ກ້ອນ​ກຳລັງອາວຸດຍຸດ​ໂທ​ປະກອນ30​ກອງ​ພວມ​ຍ່າງ​ຜ່ານ​​ເວທີ​ຄະນະ​ປະທານ​ດ້ວຍ​ໂສມ​ໜ້າ​ໃໝ່​ອ່ຽມ.

(GMT+08:00) 2009-10-01 11:08:54 cri
-----------------------------------------------------------------------------------------------------------------

ອາວຸດ​ຍຸດ​ໂທ​ປະກອນ​​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ຈີນ​ຄົ້ນຄວ້າ​ຜະລິດ​​ເອງ,ມີ90%​ແມ່ນ​ນຳ​ອອກສະ​ແດງ​ເປັນ​ຄັ້ງ​ທຳ​ອິດ,​ໄດ້​ໂຮມ​ສູນ​ສ່ອງ​ແສງ​ໃຫ້​​ເຫັນ​ໝາກຜົນ​ຫຼ້າ​ສຸດ​ແຫ່ງ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ກາ​ນປະດິດ​ສ້າງ​ດ້ານ​ເຕັກນິກ, ສ່ອງ​ແສງ​ໃຫ້​​ເຫັນຢ່າງ​ເຕັມທີ່​ເຖິງ​ຜົນ​ສຳ​ເລັດ​ອັນ​​ໃຫຍ່​ຫຼວງຂອງ​ການ​ກໍ່ສ້າງ​ກາ​ນປ້ອງ​ກັນ​ປະ​ເທດ​ແລະ​ການສ້າງສາ​ກອງທັບ​​ໃຫ້​ທັນ​ສະ​ໄໝ​ຂອງ​ຈີນ.

​ໃນ​ຫຼາຍປີ​ມາ​ນີ້, ອາວຸດ​ຍຸດ​ໂທ​ປະກອນທີ່​ນຳ​ໃຊ້​ເຕັກນິກ​ສູງ​ຈຳນວນ​ຫລວງຫລາຍ​​ໄດ້​ປະກອບ​ໃຫ້​ກອງທັບ​​ຕາມລຳດັບ,ປະຈຸ​ບັນ,ກອງທັບ​ຈີນ​ໄດ້​ມີ​ລະບົບ​ອາວຸດ​ຍຸດ​ໂທ​ປະກອນ ​ທັນ​ສະ​ໄໝທີ່​ຖື​ອາວຸດ​ຍຸດ​ໂທ​ປະກອນ​​ແບບ​​ໃໝ່​​ເປັນ​ຫຼັກ,ຍຸດ​ໂທ​ປະກອນ​ເອ​ເລັກ​ໂຕຼນິກຂໍ້​ມູນ​ຂ່າວສານ​ແລະ​ຍຸດ​ໂທ​ປະກອນ​ຮັບປະກັນ​ປະ​ສານ​ສົມທົບ​ກັນ​ແລະ​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ໄດ້​​ໃຫ້ການ​ຮັບປະກັນ​ດ້ານ​ວັດຖຸ​ແລະ​​ເຕັກນິກ​ທີ່​ແຂງ​ແຮງ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ແລະສຳ​ເລັດ​ໜ້າ​ທີ່​ທາງ​ການ​ທະຫານ​ຫຼາຍ​ຮູບ​ແບບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>