ການ​ເດີນ​ສວນສະໜາມ​ໃນ​ອະດີດ(ຕອນທີ 1)

(GMT+08:00) 2009-10-01 10:41:42 cri
-----------------------------------------------------------------------------------------------------------------

    ການ​ສວນສະໜາມ​ແມ່ນ​ພິທີ​ສະ​ເຫຼີມສະຫຼອງອັນ​ສຳຄັນທີ່​ສະ​ແດງ​​ແສນ​ຍາ​ນຸພາບ​ຂອງ​ປະ​ເທດ​ແລະ​ກອງທັບ,​ເຊີດ​ຊູ​ກຳລັງ​ໃຈ​ຂອງ​ຊາດ​​ແລະກະ​ຕຸ້ນນ້ຳ​ໃຈ​ຮັກ​ຊາດ,​ເປັນ​ພິທີການ​ທົ່ວ​​ໄປ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​​ປັດຈຸບັນ.ນັບ​ແຕ່​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນໃນ​ປີ1949​ມາ​ນີ້,ຈີນ​ໄດ້​ຈັດພິທີ​ສວນສະໜາມ13​ເທື່ອ,ສ່ວນ​ການ​ສວນ​ນສະໜາມສະຫຼອງວັນຊາດ​​ເທື່ອ​ທີ14ນີ້​ຈະ​ໂຮມ​ສູນ​ສະ​ແດງ​ຜົນ​ສຳ​​ເລັດ​ດ້ານ​ກາ​ນປ້ອງ​ກັນ​ປະ​ເທດ​ແລະ​ການ​ກໍ່ສ້າງ​ກອງທັບ​ຕັ້ງ​ແຕ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ60ປີ​ໂດຍ​ສະ​ເພາະ​ແມ່ນ​ດຳ​​ເດີນ​ການ​ປະຕິ​ຮູບ​ແລະ​​ເປີດປະຕູ​ສູ່​ພາຍ​ນອກ30ປີ​ມາ​ນີ້.

60ປີ​ກ່ອນ​ຄືວັນ​ທີ​1ຕຸລາ​ປີ1949,ຢູ່​​ເທິງ​ຫໍ​ທຽນ​ອານ​ເມີນ​ນະຄອນຫຼວງ​ປັກ​ກິ່ງ,ທ່າ​ນ ປະທານ​ເໝົາ​​ເຈີ​ຕຸ່ງ​ໄດ້​​ປະກາດ​ຢ່າງ​ສະຫງ່າ​ຜ່າ​ເ​ຜີ​ຍຕໍ່​ທົ່ວ​ໂລກ​ວ່າ,ລັດຖະບານ​ສາທາລະ ນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂື້ນ​ແລ້ວ,ປະຊາຊົນ​ຈີນ​ໄດ້​ລຸກ​ຢືນ​ຂຶ້ນນັບ​ແຕ່​ນີ້​ໄປ.​ໃນ​ພິທີ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ທີ່​ປະຈັກ​ຕາ​ຊາວ​ໂລກ​ເທື່ອ​ນັ້ນ,ກອງທັບ​​ປະຊາຊົນ​ທີ່​ສ້າງ​ປະ​ເທດ​ຈີນ​​ໃໝ່​ໄດ້​ຮັບ​ການ​ກວດພົນຈາກ​ຜູ່​ນຳ​ສູນ​ກາງ​ພັກ​ແລະ​ລັດ​ທີ່​ນຳ​ໂດຍ​ທ່ານ​ເໝົາ​ເຈີ​ຕຸ່ງ.

ວັນ​ທີ1ຕຸລາ​ປີ1984​ແມ່ນ​ວັນ​ຊາດ​ຈີນ​ຄົບຮອບ35ປີ,ທ່ານ​ເຕິ້ງ​ສ້ຽວ​ພິງ ນາຍຊ່າງ​​ໃຫຍ່ອອກ​ແບບ​ກາ​ນປະຕິ​ຮູບ​ແລະ​ເປີ​ດປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ,ປະທານ​ຄະນະ​ກຳມະການ​ການ​ທະຫານສູນ​ກາງຈີນ​ໄດ້ກວດພົນນາຍ​ແລະ​ພົນທະຫານ​ສາມ​ເຫຼົ່າ​ທັບ​ຂອງກອງທັບ​ຈີນ.ນີ້​ແມ່ນ​ພິທີ​ກວດພົນ​ເທື່ອ​ທີ12ຂອງ​ປະ​ເທດ​ຈີນ​ໃໝ່,​ເປັນພິທີ​ກວດພົນ​ເທື່ອທຳ​ອິດ​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່​ທີ່ການ​ພັດທະນາ​​ເສດຖະກິດ​ສັງຄົມ​ຂອງ​ຈີນ​ກ້າວ​​ເຂົ້າ​ສູ່​ໄລຍະ​ພັດທະນາ​ຢ່າງ​ວ່ອງ​ໄວ.ການ​ປະຕິ​ຮູບ​ແລະ​ເປີດປະຕູ​ສູ່​ພາຍ​ນອກ​ໄດ້​ເຮັດ​ໃຫ້​ປະ​ເທດຈີນ​ຈະ​ເລີ​ນຄືນ​ໃໝ່,ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະຊາຊົນ​ແລະ​ສ້າງ​ກອງທັບ​ໃຫ້​​ເຂັ້ມ​ແຂງ​ຂຶ້ນ.​ການ​ກວດພົນ​ເທື່ອນັ້ນ​ໄດ້​ສະ​ແດງ​​ຜົນ​ສຳ​​ເລັດ​ອັນ​ຍີ່​ງ​ໃຫຍ່​ແຫ່ງ​ກາ​ນ ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ແລະ​ໂສມ​ໜ້າ​ໃໝ່​ຂອງ​ກອງທັບ​ຈີນຕໍ່​ທົ່ວ​ໂລກ​ຢ່າງ​ເຕັມ​ສ່ວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>