ພິທີສວນສະໜາມ​ໄດ້​ເລີ່​ມຕົ້ນ​ແລ້ວ(ຕອນທີ 1)

(GMT+08:00) 2009-10-01 10:22:54 cri
-----------------------------------------------------------------------------------------------------------------

ພິທີສວນສະໜາມ​ໄດ້​ເລີ່​ມຕົ້ນ​ແລ້ວ.​ໂດຍ​ມີ​ທ່ານ​ຝາງ​​ເຟີ​ງຮຸຍ​ ຜູ່​ບັນຊາ​ການ​ໃຫຍ່​ການ​ສວນສະໜາມ,ຜູ່​ບັນຊາ​ການ​​ເຂດ​ທະຫານ​ປັກ​ກິ່ງ​ເປັນ​ເພື່ອນ ພາທາງ,ທ່ານ​ຫູ​ຈິນທາວ​ຂີ່​ລົດ​​ຈາກ​ຕາ​ເວັນ​ຕົກ​ໄປ​ຕາ​ເວັນ​ອອກ,ກວດ​ກ້ອນ​ກຳລັງໜ້າ​​​ດິນ44​ກ້ອນ​ທີ່​ສະຫງ່າ​ອົງອາດ​ຕາມ​ລຳ​ດັບ​,​ກ້ອນ​ກຳລັງ​ເຫລົ່າ​ນີ້​ປະກອບດ້ວຍ​ສາມ​ເຫຼົ່າທັບ​ຂອງ​ກອງທັບ​ປົດ​ປ່ອຍ ປະ​ຊາ​ຊົນ​ຈີນ,ກອງ​ທະຫານ​ປືນ​ໃຫຍ່​ທີ​ສອງ,ກອງ​ຕຳ​ຫຼວດປະກອບ​ອາວຸດປະຊາຊົນ, ກອງ​ທະຫານລາດ​ກອງ​ຫຼອນ​ແລະ​​ທະຫານກອງ​ຫນູນ​.

ກ້ອນ​ກຳລັງ​ທີ່​ຮັບ​ການ​ກວດ​ແຖວ​ກ່ອນ​ໝູ່​ແມ່ນ​ກ້ອນ​ກຳລັງ​ຍ່າງ14ກ້ອນ​ທີ່ມາ​ຈາກ​ທະຫານ​ບົກ,ທະຫານ​ອາກາດ​,ທະຫານ​​ເຮືອ,ທະຫານ​ປືນ​​ໃຫຍ່ທີ​ສອງ,ຕຳຫຼວດປະກອບ​ອາວຸດ,ທະຫານ​ລາດ,​ທະຫານກອງ​ໜູນ​ແລະ​ນັກ​ສຶກສາຂອງ​ໂຮງຮຽນ​ການທະຫານ.​ໃນ​ນັ້ນກອງ​ທະຫານ​ສູ້​ຮົບ​ພິ​ເສດ​ແມ່ນ​​ເຂົ້າ​ຮ່ວມ​ການສວນ​ສະໜາມ​ສະ​ຫຼອງ​ວັນຊາດ​​ເປັນ​ເທື່ອ​ທຳ​ອິດ​.

ການ​ປະກອບ​ຂອງ​ກ້ອນ​ກຳລັງ​ຍ່າງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ປະຫວັດ​ສາດ​ແລະ​ມູນ​ເຊື້ອ​ຂອງ​ກອງທັບ​ຈີນ.ກອງທະຫານ​ທີ່​ເຂົ້າ​ຮ່ວມ​ການ​​ສວນສະໜາມ​ເທື່ອ​ນີ້​ລ້ວນ​ແຕ່​​ມາ​ຈາກ​ກອງທະຫານ​ວິລະ​ຊົນ​ທີ່​ມີ​ຄຸນງາມຄວາມດີ​ອັນ​ພົ້ນ​ເດັ່ນໃນ​ການ​ສູ້​ຮົບ​ແລະ​ກຸ່ມ​ວິລະ​ຊົນ​ແບບຢ່າງ​ທີ່​ສ້າງ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ທາງ​ການ​ທະຫານ​ຫຼາຍ​ຢ່າງ​ເຊັ່ນຕ້ານໄພ​ແຜ່ນດິນ​ໄຫວ​ແລະ​ໄພ​ທຳ​ມະ​ຊາດຕ່າງໆ,ຕ້ານ​ລັດທິ​ກໍ່​ການ​ຮ້າຍ​​ຮັກສາ​ຄວາມ​ໝັ້ນຄົງ,​ແລະ​ຮັກສາ​ສັນຕິພາບ​ສາກົນ​ເປັນ​ຕົ້ນ​.

ເມື່ອ​​ເວົ້າ​ຈາກ​ດ້ານ​ໂຄງ​ປະກອບ​ຂອງນາຍ​ແລະ​ພົນທະຫານ​ແລ້ວ,ນີ້​ແມ່ນກອງ​ທະຫານ​ກອງ​ໜຶ່ງທີ່​ສ່ວນ​ຫລາຍ​ທີ່​ສຸດ​ແມ່ນປະກອບ​ດ້ວຍ​​ຊາວ​ໜຸ່ມ​ທີ່​​ເກີດ​ໃນ​ຊຸ​ມປີ1980​ແລະ​ຊຸ​ມປີ1990,ມີ​ລະດັບ​ການ​ສຶກສາ​ສູງ​ກວ່າ,​ໂຄງ​ປະກອບ​ດ້ານ​ວິຊາ​ສະ​ເພາະ​ຍິ່ງ​ສົມ​ບູນ​ກວ່າ,ມີ​ວິ​ໄສ​ທັດ​ກວ້າງ​ໃກ​ກວ່າ.​ໃນ​ນັ້ນ,ຜູ່​ທີ່​ຈົບລະດັບ​ການ​ສຶກສາ​ຊັ້ນ​ປະລິນຍາ​ຕີ​ຂຶ້ນ​ໄປ​ມີ1400​ຄົນ​,ກວມ30%ຂອງ​ນາຍ​​ແລະ​ພົນທະຫານ​​ທີ່​ເຂົ້າ​ຮ່ວມ​ການ​​​ສວນສະໜາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>