ບົດລາຍງານວຽກງານລັດຖະບານ

ບັນດາຜູ້ແທນທີ່ເຄົາລົບ:

ຕໍ່ໄປ ຂ້າພະເຈົ້າຂໍຕາງໜ້າລັດຖະບານຜ່ານບົດລາຍງານວຽກງານຂອງລັດຖະບານຕໍ່ກອງປະຊຸມ, ຂໍໃຫ້ບັນດາຜູ້ແທນຄົ້ນຄວ້າພິຈາລະນາ
ແລະຂໍເຊີນບັນດາກຳມະການສະພາປຶກສາການເມືອງປະຊາຊົນທົ່ວປະເທດປະກອບຄຳຄິດຄຳເຫັນ.

ກ: ຫວນຄືນວຽກງານໃນປີ 2013

ປີກາຍນີ້ແມ່ນປີທຳອິດທີ່ລັດຖະບານຊຸດນີ້ ປະຕິບັດໜ້າທີ່ຕາມກົດໝາຍ. ໂດຍປະເຊີນກັບສະພາບການທີ່ສັບສົນທີ່ເສດຖະກິດໂລກຟື້ນ
ຕົວຄືນຢ່າງລຳບາກ, ເສດຖະກິດພາຍໃນປະເທດມີຄວາມກົດດັນໃນການຫຼຸດຕ່ຳລົງ, ໄພທຳມະຊາດເກີດຂຶ້ນເລື້ອຍໆ, ແລະມີຄວາມຂັດ
ແຍ້ງກັນໃນຫຼາຍດ້ານຢ່າງສະຫຼັກສັບຊ້ອນກັນ, ພາຍໃຕ້ການນຳພາຂອງສູນກາງພັກໂດຍມີທ່ານສີຈິ້ນຜິງເປັນເລຂາທິການໃຫຍ່, ປະຊາ
ຊົນບັນດາເຜົ່າໃນທົ່ວປະເທດຈີນໄດ້ຮັບມືກັບສິ່ງທ້າທາຍຕ່າງໆຢ່າງທຸ່ນທ່ຽງ, ບາກບັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ໄດ້ບັນລຸເປົ້າໝາຍ
ຕົ້ນຕໍທີ່ວາງໄວ້ລ່ວງໜ້າກ່ຽວກັບການພັດທະນາເສດຖະກິດສັງຄົມໃນໝົດປີຢ່າງຈົບງາມ, ການປະຕິຮູບ ໄຂປະຕູສູ່ພາຍນອກແລະການ
ສ້າງສາສັງຄົມນິຍົມທີ່ທັນສະໄໝ ໄດ້ຮັບຜົນງານອັນສຳຄັນທີ່ປະຈັກຕາຄົນ.

ເສດຖະກິດພັດທະນາຢ່າງໝັ້ນທ່ຽງແລະເດີນໄປສູ່ທິດທີ່ດີ. ລວມຍອດຜະລິດຕະພັນພາຍໃນໄດ້ບັນລຸເຖິງ 56900 ຕື້ຢວນ, ເພີ່ມຂຶ້ນ
ຫຼາຍກວ່າປີກ່ອນ 7,7%. ອັດຕາເພີ່ມຂຶ້ນຂອງຕົວເລກດັດຊະນີຜູ້ບໍລິໂພກຫຼື CPI ໄດ້ຖືກຄວບຄຸມໄວ້ຢູ່ໃນ 2,6%. ອັດຕາວ່າງງານ
ທີ່ຈົດທະບຽນໃນຕົວເມືອງແມ່ນ 4,1%. ມີຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນ 13.100.000 ຄົນ, ອັນໄດ້ສ້າງສະຖິຕິໃໝ່. ຍອດມູນ
ຄ່າການຄ້າຂາເຂົ້າຂາອອກຫຼາຍກວ່າ 4000 ຕື້ໂດລາ, ເຊິ່ງເປັນລະດັບໃໝ່ອີກ.

ລາຍໄດ້ຂອງປະຊາຊົນແລະຜົນປະໂຫຍດດ້ານເສດຖະກິດໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ. ຄິດສະເລ່ຍຕາມຫົວຄົນແລ້ວ, ລາຍໄດ້ທີ່ສາມາດ
ຈັບຈ່າຍໄດ້ຂອງປະຊາຊົນໃນຕົວເມືອງ ໄດ້ເພີ່ມຂຶ້ນ 7% , ລາຍໄດ້ສຸດທິທີ່ຄິດສະເລ່ຍຕໍ່ຫົວຄົນຂອງປະຊາຊົນຢູ່ຊົນນະບົດ ໄດ້ເພີ່ມຂຶ້ນ
9,3%, ຈຳນວນປະຊາຊົນຜູ້ທຸກຍາກຢູ່ຊົນນະບົດໄດ້ຫຼຸດໜ້ອຍລົງ 16.500.000 ຄົນ, ຄວາມແຕກຕ່າງກັນດ້ານລາຍໄດ້ຂອງປະຊາຊົນ
ໃນຕົວເມືອງແລະຊົນນະບົດໄດ້ຫຼຸດໜ້ອຍລົງຢ່າງຕໍ່ເນື່ອງ, ຜົນກຳໄລຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ໄດ້ເພີ່ມຂຶ້ນ 12,2%,
ລາຍໄດ້ດ້ານການເງິນ ໄດ້ເພີ່ມຂຶ້ນ 10,1%.

ການປັບປຸງອົງປະກອບເສດຖະກິດ ໄດ້ຮັບຜົນງານເປັນຢ່າງດີ. ປະລິມານການຜະລິດທັນຍາຫານ ຫຼາຍກວ່າ 600 ຕື້ໂຕນ, ບັນລຸການ
ເກັບກ່ຽວຢ່າງອຸດົມສົມບູນເປັນເວລາ 10 ປີລຽນຕິດ. ອັດຕາສ່ວນຂອງມູນຄ່າເພີ່ມໃນຂະແໜງການບໍລິການໄດ້ບັນລຸເຖິງ 46,1%, ເຊິ່ງ
ໄດ້ຫຼາຍກວ່າອຸດສາ ຫະກຳເປັນຄັ້ງທຳອິດ. ອັດຕາສ່ວນຂອງລວມຍອດຜະລິດຕະພັນຂອງພາກກາງແລະພາກຕາເວັນຕົກ ໄດ້ຍົກສູງ
ຂຶ້ນຢ່າງຕໍ່ເນື່ອງ, ການພັດທະນາລະຫວ່າງພາກພື້ນ ໄດ້ມີຄວາມກ້ຳເກິ່ງກັນທີ່ເພີ່ມຂຶ້ນ. ປະລິມານໄຟຟ້າທີ່ທົ່ວສັງຄົມໃຊ້ນັ້ນ ໄດ້ເພີ່ມຂຶ້ນ
7,5%, ປະລິມານຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນ 9,9%, ຕົວເລກດັດສະນີຂອງວັດຖຸຕົວຈິງສຳຄັນຕ່າງໆກັບການເຕີບໂຕທາງເສດຖະກິດ
ແມ່ນສົມຄູ່ກັນ.

ວຽກງານທາງສັງຄົມໄດ້ຮັບການພັດທະນາຢ່າງຮຸ່ງເຮືອງ. ການສຶກສາ, ວິທະຍາສາດເຕັກນິກ, ວັດທະນະທຳ, ສາທາລະນະສຸກແລະຂົງ
ເຂດອື່ນໆໄດ້ຮັບຄວາມຄືບໜ້າໃໝ່. ໄດ້ສົ່ງຍານອະວະກາດ"ເຊີນໂຈວ"ເລກ 10 ຂຶ້ນສູ່ອະວະກາດ, ຍານສຳຫຼວດດວງຈັນ"ຊາງເອີ"ຂຶ້ນ
ສູ່ດວງຈັນຢ່າງສຳເລັດຜົນ, ເຮືອດຳນ້ຳເລິກ"ຈ່ຽວຫຼົງ"ລົງສູ່ນ້ຳເລິກທີ່ເປັນສະຖິຕິອັນ ໃໝ່, ທັງໝົດເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າປະຊາຊົນ
ຈີນແມ່ນມີຄວາມສາມາດແລະມີສະຖິຕິປັນຍາ ໃນການບັນລຸເປົ້າໝາຍທີ່ສ້າງສາປະເທດແບບນະວະຕະກຳ."

ໃນໜຶ່ງປີມານີ້, ພວກຂ້າພະເຈົ້າໄດ້ຍຶດໝັ້ນຫຼັກການທີ່ເຮັດວຽກຢ່າງໝັ້ນທ່ຽງທັງສະແຫວງຫາຄວາມຄືບໜ້າ, ວາງແຜນຢ່າງເປັນເອກະພາບ
ກັນກ່ຽວກັບການເຕີບໂຕຢ່າງໜັກແໜ້ນ, ການປັບປຸງອົງປະກອບແລະຊຸກຍູ້ການປະຕິຮູບ, ໄດ້ນຳໃຊ້ມາດຕະການຕ່າງໆທີ່ມີຜົນດີຕໍ່ປັດຈຸບັນ
ທັງເປັນປະໂຫຍດຕໍ່ອະນາຄົດ, ເຮັດໃຫ້ວຽກງານທຸກດ້ານ ໄດ້ມີການເລີ່ມຕົ້ນເປັນຢ່າງດີ.

ອັນທີ 1 ແມ່ນໄດ້ອອກແຮງລົງເລິກການປະຕິຮູບແລະໄຂປະຕູສູ່ພາຍນອກ, ກະຕຸກຄວາມມີຊີວິດຊີວາຂອງຕະຫຼາດແລະພະລັງແຮງຢູ່ພາຍ
ໃນປະເທດ.

ພວກຂ້າພະເຈົ້າໄດ້ລົງມືດຳເນີນການປະຕິຮູບຈາກລັດຖະບານ, ຖືການຫັນປ່ຽນພາລະບົດບາດ, ປັບປຸງການບໍລິຫານໃຫ້ງ່າຍເຂົ້າ, ປ່ອຍສິດ
ຈຳນວນໜຶ່ງໃຫ້ທ້ອງຖີ່ນເປັນວຽກງານສຳຄັນອັນດັບ 1 ຂອງລັດຖະບານຊຸດນີ້. ການປະຕິຮູບອົງການລັດຖະບານ ພວມດຳເນີນໄປຢ່າງເປັນ
ລະບຽບຮຽບຮ້ອຍ, ໄດ້ຍົກເລີກແລະປ່ອຍສິດພິຈາລະນາອະນຸມັດທາງບໍລິຫານໃຫ້ທ້ອງຖີ່ນລວມທັງໝົດ 416 ຂໍ້. ທ້ອງຖິ່ນຕ່າງໆໄດ້ຕັ້ງໜ້າ
ຊຸກຍູ້ການຫັນປ່ຽນພາລະບົດບາດຂອງອົງການປົກຄອງແລະປະຕິຮູບອົງການຕ່າງໆ, ຍົກເລີກວຽກງານພິຈາລະນາອະນຸມັດທາງບໍລິຫານຢ່າງ
ຫຼວງຫຼາຍ, ຍົກເລີກແລະຍົກເວັ້ນການເກັບຄ່າດ້ານບໍລິຫານ 348 ຂໍ້, ໄດ້ຫຼຸດຄວາມຫາບແບກຂອງວິສາຫະກິດໃຫ້ໜ້ອຍລົງໃນມູນຄ່າ 150
ກວ່າຕື້ຢວນ. ທັງໝົດເຫຼົ່ານີ້ລ້ວນແຕ່ເປັນການຜ່ອນຍານຕະຫຼາດ, ໄດ້ເພີ່ມພະລັງແຮງໃຫ້ແກ່ວິສາຫະກິດ, ໃນທົ່ວປະເທດວິສາຫະກິດທີ່ຈົດ
ທະບຽນໃໝ່ ໄດ້ເພີ່ມຂຶ້ນ 27,6%, ອັດຕາສ່ວນຂອງການລົງທຶນຈາກປະຊາຊົນໄດ້ເພີ່ມຂຶ້ນຮອດ 63%.

ພວກຂ້າພະເຈົ້າໄດ້ຊຸກຍູ້ໃຫ້ການປະຕິຮູບກ້າວສູ່ລວງເລິກ. ໄດ້ສ້າງຕັ້ງເຂດສາທິດການຄ້າເສລີຊຽງໄຮຈີນ, ເພື່ອຊອກຄົ້ນຮູບການຄຸ້ມຄອງບໍ
ລິຫານທີ່ເອົາການປະຕິບັດຕໍ່ກັນຢ່າງເທົ່າທຽມກັນລະຫວ່າງພາຍໃນແລະຕ່າງປະເທດກ່ອນອະນຸດເຂົ້າ ບວກກັບລາຍຊື່ທາງລົບ. ໄດ້ສະເໜີ
ໂຄງຄວາມຄິດທີ່ສ້າງເຂດເສດຖະກິດເສັ້ນທາງສາຍໄໝແລະເສັ້ນທາງສາຍໄໝເທິງທະເລໃນສະຕະວັດທີ21. ສ້າງເຂດການຄ້າເສລີຈີນອາ
ຊຽນໃຫ້ມີລະດົບສູງຂຶ້ນ.

ໄດ້ເຊັນສັນຍາການຄ້າເສລີກັບສວິສ໊ແລະອິສລັງ.

ໄດ້ປະຕິບັດນະໂຍບາຍທີ່ຊຸກຍູ້ການຄ້າຕໍ່ຕ່າງປະເທດໃຫ້ເຕີບໂຕຢ່າງໝັ້ນທ່ຽງ, ໄດ້ປັບປຸງການບໍລິການຕິດຕາມຄຸ້ມຄອງຂອງດ່ານພາສີ,
ດ່ານກວດກາພະຍາດແລະອື່ນໆໃຫ້ດີຂຶ້ນ.

ໄດ້ຮັບມືກັບຄວາມຂັດແຍ້ງກັນດ້ານການຄ້າທີ່ສຳຄັນຢ່າງສຳເລັດຜົນເຊັ່ນ: ສະຫະພາບເອີລົບຕໍ່ຕ້ານຜະລິດຕະພັນພະລັງໄຟຟ້າດ້ວຍແສງຕາ
ເວັນຂອງຈີນເປັນຕົ້ນ. ໄດ້ຊຸກຍູ້ໃຫ້ອຸປະກອນເຕັກນິກຕ່າງໆເຊັ່ນລົດໄຟຄວາມໄວສູງແລະອຸປະກອນຜະລິດໄຟຟ້າດ້ວຍພະລັງງານນິວເຄລຍ
ໄປສົ່ງອອກຂາຍຢູ່ຕ່າງປະເທດ, ການລົງທຶນຢູ່ຕ່າງປະເທດກໍ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈຳນວນຄົນທີ່ໄປທ່ອງທ່ຽວຢູ່ຕ່າງປະເທດມີເກືອບ
100.000.000 ເທື່ອຄົນ. ການຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງນັ້ນ ໄດ້ເປີດກວ້າງຊ່ອງຫວ່າງແຫ່ງການພັດທະນາ.

ອັນທີ 2 ແມ່ນ ໄດ້ປະດິດສ້າງແນວຄິດແລະຮູບການໃໝ່ໃນການດັດສົມຄວບຄຸມທາງມະຫາພາກ, ໄດ້ຮັບປະກັນການພັດທະນາເສດຖະກິດ
ໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ.

ໃນ 6 ເດືອນຕົ້ນປີກາຍນີ້, ການຄ້າຂາອອກຂອງຈີນ ໄດ້ມີການຂຶ້ນໆລົງໆຫຼາຍ, ເສດຖະກິດສືບຕໍ່ຕົກຕ່ຳລົງ, ລາຍໄດ້ດ້ານການເງິນສູນກາງ
ໄດ້ປາກົດມີການຫຼຸດໜ້ອຍລົງ ເຊິ່ງບໍ່ເຄີຍມີໃນຫຼາຍປີມານີ້, ອັດຕາດອກເບ້ຍລະຫວ່າງຂະແໜງການທະນາຄານເຄີຍສູງຂຶ້ນຢ່າງຜິດປົກກະຕິ,
ຢູ່ໃນສາກົນ ໄດ້ມີສຽງອອກມາ ກ່ຽວກັບເສດຖະກິດຈີນອາດຈະຕົກຕ່ຳລົງໃນບາດດຽວ. ໂດຍແນໃສ່ສະພາບການເຫຼົ່ານີ້, ພວກຂ້າພະເຈົ້າໄດ້
ຍຶດໝັ້ນປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າແລະນະໂຍບາຍເງິນຕາທີ່ໝັ້ນທ່ຽງ, ບໍ່ໃຊ້ມາດຕະການກະຕຸກຊຸກຍູ້ເປັນໄລຍະສັ້ນ,   ບໍ່ເພີ່ມ
ຂຸມການເງິນ, ບໍ່ພິມເງິນຕາເກີນຂອບເຂດ, ຫາກແມ່ນເພີ່ມການສະໜອງທີ່ບັງເກີດຜົນ, ຊອກຄົນຄວາມຕ້ອງການທີ່ແຝງຊ້ອນຢູ່, ໄດ້ຮັບມື
ແກ້ໄຂຄວາມປັ່ນປ່ວນຊົ່ວຄາວຂອງຕະຫຼາດຢ່າງໜັກແໜ້ນ, ແລະຮັບປະກັນບໍ່ໃຫ້ເສດຖະກິດພັດທະນາໄປສູ່ທິດທີ່ບໍ່ດີ, ເຮັດໃຫ້ຕະຫຼາດມີ
ຄວາມໝັ້ນໃຈ, ເຊິ່ງໄດ້ກາຍເປັນຂໍກະແຈທີ່ພາໃຫ້ເສດຖະກິດໄດ້ຮັບການພັດທະນາຢ່າງໝັ່ນທ່ຽງແລະໄປສູ່ທາງທີ່ດີ. ປີກາຍນີ້, ຂຸມການເງິນ
ໄດ້ຖືກຄວບຄຸມໄວ້ຢູ່ໃນແຜນງົບປະມານທີ່ວາງໄວ້ລ່ວງໜ້າ, ເງິນຕາໃນຄວາມໝາຍກວ້າງ(ຫຼື M2) ໄດ້ເພີ່ມຂຶ້ນ 13,6%, ອັນໄດ້ສອດຄ່ອງ
ກັບຄວາມຮຽກຮ້ອງຕ້ອງການຂອງການດັດສົມຄວບຄຸມ.

ອັນທີ 3 ແມ່ນສຸມໃສ່ການປັບປຸງອົງປະກອບເສດຖະກິດ, ຍົກສູງຄຸນນະພາບແລະປະສິດທິພາບຂອງການພັດທນະາ.

ໄດ້ປັບປຸງແລະເພີ່ມທະວີພື້ນຖານຂອງກະສິກຳ. ໄດ້ຊຸກຍູ້ການສ້າງເຂດສາທິດທີ່ສົມຄູ່ກັບການພັດທະນາກະສິກຳສັງລວມທີ່ທັນສະໄຫມ, ສະ
ໜັບສະໜູນການພັດທະນາການທຸລະກິດທີ່ມີຂະໜາດໃຫຍ່ສົມຄວນດ້ວຍຫຼາຍຮູບການ. ໄດ້ສຳເລັດການສ້ອມແປງອ່າງຂັງນ້ຳຂະໜາດນ້ອຍ
15.000 ແຫ່ງ, ໄດ້ແກ້ໄຂບັນຫານ້ຳດຶ່ມໃຫ້ແກ່ຊາວຊົນນະບົດ 63.000.000 ຄົນ. ໄດ້ເພີ່ມທະວີການປົກປັກຮັກສາແລະສ້າງສາໃນດ້ານນິ
ເວດວິທະຍາ, ອັດຕາປົກຫຸ້ມດ້ວຍປ່າໄມ້ຂອງທົ່ວປະເທດຈີນໄດ້ສູງຂຶ້ນເຖິງ 21,6%.

ໄດ້ເລັ່ງລັດການປັບປຸງອົງປະກອບອຸດສາຫະກຳ. ໄດ້ສົ່ງເສີມການພັດທະນາຂະແໜງການບໍລິການ, ສະໜັບສະໜູນການພັດທະນາຂະແໜງ
ການທີ່ຈະເລີນໃໝ່ທີ່ມີລັກສະນະຍຸດທະສາດ, ໂຄລະຄົມມະນາຄົມເຄື່ອນທີ່ຮຸນທີ 4 (4G) ຖືກນຳໃຊ້ຢ່າງເປັນທາງການ. ໄດ້ຊຸກຍູ້ວຽກງານ
ປະຢັດພະລັງງານ, ຫຼດການລະບາຍມົນລະພິດ, ປ້ອງກັນແລະແກ້ໄຂສະພາບການມົນລະພິດ, ອັດຕາສິ້ນເປືອງພະລັງງານໄດ້ຫຼຸດລົງ3,7%,
ປະລິມານລະບາຍຊຸນເຟີດີອອກຊິດໄດ້ຫຼຸດຕ່ຳລົງ 3,5% ແລະຄວາມຕ້ອງການອອກຊີແຊນເຄມີ ໄດ້ຫຼຸດລົງ 2,9%.

ໄດ້ເພີ່ມທະວີການສ້າງສາພື້ນຖານໂຄງລ່າງ. ໂຄງການສົ່ງນ້ຳພາກໃຕ້ໄປໃຫ້ພາກເໜືອສາຍຕາເວັນອອກໄລຍະທີ 1 ໄດ້ສ້າງສຳເລັດແລະ
ສົ່ງນ້ຳໄດ້ກ່ອນເວລາກຳນົດ,  ໂຄງການສຳຄັນຂອງສາຍກາງໄລຍະທີ 1 ຂອງໂຄງການດັ່ງກ່າວ ໄດ້ສ້າງສຳເລັດຕາມແຜນການ.
ອັດຕາສ່ວນຂອງການຜະລິດໄຟຟ້າໂດຍບໍ່ໄດ້ນຳໃຊ້ພະລັງງານທີ່ເອົາມາຈາກກະດູກທີ່ກັບກາຍມາເປັນຫີນນັ້ນມີເຖິງ 22,3%. ໄລຍະທາງ
ຂອງທາງລົດໄຟແລະທາງດ່ວນທີ່ໃຫ້ບໍລິການແລ້ວນັ້ນ ລ້ວນແຕ່ຫຼາຍກວ່າ 100.000  ກິໂລແມັດ, ໃນນັ້ນ,ທາງລົດໄຟຄວາມໄວ
ສູງມີໄລຍະທາງທີ່ໃຫ້ບໍລິການນັ້ນມີເຖິງ 11.000 ກິໂລແມັດ, ເປັນອັນດັບທີ 1 ໃນໂລກ.

ໄດ້ຊຸກຍູ້ການພັດທະນາດ້ວຍນະວະຕະກຳ. ລາຍຈ່າຍດ້ານການຄົ້ນຄວ້າພັດທະນາຂອງທົ່ວສັງຄົມໄດ້ກວມຫຼາຍກວ່າ 2% ຂອງລວມຍອດ
ຜະລິດຕະພັນພາຍໃນ. ເຕັກນິກຂໍກະແຈຈຳນວນໜຶ່ງເຊັ່ນ: ຊຸບເບີຄອມພິວເຕີ, ມະນຸດກົນ, ຊຸບເບີເຂົ້າປະສົມພັນເປັນຕົ້ນໄດ້ມີການບຸກທະລຸ
ທີ່ສຳຄັນ.

ອັນທີ 4 ແມ່ນ: ໄດ້ຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ແລະໄດ້ຊຸກຍູ້ໃຫ້ທົ່ວສັງຄົມມີຄວາມຍຸດຕິທຳ
ແລະຄວາມເປັນທຳ.

ໄດ້ຮັບປະກັນຊີວິດການເປັນຢູ່ພື້ນຖານຂອງປະຊາຊົນ. ໄດ້ປະຕິບັດແຜນການຊຸກຍູ້ການປະກອບອາຊີບຂອງນັກສຶກສາທີ່ຮຽນຈົບຈາກມະຫາ
ວິທະຍາໄລ, ເຮັດໃຫ້ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ ໄດ້ປະກອບອາຊີບເປັນສ່ວນຫຼາຍ.

ໄດ້ເພີ່ມທະວີການບໍລິການແລະໃຫ້ການອົບຮົມດ້ານການປະກອບອາຊີບແກ່ຊາວກະສິກອນຜູ້ທີ່ຊອກວຽກເຮັດງານທຳໃນຕົວເມືອງ, ໃຫ້ການ
ຊ່ວຍເຫຼືອແກ່ປະຊາຊົນຕົວເມືອງທີ່ປະສົບຄວາມຫຍຸ້ງຍາກໃນການຊອກວຽກເຮັດງານທຳ.

ໄດ້ຊຸກຍູ້ການສ້າງລະບຽບການປະກັນໄພລ້ຽງຜູ້ເຖົ້າແລະການຊ່ວຍເຫືອທາງສັງຄົມ, ມາດຖານປະກັນໄພທີ່ມີລາຍຮັບຕ່ຳສຸດຂອງຕົວເມືອງໄດ້
ເພີ່ມຂຶ້ນ 13,1%, ແລະຊົນນະບົດໄດ້ເພີ່ມຂຶ້ນ 17,1%, ຄ່າບຳນານພື້ນຖານຂອງຜູ້ທີ່ບຳນານຈາກວິສາຫະກິດນັ້ນໄດ້ເພີ່ມຂຶ້ນ 10%.
ເຮືອນຢູ່ນະໂຍບາຍທີ່ສ້າງໃຫມ່ມີ 6.600.000 ຊຸດ, ສ້າງສຳເລັດ 5.400.000 ຊຸດ, ປະຊາຊົນຈຳນວນ 10 ລ້ານຄົນ ໄດ້ຍ້າຍເຂົ້າສູ່
ເຮືອນໃໝ່.

ໄດ້ຊຸກຍູ້ການພັດທະນາແລະການປະຕິຮູບດ້ານການສຶກສາ. ໄດ້ປະຕິບັດຫຼຸດຜ່ອນຄວາມທຸກຍາກດ້ວຍການສຶກສາ, ແລະໄດ້ປະຕິບັດ
ແຜນການປັບປຸງໂຮງຮຽນທີ່ດຳເນີນການສຶກສາພາກບັງຄັບທີ່ອ່ອນແອໃນຊົນນະບົດ, ແຜນການປັບປຸງທາດບຳລຸງຂອງນັກຮຽນໄດ້ສົ່ງ
ຜົນປະໂຫຍດໄປໃຫ້ເດັກນ້ອຍ 32.000.000 ຄົນ. ໄດ້ຈ່າຍເງິນເກື້ອກຸນດ້ານຊີວິດການເປັນຢູ່ແກ່ຄູສອນທີ່ຢູ່ເຂດຊົນນະບົດທີ່ທຸກຍາກ,
ຈຳນວນນັກຮຽນທີ່ຮຽນຢູ່ເຂດຊົນນະບົດທີ່ທຸກຍາກທີ່ເສັງເຂົ້າສະຖາບັນການສຶກສາຊັ້ນສູງ ໄດ້ເພີ່ມຂຶ້ນຫຼາຍກວ່າປີກ່ອນ 8,5%.

ໄດ້ລົງເລິກການປະຕິຮູບໂຄງປະກອບສາທາລະນະສຸກໂດຍພື້ນຖານ, ເຊິ່ງສະເລ່ຍແລ້ວ, ປະຊາຊົນທີ່ຢູ່ຕົວເມືອງແລະຊົນນະບົດຈະໄດ້ຮັບ
ຄ່າເກື້ອກຸນດ້ານປິ່ນປົວພະຍາດຈາກງົບປະມານພື້ນຖານນັ້ນເປັນມູນຄ່າ 280 ຢວນຕໍ່ຄົນ. ນະໂຍບາຍພື້ນຖານດ້ານຢຸກຢາໄດ້ປະຕິບັດຢູ່ໃນ
ໂຮງຂັ້ນບ້ານຂຶ້ນໄປໃນທົ່ວປະເທດຫຼາຍກວ່າ 80%. ທົ່ວປະເທດມີ 28 ແຂວງໄດ້ດຳເນີນການທົດລອງປະກັນໄພປິ່ນປົວພະຍາດທີ່ຮ້າຍ
ແຮງ.

ໄດ້ຊຸກຍູ້ວຽກງານວັດທະນະທຳແລະຂະແໜງການວັດທະນະທຳໃຫ້ມີການພັດທະນາຢ່າງປອດໃສ. ໄດ້ເປີດສິ່ງກໍ່ສ້າງວັດທະນະທຳສາທາ
ລະນະປະໂຫຍດຕໍ່ປະຊາຊົນໃຫ້ຫຼາຍຂຶ້ນ. ໄດ້ລົງເລິກການປະຕິຮູບໂຄງປະກອບວັດທະນະທຳ, ເພີ່ມທະວີການສ້າງຕະຫຼາດວັດທະນະທຳ,
ເຮັດໃຫ້ມູນຄ່າເພີ່ມຂອງຂະແໜງການວັດທະນະທຳໄດ້ເພີ່ມຂຶ້ນ 15% ຂຶ້ນໄປ. ໄດ້ປັບປຸງລະບົບການບໍລິການດ້ານການຫັດກາຍບໍລິຫານ
ຂອງປະຊາຊົນໃຫ້ຄົບຖ້ວນສົມບູນ.

ອັນທີ 5 ແມ່ນ: ໄດ້ປັບປຸງຮູບການຄຸ້ມຄອງສັງຄົມ, ໂດຍໄດ້ປົກປັກຮຈັກສາຄວາມປອງດອງກັນແລະສະເຖຍລະພາບຂອງສັງຄົມ.

ປີກາຍນີ້, ຢູ່ເມືອງລູຊ່ານແຂວງເສສວນໄດ້ເກີດແຜ່ນດິນໄຫວ, ລ່ອງແມ່ນ້ຳສົ່ງຫວາແລະແມ່ນ້ຳເນິ້ງຈ່ຽງຂອງແຂວງເຮີ່ຍລົງຈ່ຽງເກີດໄພນ້ຳ
ຖ້ວມ, ພາກໃຕ້ມີອຸນຫະພູມສູງຂຶ້ນແລະເກີດໄພແຫ້ງແລ້ງ, ຢູ່ແຄມທະເລ ຖືກລົມໄຕ້ຝົ່ນກະໜ່ຳແລະໄພທຳມະຊາດທີ່ຮ້າຍແຮງຕ່າງໆ, ໄດ້
ເກີດສະພາບທີ່ຄົນຕິດແປດພະຍາດໄຂ້ຫວັດສັດປີກ.

ພວກຂ້າພະເຈົ້າໄດ້ສ້າງແລະບູລະນະກົນໄກຕ້ານໄພກູ້ໄພໂດຍດ່ວນໂດຍແບ່ງເປັນຫຼາຍຂັ້ນແລະປະສານສົມທົບກັນ, ໄດ້ປົກປັກຮັກສາຄວາມ
ປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນໃນລະດັບຫຼາຍທີ່ສຸດ.

ໄດ້ເພີ່ມທະວີການຜະລິດຢ່າງປອດໄພແລະການຕິດຕາມຄຸ້ມຄອງຕະຫຼາດ. ໄດ້ສ້າງກົນໄກທີ່ກ່ຽວຂ້ອງໃຫ້ສົມບຸນ, ແກ້ໄຂເຫດການດ້ານການ
ຜະລິດຢ່າງປອດໄພທີ່ສຳຄັນຢ່າງເຂັ້ມງວດແລະລົງໂທດຕໍ່ເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບ, ເຮັດໃຫ້ອຸບັດເຫດທີ່ສຳຄັນທີ່ເກີດຂຶ້ນນັ້ນຫຼຸດ
ໜ້ອຍລົງ 16,9%. ໄດ້ປະກອບອົງການຕິດຕາມກວດກາອາຫານແລະຢາຄືນໃໝ່, ດຳເນີນການປັບປຸງຄວາມປອດໄພດ້ານອາຫານແລະ
ຢາຢ່າງລົງເລິກ, ໄດ້ຕິດຕາມຄຸ້ມຄອງຄຸນນະພາບຂອງນົມຝຸ່ນເດັກຕາມມາດຕະຖານຄຸ້ມຄອງຢາ, ພະຍາຍາມໃຫ້ປະຊາຊົນມີອາຫານການ
ກິນແລະຢາທີ່ໄວ້ວາງໃຈໄດ້.

ໄດ້ປະຕິບັດນ້ຳໃຈໃນຂໍ້ກຳນົດ 8 ຂໍ້ຂອງສູນກາງພັກຢ່າງຮອບດ້ານ, ດຳເນີນການເຄື່ອນໄຫວການສຶກສາແລະພຶດຕິກຳໃນດ້ານແນວທາງ
ປະຊາຊົນ, ເດັດຂາດຄັດຄ້ານລັດທິອາດຍາສິດ, ລັດທິຫຼິ້ນກິນຟຸມເຟືອຍ, ລັດທິຮູບການນ້ຳເຕົ້າເປົ່າແລະລັດທິສິ້ນເປືອງ.

ຈຳນວນເງິນທີ່ໃຊ້ໃນດ້ານການຊື້ລົດຫຼວງ, ການອອກໄປທ່ຽວຢູ່ຕ່າງປະເທດໂດຍໃຊ້ເງິນຫຼວງແລະການຫຼິ້ນກິນດ້ວຍເງິນຫຼວງຂອງອົງ
ການທີ່ຂຶ້ນກັບສູນກາງນັ້ນ ໄດ້ຫຼຸດໜ້ອຍລົງ 35%, ຄ່າໃຊ້ຈ່າຍໃນການຕ້ອນຮັບພາຍໃນລະດັບແຂວງຂອງ 31 ແຂວງ ກໍ່ໄດ້ຫຼຸດລົງ
26%. ໄດ້ເພີ່ມທະວີການສ້າງສາການປົກຄອງແບບປອດໃສຂາວສະອາດແລະຕ້ານການສໍ້ລາດບັງຫຼວງ, ຜູ້ທີ່ກະທຳຜິດກົດຫມາຍ
ແລະກົດລະບຽບຈຳນວນໜຶ່ງຖືກລົງໂທດ.

ປີກາຍນີ້ແມ່ນປີໜຶ່ງທີ່ວຽກງານການຕ່າງປະເທດຂອງຈີນໄດ້ສ້າງສະພາບການໃໝ່. ຜູ້ນຳລັດຖະບານຊຸດໃໝ່ເຊັ່ນທ່ານປະທານສີຈິ້ນຜິງ
ເປັນຕົ້ນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G20, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກ, ກອງປະຊຸມສຸດຍອດອົງການ
ຮ່ວມມືຊຽງໄຮ, ການພົບປະລະຫວ່າງຜູ້ນຳຈີນຣັດເຊຍ ອິນເດຍ ເບຣຊິນແລະອາຟຣີກາໃຕ້ (ຫຼື BRICS), ກອງປະຊຸມຜູ້ນຳອາຊີຕາ
ເວັນອອກ ແລະການເຄື່ອນໄຫວຫຼາຍຝ່າຍທີ່ສຳຄັນຕ່າງໆ, ໄດ້ໄປຢ້ຽມຢາມຫຼາຍປະເທດ, ແລະໄດ້ຮັບໝາກຜົນຢ່າງອຸດົມສົມບູນ.

ວຽກງານການຕ່າງປະເທດຕໍ່ບັນດາປະເທດອ້ອມຂ້າງໄດ້ເຂົ້າສູ່ໄລຍະໃໝ່. ການແລກປ່ຽນແລະຮ່ວມມືກັບບັນດາປະເທດທີ່ພວມພັດທະ
ນານັ້ນກໍ່ໄດ້ຂຶ້ນສູ່ລະດັບໃໝ່, ການພົວພັນກັບປະເທດໃຫຍ່ທີ່ສຳຄັນຕ່າງໆ ກໍ່ໄດ້ພັດທະນາຢ່າງໝັ້ນທ່ຽງໃນທ່າມກາງການແລກປ່ຽນ
ຕ່າງໆ, ໄດ້ເສີມຂະຫຍາຍບົດບາດຂອງປະເທດໃຫຍ່ທີ່ທີ່ມີຄວາມຮັບຜິດຊອບ ໃນວຽກງານສາກົນແລະພາກພື້ນທີ່ສຳຄັນກໍ່ຄືບັນຫາຈຸດ
ສຸມ. ໄດ້ປົກປັກຮັກສາອະທິປະໄຕດ້ານດິນແດນແລະສິດຜົນປະໂຫຍດດ້ານທະເລຂອງຊາດ. ປະເທດຈີນໄດ້ສົ່ງຜົນສະທ້ອນໄປສູ່
ພາຍນອກນັບມື້ນັບຫຼາຍຂຶ້ນ.

ບັນດາຜູ້ແທນຮັກແພງ!

ຜົນງານທີ່ກ່າວຜ່ານມາແມ່ນໄດ້ມາບໍ່ແມ່ນງ່າຍ.

ຂ້າພະເຈົ້າຂໍຕາງໜ້າລັດຖະບານ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈໄປຍັງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ບັນດາພັກ
ຝ່າຍປະຊາທິປະໄຕ, ອົງການຈັດຕັ້ງມະຫາຊົນແລະບຸກຄົນໃນວົງການຕ່າງໆຂອງສັງຄົມ! ແລະຂໍສະແດງຄວາມຂອບອົກຂອບໃຈຢ່າງ
ຈິງໃຈໄປຍັງລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນແລະເພື່ອນມິດຂອງປະເທດຕ່າງໆທີ່ໄດ້ໃຫ້ຄວາມເອົາໃຈໃສ່ແລະສະ
ໜັບສະໜູນແກ່ພາລະກິດສ້າງສາທັນສະໄໝຂອງຈີນ!

ພວກຂ້າພະເຈົ້າຄວນຮັບຮູ້ຢ່າງຕື່ນຕົວວ່າ, ຢູ່ບົນເສັ້ນທາງທີ່ກ້າວໄປໜ້າ, ຍັງມີຄວາມຫຍຸ້ງຍາກແລະບັນຫາບໍ່ໜ້ອຍ, ເຊິ່ງຕົ້ນຕໍແມ່ນ:
ພື້ນຖານເສດຖະກິດຍັງບໍ່ໝັ້ງຄົງປານໃດ, ພະລັງແຮງພາຍໃນທີ່ພາໃຫ້ມີການເຕີບໂຕນັ້ນຍັງຕ້ອງການເພີ່ມທະວີອີກ. ຂົງເຂດການເງິນ,
ການທະນາຄານແລະອື່ນໆຍັງມີຄວາມສ່ຽງຢູ່, ຄວາມສາມາດການຜະລິດຂອງບາງຂະແໜງການມີເຫຼືອກວ່າແຮງເກີນໄປ, ການດັດສົມ
ຄວບຄຸມທາງມະຫາພາກ ມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ. ການເພີ່ມຜະລິດຜົນດ້ານກະສິກຳແລະເພີ່ມລາຍໄດ້ໃຫ້ຊາວກະສິກອນກໍ່
ຍາກຂຶ້ນ. ຢູ່ບາງທ້ອງຖີ່ນ, ອາກາດ, ນ້ຳແລະທີ່ດິນຖືກມົນລະພິດຢ່າງໜັກໜ່ວງ, ວຽກງານປະຢັດພະລັງງານແລະຫຼຸດການລະບາຍ
ມົນລະພິດ ແມ່ນໜ້າທີ່ທີ່ຫຍຸ້ງຍາກລຳບາກ.

ຄວາມຂັດແຍ້ງກັນໃນດ້ານການປະກອບອາຊີບທີ່ມີລັກສະນະອົງປະກອບນັ້ນອ່າວຫຼາຍ. ບັນຫາທີ່ປະຊາຊົນບໍ່ພໍໃຈຍັງມີຢູ່ໃນຫຼາຍດ້ານ
ເຊັ່ນ: ເຮືອນຢູ່, ຄວາມປອດໄພດ້ານອາຫານແລະຢາ, ການປິ່ນປົວພະຍາດ, ການລ້ຽງຜູ້ເຖົ້າ, ການສຶກສາ, ການແບ່ງປັນລາຍໄດ້,
ການເກນເອົາທີ່ດິນແລະຄວາມສະຫງົບທາງສັງຄົມເປັນຕົ້ນ, ຍັງມັກຈະເກີດອຸບັດເຫດດ້ານການຜະລິດທີ່ຮ້າຍແຮງຂຶ້ນເປັນບາງຄັ້ງ
ຄາວ. ລະບົບສິນເຊື່ອທາງສັງຄົມຍັງບໍ່ສົມບຸນ. ບັນຫາສໍ້ລາດບັງຫຼວງ ມັກເກີດຂຶ້ນຢ່າງງ່າຍແລະຫຼາຍ, ຢູ່ໃນໝູ່ລັດຖະກອນຍັງມີສະ
ພາບການທີ່ບໍ່ປອດໃສຂາວສະອາດແລະເຮັດວຽກແບບຂີ້ຄ້ານມັກງ່າຍ. ສຳລັບບັນຫາທີ່ມີຢູ່ແລ້ວ, ລັດຖະບານຕ້ອງຊອກຫາຕົ້ນສາຍ
ປາຍເຫດ ແລະວິທີແກ້ໄຂຈາກລັດຖະບານເອງກ່ອນ. ຄວາມປາຖະໜາຫາຂອງປະຊາຊົນ ກໍ່ຄືທິດການປະຕິບັດນະໂຍບາຍຂອງ
ພວກຂ້າພະເຈົ້າ.

ພວກຂ້າພະເຈົ້າຕ້ອງຈົດຈຳພາລະໜ້າທີ່ຂອງຕົນເອງຢ່າງໜັກແໜ້ນ, ເພີ່ມທະວີສະຕິທີ່ເປັນຫ່ວງນຳຄວາມຫຍຸ້ງຍາກ, ກ້າຮັບໜ້າທີ່,
ບໍ່ປ່ອຍປະລະເລີຍ, ແກ້ໄຂບັນຫາຢ່າງແທ້ຈິງແລະບັງເກີດຜົນ, ບໍ່ເຮັດໃຫ້ປະຊາຊົນຜິດຫວັງ.

ຂ: ການຈັດວາງໂດຍລວມຕໍ່ວຽກງານໃນປີ 2014

ຄວາມຮຽກຮ້ອງຕ້ອງການຂອງວຽກງານລັດຖະບານໃນປີນີ້ຄື: ຍຶດໝັ້ນຫຼັກການລວມທີ່ຊຸກຍູ້ການພັດທະນາຢ່າງໝັ້ນທ່ຽງແລະໄປສູ່ທິດທີ່
ດີ, ເຮັດໃຫ້ການປະຕິຮູບແລະການປະດິດສ້າງປະສົມປະສານເຂົ້າໃນທຸກໆຂົງເຂດຂອງການພັດທະນາເສດຖະກິດສັງຄົມ, ຮັກສາລັກ
ສະນະຕໍ່ເນື່ອງແລະຄວາມໝັ້ນທ່ຽງຂອງນະໂຍບາຍເສດຖະກິດມະຫາພາກ, ເພີ່ມທະວີລັກສະນະຄາດຄະເນແລະລັກສະນະແນໃສ່ຂອງ
ການດັດສົມຄວບຄຸມ, ລົງເລິກການປະຕິຮູບຢ່າງຮອບດ້ານ, ເປີດປະຕູສູ່ພາຍນອກເລື້ອຍໆ, ປະຕິບັດການພັດທະນາດ້ວຍນະວະຕະກຳ,
ຍຶດໝັ້ນເດີນໄປຕາມເສັ້ນທາງທີ່ຫັນເປັນອຸດສາຫະກຳ, ຫັນເປັນຂໍ້ມູນຂ່າວສານ, ຫັນເປັນຕົວເມືອງ ແລະກະສິກຳທີ່ທັນສະໄຫມແບບ
ໃຫມ່ທີ່ມີສີສັນພິເສດຂອງຈີນ, ເລັ່ງລັດການຫັນປ່ຽນຮູບການ, ປັບປຸງອົງປະກອບແລະຊຸກຍູ້ການຍົກສູງລະດັບ, ເພີ່ທະວີການສ້າງສາ
ລະບົບບໍລິການສາທາລະນະພື້ນຖານ, ອອກແຮງຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,  ຍົກສູງຄຸນນະພາບ
ແລະປະສິດທິຜົນຂອງການພັດທະນາຢ່າງແທ້ຈິງ, ອອກແຮງຊຸກຍູ້ການສ້າງສາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ອາ
ລະຍະທຳດ້ານນິເວດວິທະຍາຂອງສັງຄົມນິຍົມ, ບັນລຸໃຫ້ເສດຖະກິດໄດ້ຮັບການພັດທະນາຢ່າງປອດໃສແລະຕໍ່ເນຶ່ອງ, ສັງຄົມມີຄວາມ
ຖືກຕ້ອງປອງດອງກັນແລະມີຄວາມໝັ້ນຄົງ.

ເປົ້າຫມາຍຂອງການພັດທະນາເສດຖະກິດສັງຄົມໃນປີນີ້ຕົ້ນຕໍຄື: ໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນປະມານ 7,5%, ຄວບ
ຄຸມລະດັບCPI ໃຫ້ຢູ່ໃນປະມານ 3,5%, ໃຫ້ມີຜູ້ປະກອບອາຊີບໃນຕົວເມືອງແລະຊົນນະບົດທີ່ເພີ່ມໃໝ່ເຖິງ 10.000.000 ຄົນຂຶ້ນ
ໄປ, ຄວບຄຸມອັດຕາວ່າງງານທີ່ຈົດທະບຽນໃນຕົວເມືອງໃຫ້ຢູ່ໃນລະຫວ່າງ4,6%, ລາຍຈ່າຍແລະລາຍຮັບສາກົນໃຫ້ມີຄວາມສະເໝີ
ພາບກັນໂດຍພື້ນຖານ,  ພະຍາຍາມບັນລຸເປົ້າຫມາຍທີ່ເຮັດໃຫ້ລາຍຮັບຂອງປະຊາຊົນເພີ່ມຂຶ້ນໃນຈັງຫວັດດຽວກັນກັບການ
ພັດທະນາຂອງເສດຖະກິດ. ນະທີ່ນີ້, ຂ້າພະເຈົ້າຂໍອະທິບາຍຕື່ມກ່ຽວກັບ 2 ເປົ້າໝາຍດັ່ງນີ້:

ກ່ຽວກັບການເຕີບໂຕຂອງເສດຖະກິດ. ປະເທດຈີນຍັງແມ່ນປະເທດທີ່ພວມພັດທະນາ, ຍັງຢູ່ໃນໄລຍະຕົ້ນຂອງສັງຄົມນິຍົມ, ການພັດ
ທະນາແມ່ນຂໍກະແຈທີ່ແກ້ໄຂບັນຫາທັງໝົດຂອງປະເທດຈີນ, ຕ້ອງຖືການສ້າງສາເສດຖະກິດເປັນໃຈກາງຢ່າງເດັດດ່ຽວ, ໃ ຫ້ການ
ເຕີບໂຕດ້ານເສດຖະກິດຮັກສາຢູ່ໃນຈັງຫວະທີ່ສົມເຫດສົມຜົນ. ໂດຍໄດ້ກຳນົດເປົ້າຫມາຍເຕີບໂທາງເສດຖະກິດໃຫ້ຢູ່ໃນລະຫວ່າງ
7,5%, ທັງນີ້ແມ່ນໄດ້ພິຈາລະນາເຖິງຄວາມຕ້ອງການແລະຄວາມອາດເປັນໄປໄດ້. ເຊິ່ງໄດ້ເຊື່ອມຕໍ່ກັບເປົ້າຫມາຍທີ່ສ້າງສັງຄົມທີ່
ອີ່ມໜຳສຳລານຢ່າງຮອບດ້ານ, ມີຜົນດີຕໍ່ການເພີ່ມຄວາມໝັ້ນໃຈຂອງຕະຫຼາດ, ມີຜົນດີຕໍ່ການປັບປຸງອົງປະກອບເສດຖະກິດໃຫ້ດີຂຶ້ນ.
ການໃຫ້ມີການເຕີບໂຕຢ່າງໝັ້ນທ່ຽງແມ່ນເພື່ອຮັບປະກັນການປະກອບອາຊີບ, ທັງຕອບສະໜອງຄວາມຕ້ອງການຂອງການປະກອບ
ອາຊີບໃໝ່ໃນຕົວເມືອງ, ທັງຕ້ອງຈົ່ງຊ່ອງຫວ່າງໃຫ້ແກ່ແຮງງານຊົນນະບົດທີ່ຊອກວຽກເຮັດງານທຳຢູ່ຕົວເມືອງ, ຈາກດ້ານກົກຮາກ
ແລ້ວ ແມ່ນເພື່ອເພີ່ມລາຍໄດ້ໃຫ້ປະຊາຊົນໃນຕົວເມືອງແລະຊົນນະບົດ, ປັບປຸງຊີວິດການເປັນຂອງປະຊາຊົນໃຫ້ດີຂຶ້ນ.

ກ່ຽວກັບລະດັບລາຄາສິນຄ້າ. ຈະຄວບຄຸມລະດັບແພງຂຶ້ນຂອງລາຄາສິນຄ້າບໍລິໂພກໃຫ້ຢູ່ໃນລະຫວ່າງ 3,5%, ທັງນີ້ແມ່ນໄດ້ພິຈາ
ລະນາເຖິງປັດໄຈທີ່ໄດ້ຮັບຜົນກະທົບຈາກລາຄາສິນຄ້າສູງຂຶ້ນໃນທ້າຍປີກາຍ, ແລະສູງຂຶ້ນອີກໃນຕົ້ນປີນີ້, ແລະກໍ່ໄດ້ສະແດງໃຫ້ເຫັນ
ເຖິງຄວາມຕັດສິນໃຈແລະຄວາມໝັ້ນໃຈຂອງພວກຂ້າພະເຈົ້າໃນການສະກັດກັ້ນໄພເງິນເຟີ້, ຮັບປະກັນຊີວິດການເປັນຢູ່ຂອງປະຊາ
ຊົນ. ກະສິກຳຂອງປະເທດຈີນ ໄດ້ບັນລຸການເພີ່ມພູມຜະລິດຜົນເປັນເວລາຫຼາຍປີລຽນຕິດ, ຜະລິດຕະພັນອຸດສາຫະກຳກໍ່ມີການສະ
ໜອງຫຼາຍກວ່າຄວາມຕ້ອງການໃນດ້ານກວມລວມ,       ປະລິມານການສະສົມວັດຖຸຕ່າງເຊັ່ນ: ທັນຍາຫານເປັນຕົ້ນມີຢູ່ຢ່າງພຽງພໍ,
ຄວາມສາມາດໃນການດັດສົມການຄ້າຂາເຂົ້າຂາອອກກໍ່ແຂງແຮງດີ, ການຮັກສາໃຫ້ລະດັບລາຄາສິນຄ້າໝັ້ນຄົງໂດຍພື້ນຖານນັ້ນ
ແມ່ນມີເງື່ອນໄຂທີ່ດີຫຼາຍຢ່າງ. ແຕ່ປີນີ້, ປັດໄຈທີ່ຊຸກຍູ້ໃຫ້ລາຄາສິນຄ້າສູງຂຶ້ນນັ້ນກໍ່ມີຫຼາຍຢ່າງ, ສະນັ້ນ ບໍ່ຄວນປະໝາດ, ຕ້ອງເຮັດ
ວຽກດັດສົມຄວບຄຸມລາຄາສິນຄ້າໃຫ້ດີ, ປ້ອງກັນບໍ່ໃຫ້ກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນຢ່າງໃຫຍ່.

ຖ້າຢາກຈະບັນລຸເປົ້າຫມາຍພັດທະນາເສດຖະກິດສັງຄົມໃນປີນີ້, ກໍ່ຄວນກຳແໜ້ນຫຼັກການແລະນະໂຍບາຍຄືດັ່ງນີ້:

ອັນທີ 1: ສະແຫວງຫາກຳລັງແຮງຈາກການລົງເລິກການປະຕິຮູບ. ການປະຕິຮູບກໍແມ່ນຜົນປະໂຫຍດຫຼາຍທີ່ສຸດ. ຕ້ອງປະຕິຮູບ
ຈາກຂົງເຂດທີ່ປະຊາຊົນຄອງຄອຍທີ່ສຸດ, ປະຕິຮູບຈາກບັນຫາພົ້ນເດັ່ນທີ່ສຸດທີ່ຜູກມັດການພັດທະນາເສດຖະກິດສັງຄົມ, ປະຕິຮູບ
ຈາກບ່ອນທີ່ວົງການຕ່າງໆໃນສັງຄົມມີຄວາມຮັບຮູ້ທີ່ເປັນເອກະພາບກັນ, ເຮັດໃຫ້ຕະຫຼາດເສີມຂະຫຍາຍບົດບາດຕັດສິນໃນການ
ຈັດວາງຊັບພະຍາກອນຊະນິດຕ່າງໆ ແລະເສີມຂະຫຍາຍບົດບາດຂອງລັດຖະບານໃຫ້ດີກວ່າເກົ່າ, ຈະຊຸກຍູ້ການປະຕິຮູບທີ່ມີຜົນ
ດີຕໍ່ການປັບປຸງອົງປະກອບເປັນຢ່າງດີ, ທັບມ້າງສິ່ງຂັດຂວາງຄວາມມີຊີວິດຊີວາຂອງຕະຫຼາດແລະການຈັດວາງປັດໄຈຕ່າງໆໃຫ້
ດີ, ເຮັດໃຫ້ທົ່ວສັງຄົມສາມາດປ່ອຍກຳລັງບົ່ມຊ້ອນໃນດ້ານການປະດິດສ້າງອອກມາ, ສົ່ງເສີມຄວາມຍຸດຕິທຳແລະຄວາມເປັນທຳ,
ໃຫ້ປະຊາຊົນທຸກຖ້ວນໜ້າໄດ້ຊົມໃຊ້  ໝາກຜົນທີ່ໄດ້ຮັບຈາກການປະຕິຮູບແລະໄຂປະຕູສູ່ພາຍນອກ.

ອັນທີ 2: ຮັກສາໃຫ້ເສດຖະກິດພັດທະນາຢູ່ພາຍໃນຂອບເຂດທີ່ສົມເຫດສົມຜົນ. ຈະສ້າງຂອບນະໂຍບາຍດັດສົມຄວບຄຸມທາງມະ
ຫາພາກໃຫ້ສົມບຸນ, ຮັກສາເພດານຕ່ຳສຸດຂອງການເຕີບໂຕຢ່າງໝັ້ນທ່ຽງ, ຮັບປະກັນການປະກອບອາຊີບແລະເພດານສູງສຸດຂອງ
ການປ້ອງກັນໄພເງິນເຟີ້, ສືບຕໍ່ປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າ ແລະນະໂຍບາຍເງິນຕາທີີ່ໝັ້ນທ່ຽງ. ປີນີ້, ຈະຈັດໃຫ້ມີ
ຂຸມການເງິນ 1350 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີກາຍ 150 ຕື້. ຂຸມການເງິນແລະຈຳນວນພັນທະບັດແຫ່ງຊາດ ຈະເພີ່ມຂຶ້ນໄປ
ຄຽງຄູ່ກັບລວມຍອດຈຳນວນເສດຖະກິດທີ່ເພີ່ມຂຶ້ນ, ແຕ່ອັດຕາຂຸມການເງິນຢູ່ຢູ່ໃນລະຫວ່າງ 2,1% ຢ່າງໝັ້ນທ່ຽງ, ເຊິ່ງໄດ້ສະ
ແດງໃຫ້ເຫັນເຖິງຄວາມຕໍ່ເນື່ອງຂອງນະໂຍບາຍການເງິນ.

ອັນທີ 3: ຈະອອກແຮງຍົກສູງຄຸນນະພາບ, ເພີ່ມທະວີປະສິດທິຜົນແລະຍົກລະດັບໃຫ້ສູງຂຶ້ນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ
ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ໃນຂະນະທີ່ໃຫ້ມີການເຕີບໂຕຢ່າງໝັ້ນທ່ຽງນັ້ນ, ຕ້ອງຊຸກຍູ້ການພັດທະນາໃຫ້ ຈາກການອາໃສການລົງທຶນຂອງປັດໄຈດ້ານຕ່າງໆ
ປ່ຽນເປັນການອາໃສນຳນະວະຕະກຳ, ຈາກການອີງອາໃສທ່າແຮງດັ້ງເດີມເປັນຫຼັກຫັນປ່ຽນເປັນການເສີມຂະຫຍາຍທ່າແຮງໃນການ
ແຂ່ງຂັນສັງລວມໃຫ້ຫຼາຍກວ່າເກົ່າ, ຈາກລະດັບຕ່ຳແລະກາງໃນການແບ່ງງານສາກົນ ໃຫ້ຍົກລະດັບເປັນລະດັບກາງແລະລະດັບ
ສູງ, ຈາກຄວາມບໍ່ກ້ຳເກິ່ງກັນລະຫວ່າງຕົວເມືອງກັບຊົນນະບົດຫັນປ່ຽນເປັນຄວາມກ້ຳເກິ່ງກັນແລະປະສານສົມທົບກັນ. ສ້າງລະບຽບ
ການກວດກາແລະຕີລາຄາຜົນງານວຽກງານບໍລິຫານຂອງເຈົ້າໜ້າທີ່ໃຫ້ຄົບຖ້ວນສົມບຸນ,ເພີ່ມການປະກອບອາຊີບແລະລາຍຮັບຂອງ
ປະຊາຊົນ, ປົວແປງສິ່ງແວດລ້ອມໃຫ້ດີຂຶ້ນເລື້ອຍໆ, ເຮັດໃຫ້ການພັດທະນາເສດຖະກິດສັງຄົມມີປະສິດທິຜົນສູງຂຶ້ນ, ມີຄວາມຍຸດຕິ
ທຳກວ່າເກົ່າແລະມີຄວາມຍືນຍົງກວ່າເກົ່າ.

ຄ: ວຽກງານຈຸດສຸມຂອງປີ 2014

ການເຮັດວຽກຂອງລັດຖະບານໃນປີນີ້ໃຫ້ດີ, ຕ້ອງຖືການລົງເລິກການປະຕິຮູບເປັນພະລັງອັນແຂງແຮງ, ຖືການປັບປຸງອົງປະກອບ
ເປັນທິດທີ່ສຳຄັນ, ຖືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີເປັນເປົ້າຫມາຍພື້ນຖານ, ວາງແຜນຢ່າງເປັນເອກະພາບກັນ,
ໃຫ້ຈຸດສຸມພົ້ນເດັ່ນອອກ, ສະແຫວງຫາຜົນງານຕົວຈິງ.

ໜຶ່ງ: ຊຸກຍູ້ການປະຕິຮູບຂົງເຂດສຳຄັນໃຫ້ໄດ້ຮັບການບຸກທະລຸອັນໃໝ່.

ການປະຕິຮູບ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນບັນດາວຽກງານຂອງລັດຖະບານໃນປີນີ້. ຕ້ອງຖືການປະຕິຮູບໂຄງປະກອບເສດຖະກິດ
ເປັນຈຸດສຸມ, ວິເຄາະໄຈ້ແຍກສະພາບການທີ່ຕ່າງກັນ, ຊຸກຍູ້ກ້າວໄປໜ້າໂດຍແບ່ງເປັນປະເພດ, ກຳກັບນະໂຍບາຍສຳຄັນໃຫ້ດີ, ພະ
ຍາຍາມໃຫ້ໄດ້ຮັບຄວາມຄືບໜ້າແທ້ຈິງ, ເພື່ອໃຫ້ໄດ້ຮັບຜົນປະໂຫຍດແຫ່ງການປະຕິຮູບຫຼາຍກວ່າເກົ່າ.

ລົງເລິກຊຸກຍູ້ການປະຕິຮູບໂຄງປະກອບການບໍລິຫານງານ. ເຮັດໃຫ້ການບໍລິຫານກະທັດຮັດ ແລະປ່ອຍສິດພິຈາລະນາອະນຸມັດໃຫ້
ທ້ອງຖິ່ນຕື່ມອີກ, ນີ້ຖືວ່າເປັນການປະຕິວັດຂອງລັດຖະບານເອງ. ປີນີ້ ຈະຍົກເລີກແລະປ່ອຍສິດພິຈາລະນາອະນຸມັດດ້ານບໍລິຫານຫຼາຍ
ກວ່າ 200 ຂໍ້. ຈະລົງເລິກການປະຕິຮູບລະບຽບການພິຈາລະນາອະນຸມັດການລົງທຶນ, ຍົກເລີກຫຼືເຮັດໃຫ້ການພິຈາລະນາອະນຸມັດ
ແບບລ່ວງໜ້ານັ້ນກະທັດຮັດ, ຜັນຂະຫຍາຍສິດເປັນເຈົ້າຕົນເອງໃນການລົງທຶນຂອງວິສາຫະກິດຢ່າງເຕັມສ່ວນ, ຊຸກຍູ້ການລົງທຶນ
ສ້າງທຸລະກິດໃຫ້ສະດວກກວ່າເກົ່າ. ຊຳລະການພິຈາລະນາອະນຸມັດແບບບໍ່ແມ່ນຂົງເຂດບໍລິຫານຢ່າງຮອບດ້ານ. ສຳເລັດການປະຕິ
ຮູບອົງການປົກຄອງທ້ອງຖິ່ນລະດັບແຂວງ, ນະຄອນແລະເມືອງໂດຍພື້ນຖານ, ສືບຕໍ່ຊຸກຍູ້ການປະຕິຮູບຫົວໜ່ວຍວິຊາການ. ຈະປະຕິ
ບັດການປະຕິຮູບລະບຽບການຈົດທະບຽນອຸດສາຫະກຳການຄ້າໃນທົ່ວປະເທດ, ເຮັດໃຫ້ຕະຫຼາດມີຄວາມຊີວິດຊີວາໃໝ່ເພີ່ມຂຶ້ນ
ເລື້ອຍໆ.

ເພີ່ມທະວີການຕິດຕາມຄຸ້ມຄອງຕໍ່ວຽກງານທີ່ກຳລັງດຳເນີນໄປແລະໄດ້ສຳເລັດແລ້ວ. ຈະເຜີຍແຜ່ການອະນຸມັດແບບຜ່ານປ່ອງຢ້ຽມ
ດຽວ, ຊອກຄົ້ນແລະປະຕິບັດການຕິດຕາມຄຸ້ມຄອງຕະຫຼາດທີ່ເປັນເອກະພາບກັນ. ຈະເລັ່ງລັດການສ້າງສາລະບົບສິນເຊື່ອທາງສັງ
ຄົມ, ຊຸກຍູ້ການເປີດເຜີຍຂໍ້ມູນຂອງອົງການປົກຄອງ, ສຳລັບວິສາຫະກິດທີ່ລະເມີດຫຼັກການແຂ່ງຂັນໃນຕະຫຼາດແລະທຳລາຍສິດທິ
ຂອງຜູ້ບໍລິໂພກນັ້ນຈະຖືກຈັດເຂົ້າໃນບັນຊີມືດ.

ຈະກຳກັບການປະຕິຮູບໂຄງປະກອບການເງິນແລະສ່ວຍສາອາກອນ ເຊິ່ງເປັນການປະຕິຮູບທີ່ສຳຄັນ. ຈະປະຕິບັດລະບຽບການງົບ
ປະມານທີ່ເປັນແບບແຜນຢ່າງຮອບດ້ານ, ເປີດເຜີຍແລະໂປ່ງໃສ. ແຜນງົບປະມານແລະງົບບັນຊີຂອງອົງການປົກຄອງທຸກຂັ້ນຕ້ອງ
ເປີດເຜີຍຕໍ່ທົ່ວສັງຄົມ. ຈະຊຸກຍູ້ການປະຕິຮູບລະບຽບການສ່ວຍສາອາກອນ, ເຜີຍແຜ່ການທົດລອງການປະຕິຮູບທີ່ປ່ຽນການເກັບ
ອາກອນທຸລະກິດໃຫ້ເປັນການເກັບອາການມູນຄ່າເພີ່ມໄປສູ່ຂະແໜງການຂົນສົ່ງທາງລົດໄຟ, ການບໍລິການທາງໄປສະນີແລະຂະ
ແໜງ ການໂທລະຄົມມະນາຄົມ, ຈະຍົກເລີກການເກັບຄ່າຕ່າງໆໃຫ້ເປັນການເກັບສ່ວຍສາອາກອນ, ຊຸກຍູ້ການປະຕິຮູບອາກອນບໍ
ລິໂພກແລະອາກອນຊັບພະຍາກອນ, ເຮັດວຽກງານນິຕິບັນຍັດກ່ຽວກັບອາກອນຕ່າງໆເຊັ່ນ: ອາກອນເຮືອນຢູ່ແລະທີ່ດິນ, ອາກອນ
ປົກປ້ອງສິ່ງແວດລ້ອມເປັນຕົ້ນ. ເປີດກວ້າງຂອບເຂດໃຫ້ນະໂຍບາຍບູລິມະສິດດ້ານການເກັບສ່ວຍສາອາກອນແກ່ວິສາຫະກິດຂະ
ໜາດນ້ອຍຕື່ມອີກ, ເພື່ອຫຼຸດຄວາມຫາບແບກຂອງວິສາຫະກິດເຫຼົ່ານີ້.

ຈະລົງເລິກການປະຕິຮູບໂຄງປະກອບການທະນາຄານ. ສືບຕໍ່ຊຸກຍູ້ການຫັນອັດຕາດອກເບ້ຍເປັນແບບຕະຫຼາດ, ເປີດກວ້າງສິດຕັດ
ສິນໂດຍຕົນເອງຕໍ່ອັດຕາດອກເບ້ຍຂອງສະຖາບັນການເງິນ. ຮັກສາອັດຕາແລກປ່ຽນເງິນຢວນໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານໃນ
ລະດັບທີ່ສົມເຫດສົມຜົນແລະກ້ຳເກິ່ງກັນ, ເປີດກວ້າງຊ່ອງຫວ່າງທີ່ໃຫ້ອັດຕາແລກປ່ຽນເງິນຕາລອຍຕົວທັງສອງຝ່າຍ, ຊຸກຍູ້ໃຫ້ສະ
ກຸນເງິນຢວນສາມາດແລກປ່ຽນໄດ້ໃນລາຍການທຶນ.   ຊຸກຍູ້ໃຫ້ທຶນຂອງປະຊາຊົນສ້າງສະຖາບັນການເງິນເຊັ່ນທະນາຄານຂະໜາດ
ກາງແລະນ້ອຍຂຶ້ນຢ່າງໜັກແໜ້ນ, ຊັກນຳທຶນເອກະຊົນຊຶ້ື້ຫຸ້ນຫຼືລົງທຶນໃສ່ສະຖາບັນການເງິນແລະອົງການບໍລິການສື່ກາງລະດົມ
ທຶນ. ສ້າງລະບຽບການປະກັນໄພຂອງເງິນຝາກທະນາຄານ, ສ້າງແລະບູລະນະກົນໄກແກ້ໄຂຄວາມສ່ຽງຂອງສະຖາບັນການເງິນ. ປະ
ຕິບັດການປະຕິຮູບສະຖາບັນການເງິນທີ່ມີລັກສະນະນະໂຍບາຍ.

ຈະເພີ່ມທະວີຄວາມມີຊີວິດຊີວາຂອງເສດຖະກິດທີ່ມີລະບອບກຳມະສິດທຸກປະເພດ. ຈະປັບປຸງການແຈກຢາຍແລະອົງປະກອບຂອງ
ເສດຖະກິດຂອງລັດໃຫ້ດີຂຶ້ນ, ເລັ່ງລັດພັດທະນາເສດຖະກິດລະບອບກຳມະສິດປະສົມ, ສ້າງແລະບູລະນະລະບຽບການວິສາຫະກິດ
ທັນສະໄໝແລະອົງປະກອບຄວບຄຸມໂດຍນິຕິບຸກຄົນຂອງບໍລິສັດ. ວາງວິທີທີ່ໃຫ້ທຶນທີ່ບໍ່ແມ່ນຂອງລັດເຂົ້າຮ່ວມໂຄງການລົງທຶນຂອງ
ວິສາຫະກິດສູນກາງ, ສ້າງໂຄງການຈຳນວນໜຶ່ງໃນບາງຂົງເຂດທີ່ອະນຸມັດໃຫ້ທຶນທີ່ບໍ່ແມ່ນຂອງລັດນັ້ນເຂົ້າຮ່ວມເຊັ່ນ: ການທະນາ
ຄານ, ນ້ຳມັນເຊື້ອໄຟ, ທາງລົດໄຟ, ໂທລະຄົມ, ການບຸກເບີກຊັບພະຍາກອນພະລັງງານ ແລະການກໍ່ສ້າງສາທາລະນູປະໂພກເປັນ
ຕົ້ນ. ຈະດຳເນີນການປະຕິຮູບລະບຽບການລົງທຶນແລະລະດົມທຶນໃນການສ້າງທາງລົດໄຟ, ເປີດປະຕູວຽກງານທີ່ມີລັກສະນະແຂ່ງ
ຂັນໃນຂົງເຂດຫຼາຍກວ່າເກົ່າ. ເພື່ອໃຫ້ທຶນເອກະຊົນສາມາດສະແດງໃຫ້ເຫັນບົດບາດຂອງຕົນເອງ. ບູລະນະລະບຽບການປົກປ້ອງ
ສິດຊັບສິນ.

ສອງ: ສ້າງສະພາບການໃໝ່ໃນການເປີິດປະຕູສູ່ພາຍນອກທີ່ມີລະດັບສູງ.

ຈະສ້າງໂຄງປະກອບເສດຖະກິດໃໝ່ທີ່ເປີດປະຕູ, ຊຸກຍູ້ການເປີດປະຕູສູ່ພາຍນອກຮອບໃໝ່, ເພື່ອກະຕຸກການປະຕິຮູບແລະການປັບ
ປຸງອົງປະກອບຢ່າງເລິກເຊິ່ງ, ເລັ່ງລັດບົ່ມສ້າງທ່າແຮງໃໝ່ໃນການແຂ່ງຂັນສາກົນ.

ຈະເປີດກວ້າງການເປີດປະຕູຢ່າງຮອບດ້ານຢ່າງເປັນເຈົ້າການ. ຈະຍຶດໝັ້ນນຳໃຊ້ທຶນຕ່າງປະເທດຢ່າງບັງເກີດຜົນ, ຊຸກຍູ້ການເປີດ
ປະຕູຂອງຂະ ແໜງການບໍລິການ, ສ້າງສະພາບແວດລ້ອມແຫ່ງການທຸລະກິດທີ່ມີຄວາມຍຸດຕິທຳຕໍ່ວິສາຫະກິດທັງພາຍໃນແລະຕ່າງ
ປະເທດ, ແລະແຂ່ງຂັນກັນຢ່າງສະເໝີພາບ, ເຮັດໃຫ້ປະເທດຈີນ ສືບຕໍ່ກາຍເປັນບ່ອນທີ່ນັກທຸລະກິດຕ່າງປະເທດເລືອກໄປລົງທຶນ
ກ່ອນໝູ່. ຈະສ້າງແລະຄຸ້ມຄອງເຂດສາທິດການຄ້າເສລີຊຽງໄຮຈີນໃຫ້ດີ, ເພື່ອຈໍ່ຕົວເປັນກົນໄກແລະໂຄງປະກອບທີ່ສາມາດເຜີຍແຜ່
ໃຫ້ກວ້າງອອກໄດ້, ແລະຈະສ້າງເຂດສາທິດໃໝ່ອີກຫຼາຍແຫ່ງ.

ຈະຊຸກຍູ້ການຄ້າຂາອອກໃຫ້ມີລະດັບສູງຂຶ້ນແລະຈະຊຸກຍູ້ການຄ້າໃຫ້ພັດທະນາຢ່າງກ້ຳເກິ່ງກັນຈາກດ້ານຍຸດທະສາດ. ຄາດວ່າຍອດ
ມູນຄ່າການຄ້າຂາເຂົ້າຂາອອກໃນປີນີ້ຈະເພີ່ມຂຶ້ນປະມານ 7,5%. ຕ້ອງເຮັດໃຫ້ນະໂຍບາຍການຄ້າຂາອອກມີຄວາມໝັ້ນທ່ຽງແລະສົມ
ບຸນຂຶ້ນ, ເລັ່ງລັດການປະຕິຮູບຂັ້ນຕອນແຫ່ງການຜ່ານດ່ານໃຫ້ສະດວກກວ່າເກົ່າ, ເພີ່ມບ່ອນທົດລອງການຄ້າເອເລັກໂຕຼນິກທີ່ຂ້າມປະ
ເທດ. ຈະປະຕິບັດນະໂຍບາຍສົ່ງເສີມການຄ້າຂາເຂົ້າ, ແລະເພີ່ມການນຳເຂົ້າສິນຄ້າທີ່ຂາດເຂີນພາຍໃນປະເທດຈີນ.ຈະຍົກສູງກຳ
ລັງການແຂ່ງຂັນໃນເວລາພັດທະນາໄປສູ່ຕ່າງປະເທດ. ຈະຊຸກຍູ້ການປະຕິຮູບວິທີຄຸມຄອງການລົງທຶນຈາກຕ່າງປະເທດ, ຈະປະຕິບັດ
ການປ່ອຍສິດພິຈາລະນາອະນຸມັດໃຫ້ທ້ອງຖີ່ນໃຫ້ຫຼາຍໂດຍຖືລະບຽບການສົ່ງເອກະສານແຮໄວ້ນັ້ນເປັນຫຼັກ.

ຈະບູລະນະການຄ້ຳປະກັນດ້ານການບໍລິການໃນຂົງເຂດການທະນາຄານ, ກົດໝາຍ, ວຽກງານກົງສຸນແລະອື່ນໆ, ເຮັດໃຫ້ການພັດທະ
ນາຢູ່ຕ່າງປະເທດມີລະບຽບແບບແຜນ, ຈະຊຸກຍູ້ການຄ້າຂາອອກ, ການຮັບເໝົາໂຄງການແລະການຮ່ວມມືດ້ານແຮງງານ. ຂ້ຽວເລັ່ງ
ວາງແຜນແລະສ້າງເຂດເສດຖະກິດເສັ້ນທາງສາຍໄໝ, ເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21, ຈະຊຸກຍູ້ການສ້າງແລວ
ທາງເສດຖະກິດບັງກລາເດັດ-ຈີນ-ອິນເດຍ-ມຽນມາ, ແລະແລວທາງເສດຖະກິດຈີນ-ປາກິສຖານ, ຈະວາງແຜນປະຕິບັດໂຄງການ
ຄ້ຳປະກັນສຳຄັນງວດໜຶ່ງ, ເລັ່ງລັດການສ້າງພື້ນຖານໂຄງລ່າງໃຫ້ເຊື່ອມຕໍ່ເຂົ້າກັນ, ເປີດກວ້າງຊ່ອງຫວ່າງໃໝ່ໃນການຮ່ວມມືດ້ານ
ເສດຖະກິດເຕັກນິກສາກົນ.

ຈະວາງແຜນຢ່າງເປັນເອກະພາບກັນກ່ຽວກັບການເປີດປະຕູແລະຮ່ວມມືລະຫວ່າຫຼາຍຝ່າຍ, ສອງຝ່າຍແລະພາກພື້ນ. ຈະຊຸກຍູ້ການ
ເຈລະຈາກ່ຽວກັບສັນຍາການຄ້າການບໍລິການ, ສັນຍາການຈັດຊື້ໂດຍລັດຖະບານ, ສັນຍາກ່ຽວກັບເຕັກນິກຂໍ້ມູນຂ່າວສານແລະສັນ
ຍາອື່ນໆ, ເລັ່ງລັດຈັດການເຈລະຈາກ່ຽວກັບຫົວຂໍ້ໃໝ່ຕ່າງໆເຊັ່ນ: ການອະນຸລັກສິ່ງແວດລ້ອມ, ການຄ້າເອເລັກໂຕຼນິກແລະອື່ນໆ.
ຈະຕັ້ງໜ້າເຂົ້າຮ່ວມການສ້າງເຂດການຄ້າເສລີທີ່ມີລະດັບສູງ, ຊຸກຍູ້ການເຈລະຈາສັນຍາກ່ຽວກັບການລົງທຶນລະຫວ່າງຈີນ-ອາເມ
ລິກາ, ຈີນ-ເອີລົບ, ເລັ່ງລັດຂະບວນວິວັດການເຈລະຈາກ່ຽວກັບການສ້າງເຂດການຄ້າເສລີກັບສ.ເກົາຫລີ, ອົສຕຣາລີແລະຄະນະ
ກຳມະການການຮ່ວມມືອ່າວເປີເຊຍ. ຈະຍຶດໝັ້ນຊຸກຍູ້ການຄ້າແລະການລົງທຶນໃຫ້ເປັນແບບເສລີແລະສະດວກ, ບັນລຸໃຫ້ຕ່າງຝ່າຍ
ຕ່າງໄດ້ຮັບຜົນປະໂຫຍດກັບບັນດາປະເທດ, ເພື່ອໃຫ້ສະພາບການໃໝ່ທີ່ເປີດປະຕູສູ່ພາຍນອກກັບການພັດທະນາການປະຕິຮູບ
ກ້າວໄປໜ້າໂດຍສົມຄູ່ກັນເປັນຢ່າງດີນັ້ນ ເປັນຮູບເປັນຮ່າງຂຶ້ນ.

ສາມ: ຈະເພີ່ມທະວີບົດບາດສຳຄັນຂອງຄວາມຕ້ອງກາຍພາຍໃນໃນການຊຸກຍູ້ການພັດທະນາຂອງເສດຖະກິດ.

ຈະຖືການບໍລິໂພກເປັນຈຸດສຳຄັນໃນການເພີ່ມຄວາມຕ້ອງການພາຍໃນ. ຍົກສູງຄວາມສາມາດບໍລິໂພກຂອງປະຊາຊົນໂດຍຜ່ານ
ການເພີ່ມລາຍໄດ້, ສ້າງນະໂຍບາຍບໍລິໂພກໃຫ້ສົມບູນ, ແລະບົ່ມສ້າງຈຸດສຸມຂອງການບໍລິໂພກ.  ຕ້ອງເພີ່ມການບໍລິໂພກໃນຂະ
ແໜງການບໍລິການ, ສະໜັບສະໜູນກຳລັງຂອງສັງຄົມສ້າງອົງການບໍລິການທຸກປະເພດ, ຈຸດໜັກແມ່ນຂະຫຍາຍການບໍລິການໃນ
ດ້ານລ້ຽງຜູ້ເຖົ້າ, ຮັກສາສຸຂະພາບ, ການທ່ອງທ່ຽວແລະວັດທະນະທຳເປັນເປັນຕົ້ນ,  ຜັນຂະຫຍາຍລະບຽບການພັກຜ່ອນໂດຍມີ
ເງິນເດືອນ. ຕ້ອງຊຸກຍູ້ການບໍລິໂພກໃນດ້ານຂໍ້ມູນຂ່າວສານ, ປະຕິບັດຍຸດທະສາດ "ຈີນໃນອິນເຕີເນັດສາຍກວ້າງ", ເລັ່ງລັດພັດ
ທະນາໂທລະຄົມມະນາຄົມຮຸ່ນທີ 4 (ຫຼື G4), ຊຸກຍູ້ໂຄງການສ້າງສາຍກາບໄຍແສງ 100M ໃນຕົວເມືອງແລະໂຄງການສ້າງ
ສາຍກວ້້າງຢູ່ຊົນນະບົດ, ເພີ່ມຄວາມໄວຂອງອິນເຕີແນັດໃຫ້ໄວຂຶ້ນຢ່າງຫຼວງຫຼາຍ.

ຈະຖືການລົງທຶນເປັນຂໍກະແຈໃນການໃຫ້ເສດຖະກິດເຕີບໂຕຢ່າງໝັ້ນທ່ຽງ. ເລັ່ງລັດການປະຕິຮູບໂຄງປະກອບການລົງທຶນແລະລະ
ດົມທຶນ, ຊຸກຍູ້ໃຫ້ມີຫຼາຍຝ່າຍກວ່າເກົ່າເຂົ້າຮ່ວມການລົງທຶນ. ແຜນງົບປະມານການເງິນສູນກາງຈະເພີ່ມຂຶ້ນເຖິງ 457,6 ຕື້ຢວນ,
ເຊິ່ງຈະສຸມໃສ່ຂົງເຂດສ້າງເຮືອນນະໂຍບາຍ, ກະສິກຳ, ຊົນລະປະທານທີ່ສຳຄັນ, ທາງລົດໄຟຢູ່ພາກກາງແລະພາກຕາເວັນຕົກ,
ປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ, ວຽກງານທາງສັງຄົມ, ເພື່ອເສີມຂະຫຍາຍບົດບາດນຳພາຂອງການລົງທຶນຂອງລັດ
ຖະບານ.

ຈະຖືການບົ່ມສ້າງເຂດເສດຖະກິດພາກພື້ນໃຫມ່ເປັນເສົາຄ້ຳດ້ານຍຸດທະສາດໃນການຊຸກຍູ້ການພັດທະນາ. ຈະລົງເລິກປະຕິບັດຍຸດ
ທະສາດລວມໃນການພັດທະນາພາກພື້ນ, ໃຫ້ບູລິມະສິດໃນການຊຸກຍູ້ການພັດທະນາເຂດພາກຕາເວັນຕົກຢ່າງໃຫຍ່, ສ້າງຖານອຸດ
ສາຫະກຳເກົ່າທີ່ຢູ່ເຂດພາກຕາເວັນອອກສຽງເໜືອໃຫ້ຈະເລີນຄືນໃໝ່ຢ່າງຮອບດ້ານ, ຊຸກຍູ້ໃຫ້ເຂດພາກກາງພັດທະນາຂຶ້ນ, ຕັ້ງໜ້າ
ສະໜັບສະໜູນເສດຖະກິດຂອງເຂດພາກຕາເວັນອອກຫັນປ່ຽນຮູບການແລະຍົກລະດັບສູງຂຶ້ນກ່ອນໝູ່, ເພີ່ມການສະໜັບສະໜູນຕໍ່
ເຂດປະຕິວັດເກົ່າ, ເຂດຊົນເຜົ່າ, ເຂດຊາຍແດນ ແລະເຂດທຸກຍາກ.ທະເລທີ່ດິນແດນສີຟ້າທີ່ລ້ຳຄ່າຂອງປະເທດຈີນ.

ຕ້ອງຍຶດໝັ້ນການວາງແຜນການລະຫວ່າງດິນແດນທາງບົກແລະທາງທະເລຢ່າງເປັນເອກະພາບກັນ, ປະຕິບັດຍຸດທະສາດທະເລ
ຢ່າງຮອບດ້ານ, ພັດທະນາເສດຖະກິດທະເລ, ປົກປັກຮັກສາສະພາບແວດລ້ອມຂອງທະເລ, ປົກປັກຮັກສາສິດທິຜົນປະໂຫຍດທາງ
ທະເລແຫ່ງຊາດຢ່າງເດັດດ່ຽວ, ອອກແຮງສ້າງເປັນປະເທດເຂັ້ມແຂງທາງທະເລ.

ສີ່: ຊຸກຍູ້ການສ້າງກະສິກຳທີ່ທັນສະໄໝແລະການປະຕິຮູບການພັດທະ ນາຂອງຊົນນະບົດ.

ຕ້ອງຍຶດໝັ້ນຖືການແກ້ໄຂບັນຫາກະສິກຳ, ຊາວກະສິກອນແລະຊົນນະບົດໃຫ້ດີ ເປັນວຽກງານສຳຄັນທີ່ສຸດໃນວຽກງານທັງໝົດ, ຖື
ການຮັບປະກັບຄວາມປອດໄພດ້ານທັນຍາຫານແລະເພີ່ມລາຍໄດ້ໃຫ້ຊາວະສິກອນເປັນໃຈກາງ, ຊຸກຍູ້ການສ້າງກະສິກຳໃຫ້ທັນສະ
ໄໝ.

ຕ້ອງເສີມສ້າງນະໂຍບາຍສະໜັບສະໜູນແລະປົກປ້ອງກະສິກຳ. ຈະຍົກສູງລາຄາຕ່ຳສຸດໃນການຈັດຊື້ເຂົ້າເບຣແລະເຂົ້າຈ້າວ, ສືບຕໍ່
ປະຕິບັດນະໂຍບາຍສະສົມສາລີ, ແກ່ນຜັກທີ່ເອົາມາກັ່ນນ້ຳມັນປຸງແຕ່ງອາຫານ, ແລະນ້ຳຕານຊົ່ວຄາວ. ຈະຊອກຄົ້ນການສ້າງລະບຽບ
ການລາຄາເປົ້າໝາຍຂອງຜະລິດຕະພັນກະສິກຳ, ໃນເວລາຄາຕະຫຼາດຕ່ຳເກີນໄປ, ຈະໃຫ້ການເກື້ອກູນແກ່ຜູ້ຜະລິດ, ໃນເວລາລາ
ຄາໃນຕະຫຼາດສູງເກີນໄປ, ຈະໃຫ້ການເກື້ອກູນແກ່ຜູ້ບໍລິໂພກ.

ຕ້ອງສ້າງພື້ນຖານຂອງການພັດທະນາກະສິກຳແລະຊົນນະບົດໃຫ້ໝັ້ນແກ່ນ. ລັດຈະສຸມກຳລັງສ້າງໂຄງການຊົນລະປະທານທີ່ສຳຄັນ
ຈຳນວນໜຶ່ງ, ປີນີ້ ຈະຈັດງົບປະສານສູນກາງໃນດ້ານຊົນລະປະທານ 70 ຕື້ກວ່າຢວນ, ເພື່ອສະໜັບສະໜູນໂຄງການຈຸດສຸມໃນການ
ສັບຊ້ອນເອົານ້ຳ, ປັບປຸງຄອງນ້ຳບຶງໜອງ, ແລະການລະບາຍນ້ຳເຂົ້ານາຢ່າງມີປະສິດທິພາບສູງ.

ຈະບູລະນະພື້ນຖານໂຄງລ່າງຂອງຊົນນະບົດເຊັ່ນ: ນ້ຳປະປາ, ໄຟຟ້າ, ເສັ້ນທາງ, ອາຍແກັສ, ໂທລະຄົມແລະອື່ນໆໃຫ້ດີ, ສ້ອມແປງ
ເຮືອນຢູ່ອັນຕະລາຍໃນຊົນນະບົດ 2.600.000 ຫຼັງ, ສ້ອມແປງເສັ້ນທາງຊົນນະບົດ 200.000 ກິໂລແມັດ. ຈະໃຫ້ຄວາມສຳຄັນ
ໃນລະດັບູສງຕໍ່ບັນຫາກ່ຽວກັບເດັກນ້ອຍ, ແມ່ຍິງແລະຜູ້ເຖົ້າທີ່ຢູ່ໃນບ້ານຊົນນະບົດແລະບໍ່ມີຄົນດູແລຍ້ອນຜູ້ຊາຍຊາວໜຸ່ມໄວກາງຄົນ
ໄປເຮັດວຽກຢູ່ໃນຕົວເມືອງ. ປີນີ້ ຈະແກ້ໄຂບັນຫານ້ຳດຶ່ມໃຫ້ແກ່ປະຊາຊົນຊົນນະບົດອີກ 60.000.000 ຄົນ, ເມື່ອພະຍາຍາມໃນປີ
ນີ້ແລະປີໜ້າ, ຈະໃຫ້ຊາວຊົນນະບົດທັງໝົດໄດ້ມີນ້ຳດຶ່ມທີ່ສະອາດ.

ຕ້ອງຕັ້ງໜ້າຊຸກຍູ້ການປະຕິຮູບຊົນນະບົດ. ຍຶດໝັ້ນແລະບູລະນະລະບຽບການທຸລະກິດໃນຊົນນະບົດໂດຍພື້ນຖານ, ມອບສິດຊັບສິນ
ຫຼາຍກວ່າເກົ່າໃຫ້ແກ່ຊາວກະສິກອນ. ຈະສ້າງຄອບຄົວຊາວກະສິກອນທີ່ມີທ່າແຮງ ສະເພາະ, ນິຄົມກະເສດຄອບຄົວ,  ສະຫະກອນ
ຮ່ວມມືລະຫວ່າງຊາວກະສິກອນ, ວິສາຫະກິດກະສິກຳແລະອົງການທຸລະກິດກະສິກຳແບບໃໝ່ ອື່ນໆ, ພັດທະນາການທຸລະກິດທີ່ມີ
ຂະໜາດອ່າວໃຫຍ່ໃນຫຼາຍຮູບແບບ. ການປະຕິຮູບຊົນນະບົດຕ້ອງເລີ່ມຈາກສະພາບຕົວຈິງ, ສ້າງຕັ້ງບ່ອນສາທິດກ່ອນ,  ເຄົາລົບ
ຄວາມປາຖະໜາຂອງຊາວກະສິກອນຢ່າງແທ້ຈິງ, ປົກປັກຮັກສາສິດທິຜົນປະໂຫຍດທີ່ຊອບດ້ວຍກົດຫມາຍຂອງຊາວສິກະກອນຢ່າງ
ເດັດດ່ຽວ.

ຕ້ອງປະດິດສ້າງແບບວິທີໃໝ່ໃນການຫຼຸດຜ່ອນຄວາມທຸກຍາກເພື່ອການພັດທະນາ.  ຈະເລັ່ງລັດຊຸກຍູ້ການພັດທະນາເຂດທຸກຍາກ
ເປັນພິເສດທີ່ຫຼາຍບ່ອນຕິດໃສ່ກັນແລະຫຼຸດຜ່ອນຄວາມທຸກຍາກຢູ່ບ່ອນເຫຼົ່ານີ້.   ທາງລັດຈະເພີ່ມທະວີການສະໜັບສະຫນູນການກໍ່
ສ້າງພື້ນຖານໂຄງລ່າງທີ່ສຳຄັນແລະການຮ່ວມມືດ້ານເສດຖະກິດທີ່ຂ້າມພາກພື້ນ, ເພີ່ມທະວີການປົກປ້ອງສິ່ງແວດລ້ອມແລະການບໍ
ລິການສາທາລະນະພື້ນຖານ. ປີນີ້ຈະຫຼຸດຈຳນວນຄົນທີ່ທຸກຍາກໃນຊົນນະບົດໃຫ້ລົງອີກ 10.000.000 ຄົນ.

ຫ້າ: ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ທີ່ຖືກຄົນເປັນແກນກາງ.

ໃນໄລຍະໜຶ່ງຕໍ່ໜ້ານີ້, ຈະສຸມໃສ່ການແກ້ໄຂບັນຫາທີ່ມີຢູ່ໃນປັດຈຸບັນຄືບັນຫາ 100.000.000 ຄົນ 3 ກຸ່ມ, ຄື: ຊຸກຍູ້ໃຫ້ຊາວກະສິ
ກອນປະມານ  100.000.000 ຄົນຍ້າຍໄປຕັ້ງສຳມະໂນຄົວຢູ່ຕົວເມືອງ,  ດັດແປງເຂດເຮືອນຢູ່ແບບຜາມແລະເຂດຊຸມຊົນຄືກັບຊົນ
ນະບົດທີ່ຕັ້ງຢູ່ໃນຕົວເມືອງຂອງປະຊາຊົນຈຳນວນປະມານ  100.000.000 ຄົນ, ນຳພາປະຊາຊົນທີ່ຢູ່ພາກກາງແລະພາກຕາເວັນ
ຕົກປະມານ  100.000.000 ຄົນຫັນເປັນຕົວເມືອງຢູ່ບ່ອນທີ່ໃກ້ກັນ.

ຕ້ອງຊຸກຍູ້ໃຫ້ຊາວກະສິກອນທີ່ເຮັດວຽກຢູ່ໃນຕົວເມືອງນັ້ນກາຍເປັນຊາວເມືອງຢ່າງມີລະບຽບຮຽບຮ້ອຍ. ເຮັດໃຫ້ຊາວກະສິກອນພ້ອມ
ດ້ວຍຄອບຄົວທີ່ມີຄວາມສາມາດ, ມີຄວາມປາຖະຫນາແລະໄດ້ເຮັດວຽກຢູ່ໃນຕົວເມືອງເປັນເວລາດົນນານນັ້ນ ກາຍເປັນຊາວເມືອງ.
ຊຸກຍູ້ໃຫ້ການບໍລິການສາທາລະນະພື້ນຖານຂອງຕົວເມືອງ ປົກຫຸ້ມ ປະຊາຊົນທັງໝົດທີ່ປະຈຳຢູ່ຕົວເມືອງ, ເຮັດໃຫ້ຊາວກະສິກອນ
ທີ່ຢູ່ຕົວເມືອງກັບຊາວເມືອງຮ່ວມກັນກໍ່ສ້າງແລະຊົມໃຊ້ອາລະຍະທຳທັນສະໄໝຂອງຕົວເມືອງ.

ຕ້ອງເພີ່ມທະວີການສະໜັບສະໜູນການຫັນເປັນຕົວເມືອງແບບໃໝ່ຂອງເຂດພາກກາງແລະພາກຕາເວັນຕົກ. ຈະຍົກຄວາມສາມາດ
ຂອງ ອຸດສາຫະກຳໃນການພັດທະນາແລະເຕົ້າໂຮມປະຊາກອນ, ຊຸກຍູ້ຊາວກະສິກອນໃຫ້ປະກອບອາຊີບຢູ່ບ່ອນໃກ້. ຈະເລັ່ງລັດຊຸກ
ຍູ້ການກໍ່ສ້າງພື້ນຖານໂຄງລ່າງຄື: ຄົມມະນາຄົມ, ຊົນລະປະທານ, ພະລັງງານແລະສາທາລະນູປະໂພກເປັນຕົ້ນ.ຕ້ອງເພີ່ມທະວີການ
ປະດິດສ້າງວິທີແລະກົນໄກໃໝ່ໃນການຄຸ້ມຄອງການຫັນເປັນຕົວເມືອງ.

ຈະເປີດກວ້າງການປັບປຸງເຮືອນຢູ່ແບບຜາມໃນຕົວເມືອງຢ່າງຂະໜາດໃຫຍ່.   ຈະຍົກສູງປະສິດທິພາບໃນການໃຊ້ທີ່ດິນກໍ່ສ້າງຕົວ
ເມືອງ, ໃຫ້ບູລິມະສິດໃນການພັດທະນາຄົມມະນາຄົມສາທາລະນະ, ພ້ອມທັງປົກປັກຮັກສາວັດທະນະທຳປະຫວັດສາດແລະທິວທັດ
ທຳມະຊາດ.

ຫົກ: ຄ້ຳຊູແລະນຳພາການຍົກລະດັບແລະປັບປຸງອົງປະກອບເສດຖະ ກິດໃຫ້ດີຂຶ້ນດ້ວຍນະວະຕະກຳ.

ນະວະຕະກຳ ແມ່ນພະລັງແມ່ແຮງໃນການປັບປຸງອົງປະກອບເສດຖະກິດໃຫ້ດີຂຶ້ນ. ຕ້ອງຖືນະວະຕະກຳໄວ້ຢູ່ຖານະໃຈກາງຂອງສະ
ພາບການລວມແຫ່ງການພັດທະນາຂອງປະເທດ, ຊຸກຍູ້ໃຫ້ການພັດທະນາວິທະຍາສາດເຕັກນິກກັບການພັດທະນາເສດຖະກິດສັງ
ຄົມປະສົມປະສານກັນຢ່າງແໜ້ນແຟ້ນ, ຊຸກຍູ້ອຸດສາຫະກຳຂອງປະເທດຈີນໃຫ້ກ້າວໄປສູ່ລະດັບສູງຂອງຕ່ອງໂສ້ມູນຄ່າທົ່ວໂລກ.

ຕ້ອງເລັ່ງລັດການປະຕິຮູບໂຄງປະກອບວິທະຍາສາດເຕັກນິກ. ເນັ້ນໜັກຖານະສຳຄັນຂອງວິສາຫະກິດໃນການປະດິດສ້າງເຕັກນິກ,
ສົ່ງເສີມໃຫ້ວິສາຫະກິດສ້າງອົງການຄົ້ນຄວ້າ, ນຳໜ້າສ້າງສະຫະພັນນະວະຕະກຳໂດຍມີອົງການຜະລິດ, ອົງການວິຊາການແລະອົງ
ການຄົ້ນຄວ້າຢູ່ຮ່ວມກັນ.  

ຈະເພີ່ມງົບປະມານຂອງລັດຖະບານໃນການຄົ້ນຄວ້າພື້ນຖານ, ເຕັກນິກທັນສະ ໄໝ, ເຕັກນິກສາທາລະນະປະໂຫຍດຂອງສັງຄົມ
ແລະເຕັກນິກຂໍກະແຈທີ່ສຳຄັນຍິ່ງ, ບູລະນະເວທີບໍລິການດ້ານວິທະຍາສາດເຕັກນິກສາທາລະນະ, ບູລະນະກົນໄກປະຕິບັດໂຄງການ
ວິທະຍາສາດເຕັກນິກທີ່ສຳຄັນສະເພາະ. ຈະເພີ່ມທະວີການປົກປ້ອງແລະນຳໃຊ້ສິດຊັບສິນທາງປັນຍາ. ລົງເລິກປະຕິບັດແຜນການ
ພັດທະນາຊັບພະຍາກອນມະນຸດ.

ການປັບປຸງອົງປະກອບອຸດສາຫະກຳ ຕ້ອງອາໃສການປະຕິຮູບ. ຈະໃຫ້ບູລິມະສິດໃນການພັດທະນາຂະແໜງການບໍລິການທີ່ມີລັກ
ສະນະການຜະລິດ, ຊຸກຍູ້ການສ້າງເຂດທົດລອງແລະຕົວແບບໃນການປະຕິຮູບຂະແໜງ ການບໍລິການໂດຍລວມ, ຊຸກຍູ້ນະວະຕະ
ກຳດ້ານວັດທະນະທຳແລະການບໍລິການດ້ານອອກແບບ ປະສົມປະສານກັບການພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ, ເລັ່ງລັດ
ພັດທະນາຂະແໜງການບໍລິການໃນດ້ານປະກັນໄພ, ການຄ້າແລະວິທະຍາສາດເຕັກນິກເປັນຕົ້ນ. ຈະຍຶດໝັ້ນຜ່ານການແຂ່ງຂັນໃນ
ຕະຫຼາດບັນລຸການໃຫ້ຜູ້ທີ່ດີເດັ່ນໄດ້ຮັບໄຊຊະນະ, ຜູ້ທີ່ບໍ່ດີຈະຖືກເສຍໄຊ, ສົ່ງເສີມໃຫ້ວິສາຫະກິດຕ່າງໆປະກອບຄືນໃໝ່. ສຳລັບ
ຂະແໜງ ການທີ່ມີຄວາມສາມາດການຜະລິດເຫຼືອເກີນນັ້ນ ຈະໃຫ້ປະຕິບັດຕາມມາດຕະຖານຕ່າງໆໃນດ້ານການອະນຸລັກສິ່ງແວດ
ລ້ອມ, ການສິ້ນເປືອງພະລັງງານແລະເຕັກນິກຢ່າງເຂັ້ມງວດ.   ປີນີ້ ຈະຍົກເລີກຄວາມສາມາດການຜະລິດທີ່ຫຼ້າຫຼັງຕ່າງໆເຊັ່ນ:
ຄວາມສາມາດຜະລິດເຫຼັກກ້າຈຳນວນ 27.000.000 ໂຕນ,  ຊີມັງ 42.000.000 ໂຕນ,  ແກ້ວແຜ່ນ 35.000.000 ຕູ້ມາດ
ຖານແລະອື່ນໆ, ເພື່ອຮັບປະກັນໃຫ້ສຳເລັດໜ້າທີ່ຍົກເລີກຄວາມສາມາດການຜະລິດທີ່ເຫຼືອເກີນທີ່ກຳນົດໃນແຜນການພັດທະນາ
5 ປີຄັ້ງທີ 12 ນັ້ນກ່ອນກຳນົດ 1 ປີ.

ເຈັດ: ຕ້ອງເພີ່ມທະວີການສ້າງສາທາງສັງຄົມໃນດ້ານການສຶກສາ, ສາ ທາລະນະສຸກແລະວັດທະນະທຳ ເປັນຕົ້ນ.

ຕ້ອງຊຸກຍູ້ວຽກງານການສຶກສາໃຫ້ໄດ້ຮັບການພັດທະນາກ່ອນໝູ່ຢ່າງທ່ຽງທຳ.  ຈະສືບຕໍ່ເພີ່ມຊັບພະຍາກອນການສຶກສາໄປສູ່ເຂດ
ພາກກາງແລະພາກຕາເວັນຕົກແລະຊົນນະບົດ, ຊຸກຍູ້ການສຶກສາພາກບັງຄັບໃຫ້ໄດ້ຮັບການພັດທະນາຢ່າງກ້ຳເກິ່ງກັນ. ຈະປົວແປງ
ເງື່ອນໄຂການສຶກສາຂອງໂຮງຮຽນທີ່ອ່ອນແອໃນດ້ານການດຳເນີນການສຶກສາພາກບັງຄັບຢູ່ເຂດທຸກຍາກໃຫ້ດີຂຶ້ນຢ່າງຮອບດ້ານ.
ໃຫ້ບັນລຸເປົ້າໝາຍທີ່ຈຳນວນນັກຮຽນທີ່ຢູ່ຊົນນະບົດທີ່ທຸກຍາກທີ່ສາມາດເຂົ້າຮຽນຢູ່ສະຖາບັນການສຶກສາຊັ້ນສູງນັ້ນເພີ່ມຂຶ້ນຫຼາຍກວ່າ
10%, ເຮັດໃຫ້ລູກຫຼານຊາວກະສິກອນມີໂອກາດຮຽນຕໍ່ຫຼາຍກວ່າເກົ່າ. ເພີ່ມທະວີການກໍ່ສ້າງຖັນແຖວຄູສອນຂອງຊົນນະບົດໂດຍສະ
ເພາະ ເຂດທຸກຍາກທີ່ຫ່າງໄກສອກຫຼີກ, ເປີດກວ້າງຂອບເຂດປົກຫຸ້ມດ້ວຍຊັບພະຍາກອນການສຶກສາທີ່ດີເດັ່ນ, ປັບປຸງສະພາບການ
ທາດບຳລຸງຂອງເດັກນ້ອຍທີ່ຢູ່ເຂດຊົນນະບົດທີ່ທຸກຍາກ. ພັດທະນາການສຶກສາກ່ອນໄວຮຽນ. ຈະປະຕິບັດແຜນການສຶກສາພິເສດ.
ຈະສືບຕໍ່ເພີ່ມງົບປະມານສູນກາງເຂົ້າໃນການສຶກສາ,   ຍົກສູງປະສິດທິພາບແລະເພີ່ມທະວີການຕິດຕາມກວດກາການນຳໃຊ້ງົບປະ
ມານເຫຼົ່ານີ້.

ຕ້ອງຊຸກຍູ້ການປະຕິຮູບລະບຽບການປິ່ນປົວພະຍາດໃຫ້ກ້າວສູ່ລວງເລິກແລະລວງກວ້າງ. ຈະປັບປຸງການປະກັນໄພດ້ານການປິ່ນປົວພະ
ຍາດໂດຍພື້ນຖານຂອງທົ່ວປວງຊົນໃຫ້ໝັ້ນແກ່ນ,   ພິຈາລະນາຜ່ານການປະຕິຮູບລະບຽບການປະກັນໄພການປິ່ນປົວພະຍາດພື້ນຖານ
ຂອງຕົວເມືອງແລະຊົນນະບົດ.   ຍົກມາດຕະຖານເກື້ອກູນການປະກັນໄພປິ່ນປົວພະຍາດພື້ນຖານຂອງຕົວເມືອງແລະຊົນນະບົດໃຫ້ເຖິງ
320 ຢວນຕໍ່ຫົວຄົນ. ເຜີຍແຜ່ການປະກັນໄພພະຍາດຮ້າຍແຮງຂອງປະຊາຊົນໃນຕົວເມືອງແລະຊົນນະບົດ. ຈະເຜີຍແຜ່ການສ້າງໂຮງ
ໝໍສາທິດໃນການປະຕິຮູບໂດຍລວມໄປເຖິງໂຮງໝໍລະດັບເມືອງ 1000 ແຫ່ງ, ເຊິ່ງຈະປົກຫຸ້ມປະຊາຊົນຊົນນະບົດ 500.000.000
ຄົນ. ເປີດກວ້າງບ່ອນທົດລອງປະຕິຮູບໂດຍລວມຂອງໂຮງໝໍຫຼວງຂອງຕົວເມືອງໃຫຍ່.

ວັດທະນະທຳແມ່ນສາຍເລືອດຂອງຊົນຊາດ.  ຕ້ອງຊຸກຍູ້ການບໍລິການດ້ານວັດທະນະທຳສາທາລະນະນພື້ນຖານໃຫ້ເປັນແບບມາດຕະ
ຖານແລະສະໝ່ຳສະເໝີກັນ, ພັດທະນາວຽກງານຕ່າງໆເຊັ່ນ: ວັດທະນະທຳສິລະປະກຳ, ການຖະແຫຼງຂ່າວແລະພິມຈຳໜ່າຍ,  ວິທະຍຸ
ຮູບເງົາໂທລະພາບ, ແລະເອກະສານເປັນຕົ້ນ, ໃຫ້ວິທະຍາສາດປັດຊະຍາແລະສັງຄົມພັດທະນາຢ່າງຮຸ່ງເຮືອງ, ສົ່ງເສີມໃຫ້ທົ່ວປວງຊົນ
ມັກອ່ານປື້ມ. ຍົກລະດັບຂອງການພັດທະນາອຸດສາຫະກຳວັດທະນະທຳ, ບົ່ມສ້າງຕະຫຼາດວັດທະນະທຳໃຫ້ເປັນລະບຽບແບບແຜນ. ສືບ
ທອດແລະເສີມຂະຫຍາຍວັດທະນະທຳພື້ນເມືອງທີ່ດີເດັ່ນ, ສຸມໃສ່ການອະນຸລັກວັດຖຸບູຮານ. ພັດທະນາການໃຫ້ທົ່ວປວງຊົນຫັດກາຍບໍລິ
ຫານ, ກິລາແຂ່ງຂັນແລະອຸດສາຫະກຳກິລາ.

ຕ້ອງຊຸກຍູ້ນະວະຕະກຳໃນດ້ານການຄຸ້ມຄອງສັງຄົມ. ຈະສຸມໃສ່ການນຳໃຊ້ແບບວິທີປົກຄອງດ້ວຍກົດໝາຍ, ປະຕິບັດການຄຸ້ມຄອງດ້ວຍ
ຫຼາຍຝ່າຍຮ່ວມກັນ. ບູລະນະລະບຽບການເປີດເຜີຍວຽກງານຂັ້ນບ້ານ, ວຽກງານຂອງເຂດຊຸມຊົນແລະການຄຸ້ມຄອງຢ່າງມີປະຊາທິປະໄຕ,
ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງສັງຄົມໃນການບໍລິການສາທາລະນະແລະການຄຸ້ມຄອງສັງຄົມໃຫ້ດີກວ່າເກົ່າ. ຈະເພີ່ມທະວີ
ການຄຸ້ມຄອງການຮັບມືກັບເຫດການທີ່ເກີດຂຶ້ນກະທັນຫັນ, ຍົກສູງຄວາມສາມາດໃນການປົກປ້ອງຄວາມປອດໄພສາທາລະນະແລະປ້ອງ
ກັນໄພ ກູ້ໄພແລະຫຼຸດໄພ. ຈະເຮັດວຽກພະຍາກອນແຜ່ນດິນໄຫວ, ພະຍາກອນອາກາດແລະວັດແທກດ້ານທໍລະນີສາດໃຫ້ດີ. ຈະລົງ
ເລິກດຳເນີນການສຶກສາເຜີຍແຜ່ກົດໝາຍ, ເພີ່ມທະວີການຊ່ວຍເຫຼືອດ້ານກົດໝາຍ. ຈະເພີ່ມທະວີການຄຸ້ມຄອງຄວາມສະຫງົບທາງສັງ
ຄົມໂດຍລວມ, ຕໍ່ຕ້ານການເຄື່ອນໄຫວກໍ່ການຮ້າຍຢ່າງເດັດຂາດ, ປົກປັກຮັກສາຄວາມປອດໄພແຫ່ງຊາດ, ຈໍ່ຕົວເປັນລະບຽບ ສັງຄົມທີ່
ດີ, ຮ່ວມກັນສ້າງປະເທດຈີນທີ່ມີຄວາມສະຫງົບສຸກ.

ແປດ: ເຮັດວຽກຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງເປັນເອກະພາບກັນ.

ຈຸດປະສົງພື້ນຖານຂອງວຽກງານລັດຖະບານ ແມ່ນເຮັດໃຫ້ປະຊາຊົນທຸກຖ້ວນໜ້າມີຊີວິດການເປັນຢູ່ທີ່ດີ. ສະນັ້ນ ຄວນຮັບປະກັນຊີວິດ
ການເປັນຢູ່ພື້ນຖານຂອງປະຊາຊົນຊົນ, ຍົກລະດັບແລະຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເລື້ອຍໆ.

ການປະກອບອາຊີບແມ່ນພື້ນຖານຂອງຊີວິດການເປັນຢູ່ຂອງປະຊາຊົນ. ຈະຍຶດໝັ້ນປະຕິບັດຍຸດທະສາດໃຫ້ບູລິມະສິດແກ່ການປະກອບ
ອາຊີບແລະນະໂຍບາຍປະກອບອາຊີບທີ່ຕັ້ງໜ້າກວ່າເກົ່າ, ສ້າງສະພາບແວດລ້ອມແຫ່ງການປະກອບາອຊີບແລະປະກອບທຸລະກິດໃຫ້ດີ,
ນຳພາການປະກອບທຸລະກິດດ້ວຍການປະດິດສ້າງ, ຊຸກຍູ້ການປະກອບອາຊີບດ້ວຍການປະກອບທຸລະກິດ. ປີນີ້ ນັກສຶກສາທີ່ຮຽນຈົບ
ຈາກສະຖາບັນການສຶກສາຊັ້ນສູງນັ້ນ ຈະມີເຖິງ 7.270.000 ຄົນ, ຕ້ອງບຸກເບີກຕຳແໜ່ງປະກອບອາຊີບໃຫ້ຫຼາຍ, ໃຫ້ການບໍລິການ
ຢ່າງຕໍ່ເນື່ອງແກ່ການປະກອບອາຊີບແລະປະກອບທຸລະກິດ,  ເພີ່ມອັດຕາສ່ວນປະກອບອາຊີບແລະປະກອບທຸລະກິດຂອງນັກສຶກສາທີ່
ຮຽນຈົບຈາກສະຖາບັນການສຶກສາຊັ້ນສູງ.  ຈະເພີ່ມທະວີການຊ່ວຍເຫຼືອຕໍ່ຜູ້ທີ່ມີຄວາມຫຍຸ້ງຍາກໃນການປະກອບອາຊີບໃນຕົວເມືອງ
ແລະຊົນນະບົດ, ຮັບປະກັນໃຫ້ຄອບຄົວທີ່ບໍ່ມີວຽກເຮັດງານທຳນັ້ນຢ່າງໜ້ອຍຕ້ອງມີຄົນໜຶ່ງໄດ້ເຮັດວຽກ, ແລະເຮັດວຽກຈັດສັນພະນັກ
ງານທີ່ວ່າງງານໃຫ້ປະກອບອາຊີບຄືນໃໝ່ໃຫ້ດີ. ປະສານວຽກງານປະກອບອາຊີບຂອງຊາວກະສິກອນທີ່ຍົກຍ້າຍໄປຕົວເມືອງແລະທະ
ຫານທີ່ຖອນອອກຈາກກອງທັບ.

ລາຍຮັບແມ່ນແຫຼ່ງທີ່ມາຂອງຊີວິດການເປັນຢູ່ຂອງປະຊາຊົນ. ຕ້ອງລົງເລິກການປະຕິຮູບໂຄງປະກອບການແບ່ງປັນລາຍໄດ້, ພະຍາ
ຍາມຫຼຸດຄວາມແຕກຕ່າງກັນດ້ານລາຍຮັບໃຫ້ໜ້ອຍລົງ.     ບູລະນະກົນໄກຕັດສິນເງິນເດືອນແລະການເພີ່ມເງິນເດືອນເປັນປົກກະຕິ
ຂອງພະນັກງານກຳມະກອນໃນວິສາຫະກິດ, ຊຸກຍູ້ການປຶກສາຫາລືເງິນເດືອນໂດຍລວມໝູ່, ສ້າງການພົວພັນອອກແຮງງານທີ່ກົມກຽວ
ກັນ. ຈະເພີ່ມລາຍໄດ້ໃຫ້ຜູ່ທີ່ມີລາຍໄດ້ຕ່ຳດ້ວຍຫຼາຍວິທີ, ເພີ່ມອັດຕາສ່ວນຂອງຈຳນວນຄົນທີ່ມີລາຍໄດ້ຜ້ານກາງຢ່າງບໍ່ຢຸດຢັ້ງ. ເຮັດ
ໃຫ້ລາຍໄດ້ຂອງປະຊາຊົນຕົວເມືອງແລະຊົນນະບົດເຕີບໂຕໄປຕາມຈັງຫວະດຽວກັນຂອງເສດຖະກິດ, ໃຫ້ປະຊາຊົນອັນກວ້າງໃຫຍ່
ໄພສານມີຄວາມຮູ້ສຶກເຖິງຜົນປະໂຫຍດຕົວຈິງ.

ການປະກັນສັງຄົມແມ່ນພື້ນຖານຂອງຊີວິດການເປັນຢູ່ຂອງປະຊາຊົນ. ຈຸດສຸມແມ່ນຊຸກຍູ້ການປະຕິຮູບລະບຽບການຊ່ວຍເຫຼືອທາງສັງຄົມ,
ສືບຕໍ່ຍົກສູງລະດັບຂອງການປະກັນສັງຄົມຕ່ຳສຸດຂອງປະຊາຊົນໃນຕົວເມືອງແລະຊົນນະບົດ, ປະຕິບັດລະບຽບການຊ່ວຍເຫຼືອຊົ່ວຄາວ
ຢ່ງຮອບດ້ານ, ໃຫ້ການຄ້ຳປະກັນແກ່ຊີວິດການເປັນຢູ່ພື້ນຖານຂອງປະຊາຊົນຜູ້ທີ່ມີຄວາມຫຍຸ້ງຍາກເປັນພິເສດ, ເພື່ອລົບລ້າງຄວາມ
ເປັນຫ່ວງຂອງປະຊາຊົນໃນເວລາບາກບັ່ນສູ້ຊົນປະກອບທຸລະກິດ. ຈະພັດທະນາວຽກງານລ້ຽງຜູ້ເຖົ້າ, ປົກປັກຮັກສາສິດທິຜົນປະໂຫຍດ
ຂອງແມ່ຍິງ, ເອົາໃຈໃສ່ນຳການພັດທະນາຂອງຊາວໜຸ່ເຍົາວະຊົນ, ເພີ່ມທະວີການປົກປ້ອງຜູ້ຄົນທີ່ບໍ່ເຖິງກະສຽນອາຍຸແລະໃຫ້ການຄ້ຳ
ປະກັນຕໍ່ຄອບຄົວທີ່ທຸກຍາກ, ເຮັດວຽກງານບໍລິການສາທາລະນະພື້ນຖານແກ່ຄົນພິການແລະປ້ອງກັນບໍ່ໃຫ້ເປັນຄົນພິການໃຫ້ດີ,  ສະ
ໜັບສະໜູນການຂະຫຍາຍຕົວຂອງວຽກງານກຸສົນ.   ເພື່ອເຮັດໃຫ້ໝົດທຸກຄົນທີ່ຢູ່ໃນສະພາບຫຍຸ້ງຍາກນັ້ນ ໄດ້ຮັບຄວາມເອົາໃຈໃສ່
ແລະຄວາມອົບອຸ່ນຈາກສັງຄົມ.

ບູລະນະກົນໄກຄ້ຳປະກັນທາງເຮືອນຢູ່. ຖືການຮັບປະກັນໃຫ້ໝົດທຸກຄົນມີເຮືອນຢູ່ເປັນເປົ້າໝາຍ, ຍຶດໝັ້ນການຊີ້ນຳໂດຍແບ່ງເປັນປະ
ເພດ, ປະຕິບັດໂດຍແບ່ງເປັນບາດກ້າວ, ແລະຮັບຜິດຊອບໂດຍແບ່ງເປັນຂັ້ນ, ເພີ່ມທະວີການກໍ່ສ້າງໂຄງການເຮືອນນະໂຍບາຍ, ເຊິ່ງ
ປີນີ້ຈະສ້າງໃໝ່ຫຼາຍກວ່າ 7.000.000 ຊຸດ. ຈະເພີ່ມອັດຕາສ່ວນຂອງເຮືອນນະໂຍບາຍໃນຕົວເມືອງໃຫຍ່. ຊຸກຍູ້ລະບຽບການທີ່ມີທັງ
ເຮືອນໃຫ້ເຊົ່າທີ່ລັດຖະບານຈັດສັນໃຫ້ແລະມີທັງເຮືອນໃຫ້ເຊົ່າດ້ວຍລາຄາຖືກນັ້ນໃຫ້ເປັນເອກະພາບກັນ.    ພາຍໃນປີນີ້ຈະສ້າງສຳ
ເລັດເຮືອນນະໂຍບາຍໂດຍພື້ນຖານ 4.800.000 ຊຸດ. ຈະດຳເນີນການດັດສົມຄວບຄຸມໂດຍແບ່ງເປັນປະເພດໂດຍອີງຕາມສະພາບ
ການຂອງຕົວເມືອງທີ່ຕ່າງກັນ, ເພີ່ມຈຳນວນການສະໜອງເຮືອນທີ່ຕ້ອງໄດ້ຊື້ເອົາທີ່ມີເນື້ອທີ່ຜ້ານກາງແລະນ້ອຍ,ແລະເຮືອນຢູ່ທີ່ມີສິດ
ຊັບສິນລວມ, ສະກັດກັນຄວາມຕ້ອງການແບບສວຍໂອກາດລົງທຶນຫາກຳໄລ, ຊຸກຍູ້ຕະຫຼາດເຮືອນ ແລະທີ່ດິນໃຫ້ໄດ້ຮັບການພັດ
ທະນາຢ່າງປອດໃສ.

ຕ້ອງປະຕິບັດກົດໝາຍຂໍ້ກຳນົດກ່ຽວກັບການຜະລິດຢ່າງປອດໄພຢ່າງເຂັ້ມງວດ, ຜັນຂະຫຍາຍລະບຽບການຮັບຜິດຊອບການຜະລິດ
ຢ່າງປອດໄພຢ່າງຮອບດ້ານ, ສະກັດກັ້ນບໍ່ໃຫ້ເກີດອຸບັດເຫດທີ່ຮ້າຍແຮງໃນການຜະລິດຢ່າງເດັດດ່ຽວ.  ອອກແຮງປັບປຸງແລະສ້າງ
ລະບຽບຕະຫຼາດໃຫ້ເປັນແບບແຜນ, ດຳເນີນການປັບປຸງໂດຍສະເພາະ ເພື່ອຕໍ່ຕ້ານການກະທຳທີ່ຜະລິດສິນຄ້າປອມທີ່ມີຄຸນນະພາບ
ຕ່ຳຢ່າງເຂັ້ມງວດ.

ເກົ້າ: ຕ້ອງພະຍາຍາມສ້າງບ້ານເກີດທີ່ສວຍງາມທີ່ມີອາລະຍະທຳດ້ານນິເວດວິທະຍາ.

ຕ້ອງວາງມາດຕະການທີ່ເຂັ້ມງວດເພື່ອປ້ອງກັນແລະປັບປຸງມົນລະພິດ. ຖືຕົວເມືອງໃຫຍ່ພິເສດແລະເຂດໃຫຍ່ພິເສດທີ່ມັກຈະເປັນ
ໝອກມົນລະພິດເປັນຈຸດສຸມ, ລົງມືຈາກການປັບປຸງສານພິດທີ່ເປັນເມັດນ້ອຍ(PM2.5)  ແລະເປັນເມັດທີ່ສາມາດດູດເຂົ້າລະບົບ
ຫາຍໃຈຂອງມະນຸດ(PM10), ກຳແໜ້ນທຸກຂອດທີ່ສຳຄັນເຊັ່ນ: ອົງປະກອບອຸດສາຫະກຳ, ປະສິດທິພາບຂອງການນຳໃຊ້ພະລັງ
ງານ, ການລະບາຍຄວັນລົດແລະຂີ້ຝຸ່ນທີ່ປິ່ວຕາມສາຍລົມ, ປັບປຸງກົນໄກໃໝ່ທີ່ໃຫ້ລັດຖະບານ, ວິສາຫະກິດແລະມວນຊົນເຂົ້າຮ່ວມ
ພ້ອມກັນ, ປະຕິບັດການປ້ອງກັນແລະຄວບຄຸມປະສົມກັນໃນພາກພື້ນ, ລົງເລິກປະຕິບັດແຜນການເຄື່ອນໄຫວໃນການປ້ອງກັນແລະ
ປັບປຸງການມົນລະພິດອາກາດ.

ຕ້ອງຊຸກຍູ້ການຫັນປ່ຽນຮູບການຜະລິດແລະຮູບການບໍລິໂພກພະລັງງານ. ຈະເພີ່ມທະວີການປະຢັດພະລັງງານແລະຫຼຸດການລະ
ບາຍມົນລະພິດ, ຄວບຄຸມຍອດປະລິມານການບໍລິໂພກພະລັງງານ, ເຊິ່ງປີນີ້ຈະຫຼຸດການສິ້ນເປືອງພະລັງງານໃຫ້ໜ້ອຍລົງ 3,9%
ຂຶ້ນໄປ, ປະລິມານລະບາຍຊຸນເຟີດີອອກຊິດແລະປະລິມານອອກຊີແຊນເຄມີລ້ວນແຕ່ຕ້ອງຫຼຸດໜ້ອຍລົງ 2%. ຈະເພີ່ມອັດຕາສ່ວນ
ຂອງການຜະລິດໄຟຟ້າດ້ວຍພະລັງງານທີ່ບໍ່ແມ່ນກະດູກທີ່ກັບກາຍມາເປັນຫີນ, ຂະຫຍາຍຕາໜ່າງໄຟຟ້າທີ່ສມາດ໊ແລະພະລັງງານ
ແບບແຈກຢາຍ, ສົ່ງເສີມພັດທະນາພະລັງງານລົມ, ພະລັງງານແສງຕາເວັນ, ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງງານນ້ຳຕົກ,
ແລະພະລັງງານນິວເຄລຍຈຳນວນໜຶ່ງ. ເພີ່ມທະວີການບຸກເບີກແລະນຳໃຊ້ອາຍແກັດທຳມະຊາດ, ອາຍແກັດໃນຊັ້ນຖ່ານຫີນ, ແລະ
ອາຍແກັດໃນຊັ້ນຫີນ.

ຊຸກຍູ້ການປົກປັກຮັກສາແລະສ້າງສາທຳມະຊາດ. ສືບຕໍ່ປະຕິບັດການ ປູກຕົ້ນໄມ້ຕົ້ນຫຍ້າຢູ່ໃນດິນປູກຝັງຄືນໃໝ່, ປີນີ້ຈະສຳເລັດ
ເນື້ອທີ 333.300 ເຮັກຕາ. ຈະປະຕິບັດໂຄງການນິເວດວິທະຍາທີ່ສຳຄັນຕ່າງໆເຊັ່ນ:   ການປູກຫຍ້າໃສ່ບ່ອນລ້ຽງສັດຄືນໃໝ່,
ການອະນຸລັກປ່າທຳມະຊາດ, ປ້ອງກັນການຫັນເປັນດິນຊາຍແລະປັບປຸງດິນຊາຍ, ຮັກສານ້ຳແລະດິນ, ປັບປຸງການຫັນເປັນທະເລ
ຊາຍ, ຟື້ນຟູດິນຊຸ່ມ. ຈະເພີ່ມທະວີການປົກປັກຮັກສາ ແຫຼ່ງແມ່ນນ້ຳສາມສາຍຄື ແມ່ນ້ຳຢາລຸງຈັງໂປ, ແມ່ນ້ຳນູ້ຈ່ຽງແລະແມ່ນ້ຳລ້ານ
ຊ້າງ.

ບັນດາຜູ້ແທນທີ່ຮັກແພງ!

ຖ້າຢາກເຮັດວຽກງານຂອງລັດຖະບານໃຫ້ດີ,  ຕ້ອງເພີິ່ມທະວີການປະຕິຮູບແລະການກໍ່ສ້າງຕົນເອງ. ອົງການປົກຄອງທຸກຂັ້ນ
ຕ້ອງປະຕິບັດຕາມພັນທະໜ້າທີ່ຂອງຕົນທີ່ມອບໝາຍໂດຍລັດຖະທຳມະນູນແລະກົດຫມາຍຢ່າງຈິງໃຈ,  ອີງຕາມຄວາມຮຽກຮ້ອງ
ຕ້ອງການໃນການຊຸກຍູ້ການສ້າງລະບົບຄຸ້ມຄອງປະເທດແລະສ້າງຄວາມສາມາດຄຸ້ມຄອງທີ່ທັນສະໄໝ, ເລັ່ງລັດສ້າງລັດຖະບານ
ທີ່ປົກຄອງຕາມກົດຫມາຍ, ລັດຖະບານທີ່ມີການປະດິດສ້າງ,  ລັດຖະບານທີ່ປອດໃສຂາວສະອາດ,  ເພີ່ມທະວີຄວາມສາມາດໃນ
ການປະຕິບັດງານແລະຄວາມໜ້າເຊື່ອຖືຂອງລັດຖະບານ,  ພະຍາຍາມສະໜອງການບໍລິການທີ່ມີຄຸນນະພາບດີແລະມີປະ
ສິດທິພາບສູງໃຫ້ແກ່ປະຊາຊົນ.

ຕ້ອງລົງເລິກຜັນຂະຫຍາຍຍຸດທະສາດພື້ນຖານໃນການປົກຄອງປະເທດຕາມກົດຫມາຍ. ປະດິດສ້າງແນວຄິດແລະແບບວິທີໃໝ່ໃນ
ການຄຸ້ມຄອງບໍລິຫານຂອງລັດຖະບານ,   ຊຸກຍູ້ການປະຕິຮູບທີ່ລັດຖະບານຊື້ການບໍລິການຈາກສັງຄົມ.   ເພີ່ມທະວີການສ້າງສາຖັນ
ແຖວລັດຖະກອນ, ຍົກຄຸນທາດຂອງລັດຖະກອນໃຫ້ສູງຂຶ້ນຢ່າງຮອບດ້ານ. ລັດຖະກອນໝົດທຸກຄົນຕ້ອງຖືຜົນປະໂຫຍດຂອງປະຊາ
ຊົນເປັນສຳຄັນ, ປອດໃສຂາວສະອາດ, ບໍລິການໃຫ້ສາທາລະນະ, ດຸໝັ່ນປະຕິບັດຕາມໜ້າທີ່ຮັບຜິດຊອບ, ກາຍເປັນຜູ້ຮັບໃຊ້ປະຊາ
ຊົນທີ່ດີຢ່າງແທ້ຈິງ.

ອົງການປົກຄອງທຸກຂັ້ນຕ້ອງມີນ້ຳໃຈປະຢັດຢ່າງເຂັ້ມງວດ, ຄັດຄ້ານການສິ້ນເປືອງ. ຈະເພີ່ມທະວີການຕິດຕາມກວດກາດ້ານບໍລິຫານ,
ດັດແກ້ສະພາບການທີ່ບໍ່ຖືກຕ້ອງທີ່ມີຢູ່ໃນຂະແໜງການຕ່າງໆ. ເພີ່ມທະວີການ ກວດກາບັນຊີແລະປະກາດຜົນການກວດກາບັນຊີ. ລົງ
ເລິກຊຸກຍູ້ການສ້າງລະບຽບການຕ້ານການສໍ້ລາດບັງຫຼວງແລະສົ່ງເສີມຄວາປອດໃສຂາວສະອາດ, ສືບສວນສອບສວນຄະດີສໍ້ລາດ
ບັງຫຼວງຢ່າງເດັດຂາດແລະເຂັ້ມງວດ, ລົງໂທດຕໍ່ຜູ້ທີ່ສໍ້ລາດບັງຫຼວງຕາມກົດຫມາຍຢ່າງເຂັ້ມງວດ, ຈະບໍ່ເຂົ້າຂ້າງຢ່າງເດັດຂາດ.

ອົງການປົກຄອງທຸກຂັ້ນ ຕ້ອງເປັນເຈົ້າການຮັບການຕິດຕາມຂອງສະພາປະຊາຊົນແລະຄະນະປະຈຳສະພາປະຊາຊົນຂັ້ນດຽວກັນ, ຕັ້ງ
ໃຈຮັບການຕິດຕາມຢ່າງມີປະຊາທິປະໄຕຈາກສະພາປຶກສາການເມືອງປະຊາຊົນ, ຮັບຟັງຄວາມເຫັນຂອງຜູ້ແທນປະຊາຊົນ, ພັກຝ່າຍ
ປະຊາທິປະໄຕ, ສະຫະພັນອຸດສາຫະກຳການຄ້າ, ບຸກຄົນທີ່ບໍ່ຂຶ້ນກັບພັກຝ່າຍໃດແລະອົງການຈັດຕັ້ງປະຊາຊົນຕ່າງໆ. ຕ້ອງເພີ່ມທະ
ວີການເປີດເຜີຍວຽກງານບໍລິຫານ, ສ້າງລະບຽບການໂຄສົກຖະແຫຼງຂ່າວໃຫ້ສົມບຸນ, ໃຫ້ຄຳຕອບຕໍ່ບັນຫາທີ່ສັງຄົມໃຫ້ຄວາມສົນໃຈ
ຢ່າງທັນການ.

ບັນດາຜູ້ແທນເຄົາລົບ!

ຈີນແມ່ນປະເທດເອກະພາບທີ່ມີຫຼາຍຊົນເຜົ່າ, ບັນດາຊົນເຜົ່າລ້ວນແຕ່ແມ່ນສະມາຊິກທີ່ສະເໝີພາບກັນຂອງປະຊາຊາດຈີນ. ຕ້ອງຜັນຂະ
ຫຍາຍນະໂຍບາຍຊົນເຜົ່າຂອງພັກຢ່າງຖືກຕ້ອງແລະຮອບດ້ານ, ຍຶດໝັ້ນບູລະນະລະບຽບການປົກຄອງຕົນເອງຂອງເຂດຊົນເຜົ່າ, ຊຸກຍູ້
ຄວາມສາມັກຄີ ຄວາມກ້າວໜ້າແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງບັນດາຊົນເຜົ່າ. ຊ່ວຍເຫຼືອການພັດທະນາຂອງຊົນເຜົ່າທີ່ມີປະ
ຊາກອນອ່າວໜ້ອຍ, ສືບຕໍ່ດຳເນີນການເຄື່ອນໄຫວສ້າງເຂດຊາຍແດນໃຫ້ຈະເລີນ, ໃຫ້ປະຊາຊົນຢູ່ເຂດຊາຍແດນຮັ່ງມີຂຶ້ນ.  ປົກປັກຮັກ
ສາແລະພັດທະນາວັດທະນະທຳພື້ນເມືອງທີ່ດີເດັ່ນຂອງຊົນເຜົ່າສ່ວນໜ້ອຍ.

ຕ້ອງປະຕິບັດຕາມທິດທາງພື້ນຖານຂອງວຽກງານສາສະໜາຂອງພັກຢ່າງຮອບດ້ານ, ຊຸກຍູ້ໃຫ້ການພົວພັນລະຫວ່າງສາສະໜາຕ່າງໆ
ຖືກຕ້ອງປອງດອງກັນ, ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງບຸກຄົນໃນວົງການສາສະໜາແລະປະຊາຊົນທີ່ເຊື່ອຖືສາສະໜາໃນການ
ຊຸກຍູ້ການພັດທະນາຂອງເສດຖະກິດສັງຄົມ.

ຕ້ອງສາມັກຄີຈີນຕ່າງດ້າວແລະຊາວຕ່າງປະເທດເຊື້ອສາຍຈີນທີ່ອາໃສຢູ່ຕ່າງປະເທດກໍ່ຄືຊາວຈີນຕ່າງດ້າວທີ່ກັບຄືນສູ່ປະເທດຊາດ,
ເສີມຂະຫຍາຍບົດບາດພິເສດຂອງພີ່ນ້ອງຊາວຈີນຕ່າງດ້າວໃນການເຂົ້າຮ່ວມການສ້າງສາທັນສະໄໝຂອງປະເທດຊາດ,    ຊຸກຍູ້ສັນຕິ
ພາບແລະຄວາມເປັນເອກະພາບຂອງປະເທດຊາດ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະບຸກຄະລາກອນລະຫວ່າງຈີນກັບຕ່າງ
ປະເທດ, ເຮັດໃຫ້ລູກຫຼານປະຊາຊາດຈີນຢູ່ພາຍໃນແລະຕ່າງປະເທດສາມາດສາມັກຄີເຂັ້ມແຂງກວ່າເກົ່າ.

ບັນດາຜູ້ແທນຮັກແພງ!

ໃນໜຶ່ງປີທີ່ຜ່ານມາ, ການສ້າງສາທາງດ້ານປ້ອງກັນປະເທດແລະກອງທັບຂອງຈີນໄດ້ຮັບການຊຸກຍູ້ກ້າວໄປໜ້າຢ່າງໜັກແໜ້ນ, ທົ່ວກອງ
ທັບແລະກອງຕຳຫຼວດປະກອບອາວຸດໄດ້ສະແດງໃຫ້ເຫັນພາບພົດແລະຄວາມສາມາດສູ້ຊົນອັນໃໝ່.   ໃນປີໃຫມ່ນີ້,   ຕ້ອງປິ່ນອ້ອມເປົ້າ
ຫມາຍສ້າງກອງທັບໃຫ້ເຂັ້ມແຂງພາຍໃຕ້ສະຖານະການອັນໃໝ່ທີ່ສະເໜີອອກໂດຍພັກນັ້ນ, ເພີ່ມທະວີການສ້າງສາກອງທັບໃຫ້ເປັນແບບ
ປະຕິວັດ, ທັນສະໄຫມ,ແລະເປັນລະບຽບແບບແຜນຢ່າງຮອບດ້ານ, ເພີ່ມຄວາມສາມາດນາບຂູ່ແລະສູ້ຊົນຕົວຈິງຂອງກອງທັບ ພາຍໃຕ້
ເງື່ອນໄຂທີ່ຫັນເປັນຂໍ້ມູນຂ່າວສານ. ຕ້ອງສຳເລັດໜ້າທີ່ກູ້ໄພ, ຕ້ານການກໍ່ການຮ້າຍ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສັນຕິພາບ,
ປ້ອງກັນກອງກຳປັ່ນທີ່ເດີນທະເລແລະແກ້ໄຂເຫດການທີ່ເກີດຂຶ້ນຢ່າງກະທັນຫັນ, ຕັ້ງໜ້າເຂົ້າຮ່ວມແລະສະໜັບສະໜູນການສ້າງສາເສດ
ຖະກິດຂອງຊາດ.

ບັນດາຜູ້ແທນທີ່ຮັກແພງ!

ພວກຂ້າພະເຈົ້າຈະປະຕິບັດຕາມທິດທາງປະເທດໜຶ່ງ ສອງລະບອບຢ່າງເດັດດ່່ຽວບໍ່ປ່ຽນແປງ, ຜັນຂະຫຍາຍກົດຫມາຍພື້ນຖານຢ່າງ
ຮອບດ້ານແລະຖືກຕ້ອງ, ປົກປັກຮັກສາຮົງກົງແລະມາເກົ໋າໃຫ້ມີຄວາມຈະເລີນຮຸ່ງເຮືອງແລະຄວາມໝັ້ນຄົງເປັນເວລາຍາວນານ.

ສະໜັບສະໜຸນຜູ້ວ່າການເຂດບໍລິຫານພິເສດແລະອົງການປົກຄອງເຂດບໍລິຫານພິເສດຮົງກົງແລະມາເກົ໋າດຳເນີນການປົກຄອງຕາມກົດ
ຫມາຍ, ພັດທະນາເສດຖະກິດຢ່າງແຂງແຮງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຢ່າງໄດ້ຮັບຜົນສັກສິດ,   ຊຸກຍູ້ປະຊາທິປະໄຕ
ຕາມກົດໝາຍ, ປົກປັກຮັກສາຄວາມປອງດອງກັນຂອງສັງຄົມ. ເປີດກວ້າງການຮ່ວມມືລະຫວ່າງແຜ່ນດິນໃຫຍ່ກັບຮົງກົງແລະມາເກົ໋າຕື່ມອີກ,
ຊຸກຍູ້ໃຫ້ຮົງກົງແລະມາເກົ໋າມີກຳລັງແຂ່ງຂັນຂອງຕົນເອງສູງຂຶ້ນ.

ພວກຂ້າພະເຈົ້າ ຈະຜັນຂະຫຍາຍທິດທາງນະໂຍບາຍຕໍ່ໄຕ້ຫວັນຢ່າງຮອບດ້ານ, ຍຶດໝັ້ນຄວາມຮັບຮູ້ທີ່ເປັນເອກະພາບກັນ 2 ກັນຍາ, ປົກ
ປັກຮັກສາຂອບແຫ່ງປະເທດຈີນດຽວ, ປັບປຸງແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງລະຫວ່າງສອງຝັ່ງ, ຊຸກຍູ້ການເຊື່ອມ
ໂຍງເຂົ້າກັນດ້ານເສດຖະກິດ, ຊຸກຍູ້ການແລກປ່ຽນແລະຮ່ວມມືກັນ, ດຳເນີນການປຶກສາຫາລືແລະເຈລະຈາກັນ, ຖືທັດສະນະທີ່ທັງສອງຝັ່ງ
ເປັນຄອບຄົວດຽວກັນ, ປົກປັກຮັກສາຄວາມຮັກແພງລະຫວ່າງພີ່ນ້ອງຮ່ວມອຸທອນ, ໂຮມສູນນ້ຳໃຈແລະກຳລັງແຮງຂອງພີ່ນ້ອງຮ່ວມຊາດ,
ປະກອບສ່ວນເຂົ້າໃນການສ້າງປະຊາຊາດຈີນໃຫ້ເປັນບ້ານເກີດທີ່ສວຍງາມ ແລະບັນລຸການໂຮມປະເທດຊາດເປັນເອກະພາບກັນໂດຍສັນ
ຕິ.

ບັນດາຜູ້ແທນທີ່ເຄົາລົບ!

ປີນີ້ແມ່ນການຄົບຮອບ 60 ປີແຫ່ງການສະເໜີຫຼັກ 5 ປະການຢູ່ຮ່ວມກັນໂດຍສັນຕິ. ປະຊາຊົນຈີນຮັກຫອມສັນຕິພາບ, ປາຖະໜາຫາການ
ພັດທະນາ, ການສ້າງສາທັນສະໄຫມຂອງປະເທດຈີນຕ້ອງການສະພາບແວດລ້ອມສາກົນທີ່ສະເຖຍລະພາບເປັນເວລາຍາວນານ. ພວກຂ້າ
ພະເຈົ້າຈະສືບຕໍ່ຊູຄັນທຸງແຫ່ງສັນຕິພາບ, ການພັດທະນາ, ການຮ່ວມມືແລະໄດ້ຜົນຜົນປະໂຫຍດນຳກັນ,    ເດີນຕາມເສັ້ນທາງພັດທະນາ
ໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດຕາມຍຸດທະສາດເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງສະເໝີຕົ້ນສະ
ເໝີປາຍ. ເດັດດ່ຽວປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງແລະຜົນປະໂຫຍດໃນການພັດທະນາຂອງປະເທດ, ປົກປັກຣັກສາສິດທິຜົນປະ
ໂຫຍດທີ່ຊອບດ້ວຍກົດຫມາຍຂອງປະຊາຊົນແລະນິຕິບຸກຄົນຈີນທີ່ຢູ່ຕ່າງປະເທດ.

ຊຸກຍູ້ການຕ່າງປະເທດຕໍ່ປະເທດອ້ອມຂ້າງຢ່າງຮອບດ້ານ, ປັບປຸງມິດຕະພາບຖານປະເທດບ້ານໃກ້ເຮືອນຄຽງ,   ລົງເລິກການຮ່ວມມືແບບ
ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປົກປັກຮັກສາໝາກຜົນໄຊຊະນະຂອງສົງຄາມໂລກຄັ້ງທີ 2 ແລະລະບຽບສາກົນທີ່ສ້າງຂຶ້ນຫຼັງສົງຄາມໂລກ
ຄັ້ງທີ 2, ເດັດຂາດບໍ່ອະນຸຍາດໃຫ້ກົງລໍ້ປະຫວັດສາດຖອຍຄືນຫຼັງ. ຈະເພີ່ມທະວີຄວາມສາມັກຄີແລະການຮ່ວມມືກັບບັນດາປະເທດທີ່ພວມ
ພັດທະນາ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງບັນດາປະເທດທີ່ພວມພັດທະນາ,    ລົງເລິກການສົນທະນາດ້ານຍຸດທະສາດແລະການ
ຮ່ວມມືຕົວຈິງກັບປະເທດໃຫຍ່ຕ່າງໆ, ຊຸກຍູ້ການສ້າງການພົວພັນລະຫວ່າງປະເທດໃຫຍ່ທີ່ໝັ່ນທ່ຽງເປັນເວລາຍາວນານແລະພັດທະນາຢ່າງ
ປອດໃສ. ຕ້ອງຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກໃຫ້ດີ. ຈີນແມ່ນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ພວກຂ້າພະ
ເຈົ້າຈະຕັ້ງຫນ້າເຂົ້າຮ່ວມວຽກງານຫຼາຍຝ່າຍໃນສາກົນ, ເພື່ອເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນບັນຫາທົ່ວໂລກແລະບັນຫາຈຸດ
ສຸມ, ປົກປັກຮັກສາຍຸດຕິທຳແລະຄວາມເປັນທຳຂອງສາກົນຢ່າງແທ້ຈິງ, ຊຸກຍູ້ ລະບຽບສາກົນໃຫ້ພັດທະນາໄປຕາມທິດທີ່ທ່ຽງທຳແລະສົມ
ເຫດສົມຜົນກວ່າເກົ່າ. ຈີນຍິນດີຮ່ວມກັບບັນດາປະເທດໃນໂລກ ຊຸກຍູ້ສັນຕິພາບຖາວອນຂອງທົ່ວມວນມະນຸດ, ແລະບັນລຸການພັດທະນາ
ແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ.