ກ້ອນ​ກຳລັງ​ນັກ​ສຶກສາ​ກອງທັບ​ບົກ

(GMT+08:00) 2009-10-01 11:00:47 cri
-----------------------------------------------------------------------------------------------------------------

ກອງ​ທະຫານ​ທີ່​​​ຕາມ​ຫຼັງ​ກອງ​ກຽດຕິຍົດ​ແມ່ນ​ກ້ອນກຳລັງ​ນັກ​ສຶກສາ​ກອງທັບ​ບົກ​ທີ່​ມາ​ຈາກ​ສະ​ຖາ​ບັນ​ທະຫານ​ຮາບ​ຍານ​ຍົນ​ສື​​ເຈ່ຍ​ຈ່ວງ.ຜ່ານ​ຈາກ​ການ​​ຄົ້ນຄວ້າ​ແລະ​ພັດທະນາ​ມາ​ເປັນ​ເວລາ 82ປິ,​ໂຮງຮຽນ​ທະຫານ​ຂອງ​ຈີນ​ໄດ້​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ການ​ທະຫານ​ແບບ​ໃໝ່​ທີ່​ໄດ້​ຮັບ​ການສຶກສາ​ຊັ້ນ​ສູງ,ຊຶ່ງ​ໄດ້​ກາ​ຍ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ກໍ່ສ້າງ​ກອງທັບ​ຈີນ.

3.ກ້ອນ​ກຳລັງກອງທະຫານ​ຮາບ
ພວມ​ຍ່າງ​ມາ​ນີ້​ແມ່ນກ້ອນ​ກຳລັງ​ທະຫານ​ຮາບທີ່​ປະກອບ​ດ້ວຍ​ກອງທັບ​ແດງ​​ທີ່​ມີ​ມູນ​​ເຊື້ອ​ສະຫງ່າ​ງາມ. ກອງ​ທະຫານ​ດັ່ງກ່າວ​ທີ່​ຖືກ​ຂະໜານ​ນາມວ່າ​ກອງ​ພົນ​ທີ​ໜຶ່ງ​ຂອງກອງ​ທັບ​ແດງ​ແມ່ນ​ທ່ານ​ໝາ​ວ​ເຈີ​ຕົງ ຜູ້ນຳ​ຮຸ່ນ​ທີ​ໜຶ່ງ​ຂອງ​ປະ​ເທດຈີນ​ໃໝ່​ສ້າງຕັ້ງ​ຂຶ້ນ​ໃນ​ປີ1933.
4.ກ້ອນ​ກຳລັງກອງ​ຕີບ​ພິ​ເສດ

​ກຳລັງຍ່າງ​ຜ່ານ​ມາ​ນີ້​ແມ່ນ​ກ້ອນ​ກຳລັງກອງ​ຕີພິ​ເສດທີ່​​ເ​ຂົ້າຮ່ວມ​ການສວນສະໜາມ​ສະຫລອງວັນຊາດ​ຂອງ​ຈີນ​​ເປັນ​ຄັ້ງ​ທຳ​ອິດ.

5, ກ້ອນ​ກຳລັງ​ນັກ​ສຶກສາ​ກອງທັບ​ເຮືອ
ກຳລັງຍ່າງ​ມາ​ນີ້​ແມ່ນກ້ອນ​ກຳລັງ​ນັກ​ສຶກສາ​ກອງທັບ​ເຮືອ,ປະກອບ​ດ້ວຍ​ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ກ່ຳ​ປັ່ນ​ນະຄອນ​ຕ້າ​ຫລຽນ​ທີ່​ເຄີຍ​ເຂົ້າ​ຮ່ວມ​ພິທີ​ສວນສະໜາມ​ສະຫລອງ​ວັນຊາດ​ທຸກ​ເທື່ອ​ທີ່​ຜ່ານ​ມາ.ຜ່ານ​ການ​ກໍ່ສ້າງ​ມາ 60ປີ,ກອງທັບ​ເຮືອ​ຂອງ​ຈີນ​ໄດ້​ພັດທະນາ​ກາຍ​ເປັນ​ເຫົ່ຼາທັບ​ສັງ​ລວມທີ່​ປະກອບ​ດວ້ຍກ່ຳ​ປັ່ນ​ໜ້າ​ນ້ຳ ກ່ຳ​ປັ່ນ​ດຳ​ນ້ຳ ທະຫານ​ອາກາດ ກຳລັງ​ປ້ອງ​ກັນຊາ​ຍຝັ່ງ​ແລະ​ກຳລັງ​ສູ້​ຮົບ​ເທີ​ງບົກ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>