ບົດ​ງາຍ​ງານ​ວຽກ​ງານ​ລັດ​ຖະ​ບານ

​ໂດຍ: ທ່ານ​ເວິ່ນ​ເຈ່າຍ​ປາວ,ນາ​ຍົກ​ລັດ​ຖະ​ມົມ​ນ​ຕີ​ຈີນ​ຢູ່​ທີ່ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ໃນ​ວັນ​ທີ 5 ມີ​ນາ 2013

ຮຽນ: ບັນ​ດາທ່ານ​ຜູ້​ແທນ​ທີ່​ນັບ​ຖື,  

ດຽວ​ນີ້,ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ໃນ 5 ປີ​ທີ່​ຜ່ານ​ມາ​ຕໍ່​ກອງ​ປະ​ຊຸມ,ແລະ​ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ວຽກ​ງານ​ໃນ​ປີ​ນີ້,ຂໍ​ໃຫ້​ບັນ​ດາ​ຜູ້​ແທນຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ ແລະ ​ຂໍໃຫ້​​ກຳ​ມະ​ການ​ສ​ະພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.
 
    Ⅰ ທົບ​ທວນ​ຄືນ​ວຽກ​ງານ​ໃນ ​5 ປີ​ທີ່​ຜ່ານ​ມາ

ໃນ5ປີ​ທີ່​ຜ່ານ​ມາ​ຄື​ນັບ​ແຕ່ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ11ມາ​ນີ້​ແມ່ນ​ໄລ​ຍະ5ປີ​ທີ່​ບໍ່​​ແມ່ນ​ເລື່ອງ​ງ່າຍ​ພໍ​ປານ​ໃດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ປະ​ເທດ​ຈີນພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ມື​ກັບ​ຜົນ​ກະ​ທົບ​ອັນ​ໜັກ​ໜ່ວງ​ທີ່​ມາ​ຈາກວິ​ກິດ​ການ​ການ​ເງິນ​ສາ​ກົນ, ເຮັດ​ໃຫ້​ເສດ​ຖ​ະ​ກິດໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມ​ຄວນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ໄດ້​ເພີ່ມ​ຂຶ້ນ​ຈາກ 2 ໝື່ນ 6600 ຕື້ຢວນ​ຂຶ້ນ​ຮອດ 5 ໝື່ນ 1900 ຕື້ຢວນ, ຊຶ່ງ​​ເປັນ​ອັນ​ດັບທີ 2 ຂອງ​ໂລກ; ລາຍ​ຮັບທາງ​ດ້ານ​ການ​ເງິນ​ສາ​ທາ​ລະ​ນະ​ໄດ້​ເພີ່ມ​ຂຶ້​ນ​ຈາກ 5100 ຕື້ຢວນ​ຂຶ້ນ​ຮອດ 1 ໝື່ນ 1700 ຕື້ຢວນ; ​ລວມທັງ​ໝົດ​ແລ້ວ,ຜູ້ປະ​ກອບ​ອາ​ຊີບ​ທີ່​ເພີ່ມ​ໃໝ່​ໃນ​ຕົວ​ເມືອງໄດ້​ມີ​ເຖິງ 58 ລ້ານ 7 ແສນ​ຄົນ, ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ທີ່​ສ​າ​ມາດ​ຈັບ​ຈ່າຍ​ໄດ້​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ໄດ້​ເພີ່ມ​ຂຶ້ນ 8,8% ຕໍ່​ປີ, ລາຍ​ໄດ້​ສຸດ​ທິ​ຄິດ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ເຂດ​ຊົນ​ນະ​ບົດ​ໄດ້​ເພີ່ມ​ຂຶ້ນ 9,9% ຕໍ່​ປີ; ​ຜົນ​ຜະ​ລິດ​ທັນ​ຍາ​ຫານ​ໄດ້​ເພີ່ມ​ຂຶ້ນ​ເປັນປີ​ທີ 9 ຕິດ​ຕໍ່​ກັນ. ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ສຳ​ຄັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ເສດ​ຖ​ະ​ກິດ​ແບບ​​ເປີດ​ກວ້າງໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ການ​ສ້າງ​ປະ​ເທດ​ແບບ​ຫົວ​ຄິດປະ​ດິດ​ສ້າງ​​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃໝ່, ວຽກ​ງານ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ, ໂຄງ​ການ​ສຳຫຼວດດວງ​ຈັນ,​ ເຮືອດຳ​ນ້ຳເລິກ​ບັນ​ທຸກ​ຄົນ, ລະ​ບົບ​ນຳ​ທາງຜ່ານດາວ​ທຽມ​ເປີຍ​ໂຕ,​ ຊຸບ​ເປີຄອມ​ພິວ​ເຕີ, ທາງ​ລົດ​ໄຟ​ທີ່​ມີຄວາມ​ໄວ​ສູງ​ແລະ​ວຽກ​ງານ​ດ້ານ​ອື່ນໆ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ກຳປັ່ນ​ບັນ​ທຸກ​ເຮືອ​ບິນລຽວ​ນິງ ​ຊຶ່ງ​ເປັນ​ກຳປັ່ນ​ບັນ​ທຸກ​ເຮືອ​ບິນ​ລຳ​ທຳ​ອິດ​ໄດ້​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ. ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​, ງານກິລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ​ແລະ​ງານ​ວາງ​ສະ​ແດງ​ໂລກ​ຊຽງໄຮ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ຮັບ​ໄຊ​ຊະ​ນະ​ໃຫ​ຍ່​ໃນ​ການ​ຕ້ານ​ໄພ​ພິບັດ​ທາງທຳ​ມະ​ຊາດທີ່​ຮ້າຍ​ແຮງ​ຕ່າງໆ ​ພ້ອມ​ດ້ວຍ​ການ​ພັດ​ທະ​ນາ​ຄືນ​ໃ​ໝ່ຫຼັງ​ໄພພິບັດ​ ເປັນ​ຕົ້ນ​ແມ່ນແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ເວິ້ນ​ສວນ, ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ຢູ້ຊູ້, ​ດິນ​ພູ​ເຈື່ອນ​ຮ້າຍ​ແຮງໂຈ່ວ​ສີ່ແລະ​ອື່ນໆ. ກຳ​ລັງ​ການ​ຜະ​ລິດ​ໃນ​ສັງ​ຄົມ​ແລະ​ກຳ​ລັງ​ສັງ​ລວມ​ຂອງ​ຊາດ ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົ​ນ​ແລະ​ລະ​ດັບ​ການ​ປະ​ກັນ​ສັງ​ຄົມ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ຖາ​ລະ​ບົດ​ບາດ​ໃນ​ສາ​ກົນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ພວກ​ເຮົາ​ ໄດ້​ເຮັດຫຼ້ອນໜ້າ​ທີ່​ຕາມ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 11 ຢ່າງ​ສຳ​ເລັດ​ຜົນ, ແລະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 12 ໄປ​ດ້ວຍ​ດີ. ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ດ້ານ​ຕ່າງໆ​ຄື​ເສດ​ຖະ​ກິດ,ການ​ເມື່ອງ,ວັດ​ທະ​ນະ​ທຳ,ສັງ​ຄົມ,ອາ​ລິຍະ​ທຳ​ດ້ານ​ຊີ​ວະ​ພາບ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫ​ຍ່ຫຼວງ, ໄດ້​ຂຽນ​ໜ້າ​ປະ​ຫວັດ​ສາດ​ໃໝ່​ແຫ່ງ​ການສ້າງ​ສາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

   ວຽກ​ງານ​ຕົ້ນ​ຕໍ​ພ້​ອມ​ດ້ວຍ​ຈຸດ​ພິ​ເສດ​ໃນ5ປີ​ທີ່​ຜ່ານ​ມາ

⑴ ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມ​ຄວນ. ໃນ 5 ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ມື​ກັບ​ຜົນ​ກະ​ທົບ​ອັນ​ໜັກ​ໜ່ວງ​ຈາ​ກວິ​ກິດ​ການ​ການ​ເງິນ​ສາ​ກົນ​ຢ່າງ​ຕໍ່​ເນື່ອງ, ພວກ​ເຮົາ​ໄດ້​ຮັບ​ມື​ຢ່າງ​ທຸ່ນ​ທ່ຽງ​ແລະ​ປັບ​ປຸງ​ຈຸດ​ສຸມ​ແຫ່ງ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ​ຢ່າງ​ທັນ​ການ, ວາງ 10 ມາດ​ຕະ​ການ​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ພາຍ​ໃນ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມ​ຄວນ​ຕື່ມ​ອີກ. ເພີ່ມ​ການ​ລົງ​ທຶນ 4000 ຕື້ຢວນ​ພ​າຍ​ໃນເວ​ລາ​ສອງ​ປີ, ໃນ​ນັ້ນ, ງົບ​ປະ​ມານການ​ເງິນ​ສູນ​ກາງມີ ​1260 ຕື້ຢວນ, ຕົ້ນ​ຕໍ​ແມ່ນ​ໃຊ້​ເຂົ້າ​ໃນ​ການ​ກໍ່​ສ້າງ​ໃນ​ດ້ານ​ຕ່າງໆ​ ​ເປັນ​ຕົ້ນ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ເຮືອນ​ຢູ່​ນະ​ໂຍ​ບາຍ, ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ, ພື້ນ​ຖານ​ໂຄງ​ລ່າງ, ວຽກ​ງານ​ຕ່າງໆ​ໃນ​ສັງ​ຄົມ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ການ​ປະ​ດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ອື່ນໆພ້ອມ​ດ້ວຍ​ການ​ພັດ​ທະ​ນາ​ຄືນ​ໃໝ່ຫຼັງ​ໄພ​ທຳ​ມະ​ຊາດ.

   ພວກ​ເຮົາ​ເອົາ​ໃຈ​ໃສ່​ມາ​ໂດຍ​ຕະຫຼອດ​ ຕໍ່ການ​ແກ້​ໄຂ​ບັນ​ຫາ​ການ​ພົວ​ພັນ​ລະ​ຫວ່າງ​ການ​ເຮັດ​ໃຫ້​ເສດ​ຖ​ະ​ກິດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ ​ແລະ​ໄວ​ສົມ​ຄວນ, ປັບ​ປຸງ​ອົງ​ປະ​ກອບ​ເສດ​ຖະ​ກິດ​ກັບ​ການ​ຄຸ້ມ​ຄອງ​​ໄພ​ເງິນ​ເຟີ້, ​ເຮັດ​ໃຫ້​ນະ​ໂຍ​ບາຍ​ມະ​ຫາ​ພາກມີ​​ການເບິ່ງກວ້າງມອງ​ໄກ, ມີ​ວິ​ທະ​ຍາ​ສາດ​ແລະ​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຂຶ້ນກວ່າ​ເກົ່າ, ເອົາ​ໃຈ​ໃສ່​ໃນ​​ການ​ກຳ​​ທິດ​ທາງ,ຄວາມ​ເຂັ້ມ​ງວດ​ແລະ​ຈຸດ​ສຸມ​ຂອງ​ນະ​ໂຍ​ບາຍ. ໃນປີ 2012 ຜ່ານ​ມາ,ພາຍ​ໃຕ້​ສະ​ພາບ​ທີ່​ເສດ​ຖະ​ກິດ​ຂອງບັນ​ດາອົງ​ກອນ​ເສດ​ຖະ​ກິດ​ໃຫ​ຍ່​ຂອງ​ໂລ​ກ ​ເຕີບ​ໂຕ​ຊ້າ​ລົງ​ໂດຍ​ທົ່ວ​ໄປ​ແລະ​ຄວາມ​ສ່ຽງ​ຕ່າງໆ​ປະ​ກົດ​ອອກ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ, ພວກ​ເຮົາ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຕົ້ນ​ຕໍ​ທີ່​ກຳ​ນົດ​ໄວ້​ໃນ​ຕົ້ນ​ປີ, GDP ເພີ່ມ​ຂຶ້ນ 7,8%, ຜູ້​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ​ເພີ່ມ​ຂຶ້ນ 12 ລ້ານ 6 ແສນ 6 ໝື່ນ​ຄົນ,​ ຕົວ​ເລກ​ດັດ​ຊະ​ນີລາ​ຄາ​ຜູ້​ຊົມ​ໃຊ້ຫຼືCPIໄດ້ຫຼຸດ​ລົງ​ຄືນ​ເຖິງ2,6%, ຊຶ່ງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປີ​ນີ້.

   ໃນ ​5 ປີ​ທີ່​ຜ່ານ​ມາ,​ ເວົ້າ​ໃນ​ດ້ານ​ລວມ​ແລ້ວ, ເສດ​ຖ​ະ​ກິດ​ມະ​ຫາ​ພາກ​ຂອງ​ຈີນ​ໄດ້​ຮັກ​ສາ​ທ່າ​ອ່ຽງ​ທີ່​ດີ​ຄືຈັງ​ຫວະ​ການ​ເຕີບ​ໂຕ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ໄວ​ສົ​ມ​ຄວນ​,ລາ​ຄາ​ສິນ​ຄ້າ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ທຽບ​ຖານ, ຜູ້​ປະ​ກອບ​ອາ​ຊີບ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ຄ່ອຍໆ​ມີ​ຄວາມ​ດຸນ​ດ່ຽງ​ຂຶ້ນ.ສະ​ເລ່ຍ​ແລ້ວ GDP ໄດ້​ຮັບ​ການເຕີບ​ໂຕ9,3%ຕໍ່​ປີ,ສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ໂລກ ​ແລະ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ຈະ​ເລີນໃໝ່​ໃນ​ໄລ​ຍະ​ເວ​ລາ​ດຽວ​ກັນ​ຢ່າງ​ຈະ​ແຈ້ງ, ອັດ​ຕາ​​ເງິ​ນ​ເຟີ້​ຕ່ຳ​ກວ່າ​ອົງ​ກອນ​ເສດ​ຖະ​ກິດ​ທີ່ຈະ​ເລີນໃໝ່ອື່ນໆ. ເສດ​ຖ​ະ​ກິດ​ຂອງຈີນພວກ​ເຮົາ​ແມ່ນ​ໄດ້​ຮັບ​ການພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ.

     ⑵ ເລັ່ງລັດ​ປັບ​ປຸງ​ອົງ​ປະ​ກອບ​ເສດ​ຖະ​ກິ​ດ,ຍົກ​ສູງ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ຍຶດ​ໝັ້ນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ພາຍ​ໃນ, ຄວາມ​ຕ້ອງ​ການ​ພາຍ​ໃນ​ໄດ້​ກວ​ມ​ອັດ​ຕາ​ສ່ວນ​ໃນ​ກ​ານ​ເຕີບ​ໂຕ​ທາງ​ເສດ​ຖ​ະ​ກິດ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ອັດຕາ​​ຂອງ ການ​ໄດ້​ປ​ຽບ​ດຸນການ​ຄ້າ​ຂອງ​ລາຍ​ການ​ປົກ​ກະ​ຕິ​ທີ່​ກວມເອົາGDPນັ້ນ​ ໄດ້ຫຼຸດ​​ຈາກ10,1%ລົງ​ຮອດ2,6%.

     ⑶​ວຽກ​ງານ​ກ່ຽວ​ກັບ​ກະ​ສິ​ກຳ​,ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​ໄດ້​ຮັບ​ການ​ພັດທະນາ​ເປັນ​ຢ່າງ​ດີ​ແລະ​ຕໍ່​ເນື່ອງ, ປັບ​ປຸງ​ແລະ​ເພີ່ມ​ທະ​ວີ​​ພື້ນ​ຖານ​ຂອງ​ກະ​ສິ​ກຳ​ໃຫ້​ໝັ້ນ​ຄົງ​ຕື່ມ​ອີກ.

   ໃນ​ຂະ​ນະ​ທີ່​ລົງ​ເລິກ​ພັດ​ທະ​ນາ​ການ​ຫັນ​ເປັນອຸດ​ສາ​ຫະ​ກຳ, ຫັນ​ເປັນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ຫັນ​ເປັນ​ຕົວ​ເມືອງນັ້ນ​ ພວກ​ເຮົາ​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສ​ະ​ໄໝ​ຂອງ​ກະ​ສິ​ກຳ, ສຸມ​ກຳ​ລັງ​ເຮັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຈຳ​ນວນ​ໜຶ່ງ ​ທີ່​ກ່​ຽວ​ພັນ​ເຖິງ​ການ​ພັດ​ທະ​ນາກະສິກຳ​ແລະ​ຊົນ​ນະ​ບົດ​ໃນ​ໄລຍະ​ຍາວ, ຕິດ​​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຂອງ​ຊາວ​ກະ​ສິ​ກອນ. ໄດ້​ເພີ່ມ​ງົບ​ປະ​ມານ​ເຂົ້າ​ໃນ​ວຽກ​ງານ​ດ້ານ​ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ, ​ລວມທັງ​ໝົດ​ແລ້ວ,ການ​ເງິນ​ສູນ​ກາງ​ໄດ້​ໃຊ້​ງົບ​ປະ​ມານ4470ຕື້ຢວນ, ຊຶ່ງ​ສະ​ເລ່ຍ​ແລ້ວເພີ່​ມ​ຂຶ້ນ23,5%ຕໍ່​ປີ.

⑷ ຍຶດ​ໝັ້ນ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ວຍ​​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ສຶກ​ສາ, ເພີ່ມ​ຄວາມ​ສາ​ມາດ​ໃຈ​ກາງ​ໃນ​ການ​ຄ້ຳ​ຊູ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ.

   ໃຫ້​ບູ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ສຶກ​ສາ. ໃນ5ປີ​ທີ່​ຜ່ານ, ລັດ​ຖະ​ບານ​ໄດ້​ໃຊ້ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ທັງ​ໝົດ7790ຕື້ຢວນ, ສະ​ເລ່ຍ​ແລ້ວ ເພີ່ມ​ຂຶ້ນ 21,58% ຕໍ່​ປີ. ປີ2102, ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ໄດ້​ກວມGDPເຖິງ4%. ລັດ​ໄດ້​ເພີ່ມ​ເງິນ​ທຶນ​,ກຳ​ລັງ​ຄົນແລະ​ວັດ​ຖຸ​ດ້ານ​ການ​ສຶກ​ສາ​ໄປ​ໃຫ້​ເຂດ​ຊົນ​ນະ​ບົດ,ເຂດ​ຫ່າງ​ໄກ​ສອກຫຼີກ,ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ເຂດ​ທຸກ​ຍາກ​ໃຫ້ຫຼາຍ​ຂຶ້ນ, ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຈະ​ແຈ້ງ​ໃນ​ດ້ານ​ຄວາມ​ຍຸດ​ຕິ​ທຳ​ດ້ານ​ການ​ສຶກ​ສາ.

ອອກ​ແຮງ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່ຢ່າງ​ເປັນ​ເຈົ້າ​ຕົນ​ເອງ. ໃນ 5 ປີ​ທີ່​ຜ່ານ​ມາ, ການ​ເງິນ​ສູນ​ກາງ​ໄດ້​ໃຊ້​ງົບ​ປະ​ມານທັງ​ໝົດ 872 ຕື້ 900 ລ້ານຢວນ, ຊຶ່ງສະ​ເລ່ຍ​ແລ້ວ​ເພີ່ມ​ຂຶ້ນຫຼາຍກວ່າ18%ຕໍ່​ປີ.

ລົງ​ເລິກ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ວຍຖານະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ຖັນ​ແຖວ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດດ້ານ​ຕ່າງໆ​ ໂດຍ​ມີ​ຈຸດ​ສຸມ​ຄື​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ລະ​ດັບ​ສູງແລະ​ຜູ້​ມີ​ສີມືລະ​ດັບ​ສູງ​, ຜູ້​ມີ​ຄວາມ​​ຮູ້​ດ້ານ​ວິ​ຊາ​ການ​ໄດ້​ເພີ່ມ​ຂຶ້ນ8ລ້ານ6ແສນ​ຄົນ,ຜູ້​ມີ​​ສີ​ມືລະ​ດັບສູງ​ໄດ້​ເພີ່ມ​ຂຶ້ນ8ລ້ານ8ແສນ​ຄົນ, ຜູ້​ທີ່​​​ຮຽນຈົບ​ຈາກ​ຕ່າງ​ປະ​ເທດ​ແລ້ວ​ກັບ​ຄືນ​ປະ​ເທດ​ມີ​ເຖິງ5ແສນ4ໝື່ນ​ຄົນ.

ອອກ​ແຮງ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງວຽກ​ງານດ້ານວັດ​ທະ​ນະ​ທຳ. ລະ​ບົບ​ເຄືອ​ຂ່າຍ​ສິ່ງກໍ່​ສ້າງວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ​ ທີ່​ປົກ​ຄຸມ​ຕົວ​ເມື​ອງແ​ລະ​ຊົນ​ນະ​ບົດ​ໄດ້​ສ້າງ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ,ຫໍ​ພິ​ພິດ​ທະ​ພັນ,ຫໍ​ສະ​ໝຸດ,ຫໍ​ວັດ​ທະ​ນະ​ທຳຫຼື​ສູນ​ວັດ​ທະ​ນະ​ທຳ​ໄດ້​ເປີດ​ການ​ບໍ​ລິ​ການ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ຢ່າງ​ຮອບ​ດ້ານ.

⑸ ຍຶດ​ໝັ້ນ​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ຖາ​ນະ​ອັນ​ດັບ​ໜຶ່ງ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

ພວກ​ເຮົາ​ຖື​ການ​ປະ​ກອບ​ອາ​ຊີບ​ເປັນ​ວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ, ເຮັດ​ໃຫ້​ສະ​ພາບ​ການ​ປະ​ກອບ​ອາ​ຊີບ​ຮັກ​ສາ​ທ່າ​ອ່ຽງ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ. ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ຢ່າງ​ຮອບ​ດ້ານ, ສ້າງ​ລະ​ບຽບ​ການວ່າ​ດ້ວຍ​ການ​ປະ​ກັນໄພ​ດ້ານ​ການ​ລ້ຽງ​ຊີບ​ຍາມ​ເຖົ້າ​ແກ່​ໃນ​ເຂດ​ຊົນ​ນະ​ບົດ​ແບບ​ໃໝ່​ແລະ​ລະ​ບຽບ​ການ​ປະ​ກັນໄພ​ດ້ານ​ການ​ລ້ຽງ​ຊີບ​ໃນ​ຍາມ​ເຖົ້າ​ແກ່​ຂອງ​ຕົວ​ເມືອງ, ລະ​ບຽບ​ການ​ປະ​ກັນໄພ ​ດ້​ານ​ການ​ລ້ຽ​ງ​ຊີບ​ໃນ​ຍາມ​ເຖົ້າ​ແກ່​ຂັ້ນ​ພື້ນ​ຖານ​ໃນ​ຊົນ​ນະ​ບົດ​ແລະ​ຕົວ​ເມືອງ​ໄດ້​ປົກ​ຄຸມ​ທົ່ວ​ປະ​ເທດ. ລົງ​ເລິກ​ການ​​ປະ​ຕິ​​ຮູບ​ໂຄງ​ປະ​ກອບ​ສາ​ທາ​ລະ​ນະ​ສຸກ, ສ້າງ​ລະ​ບຽບການ​ຮ່ວມ​ມືປິ່ນ​ປົວ​ພະ​​ຍາດ​​ແບບ​ໃໝ່​ໃນ​ຊົນ​ນະ​ບົດ​ແລະ​ລະ​ບຽບການ​ປະ​ກັນໄພ ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ, ລະ​ບົບ​ຮັບປະ​ກັນ​ການ​ປິ່ນ​ປົວ​ຂັ້ນ​ຖື້ນ​ຖານ​ຂອງ​ປະ​ຊາ​ຊົນທົ່ວ​ປະ​ເທດ ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ຂັ້ນ​ພື້ນ​ຖານ. ໄດ້ສ້າງ​ແລະ​ບູ​ລະ​ນະ​ລະ​ບຽບການ​ເຮືອນ​ຢູ່​ນະ​ໂຍ​ບາຍ​ໃນ​ຕົວ​ເມື​ອງ​ໃຫ້​ສົ​ມ​ບູນ​ຂຶ້ນ, ເຊິ່ງລະ​ບຽບ​ການດັ່ງ​ໄດ້​ໄດ້​ປົກ​ຄຸມ​ຂອບ​ເຂດກວ້າງ​ອອກ​ເປັນ​ກ້າວໆ,ຮອດ​ທ້າຍ​ປີ2012ໄດ້​ບັນ​ລຸ​ເຖິງ12,5%.

⑹  ລົງ​ເລິກ​ການ​ປະ​ຕິ​ຮູບ​ໃນຂົງ​ເຂດ​ທີ່ສຳ​ຄັນ, ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ມີ​ຊີ​ວິດ​ຊີ​ວາຫຼາຍ​ຂຶ້ນ. ພວກ​ເຮົາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່ສຳ​ຄັນ​ໃນ​ຂົງ​ເຂດ​ສຳ​ຄັນ​ຈຳ​ນວນ​ໜຶ່ງ.

⑺ ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ຍົກ​ລະ​ດັບ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ​ໃຫ້​ສູງ​ຂຶ້ນຢ່າງ​ຮອບ​ດ້ານ.

ຄິດ​ສະ​ເລ່ຍ​ແລ້ວ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ໄດ້​ເພີ່ມ​ຂຶ້ນ 12,2% ຕໍ່​ປີ, ຊຶ່ງ​ມີ​ຖາ​ນະ​ສູງ​ຂຶ້ນ​ຈາກ​ອັນ​ດັບ​ທີ 3 ຂອງ​ໂລກ​ຂຶ້ນ​ເປັນອັນ​ດັບທີ 2, ໃນ​ນັ້ນ,ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ໄດ້​ກ້າວ​ຂຶ້ນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.5ປີ​ທີ່​ຜ່ານ​ມາ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​​ຕົວ​ຈິງ​ເຖິງ552ຕື້800ລ້ານ​ໂດ​ລາ,ອົງ​ປະ​ກອບ​ແລະ​ສະ​ພາບ​ການ​ຈັດ​ວາງ​ໃນ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ ໄດ້​ຮັບ​ການ​ປັບ​ປຸງ​ໃດ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ຄຸນ​ນະ​ພາບ​ແລະ​ລະ​ດັບ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ກໍ່​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ໄດ້ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເພດ​ຕ່າງໆ​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ແລະ​ເຮັດ​ທຸ​ລະ​ກິດ​ຂ້າມ​ຊາດ, ການ​ລົງ​ທຶນ​ໂດຍ​ກົງທີ່​ບໍ່​ແມ່ນປະ​ເພດ​ການ​ເງິນ​ຕໍ່​ຕ່າງ​ປະ​ເທດ​​​ໄດ້​ເພີ່ມ​ຂຶ້ນ​ຈາກ 24 ຕື້ 800 ລ້ານໂດ​ລາ​ໃນ​ປີ 2007 ຂຶ້ນ​ຮອດ 77 ຕື້ 200 ລ້ານ​ໂດ​ລາ​ໃນ​ປີ 2012, ສະ​ເລ່ຍ​ແລ້ວ ​ເພີ່ມ​ຂຶ້ນ 25,5% ຕໍ່​ປີ, ​ຈີນ​ໄດ້​ເຂົ້າ​ສູ່​ຖັນ​ແຖວ​ປະ​ເທດ​​ໃຫ​ຍ່​ດ້ານ​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ. ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ໄດ້​ເປັນ​ກຳ​ລັງ​ອັນ​ແຂງ​ແຮງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ພ້ອມ​ດ້ວຍ​ການ​ປັບ​ປຸງ​ອົງ​ປະ​ກອບເສດ​ຖະ​ກິດຂອງ​ຈີນ​ໃຫ້​ດີ​ຂຶ້ນ, ໄດ້​ຮັບ​ເອົາ​ເຕັກ​ນິກ​ທີ່​ກ້າວ​ກ້າວ​ແລະ​ບົດ​​ຮຽນ​ດ້ານ​ການ​ຄຸ້ມ​ຄອງ, ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ໃຫ້ຫຼາຍ​ຂຶ້ນແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ແລະ​ຍັງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ໃຫ້​ເສ​ດ​ຖະ​​ກິດ​ໂລກ​ຟື້ນ​ຕົວ​ດີ​ຂຶ້ນ.

⑻ ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ລັດ​ຖະ​ບານ​ຢ່າງ​ແທ້​ຈິງ,  ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບການ​ບໍ​ລິ​ຫານ​ຕື່ມ​ອີກ.

ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອົງ​ການ​ລັດ​ຖະ​ບານ, ສ້າງ​ຕັ້ງ​ຂອບ​ໂຄງ​ປະ​ກອບ​ກະ​ຊວງ​ໃຫ​ຍ່​ທີ່​ມີ​ພາ​ລະ​ບົດ​ບາດ​ເປັນ​ເອ​ກະ​​ພາບ​ໃນ​ເບື້ອງ​ຕົ້ນ. ພວກ​ເຮົາ​ຍຶດ​ຖື ຫຼັກ​ມາດ​ຖ​ານ​ພື້ນ​ຖານ ​ໃນ​ການ​ປະ​ຕິ​ບັດ​ວ​ຽກ​ງານ​ລັດ​ຖະ​ບານ​ມາໂດຍ​ຕະ ຫຼອດ​ຄື: ​​ສ້າງ​ນະ​​ໂຍ​ບາຍ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ແລະ​ປະ​ຊາ​ທິ​ປະ​ໄຕ, ຍຶດ​ໝັ້ນ​ປະ​ຕິ​ບັດ​ການ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ, ຊຸກ​ຍູ້​ການ​ເປີດ​ເຜີຍ​ວຽກ​ງານ​ຂອງ​ລັດ, ​ບູ​ລະ​ນະ​ລະ​ບຽບ​ການ​ຕິດ​ຕ​າມກວດ​ກາ​ໃຫ້​ສົມ​ບູນ​ຂຶ້ນ ແລະ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ການປົກ​ຄອງ​ບໍ​ລິ​ຫານ​ຢ່າງ​ປອດ​ໃສ​ຂາວ​ສະ​ອາດ​. ໄດ້​ໃຊ້​ມາດ​ຕະ​ການ​ໃໝ່​ຕ່າງໆ ​ໃນ​ດ້ານການ​ເຮັດ​ໃຫ້​ການ​ໃຊ້​ສິດ​ອຳ​ນາດ​​ເປັນ​ລະ​ບຽບ​ແບບ​ແຜນ, ກໍ່​ສ້າງ​ລັດ​ຖະ​ບານ​​ແບບ​ບໍ​ລິ​ການ,ລັດ​ຖະ​ບາ​ນີ່ມີ​ຄວາມ​ຮັບ​ຜິດ​ຊອບ, ລັດ​ຖະ​ບານ​ທີ່ປົກ​ຄອງ​ຕາມ​ກົດ​ໝາຍ ແລະ ລັດ​ຖະ​ບານ​ທີ່​ປົກ​ຄອງ​ຢ່າງ​ປອດ​ໄສ​ຂາວ​ສະ​ອາດ.

ບັນ​ດາ​ຜູ້​ແທນ​ທີ່​ນັບ​ຖື!

ໃນ5ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​​ປະ​ຕິ​ບັດ​ຕາມກົດ​ໝາຍ​ວ່າ​ດ້ວຍ​​ການ​ປົກ​ຄອງ​ຕົນ​ເອງ​ຂອງເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​, ປະ​ຕິ​ບັດ​ນະ​ໂຍ​ບາຍ​ກ່ຽວ​ກັບ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຢ່າງ​ຮອບ​ດ້ານ. ຕັ້ງ​ໜ້າ​ຜັນ​ຂະ​ຫ​ຍາຍ​ນະ​ໂຍ​ບາ​ຍກ່ຽວ​ກັບວຽກ​ງານ​​ຊາວຈີນ​ຕ່າງ​ດ້າວ. ໄດ້​ສ້າງ​ສະ​ພາບ​ໃໝ່​ໃນ​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​, ວຽກ​ງານ​ກ່ຽວ​ກັບ​ຮົງ​ກົງ​,ມາ​ເກົ໋າແລະ​ໄຕ້​ຫວັນ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຕື່ມ​ອີກ.

ວຽກ​ງານການ​ຕ່າງ​ປະ​ເທດ​ຮອບ​ດ້ານ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ​​ໃໝ່. ພວກ​ເຮົາໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ປະ​ເທດ​ໃຫ​ຍ່​ຕ່າງໆ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ປະ​ເທດ​ອ້ອມ​ຂ້າງ, ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ຢ່າງ​ສຳ​ເລັດ​ຜົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ກົນ​ໄກ​ການຮ່ວມ​ມື​ລະ​ດັບ​ພາກ​ພື້ນ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ​ອົງ​ການ​ຮ່ວມ​ມື​ຊ​ຽງ​ໄຮ, ລົງ​ເລິກ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ກັບ​ປະ​ເທດ​ ທີ່​ພວມ​ພັດ​ທະ​ນາ​ທັງຫຼາຍ, ຕັ້ງ​ໜ້າ​ເຂົ້າຮ່ວມ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ທົ່ວ​ໂລກ​ເປັນ​ຕົ້ນ​ແມ່ນ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາ​ກົນ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ ອາ​ກາດແລະ​ອື່ນໆ, ຊຸກ​ຍູ້​ການ​ແກ້​ໄຂບັນ​ຫາ​ຈຸດ​ສຸມ​ໃນ​ສາ​ກົນ​ແລະ​ພາ​ກ​ພື້ນ, ​ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປະ​ຕິ​ຮູບ, ການ​ພັດ​ທະ​ນາ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ພວກເຮົາ, ແລະໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ,ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

 ບັນ​ດາ​ຜູ້​ແທນ​ທີ່​ນັບ​ຖື!

​ຜົນ​ສຳ​ເລັດໃນ​ 5 ປີ​ຜ່ານ​ມາ​ແມ່ນ​ໄດ້​ມາ​ດ້ວຍ​ຄວາມ​ຫຍັງ​ຍາກລຳ​ບາກນາໆ​ປະ​ເທດ. ນີ້​ແມ່ນ​ຜົນ​ສຳ​ເລັດ​ ພາຍ​ໃຕ້​ການ​ກຳ​​ສະ​ພາບ​ລວມ​ແລະ​ການ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ສູນ​ກາງ​ພັກ, ແມ່ນ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ຈາກ​ຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ແລະ​ບາກ​ບັ່ນ​ສູ້​ຊົນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​​ໃນ​ທົ່ວ​ປະ​ເທດ​ແລະ​ທົ່ວ​ພັກ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ, ຕໍ່​ພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ​ຕ່າງໆ, ຕໍ່​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ່າງໆ​ແລະ​ບຸກ​ຄົນ​ວົງ​ການ​ອື່ນໆ, ຕໍ່ລັດ​ຖະ​ບານ​ບັນ​ດາ​ປະ​ເທດ,ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ເພື່ອນ​ມິດ​ປະ​ເທດ​ຕ່າງໆ.

ພວກ​ເຮົາ​​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ, ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຍັງ​ມີ​ຄວາມ​ຂັດ​ແຍ່ງ​ແລະມີ​ບັນ​ຫາ​ບໍ່​ໜ້ອຍ, ຕົ້ນ​ຕໍ​ແມ່ນ: ບັນ​ຫາ​ທີ່ການ​ພັດ​ທະ​ນາ​ບໍ່​ດຸນ​ດ່ຽງ,ບໍ່​ກົມ​ກຽວ​ກັນ​ແລະ​ບໍ່​ຍືນ​ຍົງນັ້ນ​​ຍັງ​​ເປັນ​ບັນຫາ​ທີ່ພົ້ນ​ເດັ່ນ​ຢູ່; ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​​ຄວາມ​ກົດ​ດັນທີ່ເສດ​ຖະ​ກິດ​ເຕີບ​ໂຕ​ຊ້າ​ລົງ ​ກັບ ​ຄວາມ​ສາ​ມາດ​ການ​ຜະ​ລິດ​ເຫຼືອ​ເຟືອ​ໂດຍ​ຖຽບ​ຖາ​ນນັ້ນ​ໄດ້​ຮຸນ​ແຮງ​ຂຶ້ນໜ້ອຍ​ໜຶ່ງ; ບັນ​ຫາ​ທີ່​ຕົ້ນ​ທຶນ​ການ​ຜ​ະລິ​ດ​ແລະ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດເພີ່ມ​ຂຶ້ນ ​ແລະການ​ຂາດ​ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ແມ່ນ​ມີ​ຢູ່​ພ້ອມ​ກັນ; ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ລາຍ​ຮັບ​ດ້ານ​ການ​ເງິນທີ່​ເພີ່​ມ​ຂຶ້ນ​ຊ້າ​ລົງ​ ກັບ ​ລາຍ​ຈ່າຍ​ອັນ​ຈຳ​ເປັນ​ຂອງ​ລັດ​ທີ່ເພີ່ມ​ຂຶ້ນ​ນັ້ນ​ໄດ້​ພົ້ນ​ເດັ່ນ​ຂຶ້ນ; ຂົງ​ເຂດ​ການ​ເງິນ​ມີ​ຄວາມ​ສ່ຽງ​ທີ່​ແຝງ​ຊ້ອນ​ຢູ່; ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ບໍ່​ສົມ​ເຫດ​ສົມ​ຜົນ, ພື້ນ​ຖານ​ກະ​ສິ​ກຳ​ຍັງ​ອ່ອນ​ແອ​ຄື​ເກົ່າ, ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ຊັບ​ພະ​ຍາ​ກອນ​ແລະສິ່ງ​ແວດ​ລ້ອມ​ນັ້ນນັບ​ມື້​ນັບຮຸນ​ແຮງ​ຂຶ້ນ; ຄວາມຫຼຸດ​ໂຕນ​ກັນ​ດ້ານ​ການ​ພັດ​ທະ​ນາ​ລະ​ຫວ່າງ​ຕົວ​ເມື​ອງ​ກັບ​ຊົນ​ນະ​ບົດ​, ​ລະ​ຫວ່າງເຂດ​ແຄວ້ນແລະ​ໃນ​ດ້ານ​ການ​ແບ່ງ​ປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ຍັງ​​ເປັນ​ບັນຫາ​ທີ່​ໜັກ​ໜ່ວງ; ຄວາມ​ຂັດ​ແ​ຍ່ງ​ໃນ​ສັງ​ຄົມ​ເພີ່​ມຫຼາຍ​ຂຶ້ນຢ່າງ​ຈະ​ແຈ້ງ, ຍັງ​ມີ​ບັນ​ຫາ​ບໍ່​ໜ້ອຍ​ທີ່​ກ່ຽວ​ພັນ​ກັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນເຊິ່ງ​ຕ້ອງ​ໄດ້​ທຳ​ການແກ້​ໄຂ, ​ເປັນ​ຕົ້ນ​ແມ່ນ: ການ​ສຶກ​ສາ,ການ​ປະ​ອບ​ອາ​ຊີບ,ການ​ປະ​ກັນ​ສັງ​ຄົມ,ການ​ປິ່ນ​ປົ​ວ​ພະ​ຍາດ,ເຮືອນ​ຢູ່,ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ,ຄວາມ​ປອດ​ໄພ​​ດ້ານ​ອາ​ຫານ​ແລະ​ຢຸ​ກຢາ,ຄວາມ​ປອດ​ໄພ​ດ້ານ​ການ​ຜະ​ລິດ,ຄວາມ​ສະ​ຫງົ​ບ​ທາງ​ສັງ​ຄົມ​ແລະ​ອື່ນໆ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ຍັງ​ມີ​ຄວາມ​ຫ​ຍຸ້ງ​ຍາກ; ມີຫຼາຍ​ອຸ​ປະ​ສັກ​ດ້ານ​ໂຄງ​ປະ​ກອບ​ແລະ​ກົນ​ໄກ​ທີ່​ຜູ​ກ​ມັດ​ການ​ພັດ​ທະ​ນາ​​ຢ່າງ​ມີ​ວິ​ທະ​ຍາ​ສາດ; ການ​ຫັນ​ປ່ຽນ​ພາ​ລະ​ບົດ​ບາດ​ຂອງ​ລັດ​ຖະ​ບານ​ຍັງ​ປະ​ຕິ​ບັດ​ບໍ່​ເຖິງ​ຖອງ, ໃນ​ບາງ​ຂົງ​ເຂດ​ມັກ​ເກີດມີ​ສະພາບ​ການ​ສໍ້​ບາດ​ບັງຫຼວງ​ເລື້ອຍໆ. ໃນບັນ​ຫາ​ເຫຼົ່າ​ນີ້, ມີ​ບາງ​ບັນ​ຫາ​ແມ່ນ​​ໄດ້ສະ​ສົມ​ມາ​ເປັນ​ໄລ​ຍະເວ​ລາ​ຍາ​ວ​ນານ, ມີ​ບາງ​ບັນ​ຫາ​ແມ່ນ​ປະ​ກົດ​ອອກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ມີ​ບາງ​ບັນ​ຫາ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ຂໍ້​ຂາດ​ຕົກ​ບົກ​ຜ່ອງໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ. ພວກ​ເຮົາ​ຕ້ອງ​ມີ​ນ້ຳ​ໃຈ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​ປະ​ເທດຊາດ​ແລະ​ປະ​ຊາ​ຊົນ,ຕ້ອງພະ​ຍາ​ຍາມຫຼາຍຂຶ້ນກວ່າ​ເກົ່າ​ເພື່ອ​ປະ​ຕິ​ບັດ​ດ​ວຽກ​ງານ​ໃຫ້​ດີ, ເລັ່ງ​ລັດ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້, ເດັດ​ຂາດ​ຈະ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ.
 
Ⅱ ຄວາມ​ຮຽກ​ຮ້ອງ​ລວມ, ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ເກິດ​ສັງ​ຄົມ​ແລະນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກໃນ​ປີ​ນີ້.

ການ​ພັດທະນາ​ຂອງ​ປະ​ເທດ​ພວກ​ເຮົາ ​ຍັງ​ຢູ່​ໃນ​ໄລຍະ​ທີ່​ມີ​ໂອກາດ​ຍຸດ​ທະ​ສາດ​ອັນ​ສຳຄັນ​ທີ່​ສາມາດ​ສ້າງ​ຜົນງານ​ອັນ​ຍິ່ງ​ໃຫຍ່,​ ໃນ​ດ້ານ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ໄດ້​ມີ​ເງື່ອນ​ໄຂ​ທີ່​ດີ​ແລະ​ປັດ​ໄຈ​ອັນ​ຕັ້ງຫນ້າ​ຢ່າງ​ຫລວງຫລາຍ, ​​ແຕ່​ກໍ່​ປະ​ເຊີນ​ໜ້າກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ບໍ່​ຫນ້ອຍ. ວິ​ກິດ​ການ​ການ​ເງິນ​ສາກົນ ​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ເລິກ​ເຊິ່ງອອກ​ມາ​ຢ່າງ​ຕໍ່​ເນື່ອງ,​ເສດຖະກິດ​ໂລກ​ທີ່​ຈະ​ຟື້ນ​ຕົວ​ນັ້ນ​ ຍັງ​ມີຄວາມ​ບໍ່​ແນ່ນອນ​ແລະ​ບໍ່​ຫມັ້ນທ່ຽງ​ຫລາຍ​ຢ່າງ. ພວກ​ເຮົາຄວນ​ເບິ່ງ​ໃນ​ດ້ານ​ທີ່​ຕັ້ງຫນ້າ​ຂອງ​ສະຖານະ​ການ, ມີ​ຄວາມ​ຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ,​ ແຕ່​ກໍ່​ຄວນ​ເບິ່ງ​ຄວາມ​ສັບສົນ​ຂອງ​ສະຖາ ນະ​ການ,​ເພີ່ມ​ທະ​ວີສະຕິ​ເປັນ​ຫ່ວງ​ເປັນ​ໃຍແລະ​ມີ​ຄວາມສະດຸ້ງ​ໄວ, ​ພ້ອມ ທັງ​ເຮັດວຽກຢ່າງ​ເອົາ​ຈິງ​ເອົາ​ຈັງ​ໃຫ້​ດີ.
 
ຄວາມ​ຮຽກ​ຮ້ອງ​ໂດຍ​ລວມ​ຂອງວຽກ​ງານ​ໃນ​ປີນີ້​ແມ່ນ: ຖື​ການ​ຍົກ​ສູງ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ເປັນ​ໃຈ​ກາງ, ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ປະ​ຕິ​ບັດ​ຍຸດ​ທະ​ຍາດ​ທີ່​ຖື​ການ​ປະ​ດິດ​ສ້າງ​ໃໝ່​ເປັນ​ແມ່​ແຮງ, ຊຸກ​ຍູ້​ການກໍ່​ສ້າງ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມແລະ​ອາ​ລິ​ຍະ​ທຳ​ຊີ​ວະ​ພາບ​ສັງ​ຄົມ​ນິ​ຍົມ​ຢ່າງ​ຮອບ​ດ້ານ, ບັນ​ລຸ​ໃຫ້​ເສດ​ຖະ​ກິດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໄສ, ແລະ​ເຮັດ​ໃຫ້​ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ​ແລະ​ກົມ​ກຽວ​ກັນ.

   ເປົ້າ​ໝາຍຕົ້ນ​ຕໍ​ໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັ​ງ​ຄົມ​ປີ​ນີ້​ແມ່ນ: ​ເຮັດ​ໃຫ້ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື​GDPເພີ່ມ​ຂຶ້ນ​ປະ​ມານ7,5%, ການ​ພັດ​ທະ​ນາ​ມີ​ຄວາມປະ​ສານກົມ​ກຽວ​ກັນຫຼາຍ​ຂຶ້ນຕື່ມ,ຕົວ​ເລກ​ດັດ​ຊະ​ນີ​ລາ​ຄາ​ຜູ້​ຊົມ​ໃຊ້​ເພີ່ມ​ຂຶ້ນ​ປະ​ມານ 3,5%, ຜູ້​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ​ເພີ່ມ​ຂຶ້ນຫຼາຍກວ່າ 9 ລ້ານ​ຄົນ, ​​ເຮັດ​ໃຫ້ອັດ​ຕາ​ຫວ່າງ​ງານ​ທີ່​ຂຶ້ນ​ທະ​ບຽນໃນ​ຕົວ​ເມືອງຕ່ຳ​ກວ່າ4,6%,ລາຍ​ໄດ້​ຕົວ​ຈິ​ງສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ໃນ​ຕົວ​ເມືອງແລະ​ຊົນະ​ນະ​ບົດ​ເພີ່ມ​ຂຶ້ນ​ໄປ​ຕາມ​ຈັງ​ຫວະດຽວ​ກັນ​ຂອງ​ການ​ເຕີບ​ໂຕ​ທາງດ້ານ​ເສດ​ຖະ​ກິດ, ລາຍ​ໄດ້​ຂອງ​ຜູ້​ອອກ​ແຮງ​ງານ​ເພີ່ມ​ຂຶ້ນ​ໄປ​ພ້ອມ​ກັບ​ການ​ຍົກ​ສູງ​ຂຶ້ນ​ຂອງ​ປະ​ສິດ​ທິ​ຜົນ​​ໃນການ​ອອກ​ແຣງ​ງານ,ສະ​ພາບ​ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນຕື່ມ​ອີກ.

ກ່ຽວກັບເປົ້າຫມາຍຂອງການເຕີບໂຕດ້ານເສດຖະກິດ. ດ້ານຫນຶ່ງຕ້ອງ ສືບຕໍ່ກຳ​​ແຫນ້ນ​ໂອກາດ, ຊຸກ​ຍູ້​ການ​ພັດທະນາ. ອີກ​ດ້ານ​ຫນຶ່ງ, ຕ້ອງ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ທັດສະນະ​ພັດທະນາ​ຕາມ​ຫລັກ​ວິທະຍາສາດ ຢ່າງ​ແທ້​ຈິງ, ນຳພາ​ດ້ານ​ຕ່າງໆ​ວາງ​ຈຸດສຸມດ້ານ​ວຽກ​ງານ​ໄວ້​ຢູ່​ໃນການ​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ​ແລະ​ປັບປຸງ​ອົງ​ປະກອບ​ເສດຖະກິດ, ການ​ຍົກ​ຄຸນ​ນະພາ​ບ​ແລະ​ປະສິທິພາ​ບ​ຂອງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃຫ້​ສູງ​ຂຶ້ນ​, ຊຸກ​ຍູ້ໃຫ້​ເສດ​ຖະກິດໄດ້​ຮັບ​ການ​ພັດທະນາ​ຢ່າງ​ປອດ​ໃສ. ​ເມື່ອ​ພິຈາລະນາ​ຢ່າງຮອບ​ຄອບ​ແລ້ວ,​ເຫັນ​ວ່າ, ການ​ກຳນົດ​ເປົ້າ​ຫມາຍ​ເຕີບ​ໂຕ​ທາງເສດຖະກິດ​ຂອງ​ປີ​ນີ້​ໃຫ້​ຢູ່​ໃນ​ລະຫວ່າງ​ 7,5%​ ​ແມ່ນ​ຈຳ​ເປັນ​ແລະ​ເຫມາະ​ສົມ, ການ​ບັນລຸ​ເປົ້າ​ຫມາຍ​ນີ້​ຮຽກຮ້ອງ​ໃຫ້​ມີການ​ທຳ​ຄວາມ​ພະຍາຍາມ​ຜ່ານ​ຜ່າ​ດ້ວຍ​ຄວາມລຳບາກ​ຫຍຸ້ງຍາກ.

ກ່ຽວ​ກັບ​ລະດັບ​ລວມຂອງ​ລາຄາ​ສິນຄ້າ. ການ​ຮັກສາ​ໃຫ້​ລະດັບລວມ ຂອງ​ລາຄາ​ສິນຄ້າ​ໃຫ້ຫມັ້ນທ່ຽງໂດຍ​ພື້ນ​ຖານ ​ແມ່ນ​ເປົ້າ​ຫມາຍ​ສຳຄັນ​ຂອງ​ການ​ດັດສົມ​ຄວບ​ຄຸມມະຫາ​ພາກ​ມາ​ໂດຍ​ຕະຫລອດ. ການ​ທີ່​ຄວບ​ຄຸມ​ຕົວ​ເລກ​ດັດ​ຊະ​ນີ​​ລາຄາ​ຜູ້ບໍລິ​ໂພ​ກ​ໃຫ້​ຢູ່​ລະຫວ່າງ 3,5% ​ແມ່ນ​ໄດ້​ພິຈາລະນາ​ຈາກ​ປັດ​ໄຈ​​ໃນດ້ານ​ຕ່າງໆ​ຢ່າງ​ເຕັມ​ສ່ວນ. ຕ້ອງ​ຮັບປະກັນ​ການ​ສະຫນອງ​ສິນຄ້າ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ, ​ເຮັດ​ໃຫ້ການ​ຈໍລະ​ຈອນ​​ສິນຄ້າ​ມີ​ຄວາມ​ລົ່ງ​ລ່ຽນ, ຫລຸດ​ຕົ້ນ​ທຶນ​ຂອງ​ການຈໍລະ​ຈອນ​ສິນຄ້າ​ໃຫ້​ຫນ້ອຍ​ລົງ, ​ເພີ່ມ​ທະວີ​ການ​ຕິດຕາມ​ລາຄາ​ໃນ​ຕະຫລາດ, ຮັບປະກັນ​ໃຫ້​ລາຄາ​ສິນຄ້າ​ມີ​ຄວາມ​ຫມັ້ນທ່ຽວ​ໂດຍ​ລວມ.

ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິ​ນທີ່​ຕັ້ງຫນ້າ. ອັນ​ທີ 1 ​ແມ່ນ​ເພີ່ມ​ຈຳນວນ​ຂຸມການ​ເງິນ ​ແລະ ​ຈຳນວນ​ພັນທະບັດ​​ຂອງ​ລັດໃຫ້​ຫລາຍ​ຂຶ້ນ​ຢ່າງ​ເຫມາະ​ສົມ. ປີ​ນີ້, ມີ​ແຜນຈະ​ໃຫ້​ມີ​ຂຸມ​ການ​ເງິນ 1200 ຕື້​ຢວນ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ​ກາຍ 400 ຕື້​ຢວນ,​ໃນ​ນັ້ນ, ຂຸມການ​ເງິນ​ສູນ​ກາງ​ແມ່ນ 850 ຕື້​ຢວນ, ພິມ​ຈຳຫນ່າຍ​ພັນທະບັດ​ແທນ​ທ້ອງ​ຖີ່​ນໃນຈຳນວນ 350 ຕື້​ຢວນ. ​ເມື່ອ​ໄດ້​​ເພີ່ມ​ຂຸມການ​ເງິນ​ປີ​ນີ້​ແລ້ວ, ອັດຕາ​ຂຸມ​ການ​ເງິນ​ມີ​ປະມານ 2%, ​​ໂດ​ຍລວມ​ແລ້ວ​ແມ່ນຢູ່​ໃນ​ລະດັບ​ປອດ​ໄພ​. ອັນ​ທີ 2 ​ແມ່ນ​ປັບປຸງ​ນະ​ໂຍບາຍ​ຫລຸດ​ພາສີ​ອາ​ກອນແບບ​ອົງ​ປະກອບ​ໃຫ້​ສົມບູນ​ໂດຍ​ສົມທົບກັບ​ການ​ປະ​ຕິ​ຮູບ​ລະ​ບຽບ​ການສ່ວຍ​ສາ​ອາ​ກອນ. ຈຸດ​ສຸມ​ແມ່ນ​ເລັ່ງລັດ​​ຊຸກ​ຍູ້ວຽກ​ງານ​ທົດລອງການ​ປ່ຽນ​ອາ​ກອນທຸລະ​ກິດ​ໃຫ້​ຫັນ​ເປັນ​ອາ​ກອນ​ມູນ​ຄ່າ​ເພີ່ມ​. ອັນ​ທີ​ 3 ​ແມ່ນ​ອອກ​ແຮງ ປັບປຸງ​ອົງ​ປະກອບ​ລາຍ​ຈ່າຍດ້ານ​ການ​ເງິນ​ໃຫ້​ດີ​ຂຶ້ນ. ສືບຕໍ່​ເພີ່ມ​ທະ​ວີ​ລາຍ​ຈ່າຍ​ດ້ານ​ການ​ເງິນ​ໃນ​ຂົງ​ເຂດ​ທີ່​ພົວພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ຂົງ​ເຂດ​ທີ່​ອ່ອນ​ແອ​ຄື: ການ​ສຶກສາ, ການ​ປິ່ນ​ປົວ​ພະ​ຍາດແລະ​ສາທາ ລະນະ​ສຸກ, ການ​ປະກັນ​​ສັງຄົມ​ແລະ​ອື່ນໆ, ຄວບ​ຄຸມ​ລາຍ​ຈ່າຍ​ດ້ານ​ບໍລິຫານ​ແລະ​ລາຍການ​ປົກກະຕິ​ອື່ນໆ​ຢ່າງ​ເຂັ້ມ​ງວດ, ​ເຮັດ​ວຽກຕ່າງໆ​ຢ່າງ​ປະຢັດ ມັດຖະ​ຍັດ. ອັນ​ທີ 4 ​ແມ່ນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ຫນີ້​ສິນ​ຂອງ​ອົງການ​ປົກຄອງ​ທ້ອງ​ຖີ່​ນ.

ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນ​ຕາ​ທີ່​ຫມັ້ນທ່ຽງ. ອັນ​ທີ 1 ​ແມ່ນ​ສ້າງ​ຂອບ​ນະ​ໂຍບາຍ​ມະຫາ​ພາກ​ທີ່​ລະອຽດຮອບ​ຄອບໃຫ້​ສູງຂຶ້ນ, ​ເສີມ​ຂະຫຍາຍ​ບົດບາດ​ດັດສົມ​ແບບ​ຕ່າວ​ປີ້ນ​ໄລ​ຍະ​ຂອງ​ນະ​ໂບບາຍ​ເງິນຕາ. ກຳ​ນົດເປົ້າ​ໝາຍ​ເພີ່ມ​ຂຶ້ນຂອງ​ເງິນຕາ​ໃນ​ຄວາມ​ໝາຍກວ້າງ(ຄືM2)ໃນ​ລະ​ຫວ່າງ 13%. ອັນ​ທີ 2 ​ແມ່ນ​ຊຸກ​ຍູ້​ການຈັດ​ສັນ​ຊັບພະຍາກອນດ້ານ​ການ​​ເງິນ​ແລະ​ການ​ທະນາຄານ​ໃຫ້​ດີ​ຂຶ້ນ​ຕື່ມ. ຊຸກ​ຍູ້​ໃຫ້​ສະ​ຖາ​ບັນ​ການ​ເງິນເພີ່ມ​ທະວີ​ການ​ສະຫນັບສະ​ຫນູນ​ການ​ປັບປຸງ​ອົງ​ປະກອບ​ເສດຖະກິດ​ ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ພັນ​ເຖິງ​ຊົນນະບົດ, ກະສິກຳ​ແລະ​ຊາວ​ກະສິກອນ, ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ,​ແລະ​ຂະ​ແຫນງ​ການຈະ​​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ. ​ເປີດ​ກວ້າງ​ຊ່ອງ​ທາງ​ລ​ະ​ດົມ​ເງິນ​ທຶນ​ຂອງ​ເສດຖະກິດ​ຕົວ​ຈິງ, ຫລຸດ​ຕົ້ນ​ທຶນ​ໃນ​ການ​ລະ​ດົມ​ທຶນ​ຂອງ​ເສດຖະກິດ​ຕົວ​ຈິງ​ໃຫ້​ຫນ້ອຍ​ລົງ. ອັນ​ທີ 3 ​ແມ່ນ​ຮັບປະກັນ​ບໍ່​​ໃຫ້​ເກີດ​ຄວາມ​ສ່ຽງ​ດ້ານ​ການ​ເງິນພາຍ​ໃນ​ລະບົບ​ຫລື​ພາກ​ພື້ນ.
 
Ⅲ ຂໍ້​ສະ​ເຫ​ນີທີ່​ມີ​ຕໍ່​ວຽກ​ງານ​ຂອງ​ລັດຖະບານ​ໃນ​ປີ​ນີ້        

1, ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດໃຫ້​ໄວ​ຂຶ້ນ, ຊຸກ​ຍູ້​ເສດຖະກິດໃຫ້​ໄດ້​ຮັບ​ການພັດທະນາ​ຢ່າງ​ປອດ​ໃສແລະ​ຕໍ່​ເນື່ອງ. ຜົນງານ​ທຸກ​ຢ່າງ​ທີ່​ປະ​ເທດ​ພວກເຮົາ​ໄດ້​ຮັບ​ ໃນ​ການ​ສ້າງສາ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄຫມ​ລ້ວນ​ແຕ່​ແມ່ນ​ ຢູ່​ບົນ​ພື້ນຖານ​ທີ່​ພັດທະນາ​​ເສດ​ຖະ​ກິດຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ, ​ຖ້າເສດຖະກິດ​ບໍ່ໄດ້​ຮັບ​ການ​ພັດທະນາ, ວຽກ​ງານ​ທຸກ​ຢ່າງ​ກໍ່​ຈະ​ດຳ​ເນີນ​ໄປ​ບໍ່​ໄດ້. ສະພາບ​ແຫ່ງ​ຊາດ​ອັນ​ພື້ນຖານ​ທີ່​ປະ​ເທດ​ພວກ​ເຮົາ​ຍັງ​ຢູ່​ໃນ​​ໄລຍະ​ຕົ້ນ​ຂອງ​ສັງຄົມ​ນິຍົມ​ເປັນ​ເວລາ​ດົນ​ນານນັ້ນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ, ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງຄວາມ​ຕ້ອງການ​ດ້ານ​ວັດຖຸ​ແລະ​ວັດທະນະທຳ​ຂອງ​ປະຊາຊົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນກັບ​ການ​ຜະລິດ​ຂອງ​ສັງຄົມ​ທີ່​ຫລ້າຫລັງ​ຍັງ​ແມ່ນ​ຄວາມ​ຂັດ​ແຍ່ງທີ່​ສຳຄັນ​ໃນ​ສັງຄົມນັ້ນ​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ, ຖານະຂອງ​ຈີນ​ໃນ​ສາກົນ​ທີ່​ເປັນ​ປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ນັ້ນ​ກໍ່​ບໍ່​ມີ​ການ​ປ່ຽນ​ແປງ, ການ​ພັດທະນາ​ຍັງ​ແມ່ນ​ຂໍ​ກະ​ແຈ​​ໃນ​ການແກ້​ໄຂ​ບັນຫາທຸກ​ຢ່າງ​ຂອງ​ປະ​ເທດ​​ພວກເຮົາ. ຕ້ອງ​ຍຶດຫມັ້ນ​ຖື​ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ສຸມ​ຈິດ​ສຸມ​ໃຈ​ເຂົ້າ​ໃນ​ການ​ສ້າງສາ, ​​ແລະ​ສະ​ແຫວ​ງ ຫາ​ການ​ພັດທະນາ​ດ້ວຍ​ຄວາມສສາມັກຄີ​ເປັນນນ້ຳໜຶ່ງ​ໃຈດຽວ.

ຕ້ອງ​ຍຶດຫມັ້ນຖື​ການ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ ເປັນ​ທິດ​ທາງ​ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ເສດຖະກິດ​ໃນ​ໄລ​ຍະ​ຍາວ​ນານ, ​ເສີມ​ຂະ​ຍາຍ​ບົດບາດ​ພື້ນຖານ​ຂອງ​ການ​ບໍລິ​ໂພ​ກ​ ແລະ ​ບົດບາດ​ສຳຄັນ​ຂອງ​ການ​ລົງທຶນ, ຕ້ອງ​ຜ່ອນ​ຍານ​​ເງື່ອນ​ໄຂ​ທີ່​ໃຫ້​ເອ​ກະ​ຊົນ​ໄປລົງທຶນ​ເຂົ້າ​ໃນ​ຕະຫລາດ ຕື່ມ​ອີກ, ​ກະ​ຕຸກຊຸກຍູ້​ຄວາມ​ມີ​ຊີ​ວິ​ດ​ຊີ​ວາຂອງ​ການ​ລົງທຶນ​ຂອງ​ເອ​ກະ​ຊົນ.

ຕ້ອງ​ອອກ​ແຮງ​ຊຸກ​ຍູ້​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ,​ ເລັ່ງ ລັດ​ການ​ປັບປຸງ​ອົງ​ປະກອບ​ຂອງ​ອຸດ​ສາ​ຫະ​ກຳ​ໃຫ້​ໄວ​ຂຶ້ນ. ຕ້ອງ​ເລັ່ງປັບ​ປຸງ ​ແລະ​ຍົກ​ລະດັບ​ຂອງ​ອຸດ​ສາ​ຫະ​ກຳ​​ແບບ​ເກົ່າດັ້ງ​ເດີມ, ອອກ​ແຮງ​ພັດທະນາ​ອຸດ​ສາ​ຫະ​ກຳວິທະຍາສາດ​ເຕັກນິກ​ສູງ​ແລະ​ໃຫມ່, ຍົກ​ຄຸນ​ນະພາ​ບ​ແລະ​ກຳລັງ​ການ​ແຂ່ງຂັນ​ໃນ​ຕະຫລາດຂອງ​ຜະລິດ​ຕະພັນໃຫ້​ສູງ​ຂຶ້ນ.

ຕ້ອງ​ຕອບ​ສະຫນອງ​ຄວາມ​ປາຖະຫນາ​ຂອງ​ປະຊາຊົນ​ ທີ່​ມີ​ຕໍ່ສິ່ງ​ແວດ​ລ້ອມ​ດຳລົງ​ຊີວິດ​ອັນ​​ຈົບງາມ, ອອກ​ແຮງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ອາ​ລິ​ຍະ​ທຳ ດ້ານ​ຊີວະ​ພາບ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ. ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ກ່ຽວ​ພັນ​ເຖິງ​ຄວາມຜາສຸກ​ຂອງ​ປະຊາຊົນ, ກ່ຽວ​ພັນ​ເຖິງລູກຫຼານ​ແລະ​ອະນາຄົດ​ຂອງ​​ປະຊາ​ຊາດ​ຈີນ. ຕ້ອງ​ຍຶດຫມັ້ນນະ​ໂຍບາຍ​ແຫ່ງ​ຊາດ​ທີ່​ປະຢັດຊັບພະຍາ ກອນ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ອອກ​ແຮງ​ຊຸກ​ຍູ້​ການ​ພັດທະນາ​ແບບສີ​ຂຽວ, ແບບຫມູນວຽນ​ແລະ​ແບບລະບາຍ​ກາກບອນ​ຕ່ຳ. ​ໃຊ້​ມາດ​ຕະການ​ຕົວ​ຈິງ​ເພື່ອ​ປ້ອງ​ກັນ​ແລະ​ປົວ​ແປງ​​ສິ່ງມົນ​ລະ​ພິດ, ຊຸກ​ຍູ້​ການ​ຫັນປ່ຽນ​ຮູບ​​ການ​ຜະລິດ​ແລະ​ຮູບ​ການ​ດຳ​ລົງ​ຊີວິດ, ຕັດ​ສິນ​ໃຈ​​​ແກ້​ໄຂ​ບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ທີ່​ພົ້ນ​ເດັ່ນ​​ເຊັ່ນ:​ອາກາດ, ນ້ຳ​ແລະ​ດິນເປັນ​ຕົ້ນ, ​ເຊິ່ງ​ເປັນ​ບັນຫາ​ທີ່​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ປະຊາຊົນ, ​ປັບ​ປຸງ​ຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ, ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ, ​ໃຫ້​ປະຊາຊົນ​ໄດ້​ເຫັນ​ຄວາມ​ຫວັງ​ດ້ວຍ​ພຶດຕິ​ກຳ​ຕົວ​ຈິງ.

ຕ້ອງ​ສືບ​ຕໍ່​ລົງ​ເລິກ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ລວມຂອງ​ການ​ພັດທະນາ​ພາກ​ພື້ນ, ຊຸກ​ຍູ້​ເສດຖະກິດ​ພາກພື້ນໃຫ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ປະ​ສານ ​ກົມກຽວ​ກັນ.

2, ​ເສີມ​ສ້າງ​ພື້ນຖານ​ຂອງ​ການພັດທະ​ນາ​ກະສິກຳ​ແລະ​ຊົນນະ​ບົດ, ຊຸກ​ຍູ້​ການ​ພັດທະນາ​ຂອງ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ.​

ຫລາຍ​ປີ​ມໍ່ໆ​ມາ​ນີ້​ ແມ່ນ​ໄລຍະ​ທີ່​ກະສິກຳ​ຂອງ​ປະ​ເທດພວກ​ເຮົາໄດ້​ຮັບ​ການ ​ພັດທະນາ​ໄວ​ທີ່​ສຸດ, ພາບ​ພົດ​ຂອງ​ຊົນນະບົດ​ໄດ້​ມີ​ການປ່ຽນ​ແປງ​ໄວ​ທີ່​ສຸດ​ແລະ​ຊາວ​ກະສິກອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ທີ່​ສຸດ. ປັດຈຸບັນ, ຈຸດ​ສຸມ​ແລະ​ຈຸດ​ຫຍຸ້ງ​ຍາກຂອງ​ການ​ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ນັ້ນ ຍັງ​ແມ່ນ​ຢູ່​ຊົນ​ນະ​ບົດ. ຕ້ອງ​ຍຶດຫມັ້ນຖື​ການ​ແກ້​ໄຂ​ບັນຫາ​ຊົນນະບົດ,ກະສິກຳ​ແລະ​ຊາວ​ກະສິກອນ​ໃຫ້​ດີ​ ເປັນ​ຈຸດ​ສຸມ​ທີ່​ສຳຄັນ​ໃນ​ວຽກ​ງານ​ທຸກ​ດ້ານ,ນີ້​ເປັນ​ຂໍ້ສະຫລຸບ​​ບົດຮຽນ​ປະຫວັດສາດຢ່າງ​ມີ​ຫລັກ​ວິທະຍາສາດ, ​ແມ່ນ​ແນວ​ຄິດ​ຊີ້​ນຳ​​​​ໃນ​ໄລຍະ​ຍາວ​ນານ. ລະບຽບ​ການ​ທີ່​ດິນ​ຂອງ​ຊົນນະບົດ​ກ່ຽວ​ພັນ​ເຖິງ​ສະ​ຖຽນ​ລະ​ພາບຂອງ​ຊົນນະບົດ,​ ແລະ​ກໍ່​ກ່ຽວ​ພັນ​ເຖິງການ​ພັດທະນາ​​ໃນ​ໄລຍະ​ຍາວ​ນານ​ຂອງ​ຈີນ,ເຊິ່​ງຈຸດ​ໃຈ​ກາງ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດ ດ້ານ​ຊັບ​ສິນ​ຂອງ​ຊາວ​ກະສິກອນ, ພື້ນຖານຕ່ຳສຸດ​ແມ່ນ​ຕ້ອງ​ຮັບປະກັນ​ທີ່​ດິນ​ປູກຝັງ​ທີ່​ມີ​ເນື້ອ​ທີ່​ກວ້າງ 1200 ລ້ານ​ເຮັກຕາບໍ່ໃຫ້ຫຼຸດລົງ. ຕ້ອງສືບຕໍ່ ເພີ່ມງົບປະ​ມານໃນດ້ານການພັດທະນາຊົນນະບົດ, ກະສິກຳແລະຊາວກະສິ ກອນ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງ​ແລະ​ການ​ກໍ່ສ້າງ​ລະບົບ​ບໍລິ ການສາທາລະນະ​ພື້ນຖານ​ຂອງ​ຊົນນະບົດ, ຊຸກ​ຍູ້​ການ​ພັດທະນາ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ. ສ້າງ​ຖັນ​ແຖວ​ການ​ຜະລິດ​ແລະ​ທຸລະ​ກິດ​ດ້ານ​ກະສິກຳ​ໃຫ້​ຫມັ້ນທ່ຽງ, ຕັ້ງຫນ້າ​ອົບຮົມ​ຊາວ​ກະສິກອນ​ແບບ​ໃຫມ່.

ການ​ຫັນ​ຊົນ​ນະ​ບົດເປັນ​ຕົວ​ເມືອງ​ແມ່ນ​​ໄປ​ຄຽງ​ຄູ່ກັບ​ການ​ສ້າງສາ​ກະສິກຳ​ຢ່າງ​ທັນ​ສະ​ໄຫມ. ຕ້ອງ​ເຄົາລົບ​ກົດ​ເກນ​ນອກ​ຕົວ​ຂອງ​ການ​ຫັນ​ເປັນ​ຕົວ​ເມືອງ, ຕັ້ງຫນ້າ​ຊຸກ​ຍູ້​ການ​​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ປອດ​ໃສ​ແລະ​ຫມັ້ນທ່ຽງ.

3, ຖື​ການ​ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ ຂຶ້ນ​​ເປັນ​ຈຸດ​ສຸມ, ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ດ້ານ​ວັດທະ ນະທຳ​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ​ຢ່າງຮອບດ້ານ.

 ​ເມື່ອ​ໄດ້​ທຳ​ຄວາມ​ພະຍາ ຍາມ​ຢ່າງ​ບໍ່​ລົດ​ລະ, ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ ​​ໄດ້​ມີ​ລັກສະນະ​ປະ​ສານກົມກຽວ​ກັນ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ປັດຈຸບັນ, ອົງ​ປະກອບ​ທາງ​ສັງຄົມ, ຮູບ​​ການຈັດ​ຕັ້ງ​ຂອງ​ສັງຄົມ, ແລະສະຖານະ​ການ​ຜົນ​ປະ​ໂຫຍ​ດ ທາງ​ສັງຄົມ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ຄວາມ​ຂັດ​ແຍ່ງກັນ​ໃນ​ສັງຄົມ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ພວກ​​ເຮົາ​ຕ້ອງ​ຖື​ການ​ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ເປັນ​ຈຸດ​ເລີ່​ມຕົ້ນ​ແລະ​ຈຸດຫມາຍ​ປາຍທາງ​ຂອງ​ວຽກ​ງານ​ທຸກ​ດ້ານ​ຂອງ​ລັດຖະບານ, ​ກຳນົດວຽກ​ງານ​ນີ້​ໄວ້​ຢູ່​ໃນ​ຖານະ​ທີ່​ພົ້ນ​ເດັ່ນ​ກວ່າ​ເກົ່າ, ແລະອອກ​ແຮງ​ເພີ່ມ​ທະວີ​ການ​ສ້າງສາ​ສັງຄົມ.

ຊອກ​ຫາ​ທຸກ​ວິທີ​ໃຫ້​ເພີ່ມ​ການ​ປະກອບ​ອາຊີບ.

ບູລະນະ​ລະບຽບ​ການ​ປະກັນ​ສັງຄົມ​​ໃຫ້​ສົມບູນ.

ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ພັດທະນາ​ວຽກ​ງານ​ປິ່ນ​ປົວ​ພະ​ຍາດ ແລະ​ສາ ທາລະນະ​ລສຸກ.

ປຸບ​ປຸງນະ​ໂຍບາຍ​ປະ​ຊາ​ກອນ ໃຫ້​ຄົບ​ຖ້ວນ​ບໍລິບູນ​ຂຶ້ນ​ຕື່ມ​ເປັນ​ກ້າວໆ. ຍຶດຫມັ້ນນະ​ໂຍບາຍວາງ​ແຜນ​ຄອບ​ຄົວ ​ເຊິ່ງ​ເປັນ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ,​ ເພື່ອ​ສອດ​ຄ່ອງກັບ​ທ່າ​ອ່ຽງ​ການ​ປ່ຽນ​ແປງ​ຂອງ​ຈຳນວນ​​ແລະ​ອົງ​ປະ ກອບດ້ານ​ປະຊາກອນຂອງ​ຈີນ, ຕ້ອງ​ແກ້​ໄຂ​ບັນຫາ​ທາງ​ດ້ານຈຳນວນ, ຄຸນ​​ນະ​ພາບ, ອົງ​ປະກອບ​ແລະ​ການ​ແຈກ​ຢາຍ​ຂອງ​ປະຊາກອນໃຫ້​ດີ, ຊຸກ​ຍູ້​ການ​ພັດທະນາ​ຂອງ​ປະຊາກອນ​ຢ່າງ​ກ້ຳ​ເກິ່ງ​ກັນ​​ໃນ​ໄລຍະເວລາ​ຍາວ​ນານ.

​ເພີ່ມ​ທະວີ​ແລະ​ປະດິດ​ສ້າງ​ການ​ຄຸ້ມ​ຄອງ​ບໍລິຫານ​ທາງ​ສັງຄົມ. ປັບປຸງ​ຮູບ​ການ​​ໃຫ້ການ​ບໍລິການ​ສາທາລະນະ​ຂອງ​ລັດຖະບານ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ທາງ​ສັງຄົມ​ແລະ​ການ​ກໍ່ສ້າງ​ລະບົບ​ການ​ບໍລິການ​ຂອງ​ຮາກ​ຖານ, ສ້າງ​ລະບຽບການ​ປົກຄອງ​ຕົນ​ເອງ​ຂອງ​ຊາວບ້ານ​ໃນ​ຊົນນະບົດແລະ​ລະບຽບການ​ປົກຄອງ​ຕົນ​ເອງ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ, ຮັບປະກັນ​ໃຫ້​ປະຊາຊົນ​ສາມາດ​ນຳ​ໃຊ້​ສິດປະຊາທິປະ​ໄຕ​ໂດຍ​ກົງ​ຕາມ​ກົດຫມາຍ ​ເພື່ອ​ຄຸ້ມ​ຄອງ​ວຽກ​ງານ​ສາທາລະນະ​ແລະ​ວຽກ​ງານ​ສາທາລະນະ​ປະ​ໂຫຍ​ດຂັ້ນ​ຮາກ​ຖານ.ຄວາມ​ປອດ​​ໄພ​ດ້ານ​ອາຫານ​ແລະຢາ​ ແມ່ນ​ບັນຫາ​ພົ້ນ​ເດັ່ນ​ທີ່​ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈ​ສູງ, ຕ້ອງ​ປະຕິ​ຮູບ​ແລະ​ບູລະນະ​ໂຄງ​ປະ​ກອບການ​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ຢາ, ຜັນ​ຂະ​ຫ​ຍາຍຫນ້າ​ທີ່​ຄວາມຮັບຜິດ​ຊອບ​ຕົ້ນ​ຕໍຂອງ​ວິ​ສາ​ຫະກິດ​, ຕ້ອງ​ມີ​ຄວາມ​ເຂັ້​ມງວດ​ໃນ​ການ​ຕິດຕາມ​ກວດກາ​ທົ່ວ​ຂັ້ນ​ຕອນ​ໂດຍ​​​ເລີ່​ມຈາກ​ການ​ຜະລິດເຊິ່ງ​ເປັນ​ແຫຼ່ງ​ກຳ​ເນີ​ດ ຕະຫລອດ​ຮອດ​ການ​ບໍລິ​ໂພກ, ​ເລັ່ງລັດ​ສ້າງ​ລະບົບ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ຢາ​ທີ່​ສອດຄ່ອງ​ກັບ​ສະພາບ​ແຫ່ງ​ຊາດ​, ​ຕາມ​ຫລັກ​ວິທະຍາສາດແລະ​ສົມ​ເຫດ​ສົມ​ຜົນນັ້ນ​ໃຫ້​ໄວ​ຂຶ້ນ, ຍົກ​ລະດັບ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ຢາ​ໃຫ້​ສູງ​ຂຶ້ນ. ​​​ເສີມ​ສ້າງ​ລະບົບ​ຄວາມ​ປອດ​ໄພ​ສາທາລະນະ​ ແລະ​​ ພື້ນຖານ​ການ​ຜະລິດ​ຢ່າງ​ປອດ​ໄພ​ຂອງ​ວິ​ສາ​ຫະກິດ, ປ້ອງ​ກັນ​ບໍ່​ເກີດ​ເຫດການ​ດ້ານ​ຄວາມ​ປອດ​ໄພ​ຢ່າງ​ຫນັກຫນ່ວງແລະ​ຮ້າຍ​ແຮງ​​​ເປັນພິ​ເສດ.

ເພີ່ມ​ທະວີ​ການ​ດັດສົມ​ຄວບ​ຄຸມຕະຫລາດ​ເຮືອນ​ຢູ່​ແລະ​ທີ່​ດິນ ​ແລະ​ການ​ກໍ່ສ້າງ​ໂຄງການ​ເຮືອນ​ນະ​ໂຍ​ບາຍ. ​ໃຫ້​ປະຊາຊົນ​ມີ​ເຮືອນ​ຢູ່​ທີ່​ໄວ້​ໃຈ​ໄດ້​ແລະ​ເພິ່ງ​ພໍ​ໃຈ. ປີ​ນີ້, ​ເຮືອນ​ຢູ່​ນະ​ໂຍບາຍ​ທີ່​ຈະສ້າງ​ສຳ​ເລັດ​ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ​ມີ 4 ລ້ານ 7 ​ແສນ​ຊຸດ, ​ເລີ່​ມສ້າງ​ໃຫມ່ 6 ລ້ານ 3 ​ແສນ​ຊຸດ.

ການ​ສຶກສາ​ແລະ​ວິທະຍາສາດ​ເຕັກນິກ ​ມີ​ບົດບາດ​ລັກສະນະ​ພື້ນຖານ, ລັກສະນະ​ນຳພາ​ແລະ​ລັກສະນະ​ກວມ​ລວມ ໃນ​ການ​ສ້າງສາ​ທັນ​ສະ​ໄຫມ, ວັດທະນະທຳ​ແມ່ນ​ເສັ້ນ​ເລືອດ​ຂອງ​ຊາດ​ແລະ​ເຮືອນຈິດ​ໃຈ​ຂອງ​ປະຊາຊົນ, ສະ​ນັ້ນ ຕ້ອງ​ວາງ​ໄວ້​ຢູ່​​ໃນຖານະ​ຍຸດ​ທະ​ສາດ​ທີ່​ສຳຄັນ​ກວ່າ​ເກົ່າ.

ຕ້ອງ​ອອກ​ແຮງ​ເພີ່ມ​ທະວີ​ການ​ສຶກສາ​ ໃນ​ດ້ານ​ຄຸນສົມບັດ​​ສາ​ທາ​ລະ​ນະ ທາງ​ສັງຄົມ, ຈັນ​ຍາ​ບັນ​ດ້ານ​ອາຊີບ, ຄຸນສົມບັດ​​ໃນ​ຄອບຄົວ​ແລະ​ຄຸນ​ສົມ​ບັດ ຂອງ​ສ່ວນ​ບຸກຄົນ. ຊຸກ​ຍູ້​ການ​ສ້າງ​ລະບົບ​ຊື່​ສັດ​ສຸ​ຈະ​ລິດ, ຊຸກ​ຍູ້​​ເອົາຄວາມ​ຊື່​ສັດ​ສຸ​ຈະ​ລິດດ້ານ​​ກາ​ນ​ວຽກ​ງານ​ການ​ປົກ​ຄອງ ໄປ​ນຳ​ພາ​ຄວາມ​ຊື່​ສັດ​ສຸ​ຈະ​ລິດ ດ້ານ​ການ​ຄ້າ​ແລະ​ດ້ານ​ສັງຄົມ​, ​ເພື່ອ​ຈໍ່​ຕົວ​ເປັນ​ແບບ​ແຜນທາງ​ສັງຄົມ​ທີ່​ດີງາມ.

4, ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ ໄປ​ສູ່​ລວງ​ເລິກ​ດ້ວຍ​ຄວາມ​ກ້າຫານ​ແລະ​ຄວາມ​ສະຫລາດ​ດ້ານ​ການ​ເມືອງ​ທີ່​ໃຫຍ້​ກວ່າ​ເກົ່າ.

ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ ແມ່ນ​ກຳລັງ​ແຮງ​ພື້ນຖານ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ໃຫ້​ປະ​ເທດ​​ໄດ້​ຮັບ​ການພັດທະນາ​​ໃຫ້ກ້າວ​ໄປຂ້າງ​ຫນ້າ. ການ​ປະຕິ​ຮູບ​ຂອງ​ປະ​ເທດ​ພວກ​ເຮົາ​ໄດ້​ເຂົ້າ​ສູ່​ໄລຍະ​ທີ່​ຕ້ອງ​ແກ້ໄຂບັນຫາຫ​ຍຸ້ງ​ຍາກ​ຕ່າງໆ,ຕ້ອງ​ປົດ​ປ່ອຍ​ແນວ​ຄິດ​ຕື່ມ​ອີກ, ຊຸກ​ຍູ້​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​ແລະ​ສັງຄົມ​ຢ່າງ​ຮອບ​ດ້ານ, ​ເພື່ອ​ໃຫ້ການ​ປະຕິ​ຮູບ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.

ຕ້ອງ​ປັບປຸງ​​ໂຄງ​ປະ​ກອບ​ເສດຖະກິດ​ຕະຫລາດ​ສັງຄົມ​ນິຍົມ​ໃຫ້​ສົມບູນ​ຂຶ້ນ​ຕື່ມ. ປັບປຸງ​ແລະ​ພັດທະນາ​ເສດຖະກິດ​ລະບອບ​ກຳມະສິດ​ສ່ວນ​ລວມຢ່າງ​ເດັດ​ດ່ຽວໜຽວ​ແໜ້ນ, ສົ່ງ​ເສີມ, ສະຫນັບ​ສະ​ຫນູນ​ແລະ​​ຊຸກ​ຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ທີ່​ບໍ່​ແມ່ນ​ລະບອບ​ກຳມະສິດ​ສ່ວນ​ລວມ ຢ່າງ​​ເດັດ​ດ່ຽວ​ບໍ່​ໜຽວ​ແໜ້ນ, ​ເພື່ອ​ກາຍ​ເປັນ​ສະພາບ​ແວດ​ລ້ອມ​ດ້ານ​ໂຄງ​ປະ​ກອບທີ່​ໃຫ້​ເສດຖະກິດ​ພາກ​ສ່ວນ​ຕ່າງໆ​ນຳ​ໃຊ້​ປັດ​ໄຈ​ການ​ຜະລິດຢ່າງ​ສະ​ເຫມີ​ພາບ​ກັນ​ຕາມ​ກົດຫມາຍ, ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ຕະຫລາດ​ຢ່າງ​ຍຸດຕິ​ທຳ,​ແລະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດຫມາຍ​ຢ່າງ​ສະ​ເຫມີ​ພາບ​ກັນ.​ ເລັ່ງລັດ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ດ້ານການ​ເງິນແລະ​ສ່ວຍ​ສາ​ອາ​ກອນ, ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ສູນ​ກາງ​ກັບ​ທ້ອງ​ຖີ່​ນ​ໃນ​ດ້ານ​ການ​ເງິນ​ແລະ​ສິດ​​ຕ່າງໆ​ຢ່າງ​ເຫມາະ​ສົມ, ຊຸກ​ຍູ້​ການ​ສ້າງ​ລະບຽບ​ການ​​ສ່ວຍ​ສາ​ອາກອນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ອົງ​ປະກອບ​ແລະ​ຄວາມ​ຍຸດຕິ​ທຳ​ຂອງ​ສັງຄົມ. ລົງ​ເລິ​ກການ​ປະຕິ​ຮູບ​ໂຄງ​ປະ​ກອບ​ດ້ານທະ​ນາ​ຄານ, ບູລະນະ​ລະບົບ​ການ​ທະນາຄານ​​ໃຫ້ທັນ​ສະ​ໄຫມ​ທີ່​ຊຸກ​ຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ຕົວ​ຈິງ​ໃຫ້​ສົມບູນ, ​​ເພື່ອຊຸກ​ຍູ້​ການ​ປະຕິ​ຮູບ​ອັດຕາ​ດອກ​ເບ້ຍ​ແລະ​ອັດຕາ​ແລກປ່ຽນ​ເງິນຕາ​ໃຫ້ເປັນ​ແບບ​ຕະຫລາດ​ຢ່າງ​ຫມັ້ນທ່ຽງ, ​ເປີດ​ກວ້າງ​ຂົງ​ເຂດ​ນຳ​ໃຊ້​ເງິນ​ຢວນຈີນ​ຢູ່​ຕ່າງປະ​ເທດ, ບັນລຸ​ການ​ແລກປ່ຽນ​ເງິນ​ຢວນຈີນ​ໄດ້​ໃນບັນຊີ​ທຶນ​ຮອນ​ຢ່າງ​ເປັນ​ກ້າວໆ. ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ລົງທຶນ​ແລະ​​ລະ​ດົມ​ທຶນ,ຊຸກ​ຍູ້​ການ​ປະຕິ​ຮູບ​ລາຄາ​, ບູ​ລະ​ນະ​ກົນ​ໄກ​ແຫ່ງ​ການ​ກຳ​ນົດລາຄາ​ຂອງ​ຜະລິດ​ຕະພັນ​​ທີ່​ເປັນຊັບພະຍາກອນ​ໃຫ້​ສົມບູນ. ລະບຽບ​ການ​ແບ່ງ​ປັນ​ລາຍ​ຮັບ​ ແມ່ນ​ລະບຽບ​ການ​ພື້ນຖາ​​ນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ແມ່ນ​ພື້ນຖານ​ທີ່​ສຳຄັນ​ຂອງ​ໂຄງ​ປະ​ກອບເສດຖະກິດ​ຕະຫລາດ​ສັງຄົມ​ນິຍົມ. ພວກ​ເຮົາ​ໄດ້​ວາງ​ຄວາມ​ເຫັນ​ບາງຢ່າງ​​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບ​ການ​​ແບ່ງ​ປັນ​ລາຍ​ໄດ້, ຕ້ອງ​ເລັ່ງລັດ​ຄົ້ນຄວ້າ​ແລະ​ຈັດ​ວາງນະ​ໂຍບາຍ​ລະອຽດ​ໃຫ້​ໄວ​ຂຶ້ນ, ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ຂົງ​ເຂດ​ແບ່ງ​ປັນ​ລາຍ​ໄດ້ຢ່າງ​ບັງ​ເກີດ​ຜົນ, ຫລຸດ​ຄວາມຫຼຸດ​ໂຕນ​ກັນ​ດ້ານ​ການ​ແບ່ງ​ປັນ​ລາຍ​ໄດ້​ໃຫ້​ໜ້ອຍ​ລົງ, ​ເຮັດ​ໃຫ້​ຫມາກຜົນ​ຂອງ​ການ​ພັດທະນາ​ສາມາດ​ສ້າງ​ຜົນ​ປະ​ໂຫຍ​ດ ​ໃຫ້ແກ່​ປະຊາຊົນ​ທຸກ​ຖ້ວນ​ຫນ້າ​ໃຫ້ຫລາຍ​ກວ່າ​ເກົ່າ​ແລະ​ຍຸດຕິ​ທຳ​ກວ່າ​ເກົ່າ.

ຕ້ອງ​ຊຸກ​ຍູ້​ການ​ກໍ່ສ້າງ​ລະບົບປະຊາທິປະ​ໄຕ​ແລະການ​ປົກຄອງ​ຕາມ​ກົດຫມາຍ​ສັງ​ຄົມ​ນິ​ຍົມ. ຕ້ອງພັດທະນາ​ປະຊາທິປະ​ໄຕ​ປະຊາຊົນ​ທີ່​ກວ້າງຂວາງ​ກວ່າ​ເກົ່າ, ​ເຕັມ​ສ່ວນ​ກວ່າ​ເກົ່າ​ແລະ​ສົມບູນ​ກວ່າ​ເກົ່າ, ຮັບປະກັນ​ໃຫ້​ປະຊາຊົນ​ມີ​ສິດ​ແລະ​ເສລີພາບ​ຢ່າງ​ກວ້າງຂວາງ​ໂດຍ​ອີງ​ຕາມ​ລະບຽບ ກົດຫມາຍ, ຊຸກ​ຍູ້​ການ​ພັດທະ ນາ​ຂອງ​ຄົນ​ຢ່າງຮອບດ້ານ​. ຕ້ອງຍຶດຫມັ້ນການ​ປົກຄອງ​ປະ​ເທດ​ຕາມ​ກົດຫມາຍ, ​ເຄົາລົບ​ອິດ​ທິພົນ​ຂອງ​ລັດຖະທຳ​ມະນູນ​ແລະ​ກົດຫມາຍ​ຢ່າງ​ເຕັມ​ສ່ວນ, ຮັບປະກັນ​​ໃຫ້ອົງການ​ບໍລິຫານ​​ຂອງ​ລັດສາມາດ​ນຳ​ໃຊ້​ສິດອຳນາດຂອງຕຕົນ​ຕາມ​​ຂອບ​ເຂດ​ສິດ​ອຳ​ນາດ​ແລະຂັ້ນ​ຕອນ​ທີ່​​​ໄດ້ກຳ​ນົດ​​ໄວ້​ຢູ່ໃນ​ກົດ​ໝາຍ​. ຍຶດຫມັ້ນຫັນປ່ຽນ​ບົດບາດ​ຂອງ​ລັດຖະບານ, ສ້າງ​ລັດຖະບານ​ແບບບໍລິ​ການ​ທີ່​ມີ​ບົດບາດ​ຕາມ​ຫລັກ​ວິທະຍາສາດ, ມີ​ອົງ​ປະກອບ​ທີ່​ດີ, ມີ​ປະສິທິພາ​ບສູງ​ໃນ​ການ​ເຮັດ​ວຽກງານ​ແລະມີຄວາມ​ປອດ​ໄສ​ຂາວ​ສະ​ອາດ, ​ແລະ​ປະຊາຊົນ​​ເພິ່ງ​ພໍ​ໃຈ. ຄັດຄ້າ​ການ​ສິ້ນ​ເປືອງ​ຟຸມ​ເຟືອຍ,​ເອົາ​ຊະນະ​ລັດທິ​ຮູບ​ການ​ແລະ​ລັດທິ​ອາດ​ຍາ​ສິດ. ​ໃຫ້​ປະຊາຊົນ​ສາມາດຕິດຕາມ​ກວດ ກາ​ສິດ​ອຳນາດ, ​ປະຕິບັດ​ສິດ​ອຳນາດ​ຢ່າງ​ເປີດ​ເຜີຍ. ຍຶດຫມັ້ນຄັດຄ້ານ​ການ​ສໍ້​ລາດ​ບັງຫຼວງ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ການ​ປົກ​ຄອງ​ແບບ​ປອດ​ໃສ​​ຂາວ​ສະ​ອາດ, ຫັນປ່ຽນ​ສະພາບ​ການ​ ທີ່​ສິດອຳນາດ​ໂຮມ​ສູນ​ເກີນ​ໄປ​ລະ​ເລີຍ​ດ້ານ​ລະບຽບຫຼັກການ,​ ເຮັດ​ເຖິງ​ຂັ້ນ​ທີ່​ເຈົ້າ​ໜ້າ​ທີ່​ມີ​ຄວາມ​ຊື່​ສັດ​ສຸ​ຈະ​ລິດ, ລັດຖະ ບານ​ມີ​ຄວາມ​ບໍລິສຸດຂາວ​ສະ​ອາດ,​ແລະ​ການ​ເມືອງ​ມີ​ຄວາມ​ປອດ​ໃສ.

ຕ້ອງ​ຍຶດຫມັ້ນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ເປັນ​ນະ​ໂຍ ບາຍພື້ນຖານ​ແຫ່ງ​ຊາດ, ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ມີ​ຄວາມ​ຕັ້ງຫນ້າ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ. ຍຶດຫມັ້ນ​ເອົາ​ການ​ຄ້າ​ຂາ​ອອກ​ໃຫ້​ຫມັ້ນທ່ຽງ​ກັບ​ການ​​ເປີດ​ກວ້າງ​ການຄ້າຂາ​ເຂົ້າປະສົມ​ປະສານ​ກັນ, ຊຸກ​ຍູ້​ການ​ຄ້າ​ຕໍ່​ຕ່າງປະ​ເທດຫັນ​ຈາກ​ການ​ເພີ່ມ​ຂຶ້ນ​ດ້ານ​ປະລິມານ​ໄປ​ສູ່​ການ​ມີ​ຄຸນນະພາ​ບ​ແລະ​ປະສິທິຜົນສູງ​ຂຶ້ນ, ຈາກທ່າ​ແຮງໃນ​​ດ້ານ​ຕົ້ນ​ທຶນ​ແລະ​ລາຄາຫັນໄປ​ສູ່​ທ່າ​ແຮງ​ໃນ​ດ້ານ​ການ​ແຂ່ງຂັນ​ໂດຍ​ລວມ, ຊຸກ​ຍູ້​ໃຫ້​ມີທ່າ​ແຮງ​​ໃຫມ່​ໃນ​ການ​ແຂ່ງຂັນ​ການ​ຄ້າ​ຂາ​ອອກ​ທີ່​ຖື​ເຕັກ​ນິກ, ຍີ່​ຫໍ້, ຄຸນ​ນະພາ​ບ​ແລະ​ການ​ບໍລິການ​ເປັນ​ໃຈກາງ. ຍຶດຫມັ້ນ​ເອົາ​ການ​​ເປີດ​ປະຕູ​ສູ່​ປະ​ເທດ​ທີ່​ພັດທະນາ​ແລ້ວ​ກັບ​​ການໄຂ​ປະຕູ​ສູ່​ປະ​ເທດ​ທີ່​ພວມ​ພັດທະນາ​ນັ້ນ​ປະສົມ​ປະສານ​ກັນ, ​ເປີດ​ກວ້າງ​ແລະ​ລົງ​ເລິກ​ຜົນ​ປະ​ໂຫຍ​ດຮ່ວມ​ກັນຂອງ​ຝ່າຍ​ຕ່າງໆ.

ບັນດາ​ຜູ່​ແທນ!

ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຍົກສູງ​ຄັນທຸງ​​ແຫ່ງສັນຕິພາບ, ການ​ພັດທະນາ, ການ ຮ່ວມ​ມື​​ແລະ​ການ​​ໄດ້ຮັບຜົນ​ປະ​ໂຫຍດຮ່ວມກັນ​ໃຫ້​ສູງ​ຂຶ້ນ,​ ເດີນ​ຕາມ​ເສັ້ນທາງ​ແຫ່ງ​ການພັດທະນາ​ໂດຍ​ສັນຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດຫມັ້ນນະ​ໂຍບາຍ​ການ​ຕ່າງປະ​ເທດສັນ​ຕິ​ພາບ​ທີ່​​ເປັນເອກະລາດ,​ເປັນ​ເຈົ້າ​ຕົນ​ເອງ​, ຊຸກ​ຍູ້​ໃຫ້​ໂລກ​ມີ​ສັນຕິພາບ​ຢ່າງຖາວອນ​ແລະ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.

ບັນດາ​ຜູ່​ແທນ!

​ເມື່ອຫວນ​ຄືນ​ອະດີດ, ພວກ​ເຮົາ​ໄດ້​ສ້າງ​ຜົນງານ​ທີ່​ເລີດ​ລ້ຳ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ຈ້ອງ​ມອງ​ເບິ່ງ​ອະນາຄົດ, ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່​ແມ່ນ​ມີອະນາຄົດ​ທີ່ສະຫວ່າງສະ​ໄຫວ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ.​ ​ພວກ​ເຮົາ ຈົ່ງ​ຢູ່​ພາຍ​ໃຕ້ການ​ນຳ​ນພາ​ຂອງ​ສູນ​ກາງ​ພັກ​ ທີ່​ມີ​ສະຫາຍ​ສີ​ຈິ້ນ​ຜິງ​ເປັນ​ເລຂາ ທິການ​ໃຫຍ່, ຮ່ວມ​ຈິດ​ຮ່ວມ​ໃຈກກັນ, ກ້າວຫນ້າ​ບືນ​ຕົວ, ​ບາກ​ບັ່ນສູ້​ຊົນ​ເພື່ອ​ສ້າງ​​ສາສັງຄົມ​ທີ່​ອີ່ມຫນຳສຳລານ​ຢ່າງ​ຮອບ​ດ້ານ​ໃຫ້​ສຳ​ເລັດ ແລະ ​ບັນລຸການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຄືນ​ໃໝ່ຂອງ​ປະຊາ​ຊາດ​ຈີນ!