ພິທີສວນສະໜາມ​ໄດ້​ເລີ່​ມຕົ້ນ​ແລ້ວ(ຕອນທີ 2)

(GMT+08:00) 2009-10-01 10:29:58 cri
-----------------------------------------------------------------------------------------------------------------

ທ່າ​ນປະທານ​ຫູ​ຈິນທາວ​ຖາມ​ສະບາຍ​ຢ່າງ​ສຸດ​ໃຈຕໍ່ນາຍ​ແລະ​ພົນທະຫານ​ທີ່​​ເຂົ້າຮ່ວມ​ການ​ສວນສະໜາມ​ວ່າ"ສະບາຍດີ,ສະຫາຍ​ທັງຫຼາຍ!"

ນາຍ​ແລະ​ພົນທະຫານ​ຕອບ​ເປັນ​ສຽງ​​ດຽວກັນ​ວ່າ"ສະບາຍດີ​,ປະທານ"

ທ່ານ​ປະທານ​ຫູ​ຈິນທາວ​ເວົ້າ​ຕໍ່​ວ່າ"ພວກ​ສະຫາຍ​ເມື່ອຍ​ບໍ່?"

ນາຍ​ແລະ​ພົນທະຫານ​ຕອບ​​ເປັນ​ສຽງ​ດັງ​ວ່າ"ເພື່ອ​ຮັບ​ໃຊ້​ປະຊາຊົນ,​ພວກເຮົາ​ບໍ່ເມື່ອຍ!"

ຕໍ່​ຈາກ​ນັ້ນ,ທ່ານ​ປະທານ​ຫູ​ຈິນທາວ​ຍັງ​ຈະ​ກວດພົນກ້ອນ​ກຳລັງ​ອາວຸດ​ຍຸດ​ໂທ​ປະກອນ30​ກ້ອນທີ່​ນຳ​ໂດຍ​ກ້ອນ​ກຳລັງຂອງ​ກອງ​ລົດ​ຖັງ​ແບບ​​ໃໝ່ລຸ້ນ99ຕາມ​ລຳດັບ.ອາວຸດ​ຍຸດ​ໂທ​ປະກອນ​52ຊະນິດທີ່​ວາງສະ​ແດງ​​ເທື່ອ​ນີ້ລ້ວນ​ແຕ່​ແມ່ນ​ຈີນ​ຜະລິດ,ມີອາວຸດ​ຍຸດ​ໂທ​ປະກອນ​ຂໍ້​ມູນ​ຂ່າວສານທີ່​ທັນ​ສະ​ໄໝ​ຕ່າງ​ໆ,​ເຊັ່ນ​ເຄື່ອງ​​ບິນເຕືອນ​ໄພ,ລົດ​​ຫົ້ມ​ເກາະ​ລຸ້ນ​ໃໝ່,​ລາ​ດາ​ແບບ​ໃໝ່,ຍົນ​ບໍ່​ມີ​ຄົນ​ຂັບ​ດາວ​ທຽມ​ສື່ສານແລະ​​ອື່ນໆ.​ໃນ​ນັ້ນ,ອາວຸດ​ຍຸດ​ໂທ​ປະກອນ​ສ່ວນ​ຫຼາຍ​ແມ່ນ​ນຳ​ມາ​ສະ​ແດງ​​ເປັນ​ເທື່ອ​ທຳ​ອິດ.

​ໃນ​ນັ້ນ,ກ້ອນ​ກຳ​ລັງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ທີ່​ປະ​ກອບ​ດ້ວຍ​ກອງ​ຕະ​ລຸມ ບອນ​ເສືອ​ດາວ,ກ້ອນ​ກຳ​ລັງ​ລາ​ດາ​ແບບ​ໃໝ່,​ກ້ອນ​ກຳ​ລັງ​ທະ​ຫານ​ສື່​ສານ,ກ້ອນ​ກຳ​ລັງ​​ເຮືອ​ບິນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບ,​ກ້ອນ​ກຳ​ລັງ​ຂີ​ປະ​ນາ​ວຸດ​ລາດຕະ​ເວນແລະກ້ອນກຳລັງ ອື່ນໆກໍ່​ແມ່ນ​ປະກົດ​ຕົວ​ໃນ​ການ​ສວນ​ສະ​ໜາມ​ສະ​ຫຼອງ​ວັນ​ຊາດ​ເປັນ​ເ​ທື່ອ​ທຳ​ອິດ.

ໃນ​ຍຸກ​ໃໝ່​ສະ​ຕະ​ວັດ​ໃໝ່,​ຈີນ​ຈະ​ຊຸກ​ຍູ້​ການ​ກໍ່​ສ້າງ​ການ​ປ້ອງ​ກັນ​ປະເ​ທດແລະ​ການ​ກໍ່ສ້າງ​ກອງທັບ​ໃຫ້ທັນ​ສະ​ໄໝຢ່າງ​ມີ​ແຜນການ​ແລະ​ຂັ້ນ​ຕອນ.ຖື​ການ​ເອົາ​ຊະນະ​ສົງຄາມ​ພາກສ່ວນ​ພາຍ​ໃຕ້​​ເງື່ອນ​ໄຂ​ຫັນ​​ເປັນ​ຂໍ້​ມູນ​ຂ່າວສານ​ເປັນ​ຈຸດ​ຢືນ,​ເນັ້ນ​ໜັກ​ການ​ສະກັດ​ກັ້ນ​ວິ​ກິດ​ການ​ແລະ​ສົງຄາມ,ຍົກ​ສູງ​ຄວາມ​ສາມາດ​ຂອງ​ກອງທັບ​ໃນ​ການ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຄວາມ​ໝັ້ນຄົງ​ດ້ວຍ​ຮູບ​ແບບ​ຕ່າງໆ, ສຳ​​ເລັດ​ໜ້າ​ທີ່​ການ​ທະຫານ​​ເປັນຢ່າງດີ​.

ຈີນຍຶດໝັ້ນ​ທັດ​ສະນະ​ຄວາມ​ປອດ​ໄພ​ອັນ​ໃໝ່​ທີ່​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ,ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສະ​ເໝີ​ພາບ​ແລະ​ປະສານ​ຮ່ວມ​ມື​ກັນ.ມີຈຸດ​ຢືນ​​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ແລະ​ບັນຫາ​ຈຸດ​ຮ້ອນ​ສາກົນ​ດ້ວຍ​ສັນຕິ​ວິທີ,ຊຸກ​ຍູ້​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ກັບປະ​ເທດ​ຕ່າງໆ,ຄັດຄ້ານ​ການເປີດ​ກວ້າງ​ພັນທະ​ມິດ​ການ​ທະຫານ,ຄັດຄ້ານ​ການ​ຮຸກ​ຮານ​ຂະ​ຫຍາຍ​ອາ​ນາ​ເຂດ​.ຈີນ​ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ຈິງ​ຈັງ​ວ່າ,ບໍ່​ວ່າ​ໃນ​ປັດຈຸບັນ​ຫຼື​ໃນ​ອະ​ນາ​ຄົດ,ບໍ່​ວ່າ​ຈະ​ພັ​ດທະນາຮອດ​ລະດັບ​ໃດ,ຈີນ​ກໍ່​ຈະ​ບໍ່​ເປັນ​ເຈົ້າ​ອຳນາດ​ແລະ​ບໍ່​ຂະ​ຫຍາຍ​ອານາ​ເຂດ​ດ້ວຍກຳລັງ​ທະຫານ.ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ສັນຕິພາບ,ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ,ຊຸກ​ຍູ້​ການ​ກໍ່ສ້າງ​​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິພາບ​ຖາວອນ​ແລະ​ຮ່ວມ​ກັນຈະ​ເລີ​ນຮຸ່ງ​ເຮືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>