ​ໃນ​ບັນດາ​ວຽກ​ງານ​ຂອງ​ລັດຖະບານ.

ຊອກ​ຫາ​ທຸກ​ວິທີ​ເພື່ອ​ເພີ່ມ​​ໂອກາດ​ປະກອບ​ອາຊີບ.ການ​ປະກອບ​ອາຊີບ​​ແມ່ນ​ວຽກສຳຄັນ​ທີ່​ພົວພັນ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ແລະ​ຄວາມ​ສຸກ​ຂອງ​ປະຊາຊົນ. ປີ​ນີ້, ການ​ປະກອບ​ອາຊີບ​ຍັງ​ມີ​ແຮງ​ກົດ​ດັນ​ຢ່າງ​ສູງ, ອົງການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ຍຶດຫມັ້ນຍຸດ​ທະ​ສາດ​ໃຫ້​ບູລິ​ມະ​ສິດ​​ໃນ​ດ້ານ​ການ​ປະກອບ​ອາຊີບ. ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ປະກອບ​ອາຊີບ​ທີ່​ຕັ້ງຫນ້າ​ກວ່​າ​ເກົ່າ.​ ໃຫ້ການ​ສະຫນັບສະຫນູນ​​ເປັນ​ຈຸດ​ຫນັກແກ່ຂະ​ແຫນງ​ການ​ບໍລິການ, ວິ​ສາ​ຫະກິດ​ເຕັກນິກ​ໃຫມ່​ແລະ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ​ທີ່​ສາມາດ​ຮັບ​ເອົາ​ແຮງ​ງານ​ໄດ້ຢ່າງ​ຫລວງຫລາຍ​,​ ເພື່ອ​ສ້າງ​ຕຳ​ແຫນ່ງປະກອບ​ອາຊີ​ບ​ຫລາຍ​ກວ່າ​ເກົ່າ. ສົ່ງ​ເສີມ​ການ​ສ້າງ​ພາລະກິດ​ເພື່ອ​ເປັນ​ການ​ຊຸກຍູ້​ການ​ປະກອບ​ອາຊີບ. ສ້າງ​ການ​ພົວພັນ​ອອກ​ແຮງ​ງານ​​ຢ່າງ​ກົມກຽວ​ກັນ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ສົ່ງ​ແຮງ​ງານ, ກວດກາ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ອອກ​ແຮງ​ງານ,​ ເພີ່ມ​ທະວີ​ການ​ຕິ​ດຕາມ​ສຳ​ຫລວດ​ແລະ​​​ໄກ່​ເກ່ຍດ້ານ​ການ​ອອກ​ແຮງ​ງານ, ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດມາຍ​ຂອງ​ຜູ່​ອອກ​ແຮງ​ງານ.
​ເລັ່ງລັດ​ສ້າ​ງລະບົບ​ຄ້ຳປະກັນ​ສັງຄົມ​ໃຫ້​ສົມບູນ​ຂຶ້ນ. ຮອດ​ທ້າຍ​ປີ​ນີ້​ຈະ​ສຳ​ເລັດ​ການ​ໃຫ້ການ​ປະກັນ​ໄພ​ສັງຄົມ​ຂອງ​ຜູ່​ເຖົ້າ​ຢູ່​ຊົນນະບົດ​ແບບ​ໃຫມ່​ແລະ​ການ​ປະກັນ​ໄພສັງຄົມ​ຂອງ​ຜູ່​ເຖົ້າ​ໃນ​ຕົວ​ເມືອງ​ຂະຫຍາຍ​ໄປ​ສູ່​ທົ່ວ​ທຸກ​ບ່ອນຂອງ​ຈີນ.​ ເພີ່ມ​ຄ່າ​ປະກັນ​ໄພ​ສັງຄົມ​ດ້ວຍ​ຫລາ​ຍຊ່ອງ​ທາງ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ກອງ​ທຶນ​ຄ້ຳປະກັນ​ສັງຄົມ​ແລະ​ການ​ລົງທຶນ​ຂອງ​ກອງ​ທຶນ​ຄ້ຳປະກັນ​ສັງຄົມ,​ເພື່ອ​ໃຫ້​ກອງ​ທຶນ​ນີ້​ມີ​ມູນ​ຄ່າ​ເພີ່ມ​ຂຶ້​ນ.

ອອກ​ແຮງ​ຊຸກ​ຍູ້​ການ​ປະຕິ​ຮູບ​ວຽກ​ງານ​ການ​ປິ່ນ​ປົວ​ພະຍາດ, ການ​ຜະລິດ​ຢາ​ແລະ​ວຽກ​ງານ​ສາທາລະນະ​ສຸກ.​ ເລັ່ງລັດ​ສ້າງ​ລະບົບ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​ໃຫ້​ທົ່ວ​ປວງ​ຊົນ​ໃຫ້​ສົມບູນ​ຂຶ້ນ, ​​ເປີດ​ກວ້າງ​ຂອບ​ເຂດ​ທີ່​ໄດ້​ຮັບ​ການ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ, ຍົກ​ລະດັບ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​​ແລະ​ລະດັບ​ຄຸ້ມ​ຄອງ​ບໍລິການ​ໃຫ້​ສູງ​ຂຶ້ນ. ມາດຕະຖານຄ່າ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​ໃນ​ຕົວ​ເມືອງ​ແລະ​ຄ່າ​ອຸດ​ຫນູນ​ຂອງ​ລະບົບ​ການ​ຮ່ວມ​ມື​ປິ່ນປົວ​ພະຍາດ​​ແບບ​ໃຫມ່​ຢູ່​ຊົນນະບົດ​ຈະ​ຍົກ​ສູງ​ເຖິງ 240 ຢວນຕໍ່​ຄົນ​ຕໍ່​ປີ. ລະດົມ​ຜູ່​ເຮັດ​ວຽກ​ໃນ​ດ້ານ​​ການແພດໃຫ້​ມີ​ຄວາມ​ຫ້າວ​ຫັນ​ເຮັດ​ວຽກ​ຫລາຍ​ຂຶ້ນ, ສ້າງ​ການ​ພົວພັນ​ທີ່​ກົມກຽວ​ກັນ​ລະຫວ່າງ​ຄົນ​ເຈັບ​ກັບ​ແພດ.​ ເພີ່​ມທະວີ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ, ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດຕິ​ດ​ແປດ, ພະຍາດ​ຊຳ​ເຮື້ອ​ແລະ​ພະຍາດ​ອາຊີບ​ທີ່​ຮຸນ​ແຮງ​ທີ່​ກະທົບ​ເຖິງ​ສຸກຂະພາບ​ຂອງ​ປະຊາຊົນ.​ ເພີ່ມ​ທະວີ​ວຽກ​ງານ​ຄວາມ​ປອດ​ໄພ​ດ້ານ​ຢຸກຢາ.ສະຫນັບສະຫນູນ​ແລະ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ແພດພື້ນ​ເມືອງ​ຈີນ​ແລະ​ການແພດ​ຊົນ​ເຜົ່າ.

​ເຮັດ​ວຽກ​ປະຊາກອນ​ແລະ​ການ​ວາງ​ແຜນ​ຄອບຄົວ​​ໃຫ້​ດີ. ສືບ​ຕໍ່​ຮັກສາ​ລະດັບ​ເກີດ​ລູກ​ຕ່ຳ​ຢ່າງ​ຫມັ້ນ​ທ່ຽງ, ​ແກ້​ໄຂ​ບັນຫາ​ທີ່​ເພດ​ຂອງ​ລູກ​ເກີດ​ໃຫມ່​ບໍ່​ກ້ຳ​ເກິ່ງ​ກັນ,ຍົກ​ຄຸນ​ນະພາ​ບຂອງ​ລູກ​ເກີດ​ໃຫມ່​ໃຫ້​ສູງ​ຂຶ້ນ.​ເລັ່ງລັດ​ບັນລຸ​ການ​ເຜີຍ​ແຜ່​ການ​ບໍລິການ​ທີ່​ດີ​ໃຫ້​ແກ່​ການວາງ​ແຜນ​ຄອບຄົວ​ໃຫ້​ເຖິງ​ທົ່ວ​ທຸກ​ບ່ອນ,​ເຜີຍ​ແຜ່​ການ​ກວດກາ​ສຸກຂະພາບ​ໃຫ້​ແມ່ຍິງ​ທີ່​ກຽມ​ຈະ​ຖືພານັ້ນ​ໄປ​ເຖິງ​ຕົວ​ເມືອງ 60% ​ໃນ​ທົ່ວ​ປະ​ເທດ.

ສືບ​ຕໍ່ດັດສົມ​ຕະຫລາດ​​ເຮືອນ​ຢູ່​ແລະ​ທີ່​ດິນແລະ​ສ້າງ​ໂຄງການ​ເຮືອນ​ຢູ່ນະ​ໂຍບາຍ​ໃຫ້​ດີ.ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະ​ປັບປຸງ​ນະ​ໂຍບາຍ​ສະກັດ​ກັ້ນ​ກໍລະນີ​ທີ່​ສວຍ​ໂອກາດ​ແລະ​ແບບ​ລົງທຶນ​ໃຫ້​ດີ,​ໃຫ້​ຜົນສຳ​ເລັດ​ໃນ​ການ​ດັດສົມ​ມີ​ຄວາມ​ຫມັ້ນຄົງ, ຊຸກ​ຍູ້​ໃຫ້​ລາຄາ​ເຮືອນ​ຢູ່​ຢູ່​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ. ສືບ​ຕໍ່ຊຸກ​ຍູ້​ການ​ສ້າງ​ໂຄງການ​ເຮືອນ​ຢູ່​ນະ​ໂຍບາຍ,ບົນ​ພື້ນຖານ​ທີ່​ຮັບປະກັນ​ຄຸນ​ນະພາ​ບ,​ແລ້ວ​ສ້າງ​ເຮືອນ​ຢູ່​ນະ​ໂຍບາຍ​ໃຫ້​ສຳ​ເລັດ 5 ລ້ານ​ຊຸດ​ແລະ​ເລີ່​ມສ້າງ 7 ລ້ານ​ຊຸດ​ຂຶ້ນ​ໄປ. ວາງ​ລະບຽບ​ການ​ສ້າງ,​ແຈກ​ຢາຍ,ຄຸ້ມ​ຄອງ​ແລະ​ຖອນ​ເຮືອນ​ຢູ່​ນະ​ໂຍບາຍ​ໃຫ້​ສົມບູນ​ຂຶ້ນ.

​ເພີ່ມ​ທະວີ​ແລະ​ປະກິດ​ສ້າງ​ການ​ຄຸ້ມ​ຄອງ​ບໍລິການ​ຫານ​ສັງຄົມ. ​ເພີ່ມ​ທະວີ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໃນ​ສັງຄົມ, ປະຕິບັດ​ການ​ຄຸ້ມ​ຄອງ​ບໍລິຫານ​ສັງຄົມ, ປະຕິບັດ​ກົດຫມາຍ​ຢ່າງ​ປອດ​​​ໃສ​ຂາວ​ສະອາດ​ແລະ​ຍຸດຕິ​ທຳ. ​ເພີ່ມ​ທະວີ​ບົດບາດ​ຂອງ​ລັດຖະບານ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ​ແລະ​ໃຫ້ການ​ບໍລິການ​ສາທາລະນະ​. ສ້າງ​ກົນ​ໄກ​ປະ​ເມີນ​ຄວາມ​ສ່ຽງ​ຕໍ່​ຄວາມ​ຫມັ້ນທ່ຽງ​ຂອງ​ສັງຄົມ​ໃນການວາງ​ນະ​ໂຍບາຍ​ສຳຄັນ​​ແລະ​ກົນ​ໄກ​ຄ້ມຸຄອງ​ການ​ແກ້​ໄຂ​ເຫດການ​ສຸກ​ເສີນ. ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ດ້ວຍ​ຄວາມ​ຫມັ້ນຄົງ, ​ເພີ່ມ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ຜະລິດ​ຢ່າງ​ປອດ​ໄພ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸປະຕິ​ເຫດ​ທີ່​ຮ້າຍ​ແຮງກ ລົງ​ເລິກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ຂາຍ​ສິນຄ້າ​ປອມ​ແປງ.​ ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​​ໄພດ້ານ​ອາຫານ. ຍົກ​ລະດັບ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ໃຫ້​ສູງ​ຂຶ້ນ.

​ເຈັດ: ຊຸກ​ຍູ້​ໃຫ້​ວັດທະນະທຳ​ພັດທະນາ​ຢ່າງ​​ແຂງ​ແຮງ​ແລະ​ຮຸ່ງ​ເຮືອ​ງຂຶ້ນ​ຢ່າງ​ໃຫຍ່

ວັດ​ທະນະທຳ​ແມ່ນ​ບ່ອນ​ເກີດ​ດ້ານ​ຈິດ​​ໃຈ​ຂອງ​ມະນຸດ​ເຮົາ, ການ​ສືບທອດ​ວັດທະນະທຳ​ອັນ​ດີ​ເລີດ​ແມ່ນ​ສາຍ​ເລືອດ​ຂອງ​ຊົນ​ເຜົ່າ​ຫນຶ່ງ​ທີ່​ສາມາດ​ດຳລົງ​ຄົງ​ຕົວຢູ່​ຕໍ່​ໄປ​. ຕ້ອງ​ສະຫນອງ​ຜະລິດ​ຕະພັນ​ດ້ານ​ວັດທະນະທຳ​ທີ່​ມີ​ຄຸນ​ນະພາ​ບທີ່ດີ​ຢ່າງ​ອຸດົມສົມບູນ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ວັດທະນະທຳ​ຂອງ​ປະຊາຊົນ​ເລື້ອຍໆ. ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ລະບົບ​ຄຸນຄ່າ​ໃຈກາງ​ຂອງ​ສັງຄົມ​ນິຍົມ. ອອກ​ແຮງ​ພັດທະນາ​ວຽກ​ງານ​ວັດທະນະທຳ​ສາທາລະນະປະ​ໂຫຍ​ດ. ຖື​ຊົນນະບົດ​ແລະ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ເປັນ​ຈຸດ​ຫນັກ, ​ເພີ່ມ​ທະວີ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ວັດທະນະທຳ​ພື້ນຖານ.​ ເພີ່ມ​ທະວີ​ການ​ອະນຸລັກ​ມໍລະ​ດົກ​ວັດທະນະທຳ, ສ້າງ​ວຽກ​ງານ​ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​​ໃຫ້​ຈະ​ເລີ​ນ. ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ວັດທະນະທຳ, ສືບ​ຕໍ່​ຊຸກ​ຍູ້​ຫົວ​ຫນ່ວຍ​ວັດທະນະທຳ​ແບບ​ທຸລະ​ກິດ​ນັ້ນ​ຫັນ​ເປັນ​ວິ​ສາ​ຫະກິດ.​​​ ເປີດ​ກວ້າງ​ຂະຫນາດ​ຂອງ​ຂະ​ແຫນງ​ການ​ວັດທະນະທຳ​ໃຫ້​ກາຍ​ເປັນ​ກຸ່ມ​ວັດທະນະທຳ, ທີ່​ມີ​ລະດັບ​ວິຊາ​ຊີບ​​ໃນ​ລະດັບສູງ, ຊຸກ​ຍູ້​ຂະ​​ແຫນງ​ການ​ວັດທະນະທຳ​​ໃຫ້ກາຍ​ເປັນ​ຂະ​ແຫນງ​ການ​ເສົາ​ຄ້ຳ​ໃນ​ເສດຖະກິດ​ແຫ່ງ​ຊາດ. ລົງ​ເລິກ​ດຳ​ເນີນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ກັບ​ພາຍ​ນອກ. ຊຸກ​ຍູ້​ຖອດ​ຖອນ​ອັນ​ດີ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ຈີນ​ກັບ​ວັດທະນະທຳຕ່າງປະ​ເທດ.

​ແປດ: ລົງ​ເລິກ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຈຸດສຸມ

ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ການ​ເລືອກ​ເຟ້ນທີ່​ຖືກຕ້ອງ​ຂອງ​ຈີນ​ໃນ​ຊາຕາກຳ​ປັດຈຸບັນ. ຕ້ອງ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ທັດ​ສະ​ນະ​ແຫ່ງ​ການ​ພັດທະນາ​ຕາມ​ຫຼັກ​ວິທະຍາ​ສາດ, ​ເຄົາລົບ​ນ້ຳ​​ໃຈ​ປະຕິ​ສ້າງ​ຂອງ​ປະ​ຊົນ,ຊອກ​ຄົ້ນ​ຢ່າງ​ກ້າຫານ. ສື​ບຕໍ່​ຊຸກ​ຍູ້​ການ​ປະຕິ​ຮູບ​ລະບອບ​ເສດຖະກິດ, ລະບອບ​ການ​ເມືອງ​ແລະ​ດ້ານ​ອື່ນໆ​ດ້ວຍ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ກ້າຫານ​ຢ່າງ​ສູງ, ​ເພື່ອ​ແກ້​ໄຂ​ບັນຫາຫຍຸ້ງ​ຍາກ​​ຕ່າງໆໃນ​ການ​ພັດທະນາ. ສ້າງ​ການ​ພົວພັນ​ລະຫວ່າງ​ເສດຖະກິດ​ກັບ​ການ​ພັດທະນາ​ຂອງ​ສັງຄົມ​ໃຫ້​ກົມກຽວ​ກັນ. ຮັບປະກັນ​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງຄົມ;ຊຸກ​ຍູ້​ການ​ປະດິດ​ສ້າງ​ໃນ​ດ້ານ​ການ​ບໍລິຫານ​ງານ​ຕາມ​ກົດຫມາຍ​ແລະ​ການ​ຄຸ້ມ​ຄອງ​ສັງຄົມ, ສ້າງ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ປະຊາຊົ​ນ​ແລະ​​ອົງການ​ຈັດ​ຕັ້ງ​ສັງຄົມ​ໃຫ້​ດີ, ສ້າງ​ລັດຖະບານ​ທີ່​ໃຫ້ການ​ບໍລິການ,ຮັບຜິດ​ຊອບ,ປົກຄອງ​ຕາມ​ກົດຫມາຍ​ແລະ​ປອດ​ໃສ​ໄຮ້​ມົນທິນ.ຫນ້າ​ທີ່​ຈຸດ​ສຸມ​ຂອງ​ການ​ປະຕິ​ຮູບ​ໃນ​ປີ​ນີ້​ແມ່ນ:

ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ການ​ເງິນ,ພາສີ​ອາກອນ​ແລະ​ທະນາຄານ. ສ້າງ​ລະບຽບ​ການ​ແບ່ງປັນ​ພາສີ​ໃຫ້​ສົມບູນ,ບູລະນະລະບຽບ​ການຈ່າຍ​ເງິນ, ຍົກ​ຂະຫນາດ​ແລະ​ມາດຕາ​ສ່ວນ​ຂອງ​ການ​ຈ່າຍ​ເງິນ​ທົ່ວ​ໄປ. ສ້າງ​ກົນ​ໄກ​ຮັບປະກັນ​ການ​ເງິນ​ພື້ນຖານ​ຂັ້ນ​ເມືອງ​ນ້ອຍ​ໃຫ້​ດີ. ຊຸກ​ຍູ້​ການ​ປະກາດ​ງົບ​ປະມານການ​ເງິນ​ແລະງົບ​ດຸນ​ຂອງ​ທ້ອງ​ຖີ່​ນຕໍ່​ພາຍ​ນອກ​ຢ່າງ​ຫນັກ​ແຫນ້ນ. ຊຸກ​ຍູ້​ການ​ປະຕິບັດ​ມາດຖານ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແຫນງ​ການ​ທະນາຄານ​ໃຫມ່.ຊຸກ​ຍູ້​ສ້າງ​ການ​ສ້າງ​ລະບຽບ​ການ​ປະກັນ​ໄພ​ເງິນ​ຝາກ.ລົງ​ເລິກ​ການ​ປະຕິ​ຮູບ​ອົງການ​ການ​ທະນາຄານ​ແບບ​ນະ​ໂຍບາຍ. ສ້າງ​ແລະ​ບູລະນະ​ລະບຽບ​ການ​ຂາຍ​ຫຸ້ນ​​ໃຫມ່​ແລະ​ລະບຽບການ​ຖອນ​ອອກ​ຈາກ​ຕະຫລາດ,​ ເນັ້ນ​ຫນັກ​ເຖິງ​ການ​ປົກ​ປ້ອງ​ຄ່າ​ຕອບ​​ແທນ​ແລະ​ສິດທິ​ຜົນ​ປະ​ໂຫຍ​ດຂອງ​ຜູ່​ລົງທຶນ. ຕັ້ງຫນ້າພັດທະນາ​ຕະຫລາດ​ພັນທະບັດ​. ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ຂອງ​ຂະ​ແຫນງ​ການ​ປະກັນ​ໄພ. ລົງ​ເລິກ​ການ​ປະຕິ​ຮູບ​ຫັນ​ອັດຕາ​ດອອກ​ເບ້ຍ​ໃຫ້​ເປັນ​ແບບ​ຕະຫລອດ. ຊຸກ​ຍູ້​ການ​ແລກປ່ຽນ​ເງິນ​ຢວນຈີນ​ໃນ​ໂຄງການ​ທຶນ,​ ເປີດ​ກວ້າງ​ການ​ນຳ​ໃຊ້​ເງິນ​ຢວນຈີນ​ໃນ​ການ​ຄ້າ​ການ​ລົງທຶນ​ຂ້າມ​ຊາດ.

ຊຸກ​ຍູ້​ໃຫ້​ເສດຖະກິດລະບອບ​ກຳມະສິດ​ຕ່າງໆ​ພັດທະນາ​ຮ່ວມ​ກັນ. ປັບປຸງ​ແລະ​ພັດທະນາ​​ເສດຖະກິດລະບອບ​ກຳມະສິດ​ສ່ວນ​ລວມຢ່າງ​ບໍ່​ຫວັ່ນ​ໄຫວ​ຄ່ອນ​​ແຄນ,ສົ່ງ​ເສີມ,ສະ​ຫນັບ​ສະ​ຫນູນ​ແລະ​ຊັກ​ນຳ​ເ​ສຖະກິດ​ບໍ່​ແມ່ນ​ລະບົບ​ກຳມະສິດ​ສ່ວນ​ລວມ​ໃຫ້​ມີ​ການພັດທະນາ. ລົງ​ເລິກ​ຊຸກ​ຍູ້​ເສດຖະກິດ​ແຫ່ງ​ຊາດ​ປັບປຸງ​ແບບ​ຍຸດ​ທະ​ສາດ, ສ້າງ​ກົນ​ໄກ​ທີ່​ໃຫ້​ທຶນ​ຂອງ​ລັດ​ໝູນວຽນ​ແລະ​ຈໍລະ​ຈອນຕາມ​ທ້ອງຕະຫລາດ​​​ຢ່າງ​ສົມ​ເຫດ​ສົມ​ຜົນ. ຊຸກ​ຍູ້​ການ​ປະຕິ​ຮູບ​ຂະ​ແຫນງ​ການ​ທາງ​ລົດ​ໄຟ, ຂະ​ແຫນງ​ການ​ພະລັງງານ​ໄຟຟ້າ​ແລະ​ອື່ນໆ,​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ໃຫ້​ເສດຖະກິດ​ລະບອບ​ກຳມະສິດ​ທຸກ​ປະ​ເພດ​ແຂ່ງຂັນ​ກັນ​ຢ່າງ​ຍຸດຕິ​ທຳ​ແລະ​ຮ່ວມ​ກັນ​ພັດທະນາ.

ລົງ​ເລິກ​ການ​ປະຕິ​ຮູບ​ລາຄາ.ຊຸກ​ຍູ້​ການ​ປະຕິ​ຮູບ​ລາຄາພະລັງ​ໄຟຟ້າ​ຢ່າງ​ຫນັກ​ແຫນ້ນ,ປະຕິ​ບັດ​ແຜນການ​ປະຕິ​ຮູບ​​ເກັບ​ຄ່າ​ໄຟຟ້າ​ຕາມ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ປັບປຸງກົນ​ໄກ​ກຳນົດ​ລາຄາ​ຂອງ​ໄຟຟ້າ​ນ້ຳຕົກ,​ໄຟຟ້າ​ນິວ​ເຄຼຍ​ແລະ​ພະລັງງານ​ທີ່​ໃຊ້​ຄືນ​ໄດ້. ສ້າງ​ການ​ພົວພັນ​ລະຫວ່າງ​ລາຄາ​ຖ່ານ​ຫີນ​ກັບ​ລາຄາ​ໄຟຟ້າ​ໃຫ້​ສົມ​ເຫດ​ສົມ​ຜົນ. ປັບປຸງ​ການ​ປະຕິ​ຮູບ​ລາຄາ​ນ້ຳມັນ​ສຳ​ເລັດ​ຮູບ, ຊຸກ​ຍູ້​ການ​ປະຕິ​ຮູບ​ລາຄາ​ອາຍ​ແກ໊ສທຳ​ມະ​ຊາດ. ປະຕິບັດ​ລະບຽບ​ການ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ​ໃນ​ການ​ຄ້ມຸຄອງ​ບໍລິຫານ​ຊັບພະຍາກອນ​ນ້ຳ, ສ້າງ​ແລະ​ປັບປຸງ​ມາດຖານ​ເກັບ​ຄ່າ​ນ້ຳຂອງ​ແຫ່ງ​ຕ່າງໆ​ໃຫ້​ສົມ​ບຸນ​ຂຶ້ນ, ຊຸກ​ຍູ້​ການ​ປະຕິ​ຮູບ​​ໂດຍ​ລວມຕໍ່ລາຄາ​ນ້ຳ​ໃຊ້​ທາງ​ກະສິກຳ. ສ້າງ​ເຂດ​ທົດ​ລອງ​ການ​ຄ້າຂາຍ​ດ້ານ​ການ​ລະບາຍ​ບກາກ​ບອນ​ແລະ​ລະບາຍ​ສິ່ງ​ມົນ​ລະ​ພິດ.

ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບ​ການ​ແຈກ​ຢາຍ​ລາຍ​ໄດ້.​ເລັ່ງລັດ​ສ້າງ​ແຜນການ​ລວມຂອງ​ການ​ປະຕິ​ຮູບ​ລະບຽບ​ການ​ແຈກ​ຢາຍ​ລາຍ​ໄດ້. ພະຍາຍາມ​ຍົກ​ມາດຕາ​ສ່ວນ​ຂອງ​ລາຍ​ໄດ້​ຂອງ​ປະຊາຊົນ​ໃນລາຍ​ໄດ້​ຂອງ​ທົ່ວ​ປະ​ເທດ​ໃຫ້​ສູງ​ຂຶ້ນ, ຍົກ​ສູງ​ອັດຕາ​ຄ່າ​ທົດ​ແທນ​ການ​ອອກ​ແຮງ​ງານ​ໃນ​ການ​ແຈກ​ຢາຍ​ເທື່ອ​ທຳ​ອິດ.ບູລະນະ​ລະບຽບການ​ເງິນ​ເດືອນ,ສ້າງ​ກົນ​ໄກ​ເພີ່ມ​ເງິນ​ເດືອນ​ເປັນ​ປະຈຳ,ຍົກ​ລະດັບ​ເງິນ​ເດືອນ​ຕ່ຳ​ສຸດ​ໃຫ້​ສູງ​ຂຶ້ນ.ສ້າງ​ເງື່ອນ​ໄຂ​ເພີ່ມ​ລາຍ​ຮັບ​ດ້ານ​ຊັບສິນ​ຂອງ​ປະຊາຊົນ. ສ້າງ​ກົນ​ໄກ​ທີ່​ເຮັດ​ໃຫ້​ທົ່ວ​ປວງ​ຊົນ​ສາມາດ​ຊົມ​ໃຊ້ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ​ໃນ​ການມອບ​ຊັບພະຍາກອນ​ສາທາລະນະ. ສ້າງ​ລະບຽບ​ການ​ແຈກ​ຢາຍ​ລາຍ​ໄດ້​ໃຫ້​ເປັນ​ແບບ​ຢ່າງ, ປ້ອງ​ກັນ​ລາຍ​ໄດ້​ທີ່​ຊອບ​ດ້ວຍ​ກົດຫມາຍ​ຢ່າ​ງບັງ​ເກີດ​ຜົນ, ​ເດັດຂາດ​ຮິບ​ເອົາ​ລາຍ​ໄດ້​ທີ່​ຜິດ​ກົດຫມາຍ, ຫັນປ່ຽນ​ທ່າ​ອຽງ​​ລາຍ​ໄດ້ທີ່​ຜິດ​ໂຕນ​ກັນ​ຫລາຍ​ໂດຍ​ໄວ.

ຕັ້ງຫນ້າ​ຊຸກ​ຍູ້​ການ​ປະຕິ​ຮູບ​ແບ່ງ​ຫົວຫນ່ວຍ​ທີ່​ບໍ່​ສາມາດ​ສ້າງ​ກຳ​ໄລ​​ດ້ວຍ​ຕົນ​ເອງ​ໃຫ້ເປັນ​ປະ​ເພດ.​ ​ ແບ່ງ​ປະ​ເພດ​ໃຫ້​ຫົວຫນ່ວຍ​ຕ່າງໆ​ຕາມ​ຫລັກ​ວິທະຍາສາດ, ແບ່ງ​ເປັນ​ປະ​ເພດ​ເພື່ອ​ໃຫ້ການ​ຊີ້​ນຳ​, ຊຸກ​ຍູ້​ການ​ພັດທະນາ​ໂດຍ​ອີງ​ຕາມ​ຂະ​ແຫນງ​ການ,ມີ​ການຈັດ​ຕັ້ງ​ໂດຍ​ແບ່ງ​ເປັນ​ລະດັບ,ປະຕິບັດ​ຕາມ​ບາດກ້າວ​ຕ່າງໆ,ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບ​ການ​ຄຸ້ມຄອງ​ຫົວ​ຫນ່ວຍ​ທີ່​ບໍ່​ສາມາດ​ສ້າງ​ກຳ​ໄລ​ດ້ວຍ​ຕົນ​ເອງ​ແລະ​ລະບຽບການ​ດ້ານບຸກຄະລາ​ກອນ, ການ​ແຈກ​ຢາຍ​ລາຍ​ໄດ້,​ແລະ​ການ​ຄ້ຳປະກັນ​ທາງ​ສັງຄົມ.
​ເລັ່ງລັດ​ຊຸກ​ຍູ້​ການ​ປະຕິ​ຮູບ​ລັດຖະບານ.​ ເປີດ​ກວ້າງ​ປະຊາທິປະ​ໄຕສັງຄົມ​ນິຍົມ. ຈັດການ​ເລືອກ​ຕັ້ງ​ຢ່າງ​ປະຊາທິປະ​ໄຕ, ຕັດສິນ​ຢ່າງ​ມີ​ປະຊາທິປະ​ໄຕ, ຄຸ້ມ​ຄອງ​ຢ່າງ​ປະຊາທິປະ​ໄຕ, ຕິດຕາມ​ປະຊາທິປະ​ໄຕຕາມ​ກົດຫມາຍ, ຮັບປະກັນ​ສິດ​ຮູ້​ຂ່າວ,ສິດ​ເຂົ້າ​ຮ່ວມ, ສິດ​ປະກອບ​ຄຳ​ເຫັນ​ແລະ​ສິດ​ຕິດຕາມ​ຂອງ​ປະຊາຊົນ.​ ເພີ່ມ​ທະວີ​ການກໍ່ສ້າງ​ການ​ປົກຄອງ​ຢ່າງ​ປອດ​ໃສ​ຂາວ​ສະອາດ. ລົງ​ເລິກ​ດຳ​ເນີນ​ການ​ຕ້ານກັບ​ສະພາບ​ເສຍ​ທາດ​ຂາດ​ຄຸນ,ຊຸກ​ຍູ້​ວຽກ​ງານ​ຕ່າງໆ​ໃນ​ການ​ສ້າງ​ລະບຽບ​ການ​ລົງ​ໂທດ​ແລະ​ປ້ອງ​ກັນ​ການ​​ເສຍ​ທາດ​ຂາດ​ຄຸນ,ອອກ​ແຮງ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ທີ່​ມີ​ປະຊາຊົນ​ສ່ອງ​ແສງ​ເລື້ອຍໆ.

​ເກົ້າ:ພະຍາຍາມ​ຍົກ​ສູງຄຸນ​ນະພາ​ບ​ແລະ​ລະດັບ​ຂອງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​

ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ປະ​ເທດ​ພວກ​ເຣົາ​ໄດ້​ເຂົ້າ​ສູ່​ໄລຍະ​ໃຫມ່​ແລ້ວ,ຖານະ​ແລະ​ບົດບາດ​ຂອງ​ການ​ຄ້າຂາ​ເຂົ້າຂາ​ອອກ​ແລະ​ການ​ລົງທຶນ​ທັງສອງ​ທິດ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ.ຄວນ​ສອດຄ່ອງ​ກັບ​ສະຖານະ​ການ​ໃຫມ່, ປະດິດ​ສ້າງ​ແນວ​ຄິດ​ໃນ​ດ້ານ​ວຽກ​ງານ​ເສດຖະກິດ​ຕໍ່​ຕ່າງປະ​ເທດ, ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດ​ຖະກິດ​ຕໍ່​ພາຍ​ນອກ, ຍົກ​ລະດັບ​ເສດຖະກິດ​ແບບ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ໃຫ້​ສູງ​ຂຶ້ນ, ຈໍ່​ຕົວ​ເປັນ​ສະຖານະ​ພາບ​ໃຫມ່​ຂອງ​ເສດຖະກິດ​ແບບ​ໄຂ​ປະຕູ​ສູ່​ພາຍ​ນອກ.

ຮັກສາ​ໃຫ້ການ​ຄ້າ​ກັບ​ພາຍ​ນອກ​ພັດທະນາ​ຢ່າງ​ຫມັ້ນທ່ຽງ. ພວກ​ເຮົາ​ເນັ້ນ​ເຖິງ​ການ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ. ​ແຕ່​ເດັດຂາດ​ບໍ່​ຄວນ​ປະຫມາດ​ບົດບາດ​ສຳຄັນ​ຂອງ​ຄວາມ​ຕ້ອງການ​ພາຍ​ນອກ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ພວກ​ເຮົາ. ຕ້ອງຮັກສາ​ໃຫ້​ນະ​ໂຍບາຍ​ການ​ຄ້າ​ກັບ​ພາຍ​ນອກ​ຫມັ້ນທ່ຽງ​ໂດຍ​ພື້ນຖານ. ຕ້ອງ​ເລັ່ງລັດ​ຫັນປ່ຽນຮູບການ​ພັດທະນາ​ຂອງ​ການ​ຄ້າ​ກັບ​ພາຍ​ນອກ. ລົງ​ເລິກ​ປະຕິບັດ​ຍຸດ​ທະ​ສາດ​ທີ່​ໃຫ້ການ​ຄ້າ​ຈະ​ເລີ​ນດ້ວຍ​ວິທະຍາສາດ​ເຕັກນິກ, ສ້າງ​ຊື່​ສຽງ​ດ້ວຍ​ຄຸນ​ນະພາ​ບ​ແລະ​ໃຫ້​ຕະຫລາດ​ມີ​ຫລາຍ​ຢ່າງ​ຫລາຍ​ແນວ,ສະຫນັບສະຫນູນ​ວິ​ສາ​ຫະກິດ​ສ້າງ​ຍີ່​ຫໍ້​,ຕາຫນ່າງຈຳໜ່າຍແລະ​ສູນ​ຄົ້ນ​ຄວ້າ​ພັດທະນາ​ຂອງ​ຕົນ​ເອງ, ຊັກ​ນຳ​ການ​ຄ້າ​ປຸງ​ແຕ່ງ​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ຂອງ​ຕ່ອງ​ໂສ້​ການ​ຜະລິດ​ແລະ​ຍ້າຍ​ໄປ​ສູ່​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ. ສ້າງ​ຕະຫລາດ​ດັ້ງ​ເດີມ​ຢູ່​ອາ​ເມ​ລິ​ກາ​ຍີ່​ປຸ່ນ​ແລະ​ເອີ​ລົບ​ໃຫ້​ຫມັ້ນທ່ຽງ, ບຸກ​ເບີກ​ຕະຫລາດ​ໃຫມ່.​ເຮັດ​ໃຫ້ການ​ຄ້າ​ຂາ​ອອກ​ຜະລິດ​ຕະພັນ​ທີ່​ສຸມ​ແຮງ​ງານ​ໃສ່​ນັ້ນ​ມີ​ຄວາມຫມັ້ນທ່ຽງ, ທັງ​ເປີດ​ກວ້າງ​ການ​ຄ້າ​ຂາ​ອອກ​ຜະລິດ​ຕະພັນ​ເຕັກນິກ​ສູງ​ແລະ​ມີ​ມູນ​ຄ່າ​ເພີ່ມ​ສູງ, ຄວບ​ຄຸມ​ການ​​ຂາ​ອອກ​ຜະລິດ​ຕະພັນ​ທີ່​ສິ້ນ​ເປືອງພະລັງງານ​ແລະ​ມີ​ການ​ມົນ​ລະ​ພິດ​ຫລາຍ.
ຍົກ​ຄຸນ​ນະພາ​ບ​ໃນ​ການ​ນຳ​ໃຊ້ທຶນ​ຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນ.ຍຶດຫມັ້ນ​ທິດ​ທາງ​ໃນ​ການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ໃຫ້​ໄດ້ດີ​ແລະມີ​ປະສິດທິ​ຜົນ, ຍິ່ງ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ສ້າງ​ອົງ​ປະກອບ​ໃຫ້​ດີ​ຂຶ້ນ​ແລະ​ຍົກ​ຄຸນ​ນະພາ​ບ​ໃຫ້​ສູງ. ປະຕິບັດ​ສາລະບານ​ຊີ້​ນຳ​ຂະ​ແຫນງ​ການ​ທີ່​ໃຫ້ຕ່າງປະ​ເທດ​ໄປ​ລົ​ງທຶນ​ສະບັບ​ດັດ​ແກ້, ນຳພາ​ທຶນ​ຕ່າງປະ​ເທດ​ລົງ​ສູ່​ຂະ​ແຫນງການ​ຜະລິດ​ທີ່​ກ້າວຫນ້າ,ຂະ​ແຫນງ​ການ​ເຕັກນິກ​ສູງ​ໃຫມ່, ຂະ​ແຫນງ​ການ​ປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຂະ​ແຫນງ​ການ​ບໍລິການ​ທັນ​ສະ​ໄຫມ​ແລະ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ.

ປະຕິບັດ​ຍຸດ​ທະ​ສາດ"ອອກ​ໄປ​ສູ່​ພາຍ​ນອກ".ປະ​ເທດ​ພວກ​​ເຮົາພວມ​ຢູ່​ໃນ​ໄລຍະ​ສຳຄັນ​ທີ່​ການລົງທຶນ​ຢູ່​ຕ່າງປະ​ເທດພວມ​ພັດທະນາ​ຢ່າງ​ວ່ອງ​ໄວ. ຄວນ​ຊັກ​ນຳ​​ໃຫ້ວິ​ສາ​ຫະກິດ​ປະ​ເພດ​ຕ່າງໆດຳ​ເນີນ​ການ​ຮ່ວມມື​ລົງມື​ແລະສັ່ງ​ຊື້​ຂ້າມ​ຊາດ​ໃນ​ຂະ​ແຫນງ​ການ​ພະລັງງານ,ວັດຖຸ​ດິບ, ກະສິກຳ, ຂະ​ແຫນງການ​ການ​ຜະລິດ,ການ​ບໍ​ລິ​ການ​ແລະ​ພື້ນຖານ​ໂຄງ​ລ່າງ. ຜ່ອນ​ຍານ​ການ​ຈຳກັດ​ຕໍ່​ພົນ​ລະ​ເມືອງ​ທີ່​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຂອງ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ,ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​​ແລະຊັບ​ສິນ​ຂອງ​ວິ​ສາ​ຫະກິດ​ຈີນ​ຢູ່​ຕ່າງປະ​ເທດ.

​ເຂົ້າ​ຮ່ວມ​ການ​ປັບປຸງ​ເສດຖະກິດ​ທົ່ວ​ໂລກ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.ພະຍາຍາມ​ຮັກສາ​ໃຫ້ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ກັບປະ​ເທດ​ທີ່​ພັດທະນາ​ແລ້ວ​ນັ້ນ​ຂະຫຍາຍຕົວ​ຢ່າງ​ຫມັ້ນທ່ຽງ,ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫ​ຍດກັບປະ​ເທດ​ທີ່​ພວມ​ພັດທະນາ​ຢ່າງຮອບດ້ານ. ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງເຂດ​ການ​ຄ້າ​ເສລີ​ແລະ​ຂະ​ບວນວິວັດ​ຫັນ​ເສດຖະກິດ​ພາກ​ພື້ນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ.ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ເສດຖະກິດ​ທົ່ວ​ໂລກ​ຄື: ກຸ່ມ G20 ​ເປັນ​ຕົ້ນ,​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ອົງ​ກອນ​ເສດຖະກິດ​ສຳຄັນ​ກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າໃນ​ທຸກ​ຮູບ​ແບບ. ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ເຈລະຈາ​ຮອບ​ໂດ​ຮາ​ແລະ​ການ​ປະຕິຮູບລະບົບ​ການ​ເງິນ​ສາກົນ.

ບັນດາ​ຜູ່​ແທນ!

ປະ​ເທດ​ພວກ​ເຮົາ​ແມ່ນ​ປະ​ເທດ​​ເ​ອກະພາບ​ທີ່​ມີ​ຫລາຍ​ຊົນ​ເຜົ່າ,ຊົນ​ເຜົ່າ​ສາມັກຄີ​ບາກ​ບັ່ນ​ສູ້​ຊົນ, ຮ່ວມ​ກັນ​ພັດທະນາ​​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ, ປະ​ເທດ​ຈິ່ງ​ສາມາດ​ພັດທະນາ​ໄດ້. ຕ້ອງ​ຍຶດຫມັ້ນ​ແລະ​ປັບປຸງ​ລະບຽບການ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ, ຜັນ​ຂະຫຍາຍ​ນະ​ໂຍບາຍ​ມາດ​ຕະການ​ທີ່​ສູນ​ກາງ​ສູະຫນັບ​ສະ​ຫນູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢ່າງ​ຈິງ​ຈັງ,ອອກ​ແຮງ​ປະຕິບັດ​ແຜນການ​​ໃນ​ການ​ສະຫນັບສະ​ຫນູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຫນ້ອຍ, ຊຸກ​ຍູ້​ກິດຈະກຳ​ທີ່​ສ້າງ​ເຂດ​ຊາຍ​ແດນ​ໃຫ້​ຈະ​ເລີ​ນ​ແລະ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ຮັ່ງມີ​ຂຶ້ນ,​ ແລະ​ພັດທະນາ​ວຽກ​ງານ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ຊົນ​ເຜົ່າ​ສັງຄົມ​ນິຍົມຢ່າງ​ກົມ​ກຽວກັນ​ທີ່​ສະ​ເຫມີ​ພາບ, ສາມັກຄີ,ຕ່າງ​ຊ່ວຍ​ເຫລືອ​ເຊິ່ງກັນ​ແລະ​ກັນ.

ຜັນ​ຂະຫຍາຍ​ເຂັມທິດ​ພື້ນຖານ​ຂອງ​ວຽກ​ງານ​ສາສະຫນາ​ຂອງ​ພັກ​ຢ່າງ​ຈິງ​ຈັງ. ປົກ​ປັກຮັກສາ​ສິດທິ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດຫມາຍ​ຂອງອົງການ​ຈັດ​ຕັ້ງ​ສາສະຫນາ,​ ບຸກຄົນ​ວົງ​ການ​ສາສະຫນາ​ແລະສາ​ສະນິກະ​ຊົນ,​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ດ້ານ​ການ​ຊຸກ​ຍູ້​ເສດຖະກິດ​ພັດທະນາ, ສ້າງ​ວັດທະນະທຳ​ໃຫ້​ຈະ​ເລີ​ນ,​ແລະ​ໃຫ້​ສັງຄົມ​ມີ​ຄວາມ​ກົມກຽວ​ກັນ.
ຜັນ​ຂະຫຍາຍ​ນະ​ໂຍບາຍ​ວຽກ​ງານ​ຕໍ່​ຊາວ​ຈີນ​ຕ່າງ​ດ້າວຂອງ​ພັກ.ປົກ​ປັກ​ຮັກສາ​ສິດທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດຫມາຍ​ຂອງ​ຊາວ​ຈີນ​ທີ່​ຢູ່​ຕ່າງປະ​ເທດ​ແລະ​ຊາວ​ຈີນ​ທີ່​ເຄີຍ​ອາ​ໃສ​ຢູ່​ຕ່າງປະ​ເທດ​ແລ້ວ​ກັບ​ຄືນ​ສູ່​ປະ​ເທດ, ສະຫນັບສະຫນູນ​​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການພັດທະນາປະ​ເທດ​ຊາດ​ໃຫ້​ທັນ​ສະ​ໄຫມ​ແລະ​ວຽກ​ງານ​ໂຮມ​ປະ​ເທດ​ຊາດ​​ເປັນ​ເອກະ​ພາບ​ໂດຍ​ສັນຕິ.

ບັນ​ດາທ່ານຜູ່​ແທນ!

ການ​ປ້ອງ​ກັນ​ປະ​ເທດ​ທີ່​ຫນັກ​ແຫນ້ນແລະ​ກອງທັບ​ທີ່​ເຂັ້ມ​ແຂງ​ແມ່ນ​ສິ່ງ​ປົກ​ປ້ອງຜົນ​ປະ​ໂຫຍ​ດ້ານ​ອະທິປະ​ໄຕ, ຄວາມ​ຫມັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ.ຕ້ອງ​ເລັ່ງສາຍຕາ​ໃສ່​ການ​ປະຕິບັດ​ພັນທະ​ຫນ້າ​ທີ່​ປະຫວັດສາດ​ຂອງ​ກອງທັບ​ໃນ​ໄລຍະ​ໃຫມ່​ຂອງ​ສັດຕະວັດ​ໃຫມ່,​ເພີ່ມ​ທະວີ​ການ​ພັດທະນາກອງທັບ​ໃຫ້​ເປັນ​ແບບ​ປະຕິວັດ,ທັນ​ສະ​ໄຫມ​ແລະ​ເປັນ​ແບບ​ຕົ້ນສະບັບຢ່າງຮອບດ້ານ, ຍົກ​ຄວາມ​ສາມາດ​ສຳ​ເລັດ​ຫນ້າ​ທີ່​ທາງ​ການ​ທະຫານ​ຫລາຍ​ຢ່າງ​ທີ່​ຖື​ຄວາມ​ສາມາດ​​ເອົາ​ຊະນະ​ໃນ​ສົງຄາມ​ພາກ​ພື້ນ​ພາຍ​​ໃຫ້​ເງື່ອນ​ໄຂ​​ຂໍ້​ມູນ​ຂ່າວສານ​ເປັນ​ໃຈກາງ​ນັ້ນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.​ ເພີ່ມ​ທະວີ​ການ​ສ້າງສາ​ແນວ​ຄິດ​ການ​ເມືອງ, ຍຶດຫມັ້ນຫລັກການ​ກົກ​ຮາກ​ທີ່​ພັກ​ນຳພາ​ກອງທັບ​ຢ່າງ​ເດັດຂາດ​ແລະ​ປະຖົມ​ປັດ​ໄຈ​ທີ່​ກອງທັບ​ແມ່ນ​ຂອງ​ປະຊາຊົນ. ອອກ​ແຮງກໍ່​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ການ​ທະຫານ​ແບບ​ໃຫມ່​ທີ່​ມີ​ຄຸນ​ທາດ​ສູງ. ຕັ້ງຫນ້າ​ປະຕິບັດ​ການ​ປະ​ຕິ​ຮູບ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງທັບ​ຢ່າງ​ຫນັກ​ແຫນ້ນ. ສຳ​ເລັດ​ຫນ້າ​ທີ່​ຕ້ານ​ການ​ກໍ່​ການ​ຮ້າຍ,ຮັກສາ​ຄວາມ​ຫມັ້ນຄົງ, ​ແກ້​ໄຂ​ເຫດການ​ສຸກ​ເສີນ, ກູ້​ໄພ​ຕ້ານ​ໄພ​ແລະ​ຫນ້າ​ທີ່​ອື່ນໆ​ຢ່າງ​ເດັດຂາດ. ຍຶດຫມັ້ນ​ໃຫ້​ທະຫານ​ປະສົມ​ປະສານ​ສາມັກຄີກັບ​ປະຊາຊົນ, ສ້າງ​ທະຫານ​ໃນ​ຖັນ​ແຖວປະຊາຊົນ, ​ເດີນ​ຕາມ​ເສັ້ນທາງ​ພັດທະນາທີ່​ທະຫານ​ກັບ​ປະຊາຊົນ​ເຊື່ອມ​ໂຍງ​ກັນທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ຂະຫຍາຍ​ຄວາມ​ສາມັກຄີ​ລະຫວ່າງ​ກອງທັບ​ກັບ​ອົງການ​ປົກຄອງ​ແລະກອງທັບ​ກັບ​ປະຊາຊົນ.

ບັນດາ​ທ່ານຜູ່​ແທນ!

ຮົງ​ກົງ​ແລະ​ມາ​​ເກົ໋າມີ​ການ​ພົວພັນ​ຢ່າງ​ແຫນ້ນ​ແຟ້ນກັບປະ​ເທດ​ຊາດ, ພວກ​ເຣົາຈະ​ປະຕິບັດຕາມທິດນຳ​ທີ່ປະ​ເທດ​ຫນຶ່ງ​ສອງ​ລະບອບ, ​ໃຫ້​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ,​ໃຫ້​ຊາວ​ມາ​​ເກົ໋າ​ປົກຄອງ​ມາ​ຫາວ​ແລະ​ປົກຄອງ​ໃນ​ລະດັບ​ສູງຢ່າງ​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ, ອອກ​ແຮງ​ສະຫນັບສະຫນູນ​ຮົງ​ກົງ​ແລະ​ມາ​ກາວ​ພັດທະນາ​ເດ​ສຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແລະ​ຊຸກ​ຍູ້​ປະຊາທິປະ​ໄຕ. ສະຫນັບສະຫນູນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຕັ້ງຫນ້າ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ຄວາມ​ສ່ຽງ​ດ້ານ​ເສດຖະກິດ​ສາກົນ, ປົກ​ປັກຣັກສາ​ໃຫ້​ເສ​​ດຖະກິດ​ການ​ເງິນ​ພັດທະນາ​ຢ່າງ​ຫມັ້ນທ່ຽງ​ແລະ​ຮຸ່ງ​ເຮືອງ​ເປັນ​ໄລຍະ​ຍາວ​ນານ.

​ໃນ​ຫນຶ່ງ​ປີ​ທີ່​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ສູ້​ຊົນ​ອົດທົນ​ຕໍ່​ການ​ທົດ​ສອບ​ທີ່​ຂ້ຽວຂາດ​ທີ່​ສຸດ,​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ເປັນ​ຢ່າງ​ດີ. ການ​ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ,ຍອມຮັບ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ 2 ກັນຍາ, ​​ເຮັດໃຫ້​ຫມາກຜົນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ຫມັ້ນຄົງ​ກວ່າ​ເກົ່າ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ພັດທະນາ​ໂດຍ​ສັນຕິ, ນັບ​ມື້​ນັບ​ກາຍ​ເປັນຄວາມ​ປາຖະຫນາ​ຮ່ວມ​ຂອງ​ພີ່ນ້ອງ​ຢູ່​ສ​ອງຝັ່ງ. ​ໃນ​ປີ​ໃຫມ່​ນີ້, ພວກ​ເຮົາ​ຈະ​ສືບ​ຕໍ່​ຍຶດຫມັ້ນ​ທິດນຳ​ລວມ​ໃນ​ວຽກ​ງານ​ຕໍ່​ໄຕ້​ຫວັນ​,​ເພີ່ມ​ທະວີ​ພື້ນຖານ​ດ້ານ​ກາ​ນ​ເມືອງ, ​ເສດຖະກິດ ວັດ​ທະນະ​ທຳ​ແລະ​ຄວາມ​ປາຖະຫນາ​ຂອງ​ປະຊາຊົນ​​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ, ​ເປີດ​ກວ້າງ​ສະຖານະ​ການ​ໃຫມ່​ແຫ່ງ​ການ​ພັດທະນາ​ໂດຍ​ສັນຕິ​ໃນ​ການ​ພົວພັນ​ສອງ​ຝັ່ງ.ລູກ​ຫລານ​ປະຊາ​ຊາດ​ຈີນ​ທຸກ​ຖ້ວນ​ຫນ້າ​ຄວນ​ສາ​ມັກ​ຄີ​ເຂົ້າ​ຢ່າງ​ແຫນ້ນ​ແຟ້ນກວ່າ​ເກົ່າ, ພະຍາຍາມ​ບາກ​ບັ່ນ​ສູ້​ຊົນ​​ເພື່ອ​ສຳ​ເລັດ​ຫນ້າ​ທີ່​ໂຮມ​ປະ​ເທດ​ຊາ​ດເປັນ​ເອກະ​ພາບ​ກັນ​​ແລະ​ບັນລຸ​ການ​ຟື້ນ​ຕົວ​ຄືນ​ຢ່າງຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

ບັນດາ​ທ່ານຜູ່​ແທນ!

​ໃນ​ປີ​ໃຫມ່​ນີ້,ວຽກ​ງານ​ການ​ຕ່າງປະ​ເທດ​ຕ້ອງ​ຮັບ​ໃຊ້ສະພາບ​ການ​ລວມຂອງ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່າພາຍ​ນອກ​ແລະ​ການ​ສ້າງສາ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ​ໃຫ້​ດີກ​ວ່າ​ເກົ່າ, ມີ​ສ່ວນ​ປະກອບ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ເສດຖະກິດ​ໂລກ​ເຕີບ​ໂຕ, ປົກ​ປັກຣັກສາ​ສັນຕິພາບ​ແລະ​ຄວາມ​ຫມັນຄົງ. ພວກ​ເຣົາຈະ​ສືບ​ຕໍ່​ລົງ​ເລິກ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ປະ​ເທດ​ອ້ອມ​ຂ້າງ. ຕັ້ງຫນ້າ​ເຂົ້າ​ຮ່ວມ​ກົນ​ໄກ​ຮ່ວມ​ມືທຸກ​ດ້ານກັບປະ​ເທດ​ອ້ອມ​ຂ້າງ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ພັດທະນາ​ລົງ​ສູ່​ລວງ​ເລິກ, ຮ່ວມ​ກັນ​ສ້າງ​ສະພາບ​ແວດ​ລ້ອມ​ພາກ​ພື້ນ​ທີ່ມີ​ສັນຕິພາບ, ຄວາມ​ຫມັ້ນຄົງ, ສະ​ເຫມີ​ພາບ, ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ຮ່ວມ​ມື​ກັນ​​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຮ່ວມກັນ. ພວກ​​ເຮົາຈະ​ພ້ອມ​ກັບປະ​ເທດ​ທີ່​ພວມ​ພັດທະນາ​ອັນ​ກວ້າງ​ໃຫຍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການ​ຮ່ວມ​ມື, ລົງ​ເລິກ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ​ເປີດວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຊຸກ​ຍູ້​ການ​ບັນລຸ​ເປົ້າ​ມາຍ​ພັດທະນາະສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ, ປົກ​ປັກ​ຮັກສາ​ທິດ​ທີ່​ຊອບ​ດ້ວຍ​ກົດຫມາຍ​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ພວມ​ພັດທະນາ.ພວກ​ເຮົາ​ຈະ​ເພີ່ມ​ທະວີ​ການ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ກັບປະ​ເທດ​ໃຫຍ່​ຕ່າງໆ, ​ເພີ່ມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ເຊິ່ງກັນ​ແລະ​ກັນ, ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ກັນ​ຂະຫຍາຍຕົວ​ຢ່າງ​ຍາວ​ນານ, ຫມັ້ນທ່ຽງ​ແລະ​ປອດ​ໃສ.ພວກ​ເຣົາຈະ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຫລາຍ​ຝ່າຍ​ແລະ​ຄຸ້ມ​ຄອງ​ທົ່ວ​ໂລກ,ຊຸກ​ຍູ້​ລະບຽບສາກົນ​ເດີນ​ໄປ​ສູ່​ຄວາມ​ຍຸດຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ.ພວກ​ເຣົາຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ເດັດດ່ຽວ​ຫນຽວ​ແຫນ້ນ,ຍຶດຫມັ້ນນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສັນຕິພາບ,​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ,ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ອນກທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫນ​ດ,ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ນີ້, ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ຄວາມ​ຮຸ່ງ​ເຮືອງສີວິ​ໄລ​ຂອງ​ມວນ​ມະນຸດ​ກ້າວ​ໄປ​ຫນ້າ, ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ແລະ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິ​ພາບ​ຖາວອນ​ແລະ​ຮ່ວມ​ກັນ​ຈະ​ເລີ​ນຮຸ່ງ​ເຮືອງ.

ບັນດາ​ທ່ານຜູ່​ແທນ!

ຫວນ​ຄືນ​ອະດີດ, ພວກ​ເຮົາ​ໄດ້​ບາກ​ບັ່ນ​ສູ້​ຊົນ, ​ໄດ້​ຮັບ​ຜົນງານ​ທີ່​ພົ້ນ​ເດັ່ນ.ຈ້ອງ​ມອງ​ເບິ່ງ​ອະ​ນາຄົດ, ພວກ​ເຮົາຍັງ​ມີ​ຫນ້າ​ທີ່​ອັນ​ຫນັກ​ຫນ່ວງ​ແລະ​ຕ້ອງ​ເດີນ​ຕາມ​ເສັ້ນທາງ​ທີ່​ຍາວ​ໄກ, ຍັງ​ຕ້ອງການ​ພວກ​ເຮົາ​ທຳ​ຄວາມ​ພະຍາຍາມ​ຕໍ່​ໄປ.​ໃຫ້​ພວກ​ເຣົາຈົ່ງ​ສາມັກຄີ​ຢ່າງ​ແຫນ້ນ​ແຟ້ນຢູ່​ພ້ອມ​ຂ້າງ​ສູນ​ກາງ​ພັກ​ທີ່​ມີ​ສະຫາຍ​ຫູ​ຈີນທາວ​ເປັນ​ເລຂາທິການ​ໃຫຍ່, ປົດ​ປ່ອຍ​ແນວ​ຄິດ, ບຸກ​ເບີກ​ປະດິດ​ສ້າງ, ​ເຮັດ​ວຽກ​ຢ່າງ​ຫນັກ​ແຫນ້ນ, ພະຍາຍາມ​ສ້າງ​ສະພາບ​ການ​ໃຫມ່​ແຫ່ງ​ການ​ສ້າງສາ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ!

ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​ລັດ​ແລະ​ປະ​ຊາ​ຊົນ,​ໃຊ້​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນກວ່າ​ເກົ່າ,​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຢ່າງ​ແທ້​ຈິງ,ພະ​ຍາ​ຍາມ​ເຮັດ​ວຽກ​ທຸກ​ດ້ານ​ໃຫ້​ດີ,​ເພື່ອ​​ບໍ່​ເສຍ​ຄວາມຊັດ​ທາ​ຈາກ​ປະຊາຊົນ.
ພາກ​ທີ​ສອງ: ການຈັດ​ວາງ​​ໂດຍ​ລວມກ່ຽວ​ກັບ​ວຽກ​ງານ​ໃນ​ປີ2012ປີ​ນີ້​ແມ່ນ​ປີ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ສືບ​ທອດ​ວຽກ​ງານ​ເກົ່າ​ແລະ​ເລີ່​ມຕົ້ນ​ວຽກ​ງານ​ໃໝ່​ສຳລັບ​ໄລຍະ​ປະຕິບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະກິດ​ສັງຄົມ​ແຫ່ງ​ຊາດ5ປີ​ຄັ້ງ​ທີ12,​ແລະ​ກໍ່​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ອາຍຸ​ຕຳ​ແໜ່​ງລັດຖະບານ​ຊຸດ​ນີ້.

ການ​ພັດທະນາ​ຂອງປະ​ເທດ​ເຮົາຍັງ​ຢູ່​ໃນ​​ໄລຍະ​ທີ່​ມີ​ໂອກາດ​ທາງ​ຍຸດ​ທະ​ສາດ​ທີ່​ສຳຄັນ,ມີ​ເງື່ອນ​ໄຂ​ທີ່​ດີ​ຫຼາຍ​ຢ່າງ​ສຳລັບ​ການ​ຮັກສາ​ເສດຖະກິດ​ໃຫ້​ພັດທະນາ​ຢ່າ​ງໝັ້ນ​ທ່ຽງ​ແລະ​​ໄວ​ສົມຄວນພາຍ​ໃນ​ໄລຍະ​ຍາວ​ສົມຄວນ.ການ​ຫັນ​ເປັນ​ອຸດສາຫະກຳ,ການ​ເປັນ​ຫົວ​ຕົວ​ເມືອງ​ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝທາງ​ດ້ານ​ກະສິກຳ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ວ່ອງ​ໄວ,ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ອັນ​ມະຫາສານ​ທາງ​ດ້ານ​ຄວາມ​ຕ້ອງການ​ໃນ​ການ​ປັບປຸງ​ອົງ​ປະກອບ​ບໍລິ​ໂພ​ກ​ແລະ​ອົງ​ປະກອບ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນ.​ເມື່ອ​ໄດ້​ດຳ​ເນີນ​ການ​ປະ​ຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ເປັນ​ເວລາ30ກວ່າ​ປີ,ຈີນ​ໄດ້​ສ້າງ​ພື້ນຖານ​ວັດຖຸ​ແລະ​ເງື່ອນ​ໄຂ​ດ້ານ​ໂຄງ​ປະກອບ​ທີ່​ດີ,​ໄດ້​ສະ​ສົມບົດຮຽນ​ຫຼາຍ​ຂຶ້ນ​ຢ່າ​ງບໍ່​ຢຸດ​ຢັ້ງ​ໃນ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ,ກຳລັງ​ແຂ່ງຂັນ​ແລະ​ຄວາມ​ສາມາດ​ຕ້ານ​ຄວາມ​ສ່ຽງ​ຂອງ​ວິ​ສາ​ຫະກິດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.ລາຍ​ຮັບ​ລາຍ​ຈ່າຍ​ດ້ານ​ການ​ເງິນຢູ່​ໃນ​ສະພາບ​ທີ່​ດີ,ລະບົບ​ການ​ເງິນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ,​ມີເງິນ​ທຶນ​ໃນສັງຄົມ​ຢ່າງ​ພຽງພໍ​ສົມຄວນ,ສະພາບ​ເສດຖະກິດ​ການ​ເມືອງ​ຂອງ​ໂລກ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ,ສັນຕິພາບ,ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຍັງ​ແມ່ນ​ທ່າ​ອ່ຽງຕົ້ນຕໍຂອງ​ຍຸກ​ສະ​ໄໝປະຈຸ​ບັນ.​ເວົ້າ​​ໂດຍ​ລວມ​ແລ້ວ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​​ໂດຍ​ສັນຕິ​ຂອງ​ປະ​ເທດ​ຈີນ.

ພວກ​ຂ້າພ​ະ​ເຈົ້າ​ຕ້ອງ​ຊູ​ທຸງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ອັນ​ຍິ່ງ​ໃຫຍ່,ຖື​ທິດ​ສະ​ດີ​ເຕິ້ງ​ສ້ຽວ​ພິງ​ແລະ​ແນວ​ຄິດ​ສຳຄັນ"ສາມ​ຕົວ​ແທນ"​ເປັນ​ແນວ​ຄິດ​ຊີ້​ນຳ,ລົງ​ເລິກ​ຜັນ​ຂະຫຍາຍ​ພັດ​ທະນະ​ທັດ​ວິທະຍາສາດ,ຍຶດໝັ້ນ​ສະ​ແຫວ​ງຄວາມ​ກ້າວໜ້າ​ຢ່າງ​ໜັກ​ແໜ້ນ,​ເພີ່ມ​ທະວີ​​ແລະ​ປັບປຸງ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ,ສືບ​ຕໍ່​ມີ​ການ​ປະຕິບັດເປັນ​ຢ່າງ​ດີ​ຕໍ່​ການພົວພັນ​ລະຫວ່າງ​ການ​ຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ໄວ​ສົມຄວນ,ປັບປຸງ​ອົງ​ປະກອບ​ເສດຖະກິດ​ແລະ​ການ​ຄຸ້ມ​ຄອງການ​ຄາດ​ຄະ​ເນ​ຕໍ່​​ໄພ​ເງິນ​ເຟີ້​,​ເລັ່ງລັດ​ຫັນ​ປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ປັບປຸງ​ອົງ​ປະກອບ​ເສດຖ​ະກິດ,ຮັກສາ​ໃຫ້​ສັງຄົມ​ມີ​ຄວາມສະຫງົບ​ແລະ​ປອງ​ດອງ​ກົມກຽວ​ກັນ​,ສ້າງ​ຜົນສຳ​ເລັດ​ທີ່​ດີ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ເພື່ອ​ຕ້ອນຮັບ​ການ​ໄຂ​ຂຶ້ນ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ.

ເປົ້າໝາຍ​ຕົ້ນຕໍ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ​ນີ້​ແມ່ນ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDP​ເພີ່ມ​ຂຶ້ນ7,5%,ຜູ່​ປະກອບ​ອາຊີບ​ທີ່​ເພີ່ມ​ໃຫມ່​ໃນ​ຕົວ​ເມືອງ​​ໃຫ້​ຫຼາຍ​ກວ່າ9ລ້ານ​ຄົນ,ຄວບ​ຄຸມ​ອັດຕາ​ຫວ່າງ​ງານ​ທີ່​ຈົດ​ທະບຽນ​ຂອງ​ຕົວ​ເມືອງບໍ່​ໃຫ້​ກາຍ4,6%,ຄວບ​ຄຸມຈັງຫວະ​ການ​ເຕີບ​ໂຕ​ຂອງCPI​​ໃຫ້​ຢູ່​ລະຫວ່າງ4%,ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ເຕີບ​ໂຕ​ປະມານ10%,ສະພາບ​ລາຍ​ຮັບ​ລາຍ​ຈ່າຍ​ສາກົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.ນະ​ທີ່​ນີ້,ສິ່ງ​ທີ່​ຕ້ອງ​ອະທິ​ບາບ​ເປັນ​ພິ​ເສດ​ແມ່ນ​ການ​ປັບ​ເປົ້າ​ໝາຍ​ເຕີບ​ໂຕ​ຂອງGDP​ໃຫ້​ຫຼຸດ​ລົງ​ໜ້ອຍ​ໜຶ່ງ​ຕົ້ນຕໍ​ແມ່ນ​ເພື່ອ​​ໃຫ້​ຖືກ​ກັບ​ເປົ້າ​ໝາຍ​ໃນ​ແຜນການ5ປີ​ເທື່ອ​ທີ12,ຊັກ​ນຳ​ໃຫ້​ຝ່າຍ​ຕ່າງໆ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ​ແລະ​ຍົກ​ສູງ​ຄຸນ​ນະພາ​ບ​ແລ​ະປະສິດທິ​ຜົນ​ໃນ​ດ້ານ​ການ​ພັດທະນາ​ເສດຖະກິດ​ຢ່າງ​ແທ້​ຈິງ,​ເພື່ອ​ໃຫ້​ມີ​ຜົນ​ດີ​ຕໍ່​ການ​ບັນລຸ​ກາ​ນພັດທະນາ​ໃນ​ລະດັບ​ສູງ​ກວ່າ,ມີ​ຄຸນ​ນະພາ​ບດີກ​ວ່າ​ແລະ​ພັດທະນາ​ເປັນ​ເວ​ລາ​ຍາວ​ກວ່າ​.ການສະ​ເໜີ​ເປົ້າ​ໝາຍ​ທີ່​ຄວບ​ຄຸມ​ໃຫ້ CPI​​ ຢູ່​ລະຫວ່າງ4%,​ແມ່ນ​ຍ້ອນ​​ໄດ້​ພິຈາລະນາ​ໂດຍ​ລວມ​ເຖິງ​ເປັນ​ໄຈ​ເງິນ​ເຟີ້​ທີ່​ເກີດ​ຂຶ້ນ​ຍ້ອນ​ທຶນ​ຕ່າງປະ​ເທ​ດ​​​ໄຫຼ​ເຂົ້າ​ຈີນ,ຕົ້ນ​ທຶນ​​ເພີ່ມ​ຂຶ້ນ​ແລະ​ຄວາມ​ສາມາດ​ຫາບ​ແບກພາລະ​ດ້ານ​ເສດຖະກິດ​ຂອງ​ປະຊາຊົນ,ຊຶ່ງ​ກໍ່​ໄດ້​ຈົ່ງ​ຊ່ອງ​ທາງ​ອັນ​ແນ່ນອນ​ໃຫ້​ແກ່​ການ​ປະຕິ​ຮູບ​ລາຄາ​ສິນຄ້າ.
​ໂດຍ​ພິຈາລະນາ​ສະພາບ​ດ້ານ​ຕ່າງໆ​ໂດຍ​ລວມ​ແລ້ວ,ຕ້ອງ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ,​ແລະ​ມີ​ການ​ປັບປຸງ​ເລັກ​ໜ້ອຍ​ໃນ​ເວລາ​ອັນ​ເໝາະ​ສົມ​ແລະ​ໃນ​ລະດັບ​ອັນ​ເໝາະ​ສົມ​ຕາມ​ການ​ປ່ຽນ​ແປງ​ຂອງ​ສະພາບ​ການ,​ສ້າງ​ນະ​ໂຍບາຍ​ທີ່​ມີ​ລັກສະນະ​ເລັ່ງ​ໃສ່,ຄ່ອງ​ແຄ້ວ​ແລະ​ເບິ່ງ​ກວ້າງ​ມອງ​​ໄກ​ຫຼາຍ​ກວ່າ​ເກົ່າ.

ສື​ບຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ.

ເຮັດ​ໃຫ້​ປະລິມານ​ຂຸມ​ການ​ເງິນ​ແລະ​ໜີ້​ສິນ​ຂອງ​ລັດ​ຮັກສາ​ຢູ່​ໃນ​ລະດັບ​ອັນ​ເໝາະ​ສົມ,ຕາມ​ແຜນການ​ແ​ລ້ວ,ລັດຖະບານ​ຈະ​ຈັດ​ວາງ​ຂຸມ​ການ​ເງິນ800ຕື້ຢວນ,ອັດຕາຂຸມການເງິນຫຼຸດລົງເຖິງປະມານ1,5%,​ໃນ​ນັ້ນ​ຂຸມ​ການ​ເງິນ​ສູນ​ກາງ​ແມ່ນ550ຕື້​ຢວນ,ຈຳໜ່າຍ​ພັນທະບັດ​ທ້ອງ​ຖິ່ນ250ຕື້​ຢວນ.ປັບປຸງ​ອົງ​ປະກອບ​ຂອງ​ລາຍ​ຈ່າຍ​ການ​ເງິນ​​ໂດຍ​ເນັ້ນ​ໜັກ​ຈຸດ​ສຸມ,ຈັດ​ສັນ​ງົບປະມານ​ເຂົ້າ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ຫຼາຍ​ກວ່າ​​ເກົ່າ,​ເພີ່ມ​ງົບປະມານ​ເຂົ້າ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ສຶກສາ,ວັດທະນະທຳ,ສາທາລະນະ​ສຸກ,ການ​ປະກອບ​ອາຊີບ,ການ​ປະກັນ​ສັງຄົມ,​ໂຄງການ​ກໍ່ສ້າງ​ເຮືອນ​ຢູ່​ນະ​ໂຍບາຍ​ແລະ​ອື່ນໆ.​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ເພີ່ມ​ທະວີ​ຂອດ​ອ່ອນ​ແອ,​ເພີ່ມ​ການ​ສະໜັບສະໜູນ​ຕໍ່​ກະສິກຳ,ຊົນ​ນະ​ບົດ​ແລະ​ຊາວ​ກະສິກອນ,​ເຂດ​ດ້ອຍ​ພັດທະນາ,ການ​ປະດິດ​ສ້າງ​ດ້ານ​ວິທຫະຍາ​ສາ​ດ​ເຕັກນິກ,ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ,ຊົນລະປະທານ,ການ​ຊອກ​ຄົ້ນບໍ່​ແຮ່​ແລະ​ອື່ນໆ; ​ເອົາ​ໃຈ​ໃສ່​ນຳ​ການ​ປະຢັດ​ຫຼາຍ​ກວ່າ​ເກົ່າ,ຄວບ​ຄຸມ​ການ​ໃຊ້​ຈ່າຍ​ເງິນ​ຫຼວງຢ່າງ​ເຂັ້ມ​ງວດ​. ປະຕິບັດ​ການ​ຫຼຸດ​ອາກອນ​ໃນດ້ານ​ໂຄງ​ປະກອບ.ຕັ້ງ​ໃຈ​ຈັດ​ຕັ້ງ​ປະຕິບັດ​ແລະ​ປັບປຸງ​ນະ​ໂຍບາຍ​ອາກອນ​ພິ​ເສດ​ປະ​ເພດຕ່າງໆ​ເພື່ອ​ສະໜັບສະ​ໜູນ​ວິ​ສາ​ຫະກິດ​ຂະໜາດ​ນັກທຸລະກິດ​ເອກະ​ຊົນ, ສ້າງ​ຈຸດ​ທົດ​ລອງ​ທີ່​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ເຂົ້າ​ແທນ​ອາກອນທຸລະ​ກິດ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ໜີ້​ສິນ​ຂອງ​ອຳ​ນາດການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ປ້ອງ​ກັນ​ຄວາມ​ສ່ຽງ. ປະຕິບັດ​ຕາມ​ຫຼັກການ​ທີ່​ຄຸ້ມ​ຄອງ​ຕາມ​ປະ​ເພດ​ຕ່າງ​ກັນ, ​ປະຕິບັດ​ຢ່າງ​ມີ​ການຈຳ​ແນ​ກ, ​ແລະ​ແກ້​ໄຂ​​ເທື່ອ​ລະ​ກ້າວ, ສືບ​ຕໍ່​ຊຳ​ລະ​ໜີ້​ສິນ​ຢ່າງ​ເໝາະ​ສົມ.

ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ. ອີງ​ຕາມ​ຄວາມ​ຮຽກຮ້ອງ​ທີ່​ມີ​ຍອດ​ມູນ​ຄ່າ​ອັນ​ເໝາະ​ສົມ, ມີ​ຄວາມ​ລະມັດລະວັງ​ຮອບ​ຄອບ​ແລະ​ຄ່ອງ​ແຄ້ວ, ພ້ອມ​ທັງ​ຄຳ​ນຶງ​ເຖິງ​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ພັ​ດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລາຄາ​ສິນຄ້າ, ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ການ​ເງິນ. ປັບປຸງ​ອົງ​ປະກອບ​ເງິນ​ກູ້​ສິນ​ເຊື່ອ​ໃຫ້​ດີ​ກວ່າ​ເກົ່າ, ສະໜັບ​ສະ​ໜູນ​ໂຄງ​ການ​ຈຸດ ໜັກ​ທີ່ພວມ​ກໍ່​ສ້າງ​ຢູ່, ຫຼືຈະ​ສ້າງ​ຕໍ່​ໄປ​ຂອງ​ລັດ, ພ້ອມ​ດ້ວຍ​ໂຄງ ການ​ເຮືອ​ນະ​ໂຍ​ບາຍ, ເພີ່ມທະ​ວີ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ກູ້​ສິນ​ເຊື່ອ​ໃຫ້​ແກ່​ວິ​ສາ​ຫະກິດ​ທີ່​ສອດຄ່ອງ​ກັບ​ນະ​ໂຍບາຍ​ຂະ​ແໜງ​ການ​ແລະ​ມີ​ຄວາມ​ຕ້ອງການ​ໃນ​ຕະຫຼາດ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ຫຼຸດ​ຕົ້ນ​ທຶນ​ໃນ​ການ​ລະດົມ​ທຶນ​ຂອງ​ເສດຖະກິດ​ຮູບ​ປະ​ທຳ​ໃຫ້​ຕ່ຳລົງ. ສືບ​ຕໍ່ຈຳກັດ​ການ​ປ່ອຍ​ເງິນ​ກູ້​ໃຫ້​ແກ່​ຂະ​ແໜງ​ການ​ທີ່​ສິ້ນ​ເປືອງ​ພະລັງງານ​ຫຼາຍ, ສ້າງ​ມົນ​ລະ​ພິດ​ຫຼາຍ​ແລະ​ມີ​ກຳລັງ​ການ​ຜະລິດ​ຫຼາຍ​ເ​ກີ​ນ​ໄປ. ປັບປຸງ​ກົນ​ໄກ​ກຳ​ເນີ​ດອັດຕາ​​ແລກປ່ຽນ​ເງິນ​ຢວນຈີນ​, ​ເພີ່ມ​ທະວີ​ຄວາມຄ່ອງ​ແຄ້ວ​ໃນ​ການ​ລອຍ​ຕົວ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງອັດຕາ​ແລກປ່ຽນ​ເງິນ​ຢວນ​ໃນ​ລະດັບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ສະ​ໝ່ຳສະ​ເໝີ​ກັນ. ອອກ​ແຮງພັດທະນາ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ. ​ເພີ່ມ​ທະວີ​ການ​ບໍລິການ​ດ້ານ​ເງິນຕາ​ຕ່າງປະ​ເທດ, ສະໜອງ​ການ​ບໍລິການ​ຫຼີກ​ລ່ຽງຄວາມ​ສ່ຽງ​ດ້ານ​ອັດຕາ​ແລກປ່ຽນ​ເງິນຕາ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຕະຫຼາດ, ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ສ້າງ​ຕັ້ງ​ແລະ​ບູລະນະ​ກົນ​ໄກປ້ອງ​ກັນ​ຄວາມ​ສ່ຽງ​, ຕິດຕາມຄຸ້ມ​ຄອງ​ແລະ​ປະສານ​ງານດ້ານ​ການ​ເງິນ​ຢ່າງ​ເປັນ​ລະບົບ, ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ. ​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມ​ການ​ເຄື່ອນ​ໄຫຼ​ຂອງ​ເງິນ​ທຶນຂ້າມ​ຊາດ. ປັບປຸງ​ການ​ກູ້​ເງິນ​ປະ​ເພດຕ່າງໆຢ່າງ​ມີ​ລະບຽບ​ຮຽບຮ້ອຍ, ຊີ້​ນຳ​ການ​ລະດົມ​ທຶນ​ໃນ​ສັງຄົມ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ.

ເຮັດ​ວຽກ​ໃນ​ປີ​ນີ້​ໃຫ້​ດີ​ຢ່າງຮອບດ້ານ, ຕ້ອງ​ຍຶດໝັ້ນ​ຫົວ​ຂໍ້​ຕົ້ນຕໍ​ຢ່າງ​ພົ້ນ​ເດັ່ນ, ຈັດ​ຕັ້ງ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈັດ​ວາງ​ແຜນການ​ພັດທະນາ​ພາກສ່ວນ​ຕ່າງໆ​ຢ່າງ​ເປັນ​ເອກະ​ພາບ​ກັນ, ກ້າວ​ໄປ​ໜ້າ​ຢ່າງ​ກົມກຽວ​ກັນ, ຈັດ​ເອົາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ຄວບຄຸມ​ລາຄາ​ສິນຄ້າ, ປັບປຸງ​ໂຄງ​ປະກອບ, ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ສົ່ງ​ເສີມ​ຄວາມ​ກົມ​ກຽວກັນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ເປັນ​ຢ່າງ​ດີ. ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ກໍ່​ແມ່ນ​ຍຶດໝັ້ນ​ການ​​ເພີ່ມ​ທະວີ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ, ຮັກສາ​ຄວາມ​ຕ້ອງການ​ຈາ​ກພາຍ​ນອກ, ອອກ​ແຮງ​ພັດທະນາ​ເສດຖະກິດ​ຮູບ​ປະ​ທຳ, ພະຍາຍາມ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ​ບໍ່​ແນ່ນອນຊະນິດ​ຕ່າງໆທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ​ແກ້​ໄຂ​ບັນຫາ​ໃໝ່​ຢ່າງ​ທັນ​ການ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໃນ​ການ​ພັດທະນາ​ເສດຖະກິດ. ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ຄວາມ​ສ່ຽງ​ບົ່ມ​ຊ້ອນ​ຊະນິດດ້ານ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ຢູ່​ບາງ​ພາກສ່ວນ​ກາຍ​ເປັນ​ບັນຫາ​ພາກ​ສ່ວນລວມ, ຊຸກ​ຍູ້​ຄວາມ​ກົມກຽວ​ແລະ​ຄວາມ​ສະຫງົບ​ໃນ​ສັງຄົມ.
ສາມ. ໜ້າ​ທີ່​ຕົ້ນຕໍ​ໃນ​ປີ2012.

ກ. ຊຸກ​ຍູ້​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ.

ການ​ເພີ່ມ​ທະວີ​ຄວາມ​ຕ້ອງການ​ພາຍ​ໃນ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຕ້ອງການ​ດ້ານ​ການ​ບໍລິ​ໂພ​ກ, ​ແມ່ນ​ຈຸດ​ຢືນ​ພື້ນຖານ​ທີ່​ເສດຖະກິດ​ຂອງ​ປະ​ເທດ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານ​ແລະ​ໄວ​ສົມຄວນ, ​ແມ່ນ​ຈຸດ​ໜັກ​ໃນ​ວຽກ​ງານ​ປີ​ນີ້.

ອອກ​ແຮງ​ເພີ່ມ​ທະວີ​ຄວາມ​ຕ້ອງການ​ດ້ານ​ການ​ບໍລິ​​ໂພ​ກ. ​ເລັ່ງລັດ​ສ້າງ​ກົນ​ໄກ​ຖາວອນ​ທີ່​ເປີດ​ກວ້າງ​ການ​ບໍລິ​ໂພ​ກ. ອອກ​ແຮງ​ປັບປຸງ​ອົງການ​ປະກອບ​ແບ່ງປັນ​ລາຍ​ໄດ້, ​ເພີ່ມ​ລາຍ​ໄດ້​ຂອງ​ປະຊາຊົນ​ຜູ້​ມີ​ລາຍ​ໄດ້​ປານ​ກາງ​ແລະ​ຕ່ຳ, ​ຍົກ​ສູງ​ຄວາມ​ສາມາດ​ການ​ບໍລິ​ໂພ​ກຂອງ​ປະຊາຊົນ. ປັບປຸງ​ນະ​ໂຍບາຍທີ່​ສົ່ງ​ເສີມ​ການ​ບໍລິ​ໂພ​ກ ຂອງ​ປະຊາຊົນ. ປັບປຸງ​ສະພາບ​ແວດລ້ອມ​ແຫ່ງ​ການ​ບໍລິ​​ໂພ​ກ​ໃຫ້​ດີ​ຂຶ້ນ, ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຜູ້​ບໍລິ​ໂພ​ກ.

ປັບປຸງ​ອົງ​ປະກອບ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ. ຮັກສາ​ການ​​ເຕີບ​ໂຕ​ຂອງ​ການ​ລົງທຶນ​ຢ່າງ​ໝັ້ນ​ທ່ຽງ, ຊຸກ​ຍູ້​ໃຫ້ການ​ລົງທຶນ​ແລະ​ການ​ບໍລິ​ໂພ​ກດຳ​ເນີນ​ໄປ​ເປັນ​ຢ່າງ​ດີ. ປະຕິບັດ​ມາດ​ຕະການ​ແລະ​ພິຈາລະນາ​ກວດກາ​ໃຫ້​ດີ​ໃນ​ດ້ານ​ການ​ນຳ​ໃຊ້ທີ່​ດິນ, ສິນ​ເຊື່ອ, ປະຢັດພະລັງງານ, ອະນຸລັກ​ສິງ​ແວດ​ລ້ອມ, ຄວາມ​ປອດ​ໄພ, ​ແລະ​ຄຸ​ນ ນະພາ​ບ, ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ຕໍ່​ໂຄງການ​ສຳຄັນ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ຂອງ​ລັດຖະບານ​ແລະ​ລັດ​ວິ​ສາ​ຫະກິດ., ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດ​ທີ​ຜົນ​ຂອງ​ການ​ລົງ​ທຶນ.
ຂ. ຮັກສາ​ລະດັບ​ລວມຂອງລາຄາ​ສິນຄ້າ​ໃຫ້​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ

ນີ້​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແລະ​ພາກ​ສ່ວນລວມ​ແຫ່ງການ​ພັດທະນາ​ເສດຖະກິດ​ສັງຄົມ.
​ເພີ່ມ​ທະວີ​ການ​ຜະລິດ, ຮັບປະກັນ​ການ​ສະໜອງ. ສືບ​ຕໍ່​ຖື​ການ​ຄວບ​ຄຸມບໍ່​ໃຫ້​ລາຄາ​ອາຫານຖີບ​ສູງ​ຂຶ້ນ​ໄວ​ເກີນ​ໄປ​ເປັນ​ຈຸດ​ໜັກ​ໃນ​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລາຄາ​ສິນຄ້າ. ຕົວ​ເມືອງ​ຂະໜາດ​​ກາງ​ແລະ​ໃຫຍ່​ຄວນ​ຮັກສາ​ດິນ​ປູກ​ຜັກ​ຢ່າງ​ເໝາະ​ສົມ, ຮັກສາ​ແລະ​ຍົກ​ສູງ​ລະດັບ​ກຸ້ມ​ຕົນ​ເອງ​ໃນ​ການຈຳໜ່າຍ​ຜັກ​ຕາມ​ລະດູ​ການ, ປະສານ​ງານ​ກັບ​ເຂດ​ອ້ອມ​ຂ້າງ​ແລະ​ເຂດ​ທີ່​ມີ​ທ່າ​ແຮງ​​ເພື່ອ​ສ້າງ​ແຫຼ່ງຜະລິດ​ຜັກ, ​ເພີ່​ມທະວີ​ຄວາມ​ສາມາດດັດສົມ​ຕະຫຼາດ.

ປະຕິບັດ​ການ​ຈໍລະ​ຈອນ​ສິນຄ້າ​ຢ່າງ​ສະດວກ​ສະ​ບາຍ, ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳລົງ. ປະຕິບັດ​ນະ​ໂຍບາຍ​​​ເສັ້ນທາງ​ສີຂຽວ​ໃນ​ການ​ຂົນ​ສົ່ງ​ຜະລິດ​ຕະພັນ​ກະສິກຳ, ​ເຊັ່ນ​ຜັກ​ດັ່ງ​ນີ້​ເປັນ​ຕົ້ນ, ຫຼຸດ​ຂັ້ນ​ຕອນ​ໃນ​ການ​ຈໍລະ​ຈອນ​ໃຫ້​ໜ້ອຍ​ລົງ, ​ເພີ່ມ​ຮ້ານ​ຂາຍ​ຍ່ອຍ, ເສີມຂະ​ຫຍາຍ​ບົດ​ບາດ​ຂອງ​ການ​ຈໍລະ​ຈອນ​ສິນຄ້າ​ຢ່າງ​ເຕັມ​ສ່ວນ. ໃຊ້ມາດຕະການຫຼາ​ຍດ້ານ​ພ້ອມ​ກັນ, ຍົກ​ສູງ​ປະສິດທິ​ພາບ​ຂອງ​ການ​ຈໍລະ​ຈອນ, ​ແລະ​ຫຼຸດ​ຕົ້ນ​ທຶນ​ຢູ່​ກາງ​ທາງ, ​ເຮັດ​ໃຫ້​ຜູ້​ຜະລິດ​ແລະ​ຜູ້​ບໍລິ​ໂພ​ກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຢ່າງ​ແທ້​ຈິງ.

ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ, ປັບປຸງ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ດຕໍ່​ລາຄາ​ອາຫານ, ຢາ​ປົວ​ພະຍດ, ການ​ເກັບ​ຄ່າ​ໃນ​ການ​ປິ່ນປົວ​ພະຍາດ, ການ​ສື່ສານ, ​ແລະ​ການ​ສຶກສາ​ດັ່ງ​ນີ້​ເປັນ​ຕົ້ນ, ປັບປຸງກໍລະນີ​ທີ່​ເກັບ​ຄ່າ​​ແລະ​ໃໝ​ເງິນ​ຢ່າງ​ຊະຊາຍ​ໃນ​ຂົງ​ເຂດ​ຂົນ​ສົ່ງ​ແລະ​ຄົມມະນາຄົມ, ດັດ​ແກ້​ການ​ກະທຳ​ເກັບ​ຄ່າຢ່າງ​ລະ​ເມີດ​ລະບຽບ​ການຂອງ​ວິສາ​ຫະກິດ​ຂາຍຍ່ອຍຂະໜາດ​ໃຫຍ່, ສຳ​ຫຼວດ​ແລະ​ລົງ​ໂທດ​ຜູ້​ທີ່​​ເຜີຍ​ແຜ່​ຂ່າວ​ລືຊາ, ສະ​ສົມສິນຄ້າ​ເພື່ອ​ຍົກ​ສູງ​ລາຄາ, ຄວບ​ຄຸມ​ລາຄາ​ສິນຄ້າຢ່າງ​ມີ​​ເຈດ​ຕະນາ​ຊົ່ວ​ຮ້າຍ, ດັ່ງ​ນີ້​ເປັນ​ຕົ້ນ

ຄ. ຊຸກ​ຍູ້​ໃຫ້​ກະສິກຳ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ເຮັດ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

​ໃນ​ຂະ​ບວນ​ການ​ຫັນ​ເປັນ​ອຸດສາຫະກຳ​ແລະ​ພັດທະນາ​ຕົວ​ເມືອງ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ​ໃຫ້​ທັນ​ສະ​ໄໝ. ຕ້ອງ​ຍຶດໝັ້ນ​ຈັດ​ເອົາ​ການ​ແກ້​ໄຂ​ບັນຫາ"ກະສິກຳ, ຊົນນະບົດ​ແລະ​ຊາວ​ກະສິກອນ"​ໃຫ້​ດີ​ນັ້ນ​ເປັນ​ວຽກ​ງານ​ສຳຄັນ​ທີ່ສຸດ, ເພີ່ມ​ທະ​ວີ​ນະ​ໂຍ​ບາຍ​ສ້າງ​ຄວາມ​ເຂັ້ມ​ແຂງ​ແລະ​ຄວາມ​ຮັ່ງມີ​ໃຫ້​ຊາວ​ກະສິ​ກອນ​ຕື່ມ​ອີກ, ປັບປຸງ​ແລະ​ຂະ​ຫຍາຍ​ທ່າ​ອ່ຽງທີ່​ດີ​ໃນ​ການ​ພັດທະນາ​ກະສິກຳ​ແລະ​ຊົນນະບົດ.

ຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ພັດທະນາ​ການ​ຜະລິດ​ກະສິກຳ, ​​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ໃນ​ຫຼາຍ​ດ້ານ. ສືບ​ຕໍ່​ດຳ​ເນີນ​ການ​ເພີ່ມ​ຜົນ​ຜະລິດ​ທັນ​ຍາ​ຫານ, ຮັ​ກ​ສາ​ເນື້ອ​ທີ່​ປູກ​ສະບຽງ​ອາຫານ, ອອກ​ແຮງ​ເພີ່ມ​ຜົນ​ຜະລິດ​ຕາມ​​ເນື້ອ​ທີ​ຫົວໜ່ວຍ. ຊີ້​ນຳ​ໃຫ້​ຊາວ​ກະສິກອນ​ປັບປຸງ​ອົງປະກອບ, ​ເພີ່ມ​ການ​ຜະລິດ​ຜະລິດ​ຕະພັນ​ກະສິກຳ​ທີ່​ຂາດ​ເຂີນ​ໃນ​ຕະຫຼາດ​ແລະ​ມີ​ຄຸນ​ນະພາ​ບສູງ, ສະໜັບສະໜູນ​ການ​ຜະລິດ​ຜັກ, ຊີ້ນ, ​ໄຂ່, ນົມ, ​ແລະ​ຜະລິ​ດຕະພັນ​ໃນ​ນ້ຳ, ດັ່ງ​ນີ້​ເປັນ​ຕົ້ນ. ສືບ​ຕໍ່​ເພີ່ມ​ຍອດ​ມູນ​ຄ່າ​ເງິນ​ອຸດ​ໜູນ​ດ້ານ​ກະສິກຳ, ຍົກ​ສູງ​ມາດຕະຖານ, ​ເປີດ​ກວ້າງ​ຂອບ​ເຂດ, ​ແລະ​ປັບປຸງ​ບູລະນະ​ກົນ​ໄກ. ສືບ​ຕໍ່​ຍົກ​ສູງ​ລາຄາ​ຕ່ຳ​ສຸດ​ໃນ​ການຈັດ​ຊື້​ສະບຽງ​ອາຫານ, ປີ​ນີ້​ລາຄາ​ຕ່ຳ​ສຸດ​ໃນ​ການຈັດ​ຊື້ເຂົ້າ​ບາ​ເຣ​ໄດ້​ສູງ​ຂຶ້ນ7,4ຢວນຕໍ່50ກິ​ໂລ, ​ແລະ​ລາຄາ​ຈັດ​ຊື້​ເຂົ້າ​ໄດ້​ສູງ​ຂຶ້ນ16ຢວນຕໍ່50​ກິ​ໂລ. ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ແລະຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ຊົນນະບົດ​ໃນ​ຮອບ10ປີ​ໃໝ່, ປະຕິ​ບັດ​ຕາມ​ມາດຕະຖານ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ສະບັບ​ໃໝ່​ຂອງ​ລັດຖະບານ, ​ເຮັດ​ວຽກ​ໃນ​ດ້ານ​ນີ້​ໃຫ້​ດີ.

ເລັ່ງລັດ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ. ທາງ​ອອກ​ພື້ນຖານ​ຂອງ​ກະສິກຳ​ຢູ່​ນຳ​ການພັ​ດທະນາ​ຂອງ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ. ຄວນ​ອອກ​ແຮງ​ຊຸກ​ຍູ້​ການ​ປະດິດ​ສ້າງ​ໃໝ່​ຂອງ​ວິ​ທະຍາ​ສາດ​ເຕັກນິກ​ດ້ານ​ກະສິກຳ, ​ເພີ່​ມທະວີ​ການສະໜັບສະ​ໜູນ​ໃນ​ການຄົ້ນຄວ້າ​ແລະ​ນຳ​ໃຊ້​ເຕັກນິກ​ທີ່​ສຳຄັນ, ​ເຊັ່ນ, ພັ​ດທະນາ​ແນວ​ພັນ​ຄຸນ​ນະພາ​ບດີ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ, ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​, ດັ່ງ​ນີ້​ເປັນຕົ້ນ.

ເພີ່ມ​ທະວີການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ກະສິກຳ​ແລະ​ຊົນນະບົດ. ປີ​ນີ້​ງົບ​ປະມານ​ການ​ເງິນ​ສູນ​ກາງ​ຈະ​ຈັດ​ວາງ1228ຕື້700ລ້ານ​ຢວນ​ເຂົ້າ​ໃນ​ກະສິກຳ, ຊົນນະບົດ​ແລະ​ຊາວ​ກະສິກອນ, ​ເຊິ່ງ​ເພີ່ມ​ຂຶ້ນ186ຕື້800ລ້ວ​ນຢວນ​​ເມື່ອ​ທຽບ​ກັບ​ປີ2011. ຊຸກຍູ້​ການ​ປັບປຸງ​ສະ​ແວດລ້ອມ​ຢູ່​ຊົນນະບົດ​ໃຫ້​ດີ​ຂຶ້ນ, ​ເລັ່ງລັດ​ການ​ດັດ​ສ້າງ​ເຮືອນ​ອັດ​ຕະລາຍ​ຢູ່​ຊົນນະບົດ, ສືບ​ຕໍ່​ປັບປຸງ​ເງື່ອນ​ໄຂ​ການ​ຜະລິດ​ແລະດຳລົງ​ຊີວິດ​ຢູ່​ຊົນນະບົດ.

ລົງ​ເລິກ​ການ​ປະຕິ​ຮູບ​ຢູ່​ຊົນນະບົດ. ຍຶດໝັ້ນ​ລະບຽບ​ການ​ທຸລະ​ກິດ​ພື້ນຖານ​ຂອງ​ຊົນນະບົດ​. ຄວນ​ຕັ້ງ​ໃຈ​ຈົດ​ທະບຽນ​ແລະ​ມອບ​ໃບ​ຢັ້ງຢືນ​ໃນ​ການ​ກຳນົດ​ກຳມະສິດ​ຂອງ​ທີ່​ດິນ. ສິດ​ສຳ​ປະທານ​ທີ່​ດິນ​ເພື່ອ​ດຳ​ເນີນ​ທຸລະ​ກິດ, ສິດ​ນຳ​ໃຊ້​ທີ່​ດິນ​​ໃນ​ການ​ສ້າງ​ເຮືອນ​ຢູ່, ສິດ​ແບ່ງປັນຜົນ​ກຳ​ໄລ​ລວມໝູ່​ເປັນ​ສິດ​ຊັບ​ສິນ​ທີ່​ກົດໝາຍ​ມອບ​​ໃຫ້​ຊາວ​ກະສິກອນ, ບໍ່​ວ່າ​ຜູ້​ໃດ​ແມ່ນ​ລ່ວງ​ລ້ຳ​ບໍ່​ໄດ້. ​ເພີ່​ມທະວີ​ການ​ຄຸ້ມ​ຄອງ​ແລະ​ການ​ບໍລິການ​ໃນ​ການ​ໂອນ​ສິດ​ຮັບປະທານ​ທີ່​ດິນ​ເພື່ອ​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ການ​ທຸລະ​ກິດ​ຢ່າງ​ມີ​ຂະໜາດ​ອັນ​ເໝາະ​ສົມ. ປົກ​ປ້ອງ​ດິນ​ປູກຝັງ​ຢ່າງ​ເຂັ້ມ​ງວດ. ລົງ​ເລິກ​ການ​ປະຕິ​ຮູບ​ສັງ​ລວມຢູ່​ຊົນນະບົດ, ຊຸກ​ຍູ້​ການ​ປະຕິ​ຮູບ​ລະບຽບ​ການ​ຢູ່​ສະໜາມ​ຟາ​ມ​ແລະ​ປ່າ​ໄມ້​ທີ່​ຂຶ້ນ​ກັບ​ລັດຖະບານ.

ສີ່:​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​​ຂອງ​ເສດຖະກິດ

ແກ້​ໄຂ​ບັນຫາ​ທີ່​ພັດທະນາ​ບໍ່​ສະ​ຫມ່ຳສະ​ເຫມີ​ກັນ, ບໍ່​ກົມກຽວ​ກັນ​ແລະ​ບໍ່​ຕໍ່​ເນື່ອງ​ກັນ, ຂໍ​ກະ​ແຈ​ແມ່ນ​ຢູ່​ນຳ​ການ​ຫັນປ່ຽນຮູບ​ການ​ພັດທະນາຂອງ​ເສດຖະກິດ, ຊຸກ​ຍູ້​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ຈາກ​ດ້ານ​ຍຸດ​ທະ​ສາດ, ນີ້​ແມ່ນ​ຂະ​ບວນການ​ທີ່​ຍາວ​ນານ​ແລະ​ກໍ່​ແມ່ນ​ຫນ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ປັດຈຸບັນ.

ການ​ຊຸກ​ຍູ້​ການ​ເລື່ອນ​ຊັ້ນ​ຂອງ​ອົງ​ປະກອບ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.ຊຸກ​ຍູ້​​ໃຫ້​ຂະ​ແຫນງ​ການຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ນັ້ນ​ພັດທະນາ​ຢ່າງ​ປອດ​ໃສ.ສ້າງ​ກົນ​ໄກ​ຊຸກ​ຍູ້​ການ​ນຳ​ໃຊ້​ພະລັງງານ​ໃຫມ່​, ​ເພີ່ມ​ທະວີ​ການວາງ​ແຜນ​ຈັດ​ສັນ​ຢ່າງ​ເປັນ​ເອກະ​ພາບ​ກັນ,ສ້າງ​ໂຄງການ​ທີ່ສົມ​ຄູ່​ກັນ,​ແລະຊັກ​ນຳ​ໂດຍ​ນະ​ໂຍບາຍ, ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ, ສະກັດ​ກັ້ນ​ບໍ່​ໃຫ້​ຂະ​ແຫນງ​ການພະລັງງານ​ແສງຕາ​ເວັນ,​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ລົມ​ແລະຂະ​ແຫນງ​ການ​ອື່ນໆ​ພັດທະນາ​ເປີດ​ກວ້າງ​ອອກ​ຢ່າງ​ຫລັບ​ຫູ​ຫລັບ​ຕາ. ພັດທະນາ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ຮຸ່ນ​ໃຫມ່, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ແວັບ​ໄຊ,ຊຸກ​ຍູ້​ໃຫ້​ຕາງ​ຫນ່າງ​ໂທລະ​ຄົມມະນາຄົມ, ຕາຫນ່າງ​​ວິທະຍຸ​ໂທລະພາບແລະ​ອິນ​​​ເຕີ​ແນັດ​ເຊື່ອມ​ໂຍມ​ເຂົ້າກັນ​ເພື່ອ​ໄດ້​ຮັບຜົນງານ​ທີ່​ແທ້​ຈິງ.ອອກ​ແຮງ​ພັດທະນາະ​ແຫນງ​ການ​ຕ່າງໆ​ເຊັ່ນ:ການ​ຜະລິດ​ອຸປະ​ກັນ​ລະດັບ​ສູງ, ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ຜະລິດ​ຢາ​ດ້ວຍ​ເຕັກນິກ​ຊີວະ​ຊາດ,​ການ​ຜະລິດ​ລົດຍົນ​ທີ່​ໃຊ້​ພະລັງງານ​ໃຫມ່, ວັດຖຸ​ໃຫມ່​ແລະ​ອື່ນໆ.​ເພີ່ມ​ງົບປະມານ​ໃຫ້​ແກ່​ໂຄງການ​ສຳຄັນ​ໃນ​ດ້ານ​ການປະຕິຮູບ​ເຕັກນິກ,ຊຸກ​ຍູ້​ການ​ປັບປຸງ​ແລະ​ຍົກ​ລະດັບ​ຂອງ​ຂະ​ແຫນງ​ການ​ດັ້ງ​ເດີມ.ປະຕິບັດ​ແລະ​ປັບປຸງ​ນະ​ໂນ​ຍບາຍ​ພັດທະນາ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ​ໃຫ້​ດີ​ຂຶ້ນ,ຫລຸດ​ຄວາມ​ແບກ​ຫາບ​ຂອງ​ວິ​ສາ​ຫະກິດ​ໃຫ້​ຫນ້ອຍ​ລົງ,ກະຕຸກ​ໃຫ້​ວິ​ສາ​ຫະກິດ​​ແບບ​ເຕັກນິກ​ຂະຫນາດ​ນ້ອຍ​ມີ​ຊີວິດ​ຊີວາ​ໃນ​ດ້ານ​ການ​ພັດທະນາ.

ຊຸກ​ຍູ້​ການ​ປະຢັດ​ພະລັງງານ​,ຫລຸດ​ການ​ລະບາຍ​ມົນ​ລະ​ພິດ​ແລະ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ.ຂໍ​ກະ​ແຈ​ຂອງ​ການ​ປະຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ມົນ​ລະ​ພິດ​ແມ່ນ​ປະຢັດ​ພະລັງງານດ ຍົກ​ສະມັດ​ຕະພາບ​ໃຫ້​ສູງ​ຂຶ້ນ, ຫລຸດການ​ເຊື່ອມ​ພິດ​ໃຫ້​ຫນ້ອຍ​ລົງ. ຕ້ອງ​ເລັ່ງລັດ​ວາງ​ແຜນການ​ວຽກ​ງານ​ໃນ​ການ​ຄວບ​ຄຸມ​ປະລິມານ​ນຳ​ໃຊ້​ພະລັງງານ​ຢ່າງ​ສົມ​ເຫດ​ສົມ​ຜົນ​ອກ, ​ເລັ່ງລັດ​ສ້າງ​ລະບົບ​ລາຄາ​ຂອງ​ພະລັງງານ​ໃຫ້​ສົມ​ເຫດ​ສົມ​ຜົນ.​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ພະລັງງານ,ສ້າງ​ຕາຫນ່າງ​ໄຟຟ້າ​ແບບ​ອັດຕະ​ໂນ​ມັດ​ແລະ​ພະລັງງານ​ແບບ​ແຈກ​ຢາຍ,ປະຕິບັດ​ນະ​ໂຍບາຍ​ທີ່​ບັງ​ເກີດ​ຜົນ​ຕ່າງໆ​ເຊັ່ນ:ປະຕິບັດ​ການ​ຜະລິດ​ໄຟຟ້າ​ແບບ​ປະ​ຢັດ​ພະລັງງານ, ຄຸ້ມ​ຄອງ​ພະລັງງານ​ແບບ​ເຊັນ​ສັນຍາ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ,​ໃຫ້​ລັດຖະບານ​ຊັ່ງ​ຊື້​ແບບ​ປະຢັດ​ພະລັງງານ​ແລະ​ອື່ນໆ.ການ​ສ້າງ​​​ອົງ​ປະກອບ​ພະລັງງານ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ການ​ໃຊ້​ພະລັງງານ​ດັ້ງ​ເດີມ​ຢ່າງ​ສະອາດ​ແລະ​ມີ​ສະມັດ​ຕະພາບ​ສູງ, ພັດທະນາ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍຢ່າງ​ປອດ​ໄພ​,ຕັ້ງຫນ້າ​ພັດທະ​ນາ​ການ​ຜະລິດ​ໄຟ​ຟ້າ​ດ້ວຍ​ພະລັງງານ​ນ້ຳຕົກ, ​ເລັ່ງລັດ​ການ​ສຳ​ຫລວດ​ອາຍ​ແກ​ສ,ຍົກ​ມາດຕາ​ສ່ວນ​ຂອງ​ພະລັງງານ​ໃຫມ່​ແລະ​ພະລັງງານ​ທີ່​ໃຊ້​ຄືນ​ໄດ້​ນັ້ນ​ໃຫ້​ສູງ​ຂຶ້ນ.​ເພີ່ມ​ທະວີ​ການ​ກໍ່ສ້າງ​ຊ່ອງ​ທາງ​ຈໍລະ​ຈອນ​ຂອງ​ພະລັງງານ.ລົງ​ເລິກ​ປະຕິບັດ​ນະ​ໂບບາຍ​ແຫ່ງ​ຊາດ​ອັນ​ພື້ນຖານ​ທີ່​ປະຢັດ​ຊັບພະຍາກອນ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.ດຳ​ເນີນ​ການ​ຕິດຕາມ​ກວດກາ​ຕໍ່​ການ​ໃຫ້​ໃບ​ຢັ້ງຢືນ​ດ້ານ​ການ​ປະ​ຢັດ​ພະລັງງານ​ແລະ​ໃບ​ຢັ້ງຢືນ​ກ່ຽວ​ກັບ​ສະມັດ​ຕະພາບ​ໃນ​ການ​ໃຊ້​ພະລັງງານ,ສົ່ງ​ເສ​ສີມການ​ປະຢັດ​ພະລັງງານ, ປະຢັດ​ນ້ຳ, ປະຢັດ​ທີ່​ດິນ,ປະຢັດ​ວັດຖຸ​ຕ່າງໆ​ແລະ​ນຳ​ໃຊ້​ຊັບພະຍາກອນ​ແບບ​ສັງ​ລວມ, ອອກ​ແຮງ​ພັດທະນາ​ເສດຖະກິດ​ຫມູນ​ຫວຽນ.​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ສິ່​ງ​ແວດ​ລ້ອມ, ສຳຄັນ​ແມ່ນ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນຢູ່​ຕ່າງ​ເຊັ່ນ:ການ​ເຊື່ອມພິດ​ຈາກ​ໂລຫະ​ຫັນ​ກ, ການ​ເຊື່ອມ​ພິດ​ແຫ​ລ່ງນ້ຳ​ດຶ່ມ,ອາກາດ,ທີ່​ດິນ​ແລະ​ທະ​ເລ.ພະຍາຍາມ​ຫລຸດ​ການ​ເຊື່ອມ​ພິດ​ຕໍ່​ແຫ​ລ່ງກະສິກຳ.ຕິດ​ມຕາມ​ກວດກາ​ຕໍ່​ສານ​ເຄມີ​ທີ່​ຈະ​ສົ່ງ​ຜົນ​ອັນຕະລາຍ​ນັ້ນ​ຢ່າງ​ເຄັ່ງ​ຂັດ.ປີ​ນີ້, ຈະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ສິ່ງ​ເຊື່ອມ​ພິດ​ທີ່​ເປັນ​ເມັດ​ນ້ອຍ(ຫລື:PM2.5)ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ,​ນະ​ຄອນ​ທຽນ​ສິງ,​ແຂວງ​ເຫີ​ໄປ,ເຂດ​ສາມ​ຫລ່ຽມ​ແມ່​ນ້ຳ​ຢາງ​ຊີ​ກຽງ​,​ເຂດ​ສາມຫລ່ຽມ​ແມ່​ນ້ຳ​ຈູ່ຈ່ຽງ,ພ້ອມ​ກັບກຳ​ແພງ​ນະຄອນ​ແລະ​ເທດສະບານ​ແຂວງ​ຕ່າງໆ​ທີ່​ເປັນ​ຈຸດ​ຫນັກ,​​ແລ້ວ​ຈະ​ເຜີຍ​ແຜ່​ການ​ຕິດຕາມ​ກວດກາ​ນີ້​ໄປ​ເຖິງ​ຫມຸດ​ທຸກ​ຕົວ​ເມືອງ​ຂອງ​ທົ່ວ​ປະ​ເທດ​ໃນ​ປີ 2015.​ເພີ່ມ​ທະວີ​ການ​ສ້າງຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂດຍ​ສະ​ເພາະ​ແມ່ນ​ເກີດ​ເຫດການ​ຍ້ອນ​ອາກາດ​ປ່ຽນ​ແປງ​ຢ່າງ​ຮຸນ​ແຮງ,ຍົກ​ຄວາມ​ສາມາດ​ປ້ອງ​ກັນ​ແລະ​ຫລຸດ​ໄພ​ໃຫ້​ສູງ​ຂຶ້ນ.
ຍຶດຫມັ້ນຫລັກການ​ຮັບຜິດຊອບ​ຮ່ວມ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນດ ຊຸກ​ຍູ້​ຂະ​ບວນການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ສາກົນ​ຢ່າງ​ມີ​ລັກສະນະ​ສ້າງສັນ.ພວກ​ເຮົາ​ຈະ​ບອກ​ໃຫ້​​ໂລກ​ຮູ້​ດ້ວຍ​ການ​ກະທຳ​ຕົວ​ຈິງ​ວ່າ, ຈີນ​​ເດັດຂາດ​ຈະ​ບໍ່​ໃຫ້​ເສດຖະກິດ​ເຕີ​ໂຕ​ໂດຍ​ຖື​ການ​​ເສຍສະຫລະ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ແລະ​ສຸກຂະພາບ​ຂອງ​ປະຊາຊົນ​ເປັນ​ຄ່າ​ທົດ​​ແທນ,ພວກ​ເຮົາ​ຈະ​ເດີນ​ຕາມ​ເສັນທາ​ງພັດທະນາ​ຢ່າງ​ມີ​ສີວິ​ໄລ​ທີ່​ໃຫ້ການ​ຜະລິດ​ມີ​ການ​ພັດທະນາ,ຊີວິດ​ການ​ເປັນຢູ່​ມີ​ຄວາມ​ມັ່ງ​ເຄັ່ງ​ເຂັ້ມ​ແຂງ,​ແລະ​ສະພາບ​ສິ່ງ​ແວດ​ລ້ອມ​ດີງາມ.

ຊຸກ​ຍູ້​​ໃຫ້ເສດຖະກິດ​ພາກ​ພື້ນ​ພັດທະນາ​ຢ່າງ​ກົມກຽວ​ກັນ.ປະຕິບັດ​ຍຸດ​ທະ​ສາດ​ລວມ​ໃນ​ການ​ພັດທະນາ​ພາ​ກື້ນ​ແລະ​ວາງ​ແຜນ​ສ້າງ​​ເຂດ​ທີ່​ມີ​ບົດບາດ​ຕ່າງ​ກັນ,​​ເສີມ​ຂະຫຍາຍ​ຈຸດ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​ແຫ່ງ​ຕ່າງໆ,​ເພື່ອ​ຍົກ​ລະດັບ​ກົມກຽວ​ກັນ​ຂອງ​ການ​ພັດທະນາ​ໃນ​ພກາ​ພື້​ນ​ແລະ​ຄວາມ​ສະ​​ເຫມີ​ພາບ​ໃນ​ດ້ານ​ການ​ບໍລິການ​ສາທາລະນະ​ພື້ນຖານ.​ເພີ່ມ​ທະວີ​ແລະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຂ້າມ​ພາກ​ພື້ນ​ນັ້ນ​ໃຫ້​ສົມ​ບຸນ, ກຳຈັດ​ກຳ​ແພງ​ດ້ານ​ຕະຫລາດ, ຊຸກ​ຍູ້​ໃຫ້​ປັດ​ໄຈຕ່າງໆ​ຈໍລະ​ຈອນ,ຊັກ​ນຳ​ໃຫ້​ຂະ​ແຫນງ​ການ​ຕ່າງໆ​ມີ​ການ​ຫັນປ່ຽນ​ຢ່າງ​ມີ​ລະບຽບ​ຮຽບຮ້ອຍ, ຊຸກ​ຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​ປະສານ​ສົມທົບ​ແລະ​ພັດທະນາ​​ເປັນ​ຢ່າງ​ດີ.
ຕັ້ງຫນ້າ​ຊຸກ​ຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ຫນັກ​ແຫນ້ນ.ຕ້ອງ​ເຄົາລົບ​ກົດ​ເກນ​ພັດທະນາ​ຂອງ​ຕົວ​ເມືອງ, ​ເລີ່​ມຈາກ​ສະພາບ​ຕົວ​ຈິງ​ຂອງ​ແຫ່ງ​ຕ່າງໆ, ຊຸກ​ຍູ້​ຕົວ​ເມືອງ​ໃຫຍ່,ຕົວ​ເມືອງ​ກາງ​ແລະ​ນ້ອຍ​ພ້ອມ​ກັບ​ເມືອງ​ນ້ອຍ​ພັດທະນາ​ຢ່າງ​ກົມກຽວ​ກັນ. ອີງ​ຕາມ​ຄວາມ​ສາມາດ​ແບກ​ຫາບ​ດ້ານ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ແລະ​ຈຳນວນ​ພົນລະ​ເມືອງ, ​ໃຫ້​ກຳລັງ​ການ​ຜະລິດ​ຂອງ​ທົ່ວ​ປະ​ເທດ​ແຈກ​ຢາຍ​ເປັນ​ຢ່າງ​ດີ,​ເພື່ອ​ຈໍ່​ຕົວ​ເປັນ​ສະຖານະ​ພາບປະຊາກອນ​ທີ່​ມີ​ລະບົບ​ຕົວ​ເມືອງ​ຊົນ​ນະ​ບົດ​ກັບ​ຈຳນວນ​ທີ່​ດິນ​ຂອງ​ປະ​ເທດ, ການ​ແຈກ​ຢາຍ​ຂອງ​ຊັບພະຍາກອນ​​ແລະ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາສອດຄ່ອງ​ກັນ.​ເພີ່ມ​ທະວີ​ການ​ໃຫ້​ຄວາມ​ສົນ​ໃຈ​​ແລະ​ໃຫ້ການ​ບໍລິການ​ແກ່ຊາວ​ກະສິກອນ​ຜູ່​ທີ່​ຊອກ​ວຽກ​ເຮັດ​ງານ​ທຳ​ໃນ​ຕົວ​ເມືອງ,ອອກ​ແຮງ​ແກ້​ໄຂ້​ບັນຫາ​ຕົວ​ຈິງ​ຕ່າງໆ​ເຊັ່ນ:​ໃຫ້ການ​ບໍລິການ​ດ້ານ​ປະກອບ​ອາຊີບ, ການ​ຄ້ຳປະກັນ​ທາງ​ສັງຄົມ, ລູກ​ຫລານ​ເຂົ້າ​ຮຽນ,ການ​ເຊົ່າຫລື​ຊື້​ເຮືອນ​ຢູ່​ຂອງ​ຊາວ​ກະສິກອນ​ຜູ່​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ,ຄ່ອຍໆ​​ເຮັດ​ໃຫ້ການ​ບໍລິການ​ສາທາລະນະ​ພື້ນຖານ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ນັ້ນ​ເຜີຍ​ແຜ່​ໄປ​ສູ່​ຊາວ​ກະສິກອນ​ຜູ່​ທີ່​ເຮັດ​ວຽກ​ຢູ່​ໃນຕົວ​ເມືອງ.​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ລູກ​ຫລານ,​ແມ່ນ​ຍິງ​ແລະ​ຜູ່​ເຖົ້າ​ແກ່​ຊາ​ລາທີ່​ຢູ່​ຊົນນະບົດ​ຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ.​ເຮັດ​ໃຫ້​ຊາວ​ສິກະກອນ​ທີ່​ເຮັດ​ວຽກ​ຢູ່​ຊົນນະບົດ​ນັ້ນ​ບໍ່​ວ່າ​ຈະ​ຢູ່ຕົວ​ເມື​ອງຫລື​ຢູ່​ຊົນນະບົດ​ຕໍ່​ລ້ວນ​ແຕ່​ສາມາດ​ມີ​ຊີວິດ​ທີ່​ສະຫງົບ​ສຸກ​ແລະ​ມີ​ວຽກ​ເຮັດ​ງານ​ທຳ.

ຫ້າ:ລົງ​ເລິກ​ປະຕິບັດຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ຈະ​ເລີ​ນດ້ວຍ​ວິທະຍາສາດ​ເຕັກນິກ​ແລະ​ການ​ສຶກສາ,​ແລະ​ຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຊັ​ບພະຍາກອນ​ມະນຸດ

ອອກ​ແຮງ​ພັດທະນາ​ວຽກ​ງານ​ວິທະຍາສາດ​ເຕັກນິກ​ແລະ​ການ​ສຶກສາ, ສ້າງ​ຖັນ​ແຖວ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ມີ​ຄຸນ​ທາດ​ສູງ, ​ແມ່ນ​ເສັ້ນທາງ​ທີ່​ຕ້ອງ​ເດີນ​ຕາມ​ໃນ​ການ​ສ້າງ​ປະ​ເທດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ແລະ​ໃຫ້​ປະຊາ​ຊາດ​ຟື້ນ​ຕົວ​ຄືນ.

ຍຶດຫມັ້ນການ​​ໃຫ້​ບູລິ​ມະ​ສິດ​ໃນ​ການ​ພັດທະນາ​ການ​ສຶກສາ.ສູນ​ກາງ​ການ​ເງິນ​ໄດ້​ວາງ​ງົບປະມານ​ໃຫ້​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາ​ທົ່ວ​ປະ​ເທດ​ກວມ 4%ຂອງ ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫລື GDP, ການ​ເງິນ​ທ້ອງ​ຖີ່​ນກໍ່​ຕ້ອງ​ມີ​ການຈັດ​ວາງ​ທີ່​ສົມ​ຄູ່​ກັນ, ​ເພື່ອ​ຮັບປະກັນ​ໃຫ້​ເປົ້າ​ຫມາຍ​ນີ້​ສຳ​ເລັດ​ຜົນ.ຊຸກ​ຍູ້​ການ​ສຶກສາ​ພາກ​ບັງຄັບ​ໃຫ້​ສະ​ຫມ່ຳສະ​ເຫມີ​ກັນ, ການຈັດ​ວາງຊັບພະຍາກອນ​ການ​ສຶກສາ​ຕ່າງໆ​ຄວນ​ໃຫ້​ບູລິ​ມະນຸດ​ແກ່​ພາກ​ພາງ,ພາກ​ຕາ​ເວັນ​ຕົກ, ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ໂຮງຮຽນ​ທີ່​ບອບ​ບາງ​ໃນ​ຕົວ​ເມືອງ.ສືບ​ຕໍ່​ອອກ​ຮງ​ແກ້​ໄຂ​ບັນຫາ​ຍາກ​ທີ່​ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ເຊັ່ນ:ການ​ເລືອກ​ເຂົ້າ​ໂຮງຮຽນ​,ສ່ວນ​ອະນຸບານ​ທີ່​ດີ, ​ເຊິ່ງ​ເປັນ​ບັນຫາ​ສຸດ​ສຸມ​ໃນ​ສັງຄົມ.ການ​ສ້າງ​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ຢູ່​ຊົນນະບົດ​ຕ້ອງ​ອີງ​ຕາມ​ສະພາບ​ຕົວ​ຈິງດ ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ຍົກ​ຄຸນນະພາ​ບການ​ສຶກສາ​ໃຫ້​ສູງ​ຂຶ້ນ​ກັບ​ການ​ໃຫ້​ເດັກ​ສາມາດ​ເຂົ້າ​ໂຮງຮຽນ​ຢູ່​ບ່ອນ​ໃກ້.ສ້າງ​ໂຮງຮຽນ​ທີ່​ສາມາດ​ກິນ​ຢູ່​ໄດ້​ໃນ​ຊົນນະບົດ​ໃຫ້​ດີ,ວາງ​ແຜນ​ປັບປຸງ​ທາດ​ບຳລຸງ​ຂອງ​ນັກຮຽນ​ທີ່​ຮັບ​ການ​ສຶກສາ​ພາກ​ບັງຄັບ​ຢູ່​ໃນ​ຊົນນະບົດ​ໃຫ້​ດີ.​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ລົດ​ທີ່​ສົ່ງ​ນັກຮຽນ​ເຂົ້າ​ຮຽນ, ຮັບ​ປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ນັກຮຽນ.

ເພີ່ມ​ທະວີ​ວຽກ​ງານ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຢ່າງຮອບດ້ານ. ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ທາງ​ສັງຄົມ​ທີ່​ດີງາມທີ່​ມີ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,ທຸກ​ຄົນ​ສາມາດ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ແລະ​ນຳ​ໃຊ້​ໃນ​ຕົວ​ຈິງ​ໄດ້.

ຫົກ:ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງການ​ທີ່​ໃຫ້​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ອັນ​ກວ້າງ​ໃຫຍ່​ໄພສານ​ທີ່​ສຸດ​ໄດ້​ບັນລຸ​ເປັນ​ຈິງ,​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍອອກ​ເປັນ​ຢ່າງ​ດີ​ແມ່ນ​ການທາດ​ແທ້​ຂອງ​ທັດ​ນະ​ສະ​ທີ່​ຖື​ຄົນ​ເປັນ​ກົກ.ຕ້ອງ​ເອົາ​ການ​ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ຫນ້າ​ທີ່​ສຳຄັນ​ໃນ​ບັນດາ​ວຽກ​ງານ​ຂອງ​ລັດຖະບານ.

ຊອກ​ຫາ​ທຸກ​ວິທີ​ເພື່ອ​ເພີ່ມ​​ໂອກາດ​ປະກອບ​ອາຊີບ.ການ​ປະກອບ​ອາຊີບ​​ແມ່ນ​ວຽກສຳຄັນ​ທີ່​ພົວພັນ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ແລະ​ຄວາມ​ສຸກ​ຂອງ​ປະຊາຊົນ. ປີ​ນີ້, ການ​ປະກອບ​ອາຊີບ​ຍັງ​ມີ​ແຮງ​ກົດ​ດັນ​ຢ່າງ​ສູງ,ອົງການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ຍຶດຫມັນຍຸດ​ທະ​ສາດ​ໃຫ້​ບູລິ​ມະ​ສິດ​​ໃນ​ດ້ານ​ການ​ປະກອບ​ອາຊີບດ ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ປະກອບ​ອາຊີບ​ທີ່​ຕັ້ງຫນ້າ​ກວ່​າ​ເກົ່າ.​ໃຫ້ການ​ສະຫນັບສະຫນູນ​​ເປັນ​ຈຸດ​ຫນັກແກ່ຂະ​ແຫນງ​ການ​ບໍລິການ,ວິ​ສາ​ຫະກິດ​ເຕັກນິກ​ໃຫມ່​ແລະ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ​ທີ່​ສາມາດ​ຮັບ​ເອົາ​ແຮງ​ງານ​ຢ່າງ​ຫລວງຫລາຍ​,​ເພື່ອ​ສ້າງ​ຕຳ​ແຫນ່ງປະກອບ​ອາຊີ​ບິດ​ຫລາຍ​ກວ່າ​ເກົ່າ.ສົ່ງ​ເສີມ​ການ​ສ້າງ​ພາລະກິດ​ເພື່ອ​ເປັນ​ການ​ຊຸກຍູ້​ການ​ປະກອບ​ອາຊີບ.ສ້າງ​ການ​ພົວພັນ​ອອກ​ແຮງ​ງານ​​ຢ່າງ​ກົມກຽວ​ກັນ,​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການ​ສົ່ງ​ແຮງ​ງານ,ກວດກາ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ອອກ​ແຮງ​ງານ,​ເພີ່ມ​ທະວີ​ການ​ຕິ​ດຕາມ​ສຳ​ຫລວດ​ແລະ​​​ໄກ່​ເກ່ຍດ້ານ​ການ​ອອກ​ແຮງ​ງານ, ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດມາຍ​ຂອງ​ຜູ່​ອອກ​ແຮງ​ງານ.

ເລັ່ງລັດ​ສ້າ​ງລະບົບ​ຄ້ຳປະກັນ​ສັງຄົມ​ໃຫ້​ສົມບູນ​ຂຶ້ນ.ຮອດ​ທ້າຍ​ປີ​ນີ້​ຈະ​ສຳ​ເລັດ​ການ​ໃຫ້ການ​ປະກັນ​ໄພ​ສັງຄົມ​ຂອງ​ຜູ່​ເຖົ້າ​ຢູ່​ຊົນນະບົດ​ແບບ​ໃຫມ່​ແລະ​ການ​ປະກັນ​ໄພສັງຄົມ​ຂອງ​ຜູ່​ເຖົ້າ​ໃນ​ຕົວ​ເມືອງ​ເຜີຍ​ແຜ່​ໄປ​ສູ່​ທົ່ວ​ທຸກ​ບ່ອນຂອງ​ຈີນ.​ເພີ່ມ​ຄ່າ​ປະກັນ​ໄພ​ສັງຄົມ​ດ້ວຍ​ຫລາ​ຍຊ່ອງ​ທາງ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ກອງ​ທຶນ​ຄ້ຳປະກັນ​ສັງຄົມ​ແລະ​ການ​ລົງທຶນ​ຂອງ​ກອງ​ທຶນ​ຄ້ຳປະກັນ​ສັງຄົມ,​ເພື່ອ​ໃຫ້​ກອງ​ທຶນ​ນີ້​ມີ​ມູນ​ຄ່າ​ເພີ່ມ​ຂຶ້​ນ.

ອອກ​ແຮງ​ຊຸກ​ຍູ້​ການ​ປະຕິ​ຮູບ​ວຽກ​ງານ​ການ​ປິ່ນ​ປົວ​ພະຍາດ, ການ​ຜະລິດ​ຢາ​ແລະ​ວຽກ​ງານ​ສາທາລະນະ​ສຸກ.​ເລັ່ງລັດ​ສ້າງ​ລະບົບ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​ໃຫ້​ທົ່ວ​ປວງ​ຊົນ​ໃຫ້​ສົມບູນ​ຂຶ້ນ, ​​ເປີດ​ກວ້າງ​ຂອບ​ເຂດ​ທີ່​ໄດ້​ຮັບ​ການ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ,ຍົກ​ລະດັບ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​​ແລະ​ລະດັບ​ຄຸ້ມ​ຄອງ​ບໍລິການ​ໃຫ້​ສູງ​ຂຶ້ນ.ມາດຕາ​ຖານຄ່າ​ປະກັນ​ໄພ​ດ້ານ​ການ​ປິ່ນປົວ​ພະຍາດ​ໃນ​ຕົວ​ເມືອງ​ແລະ​ຄ່າ​ອຸດ​ຫນູນ​ຂອງ​ລະບົບ​ການ​ຮ່ວມ​ມື​ປິ່ນປົວ​ພະຍາດ​​ແບບ​ໃຫມ່​ຢູ່​ຊົນນະບົດ​ຈະ​ຍົກ​ສູງ​ເຖິງ 240 ຢວນຕໍ່​ຄົນ​ຕໍ່​ປີ.ລະດົມ​ຜູ່​ເຮັດ​ວຽກ​ໃນ​ດ້ານ​​ແພດສາດ​ນັ້ນ​ມີ​ຄວາມ​ຫ້າວ​ຫັນ​ເຮັດ​ວຽກ​ຫລາຍ​ຂຶ້ນ, ສ້າງ​ການ​ພົວພັນ​ທີ່​ກົມກຽວ​ກັນ​ລະຫວ່າງ​ຄົນ​ເຈັບ​ກັບ​ແພດ.​ເພີ່​ທະວີ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ, ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດຕິ​ດ​ແປດ,ພະຍາດ​ຊຳ​ເຮື້ອ​ແລະ​ພະຍາດ​ອາຊີບ​ທີ່​ຮຸນ​ແຮງ​ທີ່​ກະທົບ​ເຖິງ​ສຸກຂະພາບ​ຂອງ​ປະຊາຊົນ.​ເພີ່ມ​ທະວີ​ວຽກ​ງານ​ຄວາມ​ປອດ​ໄພ​ດ້ານ​ຢຸກຢາ.ສະຫນັບສະຫນູນ​ແລະ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ແພດພື້ນ​ເມືອງ​ຈີນ​ແລະ​ແພດສາດ​ຊົນ​ເຜົ່າ.

ເຮັດ​ວຽກ​ປະຊາກອນ​ແລະ​ການ​ວາງ​ແຜນ​ຄອບຄົວ​​ໃຫ້​ດີ.ສືບ​ຕໍ່​ຮັກສາ​ລະດັບ​ເກີດ​ລູກ​ຕ່ຳ​ຢ່າງ​ຫມັ້ນ​ທ່ຽງ, ​ແກ້​ໄຂ​ບັນຫາ​ທີ່​ເພດ​ຂອງ​ລູກ​ເກີດ​ໃຫມ່​ບໍ່​ກ້ຳ​ເກິ່ງ​ກັນ,ຍົກ​ຄຸນ​ນະພາ​ບຂອງ​ລູກ​ເກີດ​ໃຫມ່​ໃຫ້​ສູງ​ຂຶ້ນ.​ເລັ່ງລັດ​ບັນລຸ​ການ​ເຜີຍ​ແຜ່​ການ​ບໍລິການ​ທີ່​ດີ​ໃຫ້​ແກ່​ການວາງ​ແຜນ​ຄອບຄົວ​ໃຫ້​ເຖິງ​ທົ່ວ​ທຸກ​ບ່ອນ,​ເຜີຍ​ແຜ່​ການ​ກວດກາ​ສຸກຂະພາບ​ໃຫ້​ແມ່ຍິງ​ທີ່​ກຽມ​ຈະ​ຖືພານັ້ນ​ໄປ​ເຖິງ​ຕົວ​ເມືອງ 60% ​ໃນ​ທົ່ວ​ປະ​ເທດ.

ສືບ​ຕໍ່ດັດສົມ​ຕະຫລາດ​ອະສັງຫາລິມະ​ສັບ​ແລະ​ສ້າງ​ໂຄງການ​ເຮືອນ​ຢູ່ນະ​ໂຍບາຍ​ໃຫ້​ດີ.ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະ​ປັບປຸງ​ນະ​ໂຍບາຍ​ສະກັດ​ກັ້ນ​ກໍລະນີ​ທີ່​ສວຍ​ໂອກາດ​ແລະ​ແບບ​ລົງທຶນ​ໃຫ້​ດີ,​ໃຫ້​ຫມາກຜົນ​ໃນ​ການ​ດັດສົມ​ນັ້ນ​ຫມັ້ນຄົງ,ຊຸກ​ຍູ້​ໃຫ້​ລາຄາ​ເຮືອນ​ຢູ່​ຢູ່​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ.ສືບ​ຕໍ່ຊຸກ​ຍູ້​ການ​ສ້າງ​ໂຄງການ​ເຮືອນ​ຢູ່​ນະ​ໂຍບາຍ,ບົນ​ພື້ນຖານ​ທີ່​ຮັບປະກັນ​ຄຸນ​ນະພາ​ບ,​ແລ້ວ​ສ້າງ​ເຮືອນ​ຢູ່​ນະ​ໂຍບາຍ​ໃຫ້​ສຳພາດ 5 ລ້ານ​ຊຸດ​ແລະ​ເລີ່​ມສ້າງ 7 ລ້ານ​ຊຸດ​ຂຶ້ນ​ໄປ.ວາງ​ລະບຽບ​ການ​ສ້າງ,​ແຈກ​ຢາຍ,ຄຸ້ມ​ຄອງ​ແລະ​ຖອນ​ເຮືອນ​ຢູ່​ນະ​ໂຍບາຍ​ໃຫ້​ສົມບູນ​ຂຶ້ນ.

ເພີ່ມ​ທະວີ​ແລະ​ປະກິດ​ສ້າງ​ການ​ຄຸ້ມ​ຄອງ​ບໍລິການ​ຫານ​ສັງຄົມ. ​ເພີ່ມ​ທະວີ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໃນ​ສັງຄົມ, ປະຕິບັດ​ການ​ຄຸ້ມ​ຄອງ​ບໍລິຫານ​ສັງຄົມ, ປະຕິບັດ​ກົດຫມາຍ​ຢ່າງ​ປອດ​​​ໃສ​ໄຮ້​ມົນທິນ​ແລະ​ຍຸດຕິ​ທຳ. ​ເພີ່ມ​ທະວີ​ບົດບາດ​ຂອງ​ລັດຖະບານ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ​ແລະ​ໃຫ້ການ​ບໍລິການ​ສາທາລະນະ​.ສ້າງ​ກົນ​ໄກ​ປະ​ເມີນ​ຄວາມ​ສ່ຽງ​ຕໍ່​ຄວາມ​ຫມັນທ່ຽງ​ຂອງ​ສັງຄົມ​ໃນການວາງ​ນະ​ໂຍບາຍ​ສຳຄັນ​​ແລະ​ກົນ​ໄກ​ຄ້ມຸຄອງ​ການ​ແກ້​ໄຂ​ເຫດການ​ສຸກ​ເສີນ.ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ດ້ວຍ​ຄວາມ​ຫມັ້ນຄົງ, ​ເພີ່ມ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ຜະລິດ​ຢ່າງ​ປອດ​ໄພ,ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸປະຕິ​ເຫດ​ທີ່​ຮ້າຍ​ແຮງກ ລົງ​ເລິກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ຂາຍ​ສິນຄ້າ​ປອມ​ແປງ.​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ດ້ານ​ອາຫານດ ຍົກ​ລະດັບ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ໃຫ້​ສູງ​ຂຶ້ນ.

ເຈັດ:ຊຸກ​ຍູ້​ໃຫ້​ວັດທະນະທຳ​ພັດທະນາ​ຢ່າງ​ໃຫຍ່​ແລະ​ຮຸ່ງ​ເຮືອ​ຂຶ້ນ​ຢ່າງ​ໃຫຍ່

ວັດທະນະທຳ​ແມ່ນ​ບ້ານ​ເກີດ​ດ້ານ​ຈິດ​​ໃຈ​ຂອງ​ມະນຸດ​ເຮົາ, ການ​ສືບທອດ​ວັດທະນະທຳ​ອັນ​ດີ​ເລີດ​ແມ່ນ​ສາຍ​ເລືອດ​ຂອງ​ຊົນ​ເຜົ່າ​ຫນຶ່ງ​ທີ່​ສາມາດ​ຢູ່​ຕໍ່​ໄປ​ໄດ້.ຕ້ອງ​ສະຫນອງ​ຜະລິດ​ຕະພັນ​ດ້ານ​ວັດທະນະທຳ​ທີ່​ມີ​ຄຸນ​ນະພາ​ບດີ​ຢ່າງ​ອຸດົມສົມບູນ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ວັດທະນະທຳ​ຂອງ​ປະຊາຊົນ​ເລື້ອຍໆ.ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ລະບົບ​ຄຸນຄ່າ​ໃຈກາງ​ຂອງ​ສັງຄົມ​ນິຍົມ.ອອກ​ແຮງ​ພັດທະນາ​ວຽກ​ງານ​ວັດທະນະທຳ​ສາທາລະນະປະ​ໂຫຍ​ດ.ຖື​ຊົນນະບົດ​ແລະ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ເປັນ​ຈຸດ​ຫນັກ, ​ເພີ່ມ​ທະວີ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ວັດທະນະທຳ​ພື້ນຖານ.​ເພີ່ມ​ທະວີ​ການ​ອະນຸລັກ​ມໍລະ​ດົກ​ວັດທະນະທຳ,ສ້າງ​ວຽກ​ງານ​ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​​ໃຫ້​ຈະ​ເລີ​ນ.ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ວັດທະນະທຳ,ສືບ​ຕໍ່​ຊຸກ​ຍູ້​ຫົວ​ຫນ້ອຍ​ວັດທະນະທຳ​ແບບ​ທຸລະ​ກິດ​ນັ້ນ​ຫັນ​ເປັນ​ວິ​ສາ​ຫະກິດ.​​​ເປີດ​ກວ້າງ​ຂະຫນາດ​ຂອງ​ຂະ​ແຫນງ​ການ​ວັດທະນະທຳ​ໃຫ້​ກາຍ​ເປັນ​ກຸ່ມ​ວັດທະນະທຳ,ທີ່​ມີ​ລະດັບ​ວິຊາ​ຊີບ​ຢ່າ​ງສູງ,ຊຸກ​ຍູ້​ຂະ​​ແຫນງ​ການ​ວັດທະນະທຳ​ກາຍ​ເປັນ​ຂະ​ແຫນງ​ການ​ເສົາ​ຄ້ຳ​ໃນ​ເສດຖະກິດ​ແຫ່ງ​ຊາດ.ລົງ​ເລິກ​ດຳ​ເນີນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ກັບ​ພາຍ​ນອກດ ຊຸກ​ຍູ້​ວັດທະນະທຳ​ຈີນ​ແລະ​ຕ່າງປະ​ເທດ​ຕ່າງ​ຖອດ​ຖອນ​ກັນ.

ແປດ:ລົງ​ເລິກ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຈຸດສຸມ

ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ການ​ເລືອກ​ເຟ້ນທີ່​ຖືກຕ້ອງ​ຂອງ​ຈີນ​ໃນ​ຊາຕາກຳ​ປັດຈຸບັນ.ຕ້ອງ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພັດທະນາ​ທັດ​ວິທະຍາ​ນາດ, ​ເຄົາລົບ​ນ້ຳ​​ໃຈ​ປະຕິ​ສ້າງ​ຂອງ​ປະ​ຊົນ,ຊອກ​ຄົ້ນ​ຢ່າງ​ກ້ຫານດ ສື​ບຕໍ່​ຊຸກ​ຍູ້​ການ​ປະຕິ​ຮູບ​ລະບອບ​ເສດຖະກິດ,ລະບອບ​ການ​ເມືອງ​ແລະ​ດ້ານ​ອື່ນໆ​ດ້ວຍ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ກ້າຫານ​ຢ່າງ​ໃຫຍ່, ​ເພື່ອ​ແກ້​ໄຂ​ບັນຫາ​ຍາກ​​ຕ່າງໆໃນ​ການ​ພັດທະນາ.ສ້າງ​ການ​ພົວພັນ​ລະຫວ່າງ​ເສດຖະກິດ​ກັບ​ການ​ພັດທະນາ​ຂອງ​ສັງຄົມ​ໃຫ້​ກົມກຽວ​ກັນດ ຮັບປະກັນ​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງຄົມ;ຊຸກ​ຍູ້​ການ​ປະດິດ​ສ້າງ​ໃນ​ດ້ານ​ການ​ບໍລິຫານ​ງານ​ຕາມ​ກົດຫມາຍ​ແລະ​ການ​ຄຸ້ມ​ຄອງ​ສັງຄົມ,ສ້າງ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ປະຊາຊົ​ນ​ແລະ​ກັບ​ອົງການ​ຈັດ​ຕັ້ງ​ສັງຄົມ​ໃຫ້​ດີ, ສ້າງ​ລັດຖະບານ​ທີ່​ໃຫ້ການ​ບໍລິການ,ຮັບຜິດ​ຊອບ,ປົກຄອງ​ຕາມ​ກົດຫມາຍ​ແລະ​ປອດ​ໃສ​ໄຮ້​ມົນທິນ.ຫນ້າ​ທີ່​ຈຸດ​ສຸມ​ຂອງ​ການ​ປະຕິ​ຮູບ​ໃນ​ປີ​ນີ້​ແມ່ນ:

ລົງ​ເລິກ​ການ​ປະຕິ​ຮູບ​ລະບອບ​ການ​ເງິນ,ພາສີ​ອາກອນ​ແລະ​ທະນາຄານ.ສ້າງ​ລະບຽບ​ການ​ແບ່ງ​ພາສີ​ໃຫ້​ສົມບູນ,ບູລະນະລະບຽບ​ການຈ່າຍ​ເງິນ, ຍົກ​ຂະຫນາດ​ແລະ​ມາດຕາ​ສ່ວນ​ຂອງ​ການ​ຈ່າຍ​ເງິນ​ທົ່ວ​ໄປ.ສ້າງ​ກົນ​ໄກ​ຮັບປະກັນ​ການ​ເງິນ​ພື້ນຖານ​ຂັ້ນ​ເມືອງ​ນ້ອຍ​ໃຫ້​ດີ.ຊຸກ​ຍູ້​ການ​ປະກາດ​ງົບ​ປະມານການ​ເງິນ​ແລະ ງົບດຸນ ​ຂອງ​ທ້ອງ​ຖີ່​ນຕໍ່​ພາຍ​ນອກ​ຢ່າງ​ຫນັກ​ແຫນ້ນ.ຊຸກ​ຍູ້​ການ​ປະຕິບັດ​ມາດຖານ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແຫນງ​ການ​ທະນາຄານ​ໃຫມ່.ຊຸກ​ຍູ້​ສ້າງ​ການ​ສ້າງ​ລະບຽບ​ການ​ປະກັນ​ໄພ​ເງິນ​ຝາກ.ລົງ​ເລິກ​ການ​ປະຕິ​ຮູບ​ອົງການ​ການ​ທະນາຄານ​ແບບ​ນະ​ໂຍບາຍ.ສ້າງ​ແລະ​ບູລະນະ​ລະບຽບ​ການ​ຂາຍ​ຫຸ້ນ​​ໃຫມ່​ແລະ​ລະບຽບການ​ຖອນ​ອອກ​ຈາກ​ຕະຫລາດ,​ເນັ້ນ​ຫນັກ​ເຖິງ​ການ​ປົກ​ປ້ອງ​ຄ່າ​ຕອບ​​ແທນ​ແລະ​ສິດທິ​ຜົນ​ປະ​ໂຫຍ​ດຂອງ​ຜູ່​ລົງທຶນ. ຕັ້ງຫນ້າພັດທະນາ​ຕະຫລາດ​ພັນທະບັດ​.ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ຂອງ​ຂະ​ແຫນງ​ການ​ປະກັນ​ໄພ.ລົງ​ເລິກ​ການ​ປະຕິ​ຮູບ​ຫັນ​ອັດຕາ​ດອອກ​ເບ້ຍ​ໃຫ້​ເປັນ​ແບບ​ຕະຫລອດ.ຊຸກ​ຍູ້​ການ​ແລກປ່ຽນ​ເງິນ​ຢວນຈີນ​ໃນ​ໂຄງການ​ທຶນ,​ເປີດ​ກວ້າງ​ການ​ນຳ​ໃຊ້​ເງິນ​ຢວນຈີນ​ໃນ​ການ​ຄ້າ​ການ​ລົງທຶນ​ຂ້າມ​ຊາດ.

ຊຸກ​ຍູ້​ໃຫ້​ເສດຖະກິດລະບອບ​ກຳມະສິດ​ຕ່າງໆ​ພັດທະນາ​ຮ່ວມ​ກັນ.ປັບປຸງ​ແລະ​ພັດທະນາ​​ເສດຖະກິດລະບອບ​ກຳມະສິດ​ສ່ວນ​ລວມຢ່າງ​ບໍ່​ຫວັ່ນ​ໄຫວ​ຄ່ອນ​​ແຄນ,ສົ່ງ​ເສີມ,ສະ​ຫນັບ​ສະ​ຫນູນ​ແລະ​ຊັກ​ນຳ​ເ​ສຖະກິດ​ບໍ່​ແມ່ນ​ລະບົບ​ກຳມະສິດ​ສ່ວນ​ລວມພັດທະນາ.ລົງ​ເລິກ​ຊຸກ​ຍູ້​ເສດຖະກິດ​ແຫ່ງ​ຊາດ​ປັບປຸງ​ແບບ​ຍຸດ​ທະ​ສາດ,ສ້າງ​ກົນ​ໄກ​ທີ່​ໃຫ້​ທຶນ​ຂອງ​ລັດ​ເຂົ້າ​ອອກ​ຕະຫລາດ​​ແລະ​ຈໍລະ​ຈອນ​ຢ່າງ​ສົມ​ເຫດ​ສົມ​ຜົນ.ຊຸກ​ຍູ້​ການ​ປະຕິ​ຮູບ​ຂະ​ແຫນງ​ການ​ທາງ​ລົດ​ໄຟ,ຂະ​ແຫນງ​ການ​ພະລັງງານ​ໄຟຟ້າ​ແລະ​ອື່ນໆ,​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ໃຫ້​ເສດຖະກິດ​ລະບອບ​ກຳມະສິດ​ທຸກ​ປະ​ເພດ​ແຂ່ງຂັນ​ກັນ​ຢ່າງ​ຍຸດຕິ​ທຳ​ແລະ​ຮ່ວມ​ກັນ​ພັດທະນາ.

ລົງ​ເລິກ​ການ​ປະຕິ​ຮູບ​ລາຄາ.ຊຸກ​ຍູ້​ການ​ປະຕິ​ຮູບ​ລາຄາພະລັງ​ໄຟຟ້າ​ຢ່າງ​ຫນັກ​ແຫນ້ນ,ປະຕິ​ບັດ​ແຜນການ​ປະຕິ​ຮູບ​​ເກັບ​ຄ່າ​ໄຟຟ້າ​ຕາມ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ປັບປຸງກົນ​ໄກ​ກຳນົດ​ລາຄາ​ຂອງ​ໄຟຟ້າ​ນ້ຳຕົກ,​ໄຟຟ້າ​ນິວ​ເຄຼຍ​ແລະ​ພະລັງງານ​ທີ່​ໃຊ້​ຄືນ​ໄດ້.ສ້າງ​ການ​ພົວພັນ​ລະຫວ່າງ​ລາຄາ​ຖ່ານ​ຫີນ​ກັບ​ລາຄາ​ໄຟຟ້າ​ໃຫ້​ສົມ​ເຫດ​ສົມ​ຜົນ.ປັບປຸງ​ການ​ປະຕິ​ຮູບ​ລາຄາ​ນ້ຳມັນ​ສຳ​ເລັດ​ຮູບ,ຊຸກ​ຍູ້​ການ​ປະຕິ​ຮູບ​ລາຄາ​ອາຍ​ແກ​ສທຳ​ມະ​ຊາດ.ປະຕິບັດ​ລະບຽບ​ການ​ທີ່​ເຄັ່ງ​ຂັດ​ທີ່​ສຸດ​ໃນ​ການ​ຄ້ມຸຄອງ​ບໍລິຫານ​ຊັບພະຍາກອນ​ນ້ຳ,ສ້າງ​ແລະ​ປັບປຸງ​ມາດຖານ​ເກັບ​ຄ່າ​ນ້ຳຂອງ​ແຫ່ງ​ຕ່າງໆ​ໃຫ້​ສົມ​ບຸນ​ຂຶ້ນ, ຊຸກ​ຍູ້​ການ​ປະຕິ​ຮູບ​​ໂດຍ​ລວມຕໍ່ລາຄາ​ນ້ຳ​ໃຊ້​ທາງ​ກະສິກຳ. ສ້າງ​ເຂດ​ທົດ​ລອງ​ການ​ຄ້າຂາຍ​ດ້ານ​ການ​ລະບາຍ​ບກາກ​ບອນ​ແລະ​ລະບາຍ​ສິ່ງ​ມົນ​ລະ​ພິດ.

ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບ​ການ​ແຈກ​ຢາຍ​ລາຍ​ໄດ້.​ເລັ່ງລັດ​ສ້າງ​ແຜນການ​ລວມຂອງ​ການ​ປະຕິ​ຮູບ​ລະບຽບ​ການ​ແຈກ​ຢາຍ​ລາຍ​ໄດ້.ພະຍາຍາມ​ຍົກ​ມາດຕາ​ສ່ວນ​ຂອງ​ລາຍ​ໄດ້​ຂອງ​ປະຊາຊົນ​ໃນລາຍ​ໄດ້​ຂອງ​ທົ່ວ​ປະ​ເທດ​ໃຫ້​ສູງ​ຂຶ້ນ, ຍົກ​ສູງ​ອັດຕາ​ຄ່າ​ທົດ​ແທນ​ການ​ອອກ​ແຮງ​ງານ​ໃນ​ການ​ແຈກ​ຢາຍ​ເທື່ອ​ທຳ​ອິດ.ບູລະນະ​ລະບຽບການ​ເງິນ​ເດືອນ,ສ້າງ​ກົນ​ໄກ​ເພີ່ມ​ເງິນ​ເດືອນ​ເປັນ​ປະຈຳ,ຍົກ​ລະດັບ​ເງິນ​ເດືອນ​ຕ່ຳ​ສຸດ​ໃຫ້​ສູງ​ຂຶ້ນ.ສ້າງ​ເງື່ອນ​ໄຂ​ເພີ່ມ​ລາຍ​ຮັບ​ດ້ານ​ຊັຍ​ສິນ​ຂອງ​ປະຊາຊົນ.ສ້າງ​ກົນ​ໄກ​ທີ່​ໃຫ້​ທົ່ວ​ປວງ​ຊົນ​ສາມາດ​ຊົມ​ໃຊ້ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ​ໃນ​ການ​ໂອນ​ຊັບພະຍາກອນ​ສາທາລະນະ.ສ້າງ​ລະບຽບ​ການ​ແຈກ​ປາຍ​ລາຍ​ໄດ້​ໃຫ້​ເປັນ​ແບບ​ສະບັບ, ປ້ອງ​ກັນ​ລາຍ​ໄດ້​ທີ່​ຊອບ​ດ້ວຍ​ກົດຫມາຍ​ຢ່າ​ງບັງ​ເກີດ​ຜົນ, ​ເດັດຂາດ​ຮິບ​ເອົາ​ລາຍ​ໄດ້​ທີ່​ຜິດ​ກົດຫມາຍ, ຫັນປ່ຽນ​ທ່າ​ອຽງ​ທີ່​ລາຍ​ໄດ້​ຜິດ​ໂຕນ​ກັນ​ຫລາຍ​ໂດຍ​ໄວ.

ຕັ້ງຫນ້າ​ຊຸກ​ຍູ້​ການ​ປະຕິ​ຮູບ​ແບ່ງ​ຫົວຫນ່ວຍ​ທີ່​ບໍ່​ສາມາດ​ສ້າງ​ກຳ​ໄລ​​ດ້ວຍ​ຕົນ​ເອງ​ໃຫ້ເປັນ​ປະ​ເພດ.​ແບ່ງ​ປະ​ເພດ​ໃຫ້​ຫົວຫນ່ວຍ​ຕ່າງໆ​ຕາມ​ຫລັກ​ວິທະຍາສາດ, ​ໃຫ້ການ​ຊີ້​ນຳ​ໂດຍ​ແບ່ງ​ປະ​ເພດ,ຊຸກ​ຍູ້​ການ​ພັດທະນາ​ໂດຍ​ອີງ​ຕາມ​ຂະ​ແຫນງ​ການ,ມີ​ການຈັດ​ຕັ້ງ​ໂດຍ​ແບ່ງ​ເປັນ​ລະດັບ,ປະຕິບັດ​ຕາມ​ບາດກ້າວ​ຕ່າງໆ,ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບ​ການ​ຄຸ້ມຄອງ​ຫົວ​ຫນ່ວຍ​ທີ່​ບໍ່​ສາມາດ​ສ້າງ​ກຳ​ໄລ​ດ້ວຍ​ຕົນ​ເອງ​ແລະ​ລະບຽບການ​ບຸກຄະລາ​ກອນ, ການ​ແຈກ​ຢາຍ​ລາຍ​ໄດ້,​ແລະ​ການ​ຄ້ຳປະກັນ​ທາງ​ສັງຄົມ.

ເລັ່ງລັດ​ຊຸກ​ຍູ້​ການ​ປະຕິ​ຮູບ​ລັດຖະບານ.​ເປີດ​ກວ້າງ​ປະຊາທິປະ​ໄ​ຕສັງຄົມ​ນິຍົມດ ຈັດການ​ເລືອກ​ຕັ້ງ​ຢ່າງ​ປະຊາທິປະ​ໄຕ, ຕັດສິນ​ຢ່າງ​ມີ​ປະຊາທິປະ​ໄຕ, ຄຸ້ມ​ຄອງ​ຢ່າງ​ປະຊາທິປະ​ໄຕ, ຕິດຕາມ​ປະຊາທິປະ​ໄຕຕາມ​ກົດຫມາຍ, ຮັບປະກັນ​ສິດ​ຮູ້​ຂ່າວ,ສິດ​ເຂົ້າ​ຮ່ວມ, ສິດ​ປະກອບ​ຄຳ​ເຫັນ​ແລະ​ສິດ​ຕິດຕາມ​ຂອງ​ປະຊາຊົນ.​ເພີ່ມ​ທະວີ​ການກໍ່ສ້າງ​ການ​ປົກຄອງ​ຢ່າງ​ປອດ​ໃສ​ໄຮ້​ມົນທິນດ ລົງ​ເລິກ​ດຳ​ເນີນ​ການ​ຕໍ່​ສູ້​ກັບ​ສະພາບ​ເສຍ​ທາດ​ຂາດ​ຄຸນ,ຊຸກ​ຍູ້​ວຽກ​ງານ​ຕ່າງໆ​ໃນ​ການ​ສ້າງ​ລະບຽບ​ການ​ລົງ​ໂທດ​ແລະ​ປ້ອງ​ກັນ​ການ​​ເສຍ​ທາດ​ຂາດ​ຄຸນ,ອອກ​ແຮງ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ທີ່​ມີ​ປະຊາຊົນ​ສອງ​ແສງ​ເລື້ອຍໆ.

ເກົ້າ:ພະຍາຍາມ​ຍົກ​ຄຸນ​ນະພາ​ບ​ແລະ​ລະດັບ​ຂອງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​

ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ປະ​ເທດ​ພວກ​ເຣົາ​ໄດ້​ເຂົ້າ​ສູ່​ໄລຍະ​ໃຫມ່​ແລ້ວ,ຖານະ​ແລະ​ບົດບາດ​ຂອງ​ການ​ຄ້າຂາ​ເຂົ້າຂາ​ອອກ​ແລະ​ການ​ລົງທຶນ​ສອງ​ທິດ​ນັ້ນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ.ຄວນ​ສອດຄ່ອງ​ກັບ​ສະຖານະ​ການ​ໃຫມ່, ປະດິດ​ສ້າງ​ແນວ​ຄິດ​ໃນ​ດ້ານ​ວຽກ​ງານ​ເສດຖະກິດ​ຕໍ່​ຕ່າງປະ​ເທດ, ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດ​ຖະກິດ​ຕໍ່​ພາຍ​ນອກ, ຍົກ​ລະດັບ​ເສດຖະກິດ​ແບບ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ໃຫ້​ສູງ​ຂຶ້ນ, ຈໍ່​ຕົວ​ເປັນ​ສະຖານະ​ພາບ​ໃຫມ່​ຂອງ​ເສດຖະກິດ​ແບບ​ໄຂ​ປະຕູ​ສູ່​ພາຍ​ນອກ.

ຮັກສາ​ໃຫ້ການ​ຄ້າ​ກັບ​ພາຍ​ນອກ​ພັດທະນາ​ຢ່າງ​ຫມັ້ນທ່ຽງ.ພວກ​ເຮົາ​ເນັ້ນ​ເຖິງ​ການ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນດ ​ແຕ່​ເດັດຂາດ​ບໍ່​ຄວນ​ປະຫມາດ​ບົດບາດ​ສຳຄັນ​ຂອງ​ຄວາມ​ຕ້ອງການ​ພາຍ​ນອກ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ພວກ​ເຮົາ. ຕ້ອງຣັກສາ​ໃຫ້​ນະ​ໂຍບາຍ​ການ​ຄ້າ​ກັບ​ພາຍ​ນອກ​ຫມັ້ນທ່ຽງ​ໂດຍ​ພື້ນຖານ.ຕ້ອງ​ເລັ່ງລັດ​ຫັນປ່ຽຣຣູບການ​ພັດທະນາ​ຂອງ​ການ​ຄ້າ​ກັບ​ພາຍ​ນອກ.ລົງ​ເລິກ​ປະຕິບັດ​ຍຸດ​ທະ​ສາດ​ທີ່​ໃຫ້ການ​ຄ້າ​ຈະ​ເລີ​ນດ້ວຍ​ວິທະຍາສາດ​ເຕັກນິກ, ສ້າງ​ຊື່​ສຽງ​ດ້ວຍ​ຄຸນ​ນະພາ​ບ​ແລະ​ໃຫ້​ຕະຫລາດ​ມີ​ຫລາຍ​ຢ່າງ​ຫລາຍ​ແນວ,ສະຫນັບສະຫນູນ​ວິ​ສາ​ຫະກິດ​ສ້າງ​ຍີ່​ຫໍ້​,ຕາຫນ່າງ​ຂາຍ​ແລະ​ສູນ​ຄົ້ນ​ຄວ້າ​ພັດທະນາ​ຂອງ​ຕົນ​ເອງ, ຊັກ​ນຳ​ການ​ຄ້າ​ປຸງ​ແຕ່ງ​ຂະຫຍາຍ​ໄປ​ສູ່​ຊັ້ນ​ສູງ​ຂອງ​ໂຕ່ງ​ສອດ​ການ​ຜະລິດ​ແລະ​ຍ້າຍ​ໄປ​ສູ່​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ.ສ້າງ​ຕະຫລາດ​ດັ້ງ​ເດີມ​ຢູ່​ອາ​ເມ​ລິ​ກາ​ຍີ່​ປຸ່ນ​ແລະ​ເອີ​ລົບ​ໃຫ້​ຫມັ້ນທ່ຽງ,ບຸກ​ເບີກ​ຕະຫລາດ​ໃຫມ່.​ເຮັດ​ໃຫ້ການ​ຄ້າ​ຂາ​ອອກ​ຜະລິດ​ຕະພັນ​ທີ່​ສຸມ​ແຮງ​ງານ​ນັ້ນ​ຫມັ້ນທ່ຽງ, ທັງ​ເປີດ​ກວ້າງ​ການ​ຄ້າ​ຂາ​ອອກ​ຜະລິດ​ຕະພັນ​ເຕັກນິກ​ສູງ​ແລະ​ມີ​ມູນ​ຄ່າ​ເພີ່ມ​ສູງ,ຄວບ​ຄຸມ​ການ​ການ​ຂາ​ອອກ​ຜະລິດ​ຕະພັນ​ທີ່​ສິ້ນ​ເປືອງພະລັງງານ​ແລະ​ມີ​ການ​ມົນ​ລະ​ພິດ​ຫລາຍ.

ຍົກ​ຄຸນ​ນະພາ​ບ​ໃນ​ການ​ນຳ​ໃຊ້ທຶນ​ຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນ.ຍຶດຫມັ້ນ​ເຂັ້ມ​ທິດ​ທີ່​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​​ເປັນ​ຢ່າງ​ດີ​ແລະ​ບັງ​ເກີດ​ຜົນ, ຍິ່ງ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ສ້າງ​ອົງ​ປະກອບ​ໃຫ້​ດີ​ຂຶ້ນ​ແລະ​ຍົກ​ຄຸນ​ນະພາ​ບ​ໃຫ້​ສູງ.ປະຕິບັດ​ສາລະບານ​ຊີ້​ນຳ​ຂະ​ແຫນງ​ການ​ທີ່​ໃຫ້ຕ່າງປະ​ເທດ​ໄປ​ລົ​ງທຶນ​ສະບັບ​ດັດ​ແກ້,ນຳພາ​ທຶນ​ຕ່າງປະ​ເທດ​ໄປ​ລົງ​ສູ່​ຂະ​ແຫນງານ​ຜະລິດ​ທີ່​ກ້າວຫນ້າ,ຂະ​ແຫນງ​ການ​ເຕັກນິກ​ສູງ​ໃຫມ່, ຂະ​ແຫນງ​ການ​ປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຂະ​ແຫນງ​ການ​ບໍລິການ​ທັນ​ສະ​ໄຫມ​ແລະ​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ.

ປະຕິບັດ​ຍຸດ​ທະ​ສາດ"ອອກ​ໄປ​ສູ່​ພາຍ​ນອກ".ປະ​ເທດ​ພວກ​ເຣົາພວມ​ຢູ່​ໃນ​ໄລຍະ​ສຳຄັນ​ທີ່​ການລົງທຶນ​ຢູ່​ຕ່າງປະ​ເທດພວມ​ພັດທະນາ​ຢ່າງ​ວ່ອງ​ໄວ.ຄວນ​ຊັກ​ນຳ​ວິ​ສາ​ຫະກິດ​ປະ​ເພດ​ຕ່າງໆດຳ​ເນີນ​ການ​ຮ່ວມມມື​ລົງມື​ນ​ແລະ​ຊັ່ງ​ຊື້​ຂ້າມ​ຊາດ​ໃນ​ຂະ​ແຫນງ​ການ​ພະລັງງານ,ວັດຖຸ​ດິບ, ກະສິກຳ, ຂະ​ແຫນງການ​ການ​ຜະລິດ,ການ​ບໍ​ລໍ​ລິ​ການ​ແລະ​ພື້ຖານ​ໂຄງ​ລ່າງ.ປ່ອນ​ຍານ​ການ​ຈຳກັດ​ຕໍ່​ພົນ​ລະ​ເມືອງ​ທີ່​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຂອງ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ,ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ຊັບ​ສິນ​ຂອງ​ວິ​ສາ​ຫະກິດ​ຈີນ​ຢູ່​ຕ່າງປະ​ເທດ.

ເຂົ້າ​ຮ່ວມ​ການ​ປັບປຸງ​ເສດຖະກິດ​ທົ່ວ​ໂລກ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.ພະຍາຍາມ​ຮັກສາ​ໃຫ້ການ​ພົພວັນ​ດ້ານ​ເສດຖະກິດ​ການ​ຄ້າ​ກັບປະ​ເທດ​ທີ່​ພັດທະນາ​ແລ້ວ​ນັ້ນ​ຂະຫຍາຍຕົວ​ຢ່າງ​ຫມັ້ນທ່ຽງ,ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໄຫ​ຍດກັບປະ​ເທດ​ທີ່​ພວມ​ພັດທະນາ​ຢ່າງຣອບດ້ານ.ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ແລະ​ຂະ​ບວນວິວັດ​ຫັນ​ເສດຖະກິດ​ພາກ​ພື້ນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ.ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ເສດຖະກິດ​ທົ່ວ​ໂລກ​ຄື:ກຸ່ມ G20 ​ເປັນ​ຕົ້ນ,​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ອົງ​ກອນ​ເສດຖະກິດ​ສຳຄັນ​ກ່ຽວ​ກັບ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ຄັດຄ້ານ​ລັດທິ​ປົກ​ປ້ອງ​ໃນ​ທຸກ​ຮູບ​ແບບດ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ເຈລະຈາ​ຮອບ​ໂດ​ຮາ​ແລະ​ການ​ປະຕິຣູບລະບອບ​ການ​ເງິນ​ສາກົນ.

ບັນດາ​ຜູ່​ແທນ!

ປະ​ເທດ​ພວກ​ເຮົາ​ແມ່ນ​ປະ​ເທດ​​ເ​ອກະພາບ​ທີ່​ມີ​ຫລາຍ​ຊົນ​ເຜົ່າ,ຊົນ​ເຜົ່າ​ສາມັກຄີ​ບາກ​ບັ່ນ​ສູ້​ຊົນ, ຮ່ວມ​ກັນ​ພັດທະນາ​ຢ່າງ​ຈະ​ເລີ​ນຮຸ່ງ​ເຮືອງ, ປະ​ເທດ​ຈິ່ງ​ສາມາດ​ພັດທະນາ​ໄດ້.ຕ້ອງ​ຍຶດຫມັ້ນ​ແລະ​ປັບປຸງ​ລະບຍບການ​ເຂດ​ຊົນ​ເຜົ່າ​ປົກຄອງ​ຕົນ​ເອງ, ຜັນ​ຂະຫຍາຍ​ນະ​ໂຍບາຍ​ມາດ​ຕະການ​ທີ່​ສູນ​ກາງ​ສູະຫນັບ​ສະ​ຫນູນ​ການ​ພັດທນາ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢ່າງ​ຈິງ​ຈັງ,ອອກ​ແຮງ​ປະຕິບັດ​ແຜນການ​ທີ່​ສະຫນັບສະ​ຫນູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຫນ້ອຍ, ຊຸກ​ຍູ້​ກິດຈະກຳ​ທີ່​ສ້າງ​ເຂດ​ຊາຍ​ແດນ​ໃຫ້​ຈະ​ເລີ​ນ​ແລະ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ຮັ່ງມີ​ຂຶ້ນ,​ແລະ​ພັດທະນາ​ວຽກ​ງານ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ຊົນ​ເຜົ່າ​ສັງຄົມ​ນິຍົມຢ່າງ​ກົມ​ກຽວກັນ​ທີ່​ສະ​ເຫມີ​ພາບ, ສາມັກຄີ,ຕ່າງ​ຊ່ວຍ​ເຫລືອ​ເຊິ່ງກັນ​ແລະ​ກັນ.
ຜັນ​ຂະຫຍາຍ​ເຂັມທິດ​ພື້ນຖານ​ຂອງ​ວຽກ​ງານ​ສາສະຫນາ​ຂອງ​ພັກ​ຢ່າງ​ຈິງ​ຈັງ.ປົກ​ປັກຣັກສາ​ສິດທິ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດຫມາຍ​ຂອງອົງການ​ຈັດ​ຕັ້ງ​ສາສະຫນາ,​ບຸກຄົນ​ວົງ​ການ​ສາສະຫນາ​ແລະສາ​ສະຫນິກາ​ຊົນ,​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ດ້ານ​ການ​ຊຸກ​ຍູ້​ເສດຖະກິດ​ພັດທະນາ, ສ້າງ​ວັດທະນະທຳ​ໃຫ້​ຈະ​ເລີ​ນ,​ແລະ​ໃຫ້​ສັງຄົມ​ມີ​ຄວາມ​ກົມກຽວ​ກັນ.
ຜັນ​ຂະຫຍາຍ​ນະ​ໂຍບາຍ​ວຽກ​ງານ​ຕໍ່​ຊາວ​ຈີນ​ຕ່າງ​ດ້ວຂອງ​ພັກ.ປົກ​ປັກ​ຮັກສາ​ສິດທິ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດຫມາຍ​ຂອງ​ຊາວ​ຈີນ​ທີ່​ຢູ່​ຕ່າງປະ​ເທດ​ແລະ​ຊາວ​ຈີນ​ທີ່​ເຄີຍ​ອາ​ໃສ​ຢູ່​ຕ່າງປະ​ເທດ​ແລ້ວ​ກັບ​ຄືນ​ຈີນ,ສະຫນັບສະ ຫນູນ​​ໃຫ້​ເຂົ້າ​ເຈົ້າ​ເຂົາ​ຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ທັນ​ສະ​ໄຫມ​ແລະ​ວຽກ​ງານ​ໂຮມ​ປະ​ເທດ​ຊາດ​​ເປັນ​ເອກະ​ພາບ​ໂດຍ​ສັນຕິ.

ບັນ​ດາຜູ່​ແທນ!

ການ​ປ້ອງ​ກັນ​ປະ​ເທດ​ທີ່​ຫນັກ​ແຫນ້ງ​ແລະ​ກອງທັບ​ທີ່​ເຂັ້ມ​ແຂງ​ແມ່ນ​ສິ່ງ​ປົກ​ປ້ອງຜົນ​ປະ​ໂຫຍ​ດ້ານ​ອະທິປະ​ໄຕ, ຄວາມ​ຫມັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ.ຕ້ອງ​ເລັ່ງສາຍຕາ​ໃສ່​ການ​ປະຕິບັດ​ພັນທະ​ຫນ້າ​ທີ່​ປະຫວັດສາດ​ຂອງ​ກອງທັບ​ໃນ​ໄລຍະ​ໃຫມ່​ຂອງ​ສັດຕະວັດ​ໃຫມ່,​ເພີ່ມ​ທະວີ​ການ​ສ້າງສາ​ກອງທັບ​ໃຫ້​ເປັນ​ແບບ​ປະຕິວັດ,ທັນ​ສະ​ໄຫມ​ແລະ​ເປັນ​ແບບ​ສະບັບຢ່າງຮອບດ້ານ, ຍົກ​ຄວາມ​ສາມາດ​ສຳ​ເລັດ​ຫນ້າ​ທີ່​ທາງ​ການ​ທະຫານ​ຫລາຍ​ຢ່າງ​ທີ່​ຖື​ຄວາມ​ສາມາດ​​ເອົາ​ຊະນະ​ໃນ​ສົງຄາມ​ພາກ​ພື້ນ​ພາຍ​ໃນ​ເງື່ອນ​ໄຂ​​ຂໍ້​ມູນ​ຂ່າວສານ​ເປັນ​ໃຈກາງ​ນັ້ນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.​ເພີ່ມ​ທະວີ​ການ​ສ້າງສາ​ແນວ​ຄິດ​ການ​ເມືອງ, ຍຶດຫມັ້ນຫລັກການ​ກົກ​ຮາກ​ທີ່​ພັກ​ນຳພາ​ກອງທັບ​ຢ່າງ​ເດັດຂາດ​ແລະ​ປະຖົມ​ປັດ​ໄຈ​ທີ່​ກອງທັບ​ແມ່ນ​ຂອງ​ປະຊາຊົນ.ອອກ​ແຮງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ການ​ທະຫານ​ແບບ​ໃຫມ່​ທີ່​ມີ​ຄຸນ​ທາດ​ສູງ. ຕັ້ງຫນ້າ​ປະຕິບັດ​ການ​ປະ​ຕິ​ຮູບ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງທັບ​ຢ່າງ​ຫນັ​ແຫນ້ນ.ສຳ​ເລັດ​ຫນ້າ​ທີ່​ຕ້ານ​ການ​ກໍ່​ການ​ຮ້າຍ,ຮັກສາ​ຄວາມ​ຫມັ້ນຄົງ, ​ແກ້​ໄຂ​ເຫດການ​ສຸກ​ເສີນ,ກູ້​ໄພ​ຕ້ານ​ໄພ​ແລະ​ຫນ້າ​ທີ່​ອື່ນໆ​ຢ່າງ​ເດັດຂາດ.ຍຶດຫມັ້ນ​ໃຫ້​ທະຫານ​ປະສົມ​ປະສານ​ກັບ​ປະຊາຊົນ, ສ້າງ​ທະຫານ​ໃນ​ປະຊາຊົນ, ​ເດີນ​ຕາມ​ເສັ້ນທາງ​ພັດທະນາທີ່​ທະຫານ​ກັບ​ປະຊາຊົນ​ເຊື່ອມ​ໂຍງ​ກັນທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.ຂະຫຍາຍ​ຄວາມ​ສາມັກຄີ​ລະຫວ່າງ​ກອງທັບ​ກັບ​ອົງການ​ປົກຄອງ​ແລະກອງທັບ​ກັບ​ປະຊາຊົນ.

ບັນດາ​ຜູ່​ແທນ!

ຮົງ​ກົງ​ແລະ​ມາ​ກາວ​ມີ​ການ​ພົວພັນ​ຢ່າງ​ແຫນ້ນ​ແຟ້ນກັບປະ​ເທດ​ຊາດ, ພວກ​ເຣົາຈະ​ປະຕິບັດ​​ເຂັ້ມ​ທິດ​ທີ່ປະ​ເທດ​ຫນຶ່ງ​ສອງ​ລະບອບ, ​ໃຫ້​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ,​ໃຫ້​ຊາວ​ມາ​ກາວ​ປົກຄອງ​ມາ​ຫາວ​ແລະ​ປົກຄອງ​ໃນ​ລະດັບ​ສູງຢ່າງ​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ,ອອກ​ແຮງ​ສະຫນັບສະຫນູນ​ຮົງ​ກົງ​ແລະ​ມາ​ກາວ​ພັດທະນາ​ເດ​ສຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແລະ​ຊຸກ​ຍູ້​ປະຊາທິປະ​ໄຕ. ສະຫນັບສະຫນູນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຕັ້ງຫນ້າ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ຄວາມ​ສ່ຽງ​ດ້ານ​ເສດຖະກິດ​ສາກົນ, ປົກ​ປັກຣັກສາ​ໃຫ້​ເສ​​ດຖະກິດ​ການ​ເງິນ​ພັດທະນາ​ຢ່າງ​ຫມັ້ນທ່ຽງ​ແລະ​ຮຸ່ງ​ເຮືອງ​ເປັນ​ໄລຍະ​ຍາວ​ນານ.

ໃນ​ຫນຶ່ງ​ປີ​ທີ່​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ທົນ​ຕໍ່​ການ​ທົດ​ສອບ​ທີ່​ຂ້ຽວຂາດ​ທີ່​ສຸດ,​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ເປັນ​ຢ່າງ​ດີ. ການ​ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ,ຍອມຮັບ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ 2 ກັນຍາ, ​ໃຫ້​ຫມາກຜົນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ຫມັ້ນຄົງ​ກວ່າ​ເກົ່າ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ພັດທະນາ​ໂດຍ​ສັນຕິ, ນັບ​ມື້​ນັບ​ກາຍ​ເປັນຄວາມ​ປາຖະຫນາ​ຮ່ວມ​ຂອງ​ພີ່ນ້ອງ​ຢູ່​ສ​ອງຝັ່ງ. ​ໃນ​ປີ​ໃຫມ່​ນີ້, ພວກ​ເຮົາ​ຈະ​ສືບ​ຕໍ່​ຍຶດຫມັ້ນ​ເຂັມທິດ​ລວມ​ໃນ​ວຽກ​ງານ​ຕໍ່​ໄຕ້​ຫວັນ​,​ເພີ່ມ​ທະວີ​ພື້ນຖານ​ດ້ານ​ກາ​ນ​ເມືອງ, ​ເສດຖະກິດ ວັດ​ທະຍະ​ທຳ​ແລະ​ຄວາມ​ປາຖະຫນາ​ຂອງ​ປະຊາຊົນ​ຂອງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ, ​ເປີດ​ກວ້າງ​ສະຖານະ​ການ​ໃຫມ່​ແຫ່ງ​ການ​ພັດທະນາ​ໂດຍ​ສັນຕິ​ໃນ​ການ​ພົວພັນ​ສອງ​ຝັ່ງ.ລູກ​ຫລານ​ປະຊາ​ຊາດ​ຈີນ​ທຸກ​ຖ້ວນ​ຫນ້າ​ຄວນ​ສາ​ມັກ​ຄີ​ເຂົ້າ​ຢ່າງ​ແຫນ້ນ​ແຟ້ນກວ່າ​ເກົ່າ, ພະຍາຍາມ​ບາກ​ບັ່ນ​ສູ້​ຊົນ​​ເພື່ອ​ສຳ​ເລັດ​ຫນ້າ​ທີ່​ໂຮມ​ປະ​ເທດ​ຊາ​ເປັນ​ເອກະ​ພາບ​ກັນ​​ແລະ​ບັນລຸ​ການ​ຟື້ນ​ຕົວ​ຄືນ​ຢ່າງຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

ບັນດາ​ຜູ່​ແທນ!

​ໃນ​ປີ​ໃຫມ່​ນີ້,ວຽກ​ງານ​ການ​ຕ່າງປະ​ເທດ​ຕ້ອງ​ຮັບ​ໃຊ້ສະພາບ​ການ​ລວມຂອງ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່າພາຍ​ນອກ​ແລະ​ການ​ສ້າງສາ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ​ໃຫ້​ດີກ​ວ່າ​ເກົ່າ,ມີ​ສ່ວນ​ປະກອບ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ເສດຖະກິດ​ໂລກ​ເຕີບ​ໂຕ, ປົກ​ປັກຣັກສາ​ສັນຕິພາບ​ແລະ​ຄວາມ​ຫມັນຄົງ.ພວກ​ເຣົາຈະ​ສືບ​ຕໍ່​ລົງ​ເລິກ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັບປະ​ເທດ​ອ້ອມ​ຂ້າງດ ຕັ້ງຫນ້າ​ເຂົ້າ​ຮ່ວມ​ກົນ​ໄກ​ຮ່ວມ​ມືທຸກ​ປະ​ເພດ​ກັບປະ​ເທດ​ອ້ອມ​ຂ້າງ,ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ພັດທະນາ​ລົງ​ສູ່​ລວງ​ເລິກ, ຮ່ວມ​ກັນ​ສ້າງ​ສະພາບ​ແວດ​ລ້ອມ​ພາກ​ພື້ນ​ທີ່ມີ​ສັນຕິພາບ, ຄວາມ​ຫມັ້ນຄົງ, ສະ​ເຫມີ​ພາບ, ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ຮ່ວມ​ມື​ກັນ​​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຣ່ວມກັນ.ພວກ​ເຣົາຈະ​ພ້ອມ​ກັບປະ​ເທດ​ທີ່​ພວມ​ພັດທະນາ​ອັນ​ໄພສານ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການ​ຮ່ວມ​ມື, ລົງ​ເລິກ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ​ເປີດວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດດ ຊຸກ​ຍູ້​ການ​ບັນລຸ​ເປົ້າ​ມາຍ​ພັດທະນາະສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ, ປົກ​ປັກ​ຮັກສາ​ທິດ​ທີ່​ຊອບ​ດ້ວຍ​ກົດຫມາຍ​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ພວມ​ພັດທະນາ.ພວກ​ເຮົາ​ຈະ​ເພີ່ມ​ທະວີ​ການ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ກັບປະ​ເທດ​ໃຫຍ່​ຕ່າງໆ, ​ເພີ່ມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ເຊິ່ງກັນ​ແລະ​ກັນ, ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ກັນ​ຂະຫຍາຍຕົວ​ຢ່າງ​ຍາວ​ນານ, ຫມັ້ນທ່ຽງ​ແລະ​ປອດ​ໃສ.ພວກ​ເຣົາຈະ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຫລາຍ​ຝ່າຍ​ແລະ​ຄຸ້ມ​ຄອງ​ທົ່ວ​ໂລກ,ຊຸກ​ຍູ້​ລະບຽບສາກົນ​ເດີນ​ໄປ​ສູ່​ຄວາມ​ຍຸດຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ.ພວກ​ເຣົາຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ເດັດດ່ຽວ​ຫນຽວ​ແຫນ້ນ,ຍຶດຫມັ້ນນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສັນຕິພາບ,​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ,ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ອນກທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫນ​ດ,ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ນີ້, ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ສີວິ​ໄລ​ຂອງ​ມວນ​ມະນຸດ​ກ້າວ​ໄປ​ຫນ້າ, ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ແລະ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິ​ພາບ​ຖາວອນ​ແລະ​ຮ່ວມ​ກັນ​ຈະ​ເລີ​ນຮຸ່ງ​ເຮືອງ.

ບັນດາ​ຜູ່​ແທນ!

ຫວນ​ຄືນ​ອະດີດ, ພວກ​ເຮົາ​ໄດ້​ບາກ​ບັ່ນ​ສູ້​ຊົນ, ​ໄດ້​ຮັບ​ຜົນງານ​ທີ່​ພົ້ນ​ເດັ່ນ.ຈ້ອງ​ມອງ​ເບິ່ງ​ອະ​ນາຄົດ, ພວກ​ເຮົາຍັງ​ມີ​ຫນ້າ​ທີ່​ອັນ​ຫນັກ​ຫນາ​ແລະ​ຕ້ອງ​ເດີນ​ຕາມ​ເສັ້ນທາງ​ທີ່​ຍາວ​ໄກ, ຍັງ​ຕ້ອງການ​ພວກ​ເຮົາ​ທຳ​ຄວາມ​ພະຍາຍາມ​ຕໍ່​ໄປ.​ໃຫ້​ພວກ​ເຣົາຈົ່ງ​ສາມັກຄີ​ຢ່າງ​ແຫນ້ນ​ແຟ້ນຢູ່​ພ້ອມ​ຂ້າງ​ສູນ​ກາງ​ພັກ​ທີ່​ມີ​ສະຫາຍ​ຫູ​ຈີນທາວ​ເປັນ​ເລຂາທິການ​ໃຫຍ່, ປົດ​ປ່ອຍ​ແນວ​ຄິດ, ບຸກ​ເບີກ​ປະຕິ​ສ້າງ, ​ເຮັດ​ວຽກ​ຢ່າງ​ຫນັກ​ແຫນ້ນ, ພະຍາຍາມ​ສ້າງ​ສະພາບ​ການ​ໃຫມ່​ແຫ່ງ​ການ​ສ້າງສາ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ!