ບົດ​ລາຍ​ງານ​ວຽກ​ງາ​ານ​ລັດ​ຖະ​ບານ
           ​
ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່າວ​ໃນ​ກອງ​ປະ​ຊຸມ​ເທື່ອ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ໃນ​ວັນ​ທີ 5 ມີ​ນາ 2017
 
ບັນ​ດາ​ຜູ້​ແທນ​ທີ່​ເຄົາ​ລົ​ບ​ນັບ​ຖື:

ຂະ​ນະ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຕໍ່​ກອງ​ປະ​ຊຸມ​ເພື່ອ​ນຳ​ໄປຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຂໍ​ຄວາມ​ເຫັນ​ຈາກ​ບັນ​ດາ​​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ.

1.    ທົບ​ທວນຄືນ​ວຽກ​ງານ​ໃນ​ປີ 2016 ຜ່ານ​ມາ

ໃນ​ປີ​ຜ່​ານ​ມາ,ການ​ພັດ​ທະ​ນາ​ຂອງ​ຈີນ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຂ້ຽວ​ຂາດ​ແລະ​ສັບ​ສົນ​ໂດຍ​ມີ​ຄວາມ​ຂັດ​ແຍ້ງ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຕ່າງໆ​ນາໆ​ແລະ​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ໄດ້​ກຳ​ນົດ​ຖາ​ນະ​ໃຈ​ກາງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ພັກ​ແລະ​ປະ​ຊາ​ຊົນ ທັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ການ​ຮັກ​ສາ​ຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງ​ແລະ​ຄວາມ​ສະ​ຫງົບ​ຍາວ​ນານ​ຂອງ​ພັກ​ແລະ​ປະ​ເທດຊາດ. ເປົ້າ​ໝາຍ​ຕົ້ນ​ຕໍ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ​ຜ່ານ​ມາ ໄດ້​ສຳ​ເລັດ​ຢ່າງ​ຈົບ​ງານມ ເຊິ່ງ​ສ້າງ​ການ​ເລີ່ມ​ຕົ້ນ​ທີ່​ດີ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 13.

ເສດ​ຖະ​ກິດ​ພັດ​ທະ​ນາ​​ຊ້າລົງ ​ແຕ່​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ດີ​ຂຶ້ນ. ລວດຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນຫຼື GDP ບັນ​ລຸ​ເຖິງ 74.400 ຕື້ຢວນ, ເພີ່ມ​ຂຶ້ນ 6,7% ຢູ່​ໃນ​ແຖວ​ໜ້າ​ຂອງ​ໂລກ ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍກວ່າ 30%. ລາ​ຄາ​ຜູ້​ບໍ​ລິ​ໂພກຖີບ​ສູງ​ຂຶ້ນ 2%, ຜົນ​ກຳ​ໄລ​ຂອງວິ​ສາ​ຫ​ະ​ກິດ​ອຸດ​ສາ​ຫະ​ກຳ ​ຈາກ​ການຫຼຸດ​ລົງ 2,3% ຫັນ​ມາ​ເປັນ​ການ​ເຕີບ​ໂຕ 8,5%,​ ພະ​ລັງ​ງານ​ທີ່​ນຳ​ໃຊ້​ຕໍ່​ຫົວ​ໜ່ວຍ GDP ສະ​ເລ່ຍແລ້ວຫຼຸດ​ລົງ 5%, ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ການ​ຂະ​ຫ​ຂ​ຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ການ​ປະ​ກອບ​ອາ​ຊີບ​ລື່ນ​ຄາດ​ໝາຍ. ແຮງ​ງານ​ປະ​ກອບ​ອາ​ຊີບ​ເພີ່ມ​ໃໝ່ໃນ​ຕົວ​ເມືອງ​ທົ່ວ​ປະ​ເທດ​ໃນ​ປີ 2016​ ບັນ​ລຸ​ 13 ລ້ານ 1ແສນ 4 ໝື່ນ​ຄົນ. ຍອດ​ຜູ້​ປະ​ກອບ​ອາ​ຊີບ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຂອງ​ນັກ​ສຶກ​ສາ​ທີ່ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ ສ້າງ​ສະ​ຖິ​ຕິ​ສູງ​ໃໝ່. ອັດ​ຕາ​ຫວ່າງ​ງານ​ທີ່ລົງ​ທະ​ບຽນ​ໃນ​ຕົວ​ເມືອງ ​ມາ​ເຖິງ​ທ້າຍ​ປີ​ຜ່ານ​ມາ​ ແມ່ນ 4,02% ເຊິ່ງ​ເປັນ​ສະ​ຖິ​ຕິ​ຕ່ຳ​ສຸດ​ໃນຫຼາຍ​ປີ​ຜ່ານ​ມາ. ຕະຫຼາດ​ແຮງ​ງານ​ພັດ​ທະ​ນາ​ອ່າວ​ແຂງ​ແຮງ​ສຳ​ລັບ​​ຈີນ​ໃນຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ພວມ​ພັດ​ທະ​ນາ​ທີ່​ມີ​ປະ​ຊາ​ກອນ​ເຖິງ 1 ຕື້ 300 ລ້ານກວ່າ​ຄົນ, ​ມັນ​​ແມ່ນ​ເລື່ອງທີ່​ໄດ້​ມາ​ບໍ່​ງ່າຍ.

ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ ​ໄດ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ. ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ສຳ​ຄັນ​ແລະ​ຂອດ​ສຳ​ຄັນ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສ​ະ​ນະບຸກ​ທະ​ລຸ, ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ພາກ​ການ​ສະ​ໜອງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ.

ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ເລັ່ງ​ລັດ​ປັບ​ປຸງ​ດີ​ຂຶ້ນ. ການ​ອຸ​ປະ​ໂພກ​ບໍ​ລິ​ໂພກ ​ໄດ້​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສ​ດ​ຖະ​ກິດ. ມູນ​ຄ່າ​ເພີ່ມຂອງຂະ​ແໜງ​ການ​ບໍ​ລິ​ການກວມ​ອັດ​ຕາ​ສ່ວນ​ GDP ໄດ້​ເພີ່ມ​ຂຶ້ນ​ເຖິງ 51,6%. ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ສູງຫຼື​ໄຮ​ເຕັກ, ຂະ​ແໜງ​ການ​ຜະ​ລິດ​ອຸ​ປະ​ກອນ​ ໄດ້​ຂະ​ຫຍາຍ​ຕົວ​ໄວ​ສົມ​ຄວນ. ກ​ະ​ສິ​ກຳໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ ​ທັງ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ ໂດຍ​ສະ​ບຽງ​ອາ​ຫານ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ຢ່າງຫຼວງຫຼາຍ.

 ກຳ​ລັງ​ແຮງ​ໃໝ່​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຍຸດ​ທະ​ສາດ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ ໄດ້​ຮັບ​ການ​ປະ​ຕິ​ບັດ​ກ້າວ​ສູ່​ລວງ​ເລິກ. ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ໄດ້​ຮັບໝາກ​ຜົນ​ສຳ​ຄັນ​ທີ່​ນຳ​ໜ້າ​ໃນ​ໂລກ​ຈຳ​ນວນ​ໜຶ່ງ. ​ຂະ​ບວນ​ການ​ປະ​ຊາ​ຊົນ​ປະ​ກອບ​ທຸ​ລະ​ກິດ​ແລະ​ທົ່ວ​ປວງ​ຊົນ​ປະ​ດິດ​ສ້າງ​ໃໝ່​ ໄດ້​ດຳ​ເນີນ​ຂຶ້ນ​ຢ່າງກວ້າງ​ຂວາງ, ວິ​ສາ​ຫະ​ກິດ​ທີ່​ລົງ​ທະ​ບຽນ​ໃໝ່​ໃນ​ໝົດ​ປີ​ຜ່ານ​ມາ ​ໄດ້​ເພີ່ມ​ຂຶ້ນ 24,5%, ​ສະ​ເລ່ຍ​ແລ້ວ​ໄດ້​ເພີ່ມ​ຂຶ້ນ 15.000 ແຫ່ງ​ຕໍ່​ມື້, ບວກ​ກັບ​ຫົວ​ໜ່ວຍ​ທຸ​ລະ​ກິດ​ສ່ວນ​ບຸກ​ຄົນ​ແລະ​ອື່ນໆ, ຫົວ​ໜ່ວຍ​ທຸ​ລະ​ກິດ​ຕະຫຼາດ​ປະ​ເພດ​ຕ່າງ​ໆ​ ໄດ້​ເພີ່ມ​ຂຶ້ນ 45.000 ແຫ່ງ​ຕໍ່​ມື້.

ຄວາມ​ສາ​ມາດ​ຄ້ຳ​ຊູ​ເສດ​ຖະ​ກິດ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໄລ​ຍະ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ເປີດ​ບໍ​ລິ​ການ​ແລ້ວ​ ບັນ​ລຸຫຼາຍກວ່າ 19.000 ກິ​ໂລ​ແມັດ, ທາງ​ດ່ວນ​ທີ່​ສ້າງ​ໃໝ່​ແລະ​ປັບ​ປຸງ​ໃໝ່ 6700 ກວ່າ​ກິ​ໂລ​ແມັດ, ທາງຫຼວງ​ໃນ​ຊົນ​ນະ​ບົດ 290.000 ກິ​ໂລ​ແມັດ. ໂຄງ​ການຊົນ​ລະ​ປະ​ທານ​ສຳ​ຄັນ​ທີ່​ລົງ​ມື​ກໍ່​ສ້າງ​ໃໝ່ 21 ໂຄງ​ການ. ​ລວ​ມຍອດ​ຜູ້​ໃຊ້​ໂທ​ລະ​ຄົມ​ເຄື່ອນ​ທີ່ລະ​ບົບ 4G ເພີ່ມ​ຂຶ້ນ 340 ລ້ານ​ເລກ​ໝາຍ, ໄລ​ຍະ​ການ​ວາງ​ສາຍ​ກາບ​ໃຍ​ແສງ​ບັນ​ລຸເຖິງ 5 ລ້ານ 5 ແສນກວ່າ​ກິ​ໂລ​ແມັດ.

ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ໄດ້​ປັບ​ປຸງ​ດີ​ຂຶ້ນ​ຕື່ມ. ລາຍ​ຮັບ​ທີ່​ສາ​ມາດ​ຈັບ​ຈ່າຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນໃນ​ທົ່ວ​ປະ​ເທດ ​ເພີ່​ມ​ຂຶ້ນ 6,3%. ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ ຫຼຸດ​ລົງ 12 ລ້ານ 4 ແສນ​ຄົນ, ປະ​ຊາ​ກອນ​ຍົກ​ຍ້າຍ​ຖິ່ນ​ຖານ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍກວ່າ 2 ລ້ານ 4 ແສນ​ຄົນ. ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ຂ​ະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ, ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຮົງ​ກົງ,ມາ​ກາວ,ໄຕ້​ຫວັນ​ແລະ​ໄປ​ທ່ຽວ​ຕ່າງ​ປະ​ເທດ ຫຼາຍ​ວ່າ 120 ລ້ານ​ເທື່ອ​ຄົນ, ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ຊົນ​ນະ​ບົດ​ແລະ​ຕົວ​ເມືອງ ​ໄດ້​ຍົກ​ສູງ​ຂຶ້ນ​ໃໝ່.
 ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ ຫຼື​ ຈີ 20 ຢູ່​ເມືອງ​ຫັງ​ໂຈ່ວໂດຍ​ໄດ້ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ໄດ້​ຮັບ​ຜົນ​ສຳ​ເລັດ​ສຳ​ຄັນ​ທີ່​ມີ​ລັກ​ສະ​ນະ​​ປະ​ດິດ​ສ້າງ, ນຳ​ໜ້າ​ແລະ​​ເປັນກົນ​ໄກ ເຊິ່ງ​ໄດ້​​ຂີດ​ໝາຍອັນ​ເລິກ​ເຊິ່ງ​ໃນ​ຂະ​ບວນ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ໂລກ.

ເມື່ອທົບ​ທວນ​ຄືນໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ​ແລ້ວ​ເຫັນ​ວ່າ ເປັນ​ປີ​ທີ່​ບໍ່​ທຳ​ມະ​ດາ. ຈີນ​ໄດ້​ຜະ​ເຊີນ​ກັບ​ສະ​ພາບ​ແວດ​ລ້ອມ​ພາຍນອກ ​ທີ່​ເສດ​ຖະ​ກິດ​ໂລກ​ແລະ​ການ​ຄ້າ​ໂລກ​ຂະ​ຫຍາຍ​ຕົວ​ໃນ​ລະ​ດັບ​ຕ່ຳ​ສຸດ​ໃນ​ຮອບ 7 ປີ​ຜ່ານ​ມາ, ຕະຫຼາດ​ການ​ທະ​ນາ​ຄານສ​າ​ກົນ​ ມີ​ຄວາມ​ປັ່ນ​ປ່ວນ​ຮຸນ​ແຮງ​ຂຶ້ນ, ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ​ແລະ​ສາ​ກົນ​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ແລະ​ເກີດ​ຂຶ້ນຫຼາຍ ຂະ​ນະ​ທີ່​ພາຍ​ໃນ​ປະ​ເທດ, ຈີນ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ​ເປັນ​ຕົ້ນ, ບັນ​ຫາ​ພົ້ນ​ເດັ່ນ​ໃນ​ດ້ານ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ຄວາມ​ສ່ຽງ​ແລະ​ໄພ​ອັນ​ຕະ​ລາຍທີ່​ແຝງ​ຊ້ອນ​ນັ້ນ ປາ​ກົດ​ຂຶ້ນມາ, ເສດ​ຖະ​ກິດ​ມີ​ຄວາມ​ສ່ຽງ​ສູງ​ຂຶ້ນ​ທີ່​ຈະ​ຊຸດ​ໂຊມ​ລົງ ທັງ​ປະ​ສົບ​ສະ​ພາບ​ສັບ​ສົນ​ຕ່າງໆ​ຄື ການ​ປະ​ຕິ​ຮູບ​ເຂົ້າ​ສູ່​ໄລ​ຍະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ສາຍ​ພົວ​ພັນ​ດ້ານ​ຜົນ​ປະ​ໂຫຍດ​ຢູ່​ໃນ​ໄລ​ຍະ​ການ​ປັບ​ປຸງ​ຢ່າງ​ເລິກ​ເຊິ່ງ ແລະ ປັດ​ໄຈທີ່​ກະ​ທົບ​ເຖິງ​ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ​ ໄດ້​ເພີ່ມ​ຂຶ້ນ. ພາຍ​ໃຕ້​ສະ​ພາບ​ດັ່ງ​ກ່າວ, ການ​ທີ່​ສາ​ມາດ​ຮັກ​ສາ​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່​ຽງແລະ​ມີ​ທ່າ​ອ່ຽງ​ຂະ​ຫ​ຍາຍ​ຕົວ​ດີ​ຂຶ້ນ​ນັ້ນ​ແມ່ນ​ໝາກ​ຜົນທີ່​ໄດ້​ມາ​ບໍ່​ງ່າຍ ເຊິ່ງ​ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ໃໝ່​ວ່າ ປະ​ຊາ​ຊົນ​ຈີນ​ມີ​ກຳ​ລັງ​ໃຈ, ມີ​ສະ​ຕິ​ປັນ​ຍາ​ ແລະ​ ມີ​ຄວາມ​ສາ​ມາດ​ໃນ​ການ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່​າງ, ເສດ​ຖະ​ກິດ​ຈີນ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ, ມີ​ຄວາມ​ເຂັ້ມ​ແຂງ​ທົນ​ທານ​ແລະ​​ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສກວ່າ​ເກົ່າ.

ໜຶ່ງ​ປີ​ຜ່ານ​ມາ, ລັດ​ເຮົາ​ຕົ້ນ​ຕໍ​ໄດ້​ເຮັດ​ວຽກ​ງານ​ດັ່ງ​ລຸ່ມ​ນີ້:

ໜຶ່ງ, ສືບ​ຕໍ່​ປະ​ດິດ​ສ້າງ​ໃໝ່​ແລະ​ເພີ່ມ​ທະ​ວີ​ການ​ດັດ​ສົມຄວບ​ຄຸມ​ມະ​ຫາ​ພາກ, ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ​ສົມ​ເຫດ​ສົມ​ຜົນ.

ສອງ: ໂຄງ​ປະ​ກອບ​ການ​ສະ​ໜອງ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ.

ສາມ: ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ, ການ​ພັດ​ທະ​ນາ​ມີ​ຊີ​ວິດ​ຊີ​ວາ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ຕັ້ງ​ໜ້າ​ເປີດກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍນອກ. ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທ​າງ"​ ແລະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ທາງ​ຍຸດ​ທະ​ສາດ​ແລະ​ຮ່ວມ​ມື​ຕົວ​ຈິງກັບ​ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທ​າງ". ເງິນຢວນຈີນ​ຖືກຈັດ​ເຂົ້າ​ໃນ​ກົນ​ໄກ​ສິດ​ຖອນ​ເງິນ​ພິ​ເສດ ຫຼື SDR ​ຂອງ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຢ່າງ​ເປັນ​ທາງ​ການ, ຕະຫຼາດ​ຫຸ້ນ​ເຊິ່ນ​ເຈີ້ນ-ຮົງ​ກົງເຊື່ອມ​ຈອດ​ການ​ຊື້​ຂາຍ​ກັນ. ຈີນ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ 130 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ ແລະ​ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.

ສີ່: ເພີ່ມ​ທະ​ວີ​ບົດ​ບາດ​ການ​ນຳ​ພາດ້ວຍ​ການ​ປະ​ດິດ​ສ້າງ, ກຳ​ລັງ​ແຮງ​ໃໝ່​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ໄດ້​ຈະ​ເລີນ​ເຕີບ​ໂຕ​ຢ່າງວ່ອງ​ໄວ.

ຫ້າ, ຊຸກ​ຍູ້ການ​ພັດ​ທະ​ນາ​ຢ່າງ​ເປັນ​ເອ​ກະ​ພາບ​ ແລະ​ກົມ​ກຽວ​ກັນ ​ລະ​ຫວ່າງ​ເຂດ​ແຄວ້ນ​ແລະ​ລະ​ຫວ່າງ​ຕົວ​ເມືອງ-ຊົນ​ນະ​ບົດ, ຈຸດ​ເຕີບ​ໂຕ​ໃໝ່​ແລະ​ເຂດ​ເຕີບ​ໂຕ​ໃໝ່​ ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງ​ເລັ່ງ​ດ່ວນ.

ຫົກ: ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ຄວາມ​ສີ​ວິ​ໄລ​ທາງ​ຊີ​ວະ​ພາບ, ການ​ພັດ​ທະ​ນາ​ສີ​ຂຽວ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່.

ເຈັດ: ເອົາ​ໃຈ​ໃສ່​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ກາ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ.

ແປດ: ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ການ​ກໍ່​ສ້າງ​ແລະ​ຄຸ້ມ​ຄອງ​ລັດ, ສັງ​ຄົມ​ຮັກ​ສາ​ຄວາມ​ສະ​ຫງົບ​ໝັ້ນ​ຄົງ​ແລະ​ກົມ​ກຽວ​ປອງດອງ​ກັນ.

 ບັນ​ດາ​ຜູ້​ແທນ!

​ໝາກຜົນ​​ທີ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ ​ເປັນ​ຜົນ​ຈາກ​ການ​ນຳ​ພາ​ຢ່າງ​ຖືກ​ຕ້ອງ​ຂອງ​ສູນ​ກາງ​ພັກ​ທີ່​ມີ​​ສະ​ຫາຍ ສີ​ຈິ້ນ​ຜິງ​ ເປັນ​ໃຈ​ກາງ ທັງ​ເປັນ​ຜົນ​ຈາກ​ຄວາມ​ສາ​ມັກ​ຄີ​ສູ້​ຊົນ​ຂອງ​ທົ່ວ​ພັກ​ທົ່ວ​ກອງ​ທັບ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ທັງ​ຊາດ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ທັງ​ຊາດ, ບັນ​ດາ​ພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ. ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ການ​ພິ​ເສດ​ຮົງ​ກົງ, ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ, ໄຕ້​ຫວັນ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ຕ່າງ​ດ້າວ ແລະ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ລັດ​ຖະ​ບານ​ບັນ​ດາປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ເພື່ອນ​ມິດ​ປະ​ເທດ​ຕ່າງໆ​ທີ່​ເອົາ​ໃຈ​ໃສ່​ແລະ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຈີນ​ໃຫ້​ຫັນ​ເປັນ​ທັ​ນ​ສະ​ໄໝ.
ພວກ​ເຮົາ​ກໍ​ໄດ້​ເຫັນ​ຢ່າງ​ມີ​ສະ​ຕິ​ວ່າ ການ​ພັດ​ທະ​ນາ​ເສດ​ຖິດ​-ສັງ​ຄົມ​ຂອງ​ຈີນ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ແລະ​ບັນ​ຫາ​ບໍ່​ໜ້ອຍ, ຍັງ​ຕ້ອງ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ສ້າງ​ກຳ​ລັງ​ແຮງ​ໃໝ່​ຢູ່​ພາຍ​ໃນ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ​ຂອງ​ບາງ​ຂະ​ແໜງ​ການ​ຍັງ​ເຫຼືອ​ເຟືອ​ຢ່າງ​ໜັກ​ໜ່ວງ, ວິ​ສາ​ຫະ​ກິດ​ຈຳ​ນວນ​ໜຶ່ງ​ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ສົ​ມ​ຄວນ ​ໃນ​ການ​ຜະ​ລິດ​ແລະ​ດຳ​ເນີນ​ທຸ​ລະ​ກິດ, ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ເຂດ​ແຄວ້ນ​ແຕກ​ຕ່າງ​ກັນຫຼາຍ, ຄວາມ​ຂັດ​ແຍ້ງ​ດ້ານ​ລາຍ​ຮັບ​ລາຍ​ຈ່າຍການ​ເງິນ ​ມີຫຼາຍ​ສົມ​ຄວນ, ຄວາມ​ສ່ຽງ​ດ້ານ​ເສດ​ຖະ​ກິດ​ການ​ເງິນ​ແມ່ນ​ປະ​ໝາດ​ບໍ່​ໄດ້. ສະ​ພາບ​ມົນ​ລະ​ມິດ​ຂອງ​ສິ່ງ​ແວດ​ລ້ອມ​ ຍັງ​ໜັກ​ໜ່ວງ​ຄື​ເກົ່າ ໂດຍ​ສະ​ເພາະ​ບາງ​ເຂດ​ແຄວ້ນ​ ຍັງ​ເກີດ​ບັນ​ຫາ​ໝອກ​ຄວັນ​ພິດ​ເລື້ອຍໆ ແລະ​ຍັງ​ຕ້ອງ​ເພີ່ມ​ທະ​ວີ​ມາດ​ຕະ​ການແກ້​ໄຂ​ຕື່ມ​ອີກ. ປະ​ຊາ​ຊົນ​ຍັງ​ມີ​ຄວາມ​ບໍ່​ພໍ​ໃຈ​ຫຼາຍ​ຢ່າງໃນ​ດ້ານ​ເຮືອນ​ຢູ່, ການ​ສຶກ​ສາ, ການ​ປິ່ນ​ປົວ​ພະ​ຍາດ, ການ​ລ້ຽງ​ດູ​ເບິ່ງ​ແຍງ​ຄົນ​ຊະ​ລາ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ແລະ​ຢາ, ການ​ແບ່ງ​ປັນ​ລາຍ​ຮັບ​ແລະ​ອື່ນໆ. ນອກ​ນີ້, ຢູ່​ຈີນ​ຍັງ​ໄດ້​ມີ​ອຸ​ບັດ​ເຫດ​ຮ້າຍ​ແຮງ​ທີ່​ໜ້າ​ເສຍ​ໃຈ​ເກີດ​ຂຶ້ນ​ຈຳ​ນວນ​ໜຶ່ງ​ໃນ​ຂົງ​ເຂດ​ບໍ່​ຖ່ານ​ຫີນ, ການ​ກໍ່​ສ້າງ, ຄົມ​ມະ​ນາ​ຄົມ ​ແລະ ​ອື່ນໆ. ວຽກ​ງານ​ຂອງ​ລັດ​ຍັງ​ມີ​ຂໍ້​ຜຸກ​ຜ່ອງ, ບາງ​ມາດ​ຕະ​ການ​ແລະ​ນະ​ໂຍ​ບາຍ​ປະ​ຕິ​ຮູບ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ, ຍັງ​ມີ​ບັນ​ຫາ​ພົ້ນ​ເດັ່ນ​ສົມ​ຄວນ​ເປັນ​ຕົ້ນ​ວິ​ສາ​ຫະ​ກິດ​ກ່ຽວ​ຂ້ອງຕ້ອງ​ເສຍ​ຄ່າ​ທຳ​ນຽມຫຼາຍ, ປະ​ຊາ​ຊົນ​ໃຊ້​ບໍ​ລິ​ການ​ຂອງ​ລັດ​ບໍ່​ສະ​ດວກ​ແລະ​ອື່ນໆ, ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ບໍ​ລິ​ຫານ​ຂອງ​ເຈົ້າ​ໜ້າ​ທີ່​ ຍັງ​ມີ​ປາ​ກົດ​ການ​ຫຍໍ້​ທໍ້​ທີ່​ບໍ່​ເປັ​ນ​ລະ​ບຽບ​ແບບ​ແຜນ, ບໍ່​ຍຸ​ຕິ​ທຳ​ແລະ​ບໍ່​ມີ​ມາ​ລະ​ຍາດ, ພະ​ນັກ​ງານ​ການ​ນຳ​ຈຳ​ນວນ​ໜ້ອຍ ​ຍັງ​ຂີ້​ຄານ​ໃນ​ວຽກ​ງານ​ບໍ​ລິ​ຫານ,​ ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ຫຼື​ ປະ​ຕິ​ເສດໜ້າ​ທີ່​ຮັບ​ຜິດ​ຊອບ, ບັນ​ຫາ​ການ​ສໍ້​ລາດ​ບັງຫຼວງ​ໃນ​ບາງ​ຂົງ​ເຂດ​ຍັງ​ເກີດ​ຂຶ້ນ​ບາງ​ຄັ້ງ​ບາງ​ຄາວ. ພວກ​ເຮົາ​ຕ້ອງ​ກ້າ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ, ກ້າ​ຮັບ​ຜິດ​ຊອບ​ແລະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ລັດ​ໃຫ້​ດີ​, ປະ​ຕິ​ບັດ​ພາ​ລະ​ກຳ​ປະ​ຫວັດ​ສາດ​ໃຫ້​ດີ​ແລະ​ບໍ່​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ.

 2  ວາງ​ແຜນ​ແມ່​ບົດ​ວຽກ​ງານ​ໃນ​ປີ 2017

ເມື່ອ​ວິ​ເຄາະ​ສະ​ຖາ​ນະ​ການ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໂດຍ​ສັງ​ລວມ, ພວກ​ເຮົາ​ຕ້ອງ​ກຽມ​ພ້ອມ​ຢ່າງ​ເຕັມ​ສ່ວນ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ທີ່​​ຫຍຸ້ງ​ຍາກ​ສັບ​ສົນ​ກວ່າ​ເກົ່າ. ​ການ​ຂະ​ຫຍາຍ​ຕົວ​ຂອງເສດ​ຖະ​ກິດ​ໂລກ​ຍັງ​ມີ​ທ່າ​ອ່ຽງ​ອ່ອນ​ແອ​ຕໍ່​ໄປ, ແນວ​ຄິດ "ຕ້ານໂລ​ກາ​ພິ​ວັດ"​ ແລະ​ລັດ​ທິ​ປົກ​ປ້ອງ​ມີ​ທ່າ​ອ່ຽງ​ຟື້ນ​ຕົວ​ຄືນ, ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ພ້ອມ​ດ້ວຍ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ໂລກ​ຍັງບໍ່​ແນ່ນອນ ແລະ​ມີ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ​ບໍ່​ແນ່ນອນ​ເພີ່ມຫຼາຍ​ຂຶ້ນ. ການ​ພັດ​ທະ​ນາ​ຂອງ​ຈີນ​ ກຳ​ລັງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ທີ່​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ກ້າວ​ໜ້າ​ໄປ, ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ ຍັງ​ມີ​ຄວາມ​ຂັດ​ແຍ້ງ​ແລະ​ບັນ​ຫາ​ພົ້ນ​ເດັ່ນ​ບໍ່​ໜ້ອຍ. ຈາກ​ນີ້, ຈີນ​ບໍ່​ສາ​ມາດ​ປະ​ໝາດ​ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ໝັ້ນ​ໃຈ​ກໍ​ບໍ່​ສາ​ມາດ​ຫວັ່ນ​ໄຫວ​ຄອນ​ແຄນ.

ເປົ້າ​ໝາຍ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ຄື: GDP ຂະ​ຫຍາຍ​ຕົວ​ປະ​ມານ 6,5%, ພະ​ຍາ​ຍາມ​ສູ້​ຊົນ​ໃຫ້​ໄດ້​ຮັບ​ຜົນ​ງານ​ທີ່​ດີກວ່າ​ນີ້​ໃນ​ເວ​ລາ​ປະ​ຕິ​ບັດ​ຕົວ​ຈິງ. ​ລາ​ຄາ​ຜູ້​ບໍ​ລິ​ໂພກເພີ່ມ​ຂຶ້ນ​ໃນ​ລະ​ດັບ 3%. ແຮງ​ງານ​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ ​ເພີ່ມ​ຂຶ້ນຫຼາຍກວ່າ 11 ລ້ານ​ຄົນ, ອັດ​ຕາ​ຫວ່າງ​ງານ​ທີ່​ຈົດ​ທະ​ບຽນ​ໃນ​ຕົວ​ເມືອງ ​ຄວບ​ຄຸມ​ບໍ່​ໃຫ້​ເກີນ 4,5%. ການ​ຄ້າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນ​ຄ້າ ​ກັບ​ຄືນ​ສູ່​ສະ​ພາບ​ໝັ້ນ​ທ່ຽງ​ແລະ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ດີ​ຂຶ້ນ, ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ ​ກ້ຳ​ເກິ່ງ​ກັນ​ໂດຍ​ພື້ນ​ຖານ. ລາຍ​ຮັບ​ຂອງ​ປະ​ຊາ​ຊົນມີ​ຈັງ​ຫວະ​ການ​ເຕີບ​ໂຕ​ພ້ອມ​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໂດຍ​ພື້ນ​ຖານ, ​ເຮັດ​ໃຫ້​ພະ​ລັງ​ງານ​​ທີ່​ນຳ​ໃຊ້​ໃນ​ການ​ຜະ​ລິດ GDP ແຕ່​ລະ​ຫົວ​ໜ່ວຍ ສະ​ເລ່ຍ​ແລ້ວ ຫຼຸດ​ລົງ​ກວ່າ 3,4%, ປະ​ລິ​ມານ​ການ​ປ່ອຍ​ສິ່ງ​ມົນ​ລະ​ພິດ​ສຳ​ຄັນ​ສືບ​ຕໍ່ຫຼຸດ​ໜ້ອຍ​ລົງ.

​​ເຮັດ​ວຽກ​ຂອງ​ລັດຖະບານ​ໃນ​ປີ​ນີ້​ໃຫ້​ດີ, ຕ້ອງ​ກຳ​ແໜ້ນຫຼາຍ​ຈຸດ​ລຸ່ມ​ນີ້. ໜຶ່ງ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຫຼັກການ​ລວມທີ່​ສະ​ແຫວ​ງຫາ​ຄວາມ​ຄືບ​ໜ້າ​ໃນ​ຄວາມ​ໝັ້ນ​ທ່ຽງ, ຮັກສາ​ຄວາມ​ໜັກ​ແໜ້ນ​ດ້ານ​ຍຸດ​ທະ​ສາດ. ສອງ, ຍຶດໝັ້ນ​ຖືກ​ການ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ຝ່າຍ​ການ​ສະໜອງ​ເປັນ​ສາຍຫຼັກ. ສາມ, ​ເປີດ​ກວ້າງ​ຄວາມ​ຕ້ອງການ​ລວມຢ່າງ​ເໝາະ​ສົມ​ແລະ​ຍົກ​ສູງ​ປະສິດທິພາບ. ສີ່, ອາ​ໄສ​ການ​ປະດິດ​ສ້າງ​ໃໝ່​ເພື່ອ​ຊຸກຍູ້​ກຳ​ລັງ​​ແມ່​ແຮງໃໝ່​​ເຂົ້າ​ແທນ​​ກຳ​ລັງ​ແມ່​ແຮງ​ເກົ່າ​ແລະ​ປັບປຸງ​ໂຄງ​ປະກອບ​ໃຫ້​ດີ​ຂຶ້ນ. ຫ້າ, ອອກ​ແຮງ​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນ​ທີ່​ປະຊາຊົນສົນ​ໃຈ​ຢ່າງ​ກວ້າງຂວາງ.
 
ສາມ. ໜ້າທີ່ວຽກງານຈຸດໜັກໃນປີ 2017

(ໜຶ່ງ)ໃຊ້ວິທີການປະຕິຮູບເພື່ອລົງເລິກຊຸກຍູ້ "3 ຕັດ​ຖິ້ມ 1 ຫຼຸດ​ລົງ 1 ​ແກ້​ໄຂ".

​ຕັດ​ຖິ້​ມ​ຄວາມ​ສາ​ມາດການຜະລິດຢ່າງປະສິດທິຜົນອັນແທ້ຈິງ. ປີນີ້ຕ້ອງ​ຕັດ​ຖິ້ມ​ຄວາມ​ສາ​ມາດ ກາ​ນຜະລິດ​ເຫຼັກ​ກ້າ​ລົງ​ອີກ 50 ລ້ານ​ໂຕນ, ຕັດຖິ້ມຄວາມ​ສາ​ມາດການ​ຜະລິດ​ຖ່ານ​ຫີນຫຼາຍ​ກວ່າ 150 ລ້ານ​ໂຕນ. ພ້ອມ​ດຽວ​ກັນ​ນັ້ນ, ຕ້ອງ​ຢຸດ ຫຼື ​ເລື່ອ​ນ​ເວລາ​ການ​ກໍ່ສ້າງ​ຄວາມ​ສາ​ມາດ​ການຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ 50 ລ້ານ​ກິ​ໂລ​ວັດ​ຂຶ້ນ​ໄປ, ​ເພື່ອ​ປ້ອງກັນ​ແລະ​ແກ້​ໄຂ​ຄວາມ​ສ່ຽງ​ທີ່ຄວາມ​ສາ​ມາດ​ການ​ຜະ​ລິດ​​ໄຟຟ້າ​ດ້ວຍ​ຖ່ານ​ຫີນ​ເຫຼື​ອ​ເຟືອ, ຍົກ​ສູງ​ປະສິດທິພາບ​ຂອງ​ຂະ​ແໜງ​ການ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ, ຈົ່ງ​ໂອກາດ​ໃຫ້​ແກ່​ການ​ພັດທະນາ​ພະລັງງານ​ສະອາດ.

​ໃຊ້​ນະ​ໂນ​ບາຍງົບ​ປະລິມານ​ເຮືອນ​ໃໝ່​ທີ່​ຄ້າງ​ໄວ້ຕາມ​ສະພາບ​ຕົວ​ຈິງ​ຂອງ​ແຕ່​ລະ​ເມືອງ. ປັດ ຈຸບັນ​ນີ້, ປະລິມານ​ເຮືອນ​ໃໝ່​ໃນ​ຕະຫຼາດເຮືອນ​ຢູ່​ໃນ​ຕົວ​ເມືອງ​ລະດັບ​ທີ 3 ​ແລະ​ລະດັບ​ທີ 4 ຍັງ​ມີ​ຈຳນວນຫຼວງ​ຫຼາຍ, ຕ້ອງ​ສະໜັບສະໜູນ​ຄວາມ​ຕ້ອງການ​ດ້ານ​ການ​ອາ​ໄສ​ຂອງ​ພົນລະ​ເມືອງ​ເອງ​ແລະ​ຄວາມ​ຕ້ອງການ​ຊື້​ເຮືອນ​ຂອງ​ຜູ້​ທີ່​ເຂົ້າ​ເຮັດ​ວຽກ​ໃນ​ຕົວ​ເມືອງ. ຍຶດໝັ້ນ​ລັກສະນະ​ເປັນ​ທີ່​ຢູ່​ອາ​ໄສ​ຂອງ​ເຮືອນ​ຢູ່, ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ຕົ້ນຕໍ, ​ເລັ່ງລັດ​ສ້າງ​ແລະ​ປັບປຸງ​ກົນ​ໄກ​ຖາວອນ​ເພື່ອ​ຊຸກຍູ້​ຕະຫຼາດເຮືອນ​ຢູ່​ແລະ​ທີ່​ດິນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໄສ.

ຕັດ​ຖິ້ມ​ບົດບາດ​ໄມ້​ງັດ​ຢ່າງ​ຕັ້ງໜ້າ​, ໝັ້ນ​ທ່ຽງ​ແລະ​ເໝາະສົມ. ຖື​ການຫຼຸດ​ອັດຕາ​ໄມ້​ງັດ​ຂອງ​ວິ​ສາ​ຫະກິດໃຫ້​ຕ່ຳ​ລົງ​ເປັນ​ວຽກ​ງານ​ສຳຄັນ​ພິ​ເສດ.

ຫຼຸດ​ຕົ້ນ​ທຶນໃຫ້​ຕ່ຳ​ລົງ​ດ້ວຍ​ຫຼາຍ​ມາດ​ຕະການ. ພາກສ່ວນ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ຕ້ອງ​ສະຫຼະ​ຜົນ​ກຳ​ໄລ​ສ່ວນ​ຕົວ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມ, ​ເຮັດ​​ໃຫ້​ວິ​ສາ​ຫະກິດ​ສາມາດ​ຫຼຸດຜ່ອນ​ຄວາມ​ແບກ​ຫາບ​ໃຫ້​ໜ້ອຍ​ລົງ, ສ້າງ​ເງື່ອນ​ໄຂ​ເອື້ອຍ​ອຳນວຍ​ເພື່ອ​ສ້າງ​ທ່າ​ແຮງ​ໃໝ່ຂອງ​ຈີນ​ໃນ​ການ​ແຂ່ງຂັນ.

​​ເລັ່ງລັດແກ້​ໄຂ​ຂໍ້​ອ່ອນ​ແອ​ຢ່າງ​ຖືກຕ້ອງ. ​ເລັ່ງລັດ​ຍົກ​ລະດັບຄວາມ​ສາມາດ​ເສົາ​ຄໍ້າ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ:​ ການ​ບໍລິການ​ສາທາລະນະ, ພື້ນຖານ​ໂຄງ​ລ່າງ, ພັດທະນາ​ຢ່າງ​ມີ​ຫົວ​ຄິດ​ປະດິດ​ສ້າງ​, ສະພາບ​ແວດ​ລ້ອມ​ດ້ານ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ.

​ເຂດ​ທຸກ​ຍາກ​ແລະ​ຜູ້​ທຸກ​ຍາກ​ ເປັນ​ຂໍ້​ອ່ອນ​ແອ​​ທີ່​ສຸດ​ໃນ​ການ​ສ້າງ​ສັງຄົມ​ອີ່ມ​ໜໍາ​ສຳລານ​ຢ່າງ ຮອບດ້ານ. ຕ້ອງ​ລົງ​ເລິກ​ຈັດ​ຕັ້ງ​ປະຕິບັດມາດຕະ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຖືກຕ້ອງ, ປີ​ນີ້​ຈະ​ຫຼຸດ​ຈຳ​ນວນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ​ໃຫ້​ໜ້ອຍ​ລົງ​ອີກ 10 ລ້ານ​ຄົນ​ຂຶ້ນ​ໄປ, ສຳ​ເລັດ​ໜ້າ​ທີ່​ຍົກຍ້າຍ​ປະຊາຊົນ 3 ລ້ານ 4 ​ແສນ​ຄົນ​ໄປ​ບ່ອນ​ອື່ນ​ເພື່ອ​ຊ່ວຍ​ໃຫ້​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ງົບປະມານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລາຍ​ສະ​​ເພາະຂັ້ນ​ສູນ​ກາງ​ຈະ​ເພີ່ມ​ຂຶ້ນ 30% ຂຶ້ນ​ໄປ.

(ສອງ)ລົງ​ເລິກ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​​ອັນ​ສຳຄັນ​ແລະ​ຂັ້ນ​ຕອນ​ສຳ​ຄັນ

ຊຸກຍູ້​ການ​ຫັນປ່ຽນ​ພາລະ​ບົດບາດ​ຂອງ​ລັດຖະບານ​ຢ່າງ​ຕໍ່​ເນື່ອງ.

ສືບ​ຕໍ່​ຊຸກຍູ້​ການ​ປະຕິຮູບໂຄງ​ປະ​ກອບ​ການ​ເງິນ​ແລະ​ສ່ວຍ​ສາອາກອນ.

ປະຕິບັດ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ທະນາຄານ​ໃຫ້​ໄດ້​ຮັບ​ປະສິດທິ​ຜົນ.

​ເລັ່ງລັດ​ຊຸກຍູ້​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ​ແລະ​ຊັບ​ສິນຂອງ​ລັດ.

ກະຕຸກ​ຊູ​ກຍູ້​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ເສດຖະກິດ​ທີ່​ບໍ່​​ແມ່ນ​ພາກສ່ວນລວມຢ່າງມີ​ຜົນ​ດີກ​ວ່າ​ເກົ່າ.

​ເພີ່ມ​ທະວີການ​ກໍ່ສ້າງ​ລະບຽບການ​ປົກ​ປ້ອງ​ສິດ​ຊັບ​ສິນ.

ອອກ​ແຮງ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ສັງຄົມ.

ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະ​ກອບສິວິ​ໄລ​ລະບົບ​ນິ​ເວດ.

(ສາມ) ຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ຄວາມ​ຕ້ອງການ​ພາຍ​ໃນ​ຕື່ມ​ອີກ.

ຊຸກຍູ້​ການ​ບໍລິ​​ໂພ​ກ​ໃຫ້​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ. ໜຶ່ງ, ຕ້ອງ​ເລັ່ງລັດ​ພັດທະນາ​ການບໍລິ​ໂພ​ກ ການ​ບໍລິການ. ສອງ,​ ເພີ່ມ​ທະວີ​ການ​ບໍລິ​ໂພ​ກຜະ​ລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ. ສາມ, ປັບປຸງ​ ຕະຫຼາດ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ.

ຕັ້ງໜ້າ​ເປີດ​ກວ້າງ​ການ​ລົງທຶນ​ທີ່​ມີ​ປະສິດທິ​ຜົນ. ຊີ້​ນຳ​ເງິນ​ທຶນ ​ເຂົ້າ​ສູ່​ຂົງ​ເຂດ​ທີ່​ຍັງ​ອ່ອນ​ແອ, ປັບປຸງ​ໂຄງ​ປະກອບ​ໃຫ້​ດີ​ຂຶ້ນ, ຊຸກຍູ້​ການ​ປະດິດ​ສ້າງ​ໃໝ່ ​ແລະ​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້ຫຼາຍ​ກວ່າ​ເກົ່າ. ປີ​ນີ້​ ຕ້ອງ​ສຳ​ເລັດ​ການ​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ເປັນ​ມູນ​ຄ່າ 800 ຕື້​ຢວນ, ການ​ລົງທຶນ​ເຂົ້າ​ໃນ​ການ​ຂົນ​ສົ່ງ​ດ້ວຍ​ທາງ​ຫຼວງ​ແລະ​ທາງ​ນ້ຳ​ເປັນ​ມູນ​ຄ່າ 1800 ຕື້​ຢວນ, ລົງ​ມື​ກໍ່ສ້າງ 15 ​ໂຄງການ​ຊົນລະ​ປະທານ​ຂະໜາດ​ໃຫຍ່, ສືບ​ຕໍ່​ເພີ່ມ​ທະວີ​ການ​ກໍ່ສ້າງ​ໂຄງການ​ທີ່​ສຳຄັນ ​ເຊັ່ນ​ຄົມມະນາຄົມ​ລົດ​ລາງ, ການບິນ​ພົນລະ​ເຮືອນ, ພື້ນຖານ​​ໂຄງ​ລ່າງ​ດ້ານ​​ໂທລະ​ຄົມ ​ແລະ​ອື່ນໆ. ການ​ເງິນ​ສູນ​ກາງ​ຈະ​ຈັດງົບປະມານ 507 ຕື້​ 600 ລ້ານຢວນ. ຈັດ​ຕັ້ງ​ປະຕິບັດ​ແລະ​ປັບປຸງ​ນະ​​ໂຍບາຍ​ແລະ​ມາດຕະຖານ​ເພື່ອ​ຊຸກຍູ້​ການ​ລົງທຶນ​ຈາກ​ສັງຄົມ.

ປັບປຸງ​ແຜນການ​ພັດທະນາ​ຂອງ​ພາກ​ພື້ນ.

ຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່​ຢ່າງ​ໜັກ​ແໜ້ນ.

(ສີ່) ​ໃຊ້​ການ​ປະດິດ​ສ້າງ​ໃໝ່​ເພື່ອ​ນຳພາ​ເສດຖະກິດ​ຮູບ​ປະ​ທຳ​ຫັນປ່ຽນ​ຮູບ​ການ​ພັດທະນາ​ແລະ ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ. ​ເສດຖະກິດຮູບ​ປະ​ທຳ​ເປັນ​ພື້ນຖານ​ແຫ່ງ​ການ​ພັດທະນາ​ຂອງ​ຈີນ​ແຕ່​ໃດໆ​ມາ, ວຽກ​ດ່ວນ​ໃນ​ປັດຈຸບັນ​ ແມ່ນ​ຕ້ອງ​ເລັ່ງລັດ​ຫັນປ່ຽນ​ຮູບ​ການ​ພັດທະນາ​ແລະ​ຍົກ​ລະດັບ​​ໃຫ້​ສູງ​ຂຶ້ນ.

ຍົກ​ລະດັບ​ຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີໃຫ້​ສູງ​ຂຶ້ນ.

ເລັ່ງລັດ​ບໍາລຸງສ້າງ​ຂະ​ແໜງ​ການ​ທີ່​ຈະ​ເລີ​ນ​ໃໝ່​ໃຫ້​ເຕີບ​ໃຫຍ່. ປະ​ຕິ​ບັດ​ແຜນການ​ພັດທະນາ​ຂະ​ແໜງ​ການ​ທີ່​ຈະ​ເລີ​ນ​ໃໝ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຢ່າງຮອບດ້ານ, ​ເລັ່ງລັດ​ການ​ຄົ້ນຄວ້າ​ພັດທະນາ​ເຕັກນິກວັດຖຸ​ດິບໃໝ່, AI, ວົງ​ຈອນ​ໄຟຟ້າ​ອິນ​ເຕີ​ເກຼດ,ການ​ຜະລິດ​ຢາ​ປົວ​ພະຍາດ​ດ້ວຍ​ຊີວະ​ຊາດ, 5G​ ແລະ​ອື່ນໆ​, ທັງ​ນຳ​ໃຊ້​ໃຫ້ມີ​ຜົນ​ຕົວ​ຈິງ, ພັດທະນາ​ກຸ່ມ​ຂະ​ແໜງ​ການ​ໃຫ້​ມີ​ຂະໜາດ​ໃຫຍ່​ແລະ​ເຂັ້ມ​ແຂງ. ສະໜັບສະໜູນ​ແລະ​ນຳພາ​ພັດທະນາ​ເສດຖະກິດແ​ບ່ງປັນ, ຍົກ​ສູງ​ປະສິດທິພາບ​ໃນ​ການ​ນຳ​ໃຊ້​ຊັບພະຍາກອນ​ສັງຄົມ, ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ອອກ​ແຮງ​ປັບປຸງ​ແລະ​ຍົກ​ລະດັບ​ຂະ​ແໜງ​ການ​ດັ້ງ​ເດີມໃຫ້​ສູງ​ຂຶ້ນ. ອອກ​ແຮງ​ພັດ​ທະ​ນາ​ຂະ​ແໜງ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ແລະ​ຊຸກ​ຍູ້​ກາ​ນ​ຜະ​ລິດ​ຂອງ​ຈີນ ກ້າວ​ໄປ​ສູ່​ລະ​ດັບ​ກາງ​ແລະ​ສູງ.

ຊຸກຍູ້​ການປະ​ກອບ​ທຸລະ​ກິດ​ແລະ​ປະດິດ​ສ້າງ​ໃໝ່​ຂອງ​ມວນ​ຊົນ​ຢ່າງ​ຕໍ່​ເນື່ອງ.

ຍົກ​ສູງ​ລະດັບ​ຄຸນ​ນະພາ​ບຢ່າງ​ຮອບດ້ານ, ຕ້ອງ​ສົ່ງ​ເສີມ​ຈິດ​ໃຈ "ນາຍ​ຊ່າງ" ຢ່າງ​ແຂງ​ແຮງ, ບຳ​ລຸງສ້າງ "ນາຍ​ຊ່າງ​ຈີນ'' ທີ່​ມີ​ຈຳນວນ​ຫຼວງ​ຫຼາຍ, "ຍີ່​ຫໍ້​ຈີນ"ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ທີ່​ເນັ້ນ​ໜັກ​ຄຸນ​ນະພາ​ບ.

(ຫ້າ) ຊຸກຍູ້​ກະສິກຳ​ໃຫ້​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ເຮັດ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຊຸກຍູ້​ການ​ປັປບຸງ​ໂຄງ​ປະກອບ​ກະສິກຳ​.

​ເພີ່ມ​ທະວີ​ການພັດທະນາ​ກະສິກຳ​ແບບ​ທັນ​ສະ​ໄໝ.

ລົງ​ເລິກ​ການ​ປະຕິ​ຮູບ​ຊົນນະບົດ.

​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສາທາລະນະ​ຢູ່​ຊົນ​ນະ​ບົດ.

(ຫົກ) ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຕັ້ງໜ້າ​​ແລະ​ເປັນ​ເຈົ້າ​ການ.

ຊຸກຍູ້​ການ​ສ້າງ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ' ຢ່າງ​ໜັກ​ແໜ້ນ. ຍຶດໝັ້ນຫຼັກການ​ທີ່​ ຮ່ວມ​ກັນປຶກສາ​ຫາລື​, ຮ່ວມກັນ​ກໍ່ສ້າງ​ແລະ​ຮ່ວມ​ກັນ​ຊົມ​ໃຊ້. ລົງ​ເລິກ​ການ​ຮ່ວມ​ມື​ສາກົນເພື່ອ​ຍົກ​ລະດັບ​ຄວາມ​ສາ​ມາດການ​ຜະລິດ​. ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ວັດທະນະທຳ, ທ່ອງ​ທ່ຽວ​ແລະ​ອື່ນໆ. ຈັດ​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ​ພາຍ​ໃຕ້​ຫົວ​ຂໍ້ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ' ຢ່າງ​ມີ​ຄຸນ​ນະພາ​ບສູງ, ຂຽນ​ໜ້າ​ໃໝ່​ໃນ​ປຶ້ມ​ປະ​ຫວັດ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຊຸກຍູ້​ການ​ຄ້າ​ກັບ​ຕ່າງປະ​ເທດ​ສືບ​ຕໍ່​ຟື້ນ​ຟູ​ຄວາມ​ໝັ້ນ​ທ່ຽງ​ແ​ລະ​ກ້າວ​ໄປ​ສູ່​ທາງ​ດີ.

ອອກ​ແຮງປັບປຸງ​ສະພາບ​ແວດ​ລ້ອມ​ໃຫ້​ແກ່​ການ​ລົງທຶນ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ.

ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ສາກົນ​ໃຫ້ມີ​​ເສລີພາບ​ແລະ​ຄວາມ​ສະດວກຫຼາຍ​ກວ່າ​ເກົ່າ. ​ໂລກາ​ພິວັດ​ດ້ານ​ເສດຖະກິດ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ. ຈີນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ໂລກ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ຮັກສາ​ຖານະ​ຕົ້ນຕໍ​ຂອງໂຄງ​ປະ​ກອບ​ການ​ຄ້າ​ຫຼາຍ​ຝ່າຍ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຈລະຈາ​ການ​ຄ້າ​ຫຼາຍ​ຝ່າຍ. ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ທີ່​ກ່ຽວຂ້ອງ, ຊຸກຍູ້​ອະນຸ​ສັນຍາ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໃຫ້​ບັງ​ເກີດ​ຜົນ​ຢ່າງຮອບດ້ານ, ສຳ​ເລັດ​ການ​ເຈລະຈາ​ກ່ຽວ​ກັບ​ສາຍ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ​ໂດຍ​ໄວ, ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ. ສືບ​ຕໍ່​ເຈລະຈາ​ກັບປະ​ເທດ​​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ແລະ​ການ​ລົງທຶນ. ຈີນ​ເປັນ​ປະ​ເທດ​ທີ່​​ຮັບຜິດຊອບ, ​ໄດ້​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ຢ່າງຕັ້ງ​ອົກ​ຕັ້ງ​ໃຈ​ຕະຫຼອດ​ມາ, ພ້ອມ​ທັງ​ຈະ​ເດັດດ່ຽວ​ປົກ​ປ້ອງສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເທົ່າ​ທີ່​ຄວນ.

(​ເຈັດ) ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມລະບົບ​ນິ​ເວດ.

​ເດັດດ່ຽວປົກ​ປັກ​ຮັກສາ​ທ້ອງຟ້າ​ທີ່​ສະອາດ​ແຈ່ມ​ໃສ. ປີ​ນີ້​ປະລິມານ​ລະບາຍຊຸນ​ເຟີ​ດີ​ອອກ​ສິດ, ສິ່ງປະສົມ​ນີ​ເຕີ​ແລະ​ອົກ​ຊີ ​ຕ່າງຈະຫຼຸດ​ລົງ 3%, ຄວາມ​ເຂັ້ມ​ຂຸ້ນ​ຂອງ PM2,5 ຢູ່​ເຂດ​ສຳຄັນຫຼຸ​ດລົງ​ຢ່າງ​ເດັ່ນ​ຊັດ. ໜຶ່ງ,ຕ້ອງ​ເລັ່ງລັດ​ແກ້​ໄຂ​ບັນຫາ​ມົນ​ລະ​ພິດ​ຈາກ​ການນໍາ​ໃຊ້​ຖ່ານ​ຫີນ. ສອງ, ຊຸກຍູ້​ການແກ້​ໄຂ​ແຫຼ່ງມົນ​ລະ​ພິດ​ຢ່າງຮອບດ້ານ. ສາມ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​​ແກ້​ໄຂ​ການ​ລະບາຍ​ຄວັນ​ລົດ. ສີ່, ຮັບ​ມື​ກັບ​ອາກາດ​ທີ່​ມີ​ມົນ​ລະ​ພິດ​ໜັກໜ່ວງ​ຢ່າງ​ມີ​ປະສິດທິ​ຜົນ. ຫ້າ, ປະຕິບັດ​ກົດໝາຍ​ດ້ານ​ສິ່ງ​ແວດ​ລ້ອມ​, ຕິດຕາມ​ກວດກາ​ແລະ​ສືບ​ຫາ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເຂັ້ມ​ງວດ.

​ເພີ່ມຄວາມ​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ການ​ມົນ​ລະ​ພິດ​ຂອງ​ນໍ້າ​ແລະ​ທີ່​ດິນ. ສຸມ​ໃສ່​ການ​ປ້ອງ​ກັນ​​ແລະ​ແກ້​ໄຂ​ສິ່ງ​ມົນ​ລະ​ພິດ​ນໍ້າ​ຢູ່​ເຂດ​ລ້ອງ​ແມ່​ນໍ້າ​ທີ່​ສຳຄັນ​ແລະ​ມົນ​ລະ​ພິດ​ດ້ານ​ກະສິກຳ.

ຊຸກຍູ້​ການ​ອະນຸລັກ​ລະບົບ​ນິ​ເວດ.

(​ແປດ) ຊຸກຍູ້​ການ​ສ້າງ​ສັງຄົມ​​ໂດຍ​ຖື​ການຄໍ້າປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ​ເປັນ​ຈຸດ​ໜັກ.

ອອກ​ແຮງຊຸກຍູ້​ການ​ປະກອບ​ອາຊີບ​ແລະ​ສ້າງ​ທຸລະ​ກິດ. ປີ​ນີ້​ມີ​ນັກ​ສຶກສາ​ທີ່​ຮຽນ​ຈົບໂຮງ​ຮຽນ​ຊັ້ນ​ສູງ ​7 ລ້ານ 9​ ແສນ 5 ໝື່ນ​ຄົນ, ​ເຊິ່ງ​ໄດ້​ສ້າງ​ສະ​ຖິຕິ​​ສູງ​ສຸດ​ອີກ​ໃນ​ປະຫວັດສາດ, ຕ້ອງ​ປະຕິບັດ​ແຜນການ​ຊຸກຍູ້​ການປະກອບ​ອາຊີ​ບ, ນຳພາ​ສ້າງ​ທຸລະ​ກິດ, ການ​​ເຕີບ​ໂຕ​ຢູ່​ຮາກ​ຖານ​ແລະ​ແຜນການ​ອື່ນໆ, ຊຸກຍູ້​ການ​ປະກອບ​ອາ​ຊີບ​ແລະ​ສ້າງ​ທຸລະ​ກິດ​ດ້ວຍ​ຫຼາຍ​ຊ່ອງ​ທາງ.

ດຳ​ເນີນ​ວຽກ​ງານ​ການ​ສຶກສາ​ຢ່າງ​ຍຸຕິ​ທຳ​ແລະ​ມີ​ຄຸນ​ນະພາ​ບດີ.

ຊຸກຍູ້​ການ​ພັດທະນາ​ຂົງ​ເຂດ​ສາທາລະນະ​ສຸກ.

ສ້າງ​ເຄືອ​ຂ່າຍ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ໜັກ​ແໜ້ນ.

ພັດທະນາ​ວຽກ​ງານວັດທະນະທຳ​ແລະ​ຂະ​ແໜງ​ການ​ວັດທະນະທຳ.

ຊຸກ​ຍູ້ການ​ປະ​ດິດ​ສ້າງວິ​ທີ​ການ​ຄຸ້ມ​ຄອງ​ສັງ​ຄົມ

(9)ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ຂອງ​ລັດ​ຢ່າງ​ຮອບ​ດ້ານ. ເລັ່ງ​ລັດ​ຫັນ​ປ່ຽນ​ພາ​ລະ​ບົດ​ບາດ​ຂອງ​ລັດ, ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ບໍ​ລິ​ຫານ​ແລະ​ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ້​ດີກວ່າ​ເກົ່າ.

ຍຶດ​ໝັ້ນ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ຮອບ​ດ້ານ​ຕາມ​ກົດ​ໝາຍ.

ຮັກ​ສາຄວາມ​ປອດ​ໄສ​ຂາວ​ສະ​ອາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຮັກ​ສາ​ຄວາມ​ເຂັ້ມ​ງວດ​ໃນ​ການ​ລົງ​ໂທດ​ການ​ສໍ້​ລາດ​ບັງຫຼວງ, ສຸມ​ໃສ່​ຂົງ​ເຂດ​ສຳ​ຄັນ, ກວດ​ກາ​ແລະ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ​ຕໍ່​ປາ​ກົດ​ການ​ຫຍໍ້​ທໍ້​ແລະ​​ບັນ​ຫາການ​ສໍ້​ລາດ​ບັງຫຼວງ.

ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ແລະ​ພັດ​ທະ​ນາ​ພາ​ລະ​ກິດ ​ດ້ວຍ​ຄວາມ​ດຸ​ໝັ່ນ​ແລະ​ຄວາມ​ຮັບ​ຜິດ​ຊອບ​ສູງ. ພະ​ນັກ​ງານ​ທັງຫຼາຍ​ຕ້ອງ​ເປັນ​ເຈົ້າ​ການ​​ບຸກ​ເບີນ​ກ້າວ​ໜ້າ​​ແລະປະ​ຕິ​ບັດ​ວຽກ​ງານໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ປະ​ຊາ​ຊົນຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​, ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃສດ້ວຍ​ການເຮັດ​ແທ້​ທຳ​ຈິງ.

ບັນ​ດາ​ຜູ້​ແທນ!

ເມື່ອ​ຜະ​ເຊີນ​ກັບ​ສະ​ພາບ​ເສດ​ຖະ​ກິດກ​ານ​ເມືອງ​ຂອງ​ໂລກ​​ທີ່ຜັນ​ແປ​ຢ່າງ​ເລິກ​ເຊິ່ງ, ຈີນ​ຈະ​ຍຶດ​ໝັ້ນ​ຢືນ​ຢູ່​ຂ້າງ​ສັນ​ຕິ​ພາບ​ແລະ​ສະ​ເຖຍ​ລະ​ພາບ, ທ່ຽງ​ທຳ​ຍຸດ​ຕິ​ທຳ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເປັນ​ຜູ້​ກໍ່​ສ້າງ​ສັນ​ຕິ​ພາບ​ຂອງ​ໂລກ, ເປັນ​ຜູ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ, ເປັນ​ຜູ້​ຮັກ​ສາ​ລະ​ບຽບ​​ສາ​ກົນ. ພວກ​ເຮົາ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປົກ​ປັກ​ຮັກ​ສາອິດ​ທິ​ພົນ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ລະ​ບົບຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ຮູບ​ແບບ​ຕ່າງໆ, ລົງ​ເລິກ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຄຸ້ມ​ຄອງ​ໂລກ, ນຳ​ພາ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຂະ​ຫຍາຍ​ຕົວ​ໄປ​ສູ່​ທິດກວມ​ລວມ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ສົ່ງ​ເສີມ​ກໍ່​ສ້າງ​ຂອບ​ສາຍ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ທີ່​ໝັ້ນ​ທ່ຽງ​ໂດຍ​ລວມ​ແລະ​ພັດ​ທະ​ນາ​ຢ່າງ​ກ້ຳ​ເກິ່ງກັນ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ມີ​ມິດ​ໄມ​ຕີ​ຕໍ່​ປະ​ເທດ​ໃກ້​ຄຽງ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນແລະ​ພັດ​ທະ​ນາ​ຮ່ວມ​ກັນ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ສູງ​ຂຶ້ນ​ຮອບ​ດ້ານ, ຕັ້ງ​ໜ້າ​ສະ​ເໜີ​ແຜນ​ການ​ສ້າງ​ສັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ໃນ​ທົ່ວ​ໂລກ​ແລະ​ພາກ​ພື້ນ. ເລັ່ງ​ລັດ​ປັບ​ປຸງ​ກົນ​ໄກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ຢູ່​ຕ່າງ​ປະ​ເທດ​​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າແລະ​ ​ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ດ້ານ​ນີ້. ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ໂດຍ​ມີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ໃຈ​ກາງ ແລະ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງມວນ​ມະ​ນຸດ.