ຜູ້​ນຳ​ມາ​ເຖິງ​ເວ​ທີ​ຄະ​ນະ​ປະ​ທານ

(GMT+08:00) 2009-10-01 10:09:17 cri
-----------------------------------------------------------------------------------------------------------------

ທ່ານ​ຜູ່​ຟັງ​,ຂະນະ​ນີ້,ຜູ່​ນຳ​ພັກ​ລັດ​ຈີນ​ເຊັ່ນ​ທ່ານ​ຫູ​ຈິ​ນທາວ, ທ່ານ ຈ່ຽງ ເຈີມິນ ທ່ານ ອູ​ປາງ​ໂກະ​,ທ່ານ​ເວິ່ນ​ເຈ່ຍ​ປາວ​,ທ່ານ​​ເຈຍ​ຊິ້ງຫລິນ,ທ່ານ​ລີ​ສາງ​ຊຸນ,ທ່ານ​ສີ​ຈິ້ນ​ພິງ​,ທ່ານ​ລີ​​ເຄີ້ສຽງ,ທ່ານ​ເຮີ້​ກົວ​ສຽງ,ທ່ານ​ໂຈ່​ວຢົງ​ຄ່າງ​ແລະ​ທ່ານ​ອື່ນໆ​ພວມ​ຍ່າງ​ຂຶ້ນ​ຫໍ​ທຽນ​ອານ​ເມີ​ນ,ຜູ່​​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງ​ຢູ່​ຫໍ​ທຽນ​ອານ​ເມີນຍັງ​ມີຜູ່​ນຳ​ແລະ​ຜູ່​ຕາງໜ້າ​ອາວຸ​ໂສ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​,ຄະນະ​ລັດຖະບານ​ຈີນ,ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​​ແລະ​ຄະນະ​ກຳມະການການ​ທະຫານ​ສູນ​ກາງຈີນ.ພິທີ​ສະ​ເຫຼີ​ມສະຫຼອງ​ໃກ້​ຈະ​ເລີ່​ມຕົ້ນ​​ແລ້ວ​.

 ທ່ານ​ລີ​ວສີ ກຳມະການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​,​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ປັກ​ກິ່ງທີ່​​ເປັນ​ປະທານ​ຂອງ​ພິທີ​ສະ​ເຫຼີມສະຫຼອງ.​ໄດ້​ປະກາດ​ເລີ່​ມຕົ້ນ​ພິທີສະ​ເຫລີມ ສະຫລອງ.

ຢູ່​ສະໜາມ​ຫຼວງ​​ເລີ່​ມຍິງປືນ​ກຽດຕິ​ຍົດ60ນັດ,ໝາຍ​ເຖິງ​ວ່າ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນຄົບຮອບ60ປີ.ປືນ​ກຽດຕິ​ຍົດເຫຼົ່ານີ້​ຕັ້ງຢູ່ທິດ​​ໃຕ້​ຂອງ​ສະໜາມ​ຫຼວງ​ທຽນ​ອານ​ເມີນ,ປືນ​ກຽດຕິຍົດ56ກະບອກ​ແບ່ງ​ເປັນ​ສອງ​ຈຸ,ຈຸລະ28ກະບອກ.2ຕົວ​ເລກ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ, 56ໝາຍ​ເຖິງ56ຊົນ​ເຜົ່າ​ຂອງ​ຈີນ, 28ມີ​ຄວາມ​ໝາຍວ່າ​ນັບ​ແຕ່​ພັກກອມ​ມູນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຮອດ​ການສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​​ໃຊ້​ເວລາ28ປີ.

​ໄປ​ພ້ອມ​ໆ​ກັບ​ສຽງ​ປືນກຽດຕິຍົດ​ດັງ​ຂຶ້ນ,ທະຫານກຽດ​ຕິ​ຍົດ​200ຄົນ​​ໄດ້ປ້ອງ​ກັນ​ທຸງ​ແດງ​ຫ້າ​ດາວ​ເຊິ່ງ​ເປັນ​ທຸງຊາດ​ສາທາລະນະ​ລັດ​ປະຊາຊົນ​ຈີນ ຍ່າງ​ອອກ​ຈາກ​ອະນຸສາ ວະລີ​ວິລະ​ຊົນປະຊາຊົນ,​ເມື່ອ​ຍ່າງ​​ໄປ​ທິດ​ເໜືອ185​ແມັດ​ແລ້ວ​ກໍ່ໄປ​ຮອດ​ເສົາ​ທຸງຊາດ​ທີ່​ຢູ່​ທິດ​ເໜືອ​ສະໜາມຫຼວງທຽນ​ອານ​ເມີນ,ຈັດ​ພິທີ​ຊັກ​ທຸງຊາດຂຶ້ນ​ສູ່​ຍອດ​ເສົາ​ຢ່າງສະຫງ່າ​ຜ່າ​ເຜີຍ.ຊາວ​ໜຸ່ມ​​ເຍົາວະ​ຊົນ8​ໝື່ນ​ຄົນ​ໃຊ້​ພວງ​ດອກ​ໄມ້ສີ​ແດງ​ແລະ​ສີ​ເຫຼືອງ​ປະກອບ​ເປັນ​ຮູບ​​ໂຕ​ໜັງສື​ຈີນ​​ໃຫຍ່ໆທີ່​ອ່ານວ່າ"ກົວ​ຊິ້ງ"​ແປ​ວ່າ​ວັນຊາດ.

ພິທີ​​ສວນສະໜາມທີ່​ສະຫງ່າ​ຜ່າ​ເຜີຍ​ແລະ​​ໃຫຍ່​ໂຕ​ມະໂຫລານໄດ້​ເລີ່​ມຕົ້ນ​ຂຶ້ນແລ້ວ.ທ່າມກາງ​ສຽງ​​ເພງ​ຊາດ​ຈີນທີ່​​ສະຫງ່າ​ຜ່າ​ເຜີຍ​.ທ່ານ​ຫູ​ຈິນທາວ ​​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນີດ​ຈີນ,ປະທານ​ປະ​ເທດ​,​ປະທານ​ຄະນະ​ກຳມະການ​ການ​ທະຫານສູນ​ກາງ​​ຈີນຂີ່​ລົດ​ຫຍິ່ຫໍ້"ຫົງສີ"ທີ່​ຈີນ​ຜະລິດ​​ເອງ​ອອກ​ຈາກ​ຂົວ​ຈິ່ນສຸຍ​​ໄປ​ຖະໜົນ​ສາງ​ອ່ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>