ຄຳ​ປາ​ໄສ​ໃນ​ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ​ວັນ​ຄົບ​ຮອບ​60​ປີ​ແຫ່ງ​ການ​ສະ​ຖາ​ປະນ​າ​ສປຈີນ

(GMT+08:00) 2009-10-01 10:55:40 cri
-----------------------------------------------------------------------------------------------------------------

ພີ່ນ້ອງ​ຮ່ວ​ມຊາດທົ່ວ​ປະ​ເທດ, ບັນດາ​ສະຫາຍ, ​ເພື່ອນ​ມິດ​ທັງຫຼາຍ:

ມື້​ນີ້, ພວກ​ເຮົາ​ຊຸມນຸມ​ກັນ​ຢ່າງ​ຄຶກຄື້ນ, ​ເພື່ອສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ60​ປີ​ແຫ່ງ​ການ​ສະຖາປະນາ​ສປຈີນ. ​​ໃນກາລະ​ໂອກາດ​ທີ່​ສີ​ລິ​ມຸງຄຸນ​ແລະ​ເຄັ່ງຂຶມ​ດັ່ງກ່າວ, ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈີນ​ລ້ວນ​ແຕ່​ຮູ້ສຶກ​ພາກ​ພູມ​ໃຈ​ທີ່​ສຸດຕໍ່ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່, ລ້ວນ​ແຕ່​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ອັນ​ສະຫວ່າງ​ສະ​ໄຫວທີ່ບັນລຸ​ໃຫ້​ປະຊາ​ຊາດ​ຈີນ​ຟື້ນ​ຟູ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຢ່າງ​ຍິ່ງ​ໃຫຍ່.

ນະ​ທີ່​ນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ສູນ​ກາງ​ພັກຄອມ​ມູນິດ​, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ລັດຖະບານ​ຈີນ, ສະພາ​ປຶກສາ​ກາ​ນ​ເມືອງ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ແລະ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ, ສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ອັນ​ເລິກ​ເຊິ່ງຕໍ່​ຜູ້ອາວຸ​ໂສ​ປະຕິວັດ​ແລະ​ຜູ້​ເສຍ​ສະຫຼະ​ເພື່ອ​ການ​ປະຕິວັດ​ທີ່​ສ້າງ​ຄຸນງາມຄວາມດີ​ທີ່​ອະ​ມະຕະ​ເພື່ອ​ເອກະລາດ​ຂອງ​ຊາດ, ການ​ປົດ​ປ່ອຍປະ​ຊາ​ຊົນ, ຄວາມ​​ເຂັ້ມ​​ແຂງ​ຂອງ​ປະ​ເທດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ! ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ຕໍ່​ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ​ແລະ​ພີ່ນ້ອງ​ຮັກ​ຊາດຢູ່​ຈີນ​ແລະ​ຕ່າງປະ​ເທດ! ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ເພື່ອນ​ມິດ​ບັນດາ​ປະ​ເທດ​ທີ່​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ການ​ພັດທະນາ​ຂອງ​ຈີນ.

​ໃນ​ມື້​ນີ້​ເມື່ອ60ປີ​ກ່ອນ, ​ໂດຍ​ຜ່ານ​ການ​ບາກ​ບັ່ນ​ສູ້​ຊົນ​ຢ່າງ​ລຳບາກ​ກາກ​ກຳ​ເປັນ​ເວລາ​100 ກ​ວ່າ​ປີໃນຍຸກ​ປະຈຸ​ບັນ, ປະຊາຊົນ​ຈີນ​ຍາດໄດ້​​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ປະຕິວັດ​ຂອງ​ຈີນ, ຢູ່​ທີ່​ນີ້, ທ່ານ​ປະທານ​ໝາ​ວ​ເຈີ​ຕົ່ງ​ໄດ້​ປະກາດ​ຕໍ່​ໂລກ​ຢ່າງ​ເຄັ່ງຂຶມ​ວ່າ, ສາທາລະນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ. ປະຊາຊົນ​ຈີນ​ໄດ້​ລຸກ​ຂຶ້ນ​ແລ້ວ, ​ແຕ່​ນັ້ນ​ມາ, ປະຊາ​ຊາດຈີນ​ທີ່​ມີອາລິຍະ​ທຳ5​ພັນ​ກວ່າ​ປີ​ໄດ້​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່​ແຫ່ງ​ການພັດທະ​ນາ​ກ້າວ​ໄປໜ້າ.

60ປີ​ມາ​ນີ້, ​ພາຍ​ໃຕ້ການ​ນຳພາ​ຂອງ​ໝູ່​ຄະນະ​ນຳ​ສູນ​ກາງ3​ຮຸ່ນ​ຂອງ​ພັກ​ທີ່​ຕ່າງ​ຖື​ສະຫາຍ​ໝາ​ວ​ເຈີ​ຕົ່ງ, ສະຫາຍ​​ເຕິ້ງ​ສຽວ​ຜິ​ງ​ແລະ​ສະຫາຍ​ຈ່ຽງ​ເຈີ​ມິນ​ເປັນ​ແກນ​ນຳ​ແລະ​ສູນ​ກາງ​ພັກ​ນັບ​ແຕ່​ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ16​ຂອງ​ພັກ​ເປັນ​ຕົ້ນ​ມາ, ປະຊາຊົນ​ບັນດາ​ເຜົ່າ​ຂອງ​ຈີນ​ທີ່​ດຸ​ໝັ່ນ​ແລະສະຫຼາດ​ສ່ອງ​ໃສ​ຮ່ວມ​​ໃຈ​ຮ່ວມ​ແຮງ​ກັນ​ແລະ​ພ້ອມ​ກັນ​ບາກ​ບັ່ນ​ສູ້​ຊົນຢ່າງ​ທໍລະ​ຫົດ​ອົດທົນ, ​ເອົາ​ຊະນະ​ຄວາມທຸກ​ຍາກ​ນາໆ​ປະການແລະ​ການ​ທົດ​ສອບ​ຂອງ​ໄພ​ອັນຕະລາຍ​ຕ່າງໆ, ຍາດ​ໄດ້ຜົນ​ສຳ​ເລັດ​ອັນຍິ່ງ​ໃຫຍ່​ທີ່​ປະຈັກ​ຕາ​ຊາວ​ໂລກ, ບັນ​ເລງ​ເພງ​ເດີນ​ທີ່​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂ​ງຢ່າງ​ບໍ່​ຢຸດ​ຢັ້ງ. ມື້​ນີ້, ຈີນ ທີ່​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ອວ່າຍໜ້າ​ໄປ​ສູ່​ການ​ຫັນ​ເປັນ​ທັນ​ສະ​ໄໝ, ອວ່າຍໜ້າ​ສູ່​ໂລກ​ແລະ​ອວ່າຍໜ້າ​ສູ່​ອະນາຄົດ ​ໄດ້​ຕັ້ງ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ໂລກ.

ການ​ພັດທະນາ​ໃນ60​ປີ​ມາ​ນີ້​ຂອງ​ປະ​ເທດ​ຈີນ​ໃໝ່​ໄດ້​ຢືນຢັນ​ຢ່າງ​ເຕັມທີ່​ວ່າ, ມີ​ແຕ່​ສັງຄົມ​ນິຍົມ​ຈິ່ງ​ສາມາດ​ກູ້​ເອົາ​ຈີນ​ໄດ້, ມີ​ແຕ່​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຈິ່ງ​ສາມາດ​ພັດທະນາ​ຈີນ, ພັດທະນາ​ສັງຄົມ​ນິຍົມ, ​ແລະພັດທະນາ​ລັດທິ​ມາກ. ປະຊາຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ, ມີ​ຄວາມ​ສາມາດ​ສ້າງສາ​ປະ​ເທດ​ຊາດ​ຂອງ​ຕົນ​​ໃຫ້​ດີ, ​ແລະ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາມາດ​ທຳ​ຄວາມພະຍາຍາມ​ປະກອບສ່ວນ​ຂອງ​ຕົນ​ເພື່ອ​​ໂລກ.

ພວກ​​ເຮົາຈະ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ,ຜັນ​ຂະ​ຫຍາ​ຍປະຕິບັດ​ທິດ​ສະ​ດີ​ພື້ນຖານ,​ແນວທາງ​ພື້ນຖານ,​ໂຄງ​ຮ່າງ​ພື້ນຖານ​ແລະ​ບົດຮຽນ​ພື້ນຖານ​ຂອງ​ພັກ​ຢ່າງຮອບດ້ານ,ສືບ​ຕໍ່​ປົດ​ປ່ອຍ​ແນວ​ຄິດ,ຍຶດໝັ້ນ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,ຊຸກ​ຍູ້​ການ​ພັດທະນາຕາມ​ຫຼັກວິທະຍາສາດ,ຊຸກ​ຍູ້​ໃຫ້​ສັງຄົມ​ກົມກຽວ​ກັນ,ຊຸກ​ຍູ້​ຂະ​ບວນ​ວິວັດ​ສ້າງສາ​ສັງຄົມ​ທີ່​ພໍ​ຢູ່​ພໍ​ກິນ​ແລະ​ຍັງ​ມີ​ສ່ວນ​ເຫຼືອ​ຢ່າງຮອບດ້ານ,ສ້າ​ງສະພາບ​ໃໝ່​ແຫ່ງ​ພາລະກິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຂຽນ​ໜ້າ​ປະ​ຫວັດ​ສາດ​ໃໝ່​ແຫ່ງ​ຊີວິດ​ການ​ເປັນ​ຢູ່​ທີ່​ດີງາມ​ຂອງ​ປະຊາຊົນ.

ພວກ​ເຮົາ​ຈະ​ຍຶດໝັ້ນ​ທິດ​ທາງ"ທ້ອນ​ໂຮມ​ປະ​ເທດ​ຊາດ​ໂດຍ​ສັນຕິ, ​ປະ​ເທດ​ດຽວ​ມີ​ສອງ​ລະບອບ"ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຣືອງ​ແລະ​ສະຖຽນ​ລະ​ພາບຖາວອນ​ຂອງ​ຮົງ​ກົງ​ແລະ​ມາ​ກາວ,ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໃຫ້​ຂະ​ຫຍາ​ຍຕົວ​ໂດຍ​ສັນຕິ,ສືບ​ຕໍ່​ສູ້​ຊົນ​ເພື່ອ​​ເຮັດ​ໃຫ້ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ທີ່​ເປັນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາ​ຊາດ​ຈີນ​ບັນລຸ​ຜົນ​ເປັນ​ຈິງ.
ພວກ​ເຮົາ​ຈະ​ຍຶດໝັ້ນ​ ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ທີ່​ສັນຕິພາບ​ທີ່​ເປັນ​ເອກະລາດ​ແລະ​ເປັ​ນ​ເຈົ້າ​ຕົນ​ເອງ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,ປະຕິບັດ​ຍຸດ​ທະ​ສາດໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ພັດທະນາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ກັບທຸກ​ປະ​ເທດ​ບົນ​ພື້ນຖານ​ຫຼັກ5​ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ,ສືບ​ຕໍ່​ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກຊຸກ​ຍູ້​ພາລະກິດ​ອັນ​ສູງ​ສົ່ງ​​ແຫ່ງສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ,ຊຸກຍູ້​ການ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່ມີສັນຕິ​ພາບ​ຖາວອນ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ.

ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະ​ກອງ​ຕຳຫຼວດ​ປະກອບ​ອາວຸດປະຊາຊົນ​ຈີນຈະ​ເ​ສີມຂະຫຍາຍ​ມູນ​ເຊື້ອ​ທີ່​ສະຫງ່າ​ລາສີ,​ເພີ່ມ​ທະວີ​ການ​ກໍ່ສ້າງ​ຕົວ​ເອງ,ປະຕິບັດ​ພາລະ​ໜ້າ​ທີ່​ຢ່າງ​ແທ້​ຈິງ,ສ້າງ​ຄຸນງາມຄວາມດີ​ໃໝ່​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ,ຄວາມ​ປອດ​ໄພ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ,ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ.

ປະຫວັດສາດ​ໄດ້​ສອນ​ໃຫ້​ພວກ​ເຮົາ​ຮູ້ວ່າ,​ເສັ້ນທາງ​ກ້າວ​ໄປ​ໜ້າ​ບໍ່​ເຄີຍ​ສະດວກ​ສະບາຍ​ຈັກ​ເທື່ອ,​ແຕ່​ປະຊາຊົນ​ທີ່​ກຳ​​ຊະ​ຕາ​ກຳ​ຂອງຕົນ​ແລະ​ສາມັກ​ຄີ​ກັນ​ນັ້ນ​ຍ່ອມ​ຈະ​ຜ່ານ​ຜ່າຄວາມຍາກ​ລຳບາກທຸກ​ຢ່າງ​ໄດ້​ຢ່າງ​​ແນ່​ນອນແລະ​ສ້າງ​ພາລະກິດ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ເມື່ອ​ເບິ່ງ​​ໄປໃນ​ອະນາຄົດ,ການ​ພັດທະນາ​ຂອງ​ຈີນ​ມີ​ອະນາຄົດ​ທີ່ສວຍ​ງາມ.ທົ່ວ​ພັກ,ທົ່ວ​ກອງທັບ​ແລະ​ປວງຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ​ຈະ​ສາມັກຄີກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ,ຊູຄັນ​ທຸງອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ ​,ກ້າວ​ໄປໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ,ບຸກບືນ​ສູ້​ຊົນ,ສືບ​ຕໍ່​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ແຫ່ງການ​ສ້າງ​ປະ​ເທດ​ທັນ​ສະ​ໄໝ​ສັງຄົມ​ນິຍົມ​ທີ່ມັ່ງ​ຄັ່ງ​ເຂັ້ມ​ແຂງ ​,ປະຊາ​ທິປະ​ໄຕ,ສີວິ​ໄລ​ແລະ​ກົມກຽວ​ກັນ,ບັນລຸການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ສືບ​ຕໍ່​ປະກອບສ່ວນ​ໃໝ່​ຫຼາຍ​ກວ່າ​ເກົ່າ​ເພື່ອ​ມວນ​ມະນຸດດ້ວຍ​ການອອກ​ແຮງ​ງານຢ່າງ​ດຸ​ໝັ່ນ​ແລະ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ຂອງ​ຕົນ.

ສາທາລະນະ​ລັດ​ປ​ະຊາ​ຊົນ​ຈີນ​ທີ່​ຍິ່ງ​ໃຫຍ່​ໝັ້ນຍືນ!
ພັກ​ກອມ​ມູນິດ​ຈີນ​ທີ່​ຍິ່ງ​ໃຫຍ່​ໝັ້ນຍືນ!
ປະຊາຊົນ​ຈີນ​ທີ່​ຍິ່ງ​ໃຫຍ່​ໝັ້ນຍືນ!

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>