ການ​ເດີນ​ສວນສະໜາມ​ໃນ​ອະດີດ(ຕອນທີ 2)

(GMT+08:00) 2009-10-01 10:42:37 cri
-----------------------------------------------------------------------------------------------------------------

ວັນ​ທີ​ໜຶ່ງ​ຕຸລາ​ປີ1999,​ໃນ​ການກວດ​ພົນ​ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງປະທດຈີນ​​ໃໝ່​ຄົບຮອບ50ປີ, ທ່ານ​ຈ່ຽງ​ເຈີ​ມິນ ປະ​ທານ​ປະ​ເທດຈີນ​ໄດ້​ກວດ​ກວດ​ນາຍ​ແລະ​ພົນທະຫານ​​ສາມ​ເຫົ່ຼາທັບ​ຢູ່​ສະໜາມ​ຫຼວງ​ທຽນ​ອານ​ເມີນ. ການ​ກວດພົນ​​ເທື່ອນັ້ນ​ໄດ້​ສະ​ແດງຢ່າງຮອບດ້ານ​ເຖິງຜົນສຳ​ເລັດ​ທາງ​ປະຫວັດສາດ​ອັນ​ສຳຄັນ​ທີ່ກອງທັບ​ຈີນທີ່​ກ້າວ​ເດີນ​ໄປ​ຖືກ​ທິດ​ທາງທ່ວງທ່າ​ຂະຫຍາຍຕົວ​ຂອງ​ການ​ປະຕິ​ຮູບ​ການ​ທະຫານ​ອັນ​ໃໝ່​ຂອງ​ໂລກ,​ເພີ່ມ​ທະວີ​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ຈີນ.

ນັບ​ແຕ່​ກ້າວ​ຂົ້າສູ່​ສະຕະວັດ​ໃໝ່​ມາ​ນີ້, ພັກ​ແລະ​ລັດຖະບານ​ຈີນ​ໄດ້​ເນັ້ນ​ໃສ່​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ແລະ​ສະພາບ​ການ​ຍຸດ​ທະ​ສາດ​ການ​ພັດທະນາ, ຖື​​ເອົາ​ພັດ​ທະນະ​ທັດ​ວິທະຍາສາດ​ເປັນ​​ແນວທາງ​ສຳຄັນທີ່​ຊີ້​ນຳ​ກາ​ນກໍ່ສ້າງ​ການປ້ອງ​ກັນປະ​ເທດ​ແລະ​ການ​ກໍ່ສ້າງ​ກອງທັບ.

ເລັ່ງລັດປະຕິ​ຮູບ​ການ​ທະຫານ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​​ເພີ່ມ​ທະວີ​ການກໍ່ສ້າງ​ກອງທັບ​ໃຫ້ເປັ​ກອງທັບ​ແບ​ບປະຕິວັດ,​ທັນ​ສະ​ໄໝ​ແລະມີ​ລະບຽບ​ແບບ​ແຜນ​ຢ່າງຮອບດ້ານ, ​ເພື່ອ​ບັນລຸ​ການ​ສ້າ​ງປະ​ເທດ​ໃຫ້​ຮັ່ງມີ​ແລະ​ສ້າງ​ກອງທັບ​ໃຫ້​ເຂັ້ມ​ແຂງ​ເປັນ​ເອກະ​ພາບ​ກັນ​ໃນ​ຂະ​ບວນການ​ສ້າງ​ສັງຄົມ​ເຫຼື​ອຢູ່​ເຫຼືອກິນຢ່າງຮອບດ້ານ, ການ​ກໍ່ສ້າງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ກໍ່​ສ້າງ​ກອງ ທັບ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ອັນ​ໃໝ່.

​​ກອງທັບ​ຈີນ​ໄປ​ຕາມທິດ​ທາງປະຕິ​ຮູບ​ການ​ທະຫານ​ຂອງ​ໂລກ​ຢ່າງ​​ເປັນ​ເຈົ້າ​ການ,​ໄດ້​ວາງ​ທິດ​ທາງ​ຍຸດ​ທະ​ສາດ​ການ​ທະຫານ​ທີ່​ປ້ອງ​ກັນ​ຕົວຢ່າງ​ຕັ້ງໜ້າ​ໃນ​ສະ​ໄໝ​ໃໝ່,​ໃຫ້​ຄວາມ​ສຳຄັນ​ຕໍ່ການ​ສະກັດ​ກັ້ນ​ວິ​ກິດ​ການ​ແລະ​ສົງຄາມ,ສ້າງ​ກຳລັງປ້ອງ​ກັນ​ທີ່ກະ​ທັດ​ຮັດ​ແລະ​ມີ​ປະສິດທິພາບ​ສູງ, ​ແລະ​ນຳ​ໃຊ້ວິທີ​ສ້າງ​ຄວາມ​ເກງ​ຂາມຢ່າງ​ຄ່ອງ​ແຄ້ວ.ຈີ​ນຍຶດໝັ້ນ​ນະ​ໂຍບາຍ​ທີ່​ບໍ່​ໃຫ້​ອາວຸດ​ນິວ​ເຄຼຍກ່ອນ​ູ​ຕະຫຼອດ​ມາ,ຍຶດໝັ້ນ​ຍຸດ​ທະ​ສາດ​ນິວ​ເຄຼຍທີ່​ປ້ອງກັນ​ຕົວ, ບໍ່​ຊ່ວງ​ເສັງ​ກຳລັງ​ຮົບ​ນິວ​ເຄຼຍກັບປະ​ເທດ​ໃດໆ. ກອງທັບ​ຈີນ​ປະຕິບັດ​ຕາມຫຼັກການ​ປ້ອງ​ກັນ​ຕົວຢ່າງ​ເຄັ່ງ​ຄັດ, ​ໃຊ້​ກຳລັງ​ອາວຸດ​​ຢ່າງ​ລະມັດລະວັງ, ພະຍາຍາມ​ຫຼຸດ​ຄວາມ​ສ່ຽງ​ແລະ​ຄ່າ​ຕອບ​ແທນ​ຂອງ​ສົງຄາມ​ໃຫ້ຕ່ຳ​ລົງ. ກອງທັບ​ຈີນ​ແມ່ນ​ກ້ອນກຳລັງ​ສຳຄັນ​ແຫ່ງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>