ບົດລາຍງານວຽກງານຂອງລັດຖະບານຈີນ

ໂດຍ: ທ່ານຫຼີເຄີ້ສຽງ

ບັນດາຜູ້ແທນທີ່ນັບຖື:

ຕໍ່ໄປ ຂ້າພະເຈົ້າຂໍຕາງໜ້າລັດຖະບານ, ຜ່ານບົດລາຍງານວຽກງານ ຂອງລັດຖະບານຕໍ່ກອງປະຊຸມ, ຂໍໃຫ້ບັນດາຜູ້ແທນຄົ້ນຄວ້າພິຈາລະນາ,
ແລະຂໍຄວາມເຫັນຈາກບັນຫາກຳມະການຂອງສະພາປຶກສາການເມືອງແຫ່ງຊາດຈີນ.

ໜຶ່ງ: ການຫວນຄືນວຽກງານໃນປີ 2014 ໃນໜຶ່ງປີທີ່ຜ່ານມາ,ສະພາບແວດລ້ອມທັງສາກົນແລະພາຍໃນທີ່ປະ ເທດຈີນປະເຊີນໃນການພັດ
ທະນານັ້ນ ແມ່ນສັບສົນແລະຂ້ຽວຂາດຫຼາຍ. ການຟື້ນຕົວຄືນຂອງເສດຖະກິດທົ່ວໂລກປະສົບຄວາມຫຍຸ້ງຍາກ, ອົງກອນ ເສດຖະກິດທີ່ສຳ
ຄັນຕ່າງໆມີການພັດທະນາທີ່ແຕກຕ່າງກັນຫຼາຍ.ເສດຖະກິດ ພາຍໃນປະເທດຈີນມີຄວາມກົດດັນແຮງຢ່າງຕໍ່ເນື່ອງທີ່ຈະຕົກຕ່ຳລົງ, ຄວາມ
ຫຍຸ້ງຍາກແລະສິ່ງທ້າທາຍຕ່າງໆນານາສະຫຼັບສັບຊ້ອນກັນ. ພາຍໃຕ້ການ ນຳພາອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນທີ່ມີທ່ານ
ສີຈິ້ນຜິງເປັນເລຂາທິການໃຫຍ່, ປະຊາຊົນຈີນບັນດາເຜົ່າໃນທົ່ວປະເທດ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວກັນ,   ຜ່ານຜ່າຄວາມຫຍຸ້ງຍາກ
ຕ່າງໆນາໆ, ໄດ້ສຳເລັດໜ້າທີ່ເປົ້າໝາຍທີ່ສຳຄັນໃນດ້ານການພັດທະນາເສດຖະກິດສັງຄົມໃນໝົດປີ, ການລົງເລິກການປະຕິຮູບຢ່າງຮອບ
ດ້ານໄດ້ມີການເລີ່ມຕົ້ນເປັນຢ່າງດີ,  ການ ປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານກໍ່ມີຈຸດເລີ່ມຕົ້ນອັນໃໝ່, ສ່ວນ ການສ້າງ
ສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານກໍ່ໄດ້ຢ່ວງບາດກ້າວທີ່ໜັກ ແໜ້ນອີກກ້າວໜຶ່ງ.

ໃນໜຶ່ງປີທີ່ຜ່ານມາ,ການພັດທະນາເສດຖະກິດສັງຄົມຂອງຈີນມີຄວາມໝັ້ນທ່ຽງໃນດ້ານກວມລວມ, ທັງມີການກ້າວໄປໜ້ານຳອີກ. ລວມ
ຍອດຜະລິດ ຕະພັນພາຍໃນຫຼື GDP ໄດ້ບັນລຸເຖິງ 63.600 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2013 7,4%, ຢູ່ໃນແຖວໜ້າຂອງບັນດາອົງ
ກອນເສດຖະກິດທີ່ສຳຄັນໃນ ໂລກ. ຈຳນວນຜູ້ປະກອບອາຊີບທີ່ເພີ່ມໃໝ່ ມີເຖິງ 13 ລ້ານ 2 ແສນ 2 ໝື່ນຄົນ, ສູງກວ່າປີ 2013. ລາ
ຄາສິນຄ້າສູງຂຶ້ນ 2%. ອົງປະກອບເສດ ຖະກິດໄດ້ຮັບການປັບປຸງດີຂຶ້ນຄັ້ງໃໝ່, ຜົນຜະລິດທັນຍາຫານ ມີເຖິງ 605 ລ້ານໂຕນ; ອັດຕາ
ປະກອບສວນຂອງການບໍລິໂພກຕໍ່ການເຕີບໂຕທາງເສດຖະກິດເພີ່ມຂຶ້ນ 3%, ບັນລຸເຖິງ 51,2%, ມາດຕາສ່ວນຂອງມູນ ຄ່າເພີ່ມຂອງ
ຂະແໜງການບໍລິການຈາກ 46,9% ສູງຂຶ້ນເຖິງ 48,2%, ຂະແໜງການໃໝ່, ຮູບການໃໝ່ຂອງຂະແໜງການ ແລະຮູບການທຸລະກິດ
ແບບໃໝ່ປາກົດຕົວອອກເລື້ອຍໆ.ເສດຖະກິດຢູ່ພາກກາງແລະພາກຕາເວັນ ຕົກຂອງຈີນມີຈັງຫວະເຕີບໂຕໄວກວ່າເຂດພາກຕາເວັນ
ອອກ. ລາຍໄດ້ ຈາກງົບສາທາລະນະທົ່ວໄປເພີ່ມຂຶ້ນ 8,6%, ອັດຕາສ່ວນຂອງລາຍຈ່າຍໃນ ດ້ານການຄົ້ນຄວ້າແລະທົດລອງໃນລວມ
ຍອດຜະລິດຕະພັນພາຍໃນ ຫຼື GDP ໄດ້ຫຼາຍກວ່າ 2%, ຄວາມເຂັ້ມແຂງຂອງການສິ້ນເປືອງພະລັງງານ ໄດ້ຫຼຸດລົງ 4,8%, ເຊິ່ງເປັນ
ການຫຼຸດລົງຫຼາຍທີ່ສຸດໃນຫຼາຍປີທີ່ຜ່ານມາ.  ລາຍຮັບທີ່ຈັບຈ່າຍໄດ້ຂອງປະຊາຊົນທົ່ວປະເທດທີ່ສະເລ່ຍຕໍ່ຄົນໄດ້ເພີ່ມຂຶ້ນ 8%,
ສູງກວ່າຈັງຫວະເຕີບໂຕຂອງເສດຖະກິດ; ລາຍຮັບທີ່ຈັບຈ່າຍໄດ້ຂອງ ປະຊາຊົນຢູ່ຊົນນະບົດ ສະເລ່ຍຕາມຫົວຄົນແລ້ວໄດ້ເພີ່ມຂຶ້ນ
9,2%, ໄວກວ່າຈັງຫວະເຕີບໂຕຂອງລາຍໄດ້ຂອງປະຊາຊົນຢູ່ຕົວເມືອງ; ຈຳນວນປະຊາຊົນຜູ້ທຸກຍາກ ໄດ້ຫຼຸດໜ້ອຍລົງ 12 ລ້ານ
3 ແສນ 2 ໝື່ນຄົນ; ບັນຫານ້ຳດຶ່ມຂອງປະຊາຊົນຢູ່ຊົນນະບົດຈຳນວນ 66 ລ້ານກວ່າຄົນໄດ້ ຮັບການແກ້ໄຂ; ປະຊາຊົນໄດ້ອອກໄປ
ທ່ອງທ່ຽວຢູ່ຕ່າງປະເທດ ຫຼາຍກວ່າ 100 ລ້ານເທື່ອຄົນ.

ອັນທີ 1: ດຳເນີນການດັດສົມຄວບຄຸມແບບກຳນົດທິດບົນພື້ນ ຖານ ການດັດສົມຄວບຄຸມແບບແບ່ງເປັນໄລຍະ, ເພື່ອຮັບປະກັນໃຫ້ເສດ
ຖະກິດເຕີບໂຕຢ່າງໝັ້ນທ່ຽງ.ໂດຍປະເຊີນກັບຄວາມກົດດັນເພີ່ມຂຶ້ນທີ່ມາຈາກເສດຖະກິດຕົກຕ່ຳລົງ, ພວກເຮົາໄດ້ມີຄວາມທົນທານດ້ານ
ຍຸດທະສາດ, ເຮັດໃຫ້ ນະໂຍບາຍເສດຖະກິດມະຫາພາກມີຄວາມໜັກແໜ້ນ, ບໍ່ໄດ້ນຳໃຊ້ມາດ ຕະການກະຕຸກທີ່ຮຸນແຮງເປັນໄລຍະສັ້ນ,
ຫາກແມ່ນໄດ້ປະດິດສ້າງແນວ ຄວາມຄິດແລະຮູບການໃໝ່ຂອງການດັດສົມຄວບຄຸມດ້ານມະຫາພາກ, ໄດ້ປະຕິບັດການດັດສົມຄວບຄຸມ
ແບບກຳນົດທິດ, ເພື່ອລະດົມພະລັງ, ແກ້ຈຸດອ່ອນ ແລະສ້າງອົງກອນເສດຖະກິດຕົວຈິງໃຫ້ເຂັ້ມແຂງ.

ໄດ້ນຳໃຊ້ມາດຕະການການເງິນທີ່ຕັ້ງໜ້າແລະນະໂຍບາຍເງິນຕາທີ່ ໝັ້ນທ່ຽງ.ປະຕິບັດການຫຼຸດພາສີແບບກຳນົດຂົງເຂດແລະຫຼຸດຄ່າໃຊ້ຈ່າຍ
ໂດຍທົ່ວໄປ,ເປີດກວ້າງຂອບເຂດທີ່ນຳໃຊ້ນະໂຍບາຍໃຫ້ຂໍ້ສະດວກພິເສດ ໃນການເກັບພາສີໃຫ້ແກ່ວິສາຫະກິດຂະໜາດນ້ອຍ, ເປີດກວ້າງການ
ທົດລອງທີ່ ¡¡ãປ່ຽນອາກອນທຸລະກິດເປັນອາກອນມູນຄ່າເພີ່ມ¡¡À. ເຮັດໃຫ້ການ ໃຊ້ຈ່າຍທາງການເງິນໄວເຂົ້າ,ເຮັດໃຫ້ເງິນທຶນທີ່ເຫຼືອໄວ້ນັ້ນ
ມີຄວາມຄ່ອງ ແຄ້ວຂຶ້ນ, ນຳໃຊ້ເຄື່ອງມືດ້ານນະໂຍບາຍເງິນຕາຢ່າງຄ່ອງແຄ້ວ, ໄດ້ໃຊ້ ມາດຕະການຕ່າງໆເຊັ່ນ: ຫຼຸດອັດຕາຄັງສຳຮອງໂດຍກຳ
ນົດຂົງເຂດ, ປ່ອຍເງິນກູ້ສອງເທື່ອແບບກຳນົດຂອບເຂດແລະການຫຼຸດອັດຕາດອກເບ້ຍ ແບບບໍ່ກ້ຳເກິ່ງກັນເປັນຕົ້ນ,ເພີ່ມທະວີການສະໜັບສະ
ໜູນຕໍ່ບ່ອນອ່ອນແອໃນການພັດທະນາເສດຖະກິດສັງຄົມ,ການໃຫ້ປ່ອຍເງິນກູ້ແກ່ວິສາຫະກິດຂະໜາດນ້ອຍໄດ້ໄວກວ່າການປ່ອຍເງິນກູ້ລາຍ
ຕ່າງໆທີ່ຄິດສະເລ່ຍແລ້ວ 4,2% ແລະໃຫ້ການປ່ອຍເງິນກູ້ແກ່ຂົງເຂດຊົນນະບົດ,ກະສິກຳແລະຊາວກະສິກອນນັ້ນ ໄດ້ໄວກວ່າ 0,7%.

ອັນທີ 2: ລົງເລິກການປະຕິຮູບແລະໄຂປະຕູສູ່ພາຍນອກ, ກະຕຸກຄວາມມີຊີວິດຊີວາຂອງເສດຖະກິດສັງຄົມໃນການພັດທະນາ.

ຊຸກຍູ້ການປະຕິຮູບທີ່ສຳຄັນໃຫ້ກ້າວໄປໜ້າຢ່າງໜັກແໜ້ນ. ວາງ ແລະປະຕິບັດແຜນການລວມກ່ຽວກັບການລົງເລິກການປະຕິຮູບໂຄງປະ
ກອບການເງິນແລະສ່ວຍສາອາກອນ,ການປະຕິຮູບລະບຽບການຄຸ້ມຄອງງົບປະມານແລະລະບຽບການສ່ວຍສາອາກອນ ໄດ້ຮັບຄວາມຄືບ
ໜ້າທີ່ສຳຄັນ. ການຄວບຄຸມໜີ້ສິນຂອງອົງການປົກຄອງທ້ອງຖີ່ນຕ່າງໆໄດ້ຮັບການເພີ່ມທະວີຂຶ້ນ.ຊ່ອງຫວ່າງລອຍຕົວຂອງອັດຕາດອກເບ້ຍ
ຂອງເງິນຝາກທະນາຄານ ແລະອັດຕາແລກປ່ຽນເງິນຕາຕ່າງປະເທດໄດ້ເພີ່ມຫຼາຍຂຶ້ນ, ການສ້າງທະນາ ຄານຂອງເອກະຊົນ ໄດ້ມີຄວາມ
ຄືບໜ້າໃໝ່, ໄດ້ເລີ່ມທົດລອງການເຊື່ອມຈອດກັນລະຫວ່າງຕະຫຼາດຫຼັກຊັບຂອງຊຽງໄຮແລະຮົງກົງ,ຂອບເຂດການນຳໃຊ້ຄັງສຳຮອງເງິນ
ຕາຕ່າງປະເທດແລະທຶນປະກັນໄພໄດ້ຂະຫຍາຍ ກວ້າງອອກ. ການປະຕິຮູບລາຄາໃນຂົງເຂດພະລັງງານ, ຄົມມະນາຄົມ, ການອະນຸລັກສິ່ງ
ແວດລ້ອມ, ແລະໂທລະຄົມມະນາຄົມ ໄດ້ເລັ່ງໄວຂຶ້ນ. ໄດ້ເລີ່ມດຳເນີນການປະຕິຮູບໃນດ້ານການຄຸ້ມຄອງທຶນທີ່ໃຊ້ໃນດ້ານວິທະຍາສາດ
ເຕັກນິກ, ການເສັງແລະຮັບສະໝັກນັກຮຽນນັກສຶກສາ, ສຳມະໂນຄົວແລະລະບຽບການປະກັນລ້ຽງດູເບິ່ງແຍງຜູ້ເຖົ້າຂອງກົງຈັກລັດຖະບານ,
ແລະຫົວໜ່ວຍວິຊາການ.

ສືບຕໍ່ຖືການໃຫ້ຮູບການບໍລິຫານງານງ່າຍເຂົ້າແລະປ່ອຍສິດບໍລິຫານ ໃຫ້ທ້ອງຖີ່ນ,ການປ່ອຍສິດກັບການບໍລິຫານງານປະສານສົມທົບກັນ
ເປັນຈຸດສຳຄັນໃນການປະຕິຮູບ. ໃນຕະຫຼອດປີກາຍນີ້, ພາກສ່ວນຕ່າງໆ ຂອງລັດຖະບານຈີນ ໄດ້ຍົກເລີກຫຼືປ່ອຍສິດພິຈາລະນາອະນຸມັດ
ໃຫ້ທ້ອງຖີ່ນ ລວມທັງໝົດ 246 ຂໍ້. ໄດ້ອອກແຮງປະຕິຮູບລະບຽບການດ້ານທຸລະກິດ, ອົງກອນທຸລະກິດທີ່ຈົດທະບຽນໃໝ່ມີເຖິງ 12 ລ້ານ
9 ແສນ 3 ໝື່ນແຫ່ງ, ໃນນັ້ນ ວິສາຫະກິດທີ່ຈົດທະບຽນໃໝ່ ເພີ່ມຂຶ້ນ 45,9%, ອັນໄດ້ກາຍເປັນ ກະແສໃໝ່ແຫ່ງການປະກອບທຸລະກິດ.
ຈັງຫວະເຕີບໂຕທາງເສດຖະກິດ ໄດ້ຊ້າລົງ, ແຕ່ການປະກອບອາຊີບທີ່ເພີ່ມໃໝ່ນັ້ນ ບໍ່ພຽງແຕ່ບໍ່ໄດ້ຕົກ ຕ່ຳລົງເທົ່ານັ້ນ, ຫາກແມ່ນໄດ້ເພີ່ມ
ຫຼາຍຂຶ້ນ, ນີ້ສະແດງໃຫ້ເຫັນເຖິງພະ ລັງແຮງອັນເຂັ້ມແຂງຂອງການປະຕິຮູບແລະກຳລັງບົ່ມຊ້ອນອັນມະຫາສານຂອງຕະຫຼາດ.

ໄດ້ຊຸກຍູ້ການປະຕິຮູບແລະການພັດທະນາດ້ວຍການເປີດປະຕູສູ່ພາຍນອກ. ຂະຫຍາຍຂອບເຂດຂອງເຂດສາທິດການຄ້າເສລີນະຄອນ
ຊຽງໄຮ, ຕັ້ງເຂດສາທິດການຄ້າເສລີແຫ່ງໃໝ່ຢູ່ແຂວງກວາງຕຸ້ງ,ນະຄອນທຽນສິນແລະແຂວງຟູຈ້ຽນ. ໄດ້ເຮັດໃຫ້ການຄ້າຂາອອກມີຄວາມ
ໝັ້ນທ່ຽງ, ແລະເພີ່ມ ທະວີການຄ້າຂາເຂົ້າ,ເຊິ່ງການຄ້າຂາອອກສືບຕໍ່ມີໂກຕາເພີ່ມຂຶ້ນໃນຕະຫຼາດສາກົນ. ໄດ້ນຳໃຊ້ທຶນຕ່າງປະເທດໂດຍ
ກົງ 119 ຕື້ 600 ລ້ານໂດລາ, ເປັນອັນດັບທີ 1 ໃນໂລກ, ການໄປລົງທຶນຢູ່ຕ່າງປະເທດໂດຍກົງມີ 102 ຕື້ 900 ລ້ານໂດລາ, ເປັນອັນສົມ
ຄູ່ກັບການນຳໃຊ້ທຶນຕ່າງປະເທດ. ຈີນກັບອິສ ລັງແລະສວິສໄດ້ເລີ່ມກໍ່ສ້າງເຂດການຄ້າເສລີ, ສ່ວນເຂດການຄ້າເສລີ ລະຫວ່າງຈີນກັບ
ສ.ເກົາຫຼີແລະຈີນກັບອົສຕຼາລີ ກໍ່ໄດ້ສຳເລັດການເຈລະຈາ ທີ່ມີລັກສະນະທາດແທ້. ການຮ່ວມມືກັບຕ່າງປະເທດໃນຂົງເຂດທາງລົດໄຟ,
ພະລັງງານໄຟຟ້າ, ນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດ, ໂທລະຄົມມະນາຄົມແລະຂົງເຂດອື່ນໆ ລ້ວນແຕ່ໄດ້ຮັບໝາກຜົນທີ່ສຳຄັນ.

ອັນທີ 3: ເພີ່ມທະວີການປັບປຸງອົງປະກອບ, ເພີ່ມພະລັງໃຫ້ແກ່ການ ພັດທະນາ.

ໄດ້ບູລະນະພື້ນຖານດ້ານກະສິກຳໃຫ້ໜັກແໜ້ນຢ່າງບໍ່ຢຸດຢັ້ງ. ໄດ້ເພີ່ມທະວີການປະຕິບັດນະໂຍບາຍທີ່ໃຫ້ຂໍ້ສະດວກພິເສດແກ່ກະສິກຳ
ແລະສ້າງຄວາມຮັ່ງມີໃຫ້ແກ່ຊາວກະສິກອນ.ຄວາມສາມາດຜະລິດດ້ານກະສິກຳໂດຍລວມ ໄດ້ຍົກສູງຂຶ້ນຢ່າງໝັ້ນທ່ຽງ, ລະດັບຫັນເປັນ
ວິທະຍາສາດ ເຕັກນິກແລະຫັນເປັນແບບກົນຈັນໃນດ້ານກະສິກຳໄດ້ສູງຂຶ້ນເລື້ອຍໆ, ໂຄງ ການຊົນລະປະທານທີ່ສຳຄັນຕ່າງໆ ມີການ
ກໍ່ສ້າງໄວຂຶ້ນ, ເນື້ອທີ່ປູກຝັງແບບ ປະຢັດນ້ຳທີ່ເພີ່ມໃໝ່ນັ້ນ ມີ 2 ລ້ານ 2 ແສນ 3 ໝື່ນເຮັກຕາ, ເສັ້ນທາງຊົນ ນະບົດທີ່ສ້າງໃໝ່ແລະ
ແປງໃໝ່ນັ້ນ ມີເຖິງ 2 ແສນ 3 ໝື່ນກິໂລແມັດ. ການປູກຕົ້ນໄມ້ຕົ້ນຫຍ້າໃສ່ນາສວນຄືນໃໝ່ຮອບໃໝ່ ກໍ່ໄດ້ເລີ່ມດຳເນີນແລ້ວ.

ໄດ້ອອກແຮງປັບປຸງອົງປະກອບອຸດສາຫະກຳ.ສຳຄັນແມ່ນໄດ້ບົ່ມເພາະຈຸດເຕີບໂຕອັນໃໝ່,ຊຸກຍູ້ໃຫ້ຂະແໜງການບໍລິການມີການພັດທະ
ນາໄວກວ່າເກົ່າ,ສະໜັບສະໜູນການພັດທະນາຂະແຫນງການທີ່ຈະເລີນໃໝ່ທີ່ມີລັກສະນະຍຸດທະສາດເຊັ່ນ: ອິນເຕີແນັດເຄື່ອນທີ່, ແຜ່ນຊິບ,
ການຜະລິດອຸປະ ກອນລະດັບສູງ, ລົດຍົນທີ່ໃຊ້ພະລັງງານໃໝ່ເປັນຕົ້ນ, ການທະນາຄານທາງ ອິນເຕີແນັດ ໄດ້ມີການພັດທະນາຢ່າງພົ້ນ
ເດັ່ນ, ການຄ້າເອເລັກໂຕຼນິກ, ການສົ່ງດ່ວນແລະຂະແໜງການໃໝ່ຕ່າງໆກໍ່ມີການຂະຫຍາຍຕົວຢ່າງວ່ອງ ໄວ,ຂະແໜງການວັດທະນະ
ທຳແບບມີຫົວຄິດປະດິດສ້າງໄດ້ພັດທະນາຢ່າງ ຟົດຟື້ນ. ພ້ອມກັນນັ້ນ, ສືບຕໍ່ປະຖິ້ມຄວາມສາມາດການຜະລິດທີ່ເຫຼືອເຟືອ, ໄດ້ສຳເລັດ
ໜ້າທີ່ປະຈຳປີທີ່ຍົກເລີກໂຮງງານຜະລິດທີ່ມີຄວາມສາມາດການຜະລິດຢ່າງຫຼ້າຫຼັງໃນ 15 ຂົງເຂດສຳຄັນເຊັ່ນ: ເຫຼັກກ້າ ແລະຊີມັງເປັນ
ຕົ້ນຕາມ ແຜນການ. ໄດ້ເພີ່ມທະວີການແກ້ໄຂບັນຫາອາກາດມົນລະພິດ.

ໄດ້ຊຸກຍູ້ການສ້າງສາພື້ນຖານໂຄງລ່າງແລະໄດ້ຊຸກຍູ້ການພັດທະນາ ພາກພື້ນຕ່າງໆຢ່າງສົມຄູ່ກັນ. ການພັດທະນາພ້ອມກັນລະຫວ່າງນະ
ຄອນ ຫຼວງປັກກິ່ງ, ນະຄອນທຽນສິນແລະແຂວງເຫີເປີຍຢ່າງສົມຄູ່ກັນ, ການສ້າງເຂດເສດຖະກິດຕາມລ້ອງແມ່ນ້ຳຢາງຊີກຽງໄດ້ຮັບຄວາມ
ຄືບໜ້າທີ່ສຳຄັນ. ໄລຍະທາງລົດໄຟທີ່ສ້າງສຳເລັດໃໝ່ແລະເປີດບໍລິການນັ້ນ ມີເຖິງ 8.427 ກິໂລແມັດ, ໄລຍະທາງລົດໄຟຄວາມໄວສູງທີ່
ໄດ້ເປີດບໍລິການນັ້ນ ມີເຖິງ  1 ໝື່ນ 6 ພັນກິໂລແມັດ, ກວມ 60% ຂຶ້ນໄປຂອງທົ່ວໂລກ. ໄລຍະທາງດວນ ທີ່ເປີດການບໍລິການນັ້ນ
ມີເຖິງ 1 ແສນ 1 ໝື່ນ 2 ພັນກິໂລແມັດ, ການສ້າງ ສາທາງເດີນເຮືອ, ການບິນພົນລະເຮືອນແລະທໍ່ສົ່ງຕ່າງໆ ໄດ້ຮັບການ ເພີ່ມທະວີຂຶ້ນ
ຕື່ມອີກ.ການປັບປຸງຕາໜ່າງດ້ານກະສິກຳພວມດຳເນີນໄປຢ່າງໜັກແໜ້ນ. ຜູ້ໃຊ້ອິນເຕີແນັດສາຍກວ້າງ ຫຼາຍກວ່າ 780 ລ້ານຄອບຄົວ.

 ເມື່ອໄດ້ພະຍາຍາມເປັນເວລາຫຼາຍປີ, ໂຄງການສົ່ງນ້ຳຢູ່ພາກໃຕ້ໄປໃຫ້ພ າກເໜືອສາຍກາງໄລຍະທີ 1 ໄດ້ສົ່ງນ້ຳຢ່າງເປັນທາງການ, ອັນ
ໄດ້ສ້າງຜົນ ປະໂຫຍດໃຫ້ແກ່ປະຊາຊົນນັບເປັນຮ້ອຍລ້ານຄົນ. ໄດ້ປະຕິບັດຍຸດທະສາດທີ່ຊຸກຍຸ້ການພັດທະນາດ້ວຍການປະດິດສ້າງ. ໂຄງ
ການຄົ້ນຄວ້າວິທະຍາສາດທີ່ສຳຄັນຕ່າງໆເຊັ່ນ: ຊຸບເປີຄອມພິວເຕີ, ໂຄງການສຳຫຼວດດວງຈັນ, ແລະໂຄງການດາວທຽມປະຢຸກເປັນຕົ້ນໄດ້
ມີການບຸກທະລຸອັນໃໝ່,ຍົນໂດຍສານຂະໜາດນ້ອຍທີ່ປະເທດຈີນຄົ້ນ ຄວ້າແລະຜະລິດໂດຍຕົນເອງນັ້ນໄດ້ນຳໃຊ້ຕົວຈິງແລ້ວ.

ອັນທີ 4: ໄດ້ປັງປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເພີ່ມຄວາມສຸກໃຫ້ແກ່ປະຊາຊົນ. ພວກເຮົາຍຶດໝັ້ນຖືຄົນເປັນກົກ, ຍຶດໝັ້ນ
ເພີ່ມການລົງທຶນເຂົ້າໃນດ້ານທີ່ກ່ຽວພັນກັບຊີວິດການເປັນຢູ່ຂອງປະຊາຊົນ, ມາດຕາສ່ວນຂອງງົບປະມານການເງິນທີ່ໃຊ້ໃນດ້ານຊີວິດ
ການເປັນຢູ່ຂອງ ປະຊາຊົນນັ້ນ ມີຫຼາຍກວ່າ 70%.

ໄດ້ເພີ່ມທະວີການປະກອບອາຊີບແລະການປະກັນສັງຄົມ. ໄດ້ບູລະ ນະນະໂຍບາຍຊຸກຍູ້ການປະກອບອາຊີບໃຫ້ສົມບູນຂຶ້ນຕື່ມ,ໄດ້ວາງ
ແລະປະຕິບັດແຜນການນຳພາການສ້າງທຸລະກິດ, ເຮັດໃຫ້ອັດຕາປະກອບອາຊີບ ຂອງນັກສຶກສາຜູ້ທີ່ຮຽນຈົບຈາກໂຮງຮຽນຊັ້ນສູງນັ້ນມີ
ການເພີ່ມຂຶ້ນຢ່າງໜັກແໜ້ນ. ເງິນລ້ຽງຜູ້ເຖົ້າຂອງຜູ້ກິນເບ້ຍບຳນານຂອງວິສາຫະກິດ ໄດ້ຍົກສູງຂຶ້ນ 10% ອີກເທື່ອໜຶ່ງ. ເຮືອນຢູ່ນະໂຍ
ບາຍທີ່ເລີ່ມສ້າງໃໝ່ນັ້ນມີ 7 ລ້ານ 4 ແສນຊຸດ, ສ້າງສຳເລັດໃນຂັ້ນພື້ນຖານແລ້ວ 5 ລ້ານ 1 ແສນ 1 ໝື່ນຊຸດ. ໄດ້ສ້າງລະບຽບການ
ຊ່ວຍເຫຼຶອແບບຊົ່ວຄາວຢ່າງຮອບດ້ານ, ເພດານຄ່າປະ ກັນສັງຄົມຕ່ຳສຸດໃນຕົວເມືອງໄດ້ຍົກສູງ9,97% ແຕ່ໃນຊົນນະບົດໄດ້ສູງ ຂຶ້ນ
14,1%.

ໄດ້ສືບຕໍ່ຊຸກຍູ້ໃຫ້ມີຄວາມຍຸດຕິທຳດ້ານການສຶກສາ.ໄດ້ເພີ່ມທະວີການສ້າງໂຮງຮຽນຢູ່ເຂດທຸກຍາກທີ່ການສຶກສາພາກບັງຄັບອ່ອນແອ,
ລະດັບ ການໃຫ້ເງິນອຸດໜູນແກ່ນັກຮຽນຜູ້ທີ່ຄອບຄົວທຸກຍາກ, ຈຳນວນເງິນກູ້ດ້ານ ການຊ່ວຍເຫຼືອການຮຽນຂອງລັດ ກໍ່ພີ່ມຂຶ້ນຢ່າງ
ຫຼວງຫຼາຍ. ເມື່ອໄດ້ພະຍາ ຍາມແລ້ວ, ລາຍຈ່າຍງົບປະມານດ້ານການສຶກສາໃນທົ່ວປະເທດ ໄດ້ກວມ ມາດຕາສ່ວນຂອງລວມຍອດ
ຜະລິດຕະພັນພາຍໃນ ຫຼື GDP ຫຼາຍກວ່າ 4%.

ໄດ້ຊຸກຍູ້ການປະຕິຮູບດ້ານການປິ່ນປົວພະຍາດແລະສາທາລະນະສຸກ ໃຫ້ກ້າວເຂົ້າສູ່ລວງເລິກ. ເຂດສາທິດປະກັນໄພດ້ານປິ່ນປົວພະຍາດ
ທີ່ຮ້າຍ ແຮງຂອງຕົວເມືອງແລະຊົນນະບົດໄດ້ເຜີຍແຜ່ໄປສູ່ໝົດທຸກແຂວງຂອງທົ່ວ ປະເທດ,ໄດ້ສ້າງລະບຽບການຊ່ວຍເຫຼືອປິ່ນປົວພະຍາດ
ດ່ວນໃນຂັ້ນພື້ນການ, ການປະກັນໄພປິ່ນປົວພະຍາດຂອງທົ່ວປວງຊົນ ໄດ້ເຜີຍແຜ່ຫຼາຍກວ່າ 95%.

ໄດ້ຕັ້ງໜ້າພັດທະນາວຽກງານວັດທະນະທຳແລະຂະແໜງການວັດທະນະທຳ.ໄດ້ຊຸກຍູ້ການສ້າງໂຄງການສຳຄັນດ້ານວັດທະນະທຳທີ່ສົ່ງ
ຜົນປະໂຫຍດໃຫ້ປະຊາຊົນ,ໂຄງການໃຫ້ໝົດທຸກບ້ານໄດ້ຮັບຄື້ນວິທະຍຸແລະໂທລະພາບໄດ້ເລື່ອນຂັ້ນເປັນໂຄງການໃຫ້ໝົດທຸກຄອບຄົວ
ໄດ້ຮັບຄື້ນວິທະຍຸໂທລະພາບ.

ອັນທີ 5: ໄດ້ປະດິດສ້າງວິທີຄວບຄຸມສັງຄົມ, ຊຸກຍູ້ຄວາມຖືກ ຕ້ອງປອງດອງກັນແລະສະເຖຍລະພາບ. ພວກເຮົາໄດ້ຮັບມືກັບໄພທຳມະ
ຊາດແລະເຫດການສຸກເສີນຢ່າງເໝາະສົມ, ໄດ້ຮັບປະກັນຄວາມປອດໄພ ດ້ານຊີວິດຂອງປະຊາຊົນ,ແລະໄດ້ປົກປັກຮັກສາຄວາມເປັນ
ລະບຽບຮຽບຮ້ອຍທາງສັງຄົມ.

ອັນທີ 5: ໄດ້ປະດິດສ້າງວິທີຄວບຄຸມສັງຄົມ, ຊຸກຍູ້ຄວາມຖືກ ຕ້ອງປອງດອງກັນແລະສະເຖຍລະພາບ. ພວກເຮົາໄດ້ຮັບມືກັບໄພທຳມະ
ຊາດແລະເຫດການສຸກເສີນຢ່າງເໝາະສົມ, ໄດ້ຮັບປະກັນຄວາມປອດໄພ ດ້ານຊີວິດຂອງປະຊາຊົນ,ແລະໄດ້ປົກປັກຮັກສາຄວາມເປັນ
ລະບຽບຮຽບຮ້ອຍທາງສັງຄົມ.

ປີກາຍນີ້, ເມືອງລູຕ້ຽນແລະເມືອງຈິງໂກຂອງແຂວງຢຸນນານໄດ້ເກີດ ແຜ່ນດິນໄຫວທີ່ອ່າວຮຸນແຮງ,ພວກເຮົາໄດ້ກູ້ໄພຢ່າງທັນການແລະ
ມີສະມັດ ຕະພາບສູງ, ການສ້າງສາຫຼັງໄພນັ້ນກໍ່ໄດ້ດຳເນີນໄປຢ່າງສະດວກ. ໄດ້ຕັ້ງ ໜ້າຊ່ວຍເຫຼືອອາຟຣີກາໃນການຕ້ານພະຍາດອີໂບ
ລາ, ປ້ອງກັນບໍ່ໃຫ້ພະຍາດນີ້ເຂົ້າແດນຈີນຢ່າງບັງເກີດຜົນ. ໄດ້ເພີ່ມທະວີວຽກງງານທີ່ຮັບປະກັນ ໃຫ້ການຜະລິດມີຄວາມປອດໄພ, ຍອດ
ຈຳນວນອຸບັດເຫດ, ແລະຈຳນວນອຸ ບັດເຫດທີ່ຮ້າຍແຮ້ງແລະອຸບັດເຫດທີ່ເກີດຂຶ້ນຢູ່ຂະແໜງການທີ່ສຳຄັນນັ້ນ ສືບຕໍ່ຕ່ຳລົງ. ໄດ້ອອກ
ແຮງແກ້ໄຂມົນລະພິດດ້ານອາຫານການກິນ, ຄວາມ ປອດໄພດ້ານອາຫານ ແລະຢາ ໄດ້ມີການໜັກແໜ້ນໂດຍລວມ.

ພວກເຮົາໄດ້ອອກແຮງຊຸກຍູ້ການບໍລິຫານງານຕາມກົດໝາຍ, ລັດຖະ ບານໄດ້ສະເໜີຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ
ໃຫ້ວາງ ແລະດັດແກ້ກົດໝາຍວ່າດ້ວຍຄວາມປອດໄພດ້ານອາຫານ ແລະກົດໝາຍ ອື່ນໆທັງໝົດ 15 ສະບັບ, ວາງແລະດັດແກ້ຂໍ້ກຳນົດ
ກ່ຽວກັບການເປີດເຜີຍ ຂໍ້ມູນຂອງວິສາຫະກິດແລະຂໍ້ກຳນົດດ້ານການບໍລິຫານ ລວມທັງໝົດ 38 ສະບັບ. ການເປີດເຜີຍວຽກງານການບໍ
ລິຫານໄດ້ຮັບການຊຸກຍູ້ກ້າວສູ່ລວງເລິກ, ການຕັດສິນນະໂຍບາຍທີ່ສຳຄັນຂອງລັດຖະບານໄດ້ຂໍຄວາມເຫັນຈາກສັງຄົມຢ່າງກວ້າງຂວາງ
ດ້ວຍຫຼາກຫຼາຍຮູບການ.

ພວກເຮົາໄດ້ຜັນຂະຫຍາຍນ້ຳໃຈຂອງຂໍ້ກຳນົດ 8 ຂໍ້ຂອງສູນກາງພັກ ຢ່າງເຂັ້ມງວດ, ດັດແກ້ແບບແຜນທີ່ບໍ່ດີໃນ 4 ດ້ານເຊັ່ນ: ອາດຍາສິດ,
ລັດທິ ຮູບການ, ການຫຼິ້ນກິນຟຸມເຟືອຍ, ແລະການສິ້ນເປືອງ. ໄດ້ປະຕິບັດຕາມຂໍ້ ຕົກລົງຂອງລັດຖະບານຢ່າງເຂັ້ມງວດ, ການສ້າງຕຶກລັດ
ຖະບານຢ່າງຫຼູຫຼາ, ການຮັບເອົາພະນັກງານຂອງອົງການລັດຖະບານໂດຍບໍ່ເປັນລະບຽບຮຽບ ຮ້ອຍ, ການໃຊ້ຈ່າຍໃນດ້ານການໃຫ້ພະນັກ
ງານໄປຢ້ຽມຢາມຕ່າງປະເທດ, ການໃຊ້ລົດຫຼວງແລະການຈັດງານລ້ຽງນັ້ນໄດ້ຮັບການຄວບຄຸມໄວ້ຢ່າງບັງເກີດຜົນ. ໄດ້ເພີ່ມທະວີການຕິດ
ຕາມກວດກາດ້ານການບໍລິຫານ, ຊຸກຍູ້ການກໍ່ ສ້າງແບບແຜນຂອງພັກທີ່ປອດໄສຂາວສະອາດ ແລະການຕໍ່ສູ້ກັບການສໍ້ ລາດບັງຫຼວງ,
ໄດ້ສືບສວນສອບສວນຄະດີຜິດກົດໝາຍ, ແລະໄດ້ລົງໂທດ ຜູ້ທີ່ສໍ້ລາດບັງຫຼວງກຸ່ມໜຶ່ງຕາມກົດໝາຍ.

ໃນຕະຫຼອດໜຶ່ງປີມານີ້, ວຽກງານການຕ່າງປະເທດ ກໍ່ໄດ້ຮັບຜົນງານທີ່ ອຸດົມສົມບູນ. ຜູ້ນຳປະເທດເຊັ່ນ ທ່ານປະທານສີຈິ້ນຜິງເປັນຕົ້ນ
ໄດ້ໄປຢ້ຽມ ຢາມຫຼາຍປະເທດ, ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ G20, ການພົບປະຂອງຜູ້ນຳປະເທດບຣິກສ໌ຄື: ເບຼຊິນ, ຣັດເຊຍ,
ອິນເດຍ, ຈີນແລະ ອາຝຣີກາໃຕ້, ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ, ກອງປະຊຸມຜູ້ນຳການຮ່ວມມືອາຊີຕາເວັນອອກ,
ກອງປະຊຸມສຸດຍອດອາຊີເອີຣົບ, ເວທີປຶກສາຫາລືດາໂວສແລະການເຄື່ອນໄຫວສຳຄັນອື່ນໆ. ປະເທດ ຈີນໄດ້ເປັນເຈົ້າພາບຈັດກອງປະ
ຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກຄັ້ງທີ 22. ທັງໄດ້ຕັ້ງໜ້າເຂົ້າຮ່ວມການສ້າງກົນໄກຫຼາຍຝ່າຍແລະກະຕິ ກາສາກົນ.

ໄດ້ຊຸກຍູ້ການສ້າງແລວທາງເສດຖະກິດເສັ້ນທາງສາຍໄໝແລະເສັ້ນທາງສາຍໄໝທາງທະເລໃນສັດຕະວັດທີ 21, ກະກຽມສ້າງທະນາຄານ
ລົງທຶນພື້ນຖານໂຄງລ່າງອາຊີ, ສ້າງກອງທຶນເສັ້ນທາງສາຍໄໝ.

ບັນດາຜູ້ແທນທີ່ເຄົາລົບ!

ຜົນງານທີ່ໄດ້ຮັບໃນໜຶ່ງປີທີ່ຜ່ານມາແມ່ນຍ້ອນໄດ້ມີສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນເລຂາທິການໃຫຍ່ໄດ້ຄວບຄຸມໂດຍ
ລວມ ແລະມີການຕັດສິນຕາມຫຼັກວິທະຍາສາດ, ແມ່ນໝາກຜົນທີ່ທົ່ວພັກ ທົ່ວກອງ ທັບແລະປະຊາຊົນບັນດາເຜົ່າໃນທົ່ວເທດໄດ້ຮັບໂດຍ
ຜ່ານຄວາມພະຍາ ຍາມແລະຄວາມບາກບັ່ນສູ້ຊົນຢ່າງບໍ່ລົດລະ. ຂ້າພະເຈົ້າຂໍຕາງໜ້າລັດຖະ ບານສະແດງຄວາມຂອບອົກຂອບໃຈດ້ວຍ
ຄວາມຈິງໃຈໄປຍັງປະຊາຊົນບັນ ດາເຜົ່າ, ພັກຝ່າຍປະຊາທິປະໄຕຕ່າງໆ, ອົງການຈັດຕັ້ງປະຊາຊົນ ຕ່າງໆ ແລະບຸກຄົນໃນວົງການ
ຕ່າງໆ! ຂໍສະແດງຄວາມຂອບໃຈດ້ວຍຄວາມຈິງໃຈ ໄປຍັງພີ່ນ້ອງຮ່ວມຊາດຂອງເຂດພິເສດຮົງກົງ, ມາກາວ, ພີ່ນ້ອງຮ່ວມຊາດ ໄຕ້ຫວັນ
ແລະຊາວຈີນຕ່າງດ້າວທີ່ອາໃສຢູ່ຕ່າງປະ​ເທດ! ຂໍສະແດງຄວາມ ຂອບໃຈຕໍ່ລັດຖະບານປະເທດຕ່າງໆ, ອົງການຈັດຕັ້ງສາກົນແລະເພື່ອນ
ມິດ ຂອງປະເທດຕ່າງໆທີ່ໃຫ້ຄວາມເອົາໃຈໃສ່ແລະສະໜັບສະໜູນພາລະກິດ ສ້າງສາທັນສະໄຫມຂອງຈີນ!

ພວກເຮົາທັງໄດ້ເຫັນຜົນງານ,ທັງຄວນເຫັນຄວາມຫຍຸ້ງຍາກແລະສິ່ງ ທ້າທາຍບົນເສັ້ນທາງກ້າວໄປໜ້າ. ການລົງທຶນເຕີບໂຕຊ້າລົງ, ຈຸດ
ສຸມດ້ານ ການບໍລິໂພກອັນໃໝ່ບໍ່ຫຼາຍ, ຕະຫຼາດສາກົນບໍ່ໄດ້ຟື້ນຕົວຢ່າງໃຫຍ່, ການເຮັດໃຫ້ການເຕີບໂຕມີຄວາມໝັ້ນທ່ຽງນັ້ນກໍ່ຍາກຫຼາຍ,
ຢູ່ບາງຂົງເຂດຍັງມີຄວາມສ່ຽງແຝງຊ້ອນຢູ່. ລາຄາຜະລິດຕະພັນອຸດສາຫະກຳຕ່ຳລົງເລື້ອຍໆ, ຕົ້ນທຶນຂອງປັດໄຈການຜະລິດຕ່າງໆສູງຂຶ້ນ,
ບັນຫາລະດົມທຶນຍາກແລະ ລະດົມທຶນດ້ວຍອັດຕາດອກເບ້ຍຢ່າງສູງຂອງວິສາຫະກິດຂະໜາດນ້ອຍນຍັງພົ້ນເດັ່ນຫຼາຍ, ວິສາຫະກິດຈຳ
ນວນໜຶ່ງໄດ້ປະສົບຄວາມຫຍຸ້ງຍາກໃນການ ຜະລິດແລະທຸລະກິດ. ຮູບການພັດທະນາເສດຖະກິດຍັງມີລັກສະນະບໍ່ລະ ອຽດ, ຄວາມສາ
ມາດໃນດ້ານການປະດິດສ້າງບໍ່ພຽງພໍ, ບັນຫາຄວາມ ສາມາດການຜະລິດເຫຼືອເຟືອເກີນໄປນັ້ນຍັງພົ້ນເດັ່ນຢູ່, ພື້ນຖານດ້ານກະ ສິກຳອ່ອນ
ແອ. ປະຊາຊົນມີຄວາມບໍ່ພໍໃຈໃນຫຼາຍດ້ານເຊັ່ນ: ການປິ່ນປົວພະ ຍາດ, ການລ້ຽງຜູ້ເຖົ້າ, ເຮືອນຢູ່, ຄົມມະນາຄົມ, ການສຶກສາ, 
ການ ແບ່ງປັນລາຍໄດ້, ຄວາມປອດໄພດ້ານອາຫານ, ຄວາມສະຫງົບທາງສັງຄົມ ແລະອື່ນໆ.ບາງທ້ອງຖີ່ນມີການມົນລະພິດສະພາບແວດ
ລ້ອມຢ່າງໜັກໜ່ວງ, ມັກຈະເກີດອຸບັດເຫດຮ້າຍແຮງຂຶ້ນ. ລັດຖະບານແລະອົງການປົກຄອງທ້ອງ ຖີ່ນຍັງມີຂໍ້ຂາດບົກຜ່ອງໃນການເຮັດ
ວຽກ,ເຮັດໃຫ້ນະໂຍບາຍມາດຕະການຈຳນວນໜຶ່ງບໍ່ໄດ້ຮັບການຜັນຂະຫຍາຍຢ່າງຖືກຕ້ອງ.ພະນັກງານໃນອົງການລັດຖະບານແລະອົງ
ການປົກຄອງທ້ອງຖີ່ນຈຳນວນໜ້ອຍ ໄດ້ກະທຳຜິດ, ເກີດບັນຫາສໍ້ລາດບັງຫຼວງຢ່າງຫຼວງຫຼາຍ, ເຈົ້າໜ້າທີ່ບາງຄົນບໍ່ເຮັດວຽກຕົວ ຈິງທີ່
ສົມຄູ່ກັບຕຳແໜ່ງຂອງຕົນເອງ, ວຽກທີ່ຄວນເຮັດພັດບໍ່ເຮັດ. ພວກເຮົາ ຕ້ອງປະເຊີນໜ້າກັບບັນຫາເຫຼົ່ານີ້,ຢູ່ຢ່າງຜາສຸກກໍ່ຕ້ອງພິຈາລະນາ
ເຖິງຄວາມອັນຕະລາຍ, ມີການປົກຄອງເປັນຢ່າງດີແຕ່ບໍ່ລືມສະພາບການວຸ້ນວາຍ, ຕ້ອງກ້າຫາບແບກໜ້າທີ່, ບໍ່ປະໝາດພາລະກຳທາງປະ
ຫວັດສາດ, ບໍ່ເຮັດໃຫ້ປະຊາຊົນຜິດຫວັງ.

ສອງ: ການຈັດວາງໂດຍລວມກ່ຽວກັບວຽກງານໃນປີ 2015

ຈີນແມ່ນປະເທດທີ່ພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຍັງຢູ່ໃນແລະຈະສືບຕໍ່ຢູ່ໃນໄລຍະຕົ້ນຂອງສັງຄົມນິຍົມເປັນເວລາດົນນານ, ການ
ພັດທະນາແມ່ນເປົ້າໝາຍອັນດັບໜຶ່ງ, ແມ່ນພື້ນຖານແລະຂໍກະແຈຂອງການແກ້ໄຂບັນຫາທຸກຢ່າງ. ພ້ອມກັນນັ້ນ, ການພັດທະນາເສດຖະ
ກິດຂອງປະເທດພວກເຮົາໄດ້ເຂົ້າສູ່ສະພາບປົກກະຕິອັນໃໝ່, ຂໍ້ຂາດຕົກບົກຜ່ອງດ້ານໂຄງປະກອບແລະກົນໄກແລະຄວາມຂັດແຍ້ງກັນ
ດ້ານອົງປະກອຍແມ່ນສິ່ງຂັດຂວາງ, ຖ້າວ່າບໍ່ລົງເລິກການປະຕິຮູບແລະປັບປຸງອົງປະກອບເສດຖະກິດ, ກໍ່ຍາກທີ່ຈະບັນລຸການພັດທະນາ
ຢ່າງໝັ້ນທ່ຽງແລະປອດໃສ. ພວກເຮົາຕ້ອງຖືການສ້າງສາເສດຖະກິດເປັນໃຈກາງຢ່າງບໍ່ຫວັ່ນໄຫວຄ່ອນແຄນ. ຕ້ອງຍຶດໝັ້ນຊຸກຍູ້ການ
ພັດທະນາຕາມຫຼັກວິທະຍາສາດໂດຍອີງຕາມການປະຕິຮູບ, ເລັ່ງລັດຫັນປ່ຽນຮູບການພັດທະນາເສດຖະກິດ, ບັນລຸການພັດທນະາແບບ
ຍືນຍັງທີ່ມີຄຸນນະພາບແລະສະມັດຕະພາບສູງ.

ປັດຈຸບັນ,ເສດຖະກິດໂລກພວມຢູ່ໃນສະພາບການປັບປຸງຢ່າງເລິກເຊິ່ງ.ເສດຖະກິດຂອງຈີນກໍ່ປະເຊີນກັບຄວາມກົດດັນທີ່ຕົກຕ່ຳລົງເລື່ອຍໆ,
ໃນການພັດທະນາ, ຄວາມຂັດແຍ້ງກັນໃນຊັ້ນເລິກຍັງພົ້ນເດັ່ນຢູ່, ຄວາມຫຍຸ້ງຍາກທີ່ຈະເຊີນໜ້າໃນປີນີ້ ອາດຈະຍັງໜັກໜ່ວງກວ່າປີກາຍນີ້.
ພ້ອມກັນນັ້ນ, ການພັດທະນາຂອງຈີນ ຍັງຢູ່ໃນໄລຍະທີ່ມີໂອກາດດ້ານຍຸດທະສາດທີ່ສຳຄັນທີ່ສາມາດໄດ້ຮັບຜົນງານທີ່ດີໄດ້, ມີກຳລັງບົ່ມ
ຊ້ອນ, ມີຄວາມໜຽວແໜ້ນແລະມີຊ່ອງຫວ່າງພັດທະນາອັນມະຫາສານ. ການຫັນເປັນອຸດສາຫະກຳແບບໃໝ່, ການຫັນເປັນແບບຂໍ້ມູນຂ່າວ
ສານ, ການເປັນຕົວເມືອງແລະຫັນເປັນແບບທັນສະໄໝດ້ານກະສິກຳ ໄດ້ສືບຕໍ່ພັດທະນາຕໍ່ໄປ, ເຮັດໃຫ້ພື້ນຖານການພັດທະນານັບມື້ນັບ
ໜາແໜ້ນຂຶ້ນ, ຜົນປະໂຫຍດທີ່ໄດ້ຮັບມາຈາກການປະຕິຮູບນັ້ນ ພວມເຜີຍແຜ່ກວ້າງອອກ, ໃນການດັດສົມຄວບຄຸມດ້ານມະຫາພາກໄດ້ສະ
ສົມບົດຮຽນທີ່ອຸດົມສົມບູນ. ພວກເຮົາຕ້ອງເພີ່ມທະວີສະຕິລະວັງຕົວ, ຕ້ອງມີຄວາມເຊື່ອໝັ້ນໃນດ້ານການເອົາຊະນະ, ກຳກັບສິດເປັນເຈົ້າ
ການໃນການຊຸກຍູ້ການພັດທະນາ.

ປີໃໝ່ນີ້ ແມ່ນປີທີ່ສຳຄັນທີ່ສຸດສຳລັບການລົງເລິກການປະຕິຮູບຢ່າງ ຮອບດ້ານ, ແມ່ນປີທີ່ເລີ່ມຕົ້ນການຊຸກຍູ້ການປົກຄອງປະເທດຕາມ
ກົດໝາຍ, ແລະກໍ່ແມ່ນປີທີ່ເປັນຂໍກະແຈໃນການຊຸກຍູ້ການເຕີບໂຕຢ່າງໝັ້ນທ່ຽງແລະປັບປຸງອົງປະກອບ. ຄວາມຮຽກຮ້ອງຕ້ອງການໂດຍ
ລວມຂອງວຽກງານລັດຖະບານຄື: ເປັນເຈົ້າການປັບຕົວໃຫ້ສອດຄ່ອງແລະນຳພາສະພາບທົ່ວໄປປົກກະຕິໃໝ່ຂອງການພັດທະນາເສດຖະ
ກິດ, ຍຶດໝັ້ນການໃຫ້ມີຄວາມຄືບໜ້າໃນທ່າມກາງຄວາມໝັ້ນຄົງ ເຊິ່ງເປັນທຳນອງຫຼັກຂອງວຽກງານ, ຮັບປະກັນໃຫ້ເສດຖະກິດພັດທະ
ນາໃນຂອບເຂດທີ່ສົມເຫດສົມຜົນ, ອອກແຮງຍົກຄຸນນະພາບແລະສະມັດຕະພາບຂອງການພັດທະນາເສດຖະກິດໃຫ້ສູງຂຶ້ນ, ເອົາການຫັນ
ປ່ຽນຮູບການພັດທະນາແລະປັບປຸງອົງປະກອບເສດຖະກິດໄວ້ຢູ່ຖານະທີ່ສຳຄັນກວ່າເກົ່າ, ກຳກັບການປະຕິຮູບ, ແກ້ໄຂບັນຫາຂອດຍາກ,
ໃຫ້ການຊຸກຍູ້ການພັດທະນາດ້ວຍການປະດິດສ້າງພົ້ນເດັ່ນອອກ, ເພີ່ມທະວີການປ້ອງກັນແລະຄວບຄຸມຄວາມສ່ຽງ, ເພີ່ມທະວີການຄ້ຳປະ
ກັນຊີວິການເປັນຢູ່ຂອງປະຊາຊົນ, ແກ້ໄຂການພົວພັນລະຫວ່າງການປະຕິຮູບ, ການພັດທະນາແລະຄວາມໝັ້ນຄົງໃຫ້ດີ, ຊຸກຍູ້ການສ້າງ
ສາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ອາລະຍະທຳທາງນິເວດວິທະຍາຂອງສັງຄົມນິຍົມຢ່າງຮອບດ້ານ,  ຊກຍູ້ເສດຖະກິດ
ໃຫ້ມີການພັດທະນາຢ່າງໝັ້ນທ່ຽງແລະປອດໃສແລະໃຫ້ສັງຄົມມີຄວມກົມກຽວແລະສະເຖຍລະພາບ.

ພວກເຮົາຕ້ອງກຳແໜ້ນຄວາມຮຽກຮ້ອງຕ້ອງການໂດຍລວມນີ້ໃຫ້ດີ, ເລັ່ງສາຍຕາໃສ່ສອງເປົ້ໝາຍຄື: ຮັກສາຈັງຫວະເຕີບໂຕດ້ວຍຄວາມ
ໄວຜ້ານກາງແລະສູງ, ແລະກ້າວໄປສູ່ລະດັບຜ້ານກາງແລະສູງ, ຍຶດໝັ້ນການປະສານສົມທົບກັນໃນສອງດ້ານຄື:

ຍຶດໝັ້ນໃຫ້ນະໂຍບາຍແລະຄາດໝາຍມີຄວາມໝັ້ນຄົງກັບການຊຸກຍູ້ການປະຕິຮູບແລະປັບປຸງອົງປະກອບປະສານສົມທົບກັນ, ສ້າງສອງ
ເຄື່ອງໂມເຕີ ຄື: ໃຫ້ປະຊາຊົນສ້າງທຸລະກິດແລະປະດິດສ້າງໃໝ່ ແລະເພີ່ມຈຳນວນຜະລິດຕະພັນສາທາລະນະແລະການບໍລິການສາທາ
ລະນະ, ຊຸກຍູ້ໃຫ້ການພັດທະນາມີການປັບປຸງຄວາມໄວແຕ່ຫາກບໍ່ປັບປຸງທ່ວງທ່າ, ໃຫ້ມີການເຕີບໂຕທາງຈຳນວນແຕ່ກໍ່ມີຄຸນນະພາບທີ່ດີ,
ບັນລຸໃຫ້ເສດຖະກິດຈີນມີຄຸນນະພາບແລະສະມັດຕະພາບດີຂຶ້ນ.

ເປົ້າໝາຍທີ່ຄາດໄວ້ຂອງການພັດທະນາເສດຖະກິດສັງຄົມສຳລັບປີນີ້ຄື: ລວມຍອດຜະລິດຕະພັນພາຍໃນ ຫຼືGDP ໃຫ້ເພີ່ມຂຶ້ນປະມານ
7%, ລາຄາສິນຄ້າບໍລິໂພກຂອງປະຊາຊົນໃຫ້ສູງຂຶ້ນຢູ່ໃນລະຫວ່າງ 3%, ໃຫ້ມີຜູ້ປະກອບອາຊີບທີ່ເພີ່ມໃໝ່ໃນຕົວເມືອງແລະຊົນນະບົດ
ຫຼາຍວກວ່າ 10 ລ້ານຄົນ, ອັດຕາວ່າງງານທີ່ຈົດທະບຽນໃນຕົວເມືອງແລະຊົນນະບົດໃຫ້ຄວບຄຸມໄວ້ພາຍໃນ 4,5%, ການຄ້າຂາເຂົ້າຂາ
ອອກເພີ່ມຂຶ້ນປະມານ 6%, ລາຍຈ່າຍລາຍຮັບທາງສາກົນມີຄວາມກ້ຳເກິ່ງກັນໂດຍພື້ນຖານ, ການເພີ່ມຂຶ້ນຂອງລາຍຮັບປະຊາຊົນໄປ
ພ້ອມກັບການເຕີບໂຕຂອງເສດຖະກິດ. ການສິ້ນເປືອງພະລັງງານໃຫ້ຫຼຸດລົງຫຼາຍກວ່າ 3,1%, ໃຫ້ສິ່ງມົນລະພິດທີ່ລະບາຍອອກນັ້ນສືບ
ຕໍ່ຫຼຸດໜ້ອຍລົງ.

ຖ້າຢາກເຮັດວຽກປີນີ້ໃຫ້ດີ, ຕົ້ນຕໍຕ້ອງກັບກັບ 3 ຂໍ້ດັ່ງລຸ່ມນີ້ໃຫ້ດີຄື:

ອັນທີ 1: ບູລະນະນະໂຍບາຍເສດຖະກິດມະຫາພາກໃຫ້ໝັ້ນທ່ຽງແລະສົມບູນຂຶ້ນ. ສືບຕໍ່ປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າແລະນະ
ໂຍບາຍເງິນຕາທີ່ໝັ້ນທ່ຽງ.

ປີນີ້ຈະວາງແຜນໃຫ້ມີລາຍຈ່າຍການເງິນຫຼາຍກວ່າລາຍຮັບໃນຈຳນວນ 1620 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2014 270 ຕື້ຢວນ, ອັດຕາ
ລາຍຈ່າຍການເງິນຫຼາຍກວ່າລາຍຮັບ ຈະຈາກ 2,1% ຂອງປີກາຍຍົກສູງຂຶ້ນເຖິງ 2,3%. ໃນນັ້ນ ລາຍຈ່າຍການເງິນສູນກາງຈະຫຼາຍ
ກວ່າລາຍຮັບ 1120 ຕື້ຢວນ, ເພີ່ມຂຶ້ນ 170 ຕື້ຢວນ; ລາຍຈ່າຍການເງິນທ້ອງຖີ່ນຈະຫຼາຍກວ່າລາຍຮັບ 500 ຕື້ຢວນ, ເພີ່ມຂຶ້ນ 100 ຕື້
ຢວນ.

ເງິນຕາໃນຄວາມໝາຍກວ້າງຄື M2 ຄາດວ່າຈະເພີ່ມຂຶ້ນປະມານ 12%, ໃນການປະຕິບັດຕົວຈິງ, ອາດຈະຍັງສູງຂຶ້ນອີກໜ້ອຍໜຶ່ງໂດຍອີງ
ຕາມຄວາມຕ້ອງການດ້ານການພັດທະນາເສດຖະກິດ.

ອັນທີ 2: ຮັກສາຄວາມດຸນດ່ຽງກັນລະຫວ່າງການໃຫ້ການເຕີບໂຕມີຄວາມໝັ້ນຄົງກັບການປັບປຸງອົງປະກອນ. ທັງຕ້ອງມີຈັງຫວະເຕີບໂຕ
ທີ່ໝັ້ນທ່ຽງ, ໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງ, ຮັບປະກັນໃຫ້ປະຊາຊົນມີການປະກອບອາຊີບແລະມີລາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ,
ເພື່ອສ້າງເງື່ອນໄຂທີ່ດີໃຫ້ແກ່ການປັບປຸງອົງປະກອບ; ທັງຕ້ອງປັບປຸງອົງປະກອບ, ເພື່ອໃຫ້ພື້ນຖານເຕີບໂຕມີຄວາມຢ່າງໝັ້ນທ່ຽງແລະມີ
ຄວາມໜາແໜ້ນຂຶ້ນ. ຈະເພີ່ມທະວີການກໍ່ສ້າງດ້ານຄຸນນະພາບ, ມາດຕະຖານແລະຊື່ສຽງຍີ່ຫໍ້,ຊຸກຍູ້ຂະແໜງການບໍລິການແລະຂະແໜງ
ການທີ່ຈະເລີນໃໝ່ທີ່ມີລັກສະນະຍຸດທະສາດນັ້ນມີອັດຕາສ່ວນສູງຂຶ້ນແລະມີລະດັບສູງຂຶ້ນ, ເລັ່ງລັດບົ່ມເພາະຈຸດເຕີບໂຕອັນໃໝ່.

ອັນທີ 3: ບົ່ມສ້າງແລະກະຕຸກພະລັງແຮງອັນໃຫມ່ທີ່ຊຸກຍູ້ການພັດທະນາເສດຖະກິດສັງຄົມ.

ດ້ານໜຶ່ງ, ຕ້ອງເພີ່ມການສະໜອງຈຳນວນຜະລິດຕະພັນສາທາລະນະແລະການບໍລິການ, ເພີ່ມການລົງທຶນຕໍ່ການສຶກສາແລະສາທາລະນະ
ສຸກ, ສົ່ງເສີມໃຫ້ສັງຄົມເຂົ້າຮ່ວມ, ຍົກສູງສະມັດຕະພາບໃນການສະໜອງ. ອີກດ້ານໜຶ່ງ, ຊຸກຍູ້ໃຫ້ປະຊາຊົນສ້າງທຸລະກິດແລະປະດິດສ້າງ
ໃໝ່. ປະເທດພວກເຮົາມີປະຊາກອນ 1 ຕື້ 300 ລ້ານຄົນ, ຊັບພະຍາກອນແຮງງານ ມີເຖິງ 900 ລ້ານ, ປະຊາຊົນຈີນດຸໝັ່ນຂະຫຍັນພຽນ
ແລະມີສະຕິປັນຍາຫຼາຍ, ມີຫົວຄິດປະດິດສ້າງອັນມະຫາສານແຝງຊ້ອນຢູ່, ຖ້າວ່າໃຫ້ຈຸລັງຕະຫຼາດນັບເປັນຮ້ອຍລ້ານເຫຼົ່ານີ້ມີຄວາມຟົດ
ຟື້ນຂຶ້ນແລ້ວ, ກໍ່ຍ່ອມຈະກາຍເປັນພະລັງແຮງທີ່ໃຫຍ່ໂຕໃນການຊຸກຍູ້ການພັດທະນາ, ຍ່ອມຈະສາມາດເຮັດໃຫ້ເສດຖະກິດຂອງປະເທດ
ຈີນມີຄວາມຊີວິດຊີວາຕະຫຼອດໄປ. ລັດຖະບານຕ້ອງມີຄວາມກ້າຫານໃນການດຳເນີນການປະຕິວັດຕໍ່ຕົນເອງ, ນຳເອົາຊ່ອງຫວ່າງທີ່ພຽງ
ພໍໃຫ້ແກ່ຕະຫຼາດແລະສັງຄົມ, ສ້າງເວທີທີ່ດີໃຫ້ແກ່ການແຂ່ງຂັນຢ່າງຍຸດຕິທຳ. ສ່ວນບຸກຄົນແລະວິສາຫະກິດຕ່າງໆຄວນມີຄວາມກ້າຫານ
ໃນການປະດິດສ້າງ, ທົ່ວສັງຄົມຄວນເສີມສ້າງວັດທະນະທຳປະດິດສ້າງ, ເຮັດໃຫ້ຄົນທັງຫຼາຍສາມາດໄດ້ຮັບສິ່ງທີ່ສະແຫວງຫາດ້ານຈິດ
ໃຈແລະບັນລຸຄຸນຄ່າຂອງຕົນເອງເປັນຢ່າງດີໃນຂະບວນການສ້າງຄວາມຮັ່ງມີຂຶ້ນ.

ສາມ: ຊຸກຍູ້ການປະຕິຮູບແລະໄຂປະຕູສູ່ພາຍນອກໃຫ້ກ້າວສູ່ລວງເລິກຢ່າງໜັກແໜ້ນ

ຕ້ອງເພີ່ມທະວີການການປະຕິຮູບໃນດ້ານການໃຫ້ລະບຽບການບໍລິຫານງານສະດວກຂຶ້ນແລະປ່ອຍສິດໃຫ້ທ້ອງຖີ່ນ, ໃຫ້ການປ່ອຍສິດ
ແລະການບໍລິຫານງານປະສານສົມທົບກັນ. ປີນີ້ຈະຍົກເລີກຫຼືປ່ອຍສິດພິຈາລະນາອະນຸມັດດ້ານການບໍລິຫານອີກຈຳນວນໜຶ່ງໃຫ້ທ້ອງ
ຖີ່ນ, ຍົກເລີກການພິຈາລະນາອະນຸມັດທີ່ບໍ່ແມ່ນແບບບໍລິຫານນັ້ນທັງໝົດ, ສ້າງລະບຽບການຄຸ້ມຄອງການພິຈາລະນາອະນຸມັດທີ່ເແປັນ
ແບບສະບັບ, ເຮັດໃຫ້ການຈົດທະບຽນທຶນຮອນໃຫ້ສະດວກງ່າຍຂຶ້ນຕື່ມອີກ, ປະກາດລາຍຊື່ກ່ຽວກັບສິດອຳນາດແລະໜ້າທີ່ຮັບຜິດຊອບ
ຂອງອົງການປົກຄອງຂັ້ນແຂວງ, ຕ້ອງເຮັດເຖິງຂັ້ນທີ່ບໍ່ສາມາດເຮັດໄດ້ໃນກໍລະນີທີ່ບໍ່ໄດ້ຮັບການມອບໝາຍຈາກກົດໝາຍຢ່າງແທ້ຈິງ,
ຕ້ອງປະຕິບັດຕາມໜ້າທີ່ແລະພັນທະຂອງຕົນທີ່ຖືກກຳນົດໃນກົດໝາຍ. ອົງການປົກຄອງທຸກຂັ້ນ ຕ້ອງສ້າງກົນໄກທີ່ຊຸກຍູ້ການເຮັດໃຫ້
ລະບຽບການບໍລິຫານສະດວກຂຶ້ນແລະປ່ອຍສິດ ແລະຫັນປ່ຽນພາລະບົດບາດ,  ຜ່ອນຄາຍການຜູກມັດຕໍ່ວິສາຫະກິດ, ອຳນວຍ
ຄວາມສະດວກໃຫ້ແກ່ວິສາຫະກິດ, ສ້າງສະພາບແວດລ້ອມແຂ່ງຂັນທີ່ຍຸດຕິທຳ. ການພິຈາລະຂາອະນຸມັດດ້ານການບໍລິຫານທັງໝົດ
ລ້ວນແຕ່ຕ້ອງງ່າຍຂຶ້ນ, ແລະຕ້ອງກຳນົດເວລາສຸດທ້າຍ, ເພື່ອແລກເອົາຄວາມມີຊີວິຊີວາຂອງຕະຫຼາດດ້ວຍການຫຼຸດສິດຂອງອົງການ
ປົກຄອງທ້ອງຖີ່ນໃຫ້ໜ້ອຍລົງ.

ປະຕິຮູບໂຄງປະກອບການລົງທຶນແລະລະດົມທຶນຈາກຫຼາຍດ້ານ. ຫຼຸດຂອບເຂດໂຄງການລົງທຶນທີ່ອະນຸມັດໂດຍອົງການປົກຄອງນັ້ນໃຫ້
ຫນ້ອຍລົງຢ່າງຫຼວງຫຼາຍ, ປ່ອຍສິດອະນຸມັດໃຫ້ຂັ້ນລຸ່ມ. ຫຼຸດການກວດກາພິຈາລະນາກ່ອນການສ້າງໂຄງການລົງທຶນໃຫ້ໜ້ອຍລົງຢ່າງ
ຫຼວງຫຼາຍ, ປະຕິບັດການກວດກາພິຈາລະນາໂຄງການຜ່ານທາງອິນເຕີແນັດ. ຜ່ອນຄາຍມາດຖານອະນຸມັດເຂົ້າຕະຫຼາດຂອງທຶນປະຊາ
ຊົນຢ່າງໃຫຍ່, ສົ່ງເສີມໃຫ້ທຶນໃນສັງຄົມສ້າງມູນນິທິລົງທຶນສິດຫຸ້ນສ່ວນ. ໃນດ້ານຂົງເຂດພື້ນຖານໂຄງລ່າງແລະວຽກງານສາທາລະນູປະ
ໂພກຕ່າງໆ, ຕັ້ງໜ້າເຜີຍແຜ່ຮູບການທີ່ໃຫ້ທຶນຂອງອົງການປົກຄອງຮ່ວມມືກັບທຶນສັງຄົມ.

ປະຕິຮູບລາຄາໂດຍບໍ່ພາດໂອກາດ. ເຊິ່ງຈະເສີມຂະຫຍາຍບົດບາດຊີ້ຂາດຂອງຕະຫຼາດໃນການຈັດສັນຊັບພະຍາກອນ, ຫຼຸດຈຳນວນປະ
ເພດແລະໂຄງການທີ່ກຳນົດລາຄາໂດຍລັດຖະບານ, ລາຄາສິນຄ້າແລະການບໍລິການທີ່ມີເງື່ອນໄຂເຂົ້າຮ່ວມການແຂ່ງຂັນໄດ້ນັ້ນຕ້ອງປ່ອຍ
ໃຫ້ຕັດສິນໂດຍຕະຫຼາດໃນດ້ານຫຼັກການ. ຍົກເລີກການກຳນົດລາຄາຢຸກຢາສ່ວນຫຼາຍທີ່ສຸດໂດຍລັດຖະບານ, ປ່ອຍສິດກຳນົດລາຄາຂອງ
ການບໍລິການສາທາລະນະພື້ນຖານງວດໜຶ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ. ເປີດກວ້າງເຂດສາທິຂອງການດຳເນີນການປະຕິຮູບລາຄາໄຟຟ້າ,
ຊຸກຍູ້ການປະຕິຮູບລາຄານ້ຳໃນດ້ານກະສິກຳ, ບູລະນະນະໂຍບາຍກຳນົດລາຄາດ້ານການປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ
ໃຫ້ສົມບູນຂຶ້ນຕື່ມ. ບູລະນະລາຄາຂອງຜະລິດຕະພັນທີ່ເປັນຊັບພະຍາກອນນັ້ນໃຫ້ສົມບູນ.

ຊຸກຍູ້ການປະຕິຮູບໂຄງປະກອບການເງິນແລະສ່ວຍສາອາກອນໃຫ້ໄດ້ຮັບຄວາມຄືບໜ້າໃໝ່. ປະຕິບັດລະບຽບການຄຸ້ມຄອງງົບປະມານ
ທີ່ເປັນແບບສະບັບແລະມີຄວາມໂປ່ງໃສຢ່າງຮອບດ້ານ, ນອກຈາກຂໍ້ມູນທີ່ກ່ຽວພັນເຖິງຄວາມລັບຕາມກົດໝາຍແລ້ວ, ພາກສ່ວນທັງໝົດ
ຂອງສູນກາງແລະທ້ອງຖີ່ນຕ້ອງເປີດເຜີຍງົບປະມານຂອງຕົນເອງ, ເພື່ອຮັບເອົາການຕິດຕາມກວດກາຈາກສັງຄົມຢ່າງຮອບດ້ານ.

ຊຸກຍູ້ການປະຕິຮູບການທະນາຄານໂດຍປິ່ນອ້ອມການໃຫ້ບໍລິການແກ່ອົງກອນເສດຖະກິດຕົວຈິງ.

ຊຸກຍູ້ໃຫ້ທຶນປະຊາຊົນທີ່ມີເງື່ອນໄຂເອື້ອອຳນວຍນັ້ນສ້າງສະຖາບັນການເງິນຂະໜເຊັ່ນທະນາຄານຂະໜາດກາງແລະນ້ອຍໂດຍອີງຕາມກົດ
ໝາຍ, ຂໍແຕ່ມີເງື່ອນໄຂເອື້ອອຳນວຍແລ້ວກໍ່ອະນຸມັດໃຫ້ສ້າງຕັ້ງຂຶ້ນ, ຈະບໍ່ວາງຂໍ້ຈຳກັດແຕ່ຢ່າງໃດ. ຮັກສາໃຫ້ອັດຕາແລກປ່ຽນເງິນຢວນຈີນ
ຢູ່ໃນລະດັບກ້ຳເກິ່ງແລະສົມເຫດສົມຜົນ, ບັນລຸການສາມາດແລກປ່ຽນເງິີນຢວນພາຍໃນໂຄງການເງິນທຶນ, ເປີດກວ້າງການນຳໃຊ້ເງິນຢວນ
ຈີນໃນສາກົນ, ເລັ່ງລັດສ້າງລະບົບຈັບຈ່າຍເງິນຢວນຈີນຢູ່ຕ່າງປະເທດ, ບູລະນະລະບົບບໍລິການຊຳລະດ້ວຍເງິນຢວນຈີນໃນທົ່ວໂລກ.

ລົງເລິກການປະຕິຮູບລັດວິສາຫະກິດແລະທຶນຂອງລັດ. ເລັ່ງລັດການສ້າງສາທິດຂອງບໍລິສັດລົງທຶນແລະບໍລິສັດທຸລະກິດດ້ວຍທຶນຂອງລັດ,
ສ້າງເວທີໝູນເດີນແບບຕະຫຼາດ, ຍົກສູງສະມັດຕະພາບການໝູນເດີນຂອງທຶນລັດ, ດຳເນີນການປຕິຮູບລະບອບກຳມະສິດປະສົມຂອງລັດ
ວິສາຫະກິດ, ສົ່ງເສີມການນຳເຂົ້າທຶນທີ່ບໍ່ແມ່ນລັດຖະບານນັ້ນເຂົ້າຮ່ວມໂຄງການລົງທຶນໃຫ້ເປັນແບບສະບັບ.

ຕ້ອງສົ່ງເສີມ, ສະໜັບສະໜູນແລະນຳພາການພັດທະນາເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມຢ່າງເດັດດ່ຽວໜຽວແໜ້ນ, ສຸມ
ໃສ່ການເສີມຂະຫຍາຍຄວາມສາມາດຂອງນັກທຸລະກິດ, ຜັນຂະຫຍາຍນະໂຍບາຍແລະມາດຕະການທີ່ສົ່ງເສີມການພັດທະນາຂອງເສດຖະ
ກິດເອກະຊົນຢ່າງຮອບດ້ານ, ເພີ່ມທະວີຄວາມມີຊີວິດຊີວາຂອງເສດຖະກິດລະບອບກຳມະສິດປະເພດຕ່າງໆ, ເຮັດໃຫ້ສິດຊັບສິນຂອງນິຕິ
ບຸກຄົນວິສາຫະກິດທຸກປະເພດໄດ້ຮັບການປົກປ້ອງ.

ການເປີດປະຕູສູ່ພາຍນອກກໍ່ເປັນການປະຕິຮູບເຊັ່ນກັນ.

ຕ້ອງເປີດປະຕູສູ່ພາຍນອກຮອບໃໝ່ທີ່ມີລະດັບສູງ, ເລັ່ງລັດສ້າງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກ, ເພື່ອຍາດ
ເອົາຄວາມເປັນເຈົ້າການແຫ່ງການພັດທະນາແລະຄວາມເປັນເຈົ້າການໃນການແຂ່ງຂັນໃນສາກົນດ້ວຍການເປັນເຈົ້າການໃນການໄຂປະ
ຕູສູ່ພາຍນອກ.

ຊຸກຍູ້ການຄ້າຕໍ່ຕ່າງປະເທດຫັນປ່ຽນຮູບການແລະຍົກລະດັບຂຶ້ນ. ຊຳລະແລະເຮັດໃຫ້ການເກັບຄ່າໃນແຕ່ລະໄລຍະຂອງການຄ້າຂາເຂົ້າ
ຂາອອກໃຫ້ເປັນແບບສະບັບ, ສ້າງລາຍຊື່ເກັບຄ່າແລະເປີດເຜີຍຕໍ່ພາຍນອກ.ປະຕິບັດນະໂຍບາຍການຄ້າຂາເຂົ້າທີ່ຕັ້ງໜ້າກວ່າເກົ່າ, ເພີ່ມ
ການນຳເຂົ້າເຕັກນິກທີ່ກ້າວໜ້າ, ອຸປະກອນທີ່ສຳຄັນແລະເຄື່ອງອາໄຫຼ່ແລະຊີ້ນສ່ວນທີ່ສຳຄັນຕ່າງໆ.

ນຳໃຊ້ທຶນຕ່າງປະເທດຢ່າງຕັ້ງໜ້າແລະບັງເກີດຜົນກວ່າເກົ່າ. ເນັ້ນໃສ່ການເປີດປະຕູຕໍ່ພາຍນອກຂອງຂະແໜງການບໍລິການແລະຂະແໜງ
ການການຜະລິດທົ່ວໄປ, ຫຼຸດບັນຊີຈຳກັດບໍ່ໃຫ້ຕ່າງປະເທດລົງທຶນນັ້ນໃຫ້ໜ້ອຍລົງເຄິ່ງໜຶ່ງ. ດັດແກ້ກົດໝາຍກ່ຽວກັບການລົງທຶນຂອງນັກ
ທຸລະກິດຕ່າງປະເທດ, ສ້າງລະບົບຕິດຕາມຄຸ້ມຄອງທຶນຕ່າງປະເທດໃຫ້ຄົບຖ້ວນສົມບູນ, ສ້າງສະພາບແວດລ້ອມທຸລະກິດທີ່ມີຄວາມໝັ້ນ
ທ່ຽງ, ຍຸດຕິທຳ, ໂປ່ງໃສແລະສາມາດຄາດຄິດໄດ້.

ເລັ່ງລັດປະຕິບັດຍຸດທະສາດໃຫ້ວິສາຫະກິດຈີນໄປລົງທຶນຢູ່ຕ່າງປະເທດ.

ສົ່ງເສີມໃຫ້ວິສາຫະກິດເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງແລະການຮ່ວມມືດ້ານຄວາມສາມາດການຜະລິດຢູ່ຕ່າງປະເທດ, ຊຸກຍູ້ໃຫ້
ອຸປະກອນທີ່ຜະລິດໂດຍຈີນນັ້ນເດີນໄປສູ່ໂລກ, ຊຸກຍູ້ໃຫ້ຂະແໜງການຫຼໍ່ຫຼອມໂລຫະແລະຂະແໜງການອຸປະກອນກໍ່ສ້າງໄປລົງທຶນຢູ່ຕ່າງ
ປະເທດ.

ສ້າງສະພາບການໃໝ່ທີ່ເປີດປະຕູສູ່ພາຍນອກຢ່າງຮອບດ້ານ. ຊຸກຍູ້ການຮ່ວມມືກັນສ້າງແລວທາງເສດຖະກິດເສັ້ນທາງສາຍໄໝແລະເສັ້ນ
ທາງສາຍໄໝທາງທະເລໃນສັດຕະວັດທີ 21. ເລັ່ງລັດການສ້າງການເຊື່ອມຈອດກັນ, ການຜ່ານດ່ານຢ່າງສະດວກແລະສ້າງຊ່ອງທາງຂົນ
ສົ່ງສິນຄ້າສາກົນ. ສ້າງແລວທາງເສດຖະກິດຈີນ-ປາກີສະຖານ ແລະບັງກຼາເດັດ-ຈີນ-ອິນເດຍ-ມຽນມາ. ເປີດກວ້າງການໄຂປະຕູສູ່ພາຍ
ນອກຂອງເຂດໃນແລະແຄມຊາຍແດນ, ຊຸກຍູ້ໃຫ້ເຂດພັດທະນາເສດຖະກິດເຕັກນິກມີການຂະຫຍາຍຕົວແບບປະດິດສ້າງ, ຍົກລະດັບການ
ພັດທະນາຂອງເຂດຮ່ວມມືເສດຖະກິດຊາຍແດນແລະເຂດຮ່ວມມືເສດຖະກິດຂ້າມຊາດ. ຕັ້ງຫນ້າຊຸກຍູ້ການສ້າງເຂດສາທິດການຄ້າເສລີ
ຢູ່ນະຄອນຊຽງໄຮ, ແຂວງກວາງຕຸ້ງ, ນະຄອນທຽນສິນແລະແຂວງຟູ້ຈ້ຽນ, ແລ້ວເຜີຍແຜ່ບົດຮຽນທີ່ສຳເລັດຜົນໃນທົ່ວປະເທດ, ເພື່ອໃຫ້ຈໍ່
ຕົວເປັນຕົວແບບແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກທີ່ມີສີສັນຕ່າງໆ.

ຈັດສັນໃຫ້ການເປີດປະຕູແລະການຮ່ວມມືຫຼາຍຝ່າຍ, ສອງຝ່າຍແລະລະຫວ່າງພາກພື້ນໃຫ້ສົມຄູ່ກັນ. ປົກປັກຮັກສາໂຄງປະກອບການຄ້າ
ຫຼາຍຝ່າຍ, ຊຸກຍູ້ການເປີດກວ້າງສັນຍາເຕັກນິກຂໍ້ມູນຂ່າວສານ, ຕັ້ງໜ້າເຂົ້າຮ່ວມການເຈລະຈາສາກົນກ່ຽວກັບຜະລິດຕະພັນສິ່ງແວດລ້ອມ
ແລະການຈັດຊື້ທາງລັດຖະບານເປັນຕົ້ນ. ເລັ່ງລັດປະຕິບັດຍຸດທະສາດກ່ຽວກັບເຂດການຄ້າເສລີ, ເຊັນສັນຍາການຄ້າເສລີລະຫວ່າງຈີນ-
ສ.ເກົາຫຼີແລະຈີນ-ອົສຕຼາລີໂດຍໄວ, ເລັ່ງລັດການເຈລະຈາເຂດການຄ້າເສລີຈີນ-ຍີ່ປຸ່ນ-ສ.ເກົາຫຼີ, ຊຸກຍູ້ການເຈລະຈາກ່ຽວກັບເຂດການຄ້າ
ເສລີກັບຄະນະກຳມະການຮ່ວມມືອ່າວເປີເຊຍແລະອິສລະແອນ, ພະຍາຍາມສຳເລັດການເຈລະຈາຍົກລະດັບຂອງເຂດການຄ້າເສລີຈີນ-
ອາຊຽນແລະການເຈລະຈາກ່ຽວກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ, ສ້າງເຂດການຄ້າເສລີອາຊີປາຊິກຟິກ.
ຊຸກຍູ້ການເຈລະຈາກ່ຽວກັບສັນຍາການລົງທຶນຈີນ-ອາເມລິກາ,ແລະຈີນ-ເອີຣົບ. ຈີນແມ່ນປະເທດທີ່ຮັບຜິດຊອບແລະມີຄວາມກ້າຫານໃນ
ການຫາບແບກໜ້າທີ່ຂອງຕົນ, ພວກເຮົາຍິນດີກາຍເປັນຜູ້ທີ່ຜັນຂະຫຍາຍແນວຄິດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເປັນຜູ້ທີ່ສ້າງສາ
ລະບົບເສດຖະກິດທົ່ວໂລກແລະເປັນຜູ້ທີ່ຊຸກຍູ້ເສດຖະກິດໂລກາພິວັດ.

ສີ່: ປະສານງານລະຫວ່າງການຊຸກຍູ້ເສດຖະກິດເຕີບໂຕຢ່າງໜັກແໜ້ນແລະການປັບປຸງອົງປະກອບເສດຖະກິດໃຫ້ດີຂຶ້ນ

ເລັ່ງລັດບົ່ມສ້າງຈຸດເຕີບໂຕໃນດ້ານການບໍລິໂພກ. ລະດົມໃຫ້ປະຊາຊົນມີການບໍລິໂພກ. ຊຸກຍູ້ການໃຫ້ອິນເຕີແນັດ, ຕາໜ່າງໂທລະຄົມມະ
ນາຄົມແລະຕາໜ່າງວິທະຍຸໂທລະພາບເຊື່ອມໂຍງເຂົ້າກັນຢ່າງຮອບດ້ານ, ເລັ່ງລັດສ້າງເຄືອຂ່າຍສາຍກາບໄຍແສງ, ເພີ່ມຄວາມໄວຂອງ
ອິນເຕີແນັດສາຍກວ້າງໃຫ້ສູງຂຶ້ນຢ່າງຫຼວງຫຼາຍ, ພັດທະນາການສົ່ງດ່ວນ, ໃຫ້ການຊື້ຂາຍຜ່ານທາງອິນເຕີນແນັດແລະອາໃສການສົ່ງດ່ວນ
ປະສານສົມທົບກັນນັ້ນພັດທະນາຢ່າງຟົດຟື້ນຄຶກຄື້ນ. ໃຫ້ກຳລັງບົ່ມຊ້ອນຂອງຜູ້ບໍລິໂພກນັບເປັນຮ້ອຍລ້ານຄົນກາຍເປັນພະລັງແຮງທີ່ເຂັ້ມ
ແຂງໃນການຊຸກຍູ້ໃຫ້ເສດຖະກິດເຕີບໂຕ.

ເພີ່ມງົບປະມານທີ່ບັງເກີດຜົນໃນດ້ານຜະລິດຕະພັນສາທາລະນະ. ຈະປະຕິບັດໂຄງການໃໝ່ທີ່ສຳຄັນງວດໜຶ່ງ, ເຊິ່ງຕົ້ນຕໍແມ່ນ: ໂຄງການ
ທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ການດັດແປງເຂດເຮືອນຢູ່ແບບຜາມແລະເຮືອນຢູ່ທີ່ເກົ່າແກ່ມີຄວາມອັນຕະລາຍ, ຕາ
ໜ່າງທໍ່ສົ່ງຕ່າງໆໃຕ້ດິນໃນຕົວເມືອງ, ໂຄງການຄົມມະນາຄົມທີ່ສຳຄັນເຊັ່ນ: ທາງລົດໄຟ, ທາງຫຼວງແລະທາງເດີນເຮືອຢູ່ທາງພາກກາງ
ແລະພາກຕາເວັນຕົກ, ໂຄງການກະສິກຳເຊັ່ນ: ຊົນລະປະທານ, ນາສວນທີ່ມີມາດຖານສູງເປັນຕົ້ນ, ໂຄງການຕາໜ່າງທີ່ສຳຄັນເຊັ່ນ: ຂໍ້ມູນ
ຂ່າວສານ, ພະລັງງານໄຟຟ້າ, ນ້ຳມັນເຊື້ອໄຟແລະອາຍແກສທຳມະຊາດເປັນຕົ້ນ, ໂຄງການຮັບປະກັນພະລັງງານສະອາດ, ຊັບພະຍາກອນ
ນ້ຳມັນເຊື້ອໄຟ ອາຍແກສທຳມະຊາດແລະບໍ່ແຮ່ເປັນຕົ້ນ, ພ້ອມກັບໂຄງການດັດສົມເຕັກນິກອຸດສາຫະກຳດັ້ງເດີມແລະໂຄງການປະຢັດ
ພະລັງງານແລະອະນຸລັກສິ່ງແວດລ້ອມເປັນຕົ້ນ. ປີນີ້ ການລົງທຶນໃນງົບປະມານການເງິນສູນກາງ ເພີ່ມຂຶ້ນຮອດ 477 ຕື້ 600 ລ້ານຢວນ,
ແຕ່ຈະບໍ່ໃຫ້ລັດຖະບານເປັນຜູ້ຫາບແບກແຕ່ຝ່າຍດຽວ, ຍັງຈະກະຕຸກຊຸກຍູ້ໃຫ້ທຶນເອກະຊົນເຂົ້າຮ່ວມຢ່າງຫຼວງຫຼາຍ, ຊັກນຳເງິນທຶນທາງ
ສັງຄົມເຂົ້າຮ່ວມຂົງເຂດຫຼາຍກວ່າເກົ່າ. ເຊິ່ງການລົງທຶນເຂົ້າໃນທາງລົດໄຟຈະໃຫ້ມີຫຼາຍກວ່າ 800 ຕື້ຢວນ, ໄລຍະທາງລົດໄຟທີ່ສ້າງ
ໃໝ່ບັນລຸເຖິງ 8000 ກິໂລແມັດ, ສ້າງຕາໜ່າງເກັບຄ່າແບບເອເລັກໂຕຼນິກທີ່ບໍ່ຈຳເປັນຈອດລົດຢູ່ຕາມທາງດ່ວນທົ່ວປະເທດໃນຂັ້ນພື້ນຖານ,
ເຮັດໃຫ້ຄົມມະນາຄົມກາຍເປັນຂົງເຂດກ່ອນໝູ່ໃນການພັດທະນາ. 57 ໂຄງການຊົນລະປະທານທີ່ສຳຄັນທີ່ໄດ້ເລີ່ມຕົ້ນການກໍ່ສ້າງນັ້ນຕ້ອງ
ເລັ່ງລັດຕໍ່ໄປ, ປີນີ້ຍັງຈະເລີ່ມສ້າງອີກ 27 ໂຄການ, ການລົງທຶນໃສ່ໂຄງການຊົນລະປະທານທີ່ສຳຄັນທີ່ພວມສ້າງສາຢູ່ນັ້ນມີຫຼາຍກວ່າ
800 ຕື້ຢວນ. ການລົງທຶນໃນຫຼາຍດ້ານເຊັ່ນ: ເຮືອນຢູ່, ທາງລົດໄຟແລະຊົນລະປະທານເປັນຕົ້ນຄືແນວນີ້, ຈະສຸມໃສ່ເຂດພາກກາງແລະ
ພາກຕາເວັນຕົກ, ເພື່ອກະຕຸກຊຸກຍູ້ຄວາມຕ້ອງການພາຍໃນທີ່ມະຫາສານ.

ເລັ່ງລັດຊຸກຍູ້ກະສິກຳໃຫ້ຫັນເປັນທັນສະໄໝ. ຍຶດໝັ້ນຖືບັນຫາຊົນນະບົດ, ກະສິກຳແລະຊາວກະສິກອນໄວ້ໃນຖານະສຳຄັນອັນດັບໜຶ່ງ,
ເລັ່ງລັດຫັນປ່ຽນຮູບການພັດທະນາຂອງກະສິກຳ, ເຮັດໃຫ້ກະສິກຳເຂັ້ມແຂງຂຶ້ນກວ່າເກົ່າ, ຊາວກະສິກອນຮັ່ງມີຂຶ້ນກວ່າເກົ່າ, ແລະຊົນນະ
ບົດສວຍງາມຂຶ້ນກວ່າເກົ່າ.

ປີນີ້ ປະລິມານການຜະລິດທັນຍາຫານຈະໃຫ້ມີຫຼາຍກວ່າ 5500 ຕື້ກິໂລ, ຕ້ອງຮັບປະກັນຄວາມປອດໄພຂອງທັນຍາຫານແລະການສະ
ໜອງຜະລິດຕະພັນກະສິກຳສຳຄັນຕ່າງໆ. ເຮັດວຽກຂີດແບ່ງດິນນາສວນຖາວອນພື້ນຖານຢ່າງຮອບດ້ານ, ດຳເນີນການເຄື່ອນໄຫວປົກ
ປ້ອງແລະຍົກລະດັບຄຸນນະພາບດິນປູກຝັງ, ຊຸກຍູ້ການປັບປຸງທີ່ດິນ. ແກ້ໄຂບັນຫາຢາປາບສັດຕູພືດທີ່ຕົກຄ້າງໃສ່ຜະລິດຕະພັນກະສິກຳ
ໂດຍລວມ, ຍົກລະດັບຄຸນນະພາບຂອງຜະລິດຕະພັນກະສິກຳແລະຄວາມປອດໄພຂອງອາຫານໃຫ້ສູງຂຶ້ນ.

ເພີ່ມທະວີການສ້າງສາທີ່ກ່ຽວພັນກັບນ້ຳແລະທາງຫຼວງເປັນພິເສດ, ເຊິ່ງປີນີ້ຈະແກ້ໄຂບັນຫານ້ຳດຶ່ມຢ່າງປອດໄພໃຫ້ແກ່ປະຊາຊົນຊົນນະ
ບົດອີກ 60 ລ້ານຄົນ, ສ້າງແລະສ້ອມແປງທາງຫຼວງໃນຊົນນະບົດ 2 ແສນກິໂລແມັດ, ສຳເລັດໜ້າທີ່ສ້າງຂົວທີ່ຢູ່ເຂດຫ່າງໄກສອກຫຼີກ.
ພະຍາຍາມເຮັດໃຫ້ປະຊາຊົນ 2 ແສນຄົນສຸດທ້າຍທີ່ບໍ່ມີໄຟຟ້າໃຊ້ນັ້ນມີໄຟຟ້າໃຊ້.  ເພີ່ມທະວີການແກ້ໄຂສິ່ງແວດລ້ອມທີ່ຖືການ
ແກ້ໄຂຂີ້ເຫຍື້ອແລະນ້ຳໂສໂຄກເປັນຈຸດສຸມ, ສ້າງຊົນນະບົດໃຫ້ສວຍງາມແລະໜ້າຢູ່. ບໍ່ວ່າຈະມີຄວາມຫຍຸ້ງຍາກແນວໃດກໍ່ຕາມ, ປີນີ້ກໍ່
ຕ້ອງເຮັດໃຫ້ປະຊາຊົນຜູ້ທຸກຍາກໃນຊົນນະບົດໃຫ້ຫຼຸດລົງອີກ 10 ລ້ານຄົນຂຶ້ນໄປ.

ໃນການປະຕິຮູບ, ຕ້ອງຮັບປະກັນບໍ່ໃຫ້ເນື້ອທີ່ດິນປູກຝັງຫຼຸດໜ້ອຍລົງ, ບໍ່ໃຫ້ຄຸນນະພາບດິນປູກຝັງຕ່ຳລົງ, ແລະຕ້ອງຮັບປະກັນຜົນປະ
ໂຫຍດຂອງຊາວກະສິກອນ. ບໍ່ວ່າທາງການເງິນຈະຂາດເຂີນແນວໃດກໍ່ຕາມ, ນະໂຍບາຍສ້າງຜົນປະໂຫຍດໃຫ້ແກ່ກະສິກຳ, ຊາວກະສິ
ກອນແລະຊົນນະບົດນັ້ນພຽງແຕ່ສາມາດເພີ່ມທະວີຂຶ້ນໄດ້ ແຕ່ບໍ່ໃຫ້ອ່ອນເພຍລົງ, ງົບປະມານສະໜັບສະໜູນດ້ານກະສິກຳນັ້ນພຽງແຕ່ຈະ
ເພີ່ມຂຶ້ນໄດ້, ບໍ່ໃຫ້ຫຼຸດໜ້ອຍລົງເດັດຂາດ.

ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ໃຫ້ໄດ້ຮັບການບຸກທະລຸອັນໃໝ່. ການຫັນເປັນຕົວເມືອງແມ່ນຊ່ອງທາງພື້ນຖານໃນການຫຼຸດຄວາມ
ແຕກຕ່າງກັນລະຫວ່າງຕົວເມືອງກັບຊົນນະບົດໃຫ້ໜ້ອຍລົງ, ແລະກໍ່ແມ່ນຄວາມຕ້ອງການພາຍໃນທີ່ໃຫຍ່ທີ່ສຸດ, ຕ້ອງເສີມຂະຫຍາຍບົດ
ບາດຄ້ຳຊູຂອງການຫັນເປັນຕົວເມືອງທີ່ມີຕໍ່ການຫັນເປັນທັນສະໄໝ.

ຕ້ອງເພີ່ມທະວີການດັດສ້າງເຂດເຮືອຢູ່ຜາມແລະເຮືອນຢູ່ເກົ່າແກ່ທີ່ມີຄວາມອັນຕະລາຍໃນຕົວເມືອງແລະຊົນນະບົດ. ປີນີ້ ໂຄງການເຮືອນ
ຢູ່ນະໂຍບາຍຈະສ້າງເຮືອນໃໝ່ 7 ລ້ານ 4 ແສນຊຸດ, ໃນນັ້ນ ການດັດສ້າງໃນເຂດເຮືອນຢູ່ແບບຜາມນັ້ນແມ່ນ 5 ລ້ານ 8 ແສນຊຸດ, ເພີ່ມ
ຂຶ້ນ 1 ລ້ານ 1 ແສນຊຸດ. ຈະດັດສ້າງເຮືອນຢູ່ເກົ່າທີ່ມີຄວາມອັນຕະລາຍຢູ່ຊົນນະບົດ 3 ລ້ານ 6 ແສນ 6 ໝື່ນຊຸດ, ເພີ່ມຂຶ້ນ 1 ລ້ານຊຸດ,
ຍັງຈະຊຸກຍູ້ການດັດສ້າງເຮືອນຢູ່ຊົນນະບົດໃຫ້ທົນຕໍ່ແຜ່ນດິນໄຫວໄດ້.

ແກ້ໄຂບັນຫາຍາກໃນການຫັນເປັນຕົວເມືອງດ້ວຍການປະຕິຮູບ. ຂ້ຽວປະຕິບັດການປະຕິຮູບລະບຽບການສຳມະໂນຄົວ, ຜັນຂະຫຍາຍນະ
ໂຍບາຍຜ່ອນຄາຍລະບຽບການຍົກຍ້າຍສຳມະໂນຄົວ.

ຍົກລະດັບວາງແຜນແລະສ້າງສາຕົວເມືອງໃຫ້ສູງຂຶ້ນ. ແກ້ໄຂບັນຫາຕ່າງໆໃນຕົວເມືອງຄື: ການເຊື່ອມພິດ, ສະພາບລົດຕິດເປັນຕົ້ນ, ເຮັດ
ໃຫ້ການອອກເດີນທາງສະດວກກວ່າເກົ່າ, ແລະມີສະພາບແວດລ້ອມທີ່ໜ້າຢູ່ກວ່າເກົ່າ.

ເປີດກວ້າງຊ່ອງຫວ່າງໃໝ່ໃນການພັດທະນາພາກພື້ນ. ສ້າງໂຄງການສຳຄັນທີ່ກ່ຽວພັນເຖິງຄົມມະນາຄົມ, ພະລັງງານ, ຊົນລະປະທານ,
ສະພາບແລດລ້ອມແລະຊີວິການເປັນຢູ່ຂອງປະຊາຊົນຢູ່ເຂດພາກຕາເວັນຕົກໂດຍລວມ, ຜັນຂະຫຍາຍນະໂຍບາຍສ້າງເຂດອຸດສາຫະ
ກຳເກົ່າເຊັ່ນເຂດພາກຕາເວັນອອກສຽງເໜືອເປັນຕົ້ນໃຫ້ຈະເລີນຄືນໃໝ່ຢ່າງຮອບດ້ານ, ເລັ່ງລັດການສ້າງຊຸມຄົມມະນາຄົມແລະເຄືອ
ຂ່າຍສັງລວມຢູ່ເຂດພາກກາງ, ສະໜັບສະໜູນເຂດພາກຕາເວັນອອກພັດທະນາກ່ອນ, ເພີ່ມທະວີການສະໜັບສະໜູນຕໍ່ເຂດປະຕິວັດເກົ່າ,
ເຂດຊົນເຜົ່າ, ເຂດຫ່າງໄກສອກຫຼີກແລະເຂດທຸກ, ບູລະນະນະໂຍບາຍພັດທະນາເຂດແຄວ້ນທີ່ມີຄວາມແຕກຕ່າງກັນໃຫ້ສົມບູນຂຶ້ນຕື່ມ.
ເອົາການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ" ພົວພັນກັບການໄຂປະຕູສູ່ພາຍນອກຂອງເຂດແຄວ້ນ, ເພີ່ມທະວີການສ້າງແຜ່ນດິນ
ໃຫຍ່ອາຊີເອີຣົບໃໝ່, ແລະການສ້າງບ່ອນຄ້ຳປະກັນດ່ານພາສີທາງບົກແລະທາງທະເລ.  ຊຸກຍູ້ໃຫ້ນະຄອນຫຼວງປັກກິ່ງ ນະຄອນ
ທຽນສິນແລະແຂວງເຫີເປີຍພັດທະນາຢ່າງປະສານສົມທົບກັນ, ໃຫ້ໄດ້ຮັບຜົນຕົວຈິງໃນດ້ານການເຮັດໃຫ້ຄົມມະນາຄົມເປັນອັນໜຶ່ງອັນ
ດຽວກັນ, ສະພາບແວດລ້ອມ,ແລະການຍົກລະດັບຂອງຂະແໜງການຕ່າງໆ. ຊຸກຍູ້ການສ້າງແລວທາງເສດຖະກິດຕາມລ້ອມແມ່ນ້ຳຢາງ
ຊີກຽງ, ດຳເນີນໂຄງການສຳຄັນທີ່ປັບປຸງທາງນ້ຳທີ່ສຳຄັນຢ່າງມີລະບຽບ,ແລະສ້າງດ່ານທ່າກຳປັ່ນຕາມແມ່ນ້ຳຢາງຊີກຽງ, ສ້າງຊ່ອງທາງ
ໃຫຍ່ທີ່ສະຫລັບສັບຊ້ອນກັນ, ສ້າງເຂດຕົວແບບໃນການໂອນຍ້າຍຂະແໜງການ, ນຳພາຂະແໜງການຕ່າງໆຈາກພາກຕາເວັນອອກ
ໂອນຍ້າຍໄປສູ່ພາກຕາເວັນຕົກ. ເພີ່ມທະວີການສ້າງເຂດພັດທະນາຈຸດສຸມຂອງພາກກາງແລະພາກຕາເວັນຕົກ, ລົງເລິກການຮ່ວມມື
ພາກພື້ນຢູ່ຕາມເຂດອ້ອມແອ້ມແມ່ນ້ຳຈູ່ຈ່ຽງເປັນຕົ້ນ.

ປະເທດຈີນແມ່ນປະເທດທີ່ມີທະເລທີ່ກວ້າງໃຫຍ່ໄພສານ, ຕ້ອງວາງແຜນຜັງຍຸດທະສາດກ່ຽວກັບທະເລຂຶ້ນ, ພັດທະນາເສດຖະກິດທະເລ,
ປົກປັກຮັກສາສະພາບແວດລ້ອມທະເລ, ຍົກລະດັບເຕັກນິກວິທະຍາສາດທີ່ກ່ຽວພັນກັບທະເລນັ້ນໃຫ້ສູງຂຶ້ນ, ເພີ່ມທະວີການຄຸ້ມຄອງບໍລິ
ຫານລວມຕໍ່ທະເລ, ປົກປັກຮັກສາສິດທິຜົນປະໂຫຍດດ້ານທະເລຂອງຊາດຢ່າງເດັດດ່ຽວໜຽວແໜ້ນ, ແກ້ໄຂຄວາມຂັດແຍ້ງກັນທາງທະ
ເລຢ່າງເໝາະສົມ, ຕັ້ງໜ້າເປີດກວ້າງການຮ່ວມມືທາງທະເລສອງຝ່າຍແລະຫຼາຍຝ່າຍ, ກ້າວເດີນໄປໜ້າຕາມເປົ້າໝາຍທີ່ສ້າງເປັນປະ
ເທດເຂັ້ມແຂງທາງທະເລ.

ຊຸກຍູ້ອົງປະກອບຂອງອຸດສາຫະກຳໃຫ້ມີລະດັບຜ້ານກາງແລະລະດັບສູງ. ຂະແໜງການຜະລິດແມ່ນຂະແໜງການທີ່ມີທ່າແຮງຂອງປະ
ເທດຈີນ, ຕ້ອງຍຶດໝັ້ນການປະດິດສ້າງ, ການຫັນປ່ຽນຮູບການດ້ວຍສະຕິປັນຍາ, ສ້າງພື້ນຖານໃຫ້ເຂັ້ມແຂງກວ່າເກົ່າ, ແລະພັດທະນາ
ແບບອະນຸລັກສິ່ງແວດລ້ອມ, ເລັ່ງລັດໃຫ້ປະເທດຈີນຈາກປະເທດໃຫຍ່ໃນດ້ານການຜະລິດຫັນມາເປັນປະເທດທີ່ເຂັ້ມແຂງໃນດ້ານການ
ຜະລິດ.

ຂະແໜງການທີ່ຈະເລີນໃໝ່ແມ່ນຂົງເຂດທີ່ມີການແຂ່ງຂັນກັນຫຼາຍ. ຕ້ອງປະຕິບັດໂຄງການສຳຄັນຕ່າງໆເຊັ່ນ: ເຄື່ອງປະກອບລະດັບສູງ,
ເຄືອຂ່າຍຂໍ້ມູນຂ່າວສານ, ແຜ່ນຊິບ, ພະລັງງານໃໝ່, ອຸປະກອນໃໝ່, ຢຸກຢາຊີວະຊາດ, ເຄື່ອງໂມເຕີເຮືອບິນ, ກົນຈັກທີ່ໃຊ້ອາຍແກັສເປັນ
ຕົ້ນ, ເພື່ອບົ່ມເພາະ ຂະແໜງການຈະເລີນໃໝ່ສ່ວນໜຶ່ງໃຫ້ກາຍເປັນຂະແໜງການຫຼັກແຫຼ່ງ. ວາງແຜນການ "ອິນເຕີແນັດ +" , ຊຸກ
ຍູ້ອິນເຕີແນັດ, ການຄິດໄລ່ຄຼາວດ໌, ຂໍ້ມູນໃຫຍ່, ແລະຕາໜ່າງສິນຄ້າໃຫ້ພົວພັນປະສົມປະສານກັບຂະແໜງການຜະລິດຍຸກປັດຈຸບັນ, ຊຸກ
ຍູ້ການຄ້າເອເລັກໂຕຼນິກ, ອິນເຕີແນັດດ້ານອຸດສາຫະກຳແລະການທະນາຄານທາງອິນເຕີແນັດໃຫ້ມີການພັດທະນາຢ່າງປອດໃສ, ຊັກນຳ
ວິສາຫະກິດອິນເຕີແນັດບຸກເບີກຕະຫຼາດສາກົນ. ລັດຖະບານໄດ້ສ້າງກອງທຶນຊັກນຳການລົງທຶນຂອງຂະແໜງການທີ່ຈະເລີນໃໝ່ຈຳນວນ
40 ຕື້ຢວນ, ແຕ່ຍັງຕ້ອງລະດົມທຶນຫຼາຍກວ່ານີ້, ເພື່ອຊ່ວຍຊູຍູ້ໜູນການປະດິດສ້າງຂອງຂະແໜງການເຫຼົ່ານີ້.

ຂະແໜງການບໍລິການແມ່ນຂະແໜງການທີ່ສາມາດແກ້ໄຂບັນຫາປະກອບອາຊີບໃຫ້ຈຳນວນຄົນຢ່າງຫຼວງຫຼາຍ, ແລະມີອະນາຄົດທີ່
ກວ້າງໄກ. ຕ້ອງລົງເລິກການປະຕິຮູບແລະການໄຂປະຕູສູ່ພາຍນອກຂອງຂະແໜງການບໍລິການ, ຈັດຕັ້ງປະຕິບັດນະໂຍບາຍສະໜັບສະ
ໜູນດ້ານການເງິນ, ສ່ວຍສາອາກອນ, ທີ່ດິນແລະລາຄາເປັນຕົ້ນພ້ອມດ້ວຍລະບຽບການພັກຜ່ອນໂດຍບໍ່ຫັກເງິນເດືອນ, ອອກແຮງພັດທະ
ນາຂະແໜງການທີ່ໃຫ້ການບໍລິການແກ່ຊີວິການເປັນຢູ່ແລະການຜະລິດເຊັ່ນ: ການທ່ອງທ່ຽວ, ການຮັກສາສຸຂະພາບ, ການລ້ຽງຜູ້ເຖົ້າ,
ແລະການອອກແບບເປັນຕົ້ນ.

ຊຸກຍູ້ການປະດິດສ້າງດ້ານວິທະຍາສາດດ້ວຍການປະດິດສ້າງດ້ານໂຄງປະກອບ.

ຕ້ອງເລັ່ງລັດການປະຕິຮູບການນຳໃຊ້ໝາກຜົນແລະການຄຸ້ມຄອງຜົນກຳໄລດ້ານວິທະຍາສາດເຕັກນິກ, ເຮັດໃຫ້ຜູ້ມີການປະດິດສ້າງນັ້ນ
ສາມາດແບ່ງປັນຜົນປະໂຫຍດຈາກການປະດິດສ້າງ. ນຳເຂົ້າບຸກຄົນແລະຄັງປັນຍາທີ່ມີລະດັບສູງຈາກຕ່າງປະເທດ. ລົງເລິກປະຕິບັດ
ແຜນການດຳເນີນງານກ່ຽວກັບຍຸດທະສິດຊັບສິນທາງປັນຍາ, ເດັດດ່ຽວຕ້ານກັບປາບປາມກະທຳທີ່ລ່ວງລະເມີດສິດຊັບສິນທາງປັນຍາ,
ປົກປັກຮັກສາການປະດິດສ້າງຢ່າງແທ້ຈິງ.

ວິສາຫະກິດແມ່ນຕົວຫຼັກຂອງການປະດິດສ້າງເຕັກນິກ. ຕ້ອງສົ່ງເສີມໃຫ້ວິສາຫະກິດເພີ່ມຕົ້ນທຶນເຂົ້າໃນການປະດິດສ້າງ.

ສະໜັບສະໜູນວິສາຫະກິດເຂົ້າຮ່ວມການປະຕິບັດໂຄງການວິທະຍາສາດເຕັກນິກທີ່ສຳຄັນແລະເຂົ້າຮ່ວມການສ້າງເວທີຄົ້ນຄວ້າວິທະຍາ
ສາດເຕັກນິກໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ການປະດິດສ້າງຮ່ວມກັນໂດຍມີວິສາຫະກິດການຜະລິດກັບໂຮງຮຽນແລະອົງການຄົ້ນຄວ້າປະສານ
ສົມທັບກັນດຳເນີນແຕ່ແມ່ນວິສາຫະກິດເປັນຫຼັກ. ວິສາຫະກິດຂະໜາດນ້ອຍມີຄວາມສາມາດຢ່າງສູງ, ຕ້ອງໃຫ້ການຄ້ຳຊູກັນ, ເຮັດໃຫ້
ການປະດິດສ້າງຂອງເຂົາເຈົ້າສາມາດເຜີຍແຜ່ກວ້າງອອກແລະແຕກໜໍ່ຈໍ່ແໜງ.

ການຍົກສະມັດຕະພາບດ້ານການປະດິດສ້າງໃຫ້ສູງຂຶ້ນສຳຄັນແມ່ນຕ້ອງມີການຈັດສັນຊັບພະຍາກອນວິທະຍາສາດເຕັກນິກທີ່ດີ. ຕ້ອງປະ
ຕິຮູບຮູບການຄຸ້ມຄອງແຜນການວິທະຍາສາດເຕັກນິກຂອງການເງິນສູນກາງ, ສ້າງເວທີຄຸ້ມຄອງວິທະຍາສາດເຕັກນິກລະດັບຊາດທີ່ເປີດ
ເຜີຍແລະເປັນເອກະພາບກັນ. ໃຫ້ທົ່ວສັງຄົມສາມາດນຳໃຊ້ພື້ນຖານໂຄງລ່າງໃນການຄົ້ນຄວ້າວິທະຍາສາດທີ່ສຳຄັນແລະເຄື່ອງມືຄົ້ນຄ້າ
ວິທະຍາສາດຂະໜາດໃຫຍ່, ເມື່ອລະດົມຂົນຂວາຍສະຕິປັນຍາຂອງປະຊາຊົນນັບເປັນຮ້ອຍລ້ານຄົນແລ້ວ, ກໍ່ສາມາດສ້າງກະແສສູງແຫ່ງ
ການປະດິດສ້າງຂອງທົ່ວປວງຊົນໄດ້ຢ່າງແນ່ນອນ.

ຫ້າ: ສືບຕໍ່ຊຸກຍູ້ການປັບປຸງຊີວິການເປັນຢູ່ຂອງປະຊາຊົນແລະການສ້າງສາສັງຄົມ

ຖ້າຢາກໃຫ້ປະເທດພັດທະນາສືບຕໍ່ໄປ, ສຳຄັນແມ່ນຕ້ອງໃຫ້ປະຊາຊົນຮັ່ງມີຂຶ້ນ. ຕ້ອງຖືການເພີ່ມຄວາມສຸກໃຫ້ແກ່ປະຊາຊົນເປັນເປົ້າ
ໝາຍ, ເລັ່ງລັດພັດທະນາວຽກງານສັງຄົມ, ປະຕິຮູບແລະບູລະນະລະບຽບການແບ່ງປັນລາຍຮັບ, ເພີ່ມລາຍໄດ້ໃຫ້ປະຊາຊົນດ້ວຍທຸກວິ
ທີ, ຊຸກຍູ້ຄວາມຍຸດຕິທຳ, ຄວາມເປັນທຳ, ຄວາມຖືກຕ້ອງປອງດອງກັນແລະຄວາມກ້າວໜ້າຂອງສັງຄົມ.

ອອກແຮງຊຸກຍູ້ການສ້າງທຸລະກິດແລະປະກອບອາຊີບ. ຍຶດໝັ້ນເອົາການປະກອບອາຊີບໄວ້ຢູ່ຖານະບູລິມະສິດ, ເພີ່ມໂອກາດປະກອບ
ອາຊີບດ້ວຍການສ້າງທຸລະກິດ. ປີນີ້ ຈຳນວນນັກຮຽນນັກສຶກສາທີ່ຮຽນຈົບຈາກໂຮງຮຽນຊັ້ນສູງແມ່ນ 7 ລ້ານ 4 ແສນ 9 ໝື່ນຄົນ,
ແມ່ນສະຖິຕິສູງສຸດໃນປະຫວັດສາດ. ຕ້ອງເພີ່ມທະວີການຊີ້ນຳດ້ານການປະກອບອາຊີບແລະໃຫ້ການສຶກສາດ້ານການສ້າງທຸລະກິດ,
ຜັນຂະຫຍາຍແຜນການຊຸກຍູ້ການປະກອບອາຊີບຂອງນັກສຶກສາຜູ້ທີ່ຮຽນຈົບຈາກໂຮງຮຽນຊັ້ນສູງ, ສົ່ງເສີມໃຫ້ເຂົາເຈົ້າໄປເຮັດວຽກ
ຢູ່ຂັ້ນຮາກຖານ. ປະຕິບັດແຜນການນຳພາການສ້າງທຸລະກິດຂອງນັກສຶກສາ, ສະໜັບສະໜູນເຂົາເຈົ້າສ້າງທຸລະກິດໃນຂະແໜງການ
ທີ່ຈະເລີນໃໝ່.

ເພີ່ມທະວີການປະກັນສັງຄົມແລະເພີ່ມລາຍໄດ້ໃຫ້ປະຊາຊົນ. ຍົກມາດຖານຂອງເງິນລ້ຽງຜູ້ເຖົ້າຂອງຜູ້ທີ່ກິນເບ້ຍບຳນານໃນວິສາຫະກິດ
ນັ້ນໃຫ້ສູງຂຶ້ນ 10%. ຜັນຂະຫຍາຍມາດຕະການປະຕິຮູບລະບຽບການປະກັນໄພລ້ຽງຜູ້ເຖົ້າຂອງກົງຈັກລັດຖະບານແລະຫົວໜ່ວຍວິຊາ
ການ, ຍັງຈະບູລະນະລະບຽບການເງິນເດືອນໃຫ້ສົມບູນໄປພ້ອມກັນ, ຍັງຈະໃຫ້ນະໂຍບາຍພິເສດແກ່ພະນັກງານຂັ້ນຮາກຖານ. ເພີ່ມທະ
ວີການຊ່ວຍເຫຼືອການປິ່ນປົວພະຍາດຮ້າຍແຮງ, ປະຕິບັດລະບຽບການປິ່ນປົວຊົ່ວຄາວຮອບດ້ານ, ເຮັດໃຫ້ປະຊາຊົນຜູ້ທີ່ປະສົບຄວາມ
ຫຍຸ້ງຍາກຢ່າງກະທັນຫັນນັ້ນສາມາດໄດ້ຮັບການຊ່ວຍເຫຼືອຢ່າງທັນການ.

ຊຸກຍູ້ການສຶກສາໃຫ້ມີການຂະຫຍາຍຕົວຢ່າງຍຸດຕິທຳແລະມີຄຸນນະພາບດີຂຶ້ນ. ຕ້ອງຍຶດໝັ້ນການສ້າງຄົນໃຫ້ມີຄຸນສົມບັດທີ່ດີ, ເພີ່ມທະວີ
ໜ້າທີ່ຮັບຜິດຊອບຕໍ່ສັງຄົມ, ນ້ຳໃຈປະດິດສ້າງ, ແລະຄວາມສາມາດໃນການເຮັດວຽກຕົວຈິງຂອງນັກຮຽນ, ບົ່ມເພາະຜູ້ກໍ່ສ້າງແລະຜູ້ສືບ
ທອດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ເພື່ອໃຫ້ວຽກງານການສຶກສາດຳເນີນໄປດ້ວຍດີ, ພວກເຮົາຕ້ອງຮັບປະກັນໃຫ້ມີງົບປະມານທີ່
ພຽງພໍ, ໃຫ້ງົບປະມານທີ່ໃຊ້ໄປນັ້ນຄຸ້ມຄ່າ, ເຮັດໃຫ້ນັກຮຽນຢູ່ຊົນນະບົດແລະເຂດທຸກຍາກນັ້ນ ສາມາດໄປຮຽນຢູ່ຕົວເມືອງຢ່າງສະດວກ,
ເຮັດໃຫ້ໝົດທຸກຄົນສາມາດປ່ຽນແປງຊາຕາກຳຂອງຕົນເອງໂດຍຜ່ານການສຶກສາ.

ເລັ່ງລັດບູລະນະລະບຽບການປິ່ນປົວແລະສາທາລະນະສຸກຂັ້ນພື້ນຖານໃຫ້ສົມບູນ. ບູລະນະການປະກັນໄພປິ່ນປົວພະຍາດພື້ນຖານຂອງ
ປະຊາຊົນໃນຕົວເມືອງແລະຊົນນະບົດ, ມາດຖານເກື້ອກູນດ້ານການເງິນໄດ້ຈາກ 320 ຢວນຕໍ່ປີຕໍ່ຫົວຄົນຍົກສູງເຖິງ 380 ຢວນຕໍ່ປີຕໍ່ຫົວ
ຄົນ. ປະຕິບັດລະບຽບການປະກັນໄພປິ່ນປົວພະຍາດຮ້າຍແຮງຂອງປະຊາຊົນຕົວເມືອງແລະຊົນນະບົດຢ່າງຮອບດ້ານ, ລົງເລິກການປະຕິ
ຮູບອົງການປິ່ນປົວພະຍາດຂັ້ນຮາກຖານ, ເພີ່ມທະວີການສ້າງລະບຽບການແພດໝໍຮອບດ້ານ, ບູລະນະລະບຽບການປິ່ນປົວພະຍາດແບບ
ແບ່ງຊັ້ນ. ດຳເນີນການປະຕິຮູບໂຮງໝໍຫຼວງລະດັບເມືອງຢ່າງຮອບດ້ານ, ສ້າງເຂດສາທິດການປະຕິຮູບໂຮງໝໍຫຼວງໃນ 100 ເມືອງນ້ອຍ,
ຍົກເລີກການໃຫ້ເກື້ອກູນແກ່ແພດໝໍດ້ວຍກຳໄລຈາກການຂາຍຢາ, ຫຼຸດລາຄາຢາທີ່ສູງເກີນໄປນັ້ນໃຫ້ຕ່ຳລົງ, ປັບປຸງລາຄາບໍລິການດ້ານ
ການປິ່ນປົວພະຍາດຢ່າງສົມເຫດສົມຜົນ. ສົ່ງເສີມໃຫ້ແພດໝໍໄປຊ່ວຍວຽກຢູ່ຫຼາຍບ່ອນຂັ້ນຮາກຖານ, ແລະສົ່ງເສີມໃຫ້ທາງສັງຄົມສ້າງ
ໂຮງໝໍ. ມາດຖານເກື້ອກູນຂອງຄ່າບໍລິການດ້ານສາທາລະນະສຸກພື້ນຖານຕາມຫົວຄົນ ຈະຈາກ 35 ຢວນສູງຂຶ້ນເຖິງ 40 ຢວນ, ເຊິ່ງ ຈຳນວນເງິນທີ່ເພີ່ມຂຶ້ນນີ້ຈະໃຊ້ໃນການຈ່າຍຄ່າບໍລິການສາທາລະນະສຸກພື້ນຖານເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວກະສິກອນນັບ
ເປັນຮ້ອຍລ້ານຄົນສາມາດໄປປິ່ນປົວພະຍາດຢູ່ບ່ອນໃກ້ກັບບ່ອນຢູ່ຂອງຕົນເອງ.

ເຮັດໃຫ້ປະຊາຊົນສາມາດຊົມໃຊ້ໝາກຜົນຂອງການພັດທະນາວັດທະນະທຳຫຼາຍກວ່າເກົ່າ.

ວັດທະນະທຳແມ່ນສາຍເລືອດດ້ານຈິດໃຈແລະແຫຼ່ງທີ່ມາໃນການປະດິດສ້າງຂອງຊົນເຜົ່າໜຶ່ງ. ຕ້ອງຜັນຂະຫຍາຍທັດສະນະຄຸນຄ່າສັງຄົມ
ນິຍົມ, ເສີມຂະຫຍາຍວັດທະນະທຳດັ້ງເດີມທີ່ດີເດັ່ນຂອງປະຊາຊາດຈີນ. ຕ້ອງສະໜອງຜົນງານດ້ານສິລະປະທີ່ດີເດັ່ນເຫຼາຍກວ່າເກົ່າ, ສົ່ງ
ເສີມໃຫ້ທົ່ວປວງຊົນອ່ານປຶ້ມ, ສ້າງສະໂມສອນອ່ານປຶ້ມ. ລົງເລິກການປະຕິຮູບໂຄງປະກອບວັດທະນະທຳ, ຊຸກຍູ້ສື່ມວນຊົນດັ້ງເດີມເຊື່ອມ
ໂຍງກັບສື່ທີ່ຈະເລີນໃໝ່ເພື່ອພັດທະນານຳກັນ. ເປີດກວ້າງການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນກັບຕ່າງປະເທດ, ເພີ່ມທະວີການ
ສ້າງຄວາມສາມາດໃນດ້ານການໂຄສະນາຕໍ່ສາກົນ. ເສີມຂະຫຍາຍຂະແໜງການກິລາທີ່ໃຫ້ທົ່ວປວງຊົນຫັດກາຍບໍລິຫານ, ກິລາແຂ່ງຂັນ
ແລະອຸດສາຫະກຳດ້ານກິລາ, ເຮັດວຽກຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປີ 2020.

ເພີ່ມທະວີແລະປະດິດສ້າງການປົວແປງສັງຄົມ.

ລົງເລິກການປະຕິຮູບລະບຽບການຈັດຕັ້ງແລະຄຸ້ມຄອງສັງຄົມ, ເລັ່ງລັດໃຫ້ສະມາຄົມຂະແໜງການຕ່າງໆ, ສະພາການຄ້າແຍກຕົວອອກ
ຈາກອົງການບໍລິຫານ. ສະໜັບສະໜູນອົງການຈັດຕັ້ງມະຫາຊົນເຂົ້າຮ່ວມການຄຸ້ມຄອງສັງຄົມຕາມກົດໝາຍ, ພັດທະນາວຽກງານສັງຄົມ
ແບບມືອາຊີບ, ການບໍລິການອາສາສະໝັກແລະວຽກງານກຸສົນ. ສົ່ງເສີມໃຫ້ສັງຄົມສ້າງສິ່ງກໍ່ສ້າງລ້ຽງຜູ້ເຖົ້າ, ຂະຫຍາຍການລ້ຽງຜູ້ເຖົ້າ
ແບບຢູ່ເຂດຊຸມຊົນແລະເຮືອນຢູ່ຕົນເອງ. ໃຫ້ການບໍລິການແກ່ເດັກນ້ອຍຊົນນະບົດຜູ້ທີ່ພໍ່ແມ່ໄປເຮັດວຽກຢູ່ໃນຕົວເມືອງ, ແມ່ຍິງແລະຄົນ
ເຖົ້າແກ່ຊາລາ, ສ້າງລະບຽບການປົກປ້ອງທາງສັງຄົມແກ່ຜູ້ບໍ່ເຕັມກະສຽນອາຍຸ.  ຍົກຄວາມສາມາດໃນການປ້ອງກັນ ຊຳລະແກ້
ໄຂເຫດການສຸກເສີນທີ່ເກີດຂຶ້ນໂດຍດ່ວນແລະການປ້ອງກັນ, ກູ້ແລະຫຼຸດໄພ.

ຕ້ອງນຳໃຊ້ມາດຕະການທີ່ເດັດຂາດກວ່າເກົ່າເພື່ອເພີ່ມທະວີຄວາມປອດໄພໃນດ້ານການຜະລິດ, ຮັບປະກັນຄວາມປອດໄພຂອງອາຫານ
ແລະຢາໃນຕະຫຼອດຂັ້ນຕອນການຜະລິດ.

ແກ້ໄຂບັນຫາຍາກທີ່ເກີດຂຶ້ນໃນການປະຢັດພະລັງງານແລະປົວແປງສິ່ງແວດບ້ອມ. ການມົນລະພິດສິ່ງແວດລ້ອມແມ່ນບັນຫາທີ່ປະຊາຊົນ
ຖືສຳຄັນຫຼາຍ, ແລະຕ້ອງແກ້ໄຂດ້ວຍຄວາມເດັດຂາດ. ປີນີ້ ການລະບາຍກາກບອນດີອອກຊິດຕ້ອງຫຼຸດລົງຫຼາຍກວ່າ 3,1%, ປະລິມານ
ຕ້ອງການອອກຊີໃນດ້ານອຸດສາຫະກຳເຄມີ, ແລະປະລິມານລະບາຍທາດນິໂດຼເກີນແລະທາດ   ອາມົນເນຍຕ້ອງຫຼຸດໜ້ອຍ
ລົງ 2%, ຊຸນເຟີດີອອກຊິດຫຼຸດລົງ 3% ແລະທາດນິໂດຼເກີນອອກຊິດຫຼຸດລົງ 5%. ພວກເຮົາຕ້ອງປະຕິບັດກົດໝາຍສິ່ງແວດລ້ອມຢ່າງເຂັ້ມ
ງວດ, ລົງໂທດຜູ້ທີ່ລັກລະບາຍສິ່ງມົນລະພິດຢ່າງຜິດກົດໝາຍນັ້ນຢ່າງໜັກ, ເຮັດໃຫ້ເຂົາເຈົ້າເສຍຄ່າທົດແທນຢ່າງຫຼວງຫຼາຍ; ສຳລັບຜູ້ທີ່
ບໍ່ປະຕິບັດຕາມກົດໝາຍນັ້ນ, ກໍ່ຈະລົງໂທດເຊັ່ນກັນ.

ການຜະລິດດ້ານພະລັງງານແລະການປະຕິວັດດ້ານການບໍລິໂພກກ່ຽວພັນເຖິງການພັດທະນາແລະຊີວິດການເປັນຢູ່ຂອງປະຊາຊົນ. ຕ້ອງ
ອອກ ແຮງພັດທະນາການຜະລິດໄຟຟ້າດ້ວຍພະລັງງານລົມ, ດ້ວຍແສງຕາເວັນ, ທາດຊີວະພາບຕ່າງໆ, ຕັ້ງໜ້າພັດທະນາໄຟຟ້ານ້ຳຕົກ,
ພັດທະນາໄຟຟ້ານິວເຄຼຍຢ່າງປອດໄພ, ບຸກເບີກແລະນຳໃຊ້ອາຍແກັສທຳມະຊາດທີ່ສະສົມຢູ່ໃນຫີນໄຊຣ, ແລະອາຍແກັສທຳມະຊາດທີ່ມີ
ຢູ່ໃນບໍ່ຖ່ານຫີນ. ຕ້ອງສ້າງຂະແໜງການອະນຸລັກສິ່ງແວດລ້ອມໃຫ້ເປັນຂະແໜງການເສົາຄ້ຳທີ່ຈະເລີນໃໝ່.

ປີນີ້ ຈະເພີ່ມເນື້ອທີ່ປູກຕົ້ນໄມ້ຕົ້ນຫຍ້າໃສ່ນາສວນຄືນໃໝ່ໃນຈຳນວນ 6 ແສນ 6 ໝື່ນເຮັກຕາ, ປູກປ່າໄມ້ 4 ລ້ານ 6 ແສນ 2 ໝື່ນ
ເຮັກຕາ.

ຫົກ, ເພີ່ມທະວີການສ້າງສາລັດຖະບານຢ່າງແທ້ຈິງ

ພວກເຮົາຕ້ອງຊຸກຍູ້ການປົກຄອງປະເທດດ້ວຍກົດໝາຍຢ່າງຮອບດ້ານ, ເລັ່ງລັດສ້າງສາລັດຖະບານທີ່ປົກຄອງດ້ວຍກົດໝາຍ, ລັດຖະ
ບານທີ່ມີຫົວຄິດປະດິດສ້າງ, ລັດຖະບານທີ່ປອດໃສຂາວສະອາດ ແລະລັດຖະບານແບບຮັບໃຊ້ໃຫ້ໄວຂຶ້ນ, ເພີ່ມທະວີຄວາມສາມາດໃນ
ການປະຕິບັດງານແລະຄວາມໜ້າເຊື່ອຖືຂອງລັດຖະບານ, ຊຸກຍູ້ລະບົບຄຸ້ມຄອງແລະຄວາມສາມາດຄຸ້ມຄອງຂອງລັດໃຫ້ຫັນເປັນທັນ
ສະໄໝ.

ຍຶດໝັ້ນປົກຄອງປະເທດຕາມລັດຖະທຳມະນູນ, ດຳເນີນການບໍລິຫານຕາມກົດໝາຍ, ຈັດເອົາວຽກງານຂອງລັດຖະບານໃຫ້ເຂົ້າສູ່ວົງໂຄ
ຈອນແຫ່ງກົດໝາຍຢ່າງຮອບດ້ານ. ລັດຖະທຳມະນູນແມ່ນຫຼັກມາດຖານຂອງການເຄື່ອນໄຫວທີ່ພື້ນຖານຂອງພວກເຮົາ, ອົງການປົກຄອງ
ທຸກຂັ້ນພ້ອມດ້ວຍເຈົ້າໜ້າທີ່ລ້ວນແຕ່ຕ້ອງເຄົາລົບຢ່າງເຄັ່ງຄັດ. ທຸກການກະທຳທີ່ລະເມີດກົດໝາຍຂໍ້ກຳນົດຕ້ອງໄດ້ຖືກລົງໂທດ, ທຸກປາ
ກົດການທີ່ບໍ່ມີຄວາມເຄັ່ງຄັດແລະບໍ່ມີຄວາມຍຸດຕິທຳໃນການປະຕິບັດກົດໝາຍນັ້ນລ້ວນແຕ່ຕ້ອງໄດ້ດັດແກ້ໃຫ້ຖືກຕ້ອງ.

ຍຶດໝັ້ນປະດິດສ້າງການຄຸ້ມຄອງແບບໃໝ່, ເພີ່ມທະວີການບໍລິການ, ອອກແຮງຍົກສະມັດຕະພາບຂອງລັດຖະບານໃຫ້ສູງຂຶ້ນ. ສຳລັບການ
ບໍລິການສາທາລະນະພື້ນຖານ, ຄວນໃຊ້ຮູບການຊື້ເອົາເທົ່າທີ່ຄວນ, ສຳລັບການບໍລິການທີ່ມີລັກສະນະວຽກງານທີ່ຝ່າຍທີສາມສາມາດສະ
ໜອງໃຫ້ນັ້ນ ຄວນມອບໃຫ້ຕະຫຼາດຫຼືສັງຄົມ. ອົງການປົກຄອງທຸກຂັ້ນ ຕ້ອງໄດ້ຮັບການຕິດຕາມກວດກາຈາກສະພາປະຊາຊົນພ້ອມດ້ວຍ
ຄະນະປະຈຳສະພາປະຊາຊົນຂັ້ນດຽວກັນຢ່າງເປັນເຈົ້າການ, ຮັບເອົາການຕິດຕາມກວດກາແບບປະຊາທິປະໄຕຈາກສະພາປຶກສາການ
ເມືອງປະຊາຊົນຂັ້ນດຽວກັນ, ຕັ້ງໃຈຮັບຟັງຄວາມຄິດຄວາມເຫັນຂອງຜູ້ແທນສະພາປະຊາຊົນ, ພັກຝ່າຍປະຊາທິປະໄຕ, ບຸກຄົນທີ່ບໍ່ສັງກັດ
ພັກຝ່າຍໃດ ແລະອົງການຈັດຕັ້ງປະຊາຊົນຕ່າງໆ.

ຍຶດໝັ້ນການໃຊ້ສິດອຳນາດຕາມກົດໝາຍ, ສົ່ງເສີມການປະຢັດ, ລົງເລິກຊຸກຍູ້ການສ້າງສາແບບແຜນຂອງພັກແລະການປົກຄອງແບບ
ປອດໄສຂາວສະອາດ ແລະວຽກງານຕ້ານການສໍ້ລາດບັງຫຼວງ. ປາກົດການສໍ້ລາດບັງຫຼວງມີຈຸດພິເສດຮ່ວມອັນໜຶ່ງກໍຄືອາໃສສິດອຳ
ນາດ, ຕ້ອງເຮັດໃຫ້ສິດອຳນາດໜ້ອຍລົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງແບບປອດໄສຂາວສະອາດ, ສ້າງລະບຽບການ
ໃຫ້ເຂັ້ມແຂງ, ເດັດດ່ຽວກຳຈັດຊ່ອງຫວ່າງຂອງສິດອຳນາດໃນການສໍ້ລາດບັງຫຼວງ, ພະຍາຍາມກຳຈັດປັດເປົ່າການສໍ້ລາດບັງຫຼວງ.

ເພີ່ມທະວີການຕິດຕາມກວດກາການປົກຄອງບໍລິຫານ, ເສີມຂະຫຍາຍບົດບາດຕິດຕາມກວດກາຂອງວຽກງານກວດກາບັນຊີ, ຄຸ້ມຄອງ
ຢ່າງເຂັ້ມງວດຕໍ່ເງິນທຶນສາທາລະນະ, ຊັບພະຍາກອນສາທາລະນະ ແລະຊັບສິນຂອງລັດ. ໃຫ້ຄວາມກົດດັນສູງຕະຫຼອດໃນການປາບ
ປາມການສໍ້ລາດບັງຫຼວງ, ບໍ່ອົົດທົນຕໍ່ພວກສໍ້ລາດບັງຫຼວງຈັກຄົນ ແລະຈະລົງໂທດຜູ້ສໍ້ລາດບັງຫຼວງໝົດທຸກຄົນຢ່າງເຂັ້ມງວດ. ຕໍ່
ການກະທຳສໍ້ລາດບັງຫຼວງ, ບໍ່ວ່າຈະເກີດຂຶ້ນຢູ່ອົງການນຳພາ, ຫຼືຈະເກີດຂຶ້ນຢູ່ຄຽງຂ້າງປະຊາຊົນ, ກໍລ້ວນແຕ່ຕ້ອງລົງໂທດຢ່າງເຂັ້ມ
ງວດ.

ຍຶດໝັ້ນການປະຕິບັດງານຢ່າງເປັນເຈົ້າການ, ຖືການຈັດຕັ້ງປະຕິບັດເປັນວຽກງານທີ່ສຳຄັນທີ່ສຸດ, ເຮັດວຽກຢ່າງດຸໝັ່ນເພື່ອປະຊາຊົນຢ່າງ
ແທ້ຈິງ. ເມື່ອການພັດທະນາເສດຖະກິດໄດ້ເຂົ້າສູ່ສະພາບປົກກະຕິໃໝ່ແລ້ວ, ໂສມໜ້າຈິດໃຈກໍຕ້ອງມີສະພາບໃໝ່ເຊັ່ນດຽວກັນ. ລັດຖະ
ກອນອັນໄພສານ, ໂດຍສະເພາະແມ່ນພະນັກງານນຳ, ຕ້ອງຖືເອົາການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນນັ້ນເປັນໜ້າທີ່ຮັບຜິດຊອບທີ່
ໃຫຍ່ທີ່ສຸດຢ່າງສະເໝີຕົ້ນສະເໝີປາຍ, ຍຶດຖືພາລະກຳແຫ່ງການສ້າງສາທັນສະໄໝຢ່າງສະເໝີຕົ້ນສະເໝີປາຍ, ແລະເອົາໃຈໃສ່ຕໍ່ຄວາມ
ຢູ່ເຢັນເປັນສຸກຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ.

ບັນດາຜູ້ແທນທີ່ນັບຖື!

ປະເທດພວກເຮົາແມ່ນປະເທດທີ່ເປັນເອກະພາບກັນທີ່ມີຫຼາຍຊົນເຜົ່າ, ການທີ່ບູລະນະແລະຂະຫຍາຍການພົວພັນຊົນເຜົ່າສັງຄົມນິຍົມທີ່
ສະເໝີພາບ, ສະມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະກົມກຽວກັນນັ້ນ ແມ່ນຜົນປະໂຫຍດພື້ນຖານແລະໜ້າທີ່ຮ່ວມຂອງປະຊາຊົນບັນ
ດາເຜົ່າໃນທົ່ວປະເທດ.

ຕ້ອງຍຶດໝັ້ນແລະບູລະນະລະບຽບການປົກຄອງຕົນເອງຢູ່ເຂດຊົນເຜົ່າ, ຈັດຕັ້ງພິທີສະຫຼອງການສ້າງຕັ້ງເຂດປົກຄອງຕົນເອງຕິເບດແລະ
ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຄົບຮອບ 60 ປີ. ປະຊາຊົນບັນດາເຜົ່າຕ້ອງຢູ່ຮ່ວມກັນຢ່າງປອງດອງກັນ, ຮ່ວມທຸກຮ່ວມສຸກ ແລະພັດ
ທະນາຢ່າງກົມກຽວກັນ, ເມື່ອເປັນແນວນີ້ແລ້ວ, ມະຫາຄອບຄົວປະຊາຊາດຈີນກໍຍ່ອມຈະມີຄວາມຈະເລີນຮຸ່ງເຮືອງແລະມີຄວາມຜາສຸກ
ກວ່າເກົ່າຢ່າງແນ່ນອນ.

ພວກເຮົາຕ້ອງຊຸກຍູ້ຄວາມປອງດອງກັນຂອງການພົວພັນລະຫວ່າງສາສະໜາຕ່າງໆ, ປົກປັກຮັກສາສິດແລະຜົນປະໂຫຍດອັນຊອບດ້ວຍ
ກົດໝາຍຂອງວົງການສາສະໜາ, ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງບຸກຄົນໃນວົງການສາສະໜາແລະປະຊາຊົນທີ່ເຊື່ອຖືສາສະໜາ
ໃນການຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ.

ພວກເຮົາຕ້ອງເສີມຂະຫຍາຍບົດບາດອັນພິເສດຂອງຊາວຈີນຕ່າງດ້າວທີ່ຢູ່ຕ່າງປະເທດ, ທີ່ໄດ້ກັບຄືນປະເທດແລະຄອບຄົວຂອງພວກເພິ່ນ
ໃນການເຂົ້າຮ່ວມການສ້າງສາທັນສະໄໝຂອງປະເທດຊາດ, ຊຸກຍູ້ການທ້ອນໂຮມເປັນເອກະພາບກັນຂອງປະເທດຊາດ ແລະຊຸກຍູ້ການ
ແລກປ່ຽນແລະການຮ່ວມມືກັນລະຫວ່າງຈີນກັບຕ່າງປະເທດ, ເຮັດໃຫ້ລູກຫຼານເຫຼັ້ນຫຼ້ອນຂອງປະຊາຊາດຈີນຢູ່ພາຍໃນແລະຕ່າງປະເທດ
ມີຄວາມສາມັກຄີເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ບັນດາຜູ້ແທນ!

ການສ້າງສາວຽກງານປ້ອງກັນປະເທດແລະກອງທັບທີ່ເຂັ້ມແຂງແມ່ນສິ່ງຄ້ຳປະກັນອັນພື້ນຖານໃນການປົກປັກຮັກສາອະທິປະໄຕ, ຄວາມ
ໝັ້ນຄົງແລະຜົນປະໂຫຍດແຫ່ງການພັດທະນາຂອງລັດ. ຕ້ອງປິ່ນອ້ອມເປົ້າໝາຍຂອງພັກທີ່ສ້າງກອງທັບໃຫ້ເຂັ້ມແຂງພາຍໃຕ້ສະຖານະ
ການໃໝ່, ຍຶດໝັ້ນຫຼັກການພື້ນຖານທີ່ພັກນຳພາກອງທັບຢ່າງເດັດຂາດ, ທຳການກະກຽມໃນການສູ້ຮົບໃນທຸກດ້ານແລະທຸກຂົງເຂດໃຫ້ດີ
ຢ່າງເປັນເອກະພາບກັນ, ປ້ອງກັນຄວາມສະຫງົບຂອງເຂດຊາຍແດນ, ທະເລແລະທ້ອງຟ້າ.

ບັນດາຜູ້ແທນ!

ພວກເຮົາຈະເດັດດ່ຽວຈັດຕັ້ງປະຕິບັດແນວທາງ"ປະເທດດຽວສອງລະບອບ", "ໃຫ້ຊາວຮົງກົງປົກຄອງຮົງກົງ", "ໃຫ້ຊາວມາກ໋າວ
ປົກຄອງມາກ໋າວ" ແລະປົກຄອງຕົນເອງໃນລະດັບສູງ, ປະຕິບັດງານຕາມລັດຖະທຳມະນູນແລະກົດໝາຍພື້ນຖານຢ່າງເຄັ່ງຄັດ. ອອກແຮງ
ສະໜັບສະໜູນຜູ້ວ່າການແລະອົງການປົກຄອງເຂດບໍລິຫານພິເສດຮົງກົງແລະມາກ໋າວ ດຳເນີນການປົກຄອງ, ພັດທະນາເສດຖະກິດ, ປັບ
ປຸງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ປະຊາທິປະໄຕ ແລະຊຸກຍູ້ຄວາມປອງດອງກັນຕາມກົດໝາຍ. ເພີ່ມທະວີການແລກປ່ຽນແລະການ
ຮ່ວມມືກັນໃນທຸກຂົງເຂດລະຫວ່າງແຜ່ນດິນໃຫຍ່ກັບຮົງກົງແລະມາກ໋າວ, ສືບຕໍ່ເສີມຂະຫຍາຍບົດບາດອັນພິເສດຂອງຮົງກົງແລະມາກ໋າວ
ໃນການປະຕິຮູບ, ການໄຂປະຕູສູ່ໂລກພາຍນອກ ແລະການສ້າງສາທັນສະໄໝຂອງຊາດ.

ພວກເຮົາຈະຍຶດໝັ້ນທິດທາງນະໂຍບາຍໃຫຍ່ກ່ຽວກັບວຽກງານຕໍ່ໄຕ້ຫວັນ, ບູລະນະພື້ນຖານດ້ານການເມືອງລະຫວ່າງສອງຝັ່ງທີ່ຍຶດໝັ້ນ
"ຄວາມຮັບຮູ້ທີ່ເປັນເອກະພາບກັນໃນປີ 1992", ຄັດຄ້ານ "ໄຕ້ຫວັນເປັນເອກະລາດ", ຮັກສາທິດທາງທີ່ຖືກຕ້ອງແຫ່ງການຂະຫຍາຍ
ສາຍພົວພັນລະຫວ່າງສອງຝັ່ງໂດຍສັນຕິ. ພວກເຮົາຫວັງວ່າ, ພີ່ນ້ອງຮ່ວມຊາດສອງຝັ່ງຈະເພີ່ມທະວີຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອ
ເຊື່ອໃຈກັນຢ່າງບໍ່ຢຸດຢັ້ງ, ເຮັດຄວາມຮັກແພງລະຫວ່າງເນື້ອເລືອດແໜ້ນແຟ້ນກວ່າເກົ່າ, ເຮັດໃຫ້ຄວາມຫ່າງຈາກກັນດ້ານຈິດໃຈນັ້ນໃກ້
ຂຶ້ນກວ່າເກົ່າ, ປະກອບສ່ວນເພື່ອບັນລຸການເຕົ້າໂຮມປະເທດຊາດໃຫ້ເປັນເອກະພາບກັນໂດຍສັນຕິ. ພວກເຮົາເຊື່ອໝັ້ນວ່າ, ສາຍພົວພັນ
ລະຫວ່າງສອງຝັ່ງພັດທະນາໂດຍສັນຕິນັ້ນ ແມ່ນແປວກະແສປະຫວັດສາດທີ່ຂັດຂວາງບໍ່ໄດ້ ແລະແມ່ນກົງລົດປະຫວັດສາດທີ່ຖອຍຫຼັງ
ບໍ່ໄດ້.

ບັນດາຜູ້ແທນ!

ພວກເຮົາຈະສືບຕໍ່ຊູຄັນທຸງແຫ່ງສັນຕິພາບ, ການພັດທະນາແລະການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເດີນຕາມເສັ້ນທາງພັດ
ທະນາໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດຍຸດທະສາດທີ່ໄຂປະຕູສູ່ໂລກພາຍນອກແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວປົກປັກຮັກສາສິດຜົນປະໂຍຫດທີ່ພັດທະນາຢ່າງໝັ້ນຄົງຂອງອະທິປະໄຕແຫ່ງຊາດ,   ປົກປັກຮັກ
ສາສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງພົນລະເມືອງຈີນແລະຊາວຈີນຢູ່ຕ່າງປະເທດ, ຊຸກຍູ້ການສ້າງຕັ້ງສາຍພົວພັນລະ
ຫວ່າງຊາດທີ່ຖືເອົາການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນແກນກາງ. ລົງເລິກການສົນທະນາໃນດ້ານຍຸດທະສາດແລະ
ການຮ່ວມມືທີ່ຕິດແທດຕົວຈິງກັບບັນດາປະເທດໃຫຍ່, ສ້າງຂອບການພົວພັນລະຫວ່າງປະເທດໃຫຍ່ທີ່ປອດໄສແລະໝັ້ນທ່ຽງ. ຊຸກຍູ້ການ
ຕ່າງປະເທດກັບປະເທດອ້ອມຂ້າງຢ່າງຮອບດ້ານ, ສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ. ເພີ່ມທະວີຄວາມສາມັກຄີແລະ
ການຮ່ວມມືກັບປະເທດພວມພັດທະນາອັນໄພສານ, ປົກປັກຮັກສາຜົນປະໂຫຍດຮ່ວມກັນ. ຕັ້ງໜ້າເຂົ້າຮ່ວມວຽກງານຫຼາຍຝ່າຍໃນສາ
ກົນ, ຊຸກຍູ້ລະບົບແລະລະບຽບສາກົນໃຫ້ຂະຫຍາຍໄປສູ່ທິດທີ່ທ່ຽງທຳແລະສົມເຫດສົມຜົນກວ່າເກົ່າ.

ຈັດກິດຈະກຳກ່ຽວກັບການລະນຶກສົງຄາມຕ້ານຟາດຊິດຂອງໂລກແລະສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນໄດ້ຮັບໄຊຊະ
ນະຄົບຮອບ 70 ປີໃຫ້ດີ, ຮ່ວມກັບປະຊາຄົມໂລກເພື່ອປົກປັກຮັກສາໝາກຜົນແຫ່ງໄຊຊະນະຂອງສົງຄາມໂລກຄັ້ງທີ 2 ແລະຄວາມທ່ຽງ
ທຳແລະຍຸດຕິທຳໃນສາກົນ. ພວກເຮົາຍິນດີເກາະແຂນແລະຄຽງບ່າຄຽງໄຫຼ່ກັບບັນດາປະເທດໃນໂລກເພື່ອປົກປັກຮັກສາສັນຕິພາບທີ່ຖາ
ວອນກວ່າເກົ່າ ແລະສ້າງສາໂລກທີ່ມີຄວາມຈະເລີນຮຸ່ງເຮືອງກວ່າເກົ່າ.

ບັນດາຜູ້ແທນ!

ຍຸກສະໄໝໄດ້ມອບໂອກາດຄັ້ງປະຫວັດສາດໃຫ້ແກ່ຈີນໃນການພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ. ພວກເຮົາຈົ່ງສາມັກຄີຢູ່ອ້ອມ
ຂ້າງສູນກາງພັກກອມມູນິດຈີນໂດຍແມ່ນທ່ານສີຈິ້ນຜິງເປັນເລຂາທິການໃຫຍ່, ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີເອກະລັກພິ
ເສດຂອງຈີນ, ເຕົ້າໂຮມຈິດໃຈ, ເຕົ້າໂຮມກຳລັງ, ບຸກເບີກແລະປະດິດສ້າງໃໝ່, ພະຍາຍາມບັນລຸເປົ້າໝາຍແຫ່ງການພັດທະນາເສດຖະ
ກິດສັງຄົມຂອງປີນີ້, ປະກອບສ່ວນໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອບັນລຸເປົ້າໝາຍບາກບັ່ນສູ້ຊົນແຫ່ງ "ການຄົບຮອບຮ້ອຍປີ 2 ອັນ", ສ້າງ
ປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ, ມີປະຊາທິປະໄຕ, ມີອາລະຍະທຳ ແລະມີຄວາມປອງດອງກັນໃຫ້ສຳເລັດ, ເຮັດໃຫ້ຄວາມໄຝ່
ຝັນຂອງຈີນແຫ່ງການສ້າງປະຊາຊາດຈີນໃຫ້ມີຄວາມຈະເລີນຮຸ່ງເຮືອງຄືນໃໝ່ນັ້ນບັນລຸຜົນເປັນຈິງ!