ບົດ​ຖ່າຍ​ທອດ​ສົດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ​ຈີນ​ຄົບ​ຮອບ​60​ປີ

(GMT+08:00) 2009-10-01 10:08:47 cri
-----------------------------------------------------------------------------------------------------------------

ທີ່​ນີ້​,ວິທະຍຸ​ສາກົນ​ແຫ່​ງປະ​ເທດ​ຈີນ,ມື້​ນີ້,ພວກ​ເຮົາຈະ​ຖ່າຍ​ທອດ​ສົດ​ພິທີ​ສະ​ເຫຼີ​ມ ສະຫຼອງ​ວັນ​ສ້າງ​ຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ60ປີ​ຢູ່​ສະໜາມ​ຫຼວງ​ທຽນ​ອ່ານ​​ເມີນ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ.

ວັນ​ທີ1​ຕຸລາ​ເມື່ອ​​60ປີ​ກ່ອນ,ຢູ່​ແຫ່ງ​ນີ້,ທ່ານ​​ເໝົາ​ເຈີ​ຕຸ່ງ ຜູ່​ນຳ​ປະ​ເທດ​ຈີນ​ໃໝ່​​ໄດ້ປະກາດ​ຕໍ່​ທົ່ວ​ໂລກ​ວ່າ,ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້ສ້າງ​ຕັ້ງ​ຂຶ້ນ ແລ້ວ​.

ມື້​ນີ້,ຕົວ​​ແທນປະຊາຊົນ​ຈາກຂະ​ແໜງ​ການ​ຕ່າງໆ ​ຊົນ​ເຜົ່າ​ຕ່າງໆ​ແລະ​ວົງ​ການ​ຕ່າງໆ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​,ຕົວ​ແທນ​ຂອງ​ບັນດາ​ແຂວງ,​ເຂ​ດປົກຄອງ​ຕົນ​ເອງ​, ກຳ​ແພງ​ນະຄອນ​​ໃນ​ທົ່ວ​ປະ​ເທດພ້ອມ​ດ້ວຍ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ,ມາ​ກາວ​ແລະ​ແຂວງ​ໄຕ້​ຫວັນ,ຕົວ​ແທນ​ຂອງຊາວ​ຈີນ​ຕ່າງ​ດ້າວ​ແລະເພື່ອນ​ມິດສາກົນ​ເກືອບ​ສອງ​ແສນ​ຄົນ​ຈະພ້ອມ​ກັນ​ສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່ຄົບຮອບ60ປີຢ່າງ​ມ່ວນ​ຊື່ນ​ຢູ່​ແຫ່ງ​ນີ້.

ສະຖານ​ທີ່​ຈັດ​ພິທີສະ​ເຫລີ​ມສະຫລອງ​ວັນຊາດ​ກໍ່​ຕັ້ງ​ຢູ່​ສະຫນາມ​ຫລວງ​ທຽນ​ອານ​ເມີນ​ເຊິ່ງ​ເປັນ​ສະຫນາມ​ຫລວງ​ໃຈກາງ​ເມືອງ​ທີ່​ມີ​ເນື້ອ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ.ດ້ານ​ເຫນືອ​ຂອງ​ສະຫນາມ​ຫລວງ​ທຽນ​ອານ​ເ​ມີນກໍ່​ແມ່ນ​ຫໍ​ທຽນ​ອານ​ເ​ມີນ.

 ​ເວທີ​ປະທານ​ຂອງ​ພິທີ​ສະ​ເຫຼີມສະຫຼອງ​ກໍ່​ຕັ້ງຢູ່​ຫໍ​ທຽນ​ອານ​ເມີນ,ຈັກ​ຫນ່ອຍ,ຜູ່​ນຳ​ຈີນ​ຈະ​ກວດແຖວ​ພົນ​ທະຫານ​ແລະ​ອາວຸດ​ຍຸດ​ໂທ​ປະກອນ​ຂອງ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ພ້ອມ​ດ້ວຍ​ຖັນ​ແຖວ​ເດີນ​ຂະ​ສວນ​ສະ​ໜາມ​ຂອງ​ມວນ​ຊົນ​ທີ່​ມີ​ຂະໜາດ​ໃຫຍ່ຫລວງ​ຢູ່​ແຫ່ງ​ນີ້.

​ເພື່ອ​ສ້າງ​ບັນຍາກາດ​ທີ່​ຟົດ​ຟື້ນມວນ​ຊື່ນແລະສວຍງາມ,ມື້​ນີ້,ຢູ່​ສອງຟາກ​ສະໜາມຫຼວງ​ທຽນ​ອານ​​ເມີນ​ໄດ້​ຕັ້ງ​​ເສົາ​ສາມັກຄີ​ຊົນ​ເຜົ່າ​ສີ​ແດງ​ສົດ ໃສ56​ເສົາ​ອັນ,​ເປັນ​ສັນຍະລັກ​ໃຫ້​ແກ່56ຊົນ​ເຜົ່າ​ຂອງ​ຈີນ.

​ໂຄມ​ໄຟ​​ແດງ​ໃຫຍ່ໆ60​ໜ່ວຍ​ແຂວນ​ຢູ່​​ເທິງ​ທ້ອງ​ຟ້າ​ຂອງ​ສະ​ໜາມ​ຫຼວງທຽນ​ອານ​
ເ​ມີນ,​ເປັນ​ສັນ​ຍາ​ລັກ​​ໃຫ້​ແກ່​ວັນຊາດ​ຈີນຄົບຮອບ60ປີ.

ຂະນະ​ນີ້,ຊາວ​ໜຸ່ມ​ເຍົາວະ​ຊົນ8​ໝື່ນຄົນ​ໄດ້​ໄປ​ຮອດ​ໃຈກາງ​ສະໜາມຫຼວງ,​ເຂົາ​ເຈົ້າ​ຈະ​ໃຊ້​ພວງ​ດອກ​ໄມ້ຫ້າ​ສີປະກອບ​ເປັນ​ພາ​ບ​ເບື້ອງ​ຫລັງ​41ພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>